ຄຳຖະແຫຼງຂອງອີຢູ (EU) ສຳລັບກອງປະຊຸມໂຕະມົນ

Screen Shot 2013-02-01 at 22.53.08 PM

​ຄູ່​​ຮ່ວມ​ງານ​ຕ່າງໆ ຂອງ​​ເອີ​ຣົບ​ໄດ້​​ໃຫ້​ຄວາມ​ສຳຄັນ​ກັບ​ເຫດການ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ ສົມບັດ ສົມ​ພອນ ທີ່​ໄຮ້​ຄຳ​ອະທິບາຍ ວ່າ​ເປັນກໍລະ​ນີທີ່​ຮ້າຍ​ແຮງ. ພວກ​ຂ້າພະ​ເຈົ້າຂໍສະ​ແດງ​ຄວາມ​ກັງວົນ​​ເປັນທີ່​ສຸດຕໍ່​ຄວາມປອດ​ໄພ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ລາວ. ​ຄູ່​ຮ່ວມ​ງານ​ຕ່າງໆ​ຂອງ​ເອີຣົບ​ກ່າວ​ເຖິງຄຳ​ຖະ​ແຫຼ​ງຂອງ​ລັດຖະບານ​ສປປ ລາວ ຕໍ່​ກັບ​ກໍລະນີ​ດັ່ງກ່າວ ​ເຊິ່ງບໍ່​ພຽງພໍ ​ແລະ ບໍ່ຄວາມ​ໜ້າ​ເຊື່ອ​ຖື. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ລັດຖະບານ​ ສປປ ລາວ ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຕໍ່​ກໍ​ລະ​ນີດັ່ງກ່າວ​ຢ່າງ​ເລິກ​ເຊິ່ງ ​ແລະ ​​ໂປ່​ງ​ໃສ…

ຈາກ ຄຳ​​ຖະ​ແຫຼ​ງຂອງ​​ຄູ່​ຮ່ວມ​ງານ​​ເພື່ອ​ການ​ພັດທະນາ​ຂອງ​ເອີຣົບ ທີ່ກອງ​ປະຊຸມ​ໂຕະມົນ ​ທີ່ສປປ ລາວ (European Development Partners Statement at Lao PDR’s Round Table Meeting) ​ວັນ​ທີ 19 ພະຈິກ 2013.

ຄວາມທະເຍີທະຍານຂອງລາວໃນ ສະພາສິດທິມະນຸດ ແຫ່ງສະຫະປະຊາຊາດ

Please-return-Sombathຈິນຕະນາການເບິ່ງ​ວ່າ ຜູ້​ຊາຍ​ຄົນ​ໜຶ່ງ​ຄິດ ​ແລະ ສົນທະນາ​ກ່ຽວ​ກັບ​ການ​ພັດທະນາ​ໃນ​ປະ​ເທດ​ຂອງ​ຕົນ​ເອງ ຄົນ​ຈຳນວນ​ຫຼາຍ​ຮູ້ຈັກ​ລາວ, ຄົນ​ທົ່ວ​ໄປ​ຢ່າງ​ເຊັ່ນ​ເຈົ້າ ​ແລະ ຂ້ອຍ.

ຈິນຕະນາການ​​ເບິ່ງວ່າ​ລາວ​ເປັນ​ຜູ້​ຈັດ​ກອງ​ປະຊຸມ​ພາກ​ປະຊາ​ສັງຄົມ​ຢ່າງ​​ໂປ່​ງ​ໃສ ​ແລະ ສັນຕິ ​ເປີດ​ກວ້າງ​ໃຫ້​ທຸກ​ຄົນ ທີ່​ລວມທັງ​ລັດຖະບານ​ຂອງ​ລາວ​ເອງ​.

ຈິນຕະນາການ​ເບິ່ງ​ວ່າ​​​ໃນ​ຄືນ​ໜຶ່ງ​ເມື່ອ​ສິບ​ເດືອນ​ກ່ອນ, ລາວ​ໄດ້​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຈອດ​ລົດ​ແລ້ວ​ລາວ​ກໍ​ຫາຍ​ຕົວ​ໄປ​ເລີຍ.

ຈິ​ນຕະນາ​ການ​ເບິ່ງ​ວ່າ ພາບ​ສຸດ​ທ້າຍ​ຂອງ​ລາວ​ຍ່າງ​ລົງ​ຈາກ​ລົດຂອງ​ລາວ​​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ກ້ອງ​ວົງ​ຈອນ​ປິດ ​ແລະ ຖືກ​ສາຍ​ໃຫ້​ຄອບຄົວ​ຂອງ​ລາວ​ເບິ່ງ ແຕ່​ວ່າພາບ​ຕົ້ນ​ສະບັບ​ບໍ່​ເຄີ​ຍຖືກ​ນຳ​ອອກ​ມາວິ​ເຄາະ​ແຕ່​ຢ່າງ​ໃດ​ເລີຍ.

ຈິນຕະນາການ​ເບິ່ງ​ວ່າ ສະມາຊິກ​ສະພາ​ເອີຣົບ ​ແລະ ຄົນ​ອື່ນໆ ​ໃນ​ເອີຣົບ​ໄດ້​ອອກ​ມາຮຽກຮ້ອງ​ແລ້ວ​ຮຽກຮ້ອງ​ອີກ​ເພື່ອ​ໃຫ້​ມີ​ການ​ປ່ອຍ​ຕົວ​ລາວ​ກັບ​ຄືນ​ມາ ​​ແຕ່​ກໍ​ບໍ່​ໄດ້​ຮັບ​ການ​ຕອບ​ຮັບ.

ຈິນຕະນາ​ການ​​ເບິ່ງ​ວ່າ​ນັກ​ເຄື່ອນ​​ໄຫວ​ດ້ານ​ສິດທິ​ມະນຸດ​ໃນ​ປະ​ເທດ​ອື່ນໆ ຈະ​ມີ​ຄວາມຮູ້ສຶກ​ແນວ​​ໃດ​ເມື່ອ​ເຫັນ​ເຫດການ​ນີ້​ເກີດ​ຂື້ນ.

​ແລະ ລອງ​ຈິນຕະນາການ​ເບິ່ງ​ວ່າ​ປະ​ເທດ​​ດັ່ງກ່າວກໍາລັງ​ສະໝັກ​ຕຳ​ແໜ່​ງ​ໃນ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະ​ຊາ​ຊາດ ​ໃນ​ອີກບໍ່​ດົນ.

ປະ​ເທດ​ທີ່​ກ່າວ​ມາ​ນັ້ນ​ແມ່ນ ​ປະ​ເທດ​ລາວ, ​ແລະ ຜູ້​ຊາຍ​ຄົນ​ນັ້ນກໍ​ແມ່ນ ສົມບັດ ສົມ​ພອນ​.

​ເຄທຣີນ ​ເດີ​ດີຣຽນ (Katharine Derderian), ​ເຈົ້າ​ໜ້າ​ທີ່​ອົງການ​ນິລະ​ໂທດ​ກຳ​ສາກົນ ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີຣົບ. ສະບັບ​ເຕັມ​ທ່ານ​ສາມາດ​ອ່ານ​​ໄດ້​ທີ່​ນີ້.

ສະພາສະຫະພາບເອີຣົບ

…ປາກົດວ່າ ທ່ານ ສົມບັດ ສົມພອນ ຊຶ່ງເປັນຜູ້ມີບົດບາດສຳຄັນໃນການພັດທະນາ ສັງຄົມ ຕະຫຼອດ ຈົນການສຶກສາຂອງເຍົາວະຊົນ. ໄດ້ຫາຍຕົວໄປໃນວັນທີ່ 15 ທັນວາ ພສ 2555 ໃນນະຄອນ ຫຼວງວຽງຈັນ…

…ປະກົດວ່າມີການລະເມີດເສລິພາບຂັ້ນພື້ນຖານໂດຍສະເພາະຢ່າງຍິ່ງກ່ຽວກັບເສລິພາບ ທາງສື່ມວນຊົນ, ເສລີພາບທາງສາສະໜາ, ເສລະພາບໃນການຊຸມນຸມ, ເສລິພາບໃນທາງວິຊາ ການ ແລະ ສິດທິຂອງ ປະຊາຊົນກຸ່ມນ້ອຍໃນປະເທດລາວ…

ສະພາສະຫະພາບເອີຣົບ

…ລັດທະບານແຫ່ງສະຫະພາບເອີຣົບ ສະແດງຄວາມເປັນຫ່ວງເປັນໄຍຢ່າງຍິ່ງ ຕໍ່ຄວາມປອດ ໄພໃນຊີວິດ ຈາກກໍລະນີການຫາຍຕົວໄປຂອງ ທ່ານ ສົມບັດ ສົມພອນ…

…ມີຄວາມກັງວົນກ່ຽວກັບຄວາມລ່າຊ້າ ແລະ ການຂາດຄວາມໂປ່ງໃສ່ໃນຂະບວນ ການສອບ ສວນໃນ ກໍລະນີດັງກ່າວ: ຮຽກຮ້ອງໃຫ້ຕຳຫຼວດຂອງປະເທດລາວໃຫ້ ດຳເນີນການໂດຍດ່ວນ ຢ່າງໂປ່ງໃສ່ ໃນຂະບວນການສອບສວນ ພາຍໃຕ້ພັນທະ ສັນຍາລະຫວ່າງປະເທດກ່ຽວກັບ ສິດທິມະນຸດທີ່ ປະເທດລາວຜູກພັນ ແລະ ໃຫ້ຄວາມໝັ້ນໃຈໃນຄວາມປອດໄພ ແລະ ການນຳທ່ານ ສົມບັດ ສົມພອນ ກັບຄືນມາໂດຍດ່ວນ…

…ຕັ້ງຄຳຖາມກັບຜູ້ມີອຳນາດຂອງປະເທດລາວໃຫ້ຢືນຍັນອີກຄັ້ງຕໍ່ປະຊາຊົນເຖິງຫຼັກຄວາມ ເປັນທຳດ້ວຍ ກົດໝາຍ ແລະ ຄວາມເປັນທຳໃນການເຮັດວຽກເພື່ອການພັດທະນາ ແບບຍືນຍົງ ແລະ ຄວາມຍຸດຕິທຳ ໃນສັງຄົມເພື່ອທີ່ຈະຕໍ່ສູ້ຕ້ານການຂົ່ມຂູ່ທີ່ຈະ ເຮັດໃຫ້ມີການຫາຍຕົວໄປ ຢ່າງເຊັ່ນ: ກໍລະນີ ທ່ານ ສົມບັດ ສົມພອນ…

…ຮຽກຮ້ອງໃຫ້ສະຫະພາບເອີຣົບ ຕັ້ງປະເທດລາວໄວ້ທ່າມກາງກຸ່ມສິດທິ ລະດັບກ່ອນ ໃນການປະຊຸມ ຄະນະລັດຖະມົນຕີສິດທິມະນຸດແຫ່ງຊາດຄັ້ງທີ່ 22…

…ຮຽກຮ້ອງໃຫ້ລັດຖະບານແຫ່ງປະເທດລາວເຄົາລົບຕໍ່ສິດທິໃນການສະແດງຄວາມຄິດເຫັນ ແລະ ມີ ສ່ວນຮ່ວມໃນກິດຈະກຳຕ່າງໆ, ສິດທິຂອງຊຸມຊົນກຸ່ມນ້ອຍ ແລະ ປົກປ້ອງ ເສລີພາບ ໃນການນັບຖື ສາສະໜາ ຫຼື ຄວາມເຊື່ອຕະຫຼອດຈົນຂໍ້ກຳຈັດໃດໆໃນ ເສລີພາບດັ່ງກ່າວຕາມ ທີ່ໄດ້ຮັບການແນະນຳ ຈາກລາຍງານທົບທວນສະຖານະ ການສິດທິມະນຸດຕໍ່ອົງການສະຫະປະ ຊາຊາດໃນວັນທີ່ 21 ກັນຍາ 2010…

ຈາກ ຂໍ້ຕົກລົງຂອງສະພາສະຫະພາບເອີຣົບ ວັນທີ 6 ກຸມພາ 2013

ຄົນທີ່ໜ້າຍົກຍ້ອງ

ໃນເວລານັ້ນ…ຄົນລາວສ່ວນໃຫຍ່ໄດ້ໂຕນໜີອອກຈາກປຮະເທດເທົ່າທີ່ສາມາດເຮັດໄດ້. ແຕ່ວ່າ ສົມບັດຕັດສິນໃຈ ກັບຄືນສູ່ບ້ານເກີດເມືອງນອນຂອງລາວ. ຂ້າພະເຈົ້າຄິດ ລາວເປັນຄົນທີ່ ໜ້າຍົກຍ້ອງ ແລະກ້າຫານຫຼາຍ. ລາວປາຖະໜາຢາກຮັບໃຊ້ ປະເທດຂອງລາວ ແລະລາວກໍໄດ້ທຳໜ້າທີ່ນີ້ ຕັ້ງແຕ່ນັ້ນມາ. ລາວເປັນຄົນກ້າຫານ, ມັກມ່ວນຊື່ນ, ຖະໜອມຖ່ອນຕົວ ແລະຂ້າພະເຈົ້າເອງກໍໄດ້ຮູ້ຈັກລາວຕະຫຼອດປີ ທີ່ຜ່ານມາ….

…ພວກເຮົ າມີຄວາມນິຍົມຊົມຊອບໃນຕົ າລາວ. ພວກເຮົ າເຄົ າລົບ ລັດຖະບານລາວ ແລະຫວັງວ່າລັດຖະບານລາ ຈະເຮັດທຸກສິ່ງທຸກຢ່າງ ທີ່ສາມາດເຮັດໄດ້ ເພີ່ອເຮັດໃຫ້ສົມບັດເປັນອິສະລະ, ເພາະວ່າສິ່ງນີ້ຈະເຮັດໃຫ້ ປະເທດລາວ ໄດ້ຮັບຄວາມເຊື່ອຖື. ປັດຈຸບັນພວກເຮົ າຈິງຈັງກັບປະເທດ ອາຊຽນຫຼາຍ ແຕ່ວ່າຝູ້ຄົນຄິດກ່ຽວກັບອາຊຽນໃນຮູບແບບ ຂອງເງິນ ແລະເສດຖະກິດ, ແຕ່ວ່າທາດແທ້ຂອງອາຊຽນຄືກຽດສັກສີຂອງມະນຸດ ແລະສິດຂອງທິມະນຸດ ຊຶ່ງມາຈາກສ່ວນເລິກຂອງຫົວໃຈ ແລະປະເທດລາວ ກໍມີສິ່ງເຫຼົ້ານີ້ຢູ່…

…ແລະຂ້າພະເຈົ້າເອງຄິດວ່າລາວຈະມີຊື່ຊຽງ ຫຼາຍໃນ ການແບ່ງປັນ ສິ່ງເຫຼົ້ານີ້ກັບປະເທດໃກຄຽງ ຖ້າຫາກວ່າພວກເຂົ າເຈົ້າໃສ່ໃຈໃນເລື່ອງ ສິດຕິມະນຸດ…

…ເປັນໜ້າເສຍດາຍຫຼາຍແທ້ໆ ຖ້າຫາກວ່າສົມບັດສູນຫາຍໄປ ແລະຈະເປັນການສູນເສຍ ຢ່າງໃຫຍ່ຫຼວງ ສຳລັບລັດຖະບານລາວ.

ສຸລັກ ສິວະຣັກ ທີ່ສະໂມສອນຝູ້ສື່ຂ່າວຕ່າງປະເທດ ຢູ່ປະເທດໄທ ໃນວັນທີ່ 21 ທັນວາ ປີ 2012

ຮູບແບບການພັດທະນາທີ່ສົມດູນຍິ່ງຂຶ້ນ

ຮູບແບບການພັດທະນາທີ່ສົມດູນຍິ່ງຂຶ້ນ ເພື່ອເຮັດໃຫ້ໄດ້ຮັບຫມາກຜົນອັນແທ້ຈິງຈາກວິໄສທັດຂອງຜູ້ນຳກໍ່ສ້າງ ປະເທດຊາດທີ່ກ່າວໄວ້ວ່າປະເທດແມ່ນຕ້ອງປົກຄອງໂດຍປະຊາຊົນ ແລະເພື່ອປະຊາຊົນແລະ ບົນພື້ນຖານ ຕາມແນວທາງຫຼັກຂອງກົດຫມາຍ ເພື່ອນຳມາເຊິ່ງ “ສັນຕິພາບ, ເອກະລາດ, ເອກະພາບ, ແລະ ວັດທະນາຖາວອນເພື່ອປວງຊົນລາວທັງຊາດ”, ຜູ້ນຳຂອງລາວແລະ ນັກວາງນະໂຍບາຍຄວນຍັບອອກຈາກ ກະແສທີ່ຍຶດເອົ າຫຼັກການພັດທະນາຮູບແບບທຶນນິຍົມຕາເວັນຕົກ ໃນການຂະnາຍໂຕຂອງເສດຖະກິດ ແລະ ທັດສະນະທີ່ວ່າ “ເຮັດໃຫ້ຮັງມີໄວ”. ແຜນຍຸດທະສາດແລະ ນະໂຍບາຍດ້ານ ການພັດທະນາຂອງລາວຄວນໃຫ້ ມີລັກສະນະຮອບດ້ານ ແລະມີຄວາມສົມດູນ ແລະ ຄວນນຳເອົ າ 4-ມຸມມອງນຳເຂົ້າໄປຮ່ວມໃນການພິຈາລະນາຕໍ່ (1) ເສດຖະກິດຫຼື ການຮັບປະກັນດ້ານການດຳລົງຊີວິດ; (2) ຄວາມສົມບູນທາງດ້ານວັດທະນະທຳ ແລະ ຄວາມຕໍ່ເນື່ອງ; (3) ຄວາມຍືນຍົງຂອງສະພາບແວດລ້ອມ; ແລະ (4) ການປົກຄອງທີ່ດີ. ມັນເປັນພຽງການດັດປັບ ສົມດູນຂອງຮູບແບບການພັດທະນາ ທີ່ລາວເຮົ າ ຈະບັນລຸໄດ້ໃນໄລຍະຍາວເພື່ອການເຕີບໂຕຂອງເສດຖະກິດ ແລະການລຶບລ້າງຄວາມທຸກຍາກ, ສິ່ງນີ້ກໍ່ຍັງເປັນເນື້ອຫາຫຼັກທີ່ຖືກສະຫນັບສະຫນູນໃຫ້ນຳສະເຫນີ ແລກປ່ຽນບົດຮຽນໂດຍກອງປະຊົມເວທີພາກປະຊາຊົນອາຊີ-ເອີຣົບ (AEPF).

ຈາກ ”ຄຳຖະແຫຼງວິໄສທັດຂອງລາວ ແລະ ຂໍ້ສະເຫນີແນະເພື່ອຈັດຕັ້ງປະຕິບັດ ໃນການນຳສະເຫນີຕໍ່ກອງປະຊຸມ ເວທີພາກປະຊາຊົນ ຄັ້ງທີ 9”

ການສຶກສາ ເເລະການພັດທະນາ…

Sombath-012ເເມ່ເເບບການສຶກສາ ແລະພັດທະນາທີ່ຍືນ​ຍົງຄວນມີຄວາມສົມດຸນລະຫວ່າງ ຫຼັກສີ່ປະການ ໄດ່ເເກ່ການ​ພັດທະນາ​ດ້ານເສດທະກິດ​ ໃຫ້​ມີຄວາມສອດຄ້ອງ ກັບດ້ານສິ່ງເເວດລ້ອມ ການສົ່ງເສີມເເລະອານຸລັດວັດທະນາທຳ ເເລະ ຄວາມງອກງາມທາງດ້ານຈິດວິນຍານ…

ການສຶກສາ ເເລະການພັດທະນາທີ່ສອດຄ່ອງກັບສິ່ງເເວດລ້ອມເເລະ ເປັນອົງລວມມີ ຄວາມເຊື່ອມ​ໂຍງ​ເຖິງກັນ ມີຄວາມສຳພັນຕໍ່ກັນເເລະ​ເກື້ອກູນຊຶ່ງກັນເເລະກັນ

ເເນ່ນອນວ່າສິ່ງທີ່ເປັນພື້ນຖານຂອງເເມ່ແບບເລົ່ານີ້ຄື ທັມມາ​ພິບານ ​ເຊິ່ງຈະ ສົ່ງເສີມຄວາມຍຸດຕິທຳ ເເລະຄວາມເປັນທຳສຳລັບທຸກຄົນໂດຍຜ່ານຫຼັກນິຕິທຳ

ສົມບັດ ສົມພອນ, ຈາກ ”ການສອນຄວາມສຸກ,” ການສຳພາດໃນ Bangkok Post, 24 ສິງຫາ 2012

ສະພາແຫ່ງສະຫະພາບເອີຣົບ….

Screen Shot 2013-02-01 at 22.53.08 PMສະພາສະຫະພາບເອີຣົບ…

1. ສະແດງຄວາມເປັນຫ່ວງເປັນໄຍຢ່າງຍິ່ງຕໍ່ຄວາມປອດ ໄພໃນຊີວິດ ຈາກກໍລະນີການຫາຍຕົວໄປຂອງ ທ່ານ ສົມບັດ ສົມພອນ;

2. ມີຄວາມກັງວົນກ່ຽວກັບຄວາມລ່າຊ້າ ແລະ ການຂາດຄວາມໂປ່ງໃສ່ໃນ ຂະບວນການສອບ ສວນໃນ ກໍລະນີດັງກ່າວ: ຮຽກຮ້ອງໃຫ້ຕຳຫຼວດຂອງ ປະເທດລາວໃຫ້ດຳເນີນການໂດຍດ່ວນ ຢ່າງໂປ່ງໃສ່ ໃນຂະບວນການສອບສວນ ພາຍໃຕ້ພັນທະສັນຍາລະຫວ່າງປະເທດກ່ຽວກັບ ສິດທິມະນຸດທີ່ ປະເທດລາວ ຜູກພັນ ແລະ ໃຫ້ຄວາມໝັ້ນໃຈໃນຄວາມປອດໄພ ແລະ ການນຳທ່ານ ສົມບັດ ສົມພອນ ກັບຄືນມາໂດຍດ່ວນ;

3. ຮຽກຮ້ອງໃຫ້ HR/VP ຕິດຕາມການສອບສວນຂອງປະເທດລາວຢ່າງ ໃກ້ຊິດກ່ຽວກັບການ ຫາຍຕົວ ໄປຂອງ ທ່ານ ສົມບັດ ສົມພອນ; Continue reading “ສະພາແຫ່ງສະຫະພາບເອີຣົບ….”

“ພວກເຮົາມີໂລກ ພຽງແຕ່ໃບດຽວເທົ່ານັ້ນ.”

Earth-Globeປະຈຸບັນນີ້ພວກເຮົາບໍລິໂພກຫຼາຍ ກວ່າ 150% ຂອງສິ່ງທີ່ໂລກສາມາດ ສ້າງຟື້ນຄືນມາໃຫມ່ໄດ້. ຫມາຍຄວາມວ່າປະຈຸບັນນີ້ພວກເຮົາຊົມໃຊ້ຫນຶ່ງ ຫນ່ວຍໂລກເຄິ່ງ. ອັນນີ້ມັນບໍ່ຍືນຍົງແທ້, ແລະ ພວກເຮົາຈະມີຫຍັງປະໄວ້ໃຫ້ຄົນຮຸ່ນຕໍ່ໄປ. ເພາະພວກເຮົາມີໂລກ ພຽງແຕ່ໃບດຽວເທົ່ານັ້ນ. ນະໂຍບາຍເບິ່ງຄືວ່າຟ້າວກອບໂກຍເອົາສິ່ງທີ່ເຮົາ ສາມາດເອົາໄດ້ດຽວນີ້ ແລ້ວປ່ອຍໃຫ້ລູກຫຼານແກ້ບັນຫາດ້ວຍເຂົາເອງໃນອະນາຄົດ!

ສົມບັດ ສົມພອນ, ຄຳກ່າວເປີດກອງປະຊຸມເວທີພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9 (AEPF) ເດືອນຕຸລາ ປີ 2012