ຍັງບໍ່ມີ ຄວາມຄືບໜ້າ, ທ່ານ ສົມບັດ ສົມພອນ

ທະຍຸເອເຊຍເສລີ: 15 ສິທັນວາ2021

ຄົບຮອບ 9 ປີ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ, ທີ່ ສະໂມສອນນັກຂ່າວ ຕ່າງປະເທດ, ນະຄອນຫຼວງບາງກອກ ປະເທດໄທຍ, ວັນທີ 14 ທັນວາ 2021

ຄົບຮອບ 9 ປີ ການລັກພາໂຕ ຫຼືການຫາຍສາບສູນ ຂອງທ່ານສົມບັດ ສົມພອນ ນັກພັທນາອະວຸໂສດີເດັ່ນຊາວລາວ ແລະເຈົ້າຂອງລາງວັນ ແມັກໄຊ໋ໆ ປີ 2005 ຍັງບໍ່ມີຄວາມຄືບໜ້າ ໃນການສືບສວນ-ສອບສວນ ຈາກຣັຖບານລາວເທື່ອ ເຊິ່ງສ້າງຄວາມຜິດຫວັງທີ່ສຸດ ຕໍ່ກັບຄອບຄົວຂອງທ່ານສົມບັດ ສົມພອນ ແລະອົງການຈັດຕັ້ງສາກົລຕ່າງໆ ທີ່ພຍາຍາມຮຽກຮ້ອງ ເພື່ອທວງຖາມຄໍາຕອບ ຈາກຣັຖບານລາວ ຕລອດ 9 ປີທີ່ຜ່ານມາ.

ຍານາງ ອຶ້ງ ຊຸ່ຍເມັ້ງ ພັລຍາຂອງທ່ານສົມບັດ ສົມພອນ ກ່າວໃນງານຄົບຄອບ 9 ປີການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ທີ່ສະໂມສອນນັກຂ່າວຕ່າງປະເທດ ໃນນະຄອນຫຼວງບາງກອກ ປະເທດໄທຍ ໃນວັນທີ່ 14 ທັນວາ 2021 ນີ້ວ່າ:

“ກະບໍ່ມີຫຍັງຄືບໜ້າ ບໍ່ມີຫຍັງຈັກດີ້ເລີຍ ແລະທາງການລາວ ກະບໍ່ໄດ້ຊ່ວຍອິສັງ ເຈົ້າໜ້າທີ່ກະບໍ່ໄດ້ ກະແນ່ນອນ ຂ້ອຍຊິເຮັດຫຍັງໄດ້ເນາະ ຂ້ອຍມີແຕ່ທຸກມື້ນີ້ຄິດວ່າ ຂ້ອຍຊິເຮັດຢ່າງໃດ ຂ້ອຍຄິດວ່າ ຂ້ອຍປ່ອຍບໍ່ໄດ້ ສົມບັດແມ່ນຜູ້ທີ່ຮັກຢູ່ໃນຊີວິດຂອງຂ້ອຍ ຂ້ອຍຕ້ອງສູ້ຕໍ່.”

ຍານາງ ຍັງກ່າວອີກວ່າ ໄລຍະ 9 ປີ ທີ່ຜ່ານມາ ບໍ່ເຄີຍລືມທ່ານສົມບັດ ສົມພອນ ແລະຈະສືບຕໍ່ຊອກຫາທ່ານສົມບັດຕໍ່ໄປ ເຖິງຄົນທີ່ເອົາໂຕ ທ່ານສົມບັດ ສົມພອນໄປ ແຕ່ພວກເຂົາກໍເອົາຜົນງານ ແລະປວັດຂອງທ່ານສົມບັດ ໄປບໍ່ໄດ້.

ໃນມື້ຄົບຮອບ 9 ປີ ການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ໃນປີນີ້ ຍານາງ ອຶ້ງ ຊຸ່ຍເມັ້ງ ແລະຄອບຄົວ ກໍໄດ້ເຮັດປຶ້ມຊີວິດ, ວຽກງານ ແລະການຫາຍສາບສູນໄປຂອງທ່ານສົມບັດ ສົມພອນ ເປັນການບອກເລົ່າເຣື່ອງຣາວຕ່າງໆ ຕລອດໄລຍະ 30 ປີ ທີ່ທ່ານສົມບັດ ໄດ້ເຮັດວຽກ ແລະປັບປຸງຄຸນນະພາບຊີວິດ ຂອງຊຸມຊົນໃນປະເທດລາວ ຈົນກະທັ້ງຖືກລັກພາໂຕ ແລະບັງຄັບໃຫ້ຫາຍສາບສູນໄປ ໃນມື້ວັນທີ່ 15 ທັນວາ ປີ 2012 ໃນໃຈກາງນະຄອນຫຼວງວຽງຈັນ.

ປຶ້ມດັ່ງກ່າວ ຍັງເລົ່າເຖິງການເຮັດວຽກດ້ານພັທນາຊຸມຊົນ ແລະຄົນຮຸ່ນໃໝ່ ທີ່ກ້າວໜ້າຂອງທ່ານສົມບັດ ທີ່ເຮັດໃຫ້ທ່ານໄດ້ຮັບການສັນຣະເສີນຢ່າງກວ້າງຂວາງ ວ່າເປັນຜູ້ຊ່ຽວຊານ ແລະມີຄວາມເປັນຜູ້ນໍາໃນດ້ານການພັທນາຂອງລາວ.

ນອກຈາກນີ້ ໃນປຶ້ມຫົວດັ່ງກ່າວ ຍັງບັນທຶກເຫດການທີ່ທາງການລາວ ໄດ້ປະຕິເສດ ກໍຣະນີການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ແລະການຕໍ່ສູ້ ໂດຍບໍ່ຮູ້ຈັກຄວາມອິດເມື່ອຍ ເທິງເສັ້ນທາງທີ່ເຕັມໄປດ້ວຍຄວາມທຸກໃຈຂອງພັລຍາທ່ານສົມບັດ ນັບແຕ່ທ່ານສົມບັດ ໄດ້ຫາຍສາບສູນໄປ ເພື່ອເຕົ້າໂຮມໃຫ້ເກີດການສນັບສນຸນ ລະຫວ່າງປະເທດ ເພື່ອໃຫ້ທ່ານສົມບັດ ສົມພອນ ກັບມາຢ່າງປອດພັຍ.

ສໍາລັບປຶ້ມຊີວິດ, ວຽກງານ ແລະການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ເບື້ອງຕົ້ນນີ້ ຈະເປີດຂາຍສະເພາະໃນປະເທດໄທຍກ່ອນ ຈໍານວນ 1,000 ຫົວ. ສ່ວນໃນປະເທດລາວ ກໍຈະແຈກໃຫ້ສະເພາະຄອບຄົວ ແລະໝູ່ເພື່ອນທີ່ຮັກແພງຂອງທ່ານສົມບັດ ສົມພອນ ແຕ່ຫາກມີຄົນສົນໃຈເປັນຈໍານວນຫຼາຍ ກໍຈະຜລິດຂາຍໃນໄລຍະຕໍ່ໄປ.

ຂະນະທີ່ ອົງການດ້ານສິດທິມະນຸດສາກົລ ຫຼື Human Right Watch ກໍຍັງບໍ່ລືມ ທ່ານສົມບັດ ສົມພອນ ໂດຍຕລອດ 9 ປີທີ່ຜ່ານມາ ກໍພຍາຍາມຮຽກຮ້ອງ ກົດດັນທຸກຫົນທາງ ໃຫ້ຣັຖບານລາວ ເປີດເຜີຍຂໍ້ມູນການສືບສວນ-ສອບສວນ ກໍຣະນີການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ໃຫ້ຄອບຄົວ ແລະສັງຄົມໂລກຮັບຮູ້ ແຕ່ຣັຖບານລາວ ກໍເລືອກທີ່ຈະມິດງຽບ ແລະບໍ່ກ່າວເຖິງເຫດການດັ່ງກ່າວ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມດ້ານສິດທິມະນຸດ ປະຈໍາພູມິພາກ ອາເຊັຍຕາເວັນອອກສຽງໃຕ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນງານເປີດໂຕປຶ້ມ ແລະວາຣະຄົບຮອບ 9 ປີ ການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ທີ່ສະໂມສອນນັກຂ່າວຕ່າງປະເທດ ໃນນະຄອນຫຼວງບາງກອກ ປະເທດໄທຍ ໃນວັນທີ່ 14 ທັນວາ 2021 ນີ້ວ່າ ພວກທ່ານຈະບໍ່ຍອມແພ້ ແລະຈະຮຽກຮ້ອງ ກົດດັນຣັຖບານລາວທຸກຄັ້ງ ເມື່ອມີໂອກາດ ເພື່ອໃຫ້ຣັຖບານລາວ ເປີດເຜີຍວ່າ ທ່ານສົມບັດ ສົມພອນ ຢູ່ໃສ:

“ເຮົາຜັກດັນທຸກປີ ເຮົາກະຜັກດັນໃຫ້ຣັຖບານອື່ນໆ ເຊັ່ນສະຫະຣັຖອະເມຣິກາ ອອສເຕເຣັຍ ຮ່ວມຜັກດັນນໍາດ້ວຍ ເຮົາບໍ່ຖອຍ ເຮົາຈະສູ້ ເພາະວ່າທາງການລາວຮູ້ວ່າ ທ່ານສົມບັດຢູ່ໃສ ທາງການລາວຮູ້ວ່າ ເກີດຫຍັງຂຶ້ນກັບທ່ານສົມບັດ ຣັຖບານລາວກະຮູ້ຈະແຈ້ງນ່າ ຣັຖບານຮູ້ ພຽງແຕ່ເຂົາບໍ່ຢາກບອກ ວ່າທ່ານສົມບັດ ຢູ່ໃສ.”

ຍານາງ ເປມຣຶດີ ດາວເຣືອງ ຈາກອົງການ Project Sevana Southeast Asia ຜູ້ເຄີຍໄດ້ຮ່ວມງານກັບທ່ານສົມບັດ ສົມພອນ ກໍກ່າວວວ່າ ຈາກເຫດການທີ່ທ່ານສົມບັດ ສົມພອນ ໄດ້ພະເຊີນຢູ່ນັ້ນ ມັນເຮັດໃຫ້ເຫັນຈະແຈ້ງວ່າ ມັນມີຄວາມຂັດແຍ້ງກັນສູງ ໃນສັງຄົມລາວ ເພາະເຮົາເຫັນຄວາມໂອບອ້ອມອາລີ, ຄວາມສຸພາບ, ຄວາມສງົບສຸຂ ໃນສັງຄົມລາວ ແຕ່່ໃນເວລາດຽວກັນ ກະມີຄວາມຮຸນແຮງແອບແຝງຢູ່ ແລະຍັງມີຢູ່ແບບເລື້ອຍໆ.

ການຍຶດໝັ້ນໃນຄວາມພຍາຍາມ ຂອງຍານາງ ອຶ້ງ ຊຸ່ຍເມັ້ງ ຕລອດ 9 ປີທີ່ຜ່ານມາ ໃນການເວົ້າເຖິງປະເດັນ ການບັງຄັບໃຫ້ຄົນຫາຍສາບສູນໄປນັ້ນ ແມ່ນໄດ້ກາຍເປັນປະເດັນທີ່ເກີດການເວົ້າເຖິງຢ່າງແຜ່ຫຼາຍ ໃນພູມິພາກ ເຊິ່ງເຫັນວ່າ ມີປໂຍດຫຼາຍ ໃນການຮຽນຮູ້ ແລະເປັນບົດຮຽນອັນສໍາຄັນໃຫ້ກັບທຸກຄົນ:

“ບົດຮຽນ ທີ່ເຮົາໄດ້ຮຽນຈາກອ້າຍສົມບັດນີ້ ເປັນບົດຮຽນຂອງພູມິພາກ ເຊິ່ງສໍາຄັນ ໂຕຂ້ອຍເອງນີ້ ຢາກໃຫ້ເຮົາເບິ່ງຮ່ວມກັນວ່າ ເຮັດແນວໃດ ປະເດັນການອຸ້ມຫາຍ ການບັງຄັບໃຫ້ຫາຍສາບສູນນີ້ ຈະຫາຍໄປຈາກພູມິພາກ.”

ໃນມື້ຄົບຮອບ 9 ປີ ການຫາຍສາບສູນໄປຂອງທ່ານສົມບັດ ສົມພອນ ທາງວິທຍຸເອເຊັຽເສຣີ ກໍໄດ້ພຍາຍາມຕິດຕໍ່ໄປຫາ ກະຊວງການຕ່າງປະເທດ ແລະກົມຕໍາຣວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສງົບ ໃນປະເທດລາວ ເພື່ອສອບຖາມຄວາມຄືບໜ້າ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ໃຫ້ຄໍາຕອບໄດ້.

ປັດຈຸບັນ ການທໍຣະມານ ແລະການບັງຄັບໃຫ້ຄົນຫາຍສາບສູນໄປ ໃນພູມິພາກອາຊ້ຽນ ແມ່ນຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ ແຕ່ສະເພາະປະເທດໄທຍ ກໍມີການບັນທຶກວ່າ ມີບຸກຄົນ ທັງຄົນໄທຍ, ຄົນລາວ ແລະຄົນສັນຊາດອື່ນໆຈໍານວນນຶ່ງ ໄດ້ຫາຍສາບສູນໄປໃນປະເທດໄທຍ ປະມານ 100 ຄົນ ນັບແຕ່ມີການຮ້ອງຮຽນ ເຊິ່ງແຕ່ລະກໍຣະນີ ກໍບໍ່ມີຄວາມຄືບໜ້າ ໃນການສືບສວນ-ສອບສວນແຕ່ຢ່່າງໃດ.

ຍານາງພອນເພັນ ຄົງຂະຈອນກຽດ ຜູ້ອໍານວຍການບໍຣິຫານ ມູລນິິທິຜະສານວັທນະທັມ ປະເທດໄທຍ ກໍພຍາຍາມຜັກດັນ ໃຫ້ປະເທດໄທຍມີກົດໝາຍ ວ່າດ້ວຍ ການປ້ອງກັນ ແລະປາມປາມການທໍຣະມານ ແລະການກະທໍາໃຫ້ບຸກຄົນຫາຍສາບສູນ ຫຼື ພ.ຣ.ບ ອຸ້ມຫາຍ ເພື່ອໃຫ້ສອດຄ່ອງກັບອະນຸສັນຍາ ດ້ານການປົກປ້ອງສິດທິມະນຸດ ຂອງອົງການສະຫະປະຊາຊາດ:

“ດັ່ງນັ້ນຄວາມສໍາຄັນ ຂອງພະຣາຊບັນຍັດສບັບນີ້ ກະຄືຈະບອກກັບສັງຄົມ ບອກກັບເຈົ້າໜ້າທີ່ຣັຖ ບອກກັບປະຊາຊົນ ການທໍຣະມານ ແລະການບັງຄັບໃຫ້ຫາຍສູນຫາຍນີ້ ເປັນການກະທໍາທີ່ຜິດກົດໝາຍ ແລະມີໂທດທີ່ໜັກຂຶ້ນ ແລະໝາຍເຖິງການຍຽວຢາ ຜູ້ເສັຍຫາຍນໍາດ້ວຍ.”

ໂຕຢ່າງ ກໍຣະນີ ຂອງທ້າວອ໊ອດ ໄຊຍະວົງ ນັກເຄື່ອນໄຫວຊາວລາວ ເພື່ອຮຽກຮ້ອງປະຊາທິປະໄຕ ຢ່າງສັນຕິວິທີ ທີ່ເຂົ້າມາຂໍລີ້ພັຍຢູ່ປະເທດໄທຍ ແລ້ວຫາຍສາບສູນໄປ ຢູ່ນະຄອນຫຼວງບາງກອກ ປະເທດໄທຍ ໃນມື້ວັນທີ່ 26 ເດືອນສິງຫາ ປີ 2019 ຈົນມາຮອດປັດຈຸບັນ ເຈົ້າໜ້າທີ່ີຕໍາຣວດຜູ້ຮັບຜິດຊອບຄະດີຂອງທ້າວອ໊ອດ ກໍມິດງຽບ ບໍ່ມີການສືບສວນ-ສອບສວນແຕ່ຢ່າງໃດ.

ສ່ວນໃນປະເທດລາວ ກໍມີກຸ່ມຜູ້ລີ້ພັຍທາງການເມືອງຊາວໄທຍ ຈໍານວນ 5 ຄົນ ທີ່ຫາຍສາບສູນໄປ ໃນປະເທດລາວ ກໍບໍ່ມີການຕິດຕາມໂຕ ແລະສືບສວນ-ສອບສວນ ຈາກເຈົ້າໜ້າທີ່ລາວ ຄືກັນ. ແນວໃດກໍຕາມ ໃນມື້ຄົບຮອບ 9 ປີ ການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ກໍຍັງມີຫຼາຍອົງການ ແລະໜ່ວຍງານທີ່ກ່ຽວຂ້ອງ ຮວມເຖິງນັກວິຊາການຫຼາຍທ່ານ ເຂົ້າຮ່ວມຮັບຟັງ ຄືດັ່ງຫຼາຍປີທີ່ຜ່ານມາ ເພື່ອເປັນກໍາລັງໃຈອັນສໍາຄັນ ໃຫ້ຍານາງ ອຶ້ງ ຊຸ່ຍເມັ້ງ ແລະຄອບຄົວ ແລະບຸກຄົນອື່ນໆ ທີ່ຕົກເປັນເຫຍື່ອຂອງການຖືກບັງຄັບໃຫ້ຫາຍສາບສູນ.

ບໍ່ມີຄວາມຄືບໜ້າ ໃນວັນຫາຍສາບສູນ ສາກົລ

ວັນຜູ້ຫາຍສາບສູນ ສາກົລ ຈັດຂຶ້ນທີ່ບາງກອກ, ປະເທດໄທຍ, ວັນທີ 30 ສິງຫາ 2017

ວິທະຍຸເອເຊຍເສລີ: 30 ສິງຫາ 2021

ໃນວັນທີ 30 ສິງຫາ ຂອງທຸກໆປີ ຖືກກຳນົດ ໃຫ້ເປັນ ວັນຜູ້ຕົກເປັນເຫຍື່ອ ຂອງການບັງຄັບ ໃຫ້ຫາຍສາບສູນ ສາກົລ ຊຶ່ງໜ່ວຍງານ ທີ່ເຮັດວຽກ ກ່ຽວກັບ ສິດທິມະນຸດ ທົ່ວໂລກ ຕ່າງກໍສເນີ ບັນຫາ ກ່ຽວກັບ ຜູ້ຖືກບັງຄັບ ໃຫ້ຫາຍສາບສູນ ໃນໂລກ ນຶ່ງໃນນັ້ນ ກໍແມ່ນ ທ່ານສົມບັດ ສົມພອນ ນັກພັທນາ ສັງຄົມ ຊາວລາວ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ເມື່ອປະມານ 9 ປີ ຜ່ານມາ. ມາຮອດ ປັດຈຸບັນ ພາກສ່ວນ ທີ່ກ່ຽວຂ້ອງ ຂອງທາງການລາວ ຍັງບໍ່ເປີດເຜີຍ ຄວາມຄືບໜ້າ ຂອງຄະດີ ດັ່ງກ່າວ ແຕ່ຢ່າງໃດ.

ກ່ຽວກັບ ເຣື່ອງນີ້ ວິ​ທ​ຍຸເອເຊັຽເສຣີ ກໍໄດ້ ຕິດຕໍ່ ໄປຫາ ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ແລະ ອົງການ ສຫະພັນ ສິດທິມະນຸດ ສາກົລ ເພື່ອສອບຖາມ ຄວາມເຫັນ ກ່ຽວກັບ ຄະດີດັ່ງກ່າວ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ທັນສະດວກ ທີ່ຈະໃຫ້ ຄຳເຫັນໄດ້.

ນັກວິຊາການໄທຍ ທ່ານນຶ່ງ ຜູ້ທີ່ ເຄີຍເຮັດວຽກ ກັບທ່ານສົມບັດ ສົມພອນ ເວົ້າວ່າ ທ່ານສົມບັດ ສົມພອນ ຖືກບັງຄັບ ໃຫ້ຫາຍສາບສູນ ເປັນເວລາ ເກືອບຮອດ 9 ປີ ມາຮອດ ປັດຈຸບັນ ທາງການລາວ ກໍຍັງບໍ່ໄດ້ ຣາຍງານ ກ່ຽວກັບ ຄວາມຄືບໜ້າ ໃນຄະດີ ດັ່ງກ່າວ ໃຫ້ສັງຄົມ, ຄອບຄົວ ແລະ ໂລກພາຍນອກ ຮູ້ແຕ່ຢ່າງໃດ. ດ່ັງທ່ານເວົ້າວ່າ:

“ມັນເປັນເຣື່ອງ ທີ່ຣັຖບານລາວ ປະຕິເສດ ໄດ້ຂ້ອນຂ້າງຍາກ ມັນມີ ຫລັກຖານ ບາງຢ່າງ ຊຶ່ງເປັນ ພາບວົງຈອນປິດ ແຕ່ບາດນີ້ ຫຼັງຈາກ​ນັ້ນ ຣັຖບານລາວ ກໍບໍ່ໄດ້ ມີການຕິດຕາມ ອີ່ຫຍັງ ຄື ບໍ່ເວົ້າອີ່ຫຍັງ ເຮັດຄື ກັບວ່າ ບໍ່ເຄີຍມີ ເຣື່ອງແບບນີ້ ເກີດຂຶ້ນ.” Continue reading “ບໍ່ມີຄວາມຄືບໜ້າ ໃນວັນຫາຍສາບສູນ ສາກົລ”

ສາກົນຮຽກຮ້ອງ ຣັຖບາລລາວ ໃຫ້ປັບປຸງ ນັບຖື ສິດທິມະນຸດ

ວິທະຍຸເອເຊຍເສລີ: 18 ມິຖຸນາ 2021

ໃນໄລຍະ ທ້າຍປີ 2019, ສປຊ ໄດ້ສົ່ງ ເອກກະສານ ໃຫ້ ທາງການ ລາວ-ໄທຍ ຊີ້ແຈງເພີ່ມຕື່ມ ໃນການຫາຍສາບສູນ ຂອງ ທ້າວ ອອດ ໄຊຍະວົງ.

ສະຫະພັນສິດທິມະນຸດສາກົນ ຫລື FIDH ທີ່ມີສໍານັກງານປະຈໍາຢູ່ ຫຼາຍປະເທດໃນທົ່ວໂລກ ໄດ້ຮຽກ ຮ້ອງໃຫ້ສະຫະພາບຢູໂຣບ ກົດດັນຣັຖບາລລາວ ໃຫ້ແກ້ໄຂບັນຫາການຣະເມີດ ສິດທິມະນຸດໃນລາວ ໃນວາຣະກອງປະຊຸມທາງໄກ ກ່ຽວກັບສິດທິມະນຸດ ຄັ້ງທີ 10 ຣະຫວ່າງ ສະຫາພາບຢູໂຣບ ແລະ ສປປລາວ ໃນມື້ວັນທີ 16 ມິຖຸນາ ນີ້ ໂດຍສະເພາະບັນຫາ ການຣະເມີດສິດ ຂອງ ຜູ້ທີ່ ສະແດງຄວາມຄິດເຫັນ ຜ່ານສື່ສັງຄົມອອນລາຍ ເປັນຕົ້ນກໍຣະນີ ນາງຮວຍເຮືອງ ໄຊຍະບູຣີ ຫລື ນາງໝວຍ ແລະ ກໍຣະນີຄົນງານ ລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ຄື ທ້າວສຸການ ໃຈທັດ, ທ້າວສົມພອນ ພິມມະສອນ ແລະ ນາງຫຼອດຄໍາ ທໍາມະວົງ ຊຶ່ງ ຖືກທາງການລາວ ກ່າວຫາວ່າ ໃສ່ຮ້າຍປ້າຍສີພັກ-ຣັຖ ແລະ ຖືກຈັບຂັງຄຸກຈົນມາ ເຖິງປັດຈຸບັນ.

ກ່ຽວກັບເຣື່ອງນີ້, ທ່ານ Andrea Giorgetta ຜູ້ອຳນວຍການ ສະຫະພັນສິດທິມະນຸດ ສາກົລ ປະຈຳຂົງເຂດເອເຊັຽ ກໍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ຜ່ານທາງອີເມລ ວ່າ:

“ສະພາບ ຂອງສິດທິມະນຸດໃນລາວ ຍັງຖືວ່າຢູ່ໃນຣະດັບທີ່ຂີ້ຮ້າຍຢູ່ ແລະ ມີສັນຍານຫຼາຍຢ່າງວ່າ ຄະນະຜູ້ນຳຊຸດໃໝ່ ຂອງລາວ ຍັງຄົງຈະປະຕິບັດ ທຸກຢ່າງ ບໍ່ແຕກຕ່າງຈາກຄະນະ ຜູ້ນຳຊຸດທີ່ຜ່ານມາ ລວມທັງການສືບຕໍ່ ຈຳກັດຮັດແຄບ ພາກປະຊາສັງຄົມ. ບັນຫາການບັງຄັບ ໃຫ້ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ທີ່ຍັງບໍ່ຖືກແກ້ໄຂນັ້ນ ກໍຖືເປັນບັນຫາ ໃຫຍ່ອີກບັນຫານຶ່ງ ທີ່ຍັງໜ້າເປັນຫ່ວງ.” Continue reading “ສາກົນຮຽກຮ້ອງ ຣັຖບາລລາວ ໃຫ້ປັບປຸງ ນັບຖື ສິດທິມະນຸດ”

ສາກົລຮຽກຮ້ອງຄໍາຕອບ ເຣື່ອງ ທ. ສົມບັດ

ວິທະຍຸເອເຊຍເສລີ: 15 ທັນວາ 2020

ຄົບຮອບ 8 ປີ ການຫາຍໂຕຂອງ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສລາວ, ແລະ ເຈົ້າຂອງລາງວັນແມັກໄຊໄຊ ປີ 2005. ໂດຍທີ່ຫຼາຍອົງການ ດ້ານສິດທິມະນຸດ ໄດ້ຮຽກຮ້ອງ ໃຫ້ຣັຖບານລາວ, ເປີດເຜີຍຂໍ້ມູນການສືບສວນສອບສວນ, ໃນການຫາຍໂຕ ໄປຂອງ ທ່ານ ສົມບັດ ສົມພອນ, ໃຫ້ສາທາຣະນະໄດ້ຮັບຮູ້.

ດັ່ງ ທ່ານ Phil Robertson ຮອງອຳນວຍການ ອົງກອນສິດທິມະນຸດ, ປະຈຳພູມີພາກເອເຊັຽຕາເວັນອອກສຽງໃຕ້, ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 14 ທັນວາ 2020 ນີ້ວ່າ.

“ບໍ່ວ່າຈະເປັນ 8 ປີ, ເຮົາກາບໍ່ລືມ, ເຮົາຈະສູ້ເຮົາກາຖາມຣັຖບານລາວຕລອດວ່າ, ທ່ານເຮັດຫຍັງ ກັບທ່ານສົມບັດ ແຕ່ຣັຖບານລາວ ບໍ່ຕອບເລີຍ. ເຮົາກາເລີຍຢາກຍົກປະເດັນເຣື່ອງນີ້, ໃຫ້ຣັຖບານອື່ນໆ, ໃຫ້ສະຫະປະຊາຊາດ, ໃຫ້ອົງການສິດທິມະນຸດ, ຢູ່ນະຄອນ ເຈນີວາ ຍົກປະເດັນນີ້ຂຶ້ນມາເວົ້າ, ບໍ່ມີໃຜລືມວ່າຣັຖບານລາວ ເຮັດຫຍັງໄວ້ກັບ ທ່ານສົມບັດ.” Continue reading “ສາກົລຮຽກຮ້ອງຄໍາຕອບ ເຣື່ອງ ທ. ສົມບັດ”

ຜົນງານຂອງທ່ານສົມບັດ ຍັງເປັນທີ່ ຈາຣຶກ

ວິທະຍຸເອເຊຍເສລີ: 15 ທັນວາ 2020

ຜ່ານໄປເວລາ 8 ປີເຕັມ ທີ່ທ່ານ ສົມບັດ ສົມພອນ ໄດ້ຖືກກຸ່ມຄົນບໍ່ດີ ລັກພາໂຕໄປ ແລ້ວຖືກບັງຄັບໃຫ້ຫາຍສາບສູນ. ແຕ່ເຖິງ ຢ່າງໃດກໍຕາມ, ຊີວິຕ ແລະ ຜົລງານ ຂອງທ່ານ ສົມບັດ ສົມພອນ ທີ່ທ່ານໄດ້ສ້າງໄວ້ ຖືເປັນສິ່ງທີ່ມີຄຸນູປະການ ຕໍ່ປະເທດລາວ ແລະ ຍັງຍືນຍົງຢູ່ໃນໃຈຊາວລາວ ທີ່ເຮັດວຽກດ້ານການພັທນາ ໃນທົ່ວປະເທດ ຢ່າງບໍ່ເສື່ອມຄາຍ.

ເມື່ອເວົ້າເຖິງຄຸນູປະການ ຂອງທ່ານ ສົມບັດ ສົມພອນ ແລ້ວ, ຜູ້ທີ່ເຄີຍເຮັດວຽກໃກ້ຊິດທ່ານ ສົມບັດ ສົມພອນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 14 ທັນວາ ວ່າ ທ່ານ ສົມບັດ ເປັນນັກພັທນາທີ່ເຂົ້າໃຈສະພາບການພັທນາ ໃນປະເທດລາວເປັນຢ່າງດີ ພາຍຫຼັງທີ່ໄດ້ເຮັດວຽກໂຕຈິງ 30 ປາຍປີ ແລະ ຖືເປັນສິ່ງທີ່ມີຄຸນຄ່າ ຕໍ່ປະເທດລາວ ແລະ ຊາວລາວໃນທົ່ວປະເທດ ທີ່ຈະເຮັດໃຫ້ ປະເທດ ມີການພັທນາທີ່ຍືນຍົງ. Continue reading “ຜົນງານຂອງທ່ານສົມບັດ ຍັງເປັນທີ່ ຈາຣຶກ”

ສາກົນຕໍານິສະພາບ ສິດທິ ມະນຸດ ຢູ່ລາວ

ວິທະຍຸເອເຊຍເສລີ: 28 ກັນຍາ 2020

ຈາກຊ້າຍຫາຂວາ: ທ່ານ ສົມບັດ ສົມພອນ ຫາຍສາບສູນ ເມື່ອປີ 2012. ອ໊ອດ ໄຊຍະວົງ ຫາຍສາບສູນ ເມື່ອປີ 2019. ທ່ານ ສົມພອນ ຂັນຕິສຸກ ຫາຍສາບສູນ ເມື່ອປີ 2007. ແລະ ທ່ານ ຄາຢັ່ງ ຫາຍສາບສູນ ເມື່ອປີ 2011.

ທີ່ກອງປະຊຸມທົບທວນເປັນໄລຍະ ເຣື່ອງການປະຕິບັດ ສິດທິມະນຸດ ທີ່ ນະຄອນ Geneva ປະເທດ Switzerland ໃນມື້ວັນທີ 28 ກັນຍາ 2020, ຫລາຍປະເທດ ແລະ ອົງການຈັດຕັ້ງສາກົລ ຮຽກຮ້ອງໃຫ້ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ປັບປຸງ ສະພາບສິດທິ ມະນຸດ ຮວມທັງ ການສືບສວນສອບສວນ ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ຫລຸດຜ່ອນ ການຈໍາກັດ ສິທິ ທາງ ສາສນາ ແລະ ເສຣີພາບ ໃນການສະແດງຄວາມຄິດເຫັນ ນໍາດ້ວຍ. ພ້ອມດຽວກັນນີ້ ຫລາຍປະເທດ ຫລາຍອົງການ ຈັດຕັ້ງສາກົລ ກໍໄດ້ ສເນີໃຫ້ ສປປລາວ ປັບປຸງ ສະພາບການເປັນຢູ່, ການສຶກສາ ແລະ ສຸຂພາບ ຂອງ ເດັກນ້ອຍ, ແມ່ຍິງ ແລະ ສະມາຊິກ ຊົນເຜົ່າ.

ເວົ້າສະເພາະຜູ້ຕາງໜ້າ ຂອງສິງກະໂປ ກໍໄດ້ກ່າວໃຫ້ຄໍາເຫັນ ພາຍຫລັງ ທ່ານ ຄໍາອິນ ກິດຈະເດດ ຜູ້ຕາງໜ້າ ສປປລາວ ປະຈໍາຫ້ອງການ ສະຫະປະຊາຊາດ ທີ່ Geneva ຂຶ້ນ ຖແລງ ໂດຍເນັ້ນວ່າ ຈາກ ຣາຍງານ UPR ເມື່ອເດືອນມົກຣາ ຜ່ານມານີ້ ຣັຖບານລາວ ມີພັລທະ ຊອກຫາຕົວພົລເມືອງລາວ ທີ່ຫາຍສາບສູນໄປ ຮວມທັງທ່ານ ສົມບັດ ສົມພອນ ທີ່ມີພັລຍາ ເປັນຄົນສິງກະໂປ: Continue reading “ສາກົນຕໍານິສະພາບ ສິດທິ ມະນຸດ ຢູ່ລາວ”

ການແກ້ໄຂ ຄົນຫາຍສາບສູນ ໃນລາວ ຄືບຄານ

ວິທະຍຸເອເຊຍເສລີ: 29 ສິງຫາ 2020

ເນື່ອງໃນໂອກາດ ວັນບຸກຄົນທີ່ຕົກເປັນເຫຍື່ອ ການຖືກບັງຄັບ ໃຫ້ຫາຍສາບສູນສາກົລ ທີ່ກົງກັບວັນທີ 30 ສິງຫາ ໃນທຸກໆປີ, ໃນປີນີ້ ຫຼາຍພາກສ່ວນດ້ານສິດທິມະນຸດສາກົລ ຍັງເບິ່ງວ່າ ທາງການລາວ ຍັງຂາດ ຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາ ຄົນຫາຍສາບສູນໃນລາວ ແລະ ບໍ່ມີການສືບສວນ-ສອບສວນ ຕິດຕາມຫາ ຜູ້ຫາຍສາບສູນ ແບບຈິງຈັງ, ເຊິ່ງມີຄວາມໜ້າເປັນຫ່ວງຫຼາຍ, ດັ່ງທ່ານ ຟີລ ໂຣເບີດສັນ, ຮອງຜູ້ອໍານວຍການ ອົງການ Human Rights Watch ປະຈໍາພາກພື້ນອາຊີ-ປາຊີຟິກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ສິງຫານີ້ວ່າ:

ທ່ານວ່າ: “ເຫັນໄດ້ຊັດເຈນວ່າ ຣັຖບານລາວ ບໍ່ເຄີຍສົນໃຈ ເຣື່ອງຄອບຄົວ ຂອງຄົນທີ່ຫາຍໄປ ບໍ່ເຄີຍມີຄວາມຄືບໜ້າ ຍົກໂຕຢ່າງ ກໍຣະນີ ຂອງທ່ານ ສົມບັດ ສົມພອນ ກໍມີແຕ່ການປິດບັງ ຂອງຣັຖບານ ທີ່ອ້າງວ່າ ບໍ່ມີສ່ວນກ່ຽວຂ້ອງ, ບໍ່ຮູ້ເຣື່ອງ, ບໍ່ໄດ້ເຮັດ, ບໍ່ໄດ້ສອບສວນ.” Continue reading “ການແກ້ໄຂ ຄົນຫາຍສາບສູນ ໃນລາວ ຄືບຄານ”

ໝູ່ເພື່ອນຍັງຖ້າຮູ້ຂ່າວ ທ້າວ ອ໊ອດ

ວິທະຍຸເອເຊຍເສລີ: 24 ສິງຫາ 2020

ທີ່ຜ່ານມາ ມີຄົນລາວຫຼາຍຄົນ ທີ່ຫາຍສາບສູນ ທັງຢູ່ປະເທດລາວ ແລະ ຢູ່ຕ່າງປະເທດ…

ໝູ່ເພື່ອນຍັງເປັນຫ່ວງ ແລະຢາກຮູ້ຄວາມຈິງ ກ່ຽວກັບການຫາຍສາບສູນຂອງ ທ້າວ ອ໊ອດ ໄຊຍະວົງ ອາຍຸ 36 ປີ ຢູບາງກອກ ປະເທດ ໄທຍ ເປັນເວລາເກືອບ 1 ປີ. ດັ່ງ ໝູ່ຄົນນຶ່ງ ຂອງ ທ້າວ ອ໊ອດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 24 ສິງຫາ:

“ຍັງບໍ່ມີຂ່າວດີຫຍັງຫັ້ນນ່າ ຕ່າງຄົນກະຕ່າງ ໄດ້ຮັບຂ່າວສຳຄັນ ວ່າຊັ້ນຊະ ຍັງບໍ່ທັນ ໄດ້ຮັບໃຜດີ ຫຼືວ່າກ່ຽວກັບ ອ໊ອດສະກາ ທີ່ຫາຍສາບສູນ ໄປ ມັນກະຍັງບໍ່ມີວີ່ແວວ ຍັງຄືເກົ່າຢູ່, ໃນນາມອົງກອນ ກະໄດ້ແຕ່ໂພສທາງ Facebook ເລື່ອງການຫາຍສາບສູນໄປ ຢູ່ຕລອດເວລາ ເພື່ອບໍ່ໃຫ້ລືມ ທຸກຄົນກະພຍາຍາມ ເຝົ້າລະລໍ ຄືກັນຫັ້ນແຫຼະ ລໍຄອຍວ່າ ຄວາມຈິງມັນ ເປັນຈັ່ງໃດ ທຸກຄົນກະຢາກຮູ້ຫັ້ນນ່າ.” Continue reading “ໝູ່ເພື່ອນຍັງຖ້າຮູ້ຂ່າວ ທ້າວ ອ໊ອດ”

ທາງການລາວຍັງສືບຫາ ທ່ານ ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 22 ມັງກອນ 2020

ໃນກອງປະຊຸມທົບທວນ ການປະຕິບັດ ສິທທິມະນຸດ ໃນລາວ ປະຈຳໄລຍະ ຫຼື UPR ທີ່ຈັດຂຶ້ນຢູ່ ນະຄອນເຈນິວາ, ປະເທດ ສະວິດເຊີແລນດ໌, ວັນທີ 21 ມົກຣາ 2020, ທ່ານ ພູໂຂງ ສີສຸລາດ (ແຖວໜ້າ-ກາງ) ເອກອັຄຣັຖທູຕລາວ ປະຈຳ ປະເທດເບລຢ່ຽມ ຊີ້ແຈງວ່າ ການສືບສວນ ກໍຣະນີ ທ່ານ ສົມບັດ ຕ້ອງໃຊ້ເວລາ. UPR-Video

ໃນຣະຫວ່າງກອງປະຊຸມ ທົບທວນ ການປະຕິບັດ ສິທທິມະນຸດ ໃນລາວ ປະຈຳໄລຍະ ຫຼື UPR ທີ່ຈັດຂຶ້ນ ໃນນະຄອນເຈນິວາ, ປະເທດ ສະວິດເຊີແລນດ໌ ໃນວັນທີ 21 ມົກຣາ 2020 ນີ້, ທາງການລາວ ຍອມຮັບວ່າ ຍັງຄົງສືບຕໍ່ ແກ້ໄຂບັນຫາການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຢູ່, ເຖິງວ່າ ຄຳຖາມຫຼາຍຢ່າງ ຍັງຄົງສືບຕໍ່ບໍ່ຈະແຈ້ງເທື່ອ ໃນຂນະທີ່ນາໆປະເທດຮຽກຮ້ອງ ໃຫ້ທາງການລາວເລັ່ງແກ້ ໄຂບັນຫາ ດັ່ງກ່າວ ແລະ ແນະນຳໃຫ້ ຣັຖບານລາວ ປະຕິບັດ ສິທທິມະນຸດ ຕາມຫຼັກການ ສາກົລ.

ຕາງໜ້າໃຫ້ຣັຖບານລາວ, ທ່ານ ບຸນເກີດ ສັງສົມສັກ, ຣັຖມົນຕຣີປະຈຳສຳນັກງານ ນາຍົກຣັຖມົນຕຣີ ແລະ ທັງເປັນຫົວໜ້າຄນະຜູ້ແທນ ລາວ ດ້ານສິທທິມະນຸດ ໄດ້ຂຶ້ນກ່າວ ບົດຣາຍງານແຫ່ງຊາຕ ໃນກອງປະຊຸມ ແລະ ທ່ານໄດ້ກ່າວບາງຕອນ ຕໍ່ກໍຣະນີ ທີ່ນາໆປະເທດ ໄດ້ທວງຖາມເຖິງ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ວ່າ: Continue reading “ທາງການລາວຍັງສືບຫາ ທ່ານ ສົມບັດ ສົມພອນ”

7 ປີ ສົມບັດ ສົມພອນ ຫາຍສາບສູນ ສາກົລ ທວງຖາມ

ວິທະຍຸເອເຊຍເສລີ: 17 ທັນວາ 2019

ຍາ​ນາງ ອຶ້ງ-ຊຸຍ​ເມັ້ງ, ພັ​ລ​ຍາ​ຂອງ​ທ່ານ ສົມ​ບັດ ສົມ​ພອນ ໃນ​ຣະ​ຫວ່າງ ເວ​ທີ​ຣຳ​ລຶກ ຄົບ​ຮອບ 7 ປີ ທີ່​ທ່ານ ສົມ​ບັດ ສົມ​ພອນ, ສາ​ມີ​ຂອງ​ຍາ​ນາງ ໄດ້​ຫາຍ​ສາບ​ສູນ​ ໃນ​ປະ​ເທດ​ລາວ ທີ່​ສະ​ໂມ​ສອນ ​ນັກ​ຂ່າວຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງບາງກອກ ປະ​ເທດ​ໄທ​ຍ (ຮູບ​ຖ່າຍ​ເມື່ອ: ​ວັນ​ທີ 17 ທັນ​ວາ 2019) RFA

ອົງການຈັດຕັ້ງ ທາງພາ​ກ​ປະ​ຊາ​ສັງ​ຄົມ ຫຼາຍອົງການ ຮວມທັງນັກວິຊາການ ໄດ້ຈັດພິທີຣຳ​ລຶກ ຄົບຮອບ 7 ປີ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ, ໃນມື້ວັນທີ 17 ທັນວາ ປີ 2019 ທີ່ນະ​ຄອນຫຼວງ ບາງກອກ ປະເທດໄທຍ.  ຍາງນາງ ອຶ້ງ-ຊຸຍເມັ້ງ ພັລຍາຂອງທ່ານ ສົມບັດ ສົມພອນ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວ ເອເຊັຽເສ​ຣີ ວ່າ ມາເຖິງປັດຈຸບັນ, ຍັງບໍ່ມີຄວາມຄືບໜ້າ ຕໍ່ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ. ເຈົ້າໜ້າທີ່ລາວ ບໍ່ໄດ້ໃຫ້ຂໍ້ມູນຫຍັງເລີຍ.

“ຫຼັງຈາກ 7ປີແລ້ວ, ກະບໍ່ມີຫຍັງຄືບໜ້າ ຈັກດີ້ເລີຍ. ທາງການລາວ ກໍບໍ່ໄດ້ຊ່ອຍອີ່​ສັງ, ບໍ່ໄດ້ພົບ ຊຸຍ​ເມັ້ງ ​ນ່າ. ເຈົ້າ​ໜ້າ​ທີ່ ກະບໍ່ໄດ້ພົບ ບໍ່ໄດ້ພົວພັນ ແລະ ບໍ່ໄດ້ໃຫ້ຂໍ້ມູນ ຂ່າວສານ ຈັກດີ້ເລີຍ.” Continue reading “7 ປີ ສົມບັດ ສົມພອນ ຫາຍສາບສູນ ສາກົລ ທວງຖາມ”