ຈົດໝາຍ​ເປີດ​ໃຈມາ​ຍັງ​ຜູ້​ປາດຖະໜາ​ດີ​ຕໍ່​ສົມບັດ

ຈາກ ຊຸຍ​ມິ​ງ, ​ເມຍ​ຂອງ ​ສົມບັດ ສົມ​ພອນ

ຕັ້ງ​ແຕ່ ສົມບັດ​ຫາຍ​ຕົວ​ໄປ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ​ເດືອນ​ທັນວາ ປີ 2012, ທັງຄອບ​ຄົວ​ແລະ ​​ຂ້າພະເຈົ້າເອງ​ ​ແມ່ນ​ປະ​ທັບ​ໃຈ​ຕໍ່​ຄວາມ​ຮັກ, ​ຄວາມ​ຫ່ວງ​ໃຍ​ແລະ​ ການ​ສະ​ໜັບ​ສະ​ໜູນ ຈາກ​ໝູ່​ຄູ່, ​ເພື່ອນ​ຮ່ວມ​ງານ, ອົງການ​ຈັດ​ຕັ້ງຕ່າງໆ ພາຍ​ໃນ​ຂົງ​ເຂດ​ແລະ​ໃນ​ລະດັບ​ສາກົນ, ອົງກອນ​​ພາກ​ສັງຄົມ, ຕົວ ​ແທນ​ລັດຖະບານ ​ແລະ ຕົວ​ແທນ ສື່ມວນ​ຊົນ ທີ່​ໄດ້​ຮ່ວມ​ມື​ກັນຮຽກຮ້ອງ​ໃຫ້ ລັດຖະບານ​ລາວ ສຸມ​ກຳລັງ ​ແລະ​ຄວາມ​ອາດ​ສາມາດ​ທີ່​ມີ​ຢູ່​ໃນການ​ສືບສວນ​ຊອກຫາວ່າ ​ສົມບັດ​ຢູ່​ບ່ອນ​ໃດ ​​ເພື່ອ​​ໃຫ້​ໄດ້​ກັບ​ຄືນ​ມາ​ຫາຂ້າພະເຈົ້າ ​ແລະ​ຄອບຄົວຢ່າງ​ປອດ​ໄພ. ພວກ​ເຮົາຊາ​ບຊຶ້ງ ​Sombath with Tutu (cropped)ແລະ ປະ​ທັບ​ໃຈທີ່​ທຸ​ກຄົນສະ​ແດງ​ຄວາມ​ສາມັກຄີ​ເປັນ​ຫ່ວງ​ຕໍ່ຄວາມ​ປອດ​ໄພ​​ຂອງ ສົມບັດ.

ໃນ ​ຂະນະ​ດຽວ​ກັນ ມີ​ຫລາຍ​ບົດ​ເລື່ອງ ​ແລະ​ ຖ​ະ​ແຫຼ​ງການ​ທີ່​ຂຽນ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ​ແລະ​ ຮຽກຮ້ອງ​ເຖິງຄວາມ​ປອດ​ໄພ​ແມ່ນ​ເປັນ​ປະ​ໂຫຍ​ດ, ມີບາງ​ບົດ​ລາຍ​ງານສະ​ແດງ​ຄວາມ​ຄິດ​ເຫັນ​ບາງ​ຢ່າງທີ່​ຂາດ​ຂໍ້​ມູນ​​ແທ້​ຈິງ ຫຼື ເປັນ​ການ​ຄາດ​ເດົາ. ສິ່ງ​ທີ່​ຂ້າພະເຈົ້າ​ປາດ​ຖະໜາ ​ແມ່ນ​ຄວາມ​ປອດ​ໄພ ​ແລະ​ຄວາມເປັນຢູ່ຂອງ​ສົມບັດ ບໍ່ວ່າລາວຈະຢູ່ໃສ. ດ້ວຍ ​ເຫດຜົນ​ນີ້ ຂ້າພະເຈົ້າຈິ່ງ​ຂໍ​ຮຽກຮ້ອງ​ຜູ້​ທີ່​ປາ​ດ​ຖະໜາ​ດີ ຢ່າເວົ້ານອກເໜືອຈາກຄວາມຈິງ​ຫຼືເຮັດໃຫ້ຄົນເຂົ້າໃຈຜິດກ່ຽວກັບສົມບັດ ຫລື ວຽກຂອງລາວ.

ນີ້​ຄື​ຂໍ້​ມູນ​ທີ່​ແທ້​ຈິງ​ທີ່​ຂ້າພະເຈົ້າຮູ້:

  1. ສົມບັດ​ ຖືກ​ພົບ​ເຫັນ​​ຄັ້ງ​ສຸດ​ທ້າຍ ​ເມື່ອ​ວັນ​ທີ 15 ​ເດືອນທັນວາ ເຊິ່ງຜູ້ກ່ຽວຂັບ​ລົດ​ຈີບ​ຕາມ​ຫຼັງຂ້າພະເຈົ້າມາເພື່ອກັບ​ບ້ານ​​ກິນ​ເຂົ້າ​ແລງ ​ຂ້າພະເຈົ້າເຫັນ​ລາວ​ຄັ້ງ​ສຸດ​ທ້າຍ​ຜ່ານ​ແ​ວ່ນລົດ​ເບື້ອງ​ຂ້າງເວລາ ປະມານ 6 ​ໂມງ​ແລງ ​ໃກ້​ກັບປ້ອມ​ຕຳ​ຫຼວດ ກິ​ໂລ​ແມັດ​ທີ 3 ຢູ່ຖະໜົນ​ທ່າ​ເດື່ອ.
  2. ເມື່ອ​ລາວ​ບໍ່​ກັບມາ​​ບ້ານ​ຄືນນັ້ນ, ພວກ ​ເຮົາ​​ໄດ້ໄປ​ຊອກ​ຫາ​ທຸກ​ຫົນ​ແຫ່ງ ບ່ອນ​ທີ່​ລາວ​ຖືກພົບ​ເຫັນ​ຄັ້ງ​ສຸດ​ທ້າຍ ​ແລະ​ໄປ​ຊອກ​ຫາ​ຕາມ​ໂຮງໝໍ​ ດ້ວຍຄວາມ​ຫວັງທີ່​ຈະ​ພົບ​ເຫັນ ​ແຕ່​ກໍ່​ບໍ່ໄດ້ຫຍັງ.
  3. ມື້​ວັນ​ທີ 16 ​ເດືອນທັນວາ ພວກ​ເຮົາ​ໄດ້​ໄປ​ລາຍ​ງານ​ຕໍ່​ບ້ານ, ​ເມືອງ ​ແລະ ເຈົ້າໜ້າທີ່ຕໍາຫຼວດ. ທາງຄອບຄົວ​ໄດ້​ສືບຕໍ່​ຊອກ​ຫາ​ອີກ​ຄັ້ງ​ຕາມ​ໂຮງໝໍ​ຫຼາຍ​ແຫ່ງ​ໃນະຄອນຫຼວງ​ວຽງ​ຈັນ ​ແຕ່​ກໍ່​ບໍ່​ມີ​ຮ່ອງ​ຮອຍ​ໃດໆ.
  4. ວັນ​ທີ 17 ​ເດືອນ​ທັນວາ 2012 ​ໄດ້​ຂໍ​ຮ້ອງ​​ໄປ​ຍັງຫ້ອງການ​ຕຳຫຼວດ​ນະຄອນ​ຫຼວງ​ວຽງ​ຈັນ​ເພື່ອ​ເບິ່ງການ​ບັນທຶກ​ພາບ​ຖ່າຍຈາກ​ກ້ອງ​ວົງ​ຈອນ​ປິດ (CCTV) ທີ່​ຕິດ​ຕັ້ງ​ໄວ້​ໃກ້​ກັບ​ປ້ອມ​ຕຳຫຼວດ ບ່ອນ​ທີ່​ສົມບັດຖືກ​ພົບ​ເຫັນ​ຄັ້ງ​ສຸດ​ທ້າຍ. ຕຳຫຼວດ ​ທີ່​ເຂົ້າ​ເຮັດ​ວຽກ​ຢູ່​ໃນ​ຂະນະ​ນັ້ນ​ໄດ້​ໃຫ້​ຄວາມ​ຮ່ວມ​ມື​ເປັນ​ຢ່າງ​ດີ ອະ​ນຸຍາດ​ໃຫ້​ພວກ​ເຮົາ​ເບິ່​ງຟິມທີ່​ບັນທຶກ​ໄວ້​ຈາກກ້ອງ​ CCTV. ຈາກ ​ຟິມທີ່​ບັນ​ທືກ​ໄວ້ ພວກ​ເຮົາ​ເຫັນ​ຕຳຫຼວດ​ຢຸດ​ລົດ​ສົມບັດ​ຢູ່​ປ້ອມ​ຕຳ​ຫຼວດ ແລະ ສົມບັດ​ຍ່າງ​ລົງ​ຈາກ​ລົດ ​ແລະ​ເຂົ້າ​ໄປ​ໃນ​ປ້ອມ​ຕຳຫຼວດ.
  5. ຕໍ່ ​ມາ​ມີ​ຄົນ​ຂີ່​ລົດຈັກ​ຄັນ​ໜຶ່ງມາ ຈອດ​ລົດ​ໄວ້ໃກ້ກັບ​ລົດ​ຈີບແລ້ວ​ແລ່ນ​ເຂົ້າ​ໄປ​ໃນ​ປ້ອມ​ຕຳຫຼວດ ​ແລະ​ຕໍ່​ມາກໍອອກມາຂັບ​ລົດ​ສົມບັດອອກໄປ.
  6. ບໍ່ພໍເທົ່າໃດນາທີ ກໍ່ເຫັນ​ລົດ​ກະບະ​ຄັນ​ສີຂາວ ໃຊ້ໄຟສັນ​ຢານ​ຂໍທາງ ​ແລະ​ຂັບມາ​ຢຸດ​​ໄກ້​ກັບ​ປ້ອມ​ຕຳຫຼວດ ​ແລະ ເຫັນສອງ ຫຼື ສາມ​ຄົນ​​ຂຶ້ນ​ລົດ​ແລະ​ຂັບ​ລົດ​ອອກ​ໄປ​ດ້ວຍ​ຄວາມ​ຟ້າວ​ຝັ່ງ.
  7. ຂໍ້​ມູນ​ຂ້າງ​ເທິງ​ນີ້​ຂ້າພະເຈົ້າ​ໄດ້​ລາຍ​ງານ​ໃນ​ຈົດໝາຍ ລົງ​ວັນ​ທີ 17 ​ເດືອນ​ທັນວາ 2012 ​ໄປ​ຍັງ​ຫົວໜ້າ​ຫ້ອງການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ວັນ​ທີ 18 ​ເດືອນ​ທັນວາຂ້າພະເຈົ້າ​ກໍ່​ໄດ້​ຂຽນຈົດໝາຍ​ອີກສະບັບ​ໜຶ່ງ​ໄປ​ຫາ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກັບ​ສຳເນົາຟີມ​ບັນທຶກ​ພາບຈາກ​ກ້ອງ​ CCTV ​ແລະ​ບົດບັນທຶກ​ຂອງເຈົ້າ​ໜ້າທີ່​ຕຳຫຼວດທີ່ກ່ຽວຂ້ອງ. ຂ້າພະເຈົ້າໄດ້​ຂໍ​ຮ້ອງ​ໃຫ້​ທ່ານ​ລັດຖະມົນຕີ​ຊ່ວຍ​ຕິດຕາມ​ສືບສວນການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ.
  8. ວັນ​ທີ 19 ​ເດືອນ​ທັນວາ 2012 ລັດຖະບານ​ລາວ​ໄດ້​ອອກ​ຖະ​ແຫຼງການ​ວ່າ ​ເຈົ້າ​ໜ້າ​ທີ່​ໄດ້​ຢຸດ​ລົດ​ຂອງ​ສົມ​​ບັດແທ້ຕາມ​ເຫັນ​ໃນ​ການ​ບັນທຶກ​ພາບ​ຂອງ​ກ້ອງ CCTV ແຕ່​ເປັນ​ການ​ກວດກາ​​ເອກະ​ສານ​ລົດ​ຕາມ​ປົກກະຕິ. ຕໍ່​ມາ​ກໍ່​ໄດ້ເວົ້າ​ວ່າ ບຸກຄົນ​ທີ່​ຂຶ້ນ​ລົດ​ກະບະຄັນ​ສີຂາວ​ບໍ່​ສາມາດ​ຢັ້ງຢືນ​ວ່າ ​ມີສົມບັດ​ໃນ​ກຸ່ມ​ຄົນ​ດັ່ງກ່າວ. ຖະ​ແຫຼ​ງການ​ກ່າວ​ຕໍ່​ໄປ​ວ່າ ສົມບັດອາດຖືກລັກ​ພາ​ຕົວ ຍ້ອນ​ເຫດຜົນ​ການ​ຄັດ​ແຍ່ງສ່ວນ​ຕົວ ຫຼື ການ​ຄັດ​ແຍ່​ງທາງ​ທຸລະ​ກິດ. ຖະ ​ແຫຼ​ງການ​ກ່າວ​ຕອນທ້າຍ​ວ່າລັດຖະບານ​ຈະ​ເອົາ​ໃຈ​ໃສ​ສືບສວນ​ຢ່າງ​ຈິງຈັງ​ ເພື່ອຊອກຫາສົມ​ບັດ ​ແລະ​ສົ່ງ ລາວ​ກັບ​ຄືນ​ຫາຄອບຄົວ​ດ້ວຍ​ຄວາມ​ປອດ​ໄພ.
  9. ວັນ​ທີ 26 ​ເດືອນ​ທັນວາ 2012 ຂ້າພະເຈົ້າໄດ້​ຖືກເຊີນໄປ​ຫ້ອງການ​ຕຳຫຼວດ​ນະຄອນ​ຫຼວງ​ວຽງ​ຈັນ ແລ້ວ​ຖືກສອບຖາມ​ກ່ຽວ​ກັບ​ຊີວະ​ປະຫວັດຂອງ​ສົມບັດ, ຄອບຄົວ​ ແລະ ວຽກ​ຂອງ​ລາວ, ຊີວະປະຫວັດ ແລະ ວຽກ​ງານ​ຂອງ​ຂ້າພະເຈົ້າ. ຫຼານ​ສາວ​, ນ້ອງ​ສະ​ໄພ້​ຂອງຂ້າພະເຈົ້າ ​ແລະ ​ເພື່ອນ​ຮ່ວມ​ງານ​ຂອງ​ສົມບັດ​ທີ່​ເຮັດ​ວຽກຢູ່​ສູນ​​ອົບຮົມຮ່ວມ​ພັດທະນາ ກໍ່​ຖືກຕຳຫຼວດເອີ້ນ​ໄປສອບຖາມເຊັ່ນ​ກັນ.
  10. ມື້​ວັນ​ທີ 4 ​ເດືອນມັງກອນ 2013, ​ເອກ​ອັກຄະລະທູດ​ ສປປ ລາວ ທີ່​ນະຄອນ ຈີ​ນິວາ, ທ່ານຍົງ ຈັນທະ​ລັງສີ ​ໄດ້​ຖະແຫຼງການ​ການ​ອີກຄັ້ງ​ໜຶ່ງ​ວ່າ ສົມບັດ​ບໍ່​ໄດ້​ຖືກ​ຕຳຫຼວດກັກ​ຕົວ​ ​ແລະ​ກ່າວ​ຢໍ້າວ່າ ສົມບັດ​ ອາດ​ຖືກລັກ​ພາ​ຕົວ.
    ຂ້າພະເຈົ້າບໍ່​ເຄີຍໂຕ້ແຍ້ງ​ຄຳ​ຖະ​ແຫຼ​ງການ​ຂອງ​ລັດຖະບານ. ​ໃນ​ທຸກ​ບົດ​ສຳພາດ​ຂອງຂ້າພະເຈົ້າ​ຕໍ່​ສື່ ​ແລະ​ໃນ​ການ​ເວົ້າ​ຕໍ່​ສາທາລະນະ ຂ້າພະເຈົ້າໄດ້​ຮ້ອງຂໍ​ໃຫ້​ລັດຖະບານ​ລາວ​ສືບ​ສວນຊອກ​ຫາ ​ສົມບັດ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພຂອງຜູ້ກ່ຽວ ​ແລະໃຫ້​ລາວໄດ້ກັບ​​ມາ​ຫາ​ຂ້າພະເຈົ້າ ​ແລະ​ຄອບຄົວດ້ວຍ​ຄວາມ​ປອດ​ໄພ. ຂ້າພະເຈົ້າຍັງ​ໄດ້​ບອກ​ວ່າ ສົມບັດ​ມີ​ບັນຫາ​ສຸຂະພາບ ​ເຊິ່ງຕ້ອງການ​​ກິນ​ຢາ​ທຸກໆ ມື້ ​ແລະ​ເມື່ອ​ໃດ​ລາວ​ກັບ​ມາ​, ຂ້າພະເຈົ້າຈະ​ພາລາ​ວ​ໄປ​ປິ່ນປົວ​ຢູ່​ຕ່າງປະ​ເທດ​ຈົນ​ກວ່າ​​ຈະ​ຫາຍ​ເປັນ​ປົກກະຕິ.

ວຽກຂອງສົມບັດ:

ຕະຫຼອດ 30 ປີ ຜ່ານມາ ສົມບັດເຮັດວຽກຢ່າງເປີດເຜີຍໃນການສະໜັບສະໜູນ ນະໂຍບາຍຂອງລັດຖະບານ ໂດຍເລັ່ງໃສ່ວຽກງານເພີ່ມການຮັບປະກັນທາງດ້ານ ສະບຽງອາຫານ ແລະປັບປຸງຊີວີດການເປັນຢູ່ຂອງປະຊາຊົນ ເຂດຊົນນະບົດ, ສົ່ງເສີມ ການໃຊ້ ເທັກໂນໂລຢີ ທີ່ເໝາະສົມໃນວຽກງານຈັດຫານ້ຳສະອາດ ແລະ ສຸຂະອະນາໄມ, ປັບປຸງການຮຽນການສອນ ໃນໂຮງຮຽນ, ສະໜັບສະໜູນການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນ ວຽກ​ງານໄວໜຸ່ມ ໂດຍການຝືກອົບອົບຮົມທັກສະການເປັນຜູ້ນຳພາ​ກິດ​ຈະ​ກຳ ແລະ ການລົງບໍລິການຊຸມຊົນ. ໃນຊຸມປີຫລັງໆ ມານີ້ ລາວໄດ້ເຮັດວຽກຢ່າງ ໃກ້ຊິດກັບອົງການພຸດທະສາດສະໜາ ໃນການຝືກອົບ​ຮົມພະສົງ ເພື່ອສະໜັບສະໜູນ ຕໍ່ວຽກ​ງານລັດຖະບານໃນການ​ແກ້​ໄຂບັນຫາຢາເສບຕິດ ແລະການຟື້ນຟູຜູ້ຕິດຢາ. ໃຫ້ການຊ່ວຍ​ເຫຼືອຜູ້ຕິດເຊື້ອແລະຜູ້ໄດ້ຮັບຜົນກະທົບຈາກບັນຫາໂລກເອດ.​

ໃນ ​ຫຼາຍບົດ​ຄວາມ​ ​ແລະ​ຖະ​ແຫຼ​ງການຫວ່າງ​ມໍ່ໆ ​ມາ​ນີ້ ທີ່​ກ່ຽວກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ບາງ​ຄັ້ງໄດ້ໃຫ້ນາມລາວວ່າ ເປັນຜູ້ປົກ​ປ້ອງ​ສິດທິ​ມະນຸດຫຼື ນັກ​ຕໍ່ສູ້​ທາງ​ດ້ານ​ສັງຄົມ. ຄຳ​ສັບ​ດັ່ງກ່າວ​ນີ້​ບໍ່​ໄດ້​ສະ​ແດງ​ເຖິງຕົວ​ຕົນຂອງສົມບັດ​ ຫລື ວຽກ​ຂອງ​ລາວ​ຢ່າງ​ແທ້​ຈິງຢ່າງ​ໃດ​ເລີຍ. ແມ່ນແທ້ທີ່ ສົມບັດ ກໍ່ຄືຜ່ານ​ວຽກ​ງານຂອງ​ລາວ ​ໄດ້​ເຮັດ​ວຽກຢ່າງ​ບໍ່ຮູ້ອິດຮູ້​ເມື່ອຍ​ເພື່ອພັດທະນາ ຊັບພະຍາກອນມະນຸດ ແລະ ​ຊ່ວຍ​ເຫຼືອ ປະຊາຊົນທີ່ທຸກຍາກໃນ​ເຂດຊົນນະບົດໃຫ້ມີຄວາມເປັນ​ຢູ່​ທີ່ດີ​. ​ແຕ່​ວຽກ​ຂອງ​ສົມບັດ​ບໍ່​ເຄີຍ​ທ້າທາຍຫຼືເປັນປໍ​ລະ​ປັກ​ຕໍ່​ນະ​ໂຍບາຍລັດຖະບານ. ທຸກ ​ໂຄງການ ທຸກ​ກິດຈະກຳ ທີ່​ສົມບັດ​ຈັດ​ຕັ້ງ​ປະຕິບັດ​ລ້ວນ​ແລ້ວ ​ແຕ່​ໄດ້​ຮັບ​ການ​ອະນຸມັດ​ຈາກ​ຂະ  ແໜງ​ການ​ຂອງ​ລັດ ​ແລະ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ເຊິ່ງສົມບັດ​ມີ​ຄວາມ​ເຊື່ອ​ຢ່າງ​ໜັກ​ແໜ້ນ​ວ່າ ​ແຜນ​ງານ​ການ​ພັດທະນາທີ່ມີ​ປະສິດທິພາບ ​ແລະທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ໃນ​ທາງບວກ ​ໃນ​ໄລຍະ​ຍາວນັ້ນ ​ຈະ​ຕ້ອງເປັນ​ການ​ຮ່ວມມື​ກັນ​ກັບ​ຫລາຍ​ພາກສ່ວນ​ໃນ​ສັງຄົມ​ລາວ ​ເຊັ່ນ ພາກ​ລັດ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ອົງການ​ຈັດ​ຕັ້ງ​ບໍ່​ສັງກັດ​ລັດ, ພໍ່​ແມ່, ຄູ ອາຈານ, ຊາວໜຸ່ມ, ຜູ້​ເຖົ້າ​ຜູ້​ແກ່ ​ຕະຫຼອດ​ຮອດ​ຊາວບ້ານ. ນີ້​ແມ່ນ​ຫຼັກການ​ພື້ນຖານ​ທີ່​ເປັນ​ແນວທາງ​ໃນ​ການ​ເຮັດ​ວຽກ​ຂອງ​ລາວ ຕະຫຼອດໄລ​ຍະ 30 ປີ.

ປັດ ​ສະ​ຍາ​ການ​ພັດທະນາ​ຂອງສົມບັດ​ແມ່ນ​​ສົ່ງ​ເສີມ​ການ​ພັດທະນາ​ໃຫ້​ມີຄວາມ​ສົມ​ ດູ​ນ​ແລະ​ຍືນຍົງ ສົມບັດ​ບໍ່​ເຄີຍ​ມີ​ແນວຄິດ​ຄັດ​ຄ້ານ​ການ​ພັດທະນາດ້ານເສດຖະກິດ ​ແຕ່​ລາວ​ຢາກຊັກຊວນໃຫ້​ຄຳ​ນຶງ​ເຖິງການ​ພັດທະນາ​ດ້ານ​ເສດຖະກິດໃຫ້​ມີ​ຄວາມ​ ສົມ​ດູ​ນໄປ​ພ້ອມໆ​ກັບ​ການ​ພັດທະນາ​ດ້ານ​ຈິດ​ໃຈ-ຄວາມ​ຢູ່​ດີ​ມີ​ສຸກ, ດ້ານ​ສິ່ງແວດ​ລ້ອມ ​ແລະ ດ້ານວັດທະນະທຳ. ສົມບັດ​ເຊື່ອ​ວ່າ ການ​ພັດ​ທະ​ນາ​ໂດຍ​ຄຳ​ນຶງ​ເຖິງຄວາມ​ສົມ​ດູນ​ໃນ 4 ດ້ານ​ນີ້​​ແມ່ນ​ວິທີ​ທາງ​ທີ່​ດີທີ່ສຸດ, ຈະ​ສົ່ງ​ຜົນ​ສຳ​ເລັດ​ໃນ​ໄລ​ຍະ​ຍາວໃນ​ການ​ກ້າວ​ໄປ​​ສູ່​ສັງ​ຄົມ​ທີ່​ສະ​ຫງົບ​ສຸກ, ​ເສດຖະກິດທີ່​ມີຄວາມ​ໝັ້ນ​ຄົງ, ​ແລະ​ ສິ່ງ​ແວດ​ລ້ອມ​ທີ່​ຍືນ​ຍົງ. ​ແນວ ​ຄວາມ​ຄິດ​ດັ່ງກ່າວ​ບໍ່​ແມ່ນ​ສິ່ງໃໝ່​ແຕ່​ມັນ​ກໍນອນ​ຢູ່​ໃນ​ນະ​ໂຍບາຍ​ດ້ານ​ ການ​ພັດທະນາ​ຂອງ​ລັດຖະບານເຊັ່ນ​ກັນ ​ເຊິ່ງ​ກໍແມ່ນ​​ເງື່ອນ​ໄຂ​ພື້ນຖານທີ່​ຈຳ​ເປັນ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ເພື່ອບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ​ແລະ​ເຮັດ​ໃຫ້​ລາວ​ຫຼຸດພົ້ນຈາກ​ການ​ເປັນປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020.

ຂໍຂອບໃຈ

ວຽງຈັນ, ວັນທີ 13 ມັງກອນ 2013

ຂໍຮ້ອງຈາກຫຼານສາວລຸງສົມບັດ

ປະຈຸບັນຫຼາຍຄົນຢ້ານທີ່ຈະກ່າວເຖິງການຫາຍໂຕໄປຂອງລຸງຂ້ອຍ, ລຸງ ສົມບັດ ສົມພອນ. ດ້ວຍ ເຫດຜົນໃດຂ້ອຍບໍ່ຮູ້ ແຕ່ຂ້ອຍຮູ້ສຶກວ່າສັງຄົມລາວ ບໍ່ຄວນຈະເປັນແນວນີ້.

ຕັ້ງແຕ່ເຫດການນີ້ເກີດຂື້ນກັບຄອບຄົວຂ້ອຍ, ຂ້ອຍກໍໄດ້ຍິນເລື່ອງລາວ ການຫາຍຕົວໄປ ຂອງຄົນລາວ ຄົນອື່ນໆ ຫຼາຍຂື້ນເລື້ອຍໆ. ແຕ່ລະຄອບຄົວມີຄວາມທຸກທໍລະມານໃຈ ທີ່ສຸດ ແລະຂ້ອຍເອງໄດ້ເຂົ້າໃຈ ຄວາມຮູ້ສືກນັ້ນ ເລີ່ມຕັ້ງແຕ່ມື້ທຳອິດທີ່ລຸງຂ້ອຍຫາຍໂຕໄປ.

Please-return-Sombath-Safelyຄອບຄົວພວກຂ້ອຍໄດ້ຂຽນໃບຮ້ອງທຸກ ຫາສານອາຍາ, ຫາກະຊວງປ້ອງກັນ ຄວາມສະຫງົບ, ຫາສະພາ ແຫ່ງຊາດ, ຫາກະຊວງການຕ່າງປະເທດ, ຫາຫ້ອງການ ລັດທະບານ ເພື່ອຂໍຄວາມຊ່ວຍເຫຼືອ ເຊິ່ງກໍ ໄດ້ຮັບຄວາມຮ່ວມມື ຮັບເອົາເອກະສານ ແຕ່ກໍບໍ່ໄດ້ຂ່າວຄາວຄວາມຄືບໜ້າ ຫຍັງກັບມາເລີຍ.

ຄົນຫຼາຍຄົນຢ້ານທີ່ຈະເວົ້າເຖິງລຸງຂ້ອຍ, ແມ້ແຕ່ໜັງສື່ພາຍໃນຫຼາຍບ່ອນຍັງບໍ່ກ້າ ລົງຂ່າວຄົນຫາຍ. ການລົງຂ່າວແຈ້ງຄົນ ຫາຍມັນບໍ່ໜ້າຈະຜິດຫຍັງ, ບໍ່ຄວນຈະເປັນເລື່ອງໜ້າຢ້ານ.

ລຸງຂ້ອຍລາວເຮັດຫຍັງຜິດ? ເຖິງວ່າລາວຜິດລາວກໍຄວນມີສິດໃນຖານະມະນຸດຄົນໜຶ່ງ ຄວນໄດ້ຮັບ ການຊ່ວຍເຫຼືອຈາກສັງຄົມພາຍໃຕ້ກົດໝາຍລາວ ເພາະລາວຖືກບັງຄັບ ໃຫ້ຫາຍໂຕໄປ ແລະ ຄອບຄົວ ເຮົາຮຽກຮ້ອງໃຫ້ຊ່ວຍຊອກຫາໃຫ້ແດ່, ພວກເຮົາບໍ່ໄດ້ ປະທ້ວງຫຼືປະນາມໃຜ. ພວກເຮົາແຄ່ຂໍພື້ນທີ່ໃນ ການຊອກຫາຄົນຫາຍ. (ຕາມກົດໝາຍລາວ: ມາດຕາ 42 (ໃໝ່). Continue reading “ຂໍຮ້ອງຈາກຫຼານສາວລຸງສົມບັດ”

ສົມບັດຢູ່ໃສ?

ສົມບັດ ສົມພອນ ເປັນທັງໝູ່, ເພື່ອນຮ່ວມວຽກ, ແລະນັກຝັນ ທີ່ໄດ້ອຸທິດເວລາທັງຊີວິດວຽກງານຂອງລາວ ໃຫ້ກັບປະຊາຊົນ ແລະປະເທດຂອງຕົນ.

ຄັ້ງທ້າຍສຸດທີ່ມີຄົນເຫັນລາວ ແມ່ນໃນຕອນຄຳຂອງວັນທີ 15 ທັນວາ 2012, ໃນຂະໜະທີ່ລາວກຳລັງຂັບ ລົດຈິບຂອງລາວກັບບ້ານ.

ວິດີໂອ ບັນທຶກ ໃຫ້ເຫັນວ່າ ຕຳຫຼວດໄດ້ຢຸດ ສົມບັດ ແລ້ວພາຕົວລາວໄປ.

ໃນຂະໜະທີ່ເຈົ້າໜ້າທີ່ຍັງ ຄົງສືບຕໍ່ ປະຕິເສດການມີສ່ວນຮ່ວມ ໃນເຫດການນີ້, ໃນສາຍຕາຂອງວົງກວ້າງ ການລັກພາຕົວ ສົມບັດ ຍັງຖືເປັນການຫາຍຕົວໄປແບບ ຖືກບັງຄັບ (Enforced Disappearance).

ເວັບໄຊນີ້ ສ້າງຂຶ້ນມາ ດ້ວຍຫວັງທີ່ຈະຊ່ວຍນຳເອົາຄວາມຍຸຕິທຳມາສູ່ ສົມບັດ ແລະຄອບຄົວຂອງລາວ, ແລະເພື່ອເປັນກະບອກສຽງໃຫ້ກັບແນວຄິດ ແລະອຸດົມຄະຕິຂອງລາວ.