ຈົດໝາຍ​ເປີດ​ໃຈມາ​ຍັງ​ຜູ້​ປາດຖະໜາ​ດີ​ຕໍ່​ສົມບັດ

ຈາກ ຊຸຍ​ມິ​ງ, ​ເມຍ​ຂອງ ​ສົມບັດ ສົມ​ພອນ

ຕັ້ງ​ແຕ່ ສົມບັດ​ຫາຍ​ຕົວ​ໄປ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ​ເດືອນ​ທັນວາ ປີ 2012, ທັງຄອບ​ຄົວ​ແລະ ​​ຂ້າພະເຈົ້າເອງ​ ​ແມ່ນ​ປະ​ທັບ​ໃຈ​ຕໍ່​ຄວາມ​ຮັກ, ​ຄວາມ​ຫ່ວງ​ໃຍ​ແລະ​ ການ​ສະ​ໜັບ​ສະ​ໜູນ ຈາກ​ໝູ່​ຄູ່, ​ເພື່ອນ​ຮ່ວມ​ງານ, ອົງການ​ຈັດ​ຕັ້ງຕ່າງໆ ພາຍ​ໃນ​ຂົງ​ເຂດ​ແລະ​ໃນ​ລະດັບ​ສາກົນ, ອົງກອນ​​ພາກ​ສັງຄົມ, ຕົວ ​ແທນ​ລັດຖະບານ ​ແລະ ຕົວ​ແທນ ສື່ມວນ​ຊົນ ທີ່​ໄດ້​ຮ່ວມ​ມື​ກັນຮຽກຮ້ອງ​ໃຫ້ ລັດຖະບານ​ລາວ ສຸມ​ກຳລັງ ​ແລະ​ຄວາມ​ອາດ​ສາມາດ​ທີ່​ມີ​ຢູ່​ໃນການ​ສືບສວນ​ຊອກຫາວ່າ ​ສົມບັດ​ຢູ່​ບ່ອນ​ໃດ ​​ເພື່ອ​​ໃຫ້​ໄດ້​ກັບ​ຄືນ​ມາ​ຫາຂ້າພະເຈົ້າ ​ແລະ​ຄອບຄົວຢ່າງ​ປອດ​ໄພ. ພວກ​ເຮົາຊາ​ບຊຶ້ງ ​Sombath with Tutu (cropped)ແລະ ປະ​ທັບ​ໃຈທີ່​ທຸ​ກຄົນສະ​ແດງ​ຄວາມ​ສາມັກຄີ​ເປັນ​ຫ່ວງ​ຕໍ່ຄວາມ​ປອດ​ໄພ​​ຂອງ ສົມບັດ.

ໃນ ​ຂະນະ​ດຽວ​ກັນ ມີ​ຫລາຍ​ບົດ​ເລື່ອງ ​ແລະ​ ຖ​ະ​ແຫຼ​ງການ​ທີ່​ຂຽນ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ​ແລະ​ ຮຽກຮ້ອງ​ເຖິງຄວາມ​ປອດ​ໄພ​ແມ່ນ​ເປັນ​ປະ​ໂຫຍ​ດ, ມີບາງ​ບົດ​ລາຍ​ງານສະ​ແດງ​ຄວາມ​ຄິດ​ເຫັນ​ບາງ​ຢ່າງທີ່​ຂາດ​ຂໍ້​ມູນ​​ແທ້​ຈິງ ຫຼື ເປັນ​ການ​ຄາດ​ເດົາ. ສິ່ງ​ທີ່​ຂ້າພະເຈົ້າ​ປາດ​ຖະໜາ ​ແມ່ນ​ຄວາມ​ປອດ​ໄພ ​ແລະ​ຄວາມເປັນຢູ່ຂອງ​ສົມບັດ ບໍ່ວ່າລາວຈະຢູ່ໃສ. ດ້ວຍ ​ເຫດຜົນ​ນີ້ ຂ້າພະເຈົ້າຈິ່ງ​ຂໍ​ຮຽກຮ້ອງ​ຜູ້​ທີ່​ປາ​ດ​ຖະໜາ​ດີ ຢ່າເວົ້ານອກເໜືອຈາກຄວາມຈິງ​ຫຼືເຮັດໃຫ້ຄົນເຂົ້າໃຈຜິດກ່ຽວກັບສົມບັດ ຫລື ວຽກຂອງລາວ.

ນີ້​ຄື​ຂໍ້​ມູນ​ທີ່​ແທ້​ຈິງ​ທີ່​ຂ້າພະເຈົ້າຮູ້:

  1. ສົມບັດ​ ຖືກ​ພົບ​ເຫັນ​​ຄັ້ງ​ສຸດ​ທ້າຍ ​ເມື່ອ​ວັນ​ທີ 15 ​ເດືອນທັນວາ ເຊິ່ງຜູ້ກ່ຽວຂັບ​ລົດ​ຈີບ​ຕາມ​ຫຼັງຂ້າພະເຈົ້າມາເພື່ອກັບ​ບ້ານ​​ກິນ​ເຂົ້າ​ແລງ ​ຂ້າພະເຈົ້າເຫັນ​ລາວ​ຄັ້ງ​ສຸດ​ທ້າຍ​ຜ່ານ​ແ​ວ່ນລົດ​ເບື້ອງ​ຂ້າງເວລາ ປະມານ 6 ​ໂມງ​ແລງ ​ໃກ້​ກັບປ້ອມ​ຕຳ​ຫຼວດ ກິ​ໂລ​ແມັດ​ທີ 3 ຢູ່ຖະໜົນ​ທ່າ​ເດື່ອ.
  2. ເມື່ອ​ລາວ​ບໍ່​ກັບມາ​​ບ້ານ​ຄືນນັ້ນ, ພວກ ​ເຮົາ​​ໄດ້ໄປ​ຊອກ​ຫາ​ທຸກ​ຫົນ​ແຫ່ງ ບ່ອນ​ທີ່​ລາວ​ຖືກພົບ​ເຫັນ​ຄັ້ງ​ສຸດ​ທ້າຍ ​ແລະ​ໄປ​ຊອກ​ຫາ​ຕາມ​ໂຮງໝໍ​ ດ້ວຍຄວາມ​ຫວັງທີ່​ຈະ​ພົບ​ເຫັນ ​ແຕ່​ກໍ່​ບໍ່ໄດ້ຫຍັງ.
  3. ມື້​ວັນ​ທີ 16 ​ເດືອນທັນວາ ພວກ​ເຮົາ​ໄດ້​ໄປ​ລາຍ​ງານ​ຕໍ່​ບ້ານ, ​ເມືອງ ​ແລະ ເຈົ້າໜ້າທີ່ຕໍາຫຼວດ. ທາງຄອບຄົວ​ໄດ້​ສືບຕໍ່​ຊອກ​ຫາ​ອີກ​ຄັ້ງ​ຕາມ​ໂຮງໝໍ​ຫຼາຍ​ແຫ່ງ​ໃນະຄອນຫຼວງ​ວຽງ​ຈັນ ​ແຕ່​ກໍ່​ບໍ່​ມີ​ຮ່ອງ​ຮອຍ​ໃດໆ.
  4. ວັນ​ທີ 17 ​ເດືອນ​ທັນວາ 2012 ​ໄດ້​ຂໍ​ຮ້ອງ​​ໄປ​ຍັງຫ້ອງການ​ຕຳຫຼວດ​ນະຄອນ​ຫຼວງ​ວຽງ​ຈັນ​ເພື່ອ​ເບິ່ງການ​ບັນທຶກ​ພາບ​ຖ່າຍຈາກ​ກ້ອງ​ວົງ​ຈອນ​ປິດ (CCTV) ທີ່​ຕິດ​ຕັ້ງ​ໄວ້​ໃກ້​ກັບ​ປ້ອມ​ຕຳຫຼວດ ບ່ອນ​ທີ່​ສົມບັດຖືກ​ພົບ​ເຫັນ​ຄັ້ງ​ສຸດ​ທ້າຍ. ຕຳຫຼວດ ​ທີ່​ເຂົ້າ​ເຮັດ​ວຽກ​ຢູ່​ໃນ​ຂະນະ​ນັ້ນ​ໄດ້​ໃຫ້​ຄວາມ​ຮ່ວມ​ມື​ເປັນ​ຢ່າງ​ດີ ອະ​ນຸຍາດ​ໃຫ້​ພວກ​ເຮົາ​ເບິ່​ງຟິມທີ່​ບັນທຶກ​ໄວ້​ຈາກກ້ອງ​ CCTV. ຈາກ ​ຟິມທີ່​ບັນ​ທືກ​ໄວ້ ພວກ​ເຮົາ​ເຫັນ​ຕຳຫຼວດ​ຢຸດ​ລົດ​ສົມບັດ​ຢູ່​ປ້ອມ​ຕຳ​ຫຼວດ ແລະ ສົມບັດ​ຍ່າງ​ລົງ​ຈາກ​ລົດ ​ແລະ​ເຂົ້າ​ໄປ​ໃນ​ປ້ອມ​ຕຳຫຼວດ.
  5. ຕໍ່ ​ມາ​ມີ​ຄົນ​ຂີ່​ລົດຈັກ​ຄັນ​ໜຶ່ງມາ ຈອດ​ລົດ​ໄວ້ໃກ້ກັບ​ລົດ​ຈີບແລ້ວ​ແລ່ນ​ເຂົ້າ​ໄປ​ໃນ​ປ້ອມ​ຕຳຫຼວດ ​ແລະ​ຕໍ່​ມາກໍອອກມາຂັບ​ລົດ​ສົມບັດອອກໄປ.
  6. ບໍ່ພໍເທົ່າໃດນາທີ ກໍ່ເຫັນ​ລົດ​ກະບະ​ຄັນ​ສີຂາວ ໃຊ້ໄຟສັນ​ຢານ​ຂໍທາງ ​ແລະ​ຂັບມາ​ຢຸດ​​ໄກ້​ກັບ​ປ້ອມ​ຕຳຫຼວດ ​ແລະ ເຫັນສອງ ຫຼື ສາມ​ຄົນ​​ຂຶ້ນ​ລົດ​ແລະ​ຂັບ​ລົດ​ອອກ​ໄປ​ດ້ວຍ​ຄວາມ​ຟ້າວ​ຝັ່ງ.
  7. ຂໍ້​ມູນ​ຂ້າງ​ເທິງ​ນີ້​ຂ້າພະເຈົ້າ​ໄດ້​ລາຍ​ງານ​ໃນ​ຈົດໝາຍ ລົງ​ວັນ​ທີ 17 ​ເດືອນ​ທັນວາ 2012 ​ໄປ​ຍັງ​ຫົວໜ້າ​ຫ້ອງການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ວັນ​ທີ 18 ​ເດືອນ​ທັນວາຂ້າພະເຈົ້າ​ກໍ່​ໄດ້​ຂຽນຈົດໝາຍ​ອີກສະບັບ​ໜຶ່ງ​ໄປ​ຫາ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກັບ​ສຳເນົາຟີມ​ບັນທຶກ​ພາບຈາກ​ກ້ອງ​ CCTV ​ແລະ​ບົດບັນທຶກ​ຂອງເຈົ້າ​ໜ້າທີ່​ຕຳຫຼວດທີ່ກ່ຽວຂ້ອງ. ຂ້າພະເຈົ້າໄດ້​ຂໍ​ຮ້ອງ​ໃຫ້​ທ່ານ​ລັດຖະມົນຕີ​ຊ່ວຍ​ຕິດຕາມ​ສືບສວນການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ.
  8. ວັນ​ທີ 19 ​ເດືອນ​ທັນວາ 2012 ລັດຖະບານ​ລາວ​ໄດ້​ອອກ​ຖະ​ແຫຼງການ​ວ່າ ​ເຈົ້າ​ໜ້າ​ທີ່​ໄດ້​ຢຸດ​ລົດ​ຂອງ​ສົມ​​ບັດແທ້ຕາມ​ເຫັນ​ໃນ​ການ​ບັນທຶກ​ພາບ​ຂອງ​ກ້ອງ CCTV ແຕ່​ເປັນ​ການ​ກວດກາ​​ເອກະ​ສານ​ລົດ​ຕາມ​ປົກກະຕິ. ຕໍ່​ມາ​ກໍ່​ໄດ້ເວົ້າ​ວ່າ ບຸກຄົນ​ທີ່​ຂຶ້ນ​ລົດ​ກະບະຄັນ​ສີຂາວ​ບໍ່​ສາມາດ​ຢັ້ງຢືນ​ວ່າ ​ມີສົມບັດ​ໃນ​ກຸ່ມ​ຄົນ​ດັ່ງກ່າວ. ຖະ​ແຫຼ​ງການ​ກ່າວ​ຕໍ່​ໄປ​ວ່າ ສົມບັດອາດຖືກລັກ​ພາ​ຕົວ ຍ້ອນ​ເຫດຜົນ​ການ​ຄັດ​ແຍ່ງສ່ວນ​ຕົວ ຫຼື ການ​ຄັດ​ແຍ່​ງທາງ​ທຸລະ​ກິດ. ຖະ ​ແຫຼ​ງການ​ກ່າວ​ຕອນທ້າຍ​ວ່າລັດຖະບານ​ຈະ​ເອົາ​ໃຈ​ໃສ​ສືບສວນ​ຢ່າງ​ຈິງຈັງ​ ເພື່ອຊອກຫາສົມ​ບັດ ​ແລະ​ສົ່ງ ລາວ​ກັບ​ຄືນ​ຫາຄອບຄົວ​ດ້ວຍ​ຄວາມ​ປອດ​ໄພ.
  9. ວັນ​ທີ 26 ​ເດືອນ​ທັນວາ 2012 ຂ້າພະເຈົ້າໄດ້​ຖືກເຊີນໄປ​ຫ້ອງການ​ຕຳຫຼວດ​ນະຄອນ​ຫຼວງ​ວຽງ​ຈັນ ແລ້ວ​ຖືກສອບຖາມ​ກ່ຽວ​ກັບ​ຊີວະ​ປະຫວັດຂອງ​ສົມບັດ, ຄອບຄົວ​ ແລະ ວຽກ​ຂອງ​ລາວ, ຊີວະປະຫວັດ ແລະ ວຽກ​ງານ​ຂອງ​ຂ້າພະເຈົ້າ. ຫຼານ​ສາວ​, ນ້ອງ​ສະ​ໄພ້​ຂອງຂ້າພະເຈົ້າ ​ແລະ ​ເພື່ອນ​ຮ່ວມ​ງານ​ຂອງ​ສົມບັດ​ທີ່​ເຮັດ​ວຽກຢູ່​ສູນ​​ອົບຮົມຮ່ວມ​ພັດທະນາ ກໍ່​ຖືກຕຳຫຼວດເອີ້ນ​ໄປສອບຖາມເຊັ່ນ​ກັນ.
  10. ມື້​ວັນ​ທີ 4 ​ເດືອນມັງກອນ 2013, ​ເອກ​ອັກຄະລະທູດ​ ສປປ ລາວ ທີ່​ນະຄອນ ຈີ​ນິວາ, ທ່ານຍົງ ຈັນທະ​ລັງສີ ​ໄດ້​ຖະແຫຼງການ​ການ​ອີກຄັ້ງ​ໜຶ່ງ​ວ່າ ສົມບັດ​ບໍ່​ໄດ້​ຖືກ​ຕຳຫຼວດກັກ​ຕົວ​ ​ແລະ​ກ່າວ​ຢໍ້າວ່າ ສົມບັດ​ ອາດ​ຖືກລັກ​ພາ​ຕົວ.
    ຂ້າພະເຈົ້າບໍ່​ເຄີຍໂຕ້ແຍ້ງ​ຄຳ​ຖະ​ແຫຼ​ງການ​ຂອງ​ລັດຖະບານ. ​ໃນ​ທຸກ​ບົດ​ສຳພາດ​ຂອງຂ້າພະເຈົ້າ​ຕໍ່​ສື່ ​ແລະ​ໃນ​ການ​ເວົ້າ​ຕໍ່​ສາທາລະນະ ຂ້າພະເຈົ້າໄດ້​ຮ້ອງຂໍ​ໃຫ້​ລັດຖະບານ​ລາວ​ສືບ​ສວນຊອກ​ຫາ ​ສົມບັດ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພຂອງຜູ້ກ່ຽວ ​ແລະໃຫ້​ລາວໄດ້ກັບ​​ມາ​ຫາ​ຂ້າພະເຈົ້າ ​ແລະ​ຄອບຄົວດ້ວຍ​ຄວາມ​ປອດ​ໄພ. ຂ້າພະເຈົ້າຍັງ​ໄດ້​ບອກ​ວ່າ ສົມບັດ​ມີ​ບັນຫາ​ສຸຂະພາບ ​ເຊິ່ງຕ້ອງການ​​ກິນ​ຢາ​ທຸກໆ ມື້ ​ແລະ​ເມື່ອ​ໃດ​ລາວ​ກັບ​ມາ​, ຂ້າພະເຈົ້າຈະ​ພາລາ​ວ​ໄປ​ປິ່ນປົວ​ຢູ່​ຕ່າງປະ​ເທດ​ຈົນ​ກວ່າ​​ຈະ​ຫາຍ​ເປັນ​ປົກກະຕິ.

ວຽກຂອງສົມບັດ:

ຕະຫຼອດ 30 ປີ ຜ່ານມາ ສົມບັດເຮັດວຽກຢ່າງເປີດເຜີຍໃນການສະໜັບສະໜູນ ນະໂຍບາຍຂອງລັດຖະບານ ໂດຍເລັ່ງໃສ່ວຽກງານເພີ່ມການຮັບປະກັນທາງດ້ານ ສະບຽງອາຫານ ແລະປັບປຸງຊີວີດການເປັນຢູ່ຂອງປະຊາຊົນ ເຂດຊົນນະບົດ, ສົ່ງເສີມ ການໃຊ້ ເທັກໂນໂລຢີ ທີ່ເໝາະສົມໃນວຽກງານຈັດຫານ້ຳສະອາດ ແລະ ສຸຂະອະນາໄມ, ປັບປຸງການຮຽນການສອນ ໃນໂຮງຮຽນ, ສະໜັບສະໜູນການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນ ວຽກ​ງານໄວໜຸ່ມ ໂດຍການຝືກອົບອົບຮົມທັກສະການເປັນຜູ້ນຳພາ​ກິດ​ຈະ​ກຳ ແລະ ການລົງບໍລິການຊຸມຊົນ. ໃນຊຸມປີຫລັງໆ ມານີ້ ລາວໄດ້ເຮັດວຽກຢ່າງ ໃກ້ຊິດກັບອົງການພຸດທະສາດສະໜາ ໃນການຝືກອົບ​ຮົມພະສົງ ເພື່ອສະໜັບສະໜູນ ຕໍ່ວຽກ​ງານລັດຖະບານໃນການ​ແກ້​ໄຂບັນຫາຢາເສບຕິດ ແລະການຟື້ນຟູຜູ້ຕິດຢາ. ໃຫ້ການຊ່ວຍ​ເຫຼືອຜູ້ຕິດເຊື້ອແລະຜູ້ໄດ້ຮັບຜົນກະທົບຈາກບັນຫາໂລກເອດ.​

ໃນ ​ຫຼາຍບົດ​ຄວາມ​ ​ແລະ​ຖະ​ແຫຼ​ງການຫວ່າງ​ມໍ່ໆ ​ມາ​ນີ້ ທີ່​ກ່ຽວກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ບາງ​ຄັ້ງໄດ້ໃຫ້ນາມລາວວ່າ ເປັນຜູ້ປົກ​ປ້ອງ​ສິດທິ​ມະນຸດຫຼື ນັກ​ຕໍ່ສູ້​ທາງ​ດ້ານ​ສັງຄົມ. ຄຳ​ສັບ​ດັ່ງກ່າວ​ນີ້​ບໍ່​ໄດ້​ສະ​ແດງ​ເຖິງຕົວ​ຕົນຂອງສົມບັດ​ ຫລື ວຽກ​ຂອງ​ລາວ​ຢ່າງ​ແທ້​ຈິງຢ່າງ​ໃດ​ເລີຍ. ແມ່ນແທ້ທີ່ ສົມບັດ ກໍ່ຄືຜ່ານ​ວຽກ​ງານຂອງ​ລາວ ​ໄດ້​ເຮັດ​ວຽກຢ່າງ​ບໍ່ຮູ້ອິດຮູ້​ເມື່ອຍ​ເພື່ອພັດທະນາ ຊັບພະຍາກອນມະນຸດ ແລະ ​ຊ່ວຍ​ເຫຼືອ ປະຊາຊົນທີ່ທຸກຍາກໃນ​ເຂດຊົນນະບົດໃຫ້ມີຄວາມເປັນ​ຢູ່​ທີ່ດີ​. ​ແຕ່​ວຽກ​ຂອງ​ສົມບັດ​ບໍ່​ເຄີຍ​ທ້າທາຍຫຼືເປັນປໍ​ລະ​ປັກ​ຕໍ່​ນະ​ໂຍບາຍລັດຖະບານ. ທຸກ ​ໂຄງການ ທຸກ​ກິດຈະກຳ ທີ່​ສົມບັດ​ຈັດ​ຕັ້ງ​ປະຕິບັດ​ລ້ວນ​ແລ້ວ ​ແຕ່​ໄດ້​ຮັບ​ການ​ອະນຸມັດ​ຈາກ​ຂະ  ແໜງ​ການ​ຂອງ​ລັດ ​ແລະ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ເຊິ່ງສົມບັດ​ມີ​ຄວາມ​ເຊື່ອ​ຢ່າງ​ໜັກ​ແໜ້ນ​ວ່າ ​ແຜນ​ງານ​ການ​ພັດທະນາທີ່ມີ​ປະສິດທິພາບ ​ແລະທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ໃນ​ທາງບວກ ​ໃນ​ໄລຍະ​ຍາວນັ້ນ ​ຈະ​ຕ້ອງເປັນ​ການ​ຮ່ວມມື​ກັນ​ກັບ​ຫລາຍ​ພາກສ່ວນ​ໃນ​ສັງຄົມ​ລາວ ​ເຊັ່ນ ພາກ​ລັດ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ອົງການ​ຈັດ​ຕັ້ງ​ບໍ່​ສັງກັດ​ລັດ, ພໍ່​ແມ່, ຄູ ອາຈານ, ຊາວໜຸ່ມ, ຜູ້​ເຖົ້າ​ຜູ້​ແກ່ ​ຕະຫຼອດ​ຮອດ​ຊາວບ້ານ. ນີ້​ແມ່ນ​ຫຼັກການ​ພື້ນຖານ​ທີ່​ເປັນ​ແນວທາງ​ໃນ​ການ​ເຮັດ​ວຽກ​ຂອງ​ລາວ ຕະຫຼອດໄລ​ຍະ 30 ປີ.

ປັດ ​ສະ​ຍາ​ການ​ພັດທະນາ​ຂອງສົມບັດ​ແມ່ນ​​ສົ່ງ​ເສີມ​ການ​ພັດທະນາ​ໃຫ້​ມີຄວາມ​ສົມ​ ດູ​ນ​ແລະ​ຍືນຍົງ ສົມບັດ​ບໍ່​ເຄີຍ​ມີ​ແນວຄິດ​ຄັດ​ຄ້ານ​ການ​ພັດທະນາດ້ານເສດຖະກິດ ​ແຕ່​ລາວ​ຢາກຊັກຊວນໃຫ້​ຄຳ​ນຶງ​ເຖິງການ​ພັດທະນາ​ດ້ານ​ເສດຖະກິດໃຫ້​ມີ​ຄວາມ​ ສົມ​ດູ​ນໄປ​ພ້ອມໆ​ກັບ​ການ​ພັດທະນາ​ດ້ານ​ຈິດ​ໃຈ-ຄວາມ​ຢູ່​ດີ​ມີ​ສຸກ, ດ້ານ​ສິ່ງແວດ​ລ້ອມ ​ແລະ ດ້ານວັດທະນະທຳ. ສົມບັດ​ເຊື່ອ​ວ່າ ການ​ພັດ​ທະ​ນາ​ໂດຍ​ຄຳ​ນຶງ​ເຖິງຄວາມ​ສົມ​ດູນ​ໃນ 4 ດ້ານ​ນີ້​​ແມ່ນ​ວິທີ​ທາງ​ທີ່​ດີທີ່ສຸດ, ຈະ​ສົ່ງ​ຜົນ​ສຳ​ເລັດ​ໃນ​ໄລ​ຍະ​ຍາວໃນ​ການ​ກ້າວ​ໄປ​​ສູ່​ສັງ​ຄົມ​ທີ່​ສະ​ຫງົບ​ສຸກ, ​ເສດຖະກິດທີ່​ມີຄວາມ​ໝັ້ນ​ຄົງ, ​ແລະ​ ສິ່ງ​ແວດ​ລ້ອມ​ທີ່​ຍືນ​ຍົງ. ​ແນວ ​ຄວາມ​ຄິດ​ດັ່ງກ່າວ​ບໍ່​ແມ່ນ​ສິ່ງໃໝ່​ແຕ່​ມັນ​ກໍນອນ​ຢູ່​ໃນ​ນະ​ໂຍບາຍ​ດ້ານ​ ການ​ພັດທະນາ​ຂອງ​ລັດຖະບານເຊັ່ນ​ກັນ ​ເຊິ່ງ​ກໍແມ່ນ​​ເງື່ອນ​ໄຂ​ພື້ນຖານທີ່​ຈຳ​ເປັນ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ເພື່ອບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ​ແລະ​ເຮັດ​ໃຫ້​ລາວ​ຫຼຸດພົ້ນຈາກ​ການ​ເປັນປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020.

ຂໍຂອບໃຈ

ວຽງຈັນ, ວັນທີ 13 ມັງກອນ 2013