ຄະນະກຳມາທິການສິດທິມະນຸດອາຊຽນ (AICHR)…ແມ່ນຫຍັງ?

AICHRພາກສະເໜີ

ໃນປີ 2007, ລັດສະມາຊິກຂອງອາຊຽນໄດ້ຮັບຮອງເອົາກົດບັດອາຊຽນ. ໃນມາດຕາ 14 ຂອງກົດບັດກໍ່ໄດ້ກຳນົດວ່າອາຊຽນຈະສ້າງຕັ້ງ “ອົງກອນສິດທິມະນຸດຂື້ນ”.

ໃນປີ 2009 ກອງປະຊຸມລະດັບລັດຖະມົນຕີອາຊຽນກໍ່ໄດ້ຮັບຮອງເອົາລະບຽບການຂອງຄະນະກຳມາທິການສິດທິມະນຸດອາຊຽນ (AICHR). ໃນລະຫວ່າງກອງປະຊຸມສຸດຍອດຄັ້ງທີ 15 ທີ່ຈັດຂື້ນໃນປະເທດໄທໃນເດືອນ ຕຸລາ 2009, ບັນດາຜູ້ແທນຄະນະກຳມາທິການສິດທິມະນຸດອາຊຽນຈາກ 10 ປະເທດກໍ່ໄດ້ຮັບການແຕ່ງຕັ້ງຂື້ນໂດຍປະເທດລະໜຶ່ງຄົນ. ຕໍ່ມາຄະນະກຳມາທິການສິດທິມະນຸດອາຊຽນກໍ່ໄດ້ຮັບການເປີດຕົວ ແລະ ດຳເນີນງານຢ່າງເປັນທາງການ.

ຄະນະກຳມາທິການສິດທິມະນຸດແມ່ນເປັນອົງກອນທີ່ມີໜ້າທີ່ຮັບພິຊອບລວມດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ. ໃນຖານະທີ່ເປັນອົງກອນເພື່ອການສົ່ງເສີມສິດທິມະນຸດໃນພາກພື້ນ, ອົງກອນດັ່ງກ່າວແມ່ນມີພັນທະໜ້າທີ່ໃນການປະສານງານ ແລະ ຮ່ວມມືກັບອົງກອນອື່ນໆທີ່ດຳເນີນງານດ້ານສິດທິມະນຸດຢ່າງໃກ້ສິດ. ຄະນະກຳມາທິການສິດທິມະນຸດປຽບເໝືອນກັບເປັນອົງກອນພາກລັດຖະບານທີ່ໃຫ້ຄຳປຶກສາຫາລື. Continue reading “ຄະນະກຳມາທິການສິດທິມະນຸດອາຊຽນ (AICHR)…ແມ່ນຫຍັງ?”

ອົງການ ປົກປອ້ງ  ສິດທິ ມະນຸດ ຣຽກຣອ້ງ ກູ່ມ ປະເທດເອຊຽນ ໃຫ້ ຢຸດຕິ ຄວາມ ງຽບສງັດ ເມີນເສີຍ ຕໍ່ ກໍຣະນີ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ

International Federation for Human Rights: 17 December 2014

15 ທັນວາ 2014FIDH-Logo

ອົງການ ປົກປອ້ງ  ສິດທິ ມະນຸດ ຣຽກຣອ້ງ ກູ່ມ ປະເທດເອຊຽນ ໃຫ້ ຢຸດຕິ ຄວາມ ງຽບສງັດ ເມີນເສີຍ ຕໍ່ ກໍຣະນີ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ

ເນື່ອງ ໃນ ໂອກາດ ວັນ ຄົບຣອບ ສອງ ປີ ແຫ່ງ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ, ຜູ້ນໍາ ດີເດັ່ນ ຂອງ ພາກປະຊາ ສັງຄົມ, ພວກ ຂ້າພະເຈົ້າ, ໝາຍ ມີ ອົງການ ຈັດຕັ້ງ ຂັ້ນ ທອ້ງຖີ່ນ ເອເຊັຍ ແລະ ນາໆ ຊາດ ດ້ານ ການ ປົກປອ້ງ ສິດທິ ມະນຸດ, ຂໍ ປະນາມ ຢ່າງ ແຫ່ງ ຕໍ່ ການປະຕິເສດ ສເມີ ມາ ຂອງ ທາງການ ສປປ ລາວ ໃນການ ໃຫ້ ຂໍ້ມູນ ກ່ຽວກັບ ຊາຕາກັມ ຂອງ ທ່ານ ສົມບັດ.

ການ ເມີນເສີຍ ແບບ ເຈດຕະນາ ຂອງ ລັຖະບານ ສປປ ລາວ ຕໍ່ ຊາຕາກັມ ຂອງ ທ່ານ ສົມບັດ ແມ່ນ ນະໂຍບາຍ ຍຸດທະສາດ ເພື່ອ ເຣັດໃຫ້ ການ ຫາຍ ສາບສູນ ແບບ ຄາດຕະກັມ ຢ່າງ ໂຫດຣ້າຍ ລາຍນີ້ ຖືກ ປັດເຂັ່ຍ ຫລົງລືມ ນັ້ນ ເອງ. ໜ້າເສັຽດາຍ ທີ່ ສຸດ ທີ່ ບັນດາ ປະເທດ ພາຄີ ເອຊຽນ ພາກັນ ງຽບສະງັດ ຕໍ່ ກໍຣະນີ ຂອງ ການ ຫາຍຕົວ ຂອງ ທ່ານ ສົມບັດ. ພວກ ຂ້າພະເຈົ້າ ເຫັນວ່າ  ກູ່ມ ປະເທດ ເອຊຽນ, ພອ້ມດວ້ຍ ຄະນະ ກັມມາທິການ ດ້ານ ສິດທດ ມະນຸດ ຂອງ ອົງການ ເອຊຽນ, ຄວນຈະ ເຊົາ ມິດງຽບ ໃດ້ ແລ້ວ ໃນ ກໍຣະນີ ນີ້.

ແທນທີ່ ຈະ ບໍ່ ໃຫ້ ມີການ ແຊກແຊງ ກິດຈະການ ພາຍໃນ ຂອງ ແຕ່ລະ ປະເທດ ເອຊຽນ ນັ້ນ ກູ່ມ ປະເທດ ພາຄີ ຄວນຈະ ພາກັນ ເອົາ ຄວາມ ຣັບຜິດຊອບ ໃນ ນາມ ເປັນ ພາຄີ ຂອງ ປະຊາຄົມ ສາກົນ ໂດຍ ະຫນັບສະຫນູນ ຫຼັກການ ບົ່ງໃວ້ ໃນ ກົດບັດ ສິດທິ ມະນຸດ ຂອງ ກູ່ມ 10 ປະເທດ ເອຊຽນ ວ່າ ຣັບຣູ້ ການ ສົ່ງເສີມ ແລະ ປົກປ້ອງ ສິດທິ ມະນຸດ ແລະ ພື້ນຖານ ຕ່າງໆ ຂອງ ສິດ ເສລີພາບ ແມ່ນ ເປົ້າໝາຍ ແລະ ອຸດົມການ ຂອງ ເອຊຽນ. Continue reading “ອົງການ ປົກປອ້ງ  ສິດທິ ມະນຸດ ຣຽກຣອ້ງ ກູ່ມ ປະເທດເອຊຽນ ໃຫ້ ຢຸດຕິ ຄວາມ ງຽບສງັດ ເມີນເສີຍ ຕໍ່ ກໍຣະນີ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ”

18 ເດືອນແລ້ວທີ່ທ່ານສົມບັດ ຫາຍໄປ

ວິທະຍຸເອເຊຍເສຣີ: 18 ມິຖຸນາ 2014

imageການປະຊຸມ ກ່ຽວກັບ ສິດທິມະນຸດ ແລະ ການພັທນາ ຂອງ ເອເຊັຍ ໂດຍ ມີຕົວແທນ ຈາກ ອົງການ ສິດທິມະນຸດ 47 ອົງການ ຈາກ 16 ປະເທດ ໃນເອເຊັຍ ໄດ້ຮຽກຮ້ອງ ຄະນະ ກັມມາ ທິການ ສິດທິ ມະນຸດ ຂອງ ອາຊຽນ ແລະ ຣັຖບານ ຂອງ ປະເທດ ອາຊຽນ ໃຫ້ຕໍ່ຕ້ານ ກໍຣະນີ ການບີບ ບັງຄັບ ໃຫ້ສູນຫາຍ ຂອງ ນັກປົກປ້ອງ ສິດທິີມະນຸດ ຢູ່ໃນ ຂົງເຂດ.

ໃນວັນເສົາ ທີ່ ຜ່ານມາ ກຸມສິດທິ ມະນຸດ ໄດ້ຈັດງານ ພິທີ ລຳລຶກ ໃຫ້ແກ່ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ເນື່ອງ ໃນໂອກາດ ຄົບຮອບ 18 ເດືອນ ທີ່ ທ່ານ ຖືກລັກ ພາຕົວ. ທ່ານ ສົມບັດ ໄດ້ຖືກ ລັກພາຕົວ ແລະ ບີບບັງຄັບ ໃຫ້ ຫາຍສາບສູນ ໃນວັນທີ 15 ທັນວາ 2012 ຫລັງຈາກທີ່ ຣົດ ຂອງທ່ານ ຖືກ ເຈົ້າໜ້າທີ່ ຕຳຫລວດ ຈະຣາຈອນ ຢຸດຢູ່ ຖະໜົນ ທ່າເດື່ອ ຕໍ່ໜ້າໂຮງຮຽນ ການຊ່າງ ລາວ ເຢັຍຣະມັນ ບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ. ອີງຕາມ ຫລັກຖານ ຈາກພາບ ວີດີໂອ ຂອງກ້ອງ ວົງຈອນປິດ.

ທ່ານ ບາລາຍສ ເຊີຣັນໂນ ເຈົ້າໜ້າທີ່ ດ້ານ ສິດທິມະນຸດ ໄດ້ກ່າວ ວ່າ ກໍຣະນີ ການ ຂອງທ່ານ ສົມບັດ ບໍ່ເປັນ ເຫດການ ທີ່ ຖືກ ເມີນເສີຍ ຢູ່ໃນ ປະເທດລາວ ແລະ ຢູ່ໃນ ປະເທດ ອາຊຽນ ກໍເຊັ່ນດຽວ ກັນ ຊຶ່ງມີ ກໍຣະນີ ການບີບ ບັງຄັບ ໃຫ້ສູນຫາຍ ເກີດຂຶ້ນ ຫລາຍ ແລະ ຍັງມີ ກໍລະນີ ຈຳກັດ ສິດທິ ໃນການ ປາກເວົ້າ.

 

ອົງການສິດທິມະນຸດແຫ່ງອາຊຽນຍັງຄົງມິດງຽບ

ສຳນັກເລຂາທິການ​ຂອງ​ອາ​ຊຽນ​ໄດ້​ສະໜັບ​ໜູນ​ຄະນະ​ກຳມະການລະຫວ່າງ​ລັດຖະບານອາ​ຊຽນທີ່​ມີ​ອາຍຸ​ໄດ້ 4 ປີ ​ທາງ​ດ້ານ​ສິດທິ​ມະນຸດ. ກຸ່ມ​ດັ່ງກ່າວປາກົດ​ວ່າ​ບໍ່​ໄດ້​ສະ​ແດງ​ຄວາມ​ເປັນ​ກັງວົນ​ຕໍ່​​ເຫດການການ​ລ່ວງ​ລະ​ເມີດ​ສິດທິມະນຸດ​ທີ່​ເກີດ​ຂື້ນ​ພາກ​ພື້ນ ທີ່ນັບ​ຄັ້ງ​ບໍ່​ຖ້ວນ. ຄວາມ​ຜິດ​ທີ່​ຮ້າຍ​ແຮງ​ ​ແລະ ​ໂຈ່ງ​​ແຈ້ງ​ທີ່​ສຸດ​ແມ່ນ​ຕໍ່​ກັບ​ເຫດ​ການ​ການ​ລັກ​ພາ​ຕົວ​ສົມບັດ​ ສົມ​ພອນ ​ເຊິ່ງ​ເປັນ​ກໍລະນີ​ຕົວຢ່າງ​ທີ່​ດີ​ສຳລັບ​ກຸ່ມ​ອາ​ຊຽນທີ່​ຈະ​ໃຫ້​ຄວາມ​ສຳຄັນ ແລະ ນຳ​ໄປ​ສູ່ການຕັດ​ສິນ​ໃຈ.

From Bangkok Post editorial “Sombath Case Needs Pressure” on 17 December 2013