FIDH-LMHR: 03 ກໍລະກະດາ 2015
ປາຣີ, 3 ກໍລະກະດາ 2015: ການ ປະຕິເສດ ຂອງ ທາງການ ສປປລາວ ທີ່ ບໍ່ ຍອມ ຮັບເອົາ ຂໍ້ ສເນີ ຂອງ ກອງປະຊຸມ ສໍາຫລວດ ຄັ້ງ ຫຼ້າສຸດນີ້, ໄດ້ ເຮັດໃຫ້ ການ ສໍາຫລວດ ຂອງ ອົງການ ສະຫະປະຊາຊາດ ກາຍເປັນ ເລື້ອງ ຕະລົກໄປ, ອີງຕາມ ຄໍາຖແລງ ຂອງ ສະຫະພັນ ສິດທິມະນຸດ ນາໆ ຊາດ (FIDH) ແລະ ຂະບວນ ການລາວ ເພື່ອສິດທິ ມະນຸດ (ຂລສມ).
“ທ່າທີ ແບບ ປົກປ້ອງ ຕົນເອງ ແລະ ຂໍ້ ປະຕິເສດ ໂດຍ ທົ່ວໄປ ຂອງ ຣັຖບານ ສປປ ລາວ ເຮັດໃຫ້ ການ ສໍາ ຫລວດ ເຖິງ ສະຖະນະພາບ ຂອງ ສປປ ລາວ ເປັນ ເໝືອນ ສາກ ລະຄອນ ຕະລົກ. ກອງປະຊຸມ ສໍາຫລວດ ຄັ້ງແລ້ວນີ້ ໄດ້ ສະແດງ ໃຫ້ ເຫັນ ເຖິງ ການທີ່ ທາງການ ວຽງຈັນ ບໍ່ ປາຖນາ ຢາກຈະ ແກ້ໄຂ ບັນຫາ ສໍາຄັນ ດ້ານ ສິດທິມະນຸດ ເລີຍ’,” ທ່ານ ກາລີມ ລາຣິດຊີ້ ປະທານ ສະຫະພັນ ສິດທິມະນຸດ ນາໆ ຊາດ (FIDH) ໄດ້ກ່າວ.
ໃນວັນທີ 23 ມີຖຸນາ, ສປປ ລາວ ໄດ້ຮັບ ເອົາ ຂໍ້ ສເນີ 116 ຂໍ້ ໃນຈໍານວນ ທັງໝົດ 196 ຂໍ້ ທີ່ຖຶກ ນຳ ສເນີ ທີ່ ກອງປະຊຸມ ສຳຫລວດ ຄັ້ງທີ ສອງ ເມື່ອ ເດືອນ ມົກະຣາ 2015 ທີ່ ຜ່ານມາ. ອີງຕາມ ທ່ານ ທອງພັນ ສວັນເພັດ, ຜູ້ ຕ່າງໜ້າ ສປປ ລາວ ທີ່ ອົງການ ສະຫະປະຊາຊາດ ທີ່ ເມືອງ Genève, “ຂໍ້ ສເນີ ອື່ນໆ 80 ຂໍ້ ນັ້ນ ບໍ່ ໄດ້ຮັບ ການ ສນັບ ສນູນ ຢ່າງ ເຕັມສ່ວນ ຈາກ ທາງການ.”
ຄຳຕອບ ຂອງ ຣັຖບານ ສປປ ລາວ ບໍ່ ພຽງພໍ ແຕ່ ປະການໃດ ເລີຍ ກ່ຽວກັບ ກໍຣະນີ ຫາຍສາບສູນ ແບບຖືກ ບັງຄັບ. ສປປ ລາວ ໄດ້ ປະຕິເສດ ບໍ່ຍອມ ຮັບ ຂໍ້ ສເນີຍ ທີ່ວ່າ ຢາກໃຫ້ ມີການ ສືບສວນ ເຖິງ ກໍຣະນີ ຫາຍ ສາບສູນ ໂດຍຖືກ ບັງຄັບ ດັ່ງກ່າວ, ໂດຍ ທາງການ ສປປ ລາວ ຖືວ່າ “ບໍ່ມີ ມູນຄວາມຈິງ’.” ເມື່ອ ຕອບໄປ ຕອບມາ, ທາງການ ສປປ ລາວ ຮັບຮູ້ ກໍຣະນີ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ແຕ່ຮັບເອົາ ຂໍ້ ສເນີ ພຽງ 4 ຂໍ້ ໃນຈໍານວນ ທັງໝົດ 10 ຂໍ້ ທີ່ ຮຽກທວງ ໃຫ້ມີ ການ ສືບສວນ ເຖິງ ການຫາຍ ສາບສູນ. ເພື່ອໃຫ້ ເຫດ ຜົນ ຂອງ ການ ປະຕິເສດ ບໍ່ ຮັບເອົາ ຂໍ້ ສນີ 6 ຂໍ້ ກຽວກັບ ກໍຣະນີ ທ່ານ ສົມບັດ, ທາງການ ສປປ ລາວ ກໍ່ ໄດ້ ແຕ່ ທໍາການ ໂຄຊະນາ ແບບລ້າ ສມັຍ ໂດຍ ບໍ່ ໄດ້ ໃຫ້ ຂໍ້ມູນ ໃໝ່ ໃດໆ ທັງຊິ້ນ ເຖິງ ຊາຕາກັມ ຂອງ ທ່ານ ສົມບັດ. ທາງການ ສປປ ລາວ ໄດ້ ກ່າວ ວ່າ ຄະນະ ກັມະການ ສືບສວນ “ພ້ອມແລ້ວ ທີ່ຈະຮັບ ຄຳ ແນະນໍາ ຈາກທຸກໆ ຝ່າຍ ແລະ ວ່າ ທາງ ເຈົ້າ ໜ້າທີ່ ກຳລັງ ດໍາເນີນ ການ ສືບສວນ ໃນ ເວລາ ປັດຈຸບັນ.” Continue reading “ສປປ ລາວ ເຍາະ ເຍື້ອຍ ການ ສຳຫລວດ ສະຖານະພາບ ດ້ານ ສິດທິມະນຸດ ຂອງ ອົງການ ສະຫະປະຊາຊາດ”