ລາວ ບັນຫາການຫາຍສາບສູນ

ວິທະຍຸເອເຊຍເສຣີ: 02 ກັນຍາ 2015

UPR Recommendation-Sweden
ຣັຖບານສປປລາວ ລົງນາມ ໃນສົນທິສັນຍາ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກການບັງຄັບ ໃຫ້ຫາຍສາບສູນ ມາໄດ້ 7 ປີແລ້ວ, ແຕ່ເປັນຫຍັງ ຈຶ່ງຍັງບໍ່ມີການ ໃຫ້ສັຕຕະຍາບັນ. Sombath.org

ທາງການ ລາວ ຍັງບໍ່ ສືບສວນ ສອບສວນ ຫາ ຜູ້ ຖຶກບັງຄັບ ໃຫ້ ຫາຍສາບສູນ ຢ່າງແທ້ຈິງ, ເຮັດໄປ ພໍແຕ່ເປັນ ຮູບການ, ຊຶ່ງຫຼາຍຄົນ ເວົ້າວ່າ ຜູ້ທີ່ ຖຶກບັງຄັບ ໃຫ້ ຫາຍສາບສູນ ນັ້ນ ຕົ້ນຕໍ ກໍ ເປັນສີມື ຂອງ ອຳນາດ ການປົກຄອງ ລາວ ນັ້ນເອງ. ເຖິງແມ່ນວ່າ ຣັຖບາລ ລາວ ໄດ້ ລົງນາມ ໃນ ສົນທິ ສັນຍາ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກ ການບັງຄັບ ໃຫ້ ຫາຍສາບສູນມາ ໄດ້ 7 ປີ, ຫລືວ່າ ເປັນ ຍ້ອນຫຍັງ ຈຶ່ງ ບໍ່ທັນໃຫ້ ສັຕຍາບັນ ໃນ ສົນທິ ສັນຍາ ນັ້ນ.

ແລະວ່າ ບຸກຄົນໃດ ທີ່ ຖືກ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ຕີຣາຄາ ວ່າ, ບໍ່ ປະຕິບັດ ຕາມ ແນວທາງ ນະໂຍບາຍ, ຕາມ ແຜນພັທນາ ແລະ ການຈັດຕັ້ງ, ຊີ້ນຳ ນຳພາ ຂອງ ພັກ ກໍ ຖຶກບັງຄັບ ໃຫ້ຫາຍສາບ ສູນ, ເຊັ່ນ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ຂອງລາວ ເມື່ອ ວັນທີ 15 ທັນວາ 2012, ແລະ ທ່ານ ສົມພອນ ຂັນຕິສຸກ ເຈົ້າຂອງ ບ້ານພັກ ສຳລັບ ນັກ ທ່ອງທ່ຽວ ທັມຊາດ ຜູ້ ທີ່ກ້າປາກ ກ້າເວົ້າ ກ້າຕຳນິ ຕິຕຽນ ໂຄງການ ກະສິກັມ, ທີ່ ຈີນ ໃຫ້ການ ສນັບສນູນ ຊຶ່ງ ເຮັດໃຫ້ ສິ່ງແວດລ້ອມ ຢູ່ ແຂວງ ຫຼວງນໍ້າທາ ຖືກ ທຳລາຍ, ເມື່ອ ເດືອນ ມົກກະຣາ 2007.

ນອກຈາກ ນັ້ນ ກໍຮວມທັງ ພົລເມືອງ ອະເມຣິກັນ 2 ຄົນ ແລະ ຄົນລາວ ຢູ່ ສະຫະຣັຖ ອະເມຣິກາ ຄົນນຶ່ງ ກໍຖືກ ຫາຍສາບສູນ ທີ່ ແຂວງ ສວັນນະເຂດ ເມື່ອ ຕົ້ນເດືອນ ມົກກະຣາ 2013. ໝາຍຄວາມ ວ່າ ການ ບັງຄັບ ຜູ້ຄົນ ໃຫ້ ຫາຍສາບສູນ ຢູ່ ປະເທສ ລາວ ມີມາ ຕັ້ງແຕ່ ກ່ອນ ແລະ ຫລັງທີ່ ຣັຖບານ ລາວ ໄດ້ ລົງນາມ ໃນ ສົນທິ ສັນຍາ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກ ການບັງຄັບ ໃຫ້ ຫາຍສາບສູນ ຫລື ICPPED ເມື່ອ 7 ປີ ກ່ອນ.

ກ່ຽວກັບ ບັນຫາ ນີ້ ທ່ານ Karim Lahidji ປະທານ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ, ຊຶ່ງ ມີອົງການ ຈັດຕັ້ງ ທີ່ ບໍ່ຂຶ້ນກັບ ຣັຖບາລ 178 ອົງການ ໃນ ທົ່ວໂລກ ເຂົ້າຮ່ວມ ເປັນ ສະມາຊິກ ທີ່ ຕໍ່ສູ້ເພື່ອ ເສຣີ ພາບ, ຄວາມ ຍຸຕິທັມ, ປະຊາທິປະໄຕ ແລະ ປະນາມ ການລະເມີດ ສິດທິ ມະນຸດ, ເວົ້າໃນ ໂອກາດ ວັນ ສາກົນ ຂອງ ຜູ້ ເຄາະຮ້າຍ ທີ່ ຖືກບັງຄັບ ໃຫ້ ຫາຍສາບສູນ ວັນທີ 30 ສິງຫາ ວ່າ:

“ໃນຖານະ ເປັນຣັຖ ພາຄີ ສົນທິ ສັນຍາ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກ ການບັງຄັບ ໃຫ້ ຫາຍສາບສູນ, ຣັຖ ຕ່າງໆແມ່ນ ມີຂໍ້ຜູກມັດ ທາງ ກົດໝາຍ ໃນການ ສືບສວນ ສອບສວນ ທຸກ ກໍຣະນີ ຂອງການ ບັງຄັບ ບຸກຄົນ ໃຫ້ ຫາຍສາບສູນ ແລະ ໃຫ້ຄວາມ ຍຸຕິທັມ ແກ່ ພວກ ເຄາະຮ້າຍ ແລະ ຄອບຄົວ ຂອງ ພວກເຂົາເຈົ້າ” ແລະວ່າ “ຣັຖບາລ ປະເທສ ພາຄີ ສົນທີ ສັນຍາ ນັ້ນ ຈະ ບໍ່ສາມາດ ທີ່ ຈະບໍ່ ສືບສວນ ສອບສວນ ແລະ ເພິ່ງພາ ຄວາມເຊື່ອ ທີ່ວ່າ ເມື່ອເວລາ ຜ່ານໄປ ຈະເຮັດໃຫ້ ກໍຣະນີ ການ ຫາຍສາບສູນ ນັ້ນ ເຂົ້າສູ່ການ ຫລົງລືມ ໄປ ໃນ ທີ່ສຸດ”.

ເພື່ອ ຂໍຮູ້ ຂ່າວຄາວ ຂອງ ຄົນລາວ ທີ່ ຖືກບັງຄັບ ໃຫ້ ຫາຍສາບສູນ ຢູ່ ປະເທສ ລາວ ຊຶ່ງ ທາງການ ລາວ ສືບສວນ ສອບສວນ ມາໄດ້, ແລະ ກ່ຽວກັບ ສາເຫດ ທີ່ ສປປລາວ ຍັງບໍ່ທັນ ໃຫ້ ສັຕຍາບັນ ສົນທິ ສັນຍາ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກ ການບັງຄັບ ໃຫ້ ຫາຍສາບສູນ ທີ່ ຣັຖບາລ ລາວ ໄດ້ ລົງນາມເມື່ອ 7 ປີ ກ່ອນນັ້ນ, ເອເຊັຽ ເສຣີ ໄດ້ຖາມ ໄປຍັງ ກົມໃຫຍ່ ການເມືອງ ກະຊວງ ປ້ອງກັນ ຄວາມສງົບ, ກົມ ກົດໝາຍ ກະຊວງ ຍຸຕິທັມ, ກົມ ສົນທິ ສັນຍາ ແລະ ກົດໝາຍ ກະຊວງ ການ ຕ່າງ ປະເທສ, ກັມມາທິການ ກົດໝາຍ ສະພາ ແຫ່ງຊາດ ແລະ ຫ້ອງວ່າການ ສໍານັກງານ ປະທານ ປະເທສ ທີ່ ນະຄອນຫຼວງ ວຽງຈັນ, ໃນວັນທີ 1 ກັນຍາ 2015 ນີ້. ແຕ່ ສຳລັບ ກົມໃຫຍ່ ການເມືອງ ກະຊວງ ປ້ອງກັນ ຄວາມສງົບ, ກົມ ກົດໝາຍ ກະຊວງ ຍຸຕິທັມ ແລະ ກັມມາທິການ ກົດໝາຍ ສະພາ ແຫ່ງຊາດ ແມ່ນບໍ່ມີ ເຈົ້າໜ້າທີ່ ຮັບສາຍ, ມີແຕ່ ເຈົ້າໜ້າທີ່ ຫ້ອງວ່າ ການ ສໍານັກງານ ປະທານ ປະເທສ ບອກວ່າ ໃຫ້ ພົວພັນ ກັບ ກະຊວງ ການຕ່າງ ປະເທສ ທີ່ ຮັບ ຜິດຊອບ ເຣຶ່ອງນີ້ດ ແລະ ເວົ້າວ່າ ເພິ່ນ ມີປະຊຸມ ກ່ຽວກັບ ບັນຫາ ສິດທິ ມະນຸດ ມື້ວານ ນີ້, ແລະ ມື້ນີ້; ເວລາ ຕິດຕໍ່ ໄປຫາ ກົມສົນທິ ສັນຍາ ແລະ ກົດໝາຍ ກະຊວງການ ຕ່າງ ປະເທສ, ເຈົ້າໜ້າທີ່ ບອກວ່າ ໃຫ້ພົວພັນ ກັບ ສະພາ ແຫ່ງຊາດ ທີ່ ເປັນຜູ້ ຮັບຜິດຊອບ ເຣຶ່ອງນີ້ ແລະ ເມື່ອ ຂໍເວົ້າກັບ ຫົວໜ້າກົມ ເຈົ້າໜ້າທີ່ ເວົ້າວ່າ ເພິ່ນ ຄາ ປະຊຸມ ແລະ ເວລາ ຕິດຕໍ່ ໄປຫາ ກັມມາທິການ ກົດໝາຍ ສະພາ ແຫ່ງຊາດ ກໍບໍ່ມີ ເຈົ້າໜ້າທີ່ ຮັບສາຍ.

ແຕ່ເມື່ອ ຕິດຕໍ່ ໄປຫາ ດຣ.ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຽຣະມັນ ແລະ ມີສາຂາ ຢູ່ຫຼາຍ ປະເທສ ໃນໂລກ ຮວມທັງ ຢູ່ ຢູໂຣບ ແລະ ອະເມຣິກາ ເພື່ອ ຂໍຮູ້ ກ່ຽວກັບ ການ ປະຕິບັດ ສົນທິ ສັນຍາ ວ່າດ້ວຍການ ປົກປ້ອງ ທຸກຄົນ ຈາກການ ບັງຄັບ ໃຫ້ ຫາຍສາບສູນ ດຣ. ບຸນທອນ ກ່າວວ່າ: ສຽງ

ແລະ ເມື່ອເວົ້າເຖິງ ການ ລະເມີດ ສິດທິ ມະນຸດ ຢູ່ ສປປລາວ ດຣ. ບຸນທອນ ຈັນທະລາວົງ ວີເຊີ ກໍ ກ່າວວ່າ: ສຽງ

ເທົ່າທີ່ ຜ່ານມາ ແລະ ໃນ ປັດຈຸບັນ ມີການ ວິພາກ ວິຈານ ກັນ ຢູ່ໃນ ສັງຄົມລາວ ວ່າ ທາງການ ລາວ ບໍ່ໄດ້ເອົາ ຫົວໃສ່ໃຈຊາ ນຳການ ປົກປ້ອງ ຜູ້ຄົນ ຈາກ ການບັງຄັບ ໃຫ້ ຫາຍສາບສູນ ຕາມທີ່ ສົນທິ ສັນຍາ ກຳນົດ ໄວ້ນັ້ນ ພໍເທົ່າໃດ, ເພາະການ ລົງນາມ ໃນ ສົນທິ ສັນຍາ ທີ່ວ່ານັ້ນ ແມ່ນເປັນພຽງ ຮູບການ ທີ່ສະແດງ ໃຫ້ ປະຊາຊົນ ລາວ ແລະ ຊາວໂລກ ເຫັນວ່າ ຣັຖບາລ ລາວ ມີ ເຈຕນາ ຊ່ວຍຜູ້ ຖືກບັງຄັບ ໃຫ້ ຫາຍສາບສູນ, ໃຫ້ ໄດ້ກັບຄືນ ມາຫາ ຄອບຄົວ ຂອງເຂົາເຈົ້າ ດ້ວຍຄວາມ ປອດພັຍ; ແລະ ອີກຢ່າງນຶ່ງ ເຖິງວ່າ ຣັຖບາລລາວ ໄດ້ ລົງນາມ ໃນ ສົນທິ ສັນຍາ ທີ່ວ່ານັ້ນ ເມື່ອ ເດືອນ ກັນຍາ ປີ 2008 ມາແລ້ວ ກໍຕາມ, ແຕ່ຫາກຍັງ ບໍ່ສົນໃຈ ນຳວ່າ ຈະໃຫ້ ສັຕຍາບັນ ສົນທິ ສັນຍາ ນັ້ນ ເມື່ອໃດ; ຫລື ເປັນຍ້ອນວ່າ ສົນທິ ສັນຍາ ທີ່ ທາງການ ລາວ ໄດ້ຮ່ວມ ລົງນາມ ໄປນັ້ນ ມີເນື້ອໃນ ທີ່ ຊາວໂລກ ມຸ້ງມາດ ປາຖນາ ແຕ່ ບໍ່ສອດຄ່ອງ ກັບ ແນວທາງ ນະໂຍບາຍ ຂອງ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ທີ່ຍັງໃຊ້ ມະຕິ ຄຳສັ່ງ ຂອງພັກ ເໜືອ ຣະບຽບ ກົດໝາຍ ຂອງຣັຖ ຢູ່ ເໝືອນເດີມ.

ກໍຣະນີ ປະຊາຊົນ ລາວ ທີ່ ຖຶກບັງຄັບ ໃຫ້ ຫານຍສາບສູນ ເປັນຕົ້ນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຈົນມາເຖິງ ປັດຈຸບັນ ນີ້ ທາງການ ລາວ ກໍ ຍັງບໍ່ໃຫ້ ຄວາມ ກະຈ່າງແຈ້ງ ນັ້ນ, ທ່ານ Andrea Giorgetta ຜູ້ ອໍານວຍການ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ປະຈຳເຂດ ເອເຊັຽ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ເມື່ອ ວັນທີ 31 ສິງຫາ 2015 ວ່າ:

“ທ່ານ ເວົ້າວ່າ ຕາມຄວາມຈິງ ພວກທ່ານ ເຫັນວ່າ ສິ່ງທີ່ ຣັຖບານ ລາວ ກະທໍາ ໃນລະຍະ 7 ປີ ມານີ້ ກ່ຽວກັບ ກໍຣະນີ ການ ຖືກບັງຄັບ ໃຫ້ ຫາຍສາບສູນ ນີ້ ລາວ ບໍ່ໄດ້ ສືບສວນ ໃນທາງ ທີ່ຖືກຕ້ອງ ເທົ່າທີ່ຄວນ ແມ່ນແຕ່ ກໍຣະນີ ດຽວ. ກໍຣະນີ ຜູ້ ຖືກບັງຄັບ ໃຫ້ ຫາຍສາບສູນ ມີ ເພີ້ມຂຶ້ນ ນັບຕັ້ງແຕ່ ລາວ ໄດ້ລົງນາມ ໃນ ສົນທິ ສັນຍາ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກການ ບັງຄັບ ໃຫ້ ຫາຍສາບສູນ. ໃນນັ້ນມີ ກໍຣະນີ ຜູ້ຖືກບັງຄັບ ໃຫ້ ຫາຍສາບສູນ ເມື່ອ ເດືອນ ພຶສຈິກາ 2009 ແລະ ຕໍ່ມາ ແມ່ນ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ຊຶ່ງ ເປັນ ກໍຣະນີ ຣະດັບ ສາກົນ. ອັນນີ້ ສະແດງໃຫ້ ເຫັນວ່າ ຣັຖບານ ລາວ ບໍ່ພຽງແຕ່ ບໍ່ໃຫ້ ສັຕະຍາບັນ ສົນທີ ສັນຍາ ນີ້ ເທົ່ານັ້ນ, ແຕ່ຫາກຍັງ ບໍ່ໄດ້ເຮັດ ຫຍັງໝົດ ເພື່ອ ຮັກສາ ຈິດໃຈ ຂອງ ສົນທິ ສັນຍາ ນີ້ ເອົາໄວ້”.

ແຕ່ ເຖິງຢ່າງໃດ ກໍຕາມ ໃນ ຣະຫວ່າງ ກາງເດືອນ ກັນຍາ 2015 ນີ້ ສະພາ ສິດທິ ມະນຸດ ຂອງ ສະຫະ ປະຊາຊາດ ກໍຈະຈັດຕັ້ງ ກອງປະຊຸມ ເພື່ອ ຄັດເລືອກ ເອົາ ປະເທສ ເຂົ້າເປັນ ສະມາຊິກ ຂອງຕົນ ແລະ ສປປລາວ ກໍຢາກ ເຂົ້າເປັນ ສະມາຊິກ ຊຶ່ງ ຜູ້ ອໍານວຍການ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ປະຈຳ ເຂດ ເອເຊັຽ ເວົ້າວ່າ, ຖ້າ ຣັຖບານ ລາວ ມີຄວາມ ຈິງໃຈ ໃນການ ຢາກ ເຂົ້າເປັນ ສະມາຊິກ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ ຊຸດ ຕໍ່ໄປ ກໍຕ້ອງ ພິສູດ ຕົນເອງ ໃຫ້ເຫັນ ເຖິງຄວາມ ຄືບໜ້າ ຂອງ ການສືບສວນ ສອບສວນ ຫາ ທ່ານ ສົມບັດ ສົມພອນ ແລະ ກໍຣະນີ ອື່ນໆ ທີ່ຖືກ ບັງຄັບ ໃຫ້ ຫາຍສາບສູນ ໄປ ໃນຂນະທີ່ ຫຼາຍຄົນ ເວົ້າວ່າ ເປັນໄປໄດ້ ຍາກທີ່ສຸດ ຫລື ອາຈເປັນ ໄປບໍ່ໄດ້ ທີ່ ຈະໃຫ້ ທາງການລາວ ປັດຈຸບັນ ປະຕິບັດ ໄດ້ ຄືແນວນັ້ນ ຍ້ອນວ່າ ການເຮັດໃຫ້ ບຸກຄົນ ຫລື ກຸ່ມຄົນ ຖືກບັງຄັບ ໃຫ້ ຫາຍ ສາບສູນ ນັ້ນ ເປັນ ວິທີການ ນຶ່ງ ໃນ ກົນອຸບາຍ ປາບປາມ ປະຊາຊົນ ຜູ້ທີ່ ມີຄວາມເຫັນ ແລະ ກະທຳ ແຕກຕ່າງ ໄປຈາກ ແນວທາງ ນະໂຍບາຍ ແລະ ການນໍາພາ ຂອງ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ທີ່ ຜູກຂາດ ອຳນາດ ຢູ່ ສປປລາວ ໃນ ປັດຈຸບັນ ນີ້.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.