ພາກປະຊາສັງຄົມໃນ ສປປ ລາວ…ແມ່ນ​ຫຍັງ?

Logo-What isຂຽນໂດຍ the Sombath Initiative

  • ຕາມປະຫວັດສາດແລ້ວ, ສປປ ລາວ ເປັນປະເທດທີ່ມີຄວາມຮັ່ງມີດ້ານຄວາມຫລາກຫລາຍຂອງຊົນເຜົ່າ, ມີຄວາມຫລາກຫລາຍດ້ານພາສາ ແລະ ທາງດ້ານພູມສາດ. ມາຮອດປະຈຸບັນໂດຍສະເພາະໃນບັນດາປະເທດ ສັງຄົມນິຍົມ ບັນດາຊຸມຊົນທີ່ຢູ່ຊົນນະບົດແມ່ນຈະກຸ້ມຕົນເອງທາງດ້ານການດຳລົງຊີວິດ ແລະ ການຄຸ້ມຄອງ ຕົນເອງເປັນສ່ວນໃຫຍ່. ພາກປະຊາສັງຄົມທີ່ມີມາແຕ່ດົນນານກໍ່ຍັງສາມາດຮັກສາຢູ່ຄຽງຄູ່ກັບສັງຄົມເລີ້ອຍມາ.
  • ການໄດ້ຮັບການຊ່ວຍເຫລືອທີ່ສຳຄັນຜ່ານທາງຂະບວນການຊ່ວຍເຫລືອຕ່າງໆ, ການສ້າງສາພັດທະນາປະເທດຊາດກໍ່ໄດ້ມີການເຕີບໂຕຢ່າງໄວວາແລະໄດ້ເລີ່ມເຂົ້າມາແທນທີ່ບັນດາຮີດຮອງປະເພນີ ແລະ ຄວາມເປັນເອກະ ລັກຕ່າງໆເທື່ອລະໜ້ອຍ. ຕາມປົກກະຕິແລ້ວ ຊຸມຊົມທີ່ຢູ່ຫ່າງໄກຊອກຫຼີກແມ່ນບໍມີຄວາມເຂົ້າໃຈ ແລະ ບໍ່ສາມາດຮັບຮູ້ກ່ຽວກັບບັນດາກົດໝາຍ ແລະ ກົນໄກຕ່າງໆທີ່ສ້າງຂື້ນມາໃໝ່ໆໄດ້.
  • Logo-Sombath Initiativeອົງການຈັດຕັ້ງມະຫາຊົນລວມມີອົງການແນວລາວສ້າງຊາດ, ສະຫະພັນກຳມະບານ, ແລະ ສະຫະພັນຊາວໝຸ່ມ ແລະ ແມ່ຍິງ ແມ່ນໄດ້ຮັບການຄຸ້ມຄອງໂດຍລັດຖະບານ ແຕ່ກໍ່ຍັງຖືວ່າເປັນອົງການພາກປະຊາສັງຄົມຢູ່ ເຖິງ ແມ່ນວ່າ ການສ້າງຕັ້ງອົງການເຫຼົ່ານັ້ນແມ່ນເພື່ອເປັນຕົວແທນໃຫ້ແກ່ພາກປະຊາຊົນໂດຍຕົງ.  ບັນດາອົງການທີ່ບໍ່ໄດ້ສະແຫວງຫາຜົນກຳໄລຕ່າງໆ (NPAs) ກໍ່ຖືວ່າເປັນອົງການທີ່ສຳຄັນຄ້າຍຄືກັນເພາະປຽບເໝືອນເປັນ ສາຍເລືອດ ແລະ ກົນໄກ ທີ່ຊ່ວຍເຜີຍແຜ່ລະບຽບການ, ນະໂຍບາຍ ແລະ ແຜນງານຕ່າງໆຂອງລັດຖະບານ.

Continue reading “ພາກປະຊາສັງຄົມໃນ ສປປ ລາວ…ແມ່ນ​ຫຍັງ?”

ກອງປະຊຸມ ພາກປະຊາສັງຄົມ ບໍ່ຈັດ ຢູ່ລາວ

ວິທະຍຸເອເຊຍເສລີ: 14 ກໍລະກົດ 2016

Phil Robertson
ທ່ານ ຟີລ໌ ໂຣເບີຣດ໌ເຊິ໊ນ (Phil Robertson), ຮອງຜູ້ອຳນວຍການອົງການສິດທິມະນຸດ (Human Rights Watch) ປະຈຳພາກພື້ນເອເຊັຍຕາວັນອອກ

ຕາມທີ່ເຄີຍປະຕິບັດກັນມາ ຖ້າປະເທດໃດ ເປັນປະທານວຽນ ອາຊ່ຽນ ປະເທດນັ້ນ ຈະອະນຸຍາດ ໃຫ້ຈັດກອງປະຊຸມ ພາກປະຊາສັງຄົມຂຶ້ນ ໃນປະເທດຂອງຕົນ ພ້ອມໆກັບ ກອງປະຊຸມສຸດຍອດອາຊ່ຽນ. ແຕ່ປີນີ້ ຊຶ່ງສປປລາວ ເປັນປະທານວຽນອາຊ່ຽນ, ເຈົ້າໜ້າທີ່ ທາງການລາວ ໄດ້ຕັດສິນໃຈ ບໍ່ຍອມໃຫ້ ອົງການປະຊາສັງຄົມ ຈັດກອງປະຊຸມ ຢູ່ລາວ. ກອງປະຊຸມ ພາກປະຊາສັງຄົມ ເປັນກອງປະຊຸມ ຂອງຜູ້ຕາງໜ້າບັນດາ ອົງການຈັດຕັ້ງ ທາງສັງຄົມ ທັງໃນລາວ ໃນອາຊ່ຽນ ແລະ ໃນໂລກ, ຊຶ່ງສ່ວນຫລາຍນຶ່ງ ແມ່ນອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫຼື NGOs ມາປະຊຸມກັນ ກ່ຽວກັບ ບັນຫາຕ່າງໆ ທີ່ພວກເຂົາ ຢາກຮຽກຮ້ອງ ໃຫ້ຄະນະ ຜູ້ນຳອາຊ່ຽນ ພິຈາຣະຈາ ແກ້ໄຂ ຕົວຢ່າງ ບັນຫາການຍຶດທີ່ດິນ, ການປາບປາມປະຊາຊົນ ແລະ ການຈຳກັດ ສິດເສຣີພາບ ໃນການປາກເວົ້າ ອອກຂ່າວ.

ທ່ານ ໄມດົມ ຈັນທະນາສິນ, ປະທານ ຄະນະກັມມະການ ອົງການປະຊາສັງຄົມ ຂອງລາວ ໃຫ້ ເຫດຜົນຕໍ່ການຕັດສິນໃຈ ເມື່ອປີກາຍວ່າ ທາງການລາວ ບໍ່ອະນຸຍາດ ໃຫ້ຈັດກອງປະຊຸມ ພາກປະຊາສັງຄົມ ຢູ່ນະຄອນຫລວງວຽງຈັນ ໃນປີນີ້ ກໍເພາະ 5 ເຫດຜົນໃຫຍ່ໆ ຄື: Continue reading “ກອງປະຊຸມ ພາກປະຊາສັງຄົມ ບໍ່ຈັດ ຢູ່ລາວ”

ຈົດໝາຍເປີດ ເຖິງກອງປະຊຸມເອເຊຍ-ຢູໂຣບ 2016 (ASEM)

AEPF-2016-02ເນື່ອງໃນໂອກາດກອງປະຊຸມພາກປະຊາຊົນເອເຊຍ-ຢູໂຣບ ຄັ້ງທີ 11 ທີ່ອູລານ ບາຕໍ, ປະເທດມົງໂກເລຍ, ພວກຂ້າພະເຈົ້າຂໍຈື່ຈຳກອງປະຊຸມດຽວກັນຄັ້ງທີ 9 ທີ່ວຽງຈັນ, ນະຄອນຫຼວງຂອງ ສປປ ລາວ ໃນປີ 2012.

ໃນຖານະທີ່ເປັນກອງປະຊຸມອົງການຈັດຕັ້ງທາງສັງຄົມສາກົນທີ່ຈັດຂຶ້ນໃນປະເທດເປັນຄັ້ງທຳອິດ, ແລະຈາກການປຶກສາຫາລືຢ່າງກວ້າງຂວາງໃນທຸກແຂວງ, ກອງປະຊຸມຄັ້ງທີ 9 ຖືເປັນຫຼັກໝາຍອັນໜຶ່ງໃນວົງການອັງການຈັດຕັ້ງທາງສັງຄົມລາວ.

ແຕ່ໃນ 4 ປີມານີ້ ບໍ່ມີການຈັດກອງປະຊຸມແນວນັ້ນອີກເລີຍໃນ ສປປ ລາວ.

ພາຍຫຼັງຈາກກອງປະຊຸມຄັ້ງທີ 9 ໄດ້ບໍ່ດົນ, ສົມບັດ ສົມພອນ, ອາດີດປະທານກອງປະຊຸມ, ໄດ້ພະຍາຍາມຕິດຕາມຄວາມຄືບໜ້າກ່ຽວກັບການທີ່ເຈົ້າໜ້າທີ່ຂົ່ມຂູ່ຜູ່ເຂົ້າຮ່ວມໃນລະຫວ່າງກອງປະຊຸມ. ໃນວັນທີ 15 ທັນວາ, ເພິ່ນໄດ້ຖືກຕຳຫຼວດຢຸດໄວ້ທີ່ປ້ອມຍາມ ແລ້ວຖືກພາຕົວໄປ ດັ່ງທີ່ໄດ້ບັນທຶກໄວ້ໃນກ້ອງວົງຈອນປິດ.  Continue reading “ຈົດໝາຍເປີດ ເຖິງກອງປະຊຸມເອເຊຍ-ຢູໂຣບ 2016 (ASEM)”

ເປັນຫຍັງກອງປະຊຸມວິຊາການກ່ຽວກັບລາວ ຈິ່ງບໍ່ເຄີຍຈັດຢູ່ລາວ?

Logo-Speak Out-Points to Ponderກອງປະຊຸມວິຊາການສາກົນກ່ຽວກັບລາວ (International Conference on Lao Studies) ຄັ້ງທີ 5 ກຳລັງດຳເນີນຢູ່ທີ່ກຸງເທບ, ປະເທດໄທ ໃນວັນທີ 8-10 ກໍລະກົດນີ້. ກອງປະຊຸມນີ້ເຄີຍໄດ້ຈັດຂຶ້ນທີ່ຂອນແກ່ນ, ປະເທດໄທ, ແລະອີກ 3 ບ່ອນໃນສະຫະລັດ.

ເປັນຫຍັງກອງປະຊຸມວິຊາການກ່ຽວກັບລາວຈິ່ງບໍ່ເຄີຍຖືກຈັດຂຶ້ນໃນລາວ?

ຣັຖບານລາວບໍ່ສົນໃຈ ສິດທິ ມະນຸດ

ວິທະຍຸເອເຊັຍເສລີ: 26 ເມສາ 2016

Phil Robertson-RFA
ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິມະນຸດ ປະຈຳເຂດ ເອເຊັຽ RFA

ອົງການ ສິດທິມະນຸດ ເຂດ ເອເຊັຽ ວ່າ ຣັຖບານ ຊຸດໃໝ່ ທີ່ ຫາກໍ ປະກອບຂຶ້ນນີ້ ກໍບໍ່ແຕກຕ່າງ ຫຍັງກັບ ເຫລົ້າເກົ່າ ຢູ່ ໃນຂວດ ໃໝ່ ເພາະວ່າ ຣັຖບານ ຊຸດນີ້ ນອກຈາກ ຈະບໍ່ເອົາ ຫົວຊານໍາ ເຣື້ອງ ສິດທິມະນຸດ ສິດ ເສຣີພາບ ພື້ນຖານ ຂອງ ປະຊາຊົນ ແລ້ວ ຍັງຈະສືບ ຕໍ່ ຈໍາກັດ ຮັດແຄບ ສິດ ເສຣີພາບ ຂອງ ປະຊາຊົນ ຕໍ່ໄປ. ດັ່ງ ທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ ສິ້ງຊອມ ສິດທິ ມະນຸດ HRW ເຂດ ເອເຊັຽ ໄດ້ກ່າວ:

“ຂ້ອຍຄິດວ່າ ຣັຖບານ ຊຸດໃໝ່ ບໍ່ມີການ ປ່ຽນແປງ ຫຍັງເຣື້ອງ ນະໂຍບາຍ ສິດທິ ມະນຸສຍາຊົນ ກ່າເລີຍ ຂີ້ຮ້າຍ ຄືເກົ່າ, ຄືວ່າ ເຣື້ອງ ສິດທິ ເສຣີພາບ ໃນການ ອອກຄວາມ ຄິດເຫັນ ການຮວມຕົວ ເປັນກຸ່ມ ທີ່ບໍ່ໄດ້ຮັບ ການອານຸຍາດ ຈາກ ຣັຖບານ ຫລືວ່າ ການໂຮມ ຊຸມນຸມ ກໍບໍ່ມີ ຄືເກົ່າ. ຕອນນີ້ ລາວ ກ່າເປັນ ປະທານ ອາຊຽນ ແຕ່ວ່າ ແອັນຈີໂອ ຣະດັບ ພູມີພາກ ບໍ່ກ້າໄປ ປະຊຸມ ຢູ່ລາວ ເພາະວ່າ ມັນ ບໍ່ປອດພັຍ ສໍາລັບ ຄົນລາວ ທີ່ ໄປຮວມກັນ ໃນ ແອັນຈີໂອ ພູມີພາກ. ຄິດວ່າ ຣັຖບານລາວ ອາດຈະ ທໍາຮ້າຍ ປະຊາຊົນລາວ ທີ່ເຂົ້າຮ່ວມ ການປະຊຸມ ເໝືອນ ທ່ານ ສົມບັດ ສົມພອນ ທີ່ ສູນຫາຍ ໄປ”. Continue reading “ຣັຖບານລາວບໍ່ສົນໃຈ ສິດທິ ມະນຸດ”

ຈົດໝາຍ ເປີດ ຊອງ ເຖີງ ຣັຖະລົນຕຣີ ກະຊວງ ຕ່າງ ປະເທດ ສະຫະຣັດ ອະເມຣິກາ ທ່ານ ຈອນ ແຄຣີ

FIDH/LMHR: 22 ມົກະຣາ 2016

ທ່ານ ຣັຖະມົນຕຣີ,

LMHR logoສະຫະພັນ ສາກົນ ເພື່ອ ສິດທິະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ຂໍ ຮຽນ ທ່ານ ຈົ່ງ ໄດ້ ຢິບຍົກ ເອົາ ບັນຫາ ສໍາຄັນ ດ້ານ ສິດທິ ມະນຸດ ຂື້ນ ສົນທະນາ ເນື່ອງໃນ ໂອກາດ ການ ຢ້ຽມຢາມ ສປປ ລາວ ຢ່າງ ເປັນ ທາງ ການ ໃນ ວັນທີ 25 ມົກະຣາ ທີ່ ຈະ ມາ ເຖີງນີ້ ທີ່ ນະຄອນ ວຽງຈັນ, ຊື່ງ ບັນຫາ ດັ່ງກ່າວນີ້ ບໍ່ຖຶກ ຮັບຮູ້ ຈາກ ທາງການ ວຽງຈັນ ນານໂພດ ແລ້ວ.

ສປປ ລວ ມີ ລະບອບ ການ ປົກຄອງ ແບບ ກົດຄີ່ ຄວບຄູມ ທີ່ ຮູນແຮງ ທີ່ ສຸດ ໃນ ພາກ ເອເຊັຽ ຕາວັນອອກ ສຽງໄຕ້. ຜູ້ນໍາ ຂອງ ພັກໂທນ ຍັງສຶບຕໍ່ ລະເມີດ ຢ່າງ ຮ້າຍກາດ ຕໍ່ ສິດທິ ຂາວສານ, ຕໍ່ ເສຣີພາບ ດ້ານ ຊູມນູມ ແລະ ປະທວ້ງ ໂດຍ ສັນຕິວິທີ ໃນ ທົ່ວ ປະເທດ. ທາງການ ຍັງ ບໍ່ ລົດລະ ໃນການ ປະຫັດປະຫານ ນາບຂູ່ ພວກ ສາສນາ ກູ່ມນອ້ຍ ໂດຍ ໄດ້ ຈັບຕົວ ຊາວ ຄຣີສຈຽນ ຫລາຍຄົນ ໃນ ຫລາຍ ກູ່ມ ໃນທອ້ງ ປີ 2015.

FIDH-Logoກໍຣະນີ ຫາຍ ສາບສູນ ແບບ ຖືກ ບັງຄັບ ຍັງຄົງ ສືບຕໍ່ ໂດຍ ຜູ້ ກໍ່ ກະທໍາພິດ ຈະບໍ່ ຖືກ ລົງໂທດ. ທາງການ ສປປ ລາວ ປະຕິເສດ ສເມີ ມາ, ບໍ່ ຍອມ ເປີດ ເຜີຍ ຂໍ້ ຄວາມ ເຖີງ ຜູ້ ທີ່ ໄດ້ ຮັບເຄາະ ໃນ ການ ຫາຍ ສາບສູນ ແບບ ຖືກ ບັງຄັບ. ມາເຖີງ ມື້ນີ້, ຍັງ ບໍ່ ມີ ໃຜ ຊາບ ເຖີງ ຊາຕາກັມ ຂອງ, ຢ່າງ ນອ້ຍ 13 ຄົນ, ຊື່ງ ໃນ ນັ້ນ, ມີ ທ່ານ ສົມບັດ ສົມພອນ, ຜູ້ນໍາ ອົງການ ຈັດຕັ້ງ ທາງ ສັງຄົມ, ທີ່ ຖືກ ລອບຈັບ ຕົວໄປ ທີ່ ປອ້ມ ຄໍາລວດ ແຫ່ງ ນື່ງ ທີ່ ນະຄອນ ວຽງຈັນ ໃນ ແລງ ວັນທີ 15 ທັນວາ 2012. ຣັຖະບານ ສປປ ລາວ ພົບກັບ ຄວາມ ລົ້ມເຫລວ ໃນ ການ ສືບສວນ ຢ່າງ ຄັກແນ່, ຢ່າງ ລົງເລິກ ແລະ ແຈ້ງຂາວ ເຖີງ ກໍຣະນີ ຫາຍ ສາບສູນ ແບບ ຖືກ ບັງຄັບ ດັ່ງກ່າວ. ພວກ ຂ້າພະເຈົ້າ ຂໍ ຮຽກຮອ້ງ ໃຫ້ ທ່ານ ຣັຖະມົນຕຣີ ຈົ່ງທວງ ໄຫ້ ທາງການ ສປປ ລາວ ເລັ່ງລັດ ການ ສືບສວນ ເຖີງ ຊາຕາກັມ ຂອງ ທ່ານ ສົມບັດ ສົມພອນ.

ຜູ້ໃດ ມີ ແນວຄິດ ຄັດຄ້ານ, ຕິຕຽນ ພັກ ລັດ ຍອ່ມ ຖຶກ ຂັງຕົວ ເຊັ່ນ ຄະນະ ຜູ້ນໍາ ຂະບວນການ ນັກ ສຶກສາ, ທອງປະເສີດ ເກື້ອກູນ ແລະ ທ່ານ ແສງອາລູນ ແພງພັນ ທີ່ ຍັງ ຖຶກ ກັກຂັງ ໃນ ຄຸກ ຊໍາເຄ້ ທີ່ ນະຄອນ ວຽງຈັນ. ຄະນະ ດັ່ງກ່າວ ຖຶກ ຈັບຕົວ ທີ່ ນະຄອນ ວຽງຈັນຄັ້ງ ເດືອນ ຕຸລາ 1999, ໃນ ຂະນະ ຕຽມການ ປະທວ້ງ ໂດຍ ສັນຕິ ວິທີ, ເພື່ອ ຮຽກທວງ ເອົາ ປະຊາທິະໄຕ, ຍຸດຕິທັມ ດ້ານ ສັງຄົມ ແລະ ການ ເຄົາຣົບ ສິດທິ ມະນຸດ. ນອກ ຈາກ ນັ້ນ ຜູ້ ຖຶກ ຈໍາຄຸກ ກໍ່ ຍັງ ມີ ທ່ານ ບູນທັນ ທັມມະວົງ ອິກ ນັກ ປະຊາທິປະໄຕ, ເຊື້ອຊາດ ລາວ, ສັດຊາດ ໂປແລນ, ຖຶກ ໂທດ ຈໍາຄຸກ 4 ປີ 9ເດືອນ ໃນ ຂໍຫາ ຕອ້ງຕິ ຣັຖະບານ ສປປ ລາວ ທາງ ເຟສບູກໍ. ສະຫະຣັດ ອະເມຣິກາ ບໍ່ ໄດ້ ລົດລະ ໃນ ການ ຮຽກຮອ້ງ ໃຫ້ ປອ່ຍຕົວ ຝ່າຍ ຄັດຄ້ານ ໃນ ກູ່ມ ປະເທດ ເອເຊັຍ ພາກ ຕາເວັນ ອອກ ສຽງໄຕ້. ດັ່ງນັ້ນ, ພວກ ຂ້າພະເຈົ້າ ຈື່ງ ຂໍ ຮອ້ງ ໃຫ້ ທ່ານ ຈົ່ງໄດ້ ທວງໃຫ້ ຣັຖະບານ ສປປ ລາວ ປອ່ຍຕົວ ນັກໂທດ ການເມືອງ ທຸກຄົນ, ຢ່າງ ຮີບດວ່ນ ແລະ ໂດຍ ບໍ່ມີ ເງື່ອນໄຂ.

ປະເດັນ ສຸດທ້າຍ, ບໍ່ມີ ຊ່ອງວ່າງ ໃຫ້ ອົງການ ຈັດຕັ້ງ ທາງ ສັງຄົມ ພົລະເຮືອນ ລາວ ສາມາດ ປະຕິບັດ ກິດຈະການ ທາງດ້ານ ສິດທິ ມະນຸດ ໄດ້. ຄວາມ ຢ້ານກົວ ແບບ ສັ່ນ ຊະເທືອນ ທີ່ ເກີດຂື້ນ ຫລັງ ຈາກ ກໍຣະນີ ຫາຍ ສາບສູນ ແບບ ຖຶກ ບັງຄັບ ຂອງ ທ່ານ ສົມບັດ ສົມພອນ ໄດ້ ຖຶກ ຕາມ ໄປ ດວ້ຍ ການ ປາບປາມ ອິກ ຍຸກໃໝ່. ໃນ ປີ 2015, ທາງການ ສປປ ລາວ ເລີ້ມ ຈໍາກັດ ຜູ້ໃດ ທີ່ ສວຍໄຊ້ ເຄື່ອຄ່າຍ ອີນເທີແນດ ເພື່ອ ຕອ້ງຕິ ຣັຖະບານ ຫລື ເຜີຍ ເຖີງ ການ ສໍ້ຣາຊ ບັງຫລວງ.

ພວກ ຂ້າພະເຈົ້າ ຫວັງ ຢ່າງ ຍີ່ງ ວ່າ, ໄນ ໂອກາດ ການ ຢ້ຽມຢາມ ຄັ້ງນີ້, ທ່ານ ຣັຖະມົນຕຣີ ຈະ ເຮັດ ໃຫ້ ຜູ້ນໍາ ສປປ ລາວ ເຂົ້າໃຈວ່າ, ການ ພົວພັນ ທີ່ດີ ແລະ ເປັນ ປໂຍດ ລະຫວ່າງ ສອງ ຝ່າຍ ຈະ ຕອ້ງ ມີ ເງື່ອນໄຂ ໃນ ການ ເຄົາຣົບ ສິດທິ ມະນຸດ ແລະ ເສຣີພາບ ແບບ ພື້ນຖານ ໂດຍ ທາງການ ວຽງຈັນ.

ພວກ ຂ້າພະເຈົ້າ ຂໍ ສແດງ ຄວາມ ຂອບອົກ ຂອບໃຈ ມາ ຍັງ ທ່ານ ທີ່ ຈະ ໃຫ້ ຄວາມ ສໍາຄັນ ຕໍ່ ບັນຫາ ອັນ ສໍາຄັນ ນີ້.

ດ້ວຍ ຄວາມ ນັບຖື ຢ່າງ ສູງ

ກາຣີມ ລາຮິດຊີ້
ປະທານ FIDH

ວະນິດາ ເທພສຸວັນ
ປະທານ ຂລສມ

ອົງການທາງສັງຄົມໃນລາວຖືກ ຄວບຄຸມ

ວິທະຍຸເອເຊຍເສຣີ: 21 ເມສາ 2015

ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ຍັງ ຖືກ ຄວບຄຸມ ບໍ່ໃຫ້ ເວົ້າ ເຣື້ອງ ສິດທິມະນຸດ ໃນ ກອງ ປະຊຸມ ພາກ ປະຊາຊົນ ຢູ່ ປະເທດ ມາເລເຊັຽ.

ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຫລື APF ດຳເນີນ ການ ແຕ່ ວັນທີ 22-24 ເມສາ ທີ່ມີ ຫົວຂໍ້ ຫລັກ ເພື່ອ ສົ່ງເສີມ ສິດທິ ມະນຸດ ແລະ ເວທີ ການ ສະແດງ ຄຳຄິດເຫັນ ຂອງ ປະຊາຊົນ. ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ບໍ່ກ້າ ທີ່ຈະ ນຳເອົາ ບັນຫາ ສິດທິ ມະນຸດ ທີ່ ເກີດຂຶ້ນ ຢູ່ ໃນລາວ ຂຶ້ນໄປ ນຳ ສະເໜີ ຢູ່ ກອງ ປະຊຸມ ເພາະວ່າ ຢ້ານ ບໍ່ມີ ຄວາມ ປອດໄພ ສຳລັບ ຕົນເອງ ຫລັງຈາກ ທີ່ ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວ ໄປ ໃນ ວັນທີ 15 ທັນວາ 2012. ດັ່ງ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ທ່ານ ນຶ່ງ ຜູ້ ທີ່ບໍ່ ປະສົງ ອອກຊື່ ແລະ ອອກສຽງ ໄດ້ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

“ສ່ວນຫລາຍ ຈະເວົ້າ ເຣື້ອງ ບົດບາດ ຍິງຊາຍ ເທົ່ານັ້ນ. ແຕ່ ເຣື້ອງອື່ນ ເປັນ ຕົ້ນວ່າ ການ ຣະເມີດ ສິດທິ ທາງ ດ້ານ ທີ່ດິນ ແລະ ຜົນ ກະທົບ ຈາກ ການ ສ້າງ ເຂື່ອນ, ເຣື້ອງ ທີ່ດິນ ແລະ ການ ບີບບັງຄັບ ໃຫ້ ຫາຍສາບສູນ ເພາະ ເຂົາເຈົ້າ ຢ້ານວ່າ ຕົນເອງ ຊິບໍ່ ປອດໄພ”.

ເຈົ້າໜ້າທີ່ ທ່ານ ນີ້ ກ່າວ ອີກວ່າ ສ່ວນຫລາຍ ແລ້ວ ອົງການ ຈັດຕັ້ງ ທາງ ສັງຄົມ ລາວ ບໍ່ມີໃຜ ຢາກໄປ ຮ່ວມ ກອງ ປະຊຸມ ດັ່ງກ່າວ ແຕ່ວ່າ ກະຊວງ ການ ຕ່າງ ປະເທດ ແລະ ກະຊວງ ພາຍໃນ ຂອງ ລາວ ຣະດົມ ໃຫ້ໄປ. ສະມາຄົມ ຫຼັກໆ ທີ່ ເຮັດວຽກ ເຣື້ອງ ສິດທິ ປະຊາຊົນ ແທ້ໆ ເຂົາເຈົ້າ ກໍບໍ່ໄປ ເພາະ ສະນັ້ນ ກໍເລີຍ ຣະດົມ ສະມາຄົມ ອື່ນໆ ໄປ ແທນ. Continue reading “ອົງການທາງສັງຄົມໃນລາວຖືກ ຄວບຄຸມ”