ຈົດໝາຍເປີດ ເຖິງກອງປະຊຸມເອເຊຍ-ຢູໂຣບ 2016 (ASEM)

AEPF-2016-02ເນື່ອງໃນໂອກາດກອງປະຊຸມພາກປະຊາຊົນເອເຊຍ-ຢູໂຣບ ຄັ້ງທີ 11 ທີ່ອູລານ ບາຕໍ, ປະເທດມົງໂກເລຍ, ພວກຂ້າພະເຈົ້າຂໍຈື່ຈຳກອງປະຊຸມດຽວກັນຄັ້ງທີ 9 ທີ່ວຽງຈັນ, ນະຄອນຫຼວງຂອງ ສປປ ລາວ ໃນປີ 2012.

ໃນຖານະທີ່ເປັນກອງປະຊຸມອົງການຈັດຕັ້ງທາງສັງຄົມສາກົນທີ່ຈັດຂຶ້ນໃນປະເທດເປັນຄັ້ງທຳອິດ, ແລະຈາກການປຶກສາຫາລືຢ່າງກວ້າງຂວາງໃນທຸກແຂວງ, ກອງປະຊຸມຄັ້ງທີ 9 ຖືເປັນຫຼັກໝາຍອັນໜຶ່ງໃນວົງການອັງການຈັດຕັ້ງທາງສັງຄົມລາວ.

ແຕ່ໃນ 4 ປີມານີ້ ບໍ່ມີການຈັດກອງປະຊຸມແນວນັ້ນອີກເລີຍໃນ ສປປ ລາວ.

ພາຍຫຼັງຈາກກອງປະຊຸມຄັ້ງທີ 9 ໄດ້ບໍ່ດົນ, ສົມບັດ ສົມພອນ, ອາດີດປະທານກອງປະຊຸມ, ໄດ້ພະຍາຍາມຕິດຕາມຄວາມຄືບໜ້າກ່ຽວກັບການທີ່ເຈົ້າໜ້າທີ່ຂົ່ມຂູ່ຜູ່ເຂົ້າຮ່ວມໃນລະຫວ່າງກອງປະຊຸມ. ໃນວັນທີ 15 ທັນວາ, ເພິ່ນໄດ້ຖືກຕຳຫຼວດຢຸດໄວ້ທີ່ປ້ອມຍາມ ແລ້ວຖືກພາຕົວໄປ ດັ່ງທີ່ໄດ້ບັນທຶກໄວ້ໃນກ້ອງວົງຈອນປິດ. 

ເຖິງວ່າຈະມີການອຸທອນຈາກຫຼາຍລັດຖະບານ, ອົງການຈັດຕັ້ງສາກົນ, ແລະບຸກຄົນຈາກທຸກມຸມໂລກ ດັ່ງທີ່ບໍ່ເຄີຍມີມາກ່ອນ, ແລະເຖິງຈະມີການສືບຕໍ່ອ້າງວ່າມີການສືບສວນທີ່ລະອຽດລະອໍ ໂດຍເຈົ້າໜ້າທີ່ລັດຖະບານ, ກໍ່ຍັງບໍ່ມີຫຍັງທີ່ຊີ້ໃຫ້ເຫັນບ່ອນຢູ່ ຫຼືຊາຕາກຳຂອງເພິ່ນ.

ໃນຂະນະທີ່ເຫດຜົນໃນການຫາຍສາບສູນຂອງເພິ່ນ ຍັງບໍ່ສາມາດຮູ້ໄດ້, ສິ່ງໜຶ່ງທີ່ຈະແຈ້ງທີ່ສຸດແມ່ນ: ຖ້າຜູ່ໄດ້ຮັບລາງວັນສາກົນ ແມັກໄຊໄຊ ທີ່ຮັກສະຫງົບ ກໍ່ຍັງຖືກລັກພາຕົວ, ນັ້ນກໍ່ໝາຍຄວາມວ່າບໍ່ມີໃຜທີ່ຈະປອດໄພ.

Logo-Sombath Initiativeຕັ້ງແຕ່ນັ້ນມາ, ກໍ່ມີການເພີ່ມທະວີການຈຳກັດຕໍ່ອົງການທີ່ບໍ່ຫວັງຜົນກຳໄລ ແລະອົງການພັດທະນາ (ກຸ່ມເພື່ອສິທິມະນຸດ ແມ່ນບໍ່ໄດ້ຮັບອະນຸຍາດໃຫ້ເຮັດວຽກພາຍໃນປະເທດໄດ້). ຈາກດຳລັດສະບັບໃໝ່ ວ່າດ້ວຍການນຳໃຊ້ອິນເຕີເນັດ ເຖິງຂະບວນການອະນຸມັດໂຄງການທີ່ມີຄວາມຫຍຸ້ງຍາກ ແລະບໍ່ຄົງທີ່, ພ້ອມທັງຂໍ້ກຳນົດໃນການລາຍງານ, ພື້ນທີ່ສຳລັບອົງການຈັດຕັ້ງທາງສັງຄົມທີ່ມີອິສະຫຼະ ແລະຟົດຟື້ນ ກໍ່ລົດນ້ອຍຖອຍລົງ.

ໃນຂະນະດຽວກັນ, ການຊ່ວຍເຫຼືອຈາກສາກົນຊ້ຳພັດສືບຕໍ່ເພີ່ມທະວີ. ເຖິງແມ່ນວ່າຈະມີການຂະຫຍາຍຕົວທາງດ້ານເສຖະກິດຢ່າງທີ່ບໍ່ເຄີຍມີມາກ່ອນໄດ້ເກືອບທົດສະວັດແລ້ວ, ໂຄງການ ແລະການບໍລິການດ້ານສັງຄົມຫຼາຍອັນ ກໍ່ຍັງສືບຕໍ່ອີງໃສ່ການຊ່ວຍເຫຼືອຈາກຜູ້ໃຫ້ທຶນເປັນສ່ວນຫຼາຍ.

ແຕ່ເຖິງປານນັ້ນ, ກໍ່ຍັງມີການເພີ່ມການຈຳກັດການຊ່ວຍເຫຼືອທີ່ແນໄປໃສ່ຍົກລະດັບອົງການຈັດຕັ້ງທາງສັງຄົມ, ຫຼືສິທິມະນຸດ. ຕົວຢ່າງທີ່ເຫັນແຈ້ງແມ່ນຄວາມພະຍາຍາມໃນການຕິດຕາມກອງປະຊຸມທົບທວນປະຈຳໄລຍະ ໃນປີ 2015, ເຊິ່ງສ່ວນຫຼາຍອອກມາໃນຮູບແບບການຝຶກອົບຮົມໃນວຽງຈັນ, ພ້ອມກັບການເກືອດຫ້າມການຕິດຕາມ ຫຼືລາຍງານສະພາບຕົວຈິງໃນທ້ອງຖິ່ນຢ່າງເດັດຂາດ. ຕົວບົ່ງຊີ້ຫວ່າງມໍ່ໆນີ້ ແມ່ນການຈຳກັດ ຫຼືເກືອດຫ້າມໂດຍສິ້ນເຊີງ ການຮ່ວມມືລະຫວ່າງອົງການຈັດຕັ້ງສາກົນ ກັບສະມາຄົມບໍ່ຫວັງຜົນກຳໄລພາຍໃນປະເທດ.

ໃນປີນີ້, ສປປ ລາວ ຮັບໜ້າທີ່ເປັນປະທານອາຊຽນ. ແຕ່ຖືເປັນຄັ້ງທຳອິດໃນປະຫວັດສາດ ທີ່ກອງປະຊຸມປະຊາຊົນທີ່ປົກກະຕິຈະຈັດຮ່ວມກັນ, ຕ້ອງໄປຈັດຢູ່ໃນອີກປະເທດໜຶ່ງ. ໃນລະຫວ່າງກອງປະຊຸມປີ 2105 ທີ່ກຸງຄົວລາ ລຳເປີ ແລະກິຈະກຳການວາງແຜນຕໍ່ມາ, ມັນໄດ້ເລີ່ມປາກົດອອກມາຢ່າງຈະແຈ້ງວ່າ ຄວາມເປີດກວ້າງ ແລະຄວາມປອດໄພ ທີ່ເປັນພື້ນຖານອັນຈຳເປັນສຳລັບການຈັດກອງປະຊຸມແບບເປີດເຜີຍ ແລະມີພະລັງ ໃນລາວ ຈະບໍ່ສາມາດເຮັດຂຶ້ນໄດ້.

ຄືດັ່ງທີ່ໄດ້ລະບຸໄວ້ໃນບົດກ່າວໃນກອງປະຊຸມທົບທວນປີ 2015 “… ການຫາຍຕົວໄປຂອງສົມບົດ ສົມພອນ ບໍ່ແມ່ນກໍລະນີໂດດດ່ຽວໃນສະພາວະສິທິມະນຸດທີ່ໜ້າພໍໃຈ, ແຕ່ອາດເປັນປາກົດການທີ່ເຫັນໄດ້ແຈ້ງຂອງບັນຫາທີ່ກວ້າງ ແລະເລິກແລບກວ່ານັ້ນ.”

ເຊັ່ນດຽວກັນ, ຂໍ້ຈຳກັດທີ່ເພີ່ມທະວີຂຶ້ນຕໍ່ກັບອົງການຈັດຕັ້ງທາງສັງຄົມລາວ ເປັນປາກົດການທີ່ເກີດຂຶ້ນຄຽງຄູ່ກັບສະພາບທ່າອ່ຽງປິດກັ້ນ ແລະຈຳກັດພື້ນທີ່ຕໍ່ກັບອົງການຈັດຕັ້ງທາງສັງຄົມໃນເອເຊຍ, ຢູໂຣບ, ແລະທົ່ວໂລກ.

ຫົວຂໍ້ກອງປະຊຸມຄັ້ງທີ 11 ແມ່ນ ການສ້າງຄວາມສາມັກຄີອັນໃໝ່: ສ້າງທາງເລືອກທີ່ຄອບຄຸມ, ທ່ຽງທຳ, ແລະສະເໝີພາບໃນເອເຊຍ ແລະຢູໂຣບ. ພວກຂ້າພະເຈົ້າສະໜັບສະໜຸນຢ່າງສຸດໃຈຕໍ່ກັບຄວາມສາມັກຄີທີ່ອີງໃສ່ພື້ນຖານການແລກປ່ຽນທີ່ຄອບຄຸມ, ນັບຖືຄວາມຫຼາກຫຼາຍ, ແລະຄວາມທ່ຽງທຳໂດຍແທ້ຈິງ, ແທນທີ່ຈະເປັນຄວາມປອງດອງແບບເປືອກນອກທີ່ມີຮາກເຫງົ້າມາຈາກການກົດໜ່ວງ ແລະຄວາມງຽບງັນ.

ສຸດທ້າຍນີ້, ພວກຂ້າພະເຈົ້າຂໍຢ້ຳຄືນ ຄຳຮຽກຮ້ອງທີ່ໄດ້ສະເໜີໄປທີ່ກອງປະຊຸມພາກປະຊາຊົນ ປີ 2014 ທີ່ກຸງມິລານ:

ພວກຂ້າພະເຈົ້າຂໍຢ້ຳກັບບັນດາປະເທດສະມາຊິກອາເຊັມ ຕໍ່ກັບຂໍ້ຜູກມັດດ້ານສິທິມະນຸດ, ທັງພາບໃນ ແລະຕ່າງປະເທດ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ລັດຖະບານລາວ ສຳເລັດການສືບສວນຕໍ່ກັບການຫາຍຕົວໄປຂອງສົມບັດ ສົມພອນ, ເຜີຍແຜ່ບົດລາຍງານການສືບສວນຕໍ່ສາທາລະນະ, ແລະນຳໃຊ້ຂະບວນການດ້ານກົດໝາຍທີ່ກ້າວໜ້າ ເພື່ອຈັດການກັບຜູ່ກະທຳຜິດ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ປະເທດສະມາຊິກອາເຊັມ ຕິດຕາມການຈັດຕັ້ງປະຕິບັດຂໍ້ຮຽກຮ້ອງນີ້ ແລະຮັບປະກັນໃຫ້ສົມບັດ ແລະຄອບຄົວຂອງເພິ່ນ ໄດ້ຮັບຄວາມເປັນທຳທີ່ເປັນສິດໂດຍຊອບທຳຂອງເພິ່ນ.

(ທ່ານສາມາດເບິ່ງຕົ້ນສະບັບຈົດຫມາຍເປີດທີ່ມີລາຍເຊັນ 138 ຜູ້ເຂົ້າຮ່ວມກອງປະຊຸມ AEPF ທີ່ນີ້.)

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.