ພາກປະຊາສັງຄົມໃນ ສປປ ລາວ…ແມ່ນ​ຫຍັງ?

Logo-What isຂຽນໂດຍ the Sombath Initiative

  • ຕາມປະຫວັດສາດແລ້ວ, ສປປ ລາວ ເປັນປະເທດທີ່ມີຄວາມຮັ່ງມີດ້ານຄວາມຫລາກຫລາຍຂອງຊົນເຜົ່າ, ມີຄວາມຫລາກຫລາຍດ້ານພາສາ ແລະ ທາງດ້ານພູມສາດ. ມາຮອດປະຈຸບັນໂດຍສະເພາະໃນບັນດາປະເທດ ສັງຄົມນິຍົມ ບັນດາຊຸມຊົນທີ່ຢູ່ຊົນນະບົດແມ່ນຈະກຸ້ມຕົນເອງທາງດ້ານການດຳລົງຊີວິດ ແລະ ການຄຸ້ມຄອງ ຕົນເອງເປັນສ່ວນໃຫຍ່. ພາກປະຊາສັງຄົມທີ່ມີມາແຕ່ດົນນານກໍ່ຍັງສາມາດຮັກສາຢູ່ຄຽງຄູ່ກັບສັງຄົມເລີ້ອຍມາ.
  • ການໄດ້ຮັບການຊ່ວຍເຫລືອທີ່ສຳຄັນຜ່ານທາງຂະບວນການຊ່ວຍເຫລືອຕ່າງໆ, ການສ້າງສາພັດທະນາປະເທດຊາດກໍ່ໄດ້ມີການເຕີບໂຕຢ່າງໄວວາແລະໄດ້ເລີ່ມເຂົ້າມາແທນທີ່ບັນດາຮີດຮອງປະເພນີ ແລະ ຄວາມເປັນເອກະ ລັກຕ່າງໆເທື່ອລະໜ້ອຍ. ຕາມປົກກະຕິແລ້ວ ຊຸມຊົມທີ່ຢູ່ຫ່າງໄກຊອກຫຼີກແມ່ນບໍມີຄວາມເຂົ້າໃຈ ແລະ ບໍ່ສາມາດຮັບຮູ້ກ່ຽວກັບບັນດາກົດໝາຍ ແລະ ກົນໄກຕ່າງໆທີ່ສ້າງຂື້ນມາໃໝ່ໆໄດ້.
  • Logo-Sombath Initiativeອົງການຈັດຕັ້ງມະຫາຊົນລວມມີອົງການແນວລາວສ້າງຊາດ, ສະຫະພັນກຳມະບານ, ແລະ ສະຫະພັນຊາວໝຸ່ມ ແລະ ແມ່ຍິງ ແມ່ນໄດ້ຮັບການຄຸ້ມຄອງໂດຍລັດຖະບານ ແຕ່ກໍ່ຍັງຖືວ່າເປັນອົງການພາກປະຊາສັງຄົມຢູ່ ເຖິງ ແມ່ນວ່າ ການສ້າງຕັ້ງອົງການເຫຼົ່ານັ້ນແມ່ນເພື່ອເປັນຕົວແທນໃຫ້ແກ່ພາກປະຊາຊົນໂດຍຕົງ.  ບັນດາອົງການທີ່ບໍ່ໄດ້ສະແຫວງຫາຜົນກຳໄລຕ່າງໆ (NPAs) ກໍ່ຖືວ່າເປັນອົງການທີ່ສຳຄັນຄ້າຍຄືກັນເພາະປຽບເໝືອນເປັນ ສາຍເລືອດ ແລະ ກົນໄກ ທີ່ຊ່ວຍເຜີຍແຜ່ລະບຽບການ, ນະໂຍບາຍ ແລະ ແຜນງານຕ່າງໆຂອງລັດຖະບານ.

  • (NPAs) ແມ່ນເປັນອົງການທຳອິດທີ່ໄດ້ຮັບອານຸຍາດຈາກລັດຖະດຳລັດນາຍຍົກລັດຖະມົນຕີເລກທີ 115 ໃນປີ 2009. ນັບຕັ້ງແຕ່ເປັນພຽງລາຍຊື່ອົງການຈົນກ້າວໄປເຖິງການໄດ້ຮັບການຄຸ້ມຄອງຕາມກົດໝາຍ, ແລະ ນັບຕັ້ງແຕ່ການ ເປັນສະມາຊິກຈົນເຖິງການມີສ່ວນຮ່ວມໃນການສ້າງແຜນພັດທະນາ ແລະ ຫງົບປະມານ, ທຸກດ້ານຂອງການກຳເນີນງານ ແລະ ການຈົດທະບຽນຂອງ (NPAs) ແມ່ນໄດ້ຮັບການຄຸ້ມຄອງຢ່າງເຄ່ງຄັດ ໂດຍກະຊວງພາຍໃນ ແລະ ກະຊວງຕ່າງໆ. ນັກລາຍງານຂ່າວພິເສດຂອງ ສປຊ ສາມທ່ານກໍ່ໄດ້ອອກມາສະແດງຄວາມເປັນຫ່ວງກ່ຽວກັບລະບຽບການໃນຮ່າງດຳລັດທີ່ເຂັ້ມງວດກົ່ວເກົ່າທີ່ອອກມາໃນປີ 2014.
  • ມີຫລາຍໆອົງການທີ່ໄດ້ຕັດສິນໃຈເລືອກການສ້າງຕັ້ງແລະດຳເນີນງານຂອງຕົນໃນແບບເປັນອົງການວິສະຫະກິດເພື່ອສັງຄົມ ເພື່ອຂໍອານຸມັດໃນແບບວິສະຫະກິດເອກະຊົນເພື່ອຫຼີກລ້ຽງຄວາມຈຳກັດແລະຄວາມເຄ່ງຄັດທີ່ກຳນົດໃນດຳລັດ.
  • ໃນປະຈຸບັນແມ່ນມີອົງການ NPAs ປະມານ150 ອົງການ ໃນປະເທດລາວ, ສອງ ສ່ວນສາມແມ່ນໄດ້ຈົດທະບຽນໃນລະດັບແຂວງ. ອົງການເຫຼົ່ານັ້ນສ່ວນໃຫຍ່ແມ່ນ ເປັນອົງສະມາຄົມທາງທຸລະກິດທີ່ສ້າງຂື້ນມາເພື່ອສົ່ງເສີມຜົນປະໂຫຍດຂອງສະມາ ຊິກ. ບາງອົງການແມ່ນຖືກສ້າງຕັ້ງຂື້ນມາຕາມການ ຮຽກຮ້ອງ ຫຼື ຕາມຄຳສັ່ງ ຂອງລັດຖະບານ ຫຼື ຕາມການ ຮວມກຸ່ມຂອງບັນດາພະນັກງານບຳນານເອງ.

Maina Kiaiຂ້າພະເຈົ້າຫາກໍ່ເຂົ້າໃຈໃນສອງສາມປີທີ່ຜ່ານມາໃນເວລາທີ່ຂ້າພະ ເຈົ້າໄດ້ພົບປະກັບ ບັນດາສະມາຊິກຂອງອົງການພາກປະຊາ ສັງຄົມ ຂອງລາວໃນກອງປະຊຸມລະດັບ ສາກົນ.   ສິ່ງທີ່ຂ້າພະເຈົ້າໄດ້ເຫັນຈາກ ບັນດາບຸກຄະລາກອນເຫຼົ່ານັ້ນກໍ່ແມ່ນຄວາມຕົກສະທ້ານຢ້ານກົວທີ່ພວກເຂົາມີ. ພວກ ເຂົາເຈົ້າແມ່ນບໍ່ມີຄວາມເຊື່ອໝັ້ນ ແລະ ບໍ່ຢາກພົບປະໂອ້ລົມຫຍັງເລີຍກັບຂ້າພະເຈົ້າພ້ອມທັງບໍ່ຢາກໃຫ້ທາງສັງຄົມເຫັນວ່າພວກເຂົາເຈົ້າໄດ້ຢູ່ໄກ້ຊິດນຳຂ້າພະເຈົ້າ. Maina Kiai, ນັກລາຍງານພິເສດ ຂອງ ສປຊ ເພື່ອສິດທິແລະ ເສລີພາບ ໃນການຮວມຊຸມນຸມແລະສ້າງຕັ້ງສະມາຄົມ.

  • ທ່ານສົມບັດສົມພອນໄດ້ເລີ່ມດຳເນີນອົງການໃນຮູບແບບເປັນອົງການພາກປະ ຊາສັງຄົມທຳອິດໃນປະເທດລາວເພາະວ່າ ອົງການ ດັ່ງກ່າວແມ່ນໄດ້ຖືກຈົດທະ ບຽນເປັນສູນຝຶກອົບຮົມ ເພື່ອການພັດ ທະນາແບບມີສ່ວນຮ່ວມ (PADETC) ທີ່ມາຈາກພາກເອກະຊົນ, ເປັນສະຖາບັນການສຶກສາທີ່ບໍ່ໄດ້ສະແຫວງຫາຜົນກຳ ໄລໂດຍການຮ່ວມມືກັບກະຊວງສຶກສາທິການໃນປີ 1996.
  • ອົງການທີ່ໃຫ້ການສະໜັບສະໜຸນທີ່ສຳຄັນໂດຍສະເພາະແມ່ນ ຈາກອົງການອີຢູ ແລະ ສະວິດເຊີແລນແມ່ນໄດ້ວາງ ເປົ້າໝາຍໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກປະຊາສັງຄົມ. ການຊ່ວຍເຫຼືອສ່ວນ ໃຫຍ່ແມ່ນແນໃສ່ການສ້າງ ຄວາມອາດສາມາດໃຫ້ແກ່ພາກປະຊາສັງຄົມໃນເມືອງຫລວງ, ແຕ່ການສ້າງຄວາມອາດສາ ມາດນັ້ນກໍ່ຖືກຈຳກັດ ດ້ານໂອກາດໃນການໂຄສະນາເຜີຍແຜ່ ແລະ ການວິເຄາະວິຈານ ຫຼື ການລາຍງານສະພາບການຕ່າງໆ. ໃນບາງ ກໍລະນີ ການປະສານງານຮ່ວມມືກັນລະຫວ່າງອົງການຈັດຕັ້ງສາກົນພາກເອກະຊົນ ແລະ ອົງການຈັດຕັ້ງ ທີ່ບໍ່ສະແຫວງ ຫາຜົນກຳໄລກໍ່ແມ່ນໄດ້ຖືກຫ້າມ.
  • ມີປະມານ 140 ອົງການຈັດຕັ້ງສາກົນພາກເອກະຊົນທີ່ໄດ້ປະເຊີນກັບບັນຫາຄວາມຫຍຸ້ງຢາກທີ່ຖືກຄວບຄຸມຢ່າງ ເຄ່ງຄັດຈາກຂະບວນການພິຈາລະນາອານຸມັດໃນການສ້າງບົດບັນທຶກຄວາມເຂົ້າໃຈ, ສ້າງໂຄງການ ແລະ ການນຳໃຊ້ ບຸກຄະລາກອນຕ່າງປະເທດ. ອົງການທາງດ້ານສິດທິມະນຸດແມ່ນບໍ່ໄດ້ຮັບອານຸຍາດໃຫ້ດຳເນີນການໃນ ສປປ ລາວ.
  • ອີກກົນໄກທີ່ຊັ່ນຄອນໃນການດຳເນີນງານ ແລະ ປະຕິບັດໜ້າທີ່ຂອງພາກປະຊາສັງຄົມກໍ່ຄືເສລີພາບໃນການປາກ ເວົ້າ ແລະ ອົງການທາງຍຸດຕິທຳທີ່ເປັນເອກະລາດກໍ່ແມ່ນບໍ່ໄດ້ຮັບອານຸຍາດ ແລະ ຖືກຄວບຄຸມຢ່າງເຂັ້ມງວດ. ໃນປີ 2016 ອົງການ Freedom House ໄດ້ຈັດອັນດັບປະເທດລາວເປັນອັນດັບຕ່ຳສຸດຂອງຄະແນນ 7 ຈາກຄະແນຕ່ຳສຸດ 7 ສຳລັບສິດທິທາງການເມືອງ ແລະ ໃດ້ຄະແນນ 6 ໃນຈຳນວນຄະແນນທີ່ຕ່ຳສຸດ 7 ສຳລັບ ສິດເສລີພາບຂອງພົນລະເຮືອນ.
  • ກອງປະຊຸມພາກປະຊາສັງຄົມເອເຊຍ-ເອີລົບຄັ້ງທີເກົ້າ (AEPF9) ໄດ້ຖືກຈັດທີ່ນະຄອນຫລວງວຽງຈັນໃນເດືອນຕຸລາ 2012 ແມ່ນເປັນກອງປະຊຸມທີ່ໃຫຍທີ່ສຸດເທົ່າທີ່ເຄີຍມີຂອງພາກປະຊາສັງຄົມລະດັບສາກົນທີ່ຈັດໃນປະເທດລາວ. ໃນລະ ຫວ່າງການດຳເນີນກອງ ປະຊຸມກໍ່ໄດ້ມີເຈົ້າໜ້າທີ່ຈຳນວນໜຶ່ງໄດ້ເຂົ້າມາແຊກແຊງເຊິ່ງລວມມີການຢຶດເອົາບັນດາເອກະສານ ແລະ ມີການຂົ່ມຂູ່ຜູ້ເຂົ້າຮ່ວມທີ່ຈາກ ສປປ ລາວນຳອີກ. ທ່ານສົມບັດສົມພອນທີ່ເປັນປະທານຮ່ວມກອງປະຊຸມນັ້ນໄດ້ກາຍ ເປັນຜູ້ເຄາະຮ້າຍຂອງການຖືກບັງຄັບໃຫ້ຫາຍສາບສູນຕັ້ງແຕ່ນັ້ນມາ. ເຫດການນັ້ນໄດ້ສ້າງຄວາມຫວາດກົວ ແລະ ເກີດຄວາມຖົດ ຖອຍ ຂອງບັນດານັກເຄື່ອນໄຫວພາກປະຊາສັງຄົມທີ່ປະຈຸບັນນີ້ກໍ່ ຍັງຄົງດຳເນີນວຽກງານຢູ່.

5.150. ຍົກເລີກຂໍ້ຈຳກັດໃນກົດໝາຍແລະຍົກ ເລີກການປະຕິບັດທີ່ເປັນການຂັດຂວາງວຽກ ງານຂອງພາກປະຊາສັງຄົມ ແລະ ໃຫ້ການ ຮັບປະກັນວ່າທຸກຂໍ້ກຳນົດກົດໝາຍກ່ຽວກັບສິດໃນເສລີພາບຂອງການສະແດງຄວາມຄິດເຫັນ, ການໂຮມຊຸມນຸມແບບສະຫງົບແລະການ ສ້າງສະມາຄົມແມ່ນຢູ່ພາຍໃຕ້ກອບຂອງສິດທິມະນຸດສາກົນ. ຄຳເຫັນຈາກອົງການ UPR ຈາກປະ ເທດໂປແລນ

    • ໃນປີນີ້ ຖືວ່າເປັນປີແຫ່ງປະຫວັດສາດທີ່ບໍ່ເຄີຍມີມາຈັກເທື່ອທີ່ ກອງປະຊຸມພາກປະຊາສັງຄົມຂອງອາຊຽນ (ACSC/APF) ບໍ່ໄດ້ຮັບອານຸຍາດໃຫ້ຈັດໃນປະເທດທີ່ເປັນປະທານອາຊຽນ. ທີ່ຈິງເຫດຜົນທີ່ວ່ານີ້ແມ່ນ ໄດ້ຮັບຄຳຕອບມາແລ້ວຕັ້ງແຕ່ຕອນທີ່ໄດ້ກອງປະຊຸມທີ່ກຸງກົວລາລຳເປີໃນປີ 2015 ແລະ ຈາກການປະເມີນເບິ່ງການກະກຽມທີ່ມີ ທີ່ຜ່ານມາກໍ່ເຫັນຢ່າງຊັດ ເຈັນວ່າການດຳເນີນເປີດກອງປະຊຸມ ໃນລາວນັ້ນແມ່ນບໍ່ມີຄວາມ ປອດໄພສຳລັບອົງການພາກປະຊາ ສັງຄົມຂອງລາວໂດຍສະເພາະສຳລັບອົງການທີ່ຢາກຍົກເອົາເລື່ອງທີ່ຫລໍ່ແຫລມຂື້ນມາເປັນປະ ເດັນການສົນທະນາ. ບັນດາອົງ ການພາກປະຊາສັງຄົມໃນອາ ຊຽນແລະໃນໂລກກໍ່ພາກັນຕົກ ລົງເຫັນດີວ່າການຈັດກອງປະຊຸມ ໃນລາວນັ້ນແມ່ນບໍ່ມີຄວາມ ປອດໄພ ແລະ ມີຄວາມສ່ຽງສູງ.
    • ບັນດາຜູ້ແທນຈາກອົງການພາກປະຊາສັງຄົມຂອງລາວທີ່ເຂົ້າຮ່ວມໃນກອງປະຊຸມ AEPF ທີ່ຈັດຂື້ນໃນເມືອງ Ulaanbataar ແລະ ກອງປະຊຸມ ACSC/ APF ທີ່ຈັດຂື້ນໃນເມືອງດີລີແມ່ນໄດ້ຮັບການແຕ່ງຕັ້ງໃຫ້ເຂົ້າ ຮ່ວມໂດຍລັດຖະບານລາວ, ແລະ ມີບາງຜູ້ເຂົ້າຮ່ວມກໍ່ຖືປື້ມຜ່ານແດນທາງຂ່າລາດສະການຂອງລາວ.
    • ໃນການທົບທວນປະຈຳໄລຍະຂອງສະພາສິດທິມະນຸດຂອງ ສປຊ ກ່ຽວກັບ ສປປ ລາວຄັ້ງທີສອງໃນປີ 2015, ມີປະມານ 11 ປະເທດໄດ້ຍົກບັນຫາຂື້ນມາສອບຖາມລັດຖະບານລາວກ່ຽວກັບສິດເສລີພາບໃນການປາກເວົ້າ ແລະ ການໂຮມຊຸມນຸມ ແລະ ສິດເສລີພາບຂອງພາກປະຊາສັງຄົມ, ເຊິ່ງທາງລັດຖະບານແມ່ນໄດ້ຕອບຄຳຖາມເຫຼົ່ານັ້ນວ່າສິດ ເສລີພາບທີ່ວ່ານີ້ແມ່ນໄດ້ຖືກຮັບຮອງໃນກົດໝາຍລັດຖະທຳມະນູນຂອງລາວແລ້ວ ແລະ ຫລາຍໆຄຳຖາມທີ່ຍົກຂື້ນມາ ແມ່ນທາງລັດຖະບານລາວແມ່ນບໍ່ໄດ້ໃຫ້ການຍອມຮັບ.

ຂໍ້ມູນເພີ່ມເຕີມ:

  • https://www.sombath.org/en/tag/lao-civil-society-en/
  • http://www.lao-cso-network.org
  • http://www.directoryofngos.org/ingo2/home

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.