ການ​​​ເຝົ້າຄອຍ ​​ ນັກ​ພັດທະນາ​ສັງຄົມ​ລາວ​ຜູ້​ສູນຫາຍ ​ຢ່າງໂດດດ່ຽວ

The Sentinel: 02 ຕຸລາ 2013

ST_20130411_JNISOMBATH90GK_3607406e
ສົມບັດ ​ແລະ ຊຸຍ​ມິ​ງ

ລັດຖະບານ​​ເປັນ​ຜູ້​ຖືກ​ສົງ​ໃສ​ວ່າ​​ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ​ໃນ​ຂະ​ບວນການຫາຍ​​ຕົວ​ໄປຂອງ​ຜູ້​ຊ່ຽວຊານ​ດ້ານ​ການ​ພັດທະນາ

ສຳລັບ​ອື້​ງ ຊຸຍ​ມິ​ງ, 10 ​ເດືອນ​ທີ່​ຜ່ານ​ມາ ​ເປັນ​ຊ່ວງ​​ເວລາ​​ແຫ່ງ​ຄວາມ​ໂດດດ່ຽວ, ຫົດ​ຫູ່, ​ແລະ ​​ຄວາມ​ຢ້ານ​. ລາວ​ໄດ້​ດີ້ນລົນ​ສຸດ​ຂີດ​ແຕ່​ບໍ່​ໄດ້​ຮັບ​ຜົນ​ຫຍັງ​ເລີຍ​ໃນ​ການ​ຄົ້ນ​ຫາ​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ສາມີ​ຂອງ​ລາວ, ສົມບັດ ສົມ​ພອນ, ​ຜູ້ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ວ່າ​ຖືກ​ລັກ​ພາ​ຕົວ ​ແລະ ຖືກ​ຂ້າ ​ເຊິ່ງອາດ​ຈະ​​ແມ່ນ​ສະມາຊິກ​ຂອງ​ລັດຖະບານ​ສປປ ລາວ ທີ່​ສົມຮູ້​ຮ່ວມ​ຄິດ​ນຳ. ​​​

ຊຸຍ​ມິ​ງປະຕິ​ເສດ​ທີ່ຈະ​ຍອມ​ແພ້ ​ໂດຍ​ຍັງ​ມີ​ຄວາ​ມຫວັງ​ວ່າຜູ້​ຊ່ຽວຊານ​ດ້ານ​ກາ​ນພັດ​ທະ​ນາ​ທີ່​ໂດ່​ງດັງ​ໃນ​ລະດັບ​ສາກົນ ກໍ​ຄື ​ສົມບັດ ​ໃນໄວ​ອາ​ຍຸ 61 ປີ ທີ່​ຫາຍ​ຕົວ​ໄປ​ໃນ​ຂະນະ​ທີ່​ກຳລັງ​ເດີນທາງ​ກັບ​ເມືອ​ກິນ​ເຂົ້າ​ຢູ່​ເຮືອນຕັ້ງ​ແຕ່​ວັນ​ທີ 15 ທັນວາ ປີ​ກາຍ​ນີ້ ​ ຈະ​ຍັງ​ມີ​ຊີວິດ​ຢູ່. ມີ​ຂໍ້​ສົງ​ໃສ​ວ່າ​ສົມບັດ ອາດ​ຈະ​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ຮູ້ສຶກວ່າ​ເປັນ​ປໍ​ລະ​ປັກ​ຕໍ່​ກຸ່ມ​ຜູ້​​ສະ​ແຫວ​ງຜົນ​ປະ​​ໂຫຍ​ດຈາກ​ທີ່​ດິນ ​​ຈາກ​ການ​ທີ່​ວ່າ​ລາວ​ພະຍາຍາມ​ປົກ​ປ້ອງ​ຜົນ​ປະ​​ ໂຫຍ​ດຂອງປະ​ຊາ​ຊົນ​ຊາວ​ໄຮ່​ຊາວນາ​​ເຊິ່ງ​ເປັນ​ປະຊາກອນ​ສ່ວນ​ໃຫຍ່​ໃ​ນຂົງ​ເຂດຊົນ​ນະ​ບົດ.

ຈາກ​ຜົນການ​ສຶກສາ, ໄດ້​ມີ​ການ​ປະ​ເມີນ​​ໄວ້​ວ່າ 40 ​ເປີ​ເຊັນ​ຂອງ​ທີ່​ດິນ​ປູກຝັງ​ໃນ​ປະ​ເທດ​ຕອນ​ນີ້​ຕົກຢູ່​ໃນ​ກຳມື​ຂອງ​ຕ່າງ​ຊາດ ​ຢ່າງ​ໃດ​ກໍ​ຕາມ, ພັນ​ລະ​ຍາ​ຂອງ​ສົມບັດ​ເວົ້າ​ວ່າ ສາມີ​ຂອງ​ຕົນ​ບໍ່​ເຄີຍ​ໃຊ້​ວິທີ​ຕໍ່ຕ້ານ ​​ແຕ່​ລາວ​​ໄດ້​ເຮັດ​ວຽກ​ຮ່ວມ​ມື​ກັບ​ລັດຖະບານ​ມາ​ຕະຫຼອດ​ເພື່ອ​ເປົ້າໝາຍ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ.

ສົມບັດ ​ໄດ້​ຮັບ​ລາງວັນ ຣາມອນ​ ​ແມັກ​​ໄຊ​ໄຊ ​(Ramon Magsaysay) ໃນ​ປີ 2005 ​ແລະ ລາງ​ວັນ​ອັນ​ຊົງ​ກຽດ​ອື່ນໆ ຈຳນວນ​ຫຼາຍ ລາວ​ໄດ້ຫາຍ​ຕົວ​ໄປ​​ໃນ​ຂະນະ​ທີ່​ກຳລັງ​ຂັບ​ລົດ​ນຳ​ຫຼັງລົດ​ພັນ​ລະ​ຍາ​ຂອງ​ຕົນ​ເອງ​ເພື່ອ​ກັບ​ເມືອ​ເຮືອນ ​​ໃນ​ຕົວ​ເມືອງ​ນະຄອນຫຼວງ​ວຽງ​ຈັນ. ການ​ຫາຍ​ຕົວ​ໄປ​ໄດ້​ຕາ​ມມາດ້ວຍຄຳ​ວິພາກ​ວິຈານ​ຈາກ​ສະຫະລັດ​ອາ​ເມ​ລິ​ກາ, ສະຫະ​ປະຊາ​ຊາດ, ​ແລະ ອົງການສິດທິ​ມະນຸດ​ອີກ​ຈຳນວນ​ຫຼວງຫຼາຍ ຈາກ​ທີ່​ລັດຖະບານ​​ໄດ້ປະຕິ​ເສດ​ຢ່າງ​ຊັດ​ເຈນ​ທີ່​ຈະ​ສືບສວນ​ສອບ​ສວນ​ຢ່າງ​​ໂປ່​ງ​ໃສກ່ຽວ​ກັບ​ຄະດີ​ນີ້. “ຂ້ອຍ​ກຳລັງ​ຂັບ​ລົດ​ຢູ່​ທາງ​ໜ້າ​ຂອງ​ລົດ​ລາວ​ ​ໂດຍ​ລາວ​ຂັບ​ມາ​ຕາມ​ຫຼັງ ຂ້ອຍ​ໄດ້​ຂັບ​ກາຍ​ປ້ອມ​ຕຳຫຼວດ ​ແລະ ​ເມື່ອ​ແນມ​ໄປ​ເບິ່ງ​ແວ່ນ​ຂ້າງ​ກໍບໍ່​ເຫັນ​ລົດ​ຂອງ​ລາວ​ແລ້ວ,” ຊຸຍມິ​ງ ຜູ້​ຖື​ສັນຊາດ​ສິງກະ​ໂປ​ແຕ່​ກຳ​ເນີ​ດ ​ໄດ້​​ໃຫ້​ຄຳ​ສຳພາດ. “ຂ້ອຍ​ບໍ່​ໄດ້​ຄິດ​ຫຍັງ​ຫຼາຍ​ຕອນ​ນັ້ນ, ​ແຕ່​ເມື່ອ​ກັບ​ໄປ​ຮອດ​ເຮືອນ ລາວ​ບໍ່​ໄດ້​ກັບ​ມາ​ບ້ານ, ຂ້ອຍ​ໄດ້​ໂທ​ຫາ​ລາວ ​ແຕ່​ວ່າ​ໂທລະສັບ​ລາວ​ຖືກ​ປິດ​ເຄື່ອງ. ຂ້ອຍ​ຄິດ​ວ່າ ອາດ​ຈະ​ເກີດ​ອຸປະຕິ​ເຫດ​ຂື້ນ​ກັບ​ລາວ”

ຫຼັງ​ຈາກໝົດ​ມື້ ຊອກ​ຫາ​ສົມບັດບໍ່​ເຫັນ, ລາວ ​ແລະ ໝູ່​ເພື່ອນ​ໄດ້​ໄປ​ຫາ​ທີ່​ປ້ອມ​ຕຳຫຼວດ ​​ເຊິ່ງ​ພາຍຫຼັງ​ “ພວກ​ເຮົາ​ພົບ​ວ່າ​ມີ​ກ້ອງ​ວົງ​ຈອນ​ປິດຕິດ​ຕັ້ງ​ຢູ່​ຕາມ​ທາງ,” ລາວ​ເວົ້າ. “ດັ່ງ​ນັ້ນ ພວກ​ເຮົາຕັດສິນ​ໃຈ​ຂໍ​ຕຳຫຼວດ​ໃຫ້​ເປີດ​ພາບ​ບັນທຶກກ້ອງ​ວົງ​ຈອນ​ປິດ​ໃຫ້​ເບິ່ງ ​ແລະ ພວກ​ເຂົາ​ກໍ​ຕອບ​ວ່າ ‘​ໄດ້​’.

ການ​ຍອມ​ໃຫ້​ກຸ່ມ​ນີ້​ເຂົ້າ​ເບິ່ງ​ພາບ​ບັນທຶກ ​ເປັນຄວາມ​ຜິດ​ພາດ​​ເຖິງ​ຕາຍ​ສຳລັບ​ຜູ້​ມີ​ອຳນາດ​ຂອງ​ລາວ. ມັນ​ເປັນ​ຫຼັກ​ຖານ​​ໃຫ້​ເຫັນ​ວ່າ ລົດ​ຂອງ​ສົມບັດ ຖືກ​ໂບກ​ໃຫ້​ຫຍຸດ ​ແລະ ຖືກ​ເອົາ​ຕົວ​​ເຂົ້າ​ໄປ​ໃນ​ປ້ອມ​ຕຳຫຼວດ ພ້ອມ​ທັງມີ​ຄົນ​ອື່ນ​ຂັບ​ລົດ​ຂອງ​ລາວ​ໄປ​ ​ແລະ ມີ​ລົດ​ກະບະ​ສີຂາວ​ມາ​ຈອດ ​ແລ້ວ​ເອົາ​ລາວ​ຂື້ນ​ລົດ​ພ້ອມ​ຂັບ​ອອກ​ໄປ​. ຫຼັງ​ຈາກ​ນັ້ນ​ບໍ່​ມີ​ຜູ້​​ໃດ​ພົບ​ເຫັນ​ລາວ ຫຼື ລົດ​ຈິບ​ຂອງ​ລາວ​ອີກ​ເລີຍ.

ເຖິງວ່າ​ຕຳ​ຫຼວດຈະ​ບໍ່​ຍອມ​​ໃຫ້​ເອົາ​​ໄຟ​ລ໌​ໄປ ​ແຕ່​ຊຸຍມິ​ງກໍ​ໄດ້​ໃຊ້​ໂທລະສັບ​ຂອງ​ຕົນ​​ເອງ​ເພື່ອ​ຖ່າຍ​ເອົາ​ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ​ນັ້ນ. ຕຳຫຼວດ​ບອກ​ວ່າ​ພາບ​ບັນທຶກ​ນີ້​ສະຫຼຸບ​ບໍ່​ໄດ້​ ​ແລະ ພວກ​ເຮົາ​ບໍ່​ສາມາດ​ພິສູດ​ໄດ້​ວ່າ ​ໃຜ​ຂັບ​ລົດ​ຈິບ​ໄປ​ຈາກ​ປ້ອມ​ຕຳຫຼວດ ​ຫຼື ​ຄົນ​ສອງ​ຄັນ​ທີ່​​ໄປ​ນຳ​ລົດ​ກະບະ​ຄັນ​ສີຂາວ​ນັ້ນ​ແມ່ນ​ໃຜ.

ລັດຖະບານ​ໄດ້​ອອກ​ຖະ​​​ແຫຼ​ງການ​ວ່າ​ພວກ​ເຂົາ​ບໍ່​ຮູ້​ເລື່ອງ​ຫຍັງ​ເລີຍ ​ແລະ ພວກ​ເຂົາ​ກໍ​ຍັງ​ຄົງ​ດຳ​ເນີນ​ການ​ສອບ​ສວນ​ຢູ່ ທັ້ງໆ ທີ່​ມີ​ຫຼັກ​ຖານ​ຊັດ​ເຈນ​ຈາກ​ພາບ​ບັນທຶກ​ກ້ອງ​ວົງ​ຈອນ​ປິດ. ພວກ​ເຂົາ​ໄດ້​ປະຕິ​ເສດ​ຄຳ​ຮ້ອງ​ຂໍ​ໃຫ້​ຕຳຫຼວດ​ສາກົນ​​ເຂົ້າ​ມາ​ຊ່ວຍ​ເຫຼືອ, ​ເຖິງ​​ຢ່າງ​ໃດກໍ​ຕາມ ພວກ​ເຂົາ​ກໍ​ເລີ່​ມສະ​ແດງ​ຄວາມ​ລຳ​ຄານ​ຫງຸດຫງິດຫຼາຍຂື້ນ ​ທີ່​ມີ​ການ​ປະ​ທ້ວງ​ໂດຍ ​ທີ່ເຈົ້າ​ໜ້າ​ທີ່​ຈາກ​ສະຖານທູດ​ສະຫະລັດ​ອາມາ​ລິ​ກາ​ໄດ້ຜູກ​ປ້າຍ​ຂະໜາດ​ໃຫຍ່​​ເທິງ​ອ່າງ​ນ້ຳ​ປະ​ປາ​​ໃນສະຖານທູດ ​​ໂດຍ​ມີ​ຂໍ້ຄວາມ​ຖາມ​ວ່າ ​ເກີດຫຍັງ​ຂື້ນ​ກັບ​ນັກ​ຮຽກຮ້ອງ​ສິດທິ​ມະນຸດ ​​ເຊິ​ງພາຍ​ຫຼັງ​ໄດ້​ມີ​ກຸ່ມ​ຄົນ​ຈຳ​ນວນ​ໜຶ່ງ ຖື​ປືນ ​ໄຣ​ໂຟ AK-47 ​ເຂົ້າ​ມາ​ອ້ອມ​ສະຖານທູດ ​ແລະ ຂົ່ມຂູ່​ໃຫ້​ລູກຈ້າງ​ຄົນ​ລາວ​ປົດ​ປ້າຍ​ດັ່ງກ່າວ​ອອກ​ໃນ​ທາງ​ທີ່​​ເຮັດ​ໃຫ້​ເກີດ​ຄວາມ​ຢ້ານ​ກົວ​ຕໍ່​ຄວາມ​ປອດ​ໄພ​ຂອງ​ຕົນ​ເອງ.

ການ​ຫາຍ​ຕົວ​ໄປ​ໄດ້​ກາຍ​ເປັນ​ປະ​ເດັນ​ລະຫວ່າງ​ປະ​ເທດ ເຮັດ​ໃຫ້​ລັດຖະບານ​ລາວ​ຂາຍໜ້າ ​ເຊິ່ງ Maina Kiai ຜູ້​ລາຍ​ງານ/ກວດກາ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ດ້ານ​ສິດທິ​​ແຫ່ງ​ເສລີພາບ​ໃນ​ການ​ລວມຕົວ​ແລະ​ສະມາຄົມ​ຢ່າງ​ສັນຕິ (United Nations Special Rapporteur on the rights to freedom of peaceful assembly and association) ​ໄດ້​ຍົກ​ເອົາ​ກໍລະນີ​ດັ່ງກ່າວ​ຂື້ນ​ກ່າວ​ຄຳ​ປາ​ໃສ​ເມື່ອ​ວັນ​ທີ 23 ກັນຍາ ທີ່​ສະຫະ​ປະຊາ​ຊາດ, ຕໍ່ໜ້າ​ປະທານ​ປະ​ເທດ​ສະຫະລັດ​ອາ​ເມ​ລິ​ການ ບາຣັກ ​ໂອ​ບາ​ມາ (Barack Obama).

“ພາກ​ປະຊາ​ສັງຄົມ ​ແລະ ບັນດາ​ສຽງ​ທີ່​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ເຫຼົ່າ​ນັ້ນ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ອຸປະສັກ​ທີ່​ສຳຄັນ​ທີ່​ສຸດ ບໍ່​ຄື​ກັບ​ຜູ້​ທີ່​ສະໜັບສະໜູນ​ນະ​ໂຍບາຍ​ຂອງ​ທາງ​ການ. ​ໃນ​ລາວ, ສົມບັດ ສົມ​ພອນ ​”ໄດ້ຫາຍ​ສາບ​ສູນ” ຕັ້ງ​ແຕ່​ເດືອນ​ທັນວາ​ປີ​ກາຍ​ນີ້ ​ຍ້ອນ​ວ່າ​ລາວ​ສະໜັບສະໜູນ​ສິດທິ​​​ເລື່ອງ​ທີ່​ດິນ​ຂອງ​​ໄຮ່​ຊາວນາ ​ແລະ ຈົນ​ຮອດ​ປັດຈຸບັນ​ບໍ່​ມີ​ຂ່າວ​ຄາວ​ຫຍັງ​ຈາກ​ລາວ​ເລີຍ” Kiai ​ເວົ້າ.

ອົງການ​ນິລະ​ໂທດ​ກຳ​ສາກົນ (Amnesty International) ​ໄດ້​ຕີ​ພິມ​ລາຍ​ງານ​ໃນ​ຊ່ວງ​ຕົ້ນ​ປີ​ນີ້ ວ່າ “ເຖິງ​​ແມ່ນວ່າໃນຊ່ວງຫຼາຍເດືອນທີ່ຜ່ານມາ ທາງການລາວ​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາຕໍ່ສາທາລະນະທີ່ຈະສືບສວນ ສອບສວນ​ເຖິງການຫາຍຕົວໄປຂອງສົມບັດ, ແຕ່ຈົນຮອດປັດຈຸບັນ ການດໍາເນີນງານຂອງຕໍາຫຼວດຍັງບໍ່​ເຫັນຄືບໜ້າປານໃດ. ນອກຈາກນັ້ນ ຈົນຮອດປັດຈຸບັນທາງການຍັງລົ້ມ​ເຫຼວ ບໍ່​ສາມາດໃຫ້ຂໍ້ມູນ ຄວາມຄືບໜ້າຜົນ​ການ​ສືບສວນ​ສອບ​ສວນວ່າຮອດໃສແລ້ວ ໃຫ້ແກ່ຄອບຄົວຂອງສົມບັດ ແລະ ຄົນອື່ນໆ​ທີ່ມີຄວາມສົນໃຈ, ແລະ ຕີພິມເຜີຍແຜ່ຜົນ ການສຶບສວນທີ່ຈະຊ່ວຍຕອບຄໍາຖາມສໍາຄັນໆ ກ່ຽວກັບການຫາຍຕົວໄປຂອງສົມບັດໄດ້.”

ການ​ສອບ​ສວນ​ທີ່​ບໍ່​ມີ​ຄວາມ​ສົມບູນ/ພຽງພໍ, ຂໍ້​​ເທັດ​ຈິ​ງທີ່​ສົມບັດ ​​​ໄດ້​ຖືກ​ພົບ​ເຫັນ​ເປັນ​ຄັ້ງ​ສຸດ​ທ້າຍ​ທີ່​ປ້ອມ​ຕຳຫຼວດ ​​ໂດຍ​ທີ່​ວ່າ​ຕຳຫຼວດ​ບໍ່​ໄດ້​ເຮັດ​ຫຍັງ​ເລີຍ​ເພື່ອ​ເປັນ​ການ​ຂັດຂວາງ​ບໍ່​ໃຫ້​ຖືກ​ເອົາ​ຕົວ​ໄປ, “​ເປັນ​ການ​ຊີ້​ໃຫ້​ເຫັນ​ວ່າ​​ເຈົ້າ​ໜ້າ​ທີ່​ລາວ​ມີ​ສ່ວນກ່ຽວຂ້ອງ​ໃນ​ລະດັບ​​ໃດ​ໜຶ່ງ.​”

ສົມບັດ ​ເປັນ​ຜູ້​ກໍ່​ຕັ້ງ​ສູນ​ອົບຮົມ​ຮ່ວມ​ພັດທະນາ​ເພື່ອ​ສົ່ງ​ເສີມ​ການ​ສຶກສາ, ທັກ​ສະການ​ເປັນ​ຜູ້​ນຳພາ, ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ລາວ ​ເຊິ່ງພາຍຫຼັງ​ເປັນອົງການ​ພາກ​ປະຊາ​ສັງຄົມລາວທີ່​ເປັນ​ທີ່ຮັບ​ຮູ້​​ຫຼາຍ​ທີ່​ສຸດ ​ເຊິ່ງຕົວ​ລາວ​ເອງ​ກໍ​ໄດ້​ປະກອບສ່ວນຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ ​​ເຂົ້າ​ໃນ​ການ​ພັດທະນາ​​ເສດຖະກິດປະ​ເທດ​ເພື່ອ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ໂດຍ​ໄດ້​ມີ​ການ​ເຮັດ​ວຽກ​ຮ່ວມ​ມື​ກັບ​​ເຈົ້າ​ໜ້າ​ທີ່​ຜູ້​ມີ​ອຳນາ​ດມາ​ດົນ​ນານ ​ໃນ​ດ້ານ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ສົ່ງ​ເສີມ​ການ​ພັດທະນາ​ແບບ​ຍືນ​ຍົງ.

ສິ່ງ​ທີ່​ອາດ​ຈະ​ກະ​ຕຸ້ນ​ໃຫ້ລັດຖະບານ​ຮູ້ສຶກ​ບໍ່ພໍ​ໃຈ ຊຸຍ​ມິ​ງກ່າວ​ວ່າ ອາດ​ຈະ​ແມ່ນ​ການ​ທີ່​ລາວ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຈັດ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ການ​ເປີດ​ພື້ນ​ທີ່​ໃຫ້​ປະຊາຊົນຮ້ອງທຸກ​​​ເຊິ່ງ​​ເປັນ​ໄປ​ເພື່ອປ້ອນ​ຂໍ້​ມູນ​ເຂົ້າ​ໃນ​ກອງ​ປະຊຸມສຸດ​ຍອດ​ອາ​ເຊັມ (ASEM) ​ທີ່​ມີ​ຂື້ນ​ໃນ​ເດືອນ​ຕຸລາ.

ຊຸຍ​ມິ​ງ “ບໍ່​ຍອມ​ທີ່​ຈະ ຍອມ​​ແພ້,” ໝູ່​ຂອງ​ລາວ​ເວົ້າ. “ລາວ​ເວົ້າ​ວ່າ​ ‘​ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​​ເອົາ​ສົບ​ຂອງ​ສົມບັດ​ມາ​ໃຫ້​ເບິ່ງ, ​ແລ້ວ​ພວ​ກ​ເຂົາ​ຄິດ​ວ່າ​ຂ້ອຍ​ຈະ​ຍອມວາງ​ມື​ຈາກ​ເລື່ອງ​ນີ້, ພວກ​ເຂົາ​ຕ້ອງ​ຄິດ​ໃໝ່’ ລາວ​ຈະ​ຍັງ​ສູ້​ຄະດີ​ນີ້​ຕໍ່​ໄປ.”

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.