ສະຫະພາບຢູໂຣບຖາມເຖິງ ເຣື້ອງ ທ່ານ ສົມບັດ

ວິທະຍຸເອເຊຍເສຣີ: (ພະຈິກ 2014)

European Unionສະຫະພາບ ຢູໂຣບ ປະຈຳລາວ ໄດ້ອອກ ຖແລງການ ເຖິງ ຣັຖບານ ໃນໂອກາດ ທີ່ ເຂົ້າຮ່ວມ ກອງປະຊຸມ ໂຕະມົນ ກັບ ຣັຖບານ ລາວ ທີ່ ຈະມີຂຶ້ນ ໃນມື້ນີ້ ວັນທີ 14 ພຶສຈິກາ.

ເນື້ອໃນ ຂອງ ຖແລງການ ຕອນນຶ່ງ ແມ່ນໄດ້ ເວົ້າເຖິງ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ອະວຸໂສ ດີເດັ່ນ ຂອງລາວ ທີ່ ບໍ່ມີຄຳ ອະທິບາຍ ຈາກ ທາງການ ລາວ ແລະ ຮຽກຮ້ອງ ໃຫ້ ຣັຖບານ ລາວ ແກ້ໄຂ ບັນຫາ ນີ້ ຢ່າງ ຮີບດ່ວນ.

ສະເພາະ ວາລະ ກອງປະຊຸມ ໂຕະມົນ ປະຈຳປີ ໃນຄັ້ງນີ້ ມີສອງ ຫົວຂໍ້ ຫລັກ ຄື: ອັນທີ ນຶ່ງ ແມ່ນການ ປະຕິບັດ ແຜນ ພັທນາ ເສຖກິດ ສັງຄົມ ຄັ້ງທີ 7 ແລະ ອັນທີສອງ ແມ່ນ ຄວາມ ຄືບໜ້າ ຂອງ ການ ປະຕິບັດ ແຜນງານ 16 ຂໍ້ ທີ່ໄດ້ມີ ການຕົກ ລົງ ກັນເອົາໄວ້ ຢູ່ໃນ ກອງປະຊຸມ ໂຕະມົນ ໃນປີ ທີ່ ຜ່ານມາ.

ເຈົ້າໜ້າທີ່ ຈາກ ອົງການ ຈັດຕັ້ງ ທາງ ສັງຄົມ ທ່ານ ນຶ່ງ ກ່າວວ່າ ພວກເຮົາ ຕ້ອງໄດ້ມີ ການ ທົບທວນ ແລະ ທວງຖາມ ທາງການ ລາວ ວ່າ ແຜນງານ ທີ່ ໄດ້ຕົກລົງ ກັນໃນປີ ທີ່ ຜ່ານມາ ມີຫຍັງ ປະຕິບັດ ໄດ້ແດ່ ແລ້ວ ແລະ ມີຫຍັງໄດ້ ຮັບການ ປັບປຸງ ແລ້ວ.

ນຶ່ງໃນ ແຜນງານ 16 ຂໍ້ ນັ້ນ ແມ່ນເຣື້ອງ ການທົບທວນ ສິດທິມະນຸດ ໂດຍສະເພາະ ຂະບວນ ການທົບທວນ ປະຈຳ ລະຍະ ກ່ຽວກັບ ປະຕິບັດ ວຽກງານ ດ້ານ ສິດທິມະນຸດ ຢູ່ ລາວ. ໃນ ກອງປະຊຸມ ໂຕະມົນ ກັບ ຣັຖບານ ລາວ ໃນ ປີ 2013 ທີ່ ຜ່ານມາ ສະຫະພາບ ຢູໂຣບ ກໍໄດ້ອອກ ຖແລງການ ແລະ ເນື້ອໃນ ສ່ວນນຶ່ງ ຂອງ ຖແລງການ ກໍໄດ້ຍົກ ກໍຣະນີ ເຣື້ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແຕ່ບໍ່ໄດ້ ຮັບ ຄຳຕອບ ໃດໆ ຈາກ ທາງການ ລາວ.

 

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.