ເຖິງສົມບັດ…ຈາກ ຊຸຍມິງ (6)

​ເຖິງ ສົມບັດ ທີ່​ຮັກ​​​,​

​ເປັນ​ເວລາ 2 ປີ ​​ເຕັມໆ ​​ນັບ​ຕັ້ງ​ແຕ່ຄືນ​ວັນ​ທີ15 ທັນວາ 2012 ທີ່​ເຈົ້າ​ຖືກ​ເອົາ​ຕົວ​ໄປຈາກ​ຂ້ອຍຢ່າງ​​ໄຮ້​ມາລະຍາດ. ຂ້ອຍ​​ຢາກ​ໃຫ້​ເຈົ້າ​ຮູ້​ວ່າ​​ໄລຍະ 2 ປີທີ່​ຜ່ານ​ມາ ຄຳ​ເວົ້າ​ຂອງ​ເຈົ້າທີ່ເວົ້າວ່າ “​ໄປ໋ ​ເມືອ​​ເຮືອນ” ​ດັງຢູ່ໃນຫົວຂ້ອຍຊໍ້າ​ແລ້ວ​ຊ້ຳ​ອີກບໍ່​ຮູ້​ເທົ່າ​ໃດ​ເທື່ອ ​​ຕອນນັ້ນ​​ເຈົ້າ​ມາ​ຫາ​ຂ້ອຍ​ທີ່​ຮ້ານ​ຊາວບ້ານ ​​​ແລ້ວ​ຂ້ອຍຈື່​ໄດ້​ວ່າຂ້ອຍ​ຕອບ “​ໂອ​ເຄ” ​ແລ້ວ​ຂ້ອຍກໍ​ໄປ​ເອົາ​ກະ​ເປົາ ​ເພື່ອ​ຍ່າງ​ໄປ​ເອົາ​ລົດ​ຄົນ​ລະ​ຄັນ​ເພື່ອ​ກັບ​ບ້ານ. ຕັ້ງ​ແຕ່​ມື້​ນັ້ນ ​ເຈົ້າ​ບໍ່​ໄດ້ກັບ​ມາເຮືອນ​ອີກ​ເລີຍ.

ສົມບັດ​ເອີຍ,​​​ສອງ​ປີຜ່ານມາ​ນີ້ ຂ້ອຍຕັ້ງ​ຄຳ​ຖາມ​ໃນ​ໃຈ​ຕະຫຼອດ​ວ່າ​​ເຫດການຕ່າງໆ ຈະ​ແຕກ​ຕ່າງ​​ໄປ​ຈາກນີ້​ບໍ່ ຖ້າ​ຫາກ​ຂ້ອຍ​ບໍ່​ໄດ້​​ເອົາ​ລົດ​ຂອງ​ເຮົາ​​​ໄປ​ກ່ອນ​ໃນ​ເຊົ້າ​ມື້​ນັ້ນ ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ໄດ້​​​​ຂັບລົດ​ຈິບ​​ເກົ່າໆ ຂອງ​ເຈົ້າ​ເພື່ອ​ໄປ​ຕີ​ປິງປ໋ອງ​ໃນ​ຕອນ​ແລງມື້​ນັ້ນ? ​ເຈົ້າ​ອາດ​ຈະ​ໄດ້ຢູ່​ໃນລົດ​ຄັນ​ດຽວ​ກັນ​ກັບ​ຂ້ອຍ ​ເຖິງ​ວ່າ​ມື້​ນັ້ນ​ພວກ​ເຮົາ​ອາດ​ຈະ​ຖືກ​ເອົາ​ຕົວ​ໄປ​ພ້ອມ​ກັນ ​ແຕ່​ຢ່າງ​ໜ້ອຍ​ພວກ​ເຮົາ​ກໍ​ຍັງ​ໄດ້​ຢູ່​ນຳ​ກັນ. ຫຼື​ວ່າ ຈະ​ເກີດ​ຫຍັງ​ຂື້ນ​ຖ້າ​ພວກ​ເຮົາ​ຊວນ​ກັນ​ໄປນັ່ງ​ດື່ມ​​ເບຍ​ກ່ອນ​ກັບ​ບ້ານ​ໃນ​ມື້​ນັ້ນ ຄື​ດັ່ງ​ທີ່​ພວກ​ເຮົາ​​ເຮັດ​ເປັນ​ປະຈຳ​ໃນ​ຊ່ວງ​ທ້າຍ​ອາທິດ. ​ເຊິ່ງອາດ​ຈະ..ອາດ​ຈະ.. ​ເຮັດ​ໃຫ້​ຄົນ​ທີ່​ລໍຖ້າ​ເອົາ​ຕົວ​ເຈົ້າ​ ອິດ​ເມື່ອຍກັບ​ການ​ລໍຖ້າຢູ່​ທີ່​ປ້ອມ​ຕຳຫຼວດ ພວກ​ເຂົາ​ອາດ​ຈ​ະ​ເມືອ​​ເຮືອນ​ກ່ອນ​ທີ່​ເຈົ້າ​ຈະ​ມາ​ເຖິງ​ປ້ອມ​ຕຳ​ຫຼວດ. ​ແນວ​ໃດ​ກໍ​ຕາມ ມື້​ນັ້ນ​​ແມ່ນ​ແລງ​ວັນ​ເສົາ ​ແລະ ຕຳຫຼວດ​ສ່ວນ​ຫຼາຍ​ກໍ​ກັບ​​ເລີກ​ວຽກ​ໄວ​ເພື່ອ​ກັບ​ບ້ານ. ​ເຈົ້າ​ອາດ​ຈະ​ລອດ​ຈາກ​ຊະ​ຕາ​ກຳ​ທີ່​ຮ້າຍ​ແຮງດັ່ງກ່າວ.

ສົມບັດ ຂ້ອຍ​ຮູ້​ວ່າບໍ່​ມີ​ປະ​ໂຫຍ​ດຫຍັງ​ທີ່​ຈະ​ຄິດ​ແບບ​ນີ້ ​ແຕ່​ຂ້ອຍ​ບໍ່​ສາມາດ​ອອກ​ຈາກ​ຄວາມ​ຄິດ​ນີ້​ໄດ້ ມັນ​ກັບ​​ເຂົ້າ​ມາ​ໃນ​ຫົວ​ຂ້ອຍ​ຊໍ້າ​ແລ້ວ​ຊ້ຳ​ອີກ.. ມັນ​ອາດ​ຈະ​ຢູ່ດັງ​ຢູ່​​ໃນ​ຫົວ​ຂ້ອຍ​​ໄປຕະຫຼອດ​ ຈົນ​ຮອດ​ມື້​ຕາຍ​.

ສົມບັດ ຄວາມ​ຈິງ​ແລ້ວ ຂ້ອຍ​ຍັງ​ສົງ​ໄສ​ວ່າ​ ​730ມື້​ຫຼັງ​ຈາກ​ທີ່​ເຈົ້າ​ຫາຍຕົວ​ໄປຂ້ອຍ​ມີ​ຊີວິດ​ຢູ່​ໄດ້​ແນວ​ໃດ​. ​ເວລາ​ທີ່​ມີ​ຄົນ​ຍ້ອງ​ຂ້ອຍ​ວ່າ​ຂ້ອຍ​ເຂັ້ມ​ແຂງ ຂ້ອຍ​ໄດ້​ແດ່​ຍີ້ມ ຍິ້ມ​ດ້ວຍ​ຄວາມ​ໂສກ​ເສົ້າ ຂ້ອຍ​ມີ​ທາງ​ເລືອກ​ອື່ນ​ອີກ​ບໍ ນອກຈາກ​ຕ້ອງ​ມີ​ຊີວິດ​ຢູ່​ຕໍ່​ໄປ? ຂ້ອຍຈຳ​ເປັນ​ຕ້ອງ​ຊອກ​ຮູ້​ໃຫ້​ໄດ້​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ເຈົ້າ, ​ເຈົ້າ​ຢູ່​ໃສ​ຕອນ​ນີ້, ​ແລະ ຈະ​ເຮັດ​ແນວ​​ໃດ​ຈຶງຈະ​ໄດ້​​ຕົວ​ເຈົ້າ​ກັບ​ຄືນ​ມາ​ຫາ​ຄອບຄົວ​ຂອງ​ພວກ​ເຮົາ ສະ​ນັ້ນ ຂ້ອຍຈຶງ​ໄດ້​ຮ້ອງ​ຂໍ​ ​ໃຫ້ບັນດາ​ທ່ານ​ຜູ້ນຳ​ລາວ​​ຊ່ວຍຫາ​ຄຳ​ຕອບ​ໃຫ້​ກັບ​ຂ້ອຍ ​ແລະ ​ຂ້ອຍ​ກໍ​ໄດ້​​ຄົ້ນຄວ້າ​ຫາ​ເຕັກນິກ​ວິທີ​ການ​ທຸກ​ຮູບ​ແບບ​ເພື່ອ​ຊ່ວຍ​​ເລັ່ງຂະ​ບວນການ​ສືບສວນ​ສອບ​ສວນວ່ອງ​ໄວ​ຂື້ນ ​ແລະ ​ໃຫ້​​​ຄະດີ​ດັ່ງກ່າວປິດ​ລົງ​ໄວໆ. ຂ້ອຍ​​ເຄີຍ​ຄິດ​ວ່າ​ຫຼັກ​ຖານ​ທີ່​ບັນທຶກ​ມາ​ໄດ້​ຈາກ​ກ້ອງ​ວົງ​ຈອນ​ປິດ​ຂອຕຳຫຼວດຈະ​ຊ່ວຍ​ໃຫ້ການ​ຕິດຕາມ​ຫາ​ຕົວ​​ເຈົ້າ ​ແລະ​​ພາ​ເຈົ້າ​ກັບ​ຄືນ​ມາ​ເຮືອນ​ໄປ​ໄດ້​ງ່າຍ​ຂື້ນ ​ແຕ່​ໃນ​ທາງ​ກົງກັນຂ້າມ ມັນ​​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ຜິດ​ຫວັງ ​ແລະ ໝົດ​ຄວາມ​ຫວັງ​ສຸດໆ ທີ່​ເຈົ້າ​ຍັງ​ຄົງ​ຫາຍ​ຕົວ​ໄປ​​ຫຼັງ​ຈາກ​ຜ່ານ​ໄປ​ໄດ້​ສອງ​ປີ.

ສົມບັດ​ທີ່ຮັກ, ຫຼາຍໆ ຄັ້ງຂ້ອຍ​ຮູ້ສຶກ​ເປັນ​ກັງ​ວົນ​ວ່າ​ຖ້າ​ເວລາ​ຜ່ານ​ໄປດົນໆ ໝູ່ຄູ່​ຜູ້​ທີ່ຮັກແພງກັບເຈົ້າ ແລະ ຜູ້ທີ່ສະໜັບສະໜູນເຈົ້າຈະຮູ້ສຶກອິດເມື່ອຍກັບ​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​​ຕໍ່ກໍລະນີ​ຂອງ​ເຈົ້າ. ​​​ແນວ​ໃດ​ກໍຕາມ ຢ່າງ​ໜ້ອຍ​​ໃນ​ຕອນ​ນີ້ ຍັງ​ຄົງ​ມີ​ຄົນ​ຈຳນວນ​ຫຼາຍທີ່​ຍັງ​ບໍ່​ລົດ​ລະ ຊ່ວຍ​ຮ້ອງ​ຂໍ​​ເພື່ອໃຫ້​ເຈົ້າ​ໄດ້​ກັບ​ຄືນ​ມາ. ຄວາມ​ຈິງ​ແລ້ວ ສອງ​ປີ​ທີ່​ຜ່ານ​ມາ ມີ​ຫຼາຍ​ຄົນ ຈາກ​ທົ່ວ​ໂລກ​ທີ່​ໄດ້​​ເປັນ​ກະບອກ​ສຽງ​​ໃຫ້​ກັບ​ເຈົ້າ ​ແລະ ມີບັນດາ​ລັດຖະບານ​ຕ່າງໆ ​ແລະ ກຸ່ມ​ສິດທິ​ມະນຸດ​ຈຳນວນ​ຫຼາຍ​ທີ່​ຮຽກ​ຮ້ອງ​ໃຫ້​ລັດ​ຖະບານ​ລາວ​ສືບສວນ​ສອບ​ສວນ​ກໍລະນີ​ການ​ຫາຍ​ຕົວ​​ໄປ​ຂອງ​ເຈົ້າ​ໃຫ້​ວ່ອງ​ໄວ, ​ໂປ່​ງ​ໃສ, ​ແລະ ​ເປີດ​ກວ້າງ​ຂື້ນ ​ແລະ ​ໃຫ້​ສາມາດ​ນຳ​ເອົາ​ຕົວ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ການ​ຕາມ​ລະບົບ​ກົດ​ໝາຍ.

ສົມບັດ ​ຂ້ອຍ​ວ່າ​ເຈົ້າ​ຄົງຈະ​ຮູ້ສຶກ​ດີ ຖ້າ​ໄດ້​ຍິນ​ຂ່າວ​ວ່າ​ມື້​​ຄົບຮອບ​ສອງ​ປີທີ່​ເຈົ້າ​​ຫາຍ​ຕົວ​ໄປ ຢູ່​ທີ່​ສູນ​ປາ​ແດກ​​ໄດ້​ມີ​ການຈັດ​ພິທີ​ສວດ​ມົນ​ຂໍ​ພອນ​ໃຫ້​ເຈົ້າ ​ໂດຍມີ​ຄົນ​ຈຳນວນ​ຮ້ອຍ​ກວ່າ​ຄົນ​ມາ​ຮ່ວມ​ງານ ​ເຊິ່ງກໍ​ລວມທັງ​ເພື່ອນ​ຮ່ວມ​ງານ, ໝູ່ຄູ່, ​ແລະ ຜູ້ຕາງໜ້າ​ຈາກ​ໜ່ວຍ​ງານ​ພັດທະນາ​ທັງ​ລາວ ​ແລະ ສາກົນ. ນອກຈາກ​ນີ້ ຍັງ​ມີ​ທູດ​ຕ່າງໆ ​ເຊັ່ນ ສະຫະລັດ​ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ຝຣັ່ງ​ເສດ, ອົດ​ສະ​ຕາ​ລີ, ​ແລະ ອຸປະ​ທູດ​ຈາກສະຫະພາບ​ເອີຣົບ ​ແລະ ບັນດາ​ສະມາຊິກໜ່ວຍ​ງານ​ຕ່າງໆ ​ໄດ້​ມາ​ຮ່ວມ​​ສົ່ງ​ແຮງ​ໃຈ​ໃຫ້​ກັບ​ເຈົ້າ.

ຫຼາຍ​ຄົນ ​ເຊິ່ງກໍ​ລວມທັງ​ພະ​ອາຈານ ສີ​ທົນ ກໍ​ໄດ້​ເວົ້າ​ເຖິງ​ວິ​ໄສ​ທັດ​ຂອງ​ເຈົ້າ​ໃນ​ການ​ສົ່ງ​ເສີມ​ການ​ພັດທະນາ​ທີ​ສົມ​ດູ​ນ ​ໂດຍ​ຖື​ເອົາການ​ພັດທະນາ​ດ້ານ​ຈິດ​​ໃຈ ​ແລະ ດ້ານ​ຄຸນຄ່າ ​ໃຫ້​​ເປັນ​ໃຈກາງ​ຂອງ​ການ​ພັດທະນາ (ການ​ພັດທະນາ​ຈິດ​ໃຈ ​ແມ່ນ​ໝາກ​ຫົວ​ໃຈ​ຂອງ​ການ​ພັດທະນາ). ສ່ວນ​ຄົນ​ອື່ນໆ ​​​ແມ່ນ​ໄດ້​ເວົ້າ​ເຖິງ​ເຈົ້າ​ໃນ​ມຸມ​ທີ່​ເຈົ້າ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ, ເປີດ​ກວ້າງ, ​ແລະ ​​​ເປັນ​ແຮງ​ບັນດານ​ໃຈ​ໃຫ້​ກັບ​ວຽກ​ງານ​ພັດທະນາການ​ສຶກສາ ​ແລະ ພັດທະນາ​ໄວໜຸ່ມ. ທີ່​ຈິງ​​ແລ້ວ ມັນ​ຈະ​ແຈ້ງວ່າ​​ແນວຄວາມ​ຄິດ​ຂອງ​ເຈົ້າ​ມີ​ພະລັງ​ຫຼາຍ ​ມັນ​ບໍ່​ໄດ້​ຈາ​ງຫາຍ​ໄປ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ເຈົ້າ ​ແຕ່​ມັນ​ກຳລັງ​​ເຕີບ​​ໃຫຍ່​ຂະຫຍາຍຕົວ​ໂດຍ​ຜ່ານ​ວຽກ​ງານ​ຂອງ​ເຈົ້າ ​ໂດຍ​ສະ​ເພາະ​ຜູ້​ຄົນ​ທີ່​ເຈົ້າ​ເຄີຍ​ຝຶກ​ຝົນ​ຫຼໍ່​ຫຼອມ ຫຼື ທີ່​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​​ເຈົ້າ.

ສະ​ນັ້ນ, ສົມບັດ ທີ່​ຮັກ ຂ້ອຍ​ຫວັງ​ວ່າ​ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າຮູ້ສຶກ​ອຸ່ນ​ໃຈ ບໍ່​ວ່າ​ເຈົ້າ​ຈະ​ຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ.

ຂໍ​ໃຫ້​ເຈົ້າ​ກັບ​ມາ​ຫາ​ຂ້ອຍ​ໄວໆ ນີ້ ສົມບັດ ທີ່​ຮັກ ຂ້ອຍ​ຄິດ​ຮອດ​ເຈົ້າ​ຫຼາຍ.

ຊຸຍ​ມິ​ງ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.