ອົງການ HRW ຮຽກຮ້ອງໃຫ້ ນາໆ ຊາດ ກົດດັນລາວ ເລື້ອງ ທ່ານສົມບັດ ສົມພອນ

Voice of America: 03 ເມສາ 2015

Lao Embassy-Bangkok-2013-04
ບັນດານັກເຄື່ອນໄຫວ ເພື່ອສິດທິມະນຸດ ຖືປ້າຍລົນນະລົງ ທີ່ຮຽກຮ້ອງໃຫ້ ທາງການລາວນຳເອົາ ທ່ານສົມບັດ ສົມພອນ ກັບຄືນມາຢ່າງປອດໄພ.

ກຸ່ມ​ເຄື່ອນໄຫວດ້ານສິດທິມະນຸດສາກົນ ຮຽກຮ້ອງໃຫ້ນານາຊາດ ເພີ້ມການກົດດັນລັດຖະບານລາວ ຕໍ່ກໍລະນີການຫາຍຕົວໄປຂອງ ທ່ານສົມບັດ ສົມພອນ ນັກພັດທະນາສັງຄົມລາວ ທີ່ດີເດັ່ນຂອງ ອາຊ່ຽນ.

ກຸ່ມເຄື່ອນໄຫວດ້ານສິດທິມະນຸດສາກົນ Human Right Watch ໄດ້ຖະແຫລງການຮຽກຮ້ອງ ຕໍ່ນານາຊາດເພື່ອຂໍໃຫ້ເພີ້ມການກົດ ດັນລັດຖະບານລາວຕໍ່ກໍລະນີການຫາຍຕົວໄປ ຂອງທ່ານສົມບັດ ສົມພອນ ນັກພັດທະນາ ສັງຄົມລາວ ທີ່ດີເດັ່ນ ຂອງອາຊ່ຽນ ໃນໂອກາດທີ່ລັດຖະບານອອສເຕຣເລຍ ໄດ້ເປັນເຈົ້າພາບ ຈັດການພົບປະເຈລະຈາ ວ່າດ້ວຍ ສະພາບ ການດ້ານສິດທິມະນຸດ ຄັ້ງທີ 4 ຮ່ວມກັບຄະນະ ຜູ້ຕາງໜ້າ ຂອງລັດຖະບານລາວ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງ Canberra ປະເທດ ອອສເຕຣເລຍ.

ໂດຍຖະແຫລງການດັ່ງກ່າວ ໄດ້ສະເໜີແນະໃຫ້ລັດຖະບານອອສເຕຣເລຍ ຕ້ອງກົດດັນ ທາງການລາວ ເພື່ອໃຫ້ສະແດງຄວາມຮັບຜິດຊອບ ໃນການສືບສວນຫາຄວາມຈິງກ່ຽວກັບ ການຫາຍຕົວໄປຂອງ ທ່ານສົມບັດ ແລະ ນຳເອົາຕົວຜູ້ກະທຳຄວາມຜິດມາລົງໂທດ ຕາມ ກົດໝາຍໃຫ້ໄດ້ ຫາກບໍ່ສະນັ້ນແລ້ວ ການພົບປະເຈລະຈາດັ່ງກ່າວ ລະຫວ່າງທາງການ ອອສເຕຣເລຍ ກັບລາວ ກໍຈະບໍ່ມີປະໂຫຍດຫຍັງເລີຍ ນອກຈາກການພົບປະເຈລະຈາ
ປາກເປົ່າ ທີ່ມີຂຶ້ນຕາມກຳນົດເວລາເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ການພົບປະເຈລະຈາດັ່ງກ່າວ ກໍໄດ້ຜ່ານພົ້ນໄປແລ້ວ ຫາກແຕ່ກໍຍັງບໍ່ ປາກົດວ່າ ໄດ້ມີໝາກຜົນແນວໃດເກີດຂຶ້ນ ຈາກການພົບປະເຈລະຈາໃນຄັ້ງນີ້ ຫຼືບໍ່ ເນື່ອງ ຈາກທາງການອອສເຕຣເລຍ ແລະ ລາວບໍ່ໄດ້ເຜີຍແຜ່ຂໍ້ມູນອອກມາ ສູ່ການຮັບຮູ້ໃນວົງ ກວ້າງແຕ່ຢ່າງໃດ.

APF-02
ຊາວໜຸ່ມຈາກບັນດາປະເທດ ໃນຂົງເຂດເອເຊຍ ໄດ້ອອກມາຮຽກຮ້ອງ ໃຫ້ນຳເອົາ ທ່ານສົມບັດ ສົມພອນ ກັບຄືນມາ.

ກ່ອນໜ້ານີ້ ກອງປະຊຸມຄັ້ງທີ 21 ຂອງສະພາສິດທິມະນຸດແຫ່ງ ສະຫະປະຊາຊາດ (UNHRC) ທີ່ໄດ້ພິຈາລະນາທົບທວນ ກ່ຽວ ກັບສະພາບການດ້ານສິດທິມະນຸດ ໃນ 14 ປະເທດ ຊຶ່ງລວມ ສປປ ລາວດ້ວຍນັ້ນ ໄດ້ສະເໜີຂໍ້ແນະນຳ ຕໍ່ຄະນະຜູ້ຕາງໜ້າ ຂອງລັດຖະບານລາວ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ດ້ວຍ ມີ
ຈຳນວນເຖິງ 196 ຂໍ້ທີ່ສະແດງເຖິງຂໍ້ກັງວົນ ກ່ຽວກັບສະພາບ ການລະເມີດສິດທິມະນຸດໃນລາວ ແລະ ໄດ້ສະເໜີແນະໃຫ້ ລັດຖະບານລາວ ດຳເນີນມາດຕະການແກ້ໄຂ ຢ່າງຈິງຈັງ ແລະ ຮີບດ່ວນ ເມື່ອທ້າຍເດືອນມັງກອນທີ່ຜ່ານມາ ຢູ່ທີ່ນະຄອນ ເຈີນີວາ ປະເທດສະວິດເຊີແລນ.

ໂດຍທີ່ຖືວ່າ ເປັນເນື້ອໃນສຳຄັນ ຂອງການສະເໜີແນະໃນຄັ້ງນີ້ ກໍຄືການສະເໜີແນະໃຫ້ ລັດຖະບານລາວ ເລັ່ງການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິມະນຸດ ທີ່ລາວ ເຊັນໄປແລ້ວນັ້ນ ໃຫ້ປາກົດເປັນຈິງ ແລະ ໃຫ້ເຊັນຮັບຮອງເອົາສົນທິສັນຍາສິດທິມະນຸດ ຂອງສະຫະປະຊາຊາດເພີ້ມຕື່ມອີກຫຼາຍສະບັບ ເປັນຕົ້ນແມ່ນສະບັບ ທີ່ວ່າດ້ວຍການ ບັງຄັບໃຫ້ຫາຍສາບສູນ.

ທັງນີ້ໂດຍກອງປະຊຸມ ໄດ້ເພັ່ງເລັງເຖິງກໍລະນີຂອງ ທ່ານສົມບັດ ສົມພອນ ທີ່ໄດ້ຖືກລັກ ພາຕົວນັບເປັນເວລາກວ່າ 2 ປີມາແລ້ວ ແຕ່ກໍຍັງບໍ່ມີຄວາມຄືບໜ້າ ໃນການສືບສວນ ຄະດີຈາກທາງຕຳຫລວດລາວແຕ່ຢ່າງໃດ ແລະ ກອງປະຊຸມໄດ້ແນະນຳໃຫ້ທາງການລາວ ຈັດຕັ້ງຄະນະກຳມະການ ທີ່ເປັນເອກະລາດຈາກລັດຖະບານລາວຂຶ້ນມາ ສືບຫາຄວາມຈິງ ແລະ ຈັບຜູ້ກະທຳຄວາມຜິດມາດຳເນີນຄະດີ ແລະ ຮັບໂທດຕາມກົດໝາຍຕໍ່ໄປ.

ການສະເໜີແນະດັ່ງກ່າວນີ້ ຖືເປັນບາດກ້າວທີ່ສຳຄັນ ທີ່ກ່ຽວຂ້ອງກັບການເຄື່ອນໄຫວ ຂອງອົງການ Human Right Watch ທີ່ໄດ້ນຳສະເໜີກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ເຂົ້າສູ່ກອງປະຊຸມ ຄັ້ງຫຼ້າສຸດນີ້ ຂອງສະພາສິດທິ ມະນຸດແຫ່ງສະຫະປະຊາຊາດ ຊຶ່ງເນັ້ນໜັກເນື້ອໃນສຳຄັນເຖິງຄວາມບໍ່ເອົາໃຈໃສ່ ຂອງລັດຖະບານລາວ ຕໍ່ບັນຫາດັ່ງກ່າວ.

ນອກຈາກນີ້ ບັນດານັກເຄື່ອນໄຫວ ເພື່ອປົກປ້ອງສິດທິມະນຸດຂອງ 82 ອົງການ ຈາກທົ່ວ ໂລກໄດ້ຮ່ວມກັນລົງນາມ ໃນຖະແຫລງການທີ່ສົ່ງເຖິງບັນດາລັດຖະບານ ຂອງປະເທດ ສະມາຊິກອາຊ່ຽນ ເມື່ອວັນທີ 15 ທັນວາ 2014 ທີ່ເປັນວັນຄົບຮອບ 2 ປີ ຂອງການຫາຍ ຕົວໄປຂອງ ທ່ານສົມບັດ ເປັນການສະເພາະ ໂດຍໃຫ້ເຫດຜົນວ່າ ການຫາຍຕົວໄປຂອງທ່ານສົມບັດ ຖືເປັນພາລະໜ້າທີ່ຂອງທັງກຸ່ມອາຊ່ຽນ ດັ່ງທີ່ຜູ້ຕາງໜ້າຂອງນັກເຄື່ອນໄຫວ
ດ້ານສິດທິມະນຸດໃນອາຊ່ຽນ ໄດ້ໃຫ້ການອະທິບາຍວ່າ:

“ຂ້າພະເຈົ້າຄິດວ່າ ເລື້ອງນີ້ບໍ່ແມ່ນເລື້ອງຂອງປະເທດລາວ ປະເທດດຽວ ເລື້ອງນີ້ ເປັນເລື້ອງຂອງໜ້າທີ່ ຂອງພູມີພາກນີ້ຮ່ວມກັນ ຄວາຮັບຜິດຊອບ ຮ່ວມກັນ ຈຳເປັນ ທີ່ຈະຕ້ອງເກີດຂຶ້ນ ເພາະສະນັ້ນ ລັດຖະບານໄທ ແລະ ລັດຖະບານປະຊາຄົມ ອາຊ່ຽນ ຊຶ່ງຕອນນີ້ເຮົາກົດດັນເປີດການຄ້າເສລີ ໜ້າຈະສະແດງອອກຈຸດຢືນ ເຫຼົ່ານີ້ຮ່ວມກັນ.”

ແຕ່ຢ່າງໃດກໍຕາມ ທ່ານພົງສະຫວັດ ບຸບຜາ ລັດຖະມົນຕີປະຈຳຫ້ອງການປະທານປະເທດ ຫົວໜ້າຄະນະຜູ້ແທນ ຂອງລັດຖະບານລາວ ທີ່ເຂົ້າຮ່ວມກອງປະຊຸມສະພາສິດທິມະນຸດ ແຫ່ງສະຫະປະຊາຊາດ ຄັ້ງນີ້ ກໍໄດ້ຖະແຫລງ ຢືນຢັນວ່າ ລັດຖະບານລາວເຄົາລົບຕໍ່ຫລັກ ການສິດທິມະນຸດສາກົນ ທັງຍັງໄດ້ໃຫ້ການສົ່ງເສີມ ແລະ ໃຫ້ການຄຸ້ມຄອງ ສິດທິ ຂັ້ນພື້ນ ຖານຂອງພົນລະເມືອງລາວ ທຸກຄົນອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.