ສປປ ລາວ ໃນປີ 2016: ການພັດທະນາແບບຍືນຍົງ ແລະ ວຽກງານຂອງທ່ານ ສົມບັດ ສົມພອນ

ຂຽນໂດຍ Kearrin Sims

ການນຳສະເໝີຄວາມເປັນມາ

Logo Please-return-Sombath-Safelyປີ 2016 ຈະເປັນປີທີ່ຄົບຮອບ 20 ປີນັບຕັ້ງແຕ່ລັດຖະບານແຫ່ງ ສປປ ລາວ (ລັດຖະບານລາວ) ປະກາດເຖິງເປົ້າຫມາຍຂອງຕົນເປັນຄັ້ງທຳອິດທີ່ຈະບຸກບືນໃຫ້ຕົນເອງພົ້ນຈາກສະຖານະພາບການເປັນປະເທດດ້ອຍພັດທະນາ (LDC) ພາຍໃນປີ 2020.ໃນເວລານັ້ນ, ມີຫລາຍອັນໃດ້ປ່ຽນແປງ. ໂດຍມີຂໍ້ຍົກເວັ້ນໃນສອງສາມປີໃນຊ່ວງ 1977 ທີ່ເກີດວິກິດທາງການເງິນອາຊີ, ຫຼັງຈາກນັ້ນມາ ເສດຖະກິດຂອງລາວກໍ່ມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ໃນປີ 2011 ທະນາຄານໂລກໄດ້ຍົກສະຖານະຂອງປະເທດລາວຂຶ້ນຈາກສະຖານະການເປັນປະເທດທີ່ມີລາຍໄດ້ຕ່ຳມາເປັນປະເທດທີ່ມີລາຍໄດ້ຕຳ່ປານກາງ.2 ການລົງທຶນຕ່າງປະເທດກໍ່ໄດ້ຂະຫຍາຍຕົວຢ່າງໄວວາ ແລະ ເປົ້າຫມາຍການພັດທະນາສະຫັດສະວັດຂອງປະເທດ (MDG) ກໍ່ມີຄວາມຄືບຫນ້າຢ່າງເຂັ້ມແຮງ. ຍ້ອນເຫດຜົນທີ່ວ່ານີ້ ອົງການ UNDP ໄດ້ຈັດປະເທດລາວໃຫ້ເປັນປະເທດທີ່ສົບຜົນສໍາເລັດຫຼາຍທີ່ສຸດເປັນອັນດັບທີ 6 ທີ່ມີການປັບປຸງ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະ 40 ປີທີ່ຜ່ານມາ.3

ຄຽງຄູ່ກັບຄວາມຄືບຫນ້າທາງເສດຖະກິດທີ່ກ່າວມານັ້ນ, ມັນກໍ່ຍັງມີຫລາຍເລື່ອງທີ່ຈະນຳມາສະເໜີໃຫ້ຮັບຮູ້ກ່ຽວກັບການພັດທະນາຢູ່ໃນ ສປປ ລາວ ນຳອີກ. ສິ່ງທີ່ກ່ຽວຂ້ອງນັ້ນກໍ່ແມ່ນເລື່ອງຂອງຄວາມບໍ່ເທົ່າທຽມໃນສັງຄົມທີ່ແຜ່ຂະຫຍາຍ, ຄວາມເຊື່ອມໂຊມຂອງສິ່ງແວດລ້ອມຢ່າງຮ້າຍແຮງ, ມີການລ່ວງລະເມີດສິດທິມະນຸດ, ມີການສໍ້ລາດບັງຫຼວງໃນຂະແຫນງການຂອງລັດ ແລະ ເອກະຊົນ, ອັດຕາການຕາຍຂອງແມ່ ແລະ ການຂາດສານອາຫານແມ່ນຍັງສູງ, ມີການເວນຄືນທີ່ດິນ, ບັງຄັບໃຫ້ປະຊາຊົນໃຫ້ຍົກຍ້າຍຖິ່ນຖານ ແລະ ກໍ່ມີຄວາມຂັດແຍ່ງກັບປະເທດເພື່ອບ້ານ ເນື່ອງຈາກບັນຫາການສ້າງເຄື່ອນໄຟຟ້າໃນແມ່ນຳ້ຂອງ.4 ສິ່ງທີ່ກ່າວມານັ້ນແມ່ນຕິດພັນກັບບັນຫາທີ່ຈະພາໃຫ້ເກີດຄວາມທຸກຍາກໃນຮູບແບບໃຫ່ມ ແລະ ສ້າງຊື່ສຽງໃນທາງລົບໃຫ້ແກ່ປະເທດຊາດ.

ບັນຫາອັນລ່າສຸດ ຫຼື ມັນອາດເປັນສິ່ງທີ່ທາງສາກົນໄດ້ປະນາມ ແລະ ຕໍ່ຕ້ານຫຼາຍທີ່ສຸດກໍ່ຄືບັນຫາການຫາຍສາບສູນຂອງທ່ານສົມບັດສົມພອນໃນເດືອນທັນວາ 2012 ຜູ້ທີ່ໄດ້ຮັບລາງວັນດີເດັ່ນ Ramon Magsaysay ໃນຜົນການເປັນນັກພັດທະນາຊຸມຊົນທີ່ເດັ່ນ. ເຫດການດັ່ງກ່າວແມ່ນເກີດຂຶ້ນໃນປ້ອມຕຳຫຼວດໃນນະຄອນຫລວງວຽງຈັນທີ່ກ້ອງວົງ ຈອນປິດສາມາດບັນທຶກວິດີໂອໄວ້ໄດ້. ການລັກພາຕົວທ່ານ ສົມບັດ ແລະ ຄວາມລົ້ມເຫລວຢ່າງຕໍ່ເນື່ອງຂອງລັດຖະບານລາວທີ່ບໍ່ສາມາດໃຫ້ຄຳຕອບກ່ຽວກັບການຫາຍຕົວໄປຂອງທ່ານ ສົມບັດແມ່ນໄດ້ເຮັດໃຫ້ລັດຖະບານປະເທດຕ່າງໆ, ບັນດາອົງການຈັດຕັ້ງສິດທິມະນຸດ, ນັກວິຊາການ ແລະ ອົງການຈັດຕັ້ງສື່ມວນຊົນທົ່ວໂລກໄດ້ໃຫ້ການຕຳນິ ສປປ ລາວ.5 ຜົນທີ່ຕາມມາກໍ່ຄື ສປປ ລາວ ແມ່ນບໍສາມາດສະມັກຍາດຊິງທີ່ນັ່ງໃນສະພາສິດທິມະນຸດຂອງອົງການສະຫະປະຊາຊາດໃນເດືອນຕຸລາ 2015 ໄດ້.

ການຫາຍຕົວໄປຂອງທ່ານສົມບັດສົມພອນຍັງຄົງເປັນບັນຫາສຳຄັນທີ່ລັດຖະບານລາວຕ້ອງໄດ້ແກ້ໄຂ. ຢ່າງໃດກໍຕາມ, ສິ່ງທີ່ສຳຄັນບໍ່ພຽງແຕ່ໃຫ້ການນຳສະເໜີບັນຫານີ້ແບບເຈາະເລິກ, ບົດຄວາມສັ້ນທີ່ຂຽນຂື້ນມານີ້ແມ່ນໄດ້ສຸມໃສ່ບັນດາໂຄງການກ່ຽວກັບການຮຽນຮູ້ຊຸມຊົນທີ່ຖືກສ້າງຕັ້ງຂຶ້ນໂດຍທ່ານສົມພອນ ແລະ ຄວາມເຂົ້າໃຈທີ່ມີຄຸນຄ່າຕໍ່ຊຸມຊົນທີ່ທ່ານສົມບັດໄດ້ນຳສະເໜີເພື່ອການພັດທະນາແບບຍືນຍົງໃນ ສປປ ລາວ.

ປີ 2016 ຈະເປັນປີທີ່ ສປປ ລາວ ຈະສະແດງບົດບາດເປັນປະທານອາຊຽນອິກຄັ້ງໜຶ່ງນັບຕັ້ງແຕ່ປີ 2004 ເປັນຕົ້ນມາ. ໃນຖານະທີ່ ສປປ ລາວ ກຳລັງດຳເນີນການພັດທະນາປະເທດເພື່ອຄວາມໝັ້ນຄົງໃນອານາຄົດ, ປັດຊະຍາເພື່ອການພັດທະນາຂອງທ່ານ ສົມພອນກໍ່ໄດ້ນຳສະເຫນີແນວທາງທີ່ເປັນປະໂຫຍດເພື່ອການພັດທະນາໃນອານາຄົດໄວ້.

ວຽກງານຂອງທ່ານສົມບັດ ສົມພອນ

ທ່ານ ສົມບັດສົມພອນເກີດໃນປີ 1952, ຢູ່ໃນບ້ານເຂດຊົນນະບົດນ້ອຍໆໃນພາກໃຕ້ຂອງປະເທດລາວ. ເຊັ່ນດຽວກັນກັບຄອບຄົວອື່ນໆໃນທ້ອງຖິ່ນດັ່ງກ່າວ, ພໍ່ແມ່ຂອງທ່ານ ສົມບັດກໍ່ແມ່ນຊາວກະສິກຳທີ່ດຳລົງຊີວິດແບບພໍພຽງ. ຢ່າງໃດກໍຕາມ, ພໍ່ແມ່ຂອງທ່ານສົມບັດສົມພອນຍັງມີອາຊີບເສີມຈາກການເປັນຊາວກະສິກໍາດ້ວຍການປະກອບທຸລະກິດນ້ອຍໆເສີມໄປນຳ. ທຸລະກິດດັ່ງກ່າວແມ່ນໄດ້ເຮັດໃຫ້ພໍ່ແມ່ຂອງລາວຕ້ອງເດີນທາງອອກຈາກບ້ານເປັນປະຈຳ ແລະ ທ່ານສົມບັດໃນຕອນນັ້ນກໍ່ແມ່ນມີໜ້າທີ່ຕ້ອງເບິ່ງແຍງນ້ອງໆຂອງລາວແທນພໍ່ແມ່. ໃນຊ່ວງເວລານັ້ນ, ມັນອາດເປັນຊ່ວງໄວເດັກທີ່ມີຄວາມຫຍຸ້ງຍາກ, ແຕ່ວ່າມັນໄດ້ສອນໃຫ້ທ່ານສົມບັດຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງດ້ານຄຸນຄ່າ ແລະ ຄວາມເຂັ້ມແຂງຂອງຊຸມຊົນຢູ່ໃນເຂດຊົນນະບົດ ພ້ອມທັງສອນໃຫ້ຮູ້ທັກສະ ແລະ ຄວາມສະຫລາດໃນການເອົາໂຕລອດສຳຮັບຄວບຄົວທີ່ມີລາຍໄດ້ຕ່ຳ.

ນອກຈາກນີ້, ທ່ານສົມບັດຍັງເປັນນັກສຶກສາຜູ້ທີ່ກະຕືລືລົ້ນ ແລະ ເປັນນັກຮຽນເກ່ງຢູ່ໃນຫ້ອງຈົນເຮັດໃຫ້ທ່ານສົມບັດໄດ້ຮັບທຶນການສຶກສາສອງທຶນໄປຮຽນຢູ່ໃນສະຫະລັດອາເມລິກາ; ຄັ້ງທຳອິດແມ່ນທຶນການສຶກສານັກຮຽນ ອາຍຸ 16 ປີ ໃນລະດັບຊັ້ນມັດທະຍົມ ແລະ ຕໍ່ມາກໍ່ຮຽນຕໍ່ໃນມະຫາວິທະຍາໄລຢູ່ຮາວາຍ. ຫຼັງຈາກສຳເລັດການສຶກສາລະດັບປະລິນຍາໂທຢູ່ຮາວາຍແລ້ວ, ທ່ານສົມບັດກໍ່ໄດ້ປະກອບອາຊີບດ້ານຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການກະຊິກຳແບບຍືນຍົງຢູ່ໃນ ສປປ ລາວ ແລະ ປະເທດກຳປູເຈຍກ່ອນທີ່ຈະມີໂອກາດເລີ່ມສ້າງຕັ້ງອົງການຂອງຕົນເອງໃນນະຄອນຫຼວງວຽງຈັນທີ່ມີຊື່ວ່າ ສູນຝຶກອົບຮົມເພື່ອການພັດທະນາແບບມີສ່ວນຮ່ວມ (ຊື່ແບບຫຍໍ້ແມ່ນອົງການປາແດກ).6

ອົງການດັ່ງກ່າວແມ່ນຖືກສ້າງຕັ້ງຂື້ນໃນປີ 1996 ທີ່ນຳໃຊ້ປັດສະຍາການພັດທະນາຕາມແບບທ່ານ ສົມບັດ ແລະ ພາຍໄຕ້ການນຳພາຂອງທ່ານ. ອົງການດັ່ງກ່າວແມ່ນລິເລີ່ມຈາກພະນັກງານຮ່ວມກໍ່ຕັ້ງພຽງ 5 ທ່ານ ແລະ ເຕີບໂຕຈົນມີພະນັກງານເຖິງ 50 ທ່ານ ແລະ ມີອາສາສະມັກຄົນໜຸ່ມຫລາຍກ່ວາ 2000 ຄົນ. ແນວຄວາມຄິດ ແລະ ຄວາມເຂົ້າໃຈຂອງທ່ານສົມບັດກໍ່ຄືວ່າເລື່ອງການພັດທະນາແບບມີສ່ວນຮ່ວມບໍ່ວ່າຢູ່ໃນ ສປປ ລາວ ແລະ ບ່ອນອື່ນໆ, ການໃຫ້ຄວາມສຳຄັນດ້ານວັດທະນາທຳ ແລະ ຄວາມສາມະຄີໃນຊຸມຊົນແມ່ນມັນຈະພາໃຫ້ມີການພັດທະນາແບບຢືນຍົງໃນສັງຄົມໄດ້. ຫຼັກການທີ່ວ່ານີ້ກໍ່ແມ່ນມີຫຼາຍໜ່ວຍງານໄດ້ນຳເອົາໄປຈັດຕັ້ງປະຕິບັດ ແລະ ໄດ້ກາຍເປັນວັດທະນາທຳໃນການປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງ. ເຖິງຢ່າງໃດກໍ່ດີ, ມີຫລາຍອົງການທີ່ນຳໃຊ້ຫຼັກການດັ່ງກ່າວກໍໄດ້ປະຊົບຜົນສຳເລັດແບບດຽວກັນກັບອົງການປາແດກໃນການປະຕິຮູບເອົາແນວຄວາມຄິດການພັດທະນາເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ.

ເພື່ອນຳໃຊ້ຫຼັກການໃນການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາແບບຢືນຍົງໃນລັກສະນະທີ່ມີຄວາມອ່ອນໄຫວທາງວັດທະນະທຳ, ຍຸດທະສາດການພັດທະນາຂອງທ່ານສົມບັດໄດ້ວາງໃຫ້ການຮຽນຮູ້ກ່ຽວກັບຊຸມຊົນເປັນຈຸດໃຈກາງຂອງໂຄງຮ່າງໃນການພັດທະນາ. ທ່ານສົມບັດເປັນຄົນຄົ້ນຄິດດ້ານການພັດທະ ນາຊຸມຊົນໃຫ້ເປັນ ‘ຊຸມຊົນທີ່ໜ້າຢູ່’ ໂຄງການການຮຽນຮູ້ຂອງອົງການປາແດກໄດ້ວາງໃຫ້ວັດທະນາທຳເປັນໜຶ່ງໃນສີ່ເສົາຫຼັກທີ່ສຳຄັນໃນການພັດທະນາແບບຍືນຍົງ-ສິ່ງທີ່ທ່ານໄດ້ອະທິບາຍໄວ້ກໍ່ຄື: ກາພັດທະນາດ້ານ ‘ຫົວ’ (ຄວາມສະຫຼາດ), ‘ໃຈ’ (ສິນລະທຳ/ອາລົມ) ແລະ ‘ມື’ (ການກະທຳ).

ໃນການປຽບທຽບກັບອົງການຈັດຕັ້ງອື່ນໆ, ການດຳເນີນງານຂອງທ່ານສົມບັດແມ່ນໄດ້ສ້າງຮູບແບບທີ່ວາງເປົ້າໝາຍເພື່ອກໍສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຫຼາຍກ່ວາທີ່ຈະເນັ້ນພຽງຊອກຫາຂໍ້ບົກພຜ່ອງ ແລະ ບັນຫ່າຕ່າງໆ. ອັນນີ້ແມ່ນລະບົບການຮຽນຮູ້ຊຸມຊົນທີ່ໃຫ້ວັດທະນາທຳເປັນສູນກາງຂອງການພັດທະນາດ້ວຍການໃຫ້ຊຸມຊົນເປັນຜູ້ນຳໃນການຄົ້ນຄິດ ແລະ ພັດທະນາຍຸດທະສາດໃນການຫຼຸດຜ່ອນຄວາມທຸກຍາກ. ທ່ານ ສົມບັດໄດ້ກ່າວວ່າ ອັນນີ້ມັນເປັນພື້ນຖານທີ່ມີຄຸນຄ່າຜ່ານຄົນລຸ້ນໜຸ່ມທີ່ຢູ່ໃນວັດທະນາທຳ, ປະເພນີ ແລະ ສິ່ງທີ່ຄຸນຄ່າທີ່ພວກເຮົາຢາກເຫັນກຸ່ມຄົນເຫລົ່ານັ້ນໄດ້ຮັບຮູ້ ແລະ ໃຫ້ການເຄົາລົບອາດິດ, ມີຄວາມເຂົ້າໃຈໃນປະຈຸບັນ, ເຫັນຄຸນຄ່າ ແລະ ປົກປ້ອງອານາຄົດ.7  ດັ່ງນັ້ນ, ສິ່ງທີ່ທ່ານສົມບັດໄດ້ຄົ້ນຫາກໍ່ແມ່ນເພື່ອວາງຫຼັກການການພັດທະນາ ແລະ ໃຫ້ການສຶກສາທີ່ກ່ຽວຂ້ອງທັງທັກສະການດຳລົງຊີວິດທີ່ເປັນປະໂຫຍດໂດຍລວມ ແລະ ກໍ່ກ່ຽວຂ້ອງກັບປະຊົບການໃນການດຳລົງຊີວິດ, ພ້ອມທັງລວບລວມໄຫວພິກຄວາມສະຫຼາດຂອງຊຸມຊົນ, ຄວາມຮູ້ແບບດັ້ງເດີມ ແລະ ຄຸນຄ່າທາງວັດທະນາທຳທີ່ເໝາະສົມຕໍ່ຊຸມຊົນໃນການຈັດຕັ້ງປະຕິບັດແບບມີວິທະຍາສາດ.8

ກ່ຽວກັບການລິເລີ່ມນະໂຍບາຍແບບສະເພາະ, ທ່ານສົມບັດ ແລະ ເພື່ອນຮ່ວມງານຢູ່ໃນອົງການປາແດກໄດ້ສ້າງຍຸດທະສາດແບບໃຫມ່ສຳລັບການຮຽນຮູ້ຊຸມຊົນ ແລະ ການພັດທະນາທີ່ເລີ່ມຈາກການກະສິກຳອິນຊີ, ການຈັດການກັບສິ່ງເສດເຫຼືອເພື່ອການຜະລິດພະລັງງານແບບຍືນຍົງ ແລະ ກໍ່ເພື່ອເປັນການສະຫນັບສະຫນູນວິສາຫະກິດຂະຫນາດນ້ອຍ ແລະ ຂະຫນາດກາງໄດ້.ນອກນີ້, ພວກເຂົາຍັງໄດ້ພັດທະນາສະຖານີວິທະຍຸໄວຫນຸ່ມເພື່ອສົ່ງເສີມການມີສ່ວນຮ່ວມໃນການເປັນກະບອກສຽງຂອງຊຸມຊົນ ແລະ ໃຫ້ການສຶກສາແບບເພື່ອນຕໍ່ເພື່ອນທີ່ກ່ຽວກັບບັນຫາດ້ານສິດທິຂອງເດັກນ້ອຍຈົນເຖິງບັນຫາການໃຊ້ສານເສບຕິດຂອງເດັກ. ດັ່ງທີ່ເປັນການຮັບຮູ້ແລ້ວວ່າການກຶກສາ ແລະ ຄວາມຮູ້ແມ່ນບໍ່ຈຳວ່າຕ້ອງໄດ້ມາຈາກໂຮງຮຽນແຕ່ຢ່າງດຽວ, ດັ່ງນັ້ນ ທ່ານສົມບັດຈຶ່ງໄດ້ມີຈຸດປະສົງຈະນຳໃຊ້ສູນການຮຽນຮູ້ໃນທົ່ວ ສປປ ລາວ ໃຫ້ມີການຮ່ວມມືກັບຄູອາຈານ, ພໍ່ແມ່, ການຈັດຕັ້ງສັງຄົມພົນລະເຮືອນ ແລະ ຊຸມຊົນອື່ນໆ.

ສະຫຼຸບ

ສປປ ລາວ ມີການບັນທຶກແບບລວມໆທີ່ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ. ໃນຂະນະທີ່ຕົວຊີ້ວັດການພັດທະນາຈຳນວນຫນຶ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາທີ່ດີຂື້ນ, ຊັບພະຍາກອນທຳມະຊາດກໍ່ໄດ້ຖືກນຳໃຊ້ຈົນຫມົດຢ່າງໄວວາ, ປະຊາຊົນສ່ວນຫຼາຍໃນທົ່ວປະເທດແມ່ນໄດ້ຖືກບັງຄັບໃຫ້ເວນຄືນທີ່ດິນເພື່ອນຳໃຊ້ໃນໂຄງການການພັດທະນາຂອງເອກະຊົນ ແລະ ທາງລັດຖະບານລາວກໍຍັງໄດ້ມີການລະເມີດສິດທິມະນຸດຕໍ່ກັບປະຊາຊົນຢ່າງຫຼວງຫຼາຍ. ເຖິງແມ່ນວ່າເສດຖະກິດຂອງ ສປປ ລາວ ຍັງຄົງເຕີມໂຕຢ່າງຕໍ່ເນື່ອງ, ແຕ່ຄວາມສາມາດທີ່ຈະເຮັດໃຫ້ປະເທດລຸດອອກຈາກການເປັນປະເທດດ້ອຍພັດທະນາພາຍໃນປີ 2020 ແລະ ສືບຕໍ່ພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຖືວ່າຍັງເປັນຄຳຖາມຢູ່-ສິ່ງທີ່ວ່ານີ້ມັນຍັງຕ້ອງການການປ່ຽນແປງຫຼາຍຢ່າງທີ່ ສປປ ລາວ ຈະມີວິທີການແບບໃດໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາປະເທດຊາດ.

ໃນປີ 2016 ສປປ ລາວ ຈະເປັນປະເທດທຳອິດທີ່ຈະເປັນປະທານອາຊຽນໃນຫົວຂໍ້ເສດຖະກິດປະຊາຄົມອາຊຽນແບບໃໝ່. ສິ່ງນີ້ແມ່ນເປັນຄວາມຮັບຜິດຊອບອັນໃຫຍ່ຫຼວງສຳລັບລັດຖະບານລາວທີ່ຈະດຶງດູດເອົາຄວາມສົນໃຈຈາກສາກົນ ແລະ ຈະເຮັດໃຫ້ລາວມີໂອກາດທີ່ຈະສະແດງໃຫ້ເຫັນຄຳຫມັ້ນສັນຍາທີ່ເຂັ້ມແຂງໃນຫຼັກການພື້ນຖານຂອງການພັດທະນາດ້ານວັດທະນະທຳທີ່ລະອຽດອ່ອນໃຫ້ຍືນຍົງ. ປະເທດລາວໃນຖານະມີບາດກ້າວທີ່ສຳຄັນໃນການພັດທະນາເພື່ອອະນາຄົດ, ມັນຄົງຈະເປັນການດີໃນການໃຫ້ຄວາມສົນໃຈຫຼາຍຂື້ນໃນແຜນການພັດທະນາ ແລະ ແນວຄິດການພັດທະນາຂອງທ່ານສົມບັດ. ແນ່ນອນແລ້ວຖ້າຫາກສິ່ງທີ່ກ່າວມານີ້ເກີດຂື້ນຈິງ ມັນຈະເປັນສິ່ງສຳຄັນວ່າ ລັດຖະບານລາວໄດ້ສະແດງໃຫ້ເຫັນຄຳຫມັ້ນສັນຍາທີ່ແທ້ຈິງໃນການຄົ້ນຫາຄຳຕອບກ່ຽວກັບການລັກພາຕົວທ່ານ ສົມບັດສົມພອນ.

Kearrin Sims

ສຳລັບລະອຽດເພີ່ມເຕີມກ່ຽວກັບວຽກຂອງ ທ່ານ ສົມບັດ ສົມພອນ ແລະ ຄວາມສໍາຄັນຕໍກັບວາລະຂອງການພັດທະນາຫຼັງປີ 2015 ໃຫ້ຕິດຕາມທີ່: Sims, K., 2015, ‘Culture, Community-oriented Learning and the Post-2015 Development Agenda: A View from Laos’, Third World Quarterly, 36(10), 1922-1943.

  1. Government of Laos, 2004, Lao People’s Democratic Republic National Growth and Poverty Eradication Strategy, Government of Laos, Vientiane, Laos.
  2. Vaenkeo, S 2011, Laos exceeds five-year ODA Target, Vientiane Times, 10 March 2011, p.3.
  3. Times Reporters 2010, UNDP ranks Laos among world’s top 10 movers, Vientiane Times, November 15, B1.
  4. Creak, S., 2014, Laos in 2013: International Controversies, Economic Concerns and the Post-Socialist Rhetoric of Rule, Southeast Asian Affairs, 2014(1), 149-71; Baird, I.G., 2011, Turning Land into Capital, Turning People into Labour: Primitive Accumulation and the Arrival of Large-Scale Economic Land Concessions in the Lao People’s Democratic Republic, New Proposals: Journal of Marxism and Interdisciplinary Inquiry, 5(1), 10-26; Howe & Sims, 2011, Human Security and Development in the Lao PDR: Freedom from Fear and Freedom from Want, Asian Survey, 51(2), 333-55.
  5. Sims, K. & Arvanitakis, J. 2013, Why A Missing Lao Activist Should Concern Us All Opens in a new window, New Matilda.
  6. Ramon Magsaysay Award Foundation, 2005, Somphone, Sombath | Biography Opens in a new window.
  7. Somphone, S., 2008b, Interdependencies between Education and Sustainable Development, Conference Presentation at the 10th Asia-Pacific Programme of Educational Innovation for Development (APEID) in Bangkok, Thailand.
  8. Sims, K., 2015, Culture, Community-oriented Learning and the Post-2015 Development Agenda: A View from Laos, Third World Quarterly, 36(10), 1922-1943.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.