ການບັງຄັບສູນຫາຍຂອງທ່ານສົມບັດສົມພອນ: ພາບພະຍົນສາລະຄະດີ

December 15 2018 marks the 6th anniversary of the Disappearance of my husband, Sombath Somphone, a Lao educator and a respected community development worker. Sombath Somphone was also the winner of the 2005 Ramon Magsaysay Award, which is often referred to as the Asia Nobel Prize. Continue reading “ການບັງຄັບສູນຫາຍຂອງທ່ານສົມບັດສົມພອນ: ພາບພະຍົນສາລະຄະດີ”

ຄໍາເວົ້າຂອງ ທ.ສົມບັດ ເມື່ອ 5 ປີກ່ອນ

‘ບັນຫາທ້າທາຍການຫລຸດຜ່ອນຄວາມທຸກຍາກ ແລະການພັທນາແບບຍືນຍົງ’ ທີ່ ທ່ານສົມບັດ ສົມພອນ ເຄີຍກ່າວ ໃນກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ທີ່ໄດ້ຈັດຂຶ້ນແຕ່ວັນທີ 16 ຫາ ວັນທີ 19 ຕຸລາ 2012 ຄືເມື່ອ 5 ປີກ່ອນ

ວິທະຍຸເອເຊຍເສລີ: 30 ຕຸລາ 2017

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ດີເດັ່ນຂອງລາວ ຜູ້ກໍ່ຕັ້ງສູນພັທນາ ທີ່ເອີ້ນວ່າ ປາແດກ ແລະໄດ້ຮັບລາງວັນ ແມັກໄຊໄຊ ຊຶ່ງ ເປັນລາງວັນກຽດຕິຄຸນ ແຫ່ງເອເຊັຽນັ້ນ ໄດ້ກ່າວເປີດ ກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ທີ່ ນະຄອນຫຼວງ ວຽງຈັນ ເມື່ອວັນທີ 16 ຕຸລາ 2012. ກອງປະຊຸມ ທີ່ມີຫົວຂໍ້ວ່າ ‘ບັນຫາທ້າທາຍ ການຫລຸດຜ່ອນ ຄວາມທຸກຍາກ ແລະການພັທນາ ແບບຍືນຍົງ’

ກອງປະຊຸມເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ໃນຄັ້ງນັ້ນ ໄດ້ຖືກຈັດຂຶ້ນ ເມື່ອວັນທີ 16 ຫາ ວັນທີ 19 ຕຸລາ 2012, ຄືເມື່ອ 5 ປີ ກ່ອນ ກ່ອນໜ້າທີ່ທ່ານ ຖືກບັງຄັບໃຫ້ ຫາຍສາບສູນ ໃນວັນທີ 15 ທັນວາ ຂອງປີດຽວກັນນັ້ນ. RFA ໄດ້ຂໍສັມພາດ ມາດາມ ຊຸຍເມັງ ຜູ້ ເປັນພັລຍາຂອງ ທ່ານ ສົມບັດ ສົມພອນ ໃນໂອກາດ ຄົບຮອບ 5 ປີ ຂອງການກ່າວປາສັຍ ຂອງທ່ານ ຕໍ່ກອງປະຊຸມ ຄັ້ງສໍາຄັນທີ່ວ່ານັ້ນ. ເຊີນທ່ານຮັບຟັງ ການສັມພາດ ພາກ 1 ໄດ້ ແລະສໍາລັບ ພາກທີສອງ ຈະນຳມາສເນີ ທ່ານໃນມື້ຕໍ່ໄປ.

ທ.ສົມບັດ ບໍ່ເຄີຍຕໍານິ ພັກ-ຣັດ

ມາດາມ ອຶງຊຸຍເມັງ ໃນວັນຖແລງຂ່າວ ຂອງສະມາຄົມ ນັກຂ່າວຕ່າງປະເທດ ແຫ່ງປະເທດໄທ

ວິທະຍຸເອເຊຍເສລີ: 29 ຕຸລາ 2017

ມາດາມ ຊຸຍເມັງ ຢືນຢັນວ່າ ທ່ານ ສົມບັດ ສົມພອນ ຜູ້ເປັນສາມີ ຂອງມາດາມ ບໍ່ເຄີຍເວົ້າ ຫລື ກະທໍາໃນສິ່ງທີ່ແຕະຕ້ອງ ແນວທາງ ນະໂຍບາຍ ຂອງພັກແລະຣັຖ ສປປລາວ ແມ່ນແຕ່ຄັ້ງດຽວ ຫາກເວົ້າເຖິງ ແຕ່ສິ່ງທີ່ຣັຖບານ ເວົ້າມາໂດຍຕລອດ ເປັນຕົ້ນການລົບລ້າງ ຄວາມທຸກຍາກຮວມທັງ ຄໍາປາສັຍຂອງທ່ານ ທີ່ໄດ້ກ່າວໃນ ພິທີເປີດກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຫຼື AEPF ຄັ້ງທີ 9 ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 16 ຕຸລາ 2012.

ໃນພິທີເປີດກອງປະຊຸມ ຊຶ່ງລາວເປັນເຈົ້າພາບ ທີ່ໄດ້ຈັດຂຶ້ນແຕ່ວັນທີ 16 ຫາ 19 ຕຸລາ ທີ່ມີຜູ້ເຂົ້າຮ່ວມເກືອບຮອດ 1 ພັນຄົນນັ້ນ ທ່ານ ສົມບັດ ສົມພອນ ໄດ້ເວົ້າເຖິງບັນຫາ ຕ່າງໆທີ່ກ່ຽວຂ້ອງ ກັບຫົວຂໍ້ກອງປະຊຸມ ຄື: ບັນຫາທ້າທາຍ ການຫລຸດຜ່ອນຄວາມທຸກຍາກ ແລະ ການພັທນາຍືນຍົງ. ໃນນັ້ນ ທ່ານກໍໄດ້ເວົ້າເຖິງ ບັນຫາສິ່ງແວດລ້ອມ, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ການທໍາຣາຍສະພາບ ແວດລ້ອມ ແລະ ການພັທນາ ກໍຕ້ອງມີຄວາມສົມດູລ ຄືບໍ່ຕ້ອງເນັ້ນໃສ່ ການພັທນາເສຖກິດ ພຽງຢ່າງດຽວ. ຕາມຄໍາເວົ້າຂອງ ມາດາມ ຊຸຍເມັງ ຕໍ່ RFA ເມື່ອໄວໆມານີ້:

“ກະເພື່ອ ລູກໆຫລານໆໄປນໍ ກະເພິ່ນເວົ້າເຖິງ ວ່າຢູ່ໃນການພັທນາຫັ້ນ ກໍຕ້ອງເປັນການພັທນາ ທີ່ວ່າຍືນຍົງ ເອີ້ນວ່າ balance devel -opment ຕາມຄວາມເຂົ້າໃຈ ຂອງສົມບັດ ເພິ່ນກະວ່າຕ້ອງ ເນັ້ນໃສ່ ບໍ່ແມ່ນແຕ່ ພັທນາເສຖກິດນໍ ພັທນາເສຖກິດ ແມ່ນດ້ານນຶ່ງ ຢູ່ໃນ ສີ່ປັດໃຈ”.

ຊື່ງກໍຍັງຕ້ອງມີການພັທນາ ສິ່ງແວດລ້ອມ ການຮັກສາສິ່ງແວດລ້ອມ ວັທນະທັມ ແລະການປົກຄອງທີ່ດີ ແລະເພື່ອຄວາມເຂັ້ມແຂງ ຂອງ ຣັຖບານ ກໍຕ້ອງມີການປະຕິບັດ ກົດໝາຍ. ຫາກເວົ້າເຖິງ ການພັທນາຍືນຍົງ ກໍຕ້ອງເວົ້າເຖິງການ ເຮັດໃຫ້ຊ່ອງຫວ່າງ ຂອງຜູ້ທຸກ ແລະ ຜູ້ຮັ່ງ ແຄບເຂົ້າກັນ. ນັ້ນເປັນສະພາບລວມທົ່ວໄປ. ພ້ອມດຽວກັນ ທ່ານ ສົມບັດ ກໍເວົ້າເຖິງ ການພັທນາຢູ່ລາວ ມາດາມ ກ່າວ:

“ຢູ່ລາວນໍ ເພິ່ນກະໃຫ້ຄໍາເຫັນວ່າ ການພັທນາຢູ່ລາວ ກໍຕ້ອງຟັງສຽງປະຊາຊົນ ໂດຍສະເພາະຜູ້ຢູ່ ບ້ານນອກບ້ານນາ ພວກຂະເຈົ້າກໍເປັນ ສ່ວນນຶ່ງ ຂອງປະຊາຊົນ ຢູ່ລາວ ແລະ ເປັນສ່ວນໃຫຍ່ ໝາຍວ່າ ເພິ່ນກະມີຄໍາເຫັນ ໃຫ້ຣັຖບານ ຝ່າຍຣັຖບານ ໃຫ້ຊຸມຊົນ ຜູ້ເຮັດ business ຜູ້ລົງທຶນ 3 ຝ່າຍຕ້ອງປຶກສາຫາຣືກັນ ຟັງກັນ ບໍ່ແມ່ນຟັງແຕ່ ຝ່າຍດຽວ”.

ຢູ່ໃນຄໍາປາໃສໃນພິທີເປີດກອງປະຊຸມ ເວທີປະຊາຊົນ ເອເຊັຍ-ຢູໂຣບ ຄັງທີ 9 ຄືກ່ອນໜ້າທີ່ ທ່ານ ສົມບັດ ສົມພອນ ຖືກຫາຍສາບສູນ ພຽງ 2 ເດືອນນັ້ນ ທ່ານຍັງໄດ້ກ່າວເຖິງ ເຣື່ອງການສຶກສາ ແບບຄົບຊຸດອັນໝາຍເຖິງການພັທນາ ທີ່ບໍ່ພຽງແຕ່ຄວາມຮູ້ ເທົ່ານັ້ນແຕ່ຫາກ ຕ້ອງພັທນາ ທັງທາງດ້ານຈິດໃຈ ແລະຕ້ອງມີປະສົບການ ຕົວຈິງນໍາດ້ວຍ.

ຫ້າປີຂອງຄວາມງຽບ…

ຫ້າປີກ່ອນ, ສົມບັດ ສົມພອນ ໄດ້ໃຫ້ ປາຖະກະຖາຕໍ່ໄປນີ້ ໃນກອງປະຊຸມປະຊາຊົນອາຊີ-ເອີຣົບ.

ຈະມີຜູ່ໃຫ້ທຶນ, ນັກການທູດ, ຫຼືອົງການຈັດຕັ້ງທາງສັງຄົມ ຫຼາຍປານໃດໃນລາວ ທີ່ຈະເຜີຍແຜ່ຄຳເວົ້າຂອງເພິ່ນໃນມື້ນີ້?

 

 

 

ສິ່ງທ້າທາຍຕໍ່ການຫຼຸດຜ່ອນຄວາມທຸກຍາກແລະການພັດທະນາແບບຍືນຍົງ – ມຸມມອງຈາກປະເທດລາວ

ໂດຍ ອາຈານ ສົມບັດ ສົມພອນ 

ຜູ້ກໍ່ຕັ້ງແລະທີ່ປຶກສາໃຫ້ແກ່ສູນຝກຶ ອົບຮົມຮ່ວມພັດທະນາແບບມີສ່ວນຮ່ວມ (PADETC) 

ກອງປະຊຸມເວທີພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9  (AEPF9)

16-19 ເດືອນຕຸລາ ປີ 2012

ທີ່ນະຄອນຫຼວງວຽງຈັນ, ສ.ປ.ປ ລາວ 

ຮຽນພະນະທ່ານ. ດຣ. ທອງລຸນ ສີສຸລິດ, ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ, ທີ່ນັບຖື;

ສະແດງຄວາມນັບຖືມາຍັງບັນດາຫມູ່ເພື່ອນ ແລະ ເພື່ອນຮ່ວມງານໃນ ສ.ປ.ປລາວ, ຈາກທະວີບອາຊີ ແລະ ເອີຣົບ;

ບັນດາທ່ານຍິງ ແລະ ທ່ານຊາຍທີ່ນັບຖືແລະຮັກແພງ…

ຂ້າພະເຈົ້າຮູ້ສຶກ ເປັນກຽດ ແລະ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບບັນດາທ່ານສູ່ປະເທດນ້ອຍໆ ຂອງພວກຂ້າພະເຈົ້າ ທີ່ມີປະຊາຊົນທີ່ມີນິໄສອ່ອນໂຍນ ແລະເຕັມດ້ວຍນ້ໍາໃຈອັນດີງາມ. ຂ້າພະເຈົ້າໄດ້ຮັບກຽດ ເປັນຕົວແທນຄົນລາວເຂົ້າຮ່ວມໃນກອງປະຊຸມພາກປະຊາຊົນ ອາຊີ- ເອີຣົບ ເພື່ອແລກປ່ຽນຄວາມຄິດເຫັນກັບ ບັນດາທ່ານ ໃນການເຮັດວຽກຮ່ວມກັນ ເພື່ອກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກ ແລະ ການສ້າງອະນາຄົດທີ່ ຍືນຍົງເພື່ອພວກເຮົາເອງ ແລະເພື່ອລູກຫຼານ. Continue reading “ຫ້າປີຂອງຄວາມງຽບ…”

ອາຊຽນຕ້ອງເນັ້ນການປັບປຸງການສຶກສາ

“ຜູ້ນໍາອາຊຽນຕ້ອງເນັ້ນການປັບປຸງການສຶກສາໃນພາກພື້ນເພື້ອສ້າງເສີມໃຫ້ເກີດປະຊາຄົມທີ່ມີພະລັງສ້າງສັນ”

“ແນວໃດກໍດີ ເສັ້ນທາງໄປສູ່ຄວາມສໍາເລັດດັງກ່າວອາດບໍ່ສົດໃສປານໃດຫາກພິຈາລະນາຈາກເຈດຈໍາ ນົງທາງກາງເມືອງຂອງຜູ້ນໍາອາຊຽນທີ່ເປັນຢູ່ ຊຶ່ງ ມັກສົນໃຈແບບແຜນການພັດທະນາທີ່ບໍ່ ຍືນຍົງ ແລະ ພຶ່ງພາກັບການຂະຫຍາຍຕົວທາງເສດທະກິດ“ ເພິ່ນກ່າວໄວ້ “ພວກເຂົາຍັງບໍ່ເຫັນຄວາມສໍາຄັນເຖິງ ຄວາມຈໍາເປັນທີ່ຈະຕ້ອງສະແຫວງຫາແນວທາງໃຫມ່ໆ ດ້ານການສຶກສາ ຊຶ່ງອາດແຕກຕ່າງຈາກ ແນວທາງທີ່ພວກເຂົາຄຸ້ນເຄີຍ”

“ນອກຈາກຈະເກີດວິກິດໃຍ່ໆ ປະຊາຊົນມັກບໍ່ເຫັນຄວາມສໍາຄັນວ່າພວກເຮົາຕ້ອງຮື້ລະບົບການສຶກສາທັງຫມົດໃນປັດຈຸບັນເຊື່ອງຊ້າເກີນໄປແລະຍຶດຕິດກັບປະເພນີເກົ່າການສຶກສາບໍ່ຄວນມຸງເນັ້ນສະເພາະດ້ານວິຊາການ”

ຈາກ ການສອນຄວາມສຸກ (Teaching Happiness) Bangkok Post 24 ສິງຫາ 2012

ບົດຕອບສະໜອງຂອງ ສົມບັດ ສົມ​ພອນ ໃນພິທີ​ຮັບ​ລາງວັນ​ແມັກ​ໄຊ​ໄຊ

Ramon Magsaysay Award Foundation: ມະນິລາ, 31 ສິງຫາ 2005

Sombath-Magsaysay ຮຽນທ່ານ ຫົວໜ້າຜູ່ພິພາກສາ ຮິລາຣີໂອ ດາວີດ ທີ່ນັບຖື, ຄະນະກຳມະການມູນິທິຣາງວັນ ເຣມອນ ແມັກໄຊໄຊ, ແຂກຜູ່ມີກຽດ, ມິດສະຫາຍທີ່ໄດ້ຮັບຣາງວັນ, ທ່ານຍິງ ແລະທ່ານຊາຍ, ຂໍສະບາຍດີ.

ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ມື້ນີ້ ໄດ້ມາຢືນຢູ່ທີ່ນີ້ເພື່ອຮັບຣາງວັນ ເຣມອນ ແມັກໄຊໄຊ ປະຈຳປີ 2005 ໃນສາຂາການນຳຊຸມຊົນ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງ ມູນິທິຣາງວັນ ເຣມອນ ແມັກໄຊໄຊ ແລະຄະນະກຳມະການຕັດສິນຂອງມູນິທິ ທີ່ໄດ້ມອບຣາງວັນອັນສຳຄັນນີ້ໃຫ້ ຂ້າພະເຈົ້າ.

ຣາງວັນນີ້ ບໍ່ແມ່ນສຳລັບຂ້າພະເຈົ້າ ຫຼືພະນັກງານໃນອົງການປາແດກ ແຕ່ຜູ່ດຽວ, ແຕ່ຫາກເປັນ ຣາງວັນທີ່ມອບໃຫ້ກັບອາສາສະໝັກຜູ່ໜຸ່ມນ້ອຍ, ແລະຜູ່ນຳໄວໜຸ່ມຂອງລາວ ທີ່ໄດ້ສະແດງໃຫ້ ຜູ່ໃຫຍ່ຄືເຮົາເຫັນວ່າ ເຂົາເຈົ້າກໍ່ມີຄວາມສາມາດ ແລະສິດທີ່ຈະຮຽກຮ້ອງເອົາພື້ນທີ່ໃນການວາງ ເສັ້ນທາງເພື່ອການພັດທະນາຕົນເອງ ແລະຊຸມຊົນຂອງເຂົາ. ຂ້າພະເຈົ້າເຊື່ອວ່າເຂົາເຈົ້າມີຄວາມ ຕັ້ງໃຈ, ຄວາມຫວັງ, ແລະຄວາມຝັນຕໍ່ກັບອະນາຄົດທີ່ດີກວ່າ, ເຊິ່ງກໍ່ເປັນສິ່ງທີ່ຣາງວັນອັນຊົງກຽດນີ້ ເລັງເຫັນ ແລະສະເຫຼີມສະຫຼອງເອົາ. Continue reading “ບົດຕອບສະໜອງຂອງ ສົມບັດ ສົມ​ພອນ ໃນພິທີ​ຮັບ​ລາງວັນ​ແມັກ​ໄຊ​ໄຊ”

“ໃນປີ 1980 ສົມບັດໄດ້ກັບໄປ ບ້ານເກີດ”

SB & Woman-005bຊີວິດໃນໄວເດັກຂອງ ສົມບັດ ສົມພອນ ຢູ່ທ່າມກາງຄວາມບໍ່ແນ່ນອນແລະຄວາມສັບສົນວຸ້ນວາຍຍ້ອນ ປະເທດ ລາວໃນຕອນນັ້ນໄດ້ຖືກຮຸກຮາມຈາກສົງຄາມອິນດູຈີນ. ສົມບັດລອດພົ້ນອອກຈາກເຫດການເຫຼົ່າ ນັ້ນໄດ້ຍ້ອນ ສອບເສັງຍາດໄດ້ທຶນການສຶກສາເພື່ອໄປຮຽນຢູ່ມະຫາວິທະຍາໄລຮາວາຍ (University of Hawaii) ແລະ ໄດ້ຮັບໃບປະກາດໃນດ້ານການສຶກສາແລະດ້ານກະສິກໍາ. ໃນປີ 1980 ສົມບັດໄດ້ກັບໄປ ບ້ານເກີດຂອງຕົນເອງ ອີກຄັ້ງໜຶ່ງ ແລະ ໃນປີດຽວກັນໄດ້ຊ່ວຍຈັດຕັ້ງໂຄງການການປູກເຂົ້າແບບປະສົມ ປະສານ (Rice-Based Integrated Farm System Project) ເພື່ອຊ່ວຍໃຫ້ຊາວນາບັນລຸ ຄວາມໝັ້ນຄົງ ດ້ານອາຫານ. ຫຼາຍປີຕໍ່ມາ ໄດ້ເຮັດໃຫ້ ສົມບັດກ້າວເຂົ້າສູ່ໂລກຂອງຊົນນະບົດໃນລາວ ແລະ ສູ່ອຸປະສັກທີ່ ສະຫຼັບຊັບຊ້ອນໃນໝູ່ບ້ານທີ່ ກະຈັດກະຈາຍໃນເຂດຫ່າງໄກສອກຫຼີກ ທີ່ກຳລັງລໍຖ້າ ນັກພັດທະນາທັງຫຼາຍເຂົ້າໄປຫາ.

ຈາກຄໍາຢົກຢ້ອງສໍາລັບການ ລາງວັນຣາມອນແມັກໄຊໄຊປີ 2005 ສາຂາຜູ້ນຳພາຊຸມຊົນ

ສປປ ລາວ ໃນປີ 2016: ການພັດທະນາແບບຍືນຍົງ ແລະ ວຽກງານຂອງທ່ານ ສົມບັດ ສົມພອນ

ຂຽນໂດຍ Kearrin Sims

ການນຳສະເໝີຄວາມເປັນມາ

Logo Please-return-Sombath-Safelyປີ 2016 ຈະເປັນປີທີ່ຄົບຮອບ 20 ປີນັບຕັ້ງແຕ່ລັດຖະບານແຫ່ງ ສປປ ລາວ (ລັດຖະບານລາວ) ປະກາດເຖິງເປົ້າຫມາຍຂອງຕົນເປັນຄັ້ງທຳອິດທີ່ຈະບຸກບືນໃຫ້ຕົນເອງພົ້ນຈາກສະຖານະພາບການເປັນປະເທດດ້ອຍພັດທະນາ (LDC) ພາຍໃນປີ 2020.ໃນເວລານັ້ນ, ມີຫລາຍອັນໃດ້ປ່ຽນແປງ. ໂດຍມີຂໍ້ຍົກເວັ້ນໃນສອງສາມປີໃນຊ່ວງ 1977 ທີ່ເກີດວິກິດທາງການເງິນອາຊີ, ຫຼັງຈາກນັ້ນມາ ເສດຖະກິດຂອງລາວກໍ່ມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ໃນປີ 2011 ທະນາຄານໂລກໄດ້ຍົກສະຖານະຂອງປະເທດລາວຂຶ້ນຈາກສະຖານະການເປັນປະເທດທີ່ມີລາຍໄດ້ຕ່ຳມາເປັນປະເທດທີ່ມີລາຍໄດ້ຕຳ່ປານກາງ.2 ການລົງທຶນຕ່າງປະເທດກໍ່ໄດ້ຂະຫຍາຍຕົວຢ່າງໄວວາ ແລະ ເປົ້າຫມາຍການພັດທະນາສະຫັດສະວັດຂອງປະເທດ (MDG) ກໍ່ມີຄວາມຄືບຫນ້າຢ່າງເຂັ້ມແຮງ. ຍ້ອນເຫດຜົນທີ່ວ່ານີ້ ອົງການ UNDP ໄດ້ຈັດປະເທດລາວໃຫ້ເປັນປະເທດທີ່ສົບຜົນສໍາເລັດຫຼາຍທີ່ສຸດເປັນອັນດັບທີ 6 ທີ່ມີການປັບປຸງ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະ 40 ປີທີ່ຜ່ານມາ.3

ຄຽງຄູ່ກັບຄວາມຄືບຫນ້າທາງເສດຖະກິດທີ່ກ່າວມານັ້ນ, ມັນກໍ່ຍັງມີຫລາຍເລື່ອງທີ່ຈະນຳມາສະເໜີໃຫ້ຮັບຮູ້ກ່ຽວກັບການພັດທະນາຢູ່ໃນ ສປປ ລາວ ນຳອີກ. ສິ່ງທີ່ກ່ຽວຂ້ອງນັ້ນກໍ່ແມ່ນເລື່ອງຂອງຄວາມບໍ່ເທົ່າທຽມໃນສັງຄົມທີ່ແຜ່ຂະຫຍາຍ, ຄວາມເຊື່ອມໂຊມຂອງສິ່ງແວດລ້ອມຢ່າງຮ້າຍແຮງ, ມີການລ່ວງລະເມີດສິດທິມະນຸດ, ມີການສໍ້ລາດບັງຫຼວງໃນຂະແຫນງການຂອງລັດ ແລະ ເອກະຊົນ, ອັດຕາການຕາຍຂອງແມ່ ແລະ ການຂາດສານອາຫານແມ່ນຍັງສູງ, ມີການເວນຄືນທີ່ດິນ, ບັງຄັບໃຫ້ປະຊາຊົນໃຫ້ຍົກຍ້າຍຖິ່ນຖານ ແລະ ກໍ່ມີຄວາມຂັດແຍ່ງກັບປະເທດເພື່ອບ້ານ ເນື່ອງຈາກບັນຫາການສ້າງເຄື່ອນໄຟຟ້າໃນແມ່ນຳ້ຂອງ.4 ສິ່ງທີ່ກ່າວມານັ້ນແມ່ນຕິດພັນກັບບັນຫາທີ່ຈະພາໃຫ້ເກີດຄວາມທຸກຍາກໃນຮູບແບບໃຫ່ມ ແລະ ສ້າງຊື່ສຽງໃນທາງລົບໃຫ້ແກ່ປະເທດຊາດ. Continue reading “ສປປ ລາວ ໃນປີ 2016: ການພັດທະນາແບບຍືນຍົງ ແລະ ວຽກງານຂອງທ່ານ ສົມບັດ ສົມພອນ”

ເຖິງລຸງສົມບັດ…ຈາກໄວໜຸ່ມທີ່ນັບຖື

OLYMPUS DIGITAL CAMERAເຖິງລຸງສົມບັດທີ່ນັບຖື,

ຫວັງວ່າລຸງຈະສະບາຍດີ, ຫ້າປີກ່ອນໜ້ານີ້ຫຼານໄດ້ເຂົ້າໄປຂໍຄຳປຶກສານຳລຸງຫຼາຍຄັ້ງໃນໄລຍະທີ່ຫຼານເລີ່ມວຽກ ໃໝ່ ແລະ ບໍ່ເຄີຍມີຈັກຄັ້ງເລີຍທີ່ລຸງຈະປະຕິເສດໃນການໃຫ້ຄຳປຶກສາ, ເຖິງວ່າລຸງຈະຄາວຽກຫຼາຍປານໃດກໍຕາມລຸງ ກໍຈະຫາເວລາໃຫ້ຫຼານສະເໝີ ແຕ່ມີຂໍ້ຫ້າມອັນດຽວຄື ຕ້ອງບໍ່ຖືກເວລາດຽວກັນກັບຊົ່ວໂມງນັດຕີປິງປອງຂອງລຸງກໍພໍ, ຫຼານຈື່ສະເໝີ ແລະ ຍິ້ມທຸກຄັ້ງທີ່ຄິດເຖິງປະໂຫຍກນີ້. ຜ່ານມາເຖິງວ່າຫຼານຈະບໍ່ໄດ້ພົວພັນວຽກ ໂດຍກົງກັບລຸງ ແຕ່ກັບໄດ້ຮັບຄຳປຶກສາໃນການແກ້ໄຂບັນຫາ ແລະ ຮູ້ສຶກໄດ້ຮັບການຊຸກຍູ້ເບື້ອງຫຼັງສະເໝີເມື່ອຕ້ອງການ.

ຜ່ານໄປສາມປີແລ້ວທີ່ຫຼານບໍ່ຮູ້ວ່າຕອນນີ້ລຸງຢູ່ໃສແຕ່ຫຼານຍັງຈື່ປະໂຫຍກໜຶ່ງເຊິ່ງເປັນປະໂຫຍກທີ່ລຸງໄດ້ບອກ ຫຼານໄລຍະທຳອິດທີ່ພົບລຸງຄື: “ໃຫ້ຫຼານເປັນນຳ້ເຄິ່ງຈອກ ຫຼື ເປັນນຳ້ເກືອບເຕັມຈອກສະເໝີ, ຢ່າເປັນນຳ້ເຕັມຈອກ”. ການເປັນນຳ້ບໍ່ເຕັມຈອກນີ້ແມ່ນເພື່ອໃຫ້ມີບ່ອນຫວ່າງເຫຼືອເພື່ອຮັບສິ່ງທີ່ເປັນປະໂຫຍດ ແລະ ເປີດກວ້າງຮັບສິ່ງທີ່ຖືກ ຕ້ອງ ແລະ ແນວຄວາມຄິດໃໝ່ເພື່ອຄວາມກ້າວໜ້າ ແລະ ສ້າງກຳລັງໃຈໃຫ້ຕົນເອງ, ສ່ວນສິ່ງທີ່ບໍ່ເໝາະສົມຫຼືບໍ່ຖືກ ຕ້ອງນັ້ນໃຫ້ຫຼານເທອອກເພື່ອບໍ່ໃຫ້ສືບຕໍ່ຜິດພາດ, ເພື່ອປັບປຸງຕົນເອງ ແລະ ເລີ່ມຕົ້ນສິ່ງໃໝ່ທີ່ດີກວ່າ. ຫຼານຈື່ປະ ໂຫຍກນີ້ໄດ້ດີ ແລະ ທົບທວນມັນສະເໝີໂດຍສະເພາະເວລາພົບບັນຫາ.

ຜ່ານໄປສາມປີແລ້ວສິ່ງທີ່ລຸງໄດ້ສັ່ງສອນນັ້ນບໍ່ພຽງແຕ່ຫຼານເທົ່ານັ້ນທີ່ຈື່ຈຳແຕ່ຍັງມີອີກຫຼາຍຄົນທີ່ຫຼານໄດ້ພົບ ແລະ ຫຼານກໍໄດ້ຟັງເລື່ອງລາວຂອງພວກເຂົາທີ່ເຕີບໂຕ ແລະ ພັດທະນາຈາກສິ່ງທີ່ລຸງໄດ້ໃຫ້ແນວຄິດໄວ້ ແລະ ພວກເຂົາກໍຈື່ຈຳເລື່ອງລາວເຫຼົ່ານັ້ນໄດ້ສະເໝີເຊັ່ນດຽວກັນ. ເວລາຜ່ານໄປນັ້ນບໍ່ໄດ້ເຮັດໃຫ້ວຽກງານທີ່ລຸງພັດທະນາໄວ້ ນັ້ນສູນຫາຍໄປ ແຕ່ວຽກງານດັ່ງກ່າວຍັງດຳເນີນຕໍ່ໂດຍຄົນລຸ້ນໃໝ່ທີ່ລຸງລົງເຫື່ອແຮງສ້າງ ແລະ ໃຫ້ໂອກາດໃນການພັດ ທະນາຕົນເອງຈົນພວກເຮົາເຂັ້ມແຂງ ແລະ ສາມາດດຳເນີນວຽກງານດ້ວຍຕົວຂອງພວກເຮົາເອງ.

ຫຼານເອງຢາກຂອບໃຈລຸງອີກຄັ້ງຜ່ານຈົດໝາຍສະບັບນີ້ທີ່ໄດ້ໃຫ້ແນວຄວາມຄິດດີໆໄວ້ໃຫ້ກັບຫຼານ, ຂອບໃຈທີ່ ລຸງໄດ້ສ້າງຜົນງານທີ່ໜ້າປະທັບໃຈ ແລະ ເປັນປະໂຫຍດຕໍ່ສັງຄົມໄວ້ໃຫ້ຫຼານໄດ້ຮຽນຮູ້ເພື່ອປັບມານຳໃຊ້, ຂອບໃຈລຸງ ທີ່ໃຫ້ໂອກາດໄວໜຸ່ມໃນການພັດທະນາ ແລະ ຂອບໃຈທີ່ຫຼານໄດ້ມີໂອກາດໄດ້ພົບລຸງ. ສຸດທ້າຍນີ້, ຫຼານຫວັງວ່າສິ່ງທີ່ ລຸງສ້າງໄວ້ນັ້ນຈະສືບຕໍ່ຂະຫຍາຍຜົນກວ້າງຂຶ້ນເພື່ອປະກອບສ່ວນໃນການພັດທະນາສັງຄົມ ແລະ ຄົນລຸ້ນໃໝ່.

ດ້ວຍຄວາມນັບຖື ແລະ ຮັກແພງ,

ໄວໜຸ່ມທີ່ນັບຖືແນວຄວາມຄິດຂອງລຸງ