ພັນທະ ແລະ ຄຳໜັ້ນສັນຍາຂອງລາວຕໍ່ກັບສິດທິມະນຸດສາກົນ…ແມ່ນ​ຫຍັງ?

Logo-What isຂຽນໂດຍ Civil Rights Defenders (CRD)

ສາທາລະນະຊາທິປະໄຕປະຊາຊົນລາວ (LPDR) ໄດ້ເຂົ້າຮ່ວມສອງຮອບທໍາອິດຂອງຂະບວນການທົບທວນຄືນຂອງ (UPR) ກ່ຽວກັບ ການຈັດຕັ້ງປະຕິບັດສິດທິມະນຸດຂອງຕົນ, ແຕ່ການປະຕິບັດຕາມແລະການເຂົ້າຮ່ວມນຳກົນໄກສິດທິມະນຸດຂອງ ສປຊ ແມ່ນຍັງມີຈຳ ກັດຫລາຍຖິງແມ່ນວ່າທາງລັດຖະບານລາວແມ່ນໄດ້ໃຫ້ຄຳໜັ້ນສັນຍາ ແລະ ມີພັນທະຕາມສິດ ທິມະນຸດສາກົນແລ້ວກໍ່ຕາມ. ການຮ່ວມ ມືທີ່ມີຈຳກັດນີ້ແມ່ນເປັນທີ່ໜ້າກັງວົນຫລາຍເພາະມັນຈະກ່ຽວກັບການນຳເອົາໄປ ໃຊ້ໃນກົນໄກພາຍໃນໂດຍສະເພາະແມ່ນການແກ້ໄຂ ບັນຫາການລະເມີດສິດທິມະນຸດທີ່ຍັງປະກົດໃຫ້ເຫັນການລະເມີດ ຢູ່ເລື້ອຍໆ.

CRD-logo

ສົນທິສັນຍາສິດທິມະນຸດ

ລາວເປັນພາຄີຂອງສົນທິສັນຍາສິດທິມະນຸດສາກົນທີ່ສຳຄັນຢູ່ເຈັດສະບັບ (ແລະ ສອງອະນຸສັນຍາ): (1)

  • ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບແບບການຈໍາແນກເຊື້ອຊາດ(CERD) (ເຂົ້າໃນປີ 1974)
  • ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ (CEDAW) (ເຂົ້າໃນປີ  1981)
  • ສົນທິສັນຍາວ່າດ້ວຍສິດທິຂອງເດັກນ້ອຍ (CRC) ແລະ ອານຸສັນຍາອີກສອງສະບັບ (CRC-OP-AC & CRC-OP-SC) (ເຂົ້າໃນປີ  1991 & ເປັນພາຄີສົມບູນ ໃນປີ2006)
  • ສົນທິສັນຍາສາກົນວ່າດ້ວຍສິດທິທາງເສດຖະກິດ, ສັງຄົມ ແລະ ວັດທະນະທໍາ
    (ICESCR) (ເຂົ້າໃນປີ  2007)
  • ສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ (CRPD) (ເຂົ້າໃນປີ  2009)
  • ສັນຍາສາກົນວ່າດ້ວຍສິດທິທາງພົນລະເຮືອນ ແລະ ການເມືອງ(ICCPR) (ເຂົ້າໃນປີ  2009)
  • ສົນທິສັນຍາວ່າດ້ວຍການຕໍ່ຕ້ານການທໍລະມານແລະການກະທຳອື່ນໆທີ່ປ່າເຖື່ອນ ແລະ ໄຮ້ມະນຸດສະທຳ (CAT) (ເຂົ້າໃນປີ  2012)

ໃນເດືອນກັນຍາ 2008  ລາວໄດ້ລົງນາມສົນທິສັນຍາວ່າດ້ວຍການປົກປ້ອງບຸກຄົນຈາກການຖືກບັງຄັບໃຫ້ຫາຍສາບສູນ (CED), ແຕ່ວ່າຍັງບໍ່ທັນໃຫ້ສັດຕາຍະບັນເທື່ອ. ໃນການລົງນາມນັ້ນທາງລັດຖະບານລາວແມ່ນໄດ້ເລືອກຂໍ້ສະຫງວນ ທີ່ບໍ່ຮັບເອົາການຮ້ອງທຸກທີ່ ມາຈາກສ່ວນບຸກຄົນພາຍໃຕ້ກົນໄກສົນທິສັນຍານີ້, ແລະ ປະຕິເສດຮັບຮູ້ການຮ້ອງທຸກຜ່ານທາງກົນໄກສາກົນ. (2).

ບັນດາປະເທດທີ່ໃຫ້ສັດຕະຍາບັນສົນທິສັນຍານັ້ນແມ່ນຈະມີທັງສິດແລພັນທະໃນການເຄົາລົບ, ປົກປ້ອງ ແລະ ເຮັດໃຫ້ສຳ ເລັດຜົນຕາມ ພັນທະດ້ານສິດທິມະນຸດໂດຍບໍ່ໃຫ້ມີການຈຳແນກໃດໆ, ການຈັດຕັ້ງປະຕິບັດລວມໄປເຖິງການດັດປັບກົດໝາຍ ພາຍໃນໃຫ້ເຂົ້າກັບມາດ ຕະຖານສາກົນ ແລະ ຮັບປະກັນການນຳເອົາຜູ້ທີ່ກະທຳຜິດມາລົງໂທດຕາມກົດໝາຍ. ສິ່ງທີ່ຮັບປະ ກັນການຈັດຕັ້ງປະຕິບັດຕາມສົນ ທິສັນຍາສິດທິມະນຸດກໍ່ຄືການກວດສອບຈາກຄະນະກຳມາທິການອິດສະຫລະທີ່ຖືກຮັບຮູ້ກັນໃນນາມອົງກອນສິດທິມະນຸດນັ້ນເອງ.

ປະຈຸບັນແມ່ນເປັນເວລາ 42 ປີແລ້ວທີ່ລາວໄດ້ເຂົ້າເປັນພາຄີສົນທິສັນຍາສິດທິມະນຸດສະບັບທຳອິດໃນປີ 1974, ໃນການ ເປັນພາຄີນັ້ນລາວກໍ່ໄດ້ຮັບການທົບທວນຄືນການຈັດຕັ້ງປະຕິບັດສົນທິສັນຍາກັບອົງກອນສິດທິມະນຸດພຽງແຕ່ສາມອົງກອນ ເທົ່ານັ້ນຄື CEDAW, CERD ແລະ CRC. ທັງສາມອົງກອນແມ່ນໄດ້ສະແດງຄວາມເປັນຫວ່ງກ່ຽວກັບກົດໝາຍພາຍ ໃນຂອງລາວທີ່ບໍ່ສາມາດປັບເຂົ້າກັບມາດຕະຖານສາກົນໄດ້. ໃນປີ 2011 ຄະນະກຳມາທິການ CRC ໄດ້ກ່າວຄວາມເສຍ ໃຈຕໍ່ບັນດາຄຳແນະນຳຕ່າງໆທີ່ໃຫ້ໄວ້ໃນຄັ້ງທີ່ຜ່ານມາວ່າການທົບທວນນັ້ນບໍ່ໄດ້ເບິ່ງບັນຫາຢ່າງເລິກເຊິ່ງເທື່ອເທົ່າທີ່ຄວນ(3).

ປະຈຸບັນ ສປປ ລາວ ແມ່ນຍັງບໍ່ທັນໄດ້ຖືກທົບທວນການຈັດຕັ້ງປະຕິບັດສົນທິສັນຍາຈາກຄະນະກຳມາທິການວ່າດ້ວຍການ ທໍລະມານ, ສິດທິທາງ ການເມືອງ ແລະ ພົນລະເຮືອນ, ສິດທິທາງເສດຖະກິດ ສັງຄົມ ແລະ ວັດທະນາທຳ, ແລະ ສິດທິ ຂອງຄົນພິການເນື່ອງ ມາຈາກການລາຍງານຂອງລາວແມ່ນມີການຊັກຊ້າ ແລະ ເລື່ອນມາຕະຫລອດ. ການລາຍງານ ຄັ້ງທຳອິດໃຫ້ແກ່ຄະ ນະກຳມາທິການຕ້ານການທໍລະມານ, ໃຫ້ແກ່ຄະນະກຳມາທິການວ່າດ້ວຍສິດທິທາງເສດຖະກິດ ສັງຄົມ ແລະ ການເມືອງ, ແລະ ໃຫ້ແກ່ຄະນະກຳມາທິການສິດທິມະນຸດ (ສຳລັບສິດທິທາງການເມືອງແລະພົນລະເຮືອນ) ກໍ່ແມ່ນ ເກີນເວລາທີ່ກຳນົດ, ສ່ວນການລາຍງານໃຫ້ແກ່ຄະນະກຳມາທິການວ່າດ້ວຍສິດທິຂອງຄົນພິການກໍ່ແມ່ນມີຄວາມຊັກຊ້າ ຈົນກາຍມາ 55 ເດືອນແລ້ວ (4). ຖ້າຈະລວມວັນເວລາທີ່ຊັກຊ້າໃນການລາຍງານນັ້ນກໍ່ແມ່ນມີປະມານ 18 ປີ ລວມກັນ ທັງໝົດ.

ຂະບວນການພິເສດ

ອິງຕາມອົງກອນສິດທິມະນຸດ, ຂະບວນການພິເສດຂອງສະພາສິດທິມະນຸດແຫ່ງອົງການ ສປຊ ແມ່ນເປັນກົນໄກໜຶ່ງທີ່ ໃຫ້ການກວດສອບທີ່ສຳຄັນ. ເຖິງຢ່າງໃດກໍ່ດີ, ການຮ່ວມມືຂອງລາວກັບຂະບວນການພິເສດນີ້ກໍ່ແມ່ນຍັງຈຳກັດຢູ່. ໃນລະຫວ່າງເດືອນທັນວາ 2011 ແລະ ເດືອນກຸມພາ 2016, ຂະບວນການພິເສດໄດ້ສົ່ງໜັງສືດ່ວນ (5) ໃຫ້ລາວ ຢ່າງໜ້ອຍແປດຄັ້ງກ່ຽວກັບບັນຫາຕ່າງໆ ແຕ່ທາງຂະບວນການພິເສດໄດ້ຮັບຕອບກັບແມ່ນພຽງແຕ່ສາມຄັ້ງເຊິ່ງ ລວມມີບັນຫາການຫາຍສາບສູນຂອງທ່ານສົມບັດສົມພອນທີ່ຍັງບໍ່ສາມາດຫາຄຳຕອບທີ່ແທ້ຈິໄດ້. ຮອດປະຈຸບັນ ລາວ ໄດ້ເຊີນພຽງແຕ່ນັກລາຍງານຂ່າວພິເສດຂອງ ສປຊ ສອງທ່ານເພື່ອໃຫ້ລົງຢ້ຽມຢາມ: ນັກລາຍງານຂ່າວພິ ເສດ ນັ້ນແມ່ນກ່ຽວກັບບັນຫາການຂາຍເດັກນ້ອຍ, ໂສເພນີເດັກ ແລະ ການຖ່ານຮູບໂປ້ເດັກ (ເດືອນກັນຍາ 1998)  (6) ແລະ ນັກລາຍງານຂ່າວພິເສດກ່ຽວກັບສິດເສລີພາບທາງສາດສະໜາ (ເດືອນພະຈິດ 2009) (7).

ນອກນີ້ຍັງມີອີກເຈັດໜັງສືທີ່ຂໍລົງຢ້ຽມຢາມທີ່ຍັງບໍ່ໄດ້ຮັບຄຳຕອບເຊິ່ງກ່ຽວກັບບັນຫາທາງຕຸລາການ, ບັນກາການຕັດສິນປະ ຫານຊີວິດແບບບໍ່ມີເຫດຜົນ, ບັນຫາສິດໃນການໂຮມຊຸມນຸມແບບສັນຕິວິທີ ແລະ ສ້າງສະມາຄົມ, ບັນຫາທາງສາດສະໜາ, ບັນຫາຄວາມທຸກຢາກ, ບັນຫາບ້ານຢູ່ອາໃສ, ແລະ ບັນຫາການຂາຍເດັກນ້ອຍ, ໂສເພນີເດັກ ແລະ ຖ່າຍພາບໂປ້ເດັກ (ສືບຕໍ່ການຢ້ຽມຢາມຄັ້ງທີ່ຜ່ານມາ) (8). ມາຮອດປະຈຸບັນ ລາວໄດ້ຕົກລົງທີ່ຈະຮັບເຊີນພຽງແຕ່ນັກລາຍງານຂ່າວພິເສດ ກ່ຽວກັບສິດທິທາງວັດທະນາທຳ ແລະ ການຢູ່ອາໃສ ແຕ່ບໍ່ໄດ້ກຳນົດວັນເວລາທີ່ແນ່ນອນເທື່ອ.

ຂະບວນການທົບທວນ (UPR)

ທຸກໆສີ່ປີເຄິ່ງ ສະພາບການດ້ານສິດທິມະນຸດທຸກຂົງເຂດໃນທຸກປະເທດທົ່ວໂລກແມ່ນຈະໄດ້ກັບການທົບທວນຈາກຄະນະ (UPR), ແລະ ຈາກປະເທດພາຄີດ້ວຍກັນເອງພາຍໃຕ້ກົນໄກສະພາສິດທິມະນຸດ. ແຕ່ລະລັດກໍ່ແມ່ນຈະໄດ້ຮັບຄຳແນະນຳ ຈາກພາຄີຂອງ ສປຊ ອື່ນໆ ແລະ ຈະຕ້ອງໄດ້ດຳເນີນການຈັດຕັ້ງປະຕິບັດຕາມການຕົກລົງເຫັນດີ (9).

ພາຄີທີ່ໄດ້ຮັບຄຳເຫັນແນະນຳນັ້ນມີສິດທຳການຂັດຄ້ານຫຼືພິຈາລະເອົາແຕ່ຕ້ອງຂຽນເປັນລາຍລັກອັກສອນແລ້ວສົ່ງໃຫ້ທາງ ຄະນະຮັບພິຊອບ. ໃນໄລຍະທີ່ຜ່ານມາທີ່ລາວໄດ້ຮັບການກວດສອບທົບທວນສອງຄັ້ງໃນເດືອນພຶດສະພາ 2010 ແລະ ເດືອນມັງກອນ 2015 ສປປ ລາວ ແມ່ນໄດ້ຮັບຄຳເຫັນແນະນຳເຖິງ 303 ຄຳເຫັນ ແລະ ສປປ ລາວ ໄດ້ປະຕິເສດ 101 ຄຳເຫັນແນະນຳເຊິ່ງກວມເອົາ (33%) ຂອງຄຳເຫັນແນະນຳທັງໝົດ. (10).

ໃນກອງປະຊຸມທົບທວນ ປີ2015 ລາວ “ໄດ້ຮັບເອົາ”  ບັນດາຄຳເຫັນແນະນຳເພື່ອໄປຈັດຕັ້ງປະຕິບັດເປັນຈຳນວນຫລວງ ຫລາຍເຊິ່ງລວມມີ:

  • ການສົ່ງເສີມການພັດທະນາຢ່າງແທ້ຈິງກ່ຽວກັບເຂດພູເຂົາແລະຊົນນະບົດ
  • ທົບທວນບັນຫາການໃຫ້ສຳປະທານທີ່ດິນແລະດຳເນີນມາດຕະການລົງໂທດຫຼືຍົກເລີກສັນຍາກັບຜູ້ທີ່ກະທຳຄວາມຜິດຕໍ່ກົດໝາຍ
  • ທົບທວນກົດໝາຍອາຍາເພື່ອຈະດັດປັບໃຫ້ສອດຄ່ອງກັບກົດໝາຍສາກົນ
  • ດຳເນີນການສືບສວນສອບສວນ, ໂດຍອິງຕາມມາດຕະຖານສາກົນ, ເພື່ອຄົ້ນຫາສາຍເຫດການຫາຍສາບສູນຂອງທ່ານສົມບັດສົມພອນ.

ເຖິງຢ່າງໄດກໍ່ດີ ສປປ ລາວ ພຽງແຕ່ “ຍອມຮັບ” ເອົາບັນດາຄຳແນະນຳທີ່ສຳຄັນຢູ່ 80 ຂໍ້ທີ່ກວມ (41%) ແລະ ບໍ່ສາມາດປະຕິບັດໄດ້ຕາມຄຳແນະນຳເຫຼົ່ານັ້ນ. ບັນດາຄຳແນະນຳເຫຼົ່ານີ້ແມ່ນສາມາດຮຽກຮ້ອງໃຫ້ ສປປ ລາວ ຕ້ອງ:

  • ຍົກເລີກມາດຕະການທີ່ເຄ່ງຄັດຕໍ່ເສລີພາບໃນການປາກເວົ້າ, ຮັບປະກັນຄວາມມີເອກະລາດ ແລະ ຄວາມຫລາກຫລາຍຂອງສື່ມວນຊົນ, ແລະ ຮັບປະກັນໃຫ້ສື່ມວນຊົນໄດ້ມີສະພາບແວດລ້ວມທີ່ປອດໄພ.
  • ຍົກເລີກຄວາມເຄ່ງຄັດໃນກົດໝາຍແລະການຈັດຕັ້ງປະຕິບັດທີ່ມັນເປັນການຂັດຂວາງວຽກງານ ຂອງພາກປະຊາສັງຄົມແລະຮັບປະກັນວ່າທຸກຂໍ້ກຳນົດໃນກົດໝາຍກ່ຽວກັນສິດໃນການປາກເວົ້າ, ສິດໃນການສ້າງຕັ້ງສະມາຄົມ ແລະ ສິດໃນການໂຮມຊຸມນຸມໂດຍສັນຕິແມ່ນຈະເປັນໄປຕາມມາດຕະຖານສາກົນ.
  • ສ້າງສະຖາບັນສິດທິມະນຸດແຫ່ງຊາດທີ່ເປັນເອກະລາດແລະເຂັ້ມແຂງທີ່ເປັນໄປຕາມຫຼັກການປາຣິດສ.
  • ເຮັດທຸກວິທີທາງທີ່ຈຳເປັນເພື່ອປົກປ້ອງນັກເຄື່ອນໄຫວສິດທິມະນຸດຈາກການຖືກປອງຮ້າຍ, ການສ້າງຄວາມ ຮຸນແຮງແລະການກະທຳທີ່ບໍ່ດີຕໍ່ນັກເຄື່ອນໄຫວດັ່ງກ່າວ ເຊິ່ງລວມມີການຖືກບັງຄັບໃຫ້ຫາຍສາບສູນ, ແລະ ຕ້ອງຮັບປະກັນການສືບສວນສອບສວນທີ່ທັບກັບເຫດການ, ຮີບດ່ວນແລະເປັນກາງຕໍ່ກັບບັນຫາທີ່ໄດ້ຮັບລາຍ ງານມາ.

ການໂຕ້ຕອບບັນຫາຂອງລາວຫລາຍຢ່າງຍັງເຫັນວ່າມີການຂັດກັນຢູ່. ສປປ ລາວ  ໄດ້ຮັບເອົາຄຳແນະນຳເພື່ອໄປທົບທວນເພື່ອໃຫ້ສັດຕະຍາບັນສົນທິສັນຍາ ແຕ່ໃນພາກປະຕິບັດແມ່ນຍັງບໍ່ໄດ້ເຮັດຫຍັງເປັນຮູບເປັນຮ່າງ, ສປປ ລາວຮັບຮອງເອົາບັນ ດາຄຳແນະນຳກ່ຽວກັບການຮ່ວມມືກັບອົງກອນສິດທິມະນຸດ ແລະ ຈະອານຸຍາດໃຫ້ຂະບວນການພິເສດລົງຢ້ຽມຢາມ ແຕ່ໃນ ຕົວຈິງແມ່ນຍັງບໍອານຸຍາດໃຫ້ຂະບວນການພິເສດລົງຢ້ຽມຢາມເລີຍ. ການຂັດກັນຍັງເຫັນໄດ້ໃນການຮັບເອົາຄຳແນະນຳ ວ່າປະເປີດກ້ວາງໃຫ້ແກ່ພາກປະຊາສັງຄົມ ແລະ ເປີດກ້ວາງເສລີພາບໃນການປາກເວົ້າ ແຕ່ກໍ່ຍັງເຮັດບໍ່ໄດ້.

ສິ່ງທີ່ໜ້າກັງວົນທີ່ສຸດກໍ່ຄືວ່າທາງການລາວໄດ້ຮັບເອົາຄຳເຫັນແນະນຳເພື່ອເລີ່ມດຳເນີນການສືບສວນສອບສວນກ່ຽວ ກັບການຫາຍສາບສູນຂອງທ່ານສົມບັດສົມພອນ, ແຕ່ວ່າ ສປປ ລາວ ບໍ່ຮັບເງື່ອນໄຂຂອງການສືບສວນສອບສວນທີ່ມີຫົກຢ່າງ. ນອກນີ້ທາງຄະນະຜູ້ ແທນຂອງ ສປປ ລາວ ຍັງໃຫ້ການປະຕິເສດຮັບຮູ້ວ່າການຖືກບັງຄັບໃຫ້ຫາຍສາບສູນຂອງ ທ່ານສົມບັດສົມພອນນັ້ນບໍ່ແມ່ນ “ເລື່ອງຈິງ”.

  1. See ratification and reporting status: http://tbinternet.ohchr.org/_layouts/TreatyBodyExternal/countries.aspx?CountryCode=LAO&Lang=EN, accessed 21 July 2016.
  2. See page 2 in “Compilation prepared by the Office of the United Nations High Commissioner for Human Rights in accordance with paragraph 15 (b) of the annex to Human Rights Council resolution 5/1 and paragraph 5 of the annex to Council resolution 16/21” (UN Doc. No. A/HRC/WG.6/21/LAO/2), 12 November 2014.
  3. See paragraph 6 in the Committee’s on the Rights of the Child’s concluding observations on Laos’s second periodic report (UN Doc. No. CRC/C/LAO/CO/2), 8 April 2011.
  4. See footnote #1.
  5. This does not include cases taken up by the Working Group on Enforced or Involuntary Disappearances (WGEID). For additional information, see: http://www.ohchr.org/EN/Issues/Disappearances/Pages/Annual.aspx.
  6. Report of the Special Rapporteur on the sale of children, child prostitution and child pornography, Ms. Ofelia Calcetas Santos, Mission of the Special Rapporteur to the Lao People’s Democratic Republic on the issue of trafficking of children (UN Doc. No. E/CN.4/1999/71/Add.1), 27 January 1999. Available at: spinternet.ohchr.org/_Layouts/SpecialProceduresInternet/Download.aspx?SymbolNo=E%2fCN.4%2f1999%2f71%2fAdd.1&Lang=en.
  7. Report of the Special Rapporteur on freedom of religion or belief, Asma Jahangir, Mission to the Lao People’s Democratic Republic (UN Doc. No. A/HRC/13/40/Add.4), 27 January 2010. Available at: spinternet.ohchr.org/_Layouts/SpecialProceduresInternet/Download.aspx?SymbolNo=A%2fHRC%2f13%2f40%2fAdd.4&Lang=en.
  8. See UN database of country visits of Special Procedures of the Human Rights Council since 1998, spinternet.ohchr.org/_Layouts/SpecialProceduresInternet/ViewCountryVisits.aspx?Lang=en, accessed 25 July 2016.
  9. See: “Basic Facts about the UPR,” Office of the UN High Commissioner for Human Rights, http://www.ohchr.org/EN/HRBodies/UPR/Pages/BasicFacts.aspx.
  10. See: http://www.upr-info.org/en/review/Lao-People%27s-Democratic-Republic.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.