ຖແລງການສິດທິມະນຸດ ຢູ່ລາວ

ຜູ້ຕາງໜ້າຣັຖບານ ອອສເຕຣເລັຽ ກໍໄດ້ພົບພໍ້ກັບ ມາດາມ ອື້ງ ຊຸຍ-ເມັ່ງ ພັລຍາ ທ່ານ ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 03 ສິງຫາ 2017

ຣັຖບານອອສເຕຣເລັຽ ໄດ້ອອກຖແລງການ ຜ່ານເວັບໄຊທ ຂອງກະຊວງ ການຕ່າງປະເທສ ແລະການຄ້າ ເມື່ອວັນທີ 2 ສິງຫາ 2017 ນີ້. ໃນນັ້ນໄດ້ກ່າວເຖິງ ຣາຍລະອຽດ ຂອງກອງປະຊຸມຮ່ວມ ຣະຫວ່າງ ເຈົ້າໜ້າທີ່ ດ້ານສິທທິມະນຸສ ຂອງຣັຖບານ ອອສເຕຣເລັຽ ແລະ ຂອງ ຣັຖບານລາວ ພາຍຫລັງທີ່ ທັງ 2 ຝ່າຍໄດ້ ພົບພໍ້ກັນທີ່ ນະຄອນຫລວງ ວຽງຈັນ ເມື່ອວັນທີ 18 ແລະ 19 ກໍຣະກະດາ ທີ່ຜ່ານມາ.

ຜູ້ແທນດ້ານສິທທິມະນຸສ ທີ່ຕາງໜ້າໃຫ້ຣັຖບານອອສເຕຣເລັຽ ອັນມີທັງ ດຣ. Lachlan Strahan, ແລະ ດຣ. ທິມ ສຸດພົມມະສານ ໄດ້ພົບ ພໍ້ ດຣ. ບຸນເກີດ ສັງສົມສັກ, ຣັຖມົນຕີຣ ປະຈຳສຳນັກງານ ນາຍົກຣັຖມົນຕຼີ ແລະ ປະທານ ຄນະກັມມະການ ດ້ານສິທທິມະນຸສ ແຫ່ງຊາຕ ລາວ ທີ່ເປັນຫົວໜ້າ ຄນະຜູ້ແທນ ຣັຖບານລາວ, ໄດ້ປຶກສາຫາລື ກັນໃນວຽກງານ ດ້ານສິທທິມະນຸສ ຫຼາຍຢ່າງ ແລະທັງຮຽກຮ້ອງຣັຖບານ ລາວ ໃຫ້ນັບຖືສິທທິມະນຸສ, ສິດທິ ໃນການເຊື່ອຖື ສາສນາ ຕາມຫລັກການສາກົນ ທີ່ ຣັຖບານລາວ ໄດ້ຮ່ວມເປັນພາຄີ ໃນສົນທິ ສັນຍາ ຕ່າງໆ.

ນອກຈາກນີ້, ທາງການອອສເຕຣເລັຽ ຍັງຮຽກຮ້ອງ ໃຫ້ທາງການລາວ ແກ້ໄຂບັນຫາ ບຸກຄົນທີ່ຖືກບັງຄັບ ໃຫ້ຫາຍສາບສູນ ໂດຍສະເພາະ ກໍຣະນີ ທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນ ດີເດັ່ນທີ່ຖືກບັງຄັບ ໃຫ້ຫາຍສາບສູນ ເມື່ອທ້າຍປີ 2012, ຈົນມາຮອດມື້ນີ້ ກໍຍັງບໍ່ທັນ ມີຄວາມຄືບໜ້າໃດໆ ໃນການສືບສວນສວບສວນ.

ກ່ອນຈະພົບພໍ້ກັບເຈົ້າໜ້າທີ່ ດ້ານສິທທິມະນຸສ ຂອງຣັຖບານລາວ ຜູ້ຕາງໜ້າຣັຖບານ ອອສເຕຣເລັຽ ໄດ້ພົບພໍ້ກັບ ມາດາມ ອື້ງ ຊຸຍ-ເມັ່ງ ພັລຍາ ທ່ານ ສົມບັດ ສົມພອນ ເພື່ອໃຫ້ມາດາມ ໝັ້ນໃຈວ່າທາງການ ອອສເຕຣເລັຽ ບໍ່ລືມແລະຍັງຈະທວງຖາມ ກ່ຽວກັບ ທ່ານ ສົມບັດ ສົມພອນ ແລະບັນຫາດ້ານ ສິທທິມະນຸສໃນລາວຕໍ່ໆໄປ. ດັ່ງມາດາມ ໄດ້ກ່າວຕໍ່ RFA ເມື່ອວັນທີ 18 ກໍຣະກະດາ 2017 ນີ້ຕອນນຶ່ງວ່າ:

“ຂະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຣັຖບານອອສເຕຣເລັຽເນາະ ເຣື້ອງການສາບສູນ ຂອງລຸງ ສົມບັດ, ຣັຖບານອອສເຕຣເລັຽ ຍັງເປັນຫ່ວງ ເປັນໃຍ ລະຂະເຈົ້າ ຊິບໍ່ໄດ້ລືມ ບໍ່ໄດ້ຖືເບົາ. ອີກອັນນຶ່ງ ຂະເຈົ້າກະໃຫ້ ຄຳໝັ້ນສັນຍາ ວ່າຊິຖາມຣັຖບານລາວ ຕລອດໄປຈົນຮອດ ໄດ້ ຄຳຕອບຈາກ ຣັຖບານລາວ”.

ຖແລງຂ່າວສບັບລົງວັນທີ 2 ສິງຫາ 2017 ເວົ້າອີກວ່າຝ່າຍອອສເຕຣເລັຽ ໄດ້ ຮຽກຮ້ອງໃຫ້ທາງການລາວ ເບິ່ງຄືນກົດໝາຍ ທີ່ກ່ຽວພັນ ກັບການຈຳກັດ ສິດທິໃນການ ສະແດງອອກ ທາງຄວາມຄຶດຄວາມເຫັນ ຜ່ານສື່ສັງຄົມຕ່າງໆ ຂອງພົລເມືອງ ແລະຮຽກຮ້ອງໃຫ້ປ່ອຍຕົວ ທຸກຄົນທີ່ຖືກຈຳຄຸກ ຍ້ອນກົດໝາຍ ດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.