ລັດຖະສະພາຢູໂຣບ (2)

ລັດຖະສະພາຢູໂຣບ: 14 ກັນຍາ 2017

(Unofficial translation. English original is here)

P8_TA-PROV(2017)0350

ປະເທດລາວ, ໂດຍສະເພາະກໍລະນີຂອງ ສົມພອນ ພິມມະສອນ, ໂລດ ທຳມະວົງ, ແລະສຸກັນ ໄຈທັດ

ມະຕິລັດຖະສະພາຢູໂຣບ ຂອງວັນທີ 14 ກັນຍາ 2017 ຕໍ່ປະເທດລາວ, ໂດຍສະເພາະກໍລະນີຂອງ ສົມພອນ ພິມມະສອນ, ໂລດ ທຳມະວົງ, ແລະສຸກັນ ໄຈທັດ (2017/2831(RSP))

ລັດຖະສະພາຢູໂຣບ,

  • ໂດຍອີງຕາມ ມະຕິຕໍ່ປະເທດລາວ ສະບັບກ່ອນ,
  • ໂດຍອີງຕາມ ຜົນຂອງກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຮ່ວມລະຫວ່າສະຫະພາບຢູໂຣບ ແລະ ສປປ ລາວ ທີ່ໄດ້ຈັດຂຶ້ນໃນວຽງຈັນ ໃນວັນທີ 17 ກຸມພາ 2017,
  • ໂດຍອີງຕາມ ບົດກ່າວຂອງຄະນະຜູ່ແທນຂອງສະຫະພາບຢູໂຣບ ຕໍ່ ສປປ ລາວ ທີ່ໄດ້ກ່າວໃນ ວຽງຈັນ ໃນວັນເສລີພາບສື່ໂລກ, 3 ພຶສະພາ 2017,
  • ໂດຍອີງຕາມ ຖະແຫຼງການສະຫະປະຊາຊາດ ວ່າດ້ວຍຜູ່ປົກປ້ອງສິທິມະນຸດ ປີ 1998,
  • ໂດຍອີງຕາມ ຖະແຫຼງການສະຫະປະຊາຊາດ ວ່າດ້ວຍສິທິມະນຸດ ວັນທີ 10 ທັນວາ 1948,
  • ໂດຍອີງຕາມ ສົນທິສັນຍາສາກົນ ວ່າດ້ວຍສິດດ້ານພົນລະເມືອງ ແລະການເມືອງ ປີ 1966,
  • ໂດຍອີງຕາມ ສັນຍາການຮ່ວມມືລະຫວ່າງ ສະຫະພາບຢູໂຣບ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 1 ທັນວາ 1997,
  • ໂດຍອີງຕາມ ກົດບັດອາຊຽນ,
  • ໂດຍອີງຕາມ ລະບຽບ 135(5) ແລະ 123(4) ຂອງລະບຽບຂັ້ນຕອນ,

A. ໃນກໍລະນີທີ່ ໃນເດືອນມີນາ 2017 ກຳມະກອນລາວ 3 ຄົນຄື ທ້າວ ສົມພອນ ພິມມະສອນ, ທ້າວ ສຸກັນ ໄຈທັດ, ແລະນາງ ລົດ ທຳມະວົງ ໄດ້ຖືກລົງໂທດເປັນການຈຳຄຸກເປັນເວລາລະຫວ່າງ 12 ແລະ 20 ປີ ພ້ອມທັງປັບໄໝເປັນມູນຄ່າທຽບເທົ່າກັບຫຼາຍສິບພັນຢູໂຣ ດ້ວຍສາເຫດຈາກການວິຈານ ລັດຖະບານ ກ່ຽວພັນກັບການສໍ້ລາດບັງຫຼວງ, ການທຳລາຍປ່າໄມ້, ແລະການລະເມີດສິທິມະນຸດ, ໂດຍຜ່ານສື່ສັງຄົມອອນລາຍ ໃນຂະນະທີ່ເຮັດວຽກຢູ່ປະເທດໄທ; ໃນກໍລະນີທີ່ ທັງສາມຄົນຖືກກ່າວ ຫາວ່າມີສ່ວນຮ່ວມໃນການປະທ້ວງຕໍ່ຕ້ານລັດຖະບານ ຢູ່ນອກສະຖານທູດລາວໃນປະເທດໄທ ໃນ ເດືອນທັນວາ 2015;

B. ໃນກໍລະນີທີ່ ໃນວັນທີ 25 ພຶສະພາ 2016, ໂທລະພາບລາວ ໄດ້ສະແດງໃຫ້ເຫັນພິມມະສອນ, ໄຈທັດ, ແລະທຳມະວົງ ຢູ່ໃນການຄວບຄຸມຂອງສະຖານີຕຳຫຼວດສູນກາງ ໃນວຽງຈັນ; ໃນກໍລະນີທີ່ ການລາຍງານຂ່າວ ກ່າວວ່າທັງສາມໄດ້ຖືກຈັບກຸມຍ້ອນການຂົ່ມຂູ່ຄວາມໝັ້ນຄົງຂອງຊາດ ໂດຍ ການໃຊ້ສື່ສັງຄົມອອນລາຍໃນການສ້າງຄວາມເສື່ອມເສຍຕໍ່ຊື່ສຽງຂອງລັດຖະບານ;

C. ໃນກໍລະນີທີ່ ທ່ານ ສົມບັດ ສົມພອນ, ນັກເຄື່ອນໄຫວປະຊາສັງຄົມ, ຖືກຕຳຫຼວດວຽງຈັນຢຸດ ໃນປີ 2012 ແລະຍັງບໍ່ໄດ້ຮັບການຄົ້ນຄວ້າ; ໃນກໍລະນີທີ່ ກໍລະນີຂອງທ່ານ ສົມພອນ ຂັນຕິສຸກ, ຜູ້ປະກອບ ການ ທີ່ກະຕືລືລົ້ນໃນບັນຫາການອະນຸລັກ, ຜູ້ຖືກຫາຍສາບສູນໃນປີ 2007, ບໍ່ມີການແຈ້ງຄວາມຄືບ ໜ້າ ຕໍ່ກັບບ່ອນຢູ່ຂອງລາວເລີຍ; ໃນກໍລະນີທີ່ ທ່ານ ບຸນທັນ ທຳມະວົງ, ສັນຊາດໂພລິຊ໌, ຖືກໂທດ ຈຳຄຸກໃນປີ 2015 ເປັນເວລາສີ່ປີເຄິ່ງ ຍ້ອນການວິຈານລັດຖະບານ ໃນໂລກອອນລາຍ;

D. ໃນກໍລະນີທີ່ ມີການວາງຂອບເຂດຈຳກັດຕໍ່ພື້ນທີ່ການເຄື່ອນໄຫວຂອງປະຊາສັງຄົມໃນປະເທດ ລາວ; ໃນກໍລະນີທີ່ ປະເທດລາວ ໄດ້ເປັນປະທານອາຊຽນ ໃນປີ 2016, ແຕ່ປະຕິເສດການເປັນ ເຈົ້າພາບກອງປະຊຸມປະຊາສັງຄົມ ທີ່ປົກກະຕິ ຖືກຈັດພ້ອມກັນ, ກາຍເປັນການບັງຄັບໃຫ້ກອງ ປະຊຸມປະຊາຊົນອາຊຽນ ຕ້ອງໄປຈັດຢູ່ຕີມໍ-ເລສ໌ເຕ ແທນ;

E. ໃນກໍລະນີທີ່ ລັດຖະບານລາວ ບໍ່ໄດ້ລົງມືປັບປຸງສະພາບການດ້ານສິທິມະນຸດ ທີ່ອ່ອນແອ, ລວມເຖິງ ການປະຕິບັດຕໍ່ຊົນເຜົ່າກຸ່ມນ້ອຍ, ແລະການສືບຕໍ່ຈຳກັດເສລີພາບດ້ານການສະແດງຄວາມຄິດ, ການກໍ່ຕັ້ງສະມາຄົມ, ແລະການຮວມຕົວກັນ; ໃນກໍລະນີທີ່ ຂາດມາດຖານການສືບສວນຢ່າງຍຸຕິທຳ, ການສໍ້ລາດບັງຫຼວງຂອງສານ, ແລະການທີ່ການລະເມີດສິທິມະນຸດ ຍັງສືບຕໍ່ດຳເນີນໄປໂດຍບໍ່ໄດ້ ຮັບໂທດ ແລະບໍ່ມີຂີດຈຳກັດ;

F. ໃນກໍລະນີທີ່ ເຈົ້າໜ້າທີ່ລາວ ສືບຕໍ່ຂົ່ມເຫັງ ແລະປາບປາມສາສະໜາກຸ່ມນ້ອຍ, ໂດຍສະເພາະ ສາສະໜາຄຣິສຕ໌ ທີ່ສະຫຼອງເທສະການຄຣິສຕ໌ມາສ໌, ແລະບັງຄັບໃຫ້ມີການສະຫຼະຄວາມເຊື່ອທາງ ສາສະໜາຄຣິສຕ໌;

G. ໃນກໍລະນີທີ່ ປະເທດລາວ ໄດ້ລົງນາມ ແຕ່ບໍ່ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາສາກົນ ວ່າດ້ວຍການ ປົກປ້ອງຝ່າຍບຸກຄົນຈາກການບັງຄັບຫາຍສາບສູນ;

H. ໃນກໍລະນີທີ່ ມີການຂາດຄວາມຫຼາກຫຼາຍທາງສື່ ໃນປະເທດລາວ ແລະຜົນງານຂອງສື່ທີ່ມີຢູ່ໃນ ປະຈຸບັນກໍ່ຖືກລັດຄວບຄຸມຢ່າງເຄັ່ງຄັດ; ໃນກໍລະນີທີ່ ກົດໝາຍວ່າດ້ວຍສື່ ສະບັບປີ 2008 ໄດ້ຖືກ ປັບປຸງໃນປີ 2016, ໄດ້ມີການເພີ່ມຂໍ້ຈຳກັດ ທີ່ຫ້າມສື່ ວິຈານນະໂຍບາຍລັດຖະບານ ແລະບັງຄັບໃຫ້ ນັກຂ່າວຕ້ອງໄດ້ສົ່ງບົດລາຍງານໃຫ້ໜ່ວຍງານກວດກາຂອງລັດກ່ອນອອກຂ່າວ;

I. ໃນກໍລະນີທີ່ ໃນປີ 2014 ລັດຖະບານລາວ ໄດ້ອອກດຳລັດຫ້າມການວິຈານລັດຖະບານ ແລະພັກປະຊາຊົນປະຕິວັດລາວ ໃນໂລກອອນລາຍ;

  1. ກ່າວປະນາມຢ່າງໜັກ ຕໍ່ການໃສ່ໂທດຂັງຄຸກ ສົມພອນ ພິມມະສອນ, ສຸກສັນ ໃຈທັດ, ແລະລົດ ທຳມະວົງ, ແລະຮຽກຮ້ອງໃຫ້ປ່ອຍຕົວພວກເຂົາໃນທັນທີ່;
  2. 2. ສັງເກດດ້ວຍຄວາມກັງວົນ ວ່າຄຳຕັດສິນເຫຼົ່ານີ້ ປະກອບເຂົ້າໃສ່ລາຍການ ການຈັບກຸມ ແລະບັງຄັບ ຫາຍສາບສູນ ນັກເຄື່ອນໄຫວ ແລະຜູ່ປະທ້ວງ ທີ່ໄດ້ສະແດງຄວາມຄິດວິຈານບັນຫາ ເຊັ່ນ ການຂັດ ແຍ່ງເລື່ອງທີ່ດິນ ຈົນເຖິງການກ່າວຫາເລື່ອງການສໍ້ລາດບັງຫຼວງ ແລະການນຳໃຊ້ອຳນາດເກີນຂອບ ເຂດ;
  3. ຮຽກຮ້ອງຄືນ ຕໍ່ລັດຖະບານລາວ ໃຫ້ຢຸດການລ່ວງລະເມີດ ແລະການຈັບກຸມ ແລະກັກຂັງ ໂດຍ ພະລະການ ນັກປົກປ້ອງສິທິມະນຸດ, ນັກຂ່າວອິສະຫຼະ, ແລະນັກເຄື່ອນໄຫວທາງສັງຄົມ, ແລະໃຫ້ ເຄົາລົບສິດໃນການສະແດງຄວາມຄິດເຫັນ ແລະການຮວມຕົວກັນ ແລະສິດຂອງເຜົ່າກຸ່ມນ້ອຍ; ຢ້ຳ ເຕືອນປະເທດລາວ ຕໍ່ຂໍ້ຜູກມັດສາກົນພາຍໃຕ້ສົນທິສັນຍາວ່າດ້ວນສິທິມະນຸດທີ່ຕົນໄດ້ໃຫ້ ສັດຕະຍາບັນ;
  4. ເລັ່ງລັດໃຫ້ລັດຖະບານລາວ ນັບຖືຂໍ້ຜູກພັນສາກົນຂອງຕົນ ແລະປົກປ້ອງເສລີພາບດ້ານການ ສະແດງຄວາມຄິດເຫັນ ແລະການຮວມຕົວກັນຢ່າງສັນຕິ, ແລະໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ສາກົນ ວ່າດ້ວຍການປົກປ້ອງທຸກຄົນຈາກການບັງຄັບຫາຍສາບສູນ ເຊິ່ງປະເທດລາວ ໄດ້ລົງນາມ ໃນປີ 2008;
  5. ກັງວົນຢ່າງໜັກຕໍ່ກັບການລະເມີດດ້ານສິທິມະນຸດທີ່ເກີດຂຶ້ນຢ່າງແຜ່ຫຼາຍ, ລວມເຖິງການບັງຄັບ ຫາຍສາບສູນ ແລະການຂາດການສອບສວນຢ່າງເປັນທຳ; ຮຽກຮ້ອງໃຫ້ເຈົ້າໜ້າທີ່ລາວ ບັນລຸຂໍ້ຜູກ ມັດສາກົນດ້ານສິທິມະນຸດ ໂດຍການອະທິບາຍໂດຍທັນທີ ຕໍ່ກັບສະຖານທີ່ພັກເຊົາຂອງ 10 ບຸກຄົນ ທີ່ຫາຍໄປ, ລວມເຖິງ ສົມບັດ ສົມພອນ ແລະສົມພັນ ຂັນຕິສຸກ, ແລະສະໜອງລາຍລະອຽດຂອງການ ຟ້ອງ ແລະຫຼັກຖານໃນການໃສ່ໂທດນັກເຄື່ອນໄຫວທີ່ຖືກຄຸມຂັງ;
  6. ຮຽກຮ້ອງໃຫ້ມີການກວດສອບທີ່ໂປ່ງໃສ, ຖ້ວນຖີ່, ແລະເປັນທຳ ຕໍ່ກັບທຸກກໍລະນີການບັງຄັບຫາຍ ສາບສູນ ທີ່ຍັງຄ້າງຢູ່, ໃຫ້ມີການເຜີຍຂໍ້ມູນກ່ຽວກັບບ່ອນພັກເຊົາຂອງຄົນທີ່ຫາຍຕົວໄປ, ແລະໃຫ້ມີ ການຟ້ອງຮ້ອງຕໍ່ຜູ່ກະທຳຜິດ;
  7. ປະນາມການໃສ່ໂທດສາສະໜາກຸ່ມນ້ອຍ, ໂດຍສະເພາະຄຣິສ໌ຕຽນ; ຮຽກຮ້ອງໃຫ້ລັດຖະບານ ຢຸດ ທຸກກິຈະກຳທີ່ແນໃສ່ຄຣິສ໌ຕຽນ ແລະໃຫ້ລົງໂທດຕໍ່ຄົນທີ່ຢູ່ເບື້ອງຫຼັງການລັກກໍ່ອັກຄີໄພ ແລະການທຸບ ຕີ;
  8. ຮຽກຮ້ອງໃຫ້ເຈົ້າໜ້າທີ່ລາວ ອະນຸຍາດໃຫ້ອົງການສະຫະປະຊາຊາດ ແລະຜູ່ຕາງໜ້າອົງການຊ່ວຍ ເຫຼືອດ້ານມະນຸດສະທຳ ສາມາດເຂົ້າດຳເນີນວຽກໄດ້ຢ່າງບໍ່ມີຂີດຈຳກັດ, ເພື່ອຢ້ຽມຢາມນັກໂທດ ທາງການເມືອງ ແລະຊົນເຜົ່າ ແລະສາສະໜາກຸ່ມນ້ອຍໃນປະເທດລາວ;
  9. ຮຽກຮ້ອງໃຫ້ລັດຖະບານລາວວາງມາຕະການສົ່ງເສີມລະບົບການເມືອງຫຼາຍພັກ ແລະຮັບປະກັນສິດ ສ່ວນບຸກຄົນໃນການລົງສະໝັກເລືອກຕັ້ງ ໂດຍບໍ່ຈຳເປັນຕ້ອງຜ່ານການອະນຸມັດຈາກພັກ;
  10. ສະໜັບສະໜຸນຄວາມພະຍາຍາມໃນການເພີ່ມລະດັບການເຊື່ອມຕໍ່ອິນເຕີເນັດໃນປະເທດລາວ; ເລັ່ງ ລັດໃຫ້ລັດຖະບານລາວ ສົ່ງເສີມສະພາບແວດລ້ອມທີ່ຊຸກຍູ້ເສລີພາບດ້ານການສະແດງຄວາມເຫັນ ແລະຢຸດເຊົາການຕິດຕາມ ແລະຕັ້ງເປົ້າໃສ່ບຸກຄົນອອນລາຍ; ເລັ່ງລັດໃຫ້ລັດຖະບານ ໃນດ້ານນີ້ ຍົກ ເລີກອົງປະກອບທີ່ມີລັກສະນະປາບປາມ ໃນກົດໝາຍວ່າດ້ວຍການປ້ອງກັນ ແລະຕໍ່ສູ້ກັບໄພ ອອນລາຍ ສະບັບປີ 2015;
  11. ຮຽກຮ້ອງໃຫ້ຮອງປະທານຄະນະກຳມະການ/ຜູ່ຕາງໜ້າຂັ້ນສູງຂອງສະຫະພັນນະໂຍບາຍການ ຕ່າງປະເທດ ແລະຄວາມປອດໄພ ຮີບຮ້ອນຍົກກໍລະນີຂອງສົມພອນ ພິມມະສອນ, ລົດ ທຳມະວົງ, ແລະສຸກສັນ ໄຈທັດ ຕໍ່ລັດຖະບານລາວ; ຮຽກຮ້ອງໃຫ້ຄະນະຜູ່ແທນສະຫະພາບຢູໂຣບ ຕໍ່ປະເທດ ລາວ ໃຫ້ຕິດຕາມຢ່າງໃກ້ຊິດ ສະພາບສິທິມະນຸດພາຍໃນປະເທດ ແລະໂດຍສະເພາະ ໃຫ້ມີໜ້າໃນ ທຸກການດຳເນີນການຕໍ່ພິມມະສອນ, ທຳມະວົງ, ແລະໄຈທັດ, ແລະສືບຕໍ່ຍົກກໍລະນີກັກຂັງ ແລະ ຫາຍສາບສູນຂອງບຸກຄົນ ຕໍ່ກັບເຈົ້າໜ້າທີ່ລາວ;
  12. ຮຽກຮ້ອງໃຫ້ EEAS ວາງບູລິມະສິດຕໍ່ບັນຫານີ້ສູງ ໃນວາລະກອງປະຊຸມຮ່ວມຄະນະ ລະຫວ່າງ ສປປ ລາວ-ສະຫະພາບຢູໂຣບ ໃນອະນາຄົດ ແລະກອງປະຊຸມເອເຊຍ-ຢູໂຣບ ເທື່ອຕໍ່ໄປ ທີ່ຈະຈັດ ຂຶ້ນທີ່ບຣັດໂຊ ໃນປີ 2018;
  13. ແນະນຳທ່ານປະທານ ໃຫ້ສົ່ງມະຕິສະບັບນີ້ໃຫ້ທາງສະພາ, ຄະນະກຳມາທິການ, ຮອງປະທານ ຄະນະກຳມາທິການ/ຜູ່ຕາງໜ້າລະດັບສູງຂອງສະຫະພັນນະໂຍບາຍການຕ່າງປະເທດ ແລະຄວາມ ປອດໄພ, ລັດຖະບານ ແລະສະພາຂອງປະເທດລາວ, ເລຂານຸການໃຫຍ່ອາຊຽນ, ແລະສະພາ ສິທິມະນຸດອົງການສະຫະປະຊາຊາດ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.