ຊາວບ້ານຍຶບ 14 ຄົນກໍາລັງປ່ວຍ ໃນຄຸກ

ວິທະຍຸເອເຊຍເສລີ: 05 November 2017

ສວນຢ່າງພາຣາ ທີ່ເຄີຍເປັນຂອງ ຊາວບ້ານ ຖືກບໍຣິສັດວຽດນາມ ມາຍຶດເອົາໃນປີ 2006 ແຕ່ຊາວບ່້ານ ມາຕິດປ້າຍໃສ່ ຍຶດເອົາຄືນ ຫລັງຈາກທີ່ທາງການແຂວງ ບໍ່ຊົດເຊີຍໃຫ້ເຂົາເຈົ້າ. ຊາວບ້ານ 2 ຄົນ ທີ່ຖືກຈັບໄປກ່ອນແລ້ວຄື: ທ້າວ ສຸວັນ(ຂວາ)ແລະ ທ້າວ ວິຄຳ. ຖ່າຍວັນທີ 23 ກໍຣະກະດາ ປີ 2015 ໂດຍ Citizen Journalist

ການຈັບໂຕຊາວບ້ານຍຶບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ໃນວັນທີ 25 ກໍຣະກະດາ ທີ່ຜ່ານມາ ກ່ຽວກັບຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດ ຢາງພາຣາວຽດນາມ ແລະຕໍ່ມາໃນວັນທີ 23 ຕຸລາ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ກໍໄດ້ເວົ້າກ່ຽວກັບທີ່ດິນ ທຳນອງທີ່ວ່າ ການສຳປະທານທີ່ດິນ ແມ່ນເຮັດໃຫ້ປະຊາຊົນ ແລະຣັຖ ເສັຽຜົນປະໂຫຍດ. ມີບາງຕອນ ທ່ານ ນາຍົກ ທອງລຸນ ເວົ້າວ່າ:

“ແຕ່ການປະຕິບັດກົດໝາຍ ນິຕິກັມກ່ຽວກັບ ທີ່ດິນມີຊ່ອງຫວ່າງຫຼາຍ ພາໃຫ້ການສວຍໃຊ້ ສວຍໂອກາດ ເອົາລະບຽບການຕ່າງໆມາປັບປ່ຽນ ແອບແຝງໃຫ້ເປັນ ຜົນປະໂຫຍດ ຂອງບຸກຄົນ, ກຸ່ມຄົນ ຫຼືວ່ານັກທຸຣະກິດ ຈໍານວນນຶ່ງເທົ່ານັ້ນ ໄດ້ຮັບຜົນປະໂຫຍດ ແຕ່ວ່າກຸ່ມຄົນຈໍານວນ ນຶ່ງ ບຸກຄົນປະຊາຊົນ ຊໍ້າພັດເສັຍຜົນປະໂຫຍດ ຫລືວ່າ ອັບປະໂຫຍດ”.

ຕາມການຢືນຢັນຂອງ ທ່ານທອງລຸນ, ຣັຖບານຊຸດນີ້ ສະເໜີຕໍ່ກົມການເມືອງ ສູນກາງພັກ ເພື່ອຂໍອອກມະຕິ ກ່ຽວກັບການຄຸ້ມຄອງ ທີ່ດິນ ແລະນໍາມາຜັນຂຍາຍໃຫ້ລະອຽດ ເພື່ອຄຸ້ມຄອງທີ່ດິນ ໃຫ້ເປັນໄປຕາມກົດໝາຍຢ່າງເຂັ້ມງວດ ແລະບໍ່ໃຫ້ມີ ການສວຍໂອກາດ ໃຊ້ຄໍາວ່າ ຫັນທີ່ດິນເປັນທຶນ ຫລື ຫັນຊັພຍາກອນ ໃຫ້ເປັນທຶນ ໃນທາງທີ່ຜິດ ແລະ ເປັນການສວຍໂອກາດອີກ. ຣັຖບານຍອມຮັບ ການປະຕິບັດ ນະໂຍບາຍທີ່ດິນ ຜ່ານມາມີຊ່ອງຫວ່າງຫລາຍ ແລະຣັຖບານ ຈະມີການອອກມະຕິ ໃນການຄຸ້ມຄອງ ທີ່ດິນ, ດັ່ງທ່ານ ກ່າວຕື່ມອີກວ່າ:

“ຣັຖບານເຫັນຊ່ອງຫວ່າງຫລາຍອັນນີ້ ຈຶ່ງໄດ້ສະເໜີ ຕໍ່ກົມການເມືອງ ສະເໜີຕໍ່ສູນກາງ ໃຫ້ອອກມະຕິ ກ່ຽວກັບທີ່ດິນ ຮັບຮອງເອົາ ຢູ່ກອງ ປະຊຸມສູນກາງ ຄັ້ງທີ່ແລ້ວນີ້ແລ້ວ ແລະ ກະຣັຖບານ ຈະເອົາມະຕິນີ້ ມັນຜັນຂະຫຍາຍ ໃຫ້ເປັນການລະອຽດ ເພື່ອຄຸ້ມຄອງທີ່ດິນໃຫ້ເປັນໄປ ຕາມກົດໝາຍ ຢ່າງເຂັ້ມງວດ”.

ເຈົ້າໜ້າທີ່ລະດັບແຂວງ ມັກໃຫ້ສຳປະທານທີ່ດິນ ເກີນທີ່ກົດໝາຍ ກຳນົດໄວ້ ໂດຍແຍກອອກເປັນ ຫລາຍໂຄງການ ແຕ່ໃນໂຕຈິງ ກໍເປັນ ໂຄງການ ອັນດຽວກັນ:

“ທີ່ຜ່ານມານີ້ ແຂວງມີສິດທໍ່ນີ້ ມັນພັດບໍ່ແມ່ນສິດ 100 ເຮັກຕາ ລະເຮັດເປັນຫລາຍ ມັນເປັນ 1,000 ເຮັກຕາ ພຸ້ນແຫຼະ ແຕ່ເຮັດເປັນຫຼາຍ ໂຄງການ ສຸດທ້າຍລະໂຄງການ ດຽວຫັ້ນແຫລະ ກະບໍ່ໃຫ້ເຮັດ ໃນຕໍ່ໄປ ອັນໃດ ກະໃຫ້ມັນເປັນອັນນັ້ນ”

ອີງຕາມຂໍ້ມູນຈາກກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ, ຣັຖບານໄດ້ໃຫ້ນັກລົງທຶນ ສໍາປະທານທີ່ດິນ ປູກໄມ້ ອຸດສາຫະກັມ ຫລາຍກວ່າ 1 ລ້ານເຮັກຕາ, ຊຶ່ງຍັງບໍ່ລວມເອົາເນື້ອທີ່ດິນ ສໍາປະທານສ້າງເຂື່ອນ, ຂຸດຄົ້ນບໍ່ແຫ່ ແລະ ເຂດ ເສຖກິດພິເສດ.

ກັບເຂົ້າມາເລື້ອງການຈັບຊາວບ້ານ 14 ຄົນ; ຄວາມຄືບໜ້າຫລ້າສຸດ ກໍຄື ເຂົາເຈົ້າຍັງບໍ່ທັນໄດ້ຮັບ ການປ່ອຍໂຕ ນັບແຕ່ຖືກຈັບວັນທີ 25 ກໍຣະກະດາ ຈົນມາເຖິງມື້ນີ້ ວັນທີ 5 ພຶສຈິກາ ເຂົາເຈົ້າຖືກຈັບຂັງຄຸກໄດ້ 3 ເດືອນ ກັບ 9 ມື້ ຊຶ່ງເຂົາເຈົ້າບາງກໍເຈັບ ປ່ວຍຢູ່ໃນຄຸກ.

ຍາດພີ່ນ້ອງເຂົາເຈົ້າຄົນນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 24 ຕຸລາ ວ່າ: ປັດຈຸບັນ ຊາວບ້ານທີ່ຖືກຄຸມຂັງຢູ່ ຈຳນວນນຶ່ງ ເລີ້ມເຈັບປ່ວຍ ຊຶ່ງມີອາການບວມຕາມໂຕ ແລະເຂົາເຈົ້າທັງໝົດ 14 ຄົນ ກໍຖືກແຍກຫ້ອງຂັງ ບໍ່ໃຫ້ຢູ່ຮ່ວມກັນ. ຍາດພີ່ນ້ອງຜູ້ນັ້ນ ກ່າວອີກວ່າເຈົ້າໜ້າທີ່ ຕຳຣວດແຂວງ ຍັງບໍ່ອະນຸຍາດ ໃຫ້ຊາວບ້ານ 14 ຄົນ ທີ່ຖືກຂັງຄຸກ ຢູ່ນັ້ນ ໄດ້ພົບຍາດພີ່ນ້ອງ ແລະ ບໍ່ຍອມໃຫ້ໃຜ ສົ່ງເຂົ້າສົ່ງນ້ຳ ໃຫ້ ເຂົາເຈົ້າ.

ປັດຈຸບັນຍັງບໍ່ມີລາຍງານວ່າ ຊາວບ້ານທີ່ຖືກຂັງຢູ່ນັ້ນ ໄດ້ຖືກນຳໄປພົບຫາ ແພດ-ໝໍ ເພື່ອໃຫ້ກວດກາສຸຂພາບ ແລະບົ່ງບອກວ່າເຂົາເຈົ້າ ເປັນຫຍັງກັນແທ້ ນອກຈາກນີ້ຊາວບ້ານ ບໍ່ມີສິດທີ່ຈະໄດ້ຮັບ ການຊ່ວຍເຫຼືອທາງດ້ານກົດໝາຍ ເຖິງວ່າຈະມີ ສະພາທະນາຍຄວາມກໍຕາມ. ໃນຂະນະທີ່ ປະເທດລາວ ໄດ້ປະກາດແຜນແມ່ບົດ ໃນການພັທນາໃຫ້ເປັນຣັຖ ແຫ່ງກົດໝາຍ ແຕ່ນີ້ ເຖີງປີ 2020.

ອີງຕາມຄໍາເວົ້າຂອງ ຜູ້ເປັນຍາດພີ່ນ້ອງຄົນນັ້ນ, ຄືໃນວັນທີ 2 ຕຸລາ ຜ່ານມານີ້ ເຈົ້າໜ້າທີ່ຕຳຣວດ ແຂວງເຊກອງ ໄດ້ນຳເອົາ ທ້າວ ວິຄຳ ແລະ ທ້າວ ສົມສະຫວັນ ທັງສອງຄົນນີ້ ແມ່ນໃນຈຳນວນ ຜູ້ຖືກຂັງ 14 ຄົນ ນັ້ນຂຶ້ນມາວຽງຈັນ ເພື່ອບອກສະຖານທີ່ ບ່ອນທີ່ຊາວບ້ານ ຂຶ້ນມາຢື່ນຄຳຮ້ອງທຸກ ຢູ່ສະພາແຫ່ງຊາດ ແລະ ຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ເພື່ອພິສູດວ່າເຂົາເຈົ້າມາແທ້ຫຼືບໍ່ ແລະຫຼັງຈາກ ກັບຄືນໄປ ແຂວງເຊກອງແລ້ວ ເຈົ້າໜ້າທີ່ ກໍບໍ່ອະນຸຍາດ ໃຫ້ຍາດພີ່ນ້ອງເຂົາເຈົ້າ ເຂົ້າຢ້ຽມອີກ.

ເພື່ອສອບຖາມຂໍ້ມູນເພີ້ມເຕີມ ຂ້າພະເຈົ້າ ໄດ້ພຍາຍາມໂທຫາ ທ່ານ ຄຳເຜີຍ ບຸດາວຽງ ເຈົ້າແຂວງເຊກອງ, ທ່ານ ສົມນິດ ສິລິບຸນລ້ຽງ ຫົວໜ້າຫ້ອງການ ອັຍການແຂວງ, ທ່ານ ສໍລະເສີມສັກ ຜ່ອງສຸພາ ຮອງຫົວໜ້າອັຍການແຂວງ, ທ່ານ ຄຳບາງ ພາສະແຫວງ ຫົວໜ້າ ຜແນກຍຸຕິທັມແຂວງ, ແລະ ທ່ານ ພັນເອກ ສົມໄຊ ພູນລະມານີ ຫົວໜ້າກອງບັນຊາການ ປກສ ແຂວງ, ແຕ່ ບໍ່ມີ ທ່ານໃດຍອມຮັບ ໂທຣະສັບ.

ຜ່ານມາ ຂ້າພະເຈົ້າ ໄດ້ໂທຫາເຈົ້າໜ້າທີ່ຫລາຍຄັ້ງ – ບາງຄັ້ງ ເຈົ້າໜ້າທີ່ກໍຮັບສາຍ ແລ້ວບອກວ່າຄາປະຊຸມ, ບາງຄັງ ເຈົ້າໜ້າທີ່ຮັບສາຍ ແລະບອກວ່າ ສັນຍານບໍ່ດີ ແລ້ວກໍປິດສາຍໄປ ແຕ່ເມື່ອໂທກັບໄປອີກຄັ້ງ ເຈົ້າໜ້າທີ່ ກໍບໍ່ຮັບສາຍ, ແລະ ຕໍ່ມາກໍໂທ ອີກຫລາຍຄັ້ງ ແຕ່ ເຈົ້າໜ້າທີ່ທັງໝົດ ບໍ່ມີໃຜຮັບສາຍເລີຍ.

ຊາວບ້ານ 14 ຄົນ ທີ່ກັງຂັງ ຊຶ່ງພາກົດໝາຍເຂົາເອີ້ນວ່າ ກັງຂັງພາງ ເພື່ອສືບສວນສອບສວນ ຕາມຄຳສັງເຈົ້າໜ້າທີ່ ເປັນຕົ້ນ ແມ່ນເຈົ້າ ໜ້າທີ່ສານ ຫລື ອົງການອັຍການ, ແຕ່ເຈົ້າໜ້າທີ່ ຍັງບໍ່ທັນໄດ້ ແຈ້ງຂໍ້ກ່າວຫາ ຢ່າງເປັນທາງການວ່າ ເຂົາເຈົ້າຖືກຈັບ ຍ້ອນຂໍ້ຫາຫຍັງ.

ກ່ຽວກັບເລື້ອງນີ້ ນັກກົດໝາຍໄດ້ໃຫ້ ທັສນະວ່າ: ຖ້າຈະຈັບຊາວບ້ານ ໃນຂໍ້ຫາໄປທຳລາຍ ຕົ້ນຢາງພາຣາ ຂອງບໍຣິສັດ ວຽດນາມ ນັ້ນກໍ ຍັງບໍ່ ສົມເຫດສົມຜົນ ຍ້ອນວ່າ ເນື້ອທີ່ດິນ ສວນຢາງພາຣາ ນັ້ນເປັນຂອງ ຊາວບ້ານຖືຄອງ ອີງຕາມສິດໃຊ້ ທີ່ດິນ ຕາມຮີດຄອງ ປະເພນີ ທີ່ຣັຖບານໄດ້ມອບໃຫ້ ຊາວບ້ານ ຕາມນະໂຍບາຍ ມອບດິນມອບປ່າ ໃນຊຸມປີ 1990.

ຖ້າຈະແຈ້ງຂໍ້ກ່າວຫາຢ່າງເປີດເຜີຍ ເຈົ້າໜ້າທີ່ກໍບໍ່ຫມັ້ນໃຈ ເຖິງຫຼັກຖານທີ່ຈະເປັນເອົາຜິດຊາວບ້ານ ສະນັ້ນເຈົ້າໜ້າທີ່ກໍເລີຍຈັບຊາວບ້ານ ໄປຂັງ ແບບບໍ່ມີຂໍ້ຫາຫຍັງ – ຫລືທີ່ເຂົ້າໃຈກັນ ແບບພາສາຊາວບ້ານ ກໍຄື ການຂັງລືມນັ້ນເອງ ຫລື ບາງກໍຣະນີ ໃສ່ຂໍ້ກ່າວຫາຊາວບ້ານວ່າ ເຂົາເຈົ້າໄປພົວພັນ ກຸ່ມຄົນບໍ່ດີ ຕ້ານພັກ-ຕ້ານຣັຖ ຊຶ່ງເປັນຂໍ້ຫາ ທີ່ເຈົ້າໜ້າທີ່ ນິຍົມໃຊ້ກັນ. ອີງຕາມຂໍ້ສັງເກດ ຂອງນັກກົດໝາຍ ທ່ານນີ້.

ສະນັ້ນເຫດການທີ່ຊາວບ້ານຢືບເມືອງທ່າແຕງ ແຂວງເຊກອງ ຖືກຈັບເປັນເວລາຫລາຍກວ່າ 3 ເດືອນ ຍັງບໍ່ທັນໄດ້ ຖືກປ່ອຍໂຕ ແລະ ຍັງບໍ່ຮູ້ວ່າເມື່ອໃດ ເຂົ້າເຈົ້າຈະຖືກປ່ອຍ, ໃນຂະນະທີ່ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີເວົ້າທຳນອງທີ່ວ່າ ມີການສວຍໃຊ້ແອບອ້າງ ການຫັນທີ່ດິນເປັນທຶນ ເພື່ອເອົາຜົນປະໂຫຍດ ແລະ ຊາວບ້ານເສັຍຜົນປະໂຫຍດ ຫລື ອັບປະໂຫຍດ ຈາກບັນຫາດັ່ງກ່າວ.

ເມື່ອເປັນແນວນັ້ນ ຈະປ່ອຍໃຫ້ຊາວບ້ານ 14 ຄົນ ຕ້ອງອັບປະໂຫຍດ ຢູ່ໃນຄຸກ ອີກດົນປານໄດ ທ່ານ ນາຍົກ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.