ຜູ້ໃຫ້ທຶນຈະຈື່ບໍ່ນໍ?

ໃນຂະນະທີ່ຜູ້ໃຫ້ທຶນ, ນັກການທູດ, ແລະວິຊາການພັດທະນາ ເຂົ້າຮ່ວມພົບປະກັນໃນກອງປະຊຸມໂຕະມົນ ທີ່ ປາກເຊ, ພວກເພິ່ນຈະແບ່ງເວລາລຳລຶກເຖິງຄົນທີ່ຖືກຈັບຕົວ ຫຼືຫາຍຕົວໄປໃນເມືອງນີ້ ໃນເດືອນພະຈິກ ປີ 2000 ແລະເດືອນຕຸລາ ປີ 2001 ພຽງເພາະການສະແດງຄວາມຄິດເຫັນ ບໍ່ນໍ?

ພວກເພິ່ນຈະຈື່ນັກສຶກສາທີ່ໄດ້ຮັບຊາຕາກຳຄ້າຍໆກັນ ກ່ອນໜ້ານັ້ນທີ່ວຽງຈັນ ໃນເດືອນຕຸລາ ປີ 1999 ບໍ່ນໍ?

ພວກເພິ່ນຈະຈຳ ສົມບັດ ສົມພອນ ຫຼືສົມພອນ ຂັນຕິສຸກ ທີ່ໄດ້ຖືກບັງຄັບສູນຫາຍ, ຫຼືຄອບຄົວຂອງພວກເຂົາ ຜູ້ທີ່ ສືບຕໍ່ທົນທຸກ ໂດຍບໍ່ຮູ້ວ່າຊາຕາກຳ ຫຼືໂທດຂອງບຸກຄົນອັນເປັນທີ່ຮັກຂອງຕົນນັ້ນ ແມ່ນຫຍັງແທ້?

ອົງການສະຫະປະຊາຊາດ UNDP, ຜູ້ເປັນເຈົ້າພາບຂອງກອງປະຊຸມໂຕະມົນນີ້, ຈະຈື່ເຈດຈຳນົງທີ່ຈະຮ່ວມມືກັບ ສົມບັດ ໃນການກະກຽມກອງປະຊຸມປະຊາຊົນອາຊີ-ເອີຣົບ ປີ 2012, ແລະຄວາມງຽບພາຍຫຼັງຈາກທີ່ເພິ່ນຫາຍຕົວ ໄປ ບໍ່ນໍ?

ຜູ້ໃຫ້ທຶນຈະຈຳໂທດໜັກທີ່ລົງໃສ່ຄົນລາວ ສາມຄົນໃນເດືອນມີນາ ທີ່ຜ່ານມາ ພຽງເພາະສະແດງຄວາມຄິດເຫັນໃນ ສື່ສັງຄົມອອນລາຍ ບໍ່ນໍ? ພວກເພິ່ນຈະແບ່ງເວລາຄິດເຖິງຊາວປູກຝັງແຂວງເຊກອງ ທີ່ຖືກຈັບໃນເດືອນກໍລະກົດ ຍ້ອນຢາກປົກປັກຮັກສາດິນດອນພື້ນເມືອງຂອງຕົນ ບໍ່ນໍ?

ໃນຂະນະທີ່ພວກເພິ່ນສົນທະນາກັນເຖິງຜະລິດຕະພັນພາຍໃນ, ເປົ້າໝາຍການພັດທະນາແບບຍືນຍົງ, ແລະຕົວ ຊີ້ວັດທີ່ຈັບຕ້ອງບໍ່ໄດ້ອື່ນໆ, ຜູ້ເຂົ້າຮ່ວມກອງປະຊຸມໂຕະມົນປີນີ້ ຈະແບ່ງເວລາລຳລຶກວິເຄາະຄືນ ເຖິງຄວາມເປັນຈິງ ຂອງຄົນທີ່ສູນເສຍທີ່ດິນ, ຊີວິດການເປັນຢູ່, ແລະເສລີພາບ ຍ້ອນເຫດຜົນທີ່ກ່ຽວພັນກັບນະໂຍບາຍ, ການຈັດຕັ້ງ ປະຕິບັດ, ແລະໂຄງການພັດທະນາ ທີ່ພວກເພິ່ນສະໜັບສະໜຸນຢ່າງຫ້າວຫັນ ບໍ່ນໍ?

ການພັດທະນານຳມາຫຼາຍກວ່າເປົ້າໝາຍທີ່ເປັນຕົວເລກ ແລະຕົວຊີ້ວັດໃນລະດັບກວ້າງ. ມັນຮຽກຮ້ອງເຖິງການມີ ສ່ວນຮ່ວມຢ່າງແທ້ຈິງຂອງຄົນທີ່ຖືກຜົນກະທົບໂດຍກົງຈາກການພັດທະນາ, ອິສະລະພາບໃນການສະແດງຄວາມ ຄິດເຫັນ ແລະການພົວພັນ, ແລະກົນໄກທີ່ເໝາະສົມໃນການບັນລຸຄວາມຍຸຕິທຳອັນແທ້ຈິງ ສຳລັບຄົນທີ່ໄດ້ຮັບ ຜົນກະທົບຈາກສິ່ງເຫຼົ່ານັ້ນ.

ພວກເຮົາຫວັງວ່າ ກອງປະຊຸມປີນີ້ຈະສາມາດສ້າງຄວາມຄືບໜ້າ ໃຫ້ກັບຂອບເຂດການສົນທະນາທີ່ຈະແກ້ໄຂ ບັນຫາສຳຄັນເຫຼົ່ານີ້.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.