ມາດາມ ຊຸຍ ເມັງ ຊາບຊຶ້ງ ຕໍ່ ສາກົນ

ວິທະຍຸເອເຊຍເສລີ: 13 ກໍລະກົດ 2018

ມາດາມ ອຶ້ງ ຊຸຍເມັ້ງ ພັລຍາຂອງ ທ່ານ ສົມບັດ ສົມພອນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດາ 2018

ມາດາມ ອຶ້ງ ຊຸຍເມັ້ງ, ພັລຍາຂອງທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ດີເດັ່ນຂອງລາວ, ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດາ ນີ້ວ່າ ການທວງຖາມຣັຖບານ ສປປລາວ ຫາ ທ່ານ ສົມບັດ ສົມພອນ ຢູ່ໃນກອງປະຊຸມທົບທວນ ການປະຕິບັດສິດທທິມະນຸສ ປະຈຳຣະຍະ ຂອງສະຫະປະຊາຊາດ ທີ່ນະຄອນເຈນິວາ, ປະເທສ ສະວິສເຊິແລັນ ນັ້ນຖືເປັນກຳລັງໃຈອັນສຳຄັນຍິ່ງ ຕໍ່ມາດາມແລະທຸກຄົນ ໃນຄອບຄົວ ແລະ ມາດາມຮູ້ສຶກຊາບຊຶ້ງໃຈ ທີ່ສາກົນຍັງສືບຕໍ່ຕິດຕາມ ເຣຶ່ອງການຫາຍສາບສູນ ຂອງສາມີຕົນ. ດັ່ງ ມາດາມ ໄດ້ກ່າວຕອນນຶ່ງວ່າ:

“ພາກສ່ວນສາກົນເນາະ ຂະເຈົ້າຍັງຫຼັງຈາກຜ່ານມາຫຼາຍປີແລ້ວ ຂະເຈົ້າຍັງຖາມຫາ ຢາກຮູ້ເນາະວ່າລຸງ ສົມບັດ ປະຈຸບັນ ຢູ່ໃສ? ອັນນີ້ ປ້າຂອບໃຈຂະເຈົ້າຫຼາຍໆ. ສຳລັບປ້າ, ອັນນີ້ກະເປັນກຳລັງໃຈໃຫ້ປ້າ ວ່າທາງນອກເນາະ, ໂດຍສະເພາະສາກົນ ຍັງບໍ່ທັນໄດ້ລືມ ກ່ຽວກັບ ເຣື້ອງຂອງລຸງ ສົມບັດ.”

ມາດາມກ່າວຕື່ມວ່າ ເປັນເຣື້ອງທີ່ໜ້າເສົ້າໂສກເສັຽໃຈທີ່ສຸດ ທີ່ຣັຖບານລາວ ໄດ້ກ່າວສເມີມາວ່າ ຣັຖບານ ມີຄວາມເປັນຫ່ວງເປັນໃຍຕໍ່ບັນຫາ ຂອງ ທ່ານ ສົມບັດ ສົມພອນ ຜູ້ເປັນສາມີຕົນ, ແຕ່ໃນຄວາມເປັນຈິງ ຄຳຕອບທີ່ທາງການລາວ ໄດ້ໃຫ້ຕໍ່ຄອບຄົວ ຂອງທ່ານ ສົມບັດ ແລະຕໍ່ສາກົນ ແມ່ນບໍ່ມີຫຍັງໃໝ່ ແລະບໍ່ມີຄວາມຄືບໜ້າໃດໆເລີຍ ດັ່ງທີ່ມາດາມກ່າວວ່າ:

“ອີກອັນນຶ່ງ ຣັຖບານວ່າເຣື້ອງນີ້ ເປັນເຣື້ອງທີ່ມີຄວາມຫຍຸ້ງຍາກ, ແຕ່ສິ່ງທີ່ປ້າບໍ່ເຂົ້າໃຈ ຂະເຈົ້າວ່າຫຍຸ້ງຍາກ ຫຍຸ້ງຍາກຢູ່ບ່ອນໃດ? ເສັຽໃຈວ່າ ເປັນຫຍັງເນາະ ຣັຖບານກະເວົ້າວ່າ ຂະເຈົ້າກະເປັນຫ່ວງເປັນໃຍ ຕໍ່ເຣື້ອງນີ້ເນາະ ເປັນຫ່ວງເປັນໃຍວ່າຜູ້ນຶ່ງ ທີ່ສາບສູນເນາະ. ແຕ່ວ່າຄຳຕອບກະບໍ່ໄດ້ຊັດເຈນປານໃດ ອັນນີ້ກະພາໃຫ້ປ້າ ເປັນໜ້າເສົ້າ ແລະ ເສັຽໃຈ.”

ໃນກອງປະຊຸມທົບທວນການປະຕິບັດສິດທທິມະນຸສ ປະຈຳຣະຍະຂອງສະຫະປະຊາຊາດເທື່ອນີ້ ເຈົ້າໜ້າທີ່ຣະດັບສູງ ດ້ານສິທທິມະນຸສ ສາກົນ ໄດ້ທວງຖາມຜູ້ຕາງໜ້າຣັຖບານ ສປປລາວ ໂດຍກົງ ກ່ຽວກັບບັນຫາການບັງຄັບ ບຸກຄົນໃຫ້ຫາຍສາບສູນ ໃນລາວ ໂດຍສະເພາະ ແມ່ນກໍຣະນີຂອງ ທ່ານ ສົມບັດ ສົມພອນ ທີ່ສັງຄົມລາວ ແລະປະຊາຄົມສາກົນ ເຊື່ອວ່າ ທ່ານເປັນຜູ້ນຶ່ງໃນຫຼາຍໆຄົນ ຢູ່ ສປປ ລາວ ທີ່ຖືກບັງຄັບໃຫ້ ຫາຍສາບສູນ, ແຕ່ທາງການລາວ ບໍ່ໃຫ້ຄວາມກະຈ່າງແຈ້ງ ໃນບັນຫານີ້ ແຕ່ຢ່າງໃດ.

ນັບເປັນເວລາ 66 ເດືອນແລ້ວ ທີ່ ທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນອາວຸໂສລາວທີ່ດີເດັ່ນ ຜູ້ໄດ້ຮັບຣາງວັນ ແມັກໄຊໄຊ ດ້ານການພັທນາ ໄດ້ຖືກກຸ່ມຄົນ ທີ່ບໍ່ຮູ້ວ່າເປັນກຸ່ມໃດ ລັກພາຕົວທ່ານຂຶ້ນຣົດກະບະ ຢູ່ຕໍ່ໜ້າປ້ອມຍາມຕຳຣວດຈະຣາຈອນ ກົງກັນຂ້າມກັບ ໂຮງຮຽນການຊ່າງ ລາວ-ເຢັຽຣະມັນ ໃນມື້ວັນທີ 15 ທັນວາ 2012. ເຖິງແມ່ນຈະບໍ່ຮູ້ວ່າ ເປັນຄົນກຸ່ມໃດລັກພາຕົວທ່ານໄປນັ້ນກໍຕາມ ແຕ່ກໍຣະນີເກີດຂຶ້ນ ໃນເຂດຄວາມຮັບຜິດຊອບຂອງທາງການ ສປປລາວ.

ຈົນມາເຖິງທຸກມື້ນີ້, ກໍຍັງບໍ່ຮູ້ວ່າ ທ່ານ ສົມບັດ ສົມພອນ ຢູ່ໃສ, ມີຊາຕາກັມແນວໃດ? ຂນະທີ່ທຸກຄົນໃນຄອບຄົວຂອງທ່ານ ຕ່າງກໍ່ຫວັງ ຢູ່ທຸກມື້ວ່າ ທ່ານຈະກັບຄືນມາຫາຄອບຄົວຢ່າງປອດພັຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.