7 ປີ ທ.ສົມບັດ ສົມພອນ ຫາຍສາບສູນ

ວິທະຍຸເອເຊຍເສລີ: 12 ທັນວາ 2019

ຣົດຈິບ ຄູ່ໃຈຂອງທ່ານ ສົມບົດ ສົມພອນ ບໍ່ຫນ້າເຊື່ອວ່າຈະຫາຍໄປພ້ອມກັບທ່ານ ແລະ ກໍຫາບໍ່ເຫັນ ທັງຄົນທັງຣົດເປັນຄັນ

ອົງການສິດທິມະນຸດສາກົນ ໃນໄທ ກຽມຈັດງານຖແລງຂ່າວ ຄົບຮອບ 7 ປີ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ນັກພັທນາ ຊຸມຊົນ ດີເດັ່ນຂອງລາວ ທີ່ໄດ້ຮັບລາງວັນ ແມັກໄຊ໋ໆ ປີ 2005 ໃນວັນທີ 17 ທັນວາ 2019 ນີ້ ທີ່ສະມາຄົມນັກຂ່າວ ຕ່າງປະເທດ ນະຄອນຫຼວງບາງກອກ ປະເທດໄທ, ດັ່ງຍານາງ ສຸນທະຣີ ນາກາວິໂຣຈ Soontaree Nakaviroj ເຈົ້າໜ້າທີ່ອົງການ Focus on the Global South ປະຈໍາປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ທັນວາ ນີ້ວ່າ:

“ເປັນການຖແລງຂ່າວ ແລ້ວກໍລົມກັນ ວ່າເຣື່ອງຄວາມຄືບໜ້າ ຫຼືວ່າຊິເອົາແບບໃດຕໍ່ໄປໄດ້ ເພາະວ່າ ແທ້ໆ ມັນງຽບມາດົນນານແລ້ວ ບໍ່ມີຫຍັງຄືບໜ້າເລີຍເນາະ.”

ນາງຍາງກ່າວຕື່ມວ່າ ກໍຣະນີການຫາຍສັບສູນຂອງ ທ່ານ ສົມບັດ ສົມພອນ ຖືວ່າມິດງຽບຫຼາຍ ແລະບໍ່ມີຄວາມຄືບໜ້າທາງຄະດີຈາກ ຣັຖບານລາວເທື່ອ ສະນັ້ນ ອົງການສາກົນ ດ້ານສິດທິມະນຸດ ພາກພື້ນອາຊີ ກໍຕ້ອງມາລົມກັນ ວ່າເປັນຫຍັງຈຶ່ງຍັງ ບໍ່ມີຄວາມຄືບໜ້າ ແລະຈະເຮັດແນວໃດຕໍ່ໄປ ເພື່ອໃຫ້ມີຂໍ້ມູນກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ.

ໃນງານຖແລງຂ່າວ ຄົບຮອບ 7 ປີ ທີ່ສະມາຄົມນັກຂ່າວຕ່າງປະເທດ ຢູ່ ນະຄອນບາງກອກ ຈະມີນັກສິດທິມະນຸດ ຈາກຫຼາຍອົງການ ເຂົ້າຮ່ວມເປັນຕົ້ນ Focus on the Global South, ມູລນິທິຍຸຕິທັມເພື່ອສັນຕິພາບ Human Right Watch ແລະອົງການສິ້ງຊອມ ສິດທິມະນຸດ ສະຫະປະຊາຊາດ.

ໃນຂນະດຽວກັນ ໃນມື້ວັນທີ 15 ທັນວາ 2019 ນີ້ ຍານາງ ຊຸຍເມັງ ພັລຍາ ທ່ານ ສົມບັດ ສົມພອນ ພ້ອມດ້ວຍ ຍາດພີ່ນ້ອງ ແລະ ເຄື່ອຂ່າຍ ນັກພັທນາສັງຄົມ ຢູ່ປະເທດລາວ ກຽມເຮັດບຸນ ແລະ ສວດມົນ ໃຫ້ ທ່ານ ສົມບັດ ຢູ່ວັດນາຄູນນ້ອຍ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ກ່ອນທີ່ ຍານາງ ຈະເດີນທາງມາຮ່ວມງານ ຖແລງຂ່າວ ຄົບຮອບ 7 ປີ ທ່ານສົມບັດ ສົມພອນ ຫາຍສາບສູນ ຢູ່ບາງກອກ ປະເທດໄທ.

ໃນວັນ 12 ທັນວາ ນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຕໍາຣວດ ປກສ ຜແນກສືບສວນ-ສອບສວນ ນະຄອນຫຼວງວຽງຈັນ ເພື່ອສອບຖາມຄວາມຄືບໜ້າ ກ່ຽວກັບຄະດີ ການຫາຍສາບສູນ ທ່ານ ສົມບັດ ສົມພອນ, ເຈົ້າໜ້າທີ່ ເວົ້າວ່າ:

“ອັນນີ້ ກໍບໍ່ຮູ້ໃດ໋ ເພາະວ່າບໍ່ຮູ້ນໍາ ວຽກວິຊາສະເພາະ ນໍາຜແນກຂະເຈົ້າ ຄັນຢາກຮູ້ຕ້ອງມາພົວພັນ ຖື ເອກກະສານເຂົ້າມາພົວພັນ.”

ໃນຕອນແລງຂອງວັນທີ 15 ທັນວາ ປີ 2012 ທ່ານສົມບັດ ສົມພອນ ຖືກລັກພາໂຕ ແລະກາຍເປັນບຸກຄົນ ຖືກຫາຍສາບສູນຈົນມາຮອດ ປັດຈຸບັນ ໂດຍບໍ່ມີຂ່າວຄາວ ຄວາມຄືບໜ້າ ຈາກທາງການລາວ  ວ່າ ທ່ານສົມບັດ ຫາຍໄປໃສ ແລະ ໃຜພາໄປ.

ເຖິງຢ່າງໃດກໍຕາມ ຫຼາຍອົງກອນ ສິດທິມະນຸດສາກົນ ກໍໄດ້ຕິດຕາມ ກໍຣະນີຂອງ ທ່ານສົມບັດ ສົມພອນ ນັບແຕ່ມື້ ທ່ານຫາຍສາບສູນໄປ ແລະ ພຍາຍາມ ໃຫ້ອົງການຕ່າງປະເທດ ເປັນຕົ້ນ ສະຫະປະຊາຊາດ ຮຽກຮ້ອງໃຫ້ທາງການລາວ ເລັ່ງຕິດຕາມເຣື່ອງນີ້ ແຕ່ກໍຍັງບໍ່ມີ ຄວາມຄືບໜ້າ ຈົນຮອດປັດຈຸບັນ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.