10 ປີ ທ່ານ ສົມບັດ ຖືກລັກພາໂຕ ແຕ່ ພັນຣະຍາ ຍັງທວງຖາມຕໍ່

ວິທະຍຸເອເຊຍເສລີ: 02 ທັນວາ 2022

ກອງປະຊຸມ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນຫົວຂໍ້ທີ່ວ່າ “1000 ມື້ ທີ່ບໍ່ມີ ຄວາມຍຸທຕິທັມ” ຈັດຂຶ້ນຢູ່ ບາງກອກ ປະເທດໄທຍ ຫຼາຍປີກ່ອນໜ້ານີ້.

ອຸ່ນແກ້ວ

ການ​ຮອດ​ປັດ​ຈຸ​ບັນ ວັນ​ທີ 2 ທັນ​ວາ 2022 ກໍ​ເປັນ​ວັນໃກ້​ຈະ​ຄົບ​ຮອບ 10 ​ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ​ດີ​ເດັ່ນ​ຂອງ​ລາວ. ຫວນ​ຄືນ​ເຫດ​ການ ທ່ານ ສົມບັດ ສົມ​ພອນ ຖືກ​ລັກ​ຖາ​ໂຕ ໃນ​ວັນ​ທີ 15 ທັນ​ວາ 2012 ຢູ່​ຕໍ່​ໜ້າ​ປ້ອມ​ຍາມ​ຕຳ​ຣວດ ເຂດ​ບ້ານ​ວັດ​ນາກ ຖ​ນົນ​ທ່າ​ເດື່ອ ເມືອງ ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ. ຈາກວັນ​ທີ່ ທ່ານ ສົມ​ບັດ ຖືກ​ລັກ​ພາ​ໂຕ​ໄປ ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ເປັນ​ເວ​ລາເກືອບ 10 ປີ, ຍາ​ນາງ ສຸຍ ເມັງ (Shui Meng) ພັ​ນຣະ​ຍາ​ຂອງ​ທ່ານ​ສົມ​ບັດ ກໍ​ຍັງ​ຄົງ​ທວງ​ຖາມ ແລະ ຊອກ​ຫາ ທ່ານ ສົມ​ບັດ ຢູ່. ຍາ​ນາງ ສຸຍ ເມັງ (Shui Meng) ໄດ້​ໃຫ້ສັມພາດ​ຕໍ່ ວິທຍຸ ​ເອ​ເຊັຽ​ ເສ​ຣີ ວ່າ:

ນັກ​ຂ່າວ: ເປັນ​ຈັ່ງໃດ ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ​ໄປ ​ເປັນ​ເວ​ລາ 10 ປີນີ້. ມີ​ຂ່າວ​ຄາວ​ຫຍັງ​ແດ່?

ຍາ​ນາງ ສຸຍ ເມັງ (Shui Meng): “10 ແລ້ວ ກະ​ບໍ່​ມີ​ຂ່າວ​ອີ່​ຫຍັງ​ເລີຍ ຫຼາຍ​ປີ​ມານີ້ ກໍ​ແຫ່ງບໍ່​ມີ​ຂ່າວ​ຫຍັງ. ບໍ່​ໄດ້​ຄຳ​ຕອບ ກະ​ບໍ່​ມີ​ຜູ້​ໃດ​ພົວ​ພັນ​ນຳ ກະ​ບໍ່​ມີ​ຜູ້​ໃດ​ຖາມ​ຫາ​ກ່ຽວ​ກັບ​ເພິ່ນ ລະ​ກະ​ບໍ່​ມີຂ່າວ​ຫຍັງ.

ຫຼັງ​ຈາກ​ປີທີ 2, ປີທີ 3 ກະ ທຳອິດ​ກະ​ຍັງ​ມີ ຍັງ​ຂຽນ​ຈົດ​ໝາຍ. ບໍ່​ໄດ້​ຮັບ​ຄຳ​ຕອບ​ໂດຍ​ກົງ​ ກະມີ​ຄົນ​ເວົ້າ​ເຖິງ​ຢູ່ ແຕ່​ວ່າ 7-8 ປີ​ມາ​ແລ້ວ ປັດ​ຈຸ​ບັນ ບໍ່​ມີ​ຂ່າວຍ​ຫຍັງເລີຍ.” Continue reading “10 ປີ ທ່ານ ສົມບັດ ຖືກລັກພາໂຕ ແຕ່ ພັນຣະຍາ ຍັງທວງຖາມຕໍ່”

ການແກ້ໄຂ ຄົນຫາຍສາບສູນ ໃນລາວ ຄືບຄານ

ວິທະຍຸເອເຊຍເສລີ: 29 ສິງຫາ 2020

ເນື່ອງໃນໂອກາດ ວັນບຸກຄົນທີ່ຕົກເປັນເຫຍື່ອ ການຖືກບັງຄັບ ໃຫ້ຫາຍສາບສູນສາກົລ ທີ່ກົງກັບວັນທີ 30 ສິງຫາ ໃນທຸກໆປີ, ໃນປີນີ້ ຫຼາຍພາກສ່ວນດ້ານສິດທິມະນຸດສາກົລ ຍັງເບິ່ງວ່າ ທາງການລາວ ຍັງຂາດ ຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາ ຄົນຫາຍສາບສູນໃນລາວ ແລະ ບໍ່ມີການສືບສວນ-ສອບສວນ ຕິດຕາມຫາ ຜູ້ຫາຍສາບສູນ ແບບຈິງຈັງ, ເຊິ່ງມີຄວາມໜ້າເປັນຫ່ວງຫຼາຍ, ດັ່ງທ່ານ ຟີລ ໂຣເບີດສັນ, ຮອງຜູ້ອໍານວຍການ ອົງການ Human Rights Watch ປະຈໍາພາກພື້ນອາຊີ-ປາຊີຟິກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ສິງຫານີ້ວ່າ:

ທ່ານວ່າ: “ເຫັນໄດ້ຊັດເຈນວ່າ ຣັຖບານລາວ ບໍ່ເຄີຍສົນໃຈ ເຣື່ອງຄອບຄົວ ຂອງຄົນທີ່ຫາຍໄປ ບໍ່ເຄີຍມີຄວາມຄືບໜ້າ ຍົກໂຕຢ່າງ ກໍຣະນີ ຂອງທ່ານ ສົມບັດ ສົມພອນ ກໍມີແຕ່ການປິດບັງ ຂອງຣັຖບານ ທີ່ອ້າງວ່າ ບໍ່ມີສ່ວນກ່ຽວຂ້ອງ, ບໍ່ຮູ້ເຣື່ອງ, ບໍ່ໄດ້ເຮັດ, ບໍ່ໄດ້ສອບສວນ.” Continue reading “ການແກ້ໄຂ ຄົນຫາຍສາບສູນ ໃນລາວ ຄືບຄານ”

ໝູ່ເພື່ອນຍັງຖ້າຮູ້ຂ່າວ ທ້າວ ອ໊ອດ

ວິທະຍຸເອເຊຍເສລີ: 24 ສິງຫາ 2020

ທີ່ຜ່ານມາ ມີຄົນລາວຫຼາຍຄົນ ທີ່ຫາຍສາບສູນ ທັງຢູ່ປະເທດລາວ ແລະ ຢູ່ຕ່າງປະເທດ…

ໝູ່ເພື່ອນຍັງເປັນຫ່ວງ ແລະຢາກຮູ້ຄວາມຈິງ ກ່ຽວກັບການຫາຍສາບສູນຂອງ ທ້າວ ອ໊ອດ ໄຊຍະວົງ ອາຍຸ 36 ປີ ຢູບາງກອກ ປະເທດ ໄທຍ ເປັນເວລາເກືອບ 1 ປີ. ດັ່ງ ໝູ່ຄົນນຶ່ງ ຂອງ ທ້າວ ອ໊ອດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 24 ສິງຫາ:

“ຍັງບໍ່ມີຂ່າວດີຫຍັງຫັ້ນນ່າ ຕ່າງຄົນກະຕ່າງ ໄດ້ຮັບຂ່າວສຳຄັນ ວ່າຊັ້ນຊະ ຍັງບໍ່ທັນ ໄດ້ຮັບໃຜດີ ຫຼືວ່າກ່ຽວກັບ ອ໊ອດສະກາ ທີ່ຫາຍສາບສູນ ໄປ ມັນກະຍັງບໍ່ມີວີ່ແວວ ຍັງຄືເກົ່າຢູ່, ໃນນາມອົງກອນ ກະໄດ້ແຕ່ໂພສທາງ Facebook ເລື່ອງການຫາຍສາບສູນໄປ ຢູ່ຕລອດເວລາ ເພື່ອບໍ່ໃຫ້ລືມ ທຸກຄົນກະພຍາຍາມ ເຝົ້າລະລໍ ຄືກັນຫັ້ນແຫຼະ ລໍຄອຍວ່າ ຄວາມຈິງມັນ ເປັນຈັ່ງໃດ ທຸກຄົນກະຢາກຮູ້ຫັ້ນນ່າ.” Continue reading “ໝູ່ເພື່ອນຍັງຖ້າຮູ້ຂ່າວ ທ້າວ ອ໊ອດ”

ທາງການລາວຍັງສືບຫາ ທ່ານ ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 22 ມັງກອນ 2020

ໃນກອງປະຊຸມທົບທວນ ການປະຕິບັດ ສິທທິມະນຸດ ໃນລາວ ປະຈຳໄລຍະ ຫຼື UPR ທີ່ຈັດຂຶ້ນຢູ່ ນະຄອນເຈນິວາ, ປະເທດ ສະວິດເຊີແລນດ໌, ວັນທີ 21 ມົກຣາ 2020, ທ່ານ ພູໂຂງ ສີສຸລາດ (ແຖວໜ້າ-ກາງ) ເອກອັຄຣັຖທູຕລາວ ປະຈຳ ປະເທດເບລຢ່ຽມ ຊີ້ແຈງວ່າ ການສືບສວນ ກໍຣະນີ ທ່ານ ສົມບັດ ຕ້ອງໃຊ້ເວລາ. UPR-Video

ໃນຣະຫວ່າງກອງປະຊຸມ ທົບທວນ ການປະຕິບັດ ສິທທິມະນຸດ ໃນລາວ ປະຈຳໄລຍະ ຫຼື UPR ທີ່ຈັດຂຶ້ນ ໃນນະຄອນເຈນິວາ, ປະເທດ ສະວິດເຊີແລນດ໌ ໃນວັນທີ 21 ມົກຣາ 2020 ນີ້, ທາງການລາວ ຍອມຮັບວ່າ ຍັງຄົງສືບຕໍ່ ແກ້ໄຂບັນຫາການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຢູ່, ເຖິງວ່າ ຄຳຖາມຫຼາຍຢ່າງ ຍັງຄົງສືບຕໍ່ບໍ່ຈະແຈ້ງເທື່ອ ໃນຂນະທີ່ນາໆປະເທດຮຽກຮ້ອງ ໃຫ້ທາງການລາວເລັ່ງແກ້ ໄຂບັນຫາ ດັ່ງກ່າວ ແລະ ແນະນຳໃຫ້ ຣັຖບານລາວ ປະຕິບັດ ສິທທິມະນຸດ ຕາມຫຼັກການ ສາກົລ.

ຕາງໜ້າໃຫ້ຣັຖບານລາວ, ທ່ານ ບຸນເກີດ ສັງສົມສັກ, ຣັຖມົນຕຣີປະຈຳສຳນັກງານ ນາຍົກຣັຖມົນຕຣີ ແລະ ທັງເປັນຫົວໜ້າຄນະຜູ້ແທນ ລາວ ດ້ານສິທທິມະນຸດ ໄດ້ຂຶ້ນກ່າວ ບົດຣາຍງານແຫ່ງຊາຕ ໃນກອງປະຊຸມ ແລະ ທ່ານໄດ້ກ່າວບາງຕອນ ຕໍ່ກໍຣະນີ ທີ່ນາໆປະເທດ ໄດ້ທວງຖາມເຖິງ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ວ່າ: Continue reading “ທາງການລາວຍັງສືບຫາ ທ່ານ ສົມບັດ ສົມພອນ”

7 ປີ ສົມບັດ ສົມພອນ ຫາຍສາບສູນ ສາກົລ ທວງຖາມ

ວິທະຍຸເອເຊຍເສລີ: 17 ທັນວາ 2019

ຍາ​ນາງ ອຶ້ງ-ຊຸຍ​ເມັ້ງ, ພັ​ລ​ຍາ​ຂອງ​ທ່ານ ສົມ​ບັດ ສົມ​ພອນ ໃນ​ຣະ​ຫວ່າງ ເວ​ທີ​ຣຳ​ລຶກ ຄົບ​ຮອບ 7 ປີ ທີ່​ທ່ານ ສົມ​ບັດ ສົມ​ພອນ, ສາ​ມີ​ຂອງ​ຍາ​ນາງ ໄດ້​ຫາຍ​ສາບ​ສູນ​ ໃນ​ປະ​ເທດ​ລາວ ທີ່​ສະ​ໂມ​ສອນ ​ນັກ​ຂ່າວຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງບາງກອກ ປະ​ເທດ​ໄທ​ຍ (ຮູບ​ຖ່າຍ​ເມື່ອ: ​ວັນ​ທີ 17 ທັນ​ວາ 2019) RFA

ອົງການຈັດຕັ້ງ ທາງພາ​ກ​ປະ​ຊາ​ສັງ​ຄົມ ຫຼາຍອົງການ ຮວມທັງນັກວິຊາການ ໄດ້ຈັດພິທີຣຳ​ລຶກ ຄົບຮອບ 7 ປີ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ, ໃນມື້ວັນທີ 17 ທັນວາ ປີ 2019 ທີ່ນະ​ຄອນຫຼວງ ບາງກອກ ປະເທດໄທຍ.  ຍາງນາງ ອຶ້ງ-ຊຸຍເມັ້ງ ພັລຍາຂອງທ່ານ ສົມບັດ ສົມພອນ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວ ເອເຊັຽເສ​ຣີ ວ່າ ມາເຖິງປັດຈຸບັນ, ຍັງບໍ່ມີຄວາມຄືບໜ້າ ຕໍ່ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ. ເຈົ້າໜ້າທີ່ລາວ ບໍ່ໄດ້ໃຫ້ຂໍ້ມູນຫຍັງເລີຍ.

“ຫຼັງຈາກ 7ປີແລ້ວ, ກະບໍ່ມີຫຍັງຄືບໜ້າ ຈັກດີ້ເລີຍ. ທາງການລາວ ກໍບໍ່ໄດ້ຊ່ອຍອີ່​ສັງ, ບໍ່ໄດ້ພົບ ຊຸຍ​ເມັ້ງ ​ນ່າ. ເຈົ້າ​ໜ້າ​ທີ່ ກະບໍ່ໄດ້ພົບ ບໍ່ໄດ້ພົວພັນ ແລະ ບໍ່ໄດ້ໃຫ້ຂໍ້ມູນ ຂ່າວສານ ຈັກດີ້ເລີຍ.” Continue reading “7 ປີ ສົມບັດ ສົມພອນ ຫາຍສາບສູນ ສາກົລ ທວງຖາມ”

ຊາວລາວທີ່ ຫາຍສາບສູນ

ວິທະຍຸເອເຊຍເສລີ: 13 ທັນວາ 2019

ທ້າວ ເພັດພູທອນ ພີລາຈັນ (ຊ້າຍ) ທ່ານ ສົມບັດ ສົມພອນ (ກາງ) ທ່້າວ ອັອດ ໄຊຍະວົງ (ຂວາ) ເປັນບຸກຄົນທີ່ ຫາຍສາບສູນ ແບບມີເງື້ອມງໍາ ເປັນປິສນາ

ທ້າວ ເພັດພູທອນ ກັມມະກອນລາວ ທີ່ເຮັດວຽກ ຢູ່ປະເທດໄທ ໄດ້ເດີນທາງໄປຢາມພີ່ນ້ອງ ຢູ່ ນະຄອນຫລວງວຽງຈັນ ໃນວັນທີ 13 ພຶສຈິກາ ແລະ ໃນວັນທີ 14 ພຶສຈິກາ ຍາດພີ່ນ້ອງບໍ່ສາມາດຕິດຕໍ່ໄດ້. ຈົນມາເຖິງປັດຈຸບັນ ຍັງບໍ່ມີຜູ້ໃດ ສາມາດ ຕິດຕໍ່ລາວໄດ້ ແລະ ຜູ້ທີ່ເປັນນ້ອງສາວ ກໍກັງວົນເປັນຫ່ວງນໍາ.

ນອກຈາກນີ້ ໃນວັນທີ 26 ສິງຫາ ທີ່ຜ່ານມາ, ທ້າວ ອັອດ ໄຊຍະວົງ ກັມມະກອນລາວ ທີ່ເຮັດວຽກຢູ່ປະເທດໄທ ກໍຫາຍຕົວໄປແບບບໍ່ມີ ຮ່ອງຮອຍ ຢູ່ບາງກອກປະເທດໄທ ແລະຈົນມາເຖິງປັດຈຸບັນນີ້ ກໍຍັງບໍ່ມີຂ່າວຄາວຫຍັງ,

ກ່ຽວກັບການຫາຍຕົວໄປຂອງ ທ້າວ ເພັດພູທອນ ແລະ ທ້າວ ອອດ, ອົງກອນດ້ານສິດທິມະນຸດ ໄດ້ສະແດງຄວາມເປັນຫ່ວງທີ່ສຸດຍ້ອນວ່າ ທັງສອງຄົນເຄີຍປະທ້ວງ ທາງການລາວ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳບາງກອກກ່ຽວກັບເລື່ອງ ສິດທິມະນຸດ ແລະ ປະຊາທິປະໄຕ ແລະ ນັກປົກປ້ອງສິດທິມະນຸດ ຫຼາຍຄົນ ກໍສະແດງຄວາມເປັນຫ່ວງວ່າ ກໍຣະນີ ທ້າວ ເພັດພູທອນ ແລະ ທ້າວ ອັອດ ໄຊຍະວົງ ຈະຄ້າຍຄື ກໍຣະນີ ທ່ານ ສົມພັດ ສົມພອນ ນັກພັທນາອາວຸໂສ ຂອງລາວ ທີ່ຖືກລັກພາຕົວໄປໃນວັນທີ 15 ທັນວາ 2012 ຈົນມາປັດຈຸບັນ ກໍຍັງບໍ່ ສາມາດ ຮູ້ໄດ້ວ່າ ທ່ານ ສົມບັດ ນັ້ນຢູ່ໃສ.

7 ປີ ທ.ສົມບັດ ສົມພອນ ຫາຍສາບສູນ

ວິທະຍຸເອເຊຍເສລີ: 12 ທັນວາ 2019

ຣົດຈິບ ຄູ່ໃຈຂອງທ່ານ ສົມບົດ ສົມພອນ ບໍ່ຫນ້າເຊື່ອວ່າຈະຫາຍໄປພ້ອມກັບທ່ານ ແລະ ກໍຫາບໍ່ເຫັນ ທັງຄົນທັງຣົດເປັນຄັນ

ອົງການສິດທິມະນຸດສາກົນ ໃນໄທ ກຽມຈັດງານຖແລງຂ່າວ ຄົບຮອບ 7 ປີ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ນັກພັທນາ ຊຸມຊົນ ດີເດັ່ນຂອງລາວ ທີ່ໄດ້ຮັບລາງວັນ ແມັກໄຊ໋ໆ ປີ 2005 ໃນວັນທີ 17 ທັນວາ 2019 ນີ້ ທີ່ສະມາຄົມນັກຂ່າວ ຕ່າງປະເທດ ນະຄອນຫຼວງບາງກອກ ປະເທດໄທ, ດັ່ງຍານາງ ສຸນທະຣີ ນາກາວິໂຣຈ Soontaree Nakaviroj ເຈົ້າໜ້າທີ່ອົງການ Focus on the Global South ປະຈໍາປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ທັນວາ ນີ້ວ່າ:

“ເປັນການຖແລງຂ່າວ ແລ້ວກໍລົມກັນ ວ່າເຣື່ອງຄວາມຄືບໜ້າ ຫຼືວ່າຊິເອົາແບບໃດຕໍ່ໄປໄດ້ ເພາະວ່າ ແທ້ໆ ມັນງຽບມາດົນນານແລ້ວ ບໍ່ມີຫຍັງຄືບໜ້າເລີຍເນາະ.” Continue reading “7 ປີ ທ.ສົມບັດ ສົມພອນ ຫາຍສາບສູນ”

ວັນຜູ້ຫາຍສາບສູນ ສາກົນ 30 ສິງຫາ

ວິທະຍຸເອເຊຍເສລີ: 30 ສິງຫາ 2019

ເນື່ອງໃນ “ວັນຜູ້ຫາຍສາບສູນ ສາກົນ” ຫຼາຍອົງກອນ ໄດ້ມີການຈັດເສວະນາ ເພື່ອຊຸກຍູ້ ໃຫ້ ຜູ້ນໍາຂອງທຸກປະເທດ ເອົາໃຈໃສ່ ໃນບັນຫານີ້ ຢ່າງຈິງຈັງ.

ນັບຕັ້ງແຕ່ ທ່ານ ສົມບັດ ສົມພອນ ນັກພັທນາກອນ ດີເດັ່ນ ຂອງລາວ ໄດ້ຖືກລັກພາຕົວໄປ ຢູ່ຕໍ່ໜ້າປ້ອມຕໍາຣວດ ໃນ ນະຄອນຫລວງ ວຽງຈັນ ເມື່ອວັນທີ 15 ທັນວາ ປີ 2012 ຈົນມາຮອດມື້ນີ້ ໃກ້ຄົບຮອບ 7 ປີ ແລ້ວແຕ່ກໍຍັງບໍ່ມີຮ່ອງຮອຍໃດໆເທື່ອ. ແລະການສືບສວນຫາ ທ່ານ ຂອງທາງການລາວ ກໍຍັງບໍ່ມີຄວາມຄືບໜ້າ ແນວໃດເລີຍ, ດັ່ງ ມາດາມ ອຶງ ຊຸຍເມັງ ພັລຍາ ຂອງ ທ່ານ ກ່າວຕໍ່ RFA ທີ່ ມະຫາວິທຍາໄລ ທັມມະສາດ ບາງກອກ ປະເທດໄທ ໃນມື້ວັນທີ 30 ສິງຫາ ຊຶ່ງກົງກັບວັນສາກົລ ເພື່ອຜູ້ຫາຍສາບສູນນັ້ນ ວ່າ

“ໜ້າເສົ້າແລະເສັຽໃຈຫລາຍ ເພາະວ່າຫລັງຈາກ 7 ປີ ແລ້ວບໍ່ມີອັນໃດທີ່ວ່າ ຄືບໜ້າ ເຈົ້າໜ້າທີ່ກະບໍ່ໄດ້ ເອົາຈິງເອົາຈັງ ເຈົ້າໜ້າທີ່ກະວ່າ ຍັງສືບສວນ ຢູ່. ຖ້າວ່າເຈົ້າໜ້າທີ່ ເອົາຈິງ ເອົາຈັງ ຂ້າພະເຈົ້າ ຄຶດວ່າຕ້ອງມີ ຂໍ້ມູນອັນໃດອັນນຶ່ງ ສູ່ຄອບຄົວ ແຕ່ວ່າຫລັງຈາກ 7 ປີ ກະມີແຕ່ວ່າບໍ່ມີ ຫຍັງບໍ່ຮູ້ບໍ່ເຫັນ.”
Continue reading “ວັນຜູ້ຫາຍສາບສູນ ສາກົນ 30 ສິງຫາ”

ສະຫະພາບຢູຣົບ ຄວນຈະຕ້ອງຮຽກຮ້ອງໃຫ້ທາງການສປປລາວ ແກ້ໃຂບັນຫາສິດທິມະນຸດ ເນື່ອງໃນໂອກາດພົບປະສົນທະນາລະຫວ່າງສອງຝ່າຍ

FIDH: 07 ມິນາ 2019

ສະຫະພາບຢູຣົບ ຄວນຈະຕ້ອງ ຮຽກຮ້ອງໃຫ້ທາງການ ສປປລາວ ປ່ອຍຕົວ ເຫຼົ່ານັກໂທດ ທີ່ຖືກຈັບ ຍ້ອນກ່າວຕ້ອງຕິລັຖບານ, ທຳການສືບສວນ ກໍຣະນີ ຫາຍສາບສູນແບບຖືກບັງຄັບ, ແລະ ຊົດເຊີຍ ບັນດາຜູ້ໄດ້ຮັບເຄາະ ຈາກການຍຶດທີ່ດິນ ແລະ ເຂື່ອນແຕກເມື່ອບໍ່ນານມານີ້, ນີ້ຄືຖແລງການຮ່ວມຂອງ ສະຫະພັນສາກົນປົກປ້ອງສິດທິມະນຸດ ແລະ ຂະບວນລາວເພື່ອສິດທິມະນຸດ(ຂລສມ) ເນື່ອງໃນໂອກາດ ກອງປະຊຸມ ຄັ້ງທີ9 ລະຫວ່າງສອງຝ່າຍ ໃນມື້ນີ້ ທີ່ເມືອງ ວຽງຈັນ.

ນອກຈາກນັ້ນ ທັງສອງອົງການ ຍັງໄດ້ ລາຍງານເຖິງ ສະຖານະພາບ ປະຈຸບັນ ດ້ານສິດທິມະນຸດ ໃນ ສປປລາວ ໃນລະຍະຫຼັງກອງປະຊຸມພົບພໍ້ລະຫວ່າງສອງຝ່າຍ ຄັ້ງຫຼ້າສຸດ ເມື່ອເດືອນມີນາ 2018 ທີ່ນະຄອນຫຼວງວຽງຈັນ. ລາຍງານດັ່ງກ່າວໄດ້ເວົ້າເຖິງບັນຫາ : 1/ ການຈັບຕົວໂດຍບໍ່ມີການສືບສວນ ; 2/ ການຫາຍສາບສູນ ແບບຖືກບັງຄັບ ; 3/ ການລ່ວງລະເມີດ ເສຣີພາບທາງດ້ານສາສນາ ຫຼືການ ເຊື່ອຖື ; 4/ ພັຍພິບັດ ຈາກເຄື່ອນ ເຊປ່ຽນເຊນໍ້ານ້ອຍແຕກ ; 5/ ສິດທິທີ່ດິນ.

‘’ເນື່ອງຈາກວ່າ ຂາດຄວາມ ຄືບໜ້າຢ່າງໜັກ ທາງດ້ານ ການເຄົາຣົບສິດທິມະນຸດ, ສະຫະພາບຢູຣົບ ຄວນຈະຕ້ອງ ຂື້ນສຽງແຮງກ່ອນເກົ່າຕໍ່ຝ່າຍສປປລາວ, ໂດຍຕ້ອງ ຮຽກທວງໃຫ້ສປປລາວ ໃຫ້ຄຳໝັ້ນສັນຍາຢ່າງແທ້ຈິງ ແລະ ພັກດັນ ໃຫ້ການໂອ້ລົມຄັ້ງນີ້ ເກີດໝາກຜົນ ເຊັ່ນ ໃຫ້ທາງການ ສປປລາວ ຮັບຮອງວ່າ ຈະປ່ອຍຕົວ ໂດຍ ຮີບດວ່ນ ແລະ ບໍ່ມີເງື່ອນໄຂ ທູກຄົນ ທິ່ຖືກຈັບກູມຄູມຂັງ ທາງການເມືອງ. ສະຫະພາບຢູຣົບ ບໍ່ຄວນຕົກຢູ່ໄນກົນໄກ ທີ່ປອ່ຍໃຫ້ ລັຖບານ ສປປ ລາວ ລູດລະດັບຄູນນະພາບ ຂອງ ກອງປະຊຸມ ສີດທິມະນູດນີ້ ໄຫ້ກາຍເປັນພິທິກັມ ທີ່ວ່າງເປົ່າ ແລະ ບໍ່ມີຄວາມໝາຍ ‘’ເດບີ ສະຕອດທາດ (Debbie Stothard) ເລຂາທິການ ເອກ ຂອງ ສະຫະພັນສາກົນປົກປ້ອງສິດທິມະນຸດ

ຍັງເຫຼືອນັກໂທດການເມືອງອີກຢ່າງນ້ອຍ 14ຄົນ ທີ່ຍັງຖືກກັກຂັງໃນສປປລາວ ; ໃນນັ້ນມີ ສົມພອນ ພິມມະສອນ, ສູການໃຈທັດ ແລະ ຫຼອດຄຳ ທັມມະວົງ, ຊຶ່ງທັງສາມ ຖືກໂທດຈຳຄຸກບໍ່ຕໍ່າກົ່ວ20ປີ ພາຍຫຼັງທີ່ໄດ້ກ່າວ ຕ້ອງຕິ ລັຖບານ ວ່າມີສ່ວນກ່ຽວໃນການ ສໍ້ຣາດບັງຫຼວງ, ໃນການຕັດໄມ້ເຖື່ອນ, ໃນການລ່ວງລະເມີດສິດທິມະນຸດ. ທ່ານບຸນທັນ ທັມມະວົງ ສັນຊາດ ໂປໂລນ( Pologne) ເຊື້ອຊາດລາວ ຖືກໂທດຈຳຄຸກ 4ປີ 9ເດືອນ ຍ້ອນກ່າວຕ້ອງຕິນະໂຍບາຍລັຖບານ ທາງສື່ສັງຄົມ Facebook. ຊາວບ້ານ ບ້ານເຢີບ ເມືອງທ່າແຕງ ແຂວງເຊກອງ ອີກ10ຄົນ ຖືກຈຳຄຸກ ນັບແຕ່ເດືອນກໍຣະກະດາ 2017 ມາເຖິງປັດຈຸບັນໂດຍບໍ່ມີການໄຕ່ສວນຄະດີ, ພາຍຫຼັງ ທີ່ໄດ້ຕັດຕົ້ນຢາງ ເພື່ອຄັດຄ້ານຕໍ່ການຍຶດທີ່ດິນ.

ສ່ວນກ່ຽວແກ່ ກໍຣະນີ ຫາຍສາບສູນແບບຖືກບັງຄັບ, ບໍ່ມີໃຜຊາບເຖິງຊາຕາກັມຂອງຜູ້ຫາຍສາບສູນອີກ 14ຄົນ. ໃນນັ້ນ ມີທ່ານ ສົມບັດ ສົມພອນ, ຜູ້ນຳຊື່ດັງ ຂອງອົງການປະຊາສັງຄົມ, ຫາຍສາບສູນ ເມື່ອເດືອນທັນວາ 2012. ນາງກິ່ງແກ້ວ ພົງເສລີ, ນາງ ສົມຈິດ, ທ້າວສຸບິນ, ສວນ, ສິງປະສົງ, ຄຳສອນ, ນູ, ສົມຄິດ ແລະ ສຸຣິຍາ ຖືກເຈົ້າໜ້າທີ່ຮັກສາຄວາມປອດພັຍຈັບຕົວ ເມື່ອເດືອນພຶສຈິກາ 2009. ທ່ານສົມພອນ ຂັນຕິສຸກ ເຈົ້າຂອງບໍຣິສັດທ່ອງທ່ຽວ ຖືກລັກພາຕົວໄປ ເມື່ອເດືອນ ມົກະຣາ 2017 ທີ່ ແຂວງຫຼວງນໍ້າທາ. ອີກຊາວໄທ 3ຄົນ, ອິດຕິພອນ ສຸກແພນ, ວຸດທິພົງ ກາຈະທັມມະກຸນ ແລະ ສຸຣະໄຊ ແດນວັຕະນະນຸສອນ, ຊຶ່ງລີ້ພັຍໃນສປປລາວ ພາຍຫຼັງໄດ້ກ່າວໂຈມຕີ ຣາຊບັນລັງໄທ ; ທັງສາມ ຫາຍສາບສູນ ໃນເດືອນມິຖຸນາ 2016, ເດືອນກໍລະກະດາ 2017 ແລະ ເດືອນທັນວາ 2018. ທາງການສປປລາວ ລົ້ມເຫຼວໃນການສືບສວນກໍຣະນີທັງໝົດເຫຼົ່ານີ້ຢ່າງແທ້ຈິງ ແລະທ່ຽງທັມ.

ເຫດການເຂື່ອນເຊປ່ຽນເຊນໍ້ານ້ອຍ ທີ່ແຂວງອັດຕະປື ແຕກເມື່ອເດືອນກໍຣະກະດາ 2018 ສໍ່ສະແດງໃຫ້ເຫັນເຖິງ ການບໍຣິຫານແບບຊັກຊ້າ, ຂາດປະສິດຕິພາບ ແລ ະຂາດຄວາມໂປ່ງໃສ ຂອງ ລັຖະບານ ສປປ ລາວ. ເຖິງແມ່ນວ່າ ຈະເປັນພັຍພິບັດອັນ ຮ້າຍແຮງ ມະຫາສານກໍຕາມ, ແຕ່ທາງການສປປລາວ ຊໍ້າຍັງຊອກຫາທາງ ຫຼຸດຈຳນວນ ຜູ້ເສັຽຊີວິດລົງ ພ້ອມຍັງ ກີດກັນບໍ່ໃຫ້ນັກຂ່າວອິດສະຣະ ເຂົ້າໄປໃນຂົງເຂດ ເພື່ອລາຍງານ ເຖິງເຫດການອີກ. ຈົນເຖິງທ້າຍເດືອນມົກະຣາ 2019, ທາງການລາວ ຈຶ່ງໄດ້ເຜີຍວ່າ ມີຜູ້ເສັຽຊີວິດແນ່ນອນ 49ຄົນ ແລະ ອີກ 22ຄົນ ຫາຍສາບສູນ. ເຖິງຢ່າງໃດກໍຕາມ, ຄນະນັກສັງເກດການ ແລະ ຊາວບ້ານ ເຊື່ອແນ່ວ່າ ຄົງຈະມີຜູ້ເສັຽຊີວິດຫຼາຍກົ່ວນີ້ ເພາະບໍ່ມີໃຜຊາບເຖິງຊາຕາກັມ ຂອງ ຊາວບ້ານ ອີກຈຳນວນຫຼາຍຮ້ອຍຄົນ.

ສ່ວນການຊ່ວຍເຫຼືອ ແລະ ການຊົດເຊີຍຄອບຄົວຜູ້ໄດ້ຮັບເຄາະ ກໍຍິ່ງບໍ່ສົມດຸນ. ນອກຈາກນັ້ນ, ເຖິງແມ່ນວ່າ ຈະມີຄນະສືບສວນເຖິງສອງຄນະຈາກທາງການກໍຕາມ, ແຕ່ແລ້ວ ກໍບໍ່ມີຂໍ້ມູນການປະເມີນເຖິງພັຍຄັ້ງນີ້ເລີຍ. ຍິ່ງໄປກົ່ວນັ້ນ, ຍັງມີລາຍງານທີ່ເຜີຍເຖິງ ການຂາດຄວາມໂປ່ງໃສ ແລະ ການກິນສິນບົນ ໃນຖັນແຖວ ເຈົ້າໜ້າທີ່ກ່ຽວຂ້ອງກັບການຊ່ວນເຫຼືອ, ໂດຍສະເພາະ ການປຸກເຮືອນຊົ່ວຄາວໃຫ້ຜູ້ລອດຕາຍ. ເຫດການ ເຂື່ອນແຕກຄັ້ງນີ້ ຊີ້ໃຫ້ເຫັນວ່າ ໂຄງການການລົງທຶນ ແລະ ໂຄງການການກໍ່ສ້າງຕ່າງໆ ສາມາດ ສົ່ງຜົນສະທ້ອນອັນໜັກໜ່ວງ ໃຫ້ແກ່ຊາວທ້ອງຖິ່ນ ທັງນີ້ກໍຍ້ອນວ່າ ລັຖບານຂາດຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ.

‘’ເຂື່ອນ ເຊປ່ຽນເຊນໍ້ານ້ອຍ ແຕກ ສະແດງໃຫ້ເຫັນວ່າ ໂຄງການລົງທູນໄຫຍ່ໄນລາວ ມັກຈະສົ່ງຜົນຮ້າຍແຮງຕໍ່ຊູມຊົນທອ້ງທີ່ນ ເນື່ອງຈາກ ລັຖະບານ ຂາດ ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ. ສະຫະພາບຢູຣົບ ແລະ ກຸ່ມປະເທດພາຄີ ຄວນຈະຕ້ອງທົບທວນເບິ່ງຄືນໃໝ່ ເຖິງຂໍ້ເງື່ອນໃຂ ຂອງການຊ່ວຍ ແລະ ການລົງທຶນໃນສປປລາວ, ນອກຈາກວ່າ ສປປລາວ ຈະປະຕິຮູບລະບົບການປົກຄອງ ແລະ ກົດໝາຍໃໝ່’’ວະນິດາ ເທພສຸວັນ, ປະທານຂະບວນລາວເພື່ອສິດທິມະນຸດ

ນອກຈາກນັ້ນ, ກໍຍັງມີຄວາມວິຕົກກັງວົນ ຕໍ່ບັນຫາ ການຊົດເຊີຍ ຜູ້ຖືກຍຶດທີ່ດິນ ຈາກທາງເຈົ້າໜ້າທີ່ ເພື່ອສ້າງທາງລົດໄຟ ແຕ່ບໍ່ແຕນ ຫາ ວຽງຈັນ. ເມື່ອເດືອນພືສຈິກາ 2018 ທີ່ຜ່ານມາ, ໄດ້ມີລາຍງານວ່າ ທີ່ດິນເພື່ອສ້າງທາງລົດໄຟມີເຖິງ94%ແລ້ວ, ສ່ວນໂຄງການກໍໄດ້ດຳເນີນໄປເຖິງ 40%. ເຖິ່ງຢ່າງໃດກໍຕາມ, ຈົນມາເຖິງເດືອນມົກະຣາ 2019, ສອງປີຫຼັງຈາກໂຄງການໄດ້ເລີ້ມ, ຍັງມີຫລາຍຄອບຄົວ ໄນຈໍານວນ 4400 ຄອບຄົວ ທີ່ຍັງບໍ່ໄດ້ຮັບການຂົດເຊີຍເທື່ອ ສໍາລັບການສູນເສຍຂອງເຂົາເຈົ້າ, ທີ່ດິນຂອງເຂົາເຈົ້າ, ການດໍາລົງຊີວິດຂອງເຂົາເຈົ້າ ແລະ ລາຍໃດ້ຂອງເຂົາເຈົ້າ.

6 ປີ ຊອກຫາ ທ. ສົມບັດ ບໍ່ມີຄວາມຄືບໜ້າ

ວິທະຍຸເອເຊຍເສລີ: 17 ທັນວາ 2018

ຜ່ານໄປເປັນເວລາ 6 ປີ ພໍດີ ພາຍຫຼັງທີ່ທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສດີເດັ່ນ ໄດ້ຖືກລັກພາໂຕ ຢູ່ຕໍ່ໜ້າປ້ອມຍາມຕຳຣວຈ ກົງກັນຂ້າມ ກັບວິທຍາລັຍການຊ່າງລາວ-ເຢັຽຣະມັນ ໃນຕອນແລງ ວັນທີ 15 ທັນວາ 2012. ຈົນເທົ້າຊູ່ມື້ນີ້, ກໍຍັງບໍ່ມີໃຜ ຮູ້ຊະຕາກັມ ຂອງທ່ານ ສົມບັດ ວ່າ ທ່ານ ຖືກລັກພາໂຕໄປໃສ? ແມ່ນໃຜເອົາໄປ ແລະ ຍັງມີຊີວິຕຢູ່ ຫຼືບໍ່? ແມ່ນໃຜ ຈະເປັນຜູ້ຮັບຜິດຊອບ? ທຸກຢ່າງ ກໍຍັງເປັນ ປິສນາ. ໃນຖານະພັລຍາ, ມາດາມ ອຶ້ງ ຊຸຍ-ເມັ້ງ ກໍຍັງບໍ່ໄດ້ຮັບຄຳຕອບໃດໆ ຈາກທາງການລາວ ກ່ຽວກັບຊະຕາກັມ ຂອງຜູ້ເປັນສາມີຂອງຕົນ. ມາດາມ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ທີ່ນະຄອນຫຼວງບາງກອກ, ປະເທສໄທ ເມື່ອວັນທີ 12 ທັນວາ ທີ່ຫາ ກໍຜ່ານມານີ້ວ່າ:

“ຫຼັງຈາກ 6 ປີແລ້ວ, ກະບໍ່ມີຮ່ອງຮອຍຫຍັງ ລະກະບໍ່ມີຄຳຕອບ. ແນ່ນອນ, ມັນກະເປັນໂສກເສົ້າເສັຽໃຈ ລະກະອຸກໃຈຫຼາຍ, ທຸກມື້ກະຍັງ ອຸກໃຈ ເພາະວ່າ ບໍ່ມີຄຳຕອບ ແລະ ບໍ່ຮູ້ວ່າເພິ່ນຢູ່ໃສ? ບໍ່ຮູ້ວ່າຊະຕາກັມ ຂອງເພິ່ນເປັນແນວໃດ? (ນັກ​ຂ່າວ​ ວິ​ທ​ຍຸເອ​ເຊັຽ​ເສ​ຣີ: ທ່ານຮູ້ບໍ່ວ່າ ເປັນຍ້ອນສາເຫຕຫຍັງ ຈຶ່ງບໍ່ມີຄວາມຄືບໜ້າ?) ອັນນີ້ ກະບໍ່ຮູ້ເນາະ ມັນກະເປັນ ເຈົ້າໜ້າທີ່ ຈຶ່ງຮູ້ແລ້ວ, ຜູ້ເປັນຣັຖບານ ຂະເຈົ້າຕ້ອງຮູ້ຊັດເຈນ.” Continue reading “6 ປີ ຊອກຫາ ທ. ສົມບັດ ບໍ່ມີຄວາມຄືບໜ້າ”