ພາກປະຊາສັງຄົມໄທຍ ຈັດງານລຳລຶກ ທ່ານ ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 15 ພະຈິກ 2022

ອົງການຈັດຕັ້ງ ພາກປະຊາສັງຄົມຂອງໄທຍ ຈັດງານລຳລຶກ ເຖິງຄຸນງາມຄວາມດີ ຂອງທ່ານ ສົມບັດ ສົມພອນ ໃນໂອກາດ ໃກ້ຈະຄົບຮອບ 10 ປີ ທີ່ທ່ານ ຖືກລັກພາໂຕ, ວັນທີ 12 ພຶສຈິກາ 2022.

ເມື່ອວັນທີ 12 ພຶສຈິກາ ທີ່ຜ່ານມາ ໂຄງການ ຄອນເນັກຕິ້ງ ເດີ໋ ຄອມມ໋ອນສ໌ (Connecting The Commons, CTC) ແລະ ພາຄີເຄືອຂ່າຍ ໃນພາກພື້ນລຸ່ມແມ່ນ້ໍາຂອງ ແລະ ເອເຊັຽແປຊີຟິກ ໄດ້ຈັດງານປາຖະກະຖາ ປະຈໍາປີ ໃນຫົວຂໍ້ “ລໍາລຶກ 10 ປີ ຂອງການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຢູ່ນະຄອນຫລວງວຽງຈັນ ປະເທດລາວ ລວມເຖິງບຸກຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ທຸກທ່ານ” ພ້ອມທັງຈັດການປະຊຸມ ວ່າດ້ວຍ ນິເວດວັທນະທັມອາຫານ ເຊິ່ງຈັດຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ປີ 2018 ເປັນຕົ້ນມາ.

ສໍາລັບເປົ້າໜາຍ ໃນການຈັດກິຈກັມໃນຄັ້ງນີ້ ແມ່ນຕ້ອງການນໍາສເນີ ໃຫ້ເຫັນເຖິງຄວາມສໍາຄັນ ຂອງການນໍາໃຊ້ ການກະເສຕແບບອິນຊີ ຕາມວິຖີທັມມະຊາຕ ໃນເຂດລຸ່ມແມ່ນ້ໍາຂອງ ເຊິ່ງເປັນແນວຄວາມຄິດຫລັກ ທີ່ທ່ານ ສົມບັດ ສົມພອນ ພະຍາຍາມຈັດຕັ້ງປະຕິບັດ ແລະ ສົ່ງຕໍ່ ໄປຫາເຍົາວະຊົນຣຸ້ນໃໝ່.

ດັ່ງຍານາງ ນະຣຶມົນ ໄພບຸນສິດທິກຸນ ຜູ້ປະສານງານ ອົງການ ທູວອດສ໌ ອໍການິກ (Towards Organic) ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ພຶສຈິກາ 2022 ນີ້ວ່າ:

“ເຍົາວະຊົນມີບົດບາດ ໃນການເບິ່ງແຍງບ້ານເມືອງໄດ້ ຕັດສິນໃຈໃນການເຮັດວຽກ ຂອງ ຊຸມຊົນໄດ້. ສັງຄົມຂອງພວກເຮົາ ສາມາດເຕີບໂຕໄດ້ ຖ້າຫາກທຸກຄົນ ມີສ່ວນຮ່ວມ ເຮັດວຽກຮ່ວມກັນ ພວກເຮົາຈະພະຍາຍາມສືບສານ ແລ້ວເອົາຈິດວິນຍານ ຂອງອ້າຍ ສົມບັດ ເຮັດວຽກກັບຄົນຮຸ້ນຕໍ່ໄປ. ຢາກພົບອີກເທຶ່ອນຶ່ງ ຢາກພົບກັນ ຢາກເຮັດວຽກຮ່ວມກັນ ແຕ່ວ່າ ພວກເຮົາກໍບໍ່ຮູ້ວ່າເມື່ອໃດ ແຕ່ວ່າ ເຮົາມີຄວາມຫວັງວ່າ ເຮົາຈະສາມາດພົບກັນໄດ້ ແລ້ວໂອ້ລົມ ແລກປ່ຽນປະສົບການ ການເຮັດວຽກໄດ້ຕໍ່ໄປ.”

ໃນວາຣະ ໃກ້ຈະຄົບຣອບ 10 ປີ ການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ທີ່ກໍາລັງຈະຮອດໃນມື້ວັນທີ 15 ທັນວາ 2022 ນີ້ ໄດ້ກາຍມາເປັນບົດຮຽນ ຄັ້ງສໍາຄັນ ໃຫ້ແກ່ນັກເຄື່ອນໄຫວ ໃນປະເດັນດ້ານສິດທິມະນຸສ ທົ່ວໂລກ ໃນລັກສະນະທີ່ວ່າ ທາງການຂອງແຕ່ລະປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄວນໃຫ້ຄວາມສໍາຄັນ ແລະ ໃຫ້ການສນັບສນຸນ ບຸກຄົນທີ່ກ້າອອກມາ ສະແດງຄວາມຄິດເຫັນທີ່ແຕກຕ່າງ ເພື່ອນໍາໄປສູ່ ການພັທນາສັງຄົມ ໃຫ້ຫລາຍຂຶ້ນ.

ດັ່ງ ທ່ານ ຣາຊາໂຄປານ ວີ.ພີ ນັກເຄື່ອນໄຫວ ດ້ານສິດທິ ໃນການໃຊ້ທີ່ດິນ ຜູ້ກໍ່ສ້າງ ອົງການ ເອ໊ກຕ້າ ປາຣິຊາດ (EKTA Parishad) ຈາກປະເທດອິນເດັຽ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:

“ທ່ານ ສົມບັດ ສົມພອນ ເປັນອີກນັກເຄື່ອນໄຫວ ດ້ານສິດທິມະນຸສ ເປັນນັກເຄື່ອນໄຫວ ທາງສັງຄົມ. ການຫາຍສາບສູນໄປ ຂອງທ່ານ ຖືເປັນການສູນເສັຍຄັ້ງຍິ່ງໃຫຍ່, ເປັນການສູນເສັຍ ທີ່ບໍ່ແມ່ນ ແຕ່ສະເພາະ ກຸ່ມຄົນ ຄົນທີ່ເຮັດວຽກກັບທ່ານ ແຕ່ຍັງເປັນການສູນເສັຍ ຂອງໂລກ. ເຫດຜົລສໍາຄັນ ກໍ່ຄືວ່າ ໂລກຕ້ອງການ ການປ່ຽນແປງ. ກົດໜາຍຂອງປະເທດ ຄວນທີ່ຈະປົກປ້ອງ ພົລເມືອງ ບໍ່ແມ່ນເປັນໂຕທີ່ມາທໍາຮ້າຍພົລເມືອງ. ການມີຄວາມຄິດ ທີ່ແຕກຕ່າງ ຫລື ສະແດງຄວາມເຫັນ ທີ່ແຕກຕ່າງນັ້ນ ບໍ່ແມ່ນເປັນອາຊຍາກັມ ແຕ່ເປັນສິ່ງທີ່ພວກເຮົາຄວນສັນລະເສີນ.”

ສໍາລັບຜູ້ທີ່ເຄີຍເຮັດວຽກ ຮ່ວມກັບທ່ານ ສົມບັດ ສົມພອນ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄວາມສົນໃຈ ກັບການຫາຍສາບສູນໄປ ຂອງທ່ານຫລາຍຂຶ້ນ ຍ້ອນກໍ່ເປັນໄລຍະເວລາ ດົນແລ້ວ ທີ່ທ່ານໄດ້ຫາຍສາບສູນໄປ ເນື່ອງຈາກວ່າ ທ່ານ ສົມບັດ ສົມພອນ ເປັນບຸກຄົນ ທີ່ເຮັດວຽກ ເພື່ອສັງຄົມ ແຕ່ພັດຖືກກະທໍາ ດ້ວຍຄວາມບໍ່ຍຸຕິທັມ.

ດັ່ງ ທ່ານ ນິວັດ ຮ້ອຍແກ້ວ ປະທານກຸ່ມຊຽງຂອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ່ 14 ພຶສຈິກາ 2022 ນີ້ວ່າ:

“ນ່າຊິມີການໂອ້ລົມກັນເນາະວ່າ ລັກສະນະທີ່ເກີດຂຶ້ນ ກັບອາຈານ ສົມບັດ ນີ້ ມັນເປັນເຣຶ່ອງທີ່ອັນຕຣາຍ ກັບນັກອນຸຮັກ ໃນປະເດັນຕ່າງໆເນາະ. ໃນສະພາບໂຕຈິງ ກໍ່ຄວນຈະເຮັດບາງຢ່າງ ໃຫ້ຄົນຮັບຮູ້ເພິ່ນ ຄືໃຫ້ໄດ້ຮັບຮູ້ວ່າ ເພິ່ນເປັນອີ່ຫຍັງ ເພິ່ນເປັນແນວໃດເນາະ. ຫາຍໄປ ຕ້ອງມີການໂອ້ລົມເນາະ ກ່ຽວກັບນານາຊາດ ກ່ຽວກັບສິດທິ ຂອງຄົນ ເຣຶ່ອງຂອງມະນຸສ.”

ກ່ອນໜ້າທີ່ ທ່ານ ສົມບັດ ສົມພອນ ຈະຖືກລັກພາໂຕ ແລ້ວຫາຍສາບສູນໄປນັ້ນ ທ່ານໄດ້ເຮັດວຽກຮ່ວມກັບ ບັນດານັກເຄື່ອນໄຫວ ສົ່ງເສີມສິ່ງເເວດລ້ອມ ແລະ ການພັທນາທີ່ຍືນຍົງ ພາຍໃນປະເທດລາວ ແລະ ປະເທດໄທ ຢ່າງຕໍ່ເນື່ອງ ໂດຍຈຸດທີ່ທ່ານເນັ້ນຫນັກ ໃນການເຮັດວຽກຂອງທ່ານ ແມ່ນເປັນການ ໃຫ້ຄວາມສໍາຄັນ ກັບບຸກຄົນໃນທ້ອງຖິ່ນ ທີ່ບໍ່ທັນມີອໍານາດຕໍ່ລອງໃດໆ ທາງສັງຄົມ ເພື່ອໃຫ້ພວກເຂົາເຈົ້າ ເຂົ້າມາມີສ່ວນຮ່ວມ ໃນການອານຸຮັກ ສິ່ງແວດລ້ອມ ແລະ ປົກປ້ອງຊຸມຊົນ ຂອງພວກເຂົາເຈົ້າ ໃຫ້ມີຄວາມເຂັ້ມແຂງ ຫລາຍຂຶ້ນ.

ດັ່ງ ທ່ານ ນິວັດ ຮ້ອຍແກ້ວ ກ່າວຕື່ມ ໃນມື້ດຽວກັນວ່າ:

“ນັກພັທນາ ທີ່ຫລິງເຫັນຄວາມສໍາຄັນ ຂອງຄົນ ຄົນທ້ອງຖິ່ນເນາະ. ແນມເຫັນຄວາມສໍາຄັນ ຂອງສິ່ງແວດລ້ອມ ຂອງຊັພຍາກອນ ວ່າມັນຄຸນຄ່າ ຕໍ່ມະນຸສເນາະ. ໃນແນວທາງ ທີ່ອ້າຍໄດ້ສັມຜັດເພິ່ນເນາະ ໄດ້ເຫັນແນວຄວາມຄິດເພິ່ນ.”

ນັບແຕ່ ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ແລ້ວຖືກບັງຄັບ ໃຫ້ຫາຍສາບສູນໄປນັ້ນ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ພັດມີໜ້ອຍທີ່ສຸດ ໃນການອອກມາ ຖະແຫລງຂ່າວ ເຖິງຄວາມຄືບໜ້າ ໃນການຊອກຫາທ່ານ ສົມບັດ ໃຫ້ແກ່ຄອບຄົວ ແລະ ປະຊາຊົນທົ່ວໄປ ໄດ້ຮັບຮູ້. ຂະນະດຽວກັນ ສື່ສັງຄົມອອນລາຍນ໌ຕ່າງໆ ພັດມີການນໍາສະເນີ ກ່ຽວກັບການຫາຍສາບສູນໄປ ຂອງທ່ານ ສົມບັດ ແບບຈໍາກັດ ແລະ ບໍ່ຕໍ່ເນື່ອງ.

ດັ່ງຜູ້ທີ່ເຄີຍເຮັດວຽກນໍາ ທ່ານ ສົມບັດ ສົມພອນ ນາງນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວວ່າ:

“ອີ່ຕົນເນາະ ບໍ່ມີອີ່ຫຍັງເລີຍ ຊິມີໄດ້ຈັງໃດ ເພາະວ່າ ບໍ່ມີຜູ້ໃດໄດ້ໄປຊອກໄປຫາ ໃຫ້ເຮົາເດ້ເນາະ ເຮົາກໍ່ບໍ່ຮູ້ຊິໄປ ມິດເລີຍ. ເພິ່ນກໍບໍ່ຮູ້ຊິເຮັດຈັ່ງໃດ ບໍ່ມີເດ້ ບໍ່ໄດ້ລົງອີ່ຫຍັງເລີຍ ສ່ວນຄົນຮຸ້ນໃໝ່ໃນລາວ ພັດບໍ່ຄ່ອຍມີໃຜຮູ້ຈັກ ມີແຕ່ຄົນທີ່ເຮັດວຽກນໍາ ຊິຮູ້ຈັກເນາະ. ບໍ່ທັນໄດ້ມີຂ່າວອີ່ຫຍັງເທື່ອ.”

ເປັນໃນໄລຍະເກືອບ 10 ປີ ແລ້ວ ທີ່ທ່ານສົມບັດ ສົມພອນ ຖືກລັກພາໂຕໄປ ແລ້ວຖືກບັງຄັບ ໃຫ້ຫາຍສາບສູນ ແຕ່ຣັຖບານລາວ ບໍ່ມີຄໍາຕອບແນວໃດ ໃຫ້ກັບທາງຄອບຄົວ ແລະ ອົງການຈັດຕັ້ງ ສາກົລຕ່າງໆ ເຊິ່ງສະທ້ອນໃຫ້ເຫັນວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີທ່າທີ ການສະແດງຄວາມຈິງໃຈ ທີ່ຈະຕິດຕາມຄະດີ ເພື່ອຊອກຫາໂຕທ່ານ ທັ້ງທີ່ມີຫລັກຖານ ຢ່າງຈະແຈ້ງ ເປັນຄລິບ ວີດີໂອ ແລະ ກ້ອງວົງຈອນປິດ ໃນມື້ສຸດທ້າຍ ທີ່ທ່ານຖືກລັກໂຕໄປ.

ດັ່ງ ທ່ານ ໂຈເຊປ ອັກຄະຣະວົງ ນັກເຄື່ອນໄຫວ ທາງສັງຄົມ ຊາວລາວ ທີ່ຕອນນີ້ ໄດ້ລີ້ພັຍທາງການເມືອງ ຢູ່ທີ່ປະເທດຝຣັ່ງເສດ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 14 ພຶສຈິກາ ນີ້ວ່າ:

“ມັນບໍ່ຍຸຕິທັມ ສໍາລັບໂຕລາວ (ທ່ານສົມບັດ ສົມພອນ) ແລະ ຄອບຄົວລາວ (ຄອບຄົວຂອງທ່ານສົມບັດ ສົມພອນ) ແລະ ມັນກໍ່ເປັນການກະທໍາ ທີ່ມັນສະທ້ອນເຖິງວ່າ ສັງຄົມລາວ ເປັນສັງຄົມທີ່ປ່ອຍໃຫ້ມີເຫດການ ການອູ້ມຄົນຫາຍໄປໄດ້ ໃນປະເທດຂອງໂຕເອງ ເຊິ່ງຈະເປັນກາກະທໍາ ໂດຍເຈົ້າໜ້າທີ່ຣັຖ ຫລືວ່າ ປະຊາຊົນ ກະທໍາຕໍ່ກັນ ມັນກໍ່ບໍ່ຄວນ ທີ່ຈະໃຫ້ເກີດຂຶ້ນເນາະ ເຫດການແບບນີ້.”

ທ່ານກ່າວຕື່ມວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄວນຣາຍງານ ຄວາມຄືບໜ້າ ກ່ຽວກັບການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ໃຫ້ແກ່ຄອບຄົວ ແລະ ປະຊາຄົມສາກົລໄດ້ຮັບຮູ້ ເພື່ອເປັນການສະແດງໃຫ້ເຫັນວ່າ ປະເທດລາວ ປົກຄອງດ້ວຍກົດໜາຍ ຍ້ອນວ່າ ເຫດການໃນລັກສະນະດັ່ງກ່າວນີ້ ບໍ່ຄວນເກີດຂຶ້ນ ແລະ ຖ້າຫາກວ່າ ທ່ານ ສົມບັດ ສົມພອນ ມີຄວາມຜິດແນວໃດ ກໍຄວນຈະດໍາເນີນຄະດີ ຕາມຂະບວນການຍຸຕິທັມ ບໍ່ແມ່ນ ເປັນການບັງຄັບ ໃຫ້ຫາຍສາບສູນ ດັ່ງທີ່ເກີດຂຶ້ນກັບ ທ່ານສົມບັດ ສົມພອນ ທີ່ເປັນນັກພັທນາ ອາວຸໂສ ດີເດັ່ນຊາວລາວ ທີ່ໄດ້ຮັບຣາງວັນ ແມ໊ກໄຊໄຊ (Magsaysay Award) ອັນມີກຽດເຊີດຊູຍິ່ງ ປຽບດັ່ງຣາງວັນ ໂນເບລແຫ່ງ ເອເຊັຽ ສາຂາການພັທນາຊຸມຊົນ ທ່ານມີອາຍຸ 60 ປີ ໃນເວລາທີ່ທ່ານຖືກລັກພາໂຕ. ທ່ານອາສັຍຢູ່ບ້ານໂຄກນິນ, ໜ່ວຍ 02, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ກັບຄອບຄົວ. ທ່ານໄດ້ຖືກ ກຸ່ມເຈົ້າໜ້າທີ່ ກັກຣົຖທ່ານ ຢູ່ຕໍ່ໜ້າ ໂຮງຮຽນເຕັກນິກ ການຊ່າງ ລາວ-ເຢັຽຣະມັນ ທີ່ຖນົນທ່າເດື່ອ, ຖືກລັກພາໂຕ ຂຶ້ນຣົຖໃຫຍ່ ແລະ ກໍ່ຫາຍສາບສູນ ໄປພ້ອມກັບຣົຖຈີ້ບ ເລກທະບຽນ ກກ 2624 (ສີຂຽວເຂັ້ມ) ໃນມື້ວັນທີ 15 ທັນວາ 2012 ເວລາປະມານ 6 ໂມງແລງ ເຖິງແມ່ນວ່າ ໄລຍະເວລາເກືອບຈະຮອດ 10 ປີແລ້ວ ແຕ່ຢ່າງໃດກໍ່ຕາມ ພັດບໍ່ມີຄວາມຄືບໜ້າ ແນວໃດເທຶ່ອ ທີ່ກ່ຽວຂ້ອງກັບການຊອກຫາໂຕ ທ່ານ ສົມບັດ ສົມພອນ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.