10 ປີ ທ່ານ ສົມບັດ ຖືກລັກພາໂຕ ແຕ່ ພັນຣະຍາ ຍັງທວງຖາມຕໍ່

ວິທະຍຸເອເຊຍເສລີ: 02 ທັນວາ 2022

ກອງປະຊຸມ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນຫົວຂໍ້ທີ່ວ່າ “1000 ມື້ ທີ່ບໍ່ມີ ຄວາມຍຸທຕິທັມ” ຈັດຂຶ້ນຢູ່ ບາງກອກ ປະເທດໄທຍ ຫຼາຍປີກ່ອນໜ້ານີ້.

ອຸ່ນແກ້ວ

ການ​ຮອດ​ປັດ​ຈຸ​ບັນ ວັນ​ທີ 2 ທັນ​ວາ 2022 ກໍ​ເປັນ​ວັນໃກ້​ຈະ​ຄົບ​ຮອບ 10 ​ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ​ດີ​ເດັ່ນ​ຂອງ​ລາວ. ຫວນ​ຄືນ​ເຫດ​ການ ທ່ານ ສົມບັດ ສົມ​ພອນ ຖືກ​ລັກ​ຖາ​ໂຕ ໃນ​ວັນ​ທີ 15 ທັນ​ວາ 2012 ຢູ່​ຕໍ່​ໜ້າ​ປ້ອມ​ຍາມ​ຕຳ​ຣວດ ເຂດ​ບ້ານ​ວັດ​ນາກ ຖ​ນົນ​ທ່າ​ເດື່ອ ເມືອງ ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ. ຈາກວັນ​ທີ່ ທ່ານ ສົມ​ບັດ ຖືກ​ລັກ​ພາ​ໂຕ​ໄປ ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ເປັນ​ເວ​ລາເກືອບ 10 ປີ, ຍາ​ນາງ ສຸຍ ເມັງ (Shui Meng) ພັ​ນຣະ​ຍາ​ຂອງ​ທ່ານ​ສົມ​ບັດ ກໍ​ຍັງ​ຄົງ​ທວງ​ຖາມ ແລະ ຊອກ​ຫາ ທ່ານ ສົມ​ບັດ ຢູ່. ຍາ​ນາງ ສຸຍ ເມັງ (Shui Meng) ໄດ້​ໃຫ້ສັມພາດ​ຕໍ່ ວິທຍຸ ​ເອ​ເຊັຽ​ ເສ​ຣີ ວ່າ:

ນັກ​ຂ່າວ: ເປັນ​ຈັ່ງໃດ ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ​ໄປ ​ເປັນ​ເວ​ລາ 10 ປີນີ້. ມີ​ຂ່າວ​ຄາວ​ຫຍັງ​ແດ່?

ຍາ​ນາງ ສຸຍ ເມັງ (Shui Meng): “10 ແລ້ວ ກະ​ບໍ່​ມີ​ຂ່າວ​ອີ່​ຫຍັງ​ເລີຍ ຫຼາຍ​ປີ​ມານີ້ ກໍ​ແຫ່ງບໍ່​ມີ​ຂ່າວ​ຫຍັງ. ບໍ່​ໄດ້​ຄຳ​ຕອບ ກະ​ບໍ່​ມີ​ຜູ້​ໃດ​ພົວ​ພັນ​ນຳ ກະ​ບໍ່​ມີ​ຜູ້​ໃດ​ຖາມ​ຫາ​ກ່ຽວ​ກັບ​ເພິ່ນ ລະ​ກະ​ບໍ່​ມີຂ່າວ​ຫຍັງ.

ຫຼັງ​ຈາກ​ປີທີ 2, ປີທີ 3 ກະ ທຳອິດ​ກະ​ຍັງ​ມີ ຍັງ​ຂຽນ​ຈົດ​ໝາຍ. ບໍ່​ໄດ້​ຮັບ​ຄຳ​ຕອບ​ໂດຍ​ກົງ​ ກະມີ​ຄົນ​ເວົ້າ​ເຖິງ​ຢູ່ ແຕ່​ວ່າ 7-8 ປີ​ມາ​ແລ້ວ ປັດ​ຈຸ​ບັນ ບໍ່​ມີ​ຂ່າວຍ​ຫຍັງເລີຍ.”

ນັກ​ຂ່າວ: ໃນ​ສ່ວນ​ຂອງເຈົ້າ​ໜ້າ​ທີ່​ ທາງ​ການ​ລາວ​ເດ້?

ຍາ​ນາງ ສຸຍ ເມັງ (Shui Meng): “ແຫ່ງ​ຊິບໍ່​ມີ ທາງ​ກາ​ນ​ລາວ​ແຕ່​ໃດ​ມາ​ ກະບໍ່​ໄດ້​ເວົ້າ​ເຖິງ ແລະ ບໍ່​ໄດ້​ໂດຍ​ກົງ ​ເວົ້າບໍ່​ໄດ້​ໂດຍ​ກົງ ພົບ​ຂ້ອຍ​ຈັກ​ເທື່ອ​ນະ ເຂົາ​ເຈົ້າ​ຖື​ຂ້ອຍບໍ່​ແມ່ນ​ຄົນ​ລະ​ນະ ບໍ່​ໄດ້​ມາ​ພົວ​ພັນ​ນຳ​ຂ້ອຍໂດຍ​ກົງ​ເລີຍ.”

ນັກ​ຂ່າວ: ຕ​ລອດ 10 ປີ ມານີ້ ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່ ຈາກ​ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມ​ພອນ?

ຍາ​ນາງ ສຸຍ ເມັງ (Shui Meng): “ສິ່ງ​ທີ່​ຂ້ອຍ​ໄດ້​ສ​ລຸບ​ມາ ນຶ່ງ​ແມ່ນ ເຈົ້າ​ໜ້າ​ທີ່ ບໍ່​ຍອມ​ຮັບ​ວ່າ ສົມ​ບັດ ຖືກ​ລັກພາ​ໂຕ​ໄປ. ເຂົາ​ເຈົ້າ​ບໍ່​ໄດ້​ເວົ້າ​ອີ່​ສັງກັບ​ທາງນີ້. ຮູ້​ສຶກວ່າ ເຂົາ​ເຈົ້າ​ຢາກ​ໃຫ້​ທຸກ​ຄົນ ​ບໍ່​ຄຶດ​ເຖິງ ອັນ​ນີ້ ແມ່ນ​ຄຶດ​ວ່າ ອັນ​ນີ້ ແມ່ນ​ວິ​ທີ​ການ ຂະ​ເຈົ້າ​ເຮັດ​ຈັ່ງ​ຊີ້​. ກະ​ບໍ່​ໃຫ້​ຄຳ​ຕອບ ແລະ ບໍ່​ໃຫ້​ຄົນ​ຄຶດ​ເຖິງ ເຂົາ​ເຈົ້າ​ກະ​ບໍ່​ໄດ້​ສະ​ແດງວ່າ ຕໍ່​ເຫດ​ການ​ໂຕນີ້ ເຂົາ​ເຈົ້າ​ມີ​ຄວາມ​ຮັບ​ຜິດ​ຊອບ​ຫຍັງ ບໍ່​ຢາກ​ຮັບ​ຜິດ​ຊອບ​ຫຍັງ​ເລີຍ ແທນ​ທີ່​ວ່າ ມີ CCTV ມັນ​ແຈ້ງ​ອອກ​ມາ ເຂົ້າ​ເຈົ້າ ໝາຍ​ຄວາມ​ວ່າ ບໍ່​ຢາກ​ຮັບ​ຜິດ​ຊອບ ກັບ​ເຣື່ອງນີ້​ເລີຍ.”

ນັກ​ຂ່າວ: ແລ້ວ​ເນື່ອງ​ໃນ 10 ປີ ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມ​ພອນ ທາງ​ຄອບ​ຄົວ ຈະ​ໄດ້​ເຮັດ​ກິ​ຈ​ກັມ​ຫຍັງ ເພື່ອ​ລໍາ​ລຶກ​ເຖິງ​ເພິ່ນ?

ຍາ​ນາງ ສຸຍ ເມັງ (Shui Meng): “ຄອບ​ຄົວ​ເຮົາ ຂະ​ເຈົ້າ​ເປັນ​ຄົນ​ລາວ​ເນາະ ກະ​ເວົ້າ​ຫຍັງ​ກະ​ບໍ່​ໄດ້ ແຕ່​ສ່ວນ​ຫຼາຍ​ ກະ​ບໍ່​ໄດ້​ເວົ້າ​ຫຍັງ ມີ​ແຕ່​ທຸກໆ ປີເນາະ ເຂົາ​ກະ​ເຮັດ​ບຸນ​ໃຫ້​ເພິ່ນ ໄປ​ວັດ​ເຮັດ​ບຸນ​ໃຫ້​ເພິ່ນ.

ຄົບ​ຮອບ​ວັນ​ທີ 15 ຂອງ​ທຸກ​ປີ ເຮົາ​ກະ​ເຮັດ​ບຸນ​ໃຫ້​ເພິ່ນ ອັນ​ນີ້ ເປັນ​ພີ່​ນ້ອງ​ຄົນ​ລາວ​ເຮົາ​ເນາະ ແຕ່ ຂ້າ​ພະ​ເຈົ້າ​ເອງ​ ກະ​ຕ້ອງ ສືບ​ຕໍ່ ຕໍ່​ສູ້ ບໍ່​ໃຫ້​ຄົນ​ເຮົາ​ລືມ​ວ່າ ເຫດ​ການ​ໂຕນີ້ ຍັງ​ບໍ່​ໄດ້​ແກ້​ໄຂ ແລະ ກະ​ຍັງ​ຕໍ່​ສູ້​ເວົ້າ​ນຳ​ຣັ​ຖ​ບານ ທາງນອກ​ເນາະ ກະ​ຜູ້​ທີ່​ວ່າ ມີ​ຫ້ອງ​ການ​ຢູ່ນີ້ ກະ​ໄດ້ພໍ້​ເຂົາ​ ເຂົາກະ​ຊຸກ​ຍູ້​ ເຂົາ​ເຈົ້າ​ວ່າ ຊ່ວຍ​ແກ້​ໄຂ​ ບັນ​ຫາ​ໂຕນີ້​ແດ່ ເວົ້າ​ເຖິງ ຖາມ​ຫາ ເຫດ​ການ​ຂອງ​ ສົມ​ບັດ ສົມ​ພອນ ປັດ​ຈຸບັນ​ຮອດ​ໃສ​ແລ້ວ. ກະ​ມີ​ແຕ່ ທຸກ​ປີ​ກະ​ຍັງ​ສູ້​ຢູ່.”

ນັກ​ຂ່າວ: ແຕ່​ວ່າ ໃນ​ສ່ວນ​ອົງ​ການ​ ພາກ​ປະ​ຊາ​ສັງ​ຄົມ ​ທີ່​ເປັນ ເພື່ອນ​ຮ່ວມ​ອຸ​ດົມ​ການ ຂ​ອງ​ທ່ານ ສົມ​ບັດ ສົມ​ພອນ ເດ້?

ຍາ​ນາງ ສຸຍ ເມັງ (Shui Meng): “ອົງ​ກອນ​ພາຍ​ນອກ ​ກໍ​ຍັງ​ເຮັດ​ຢູ່ ໂດຍ​ສະ​ເພາະ​ ເປັນ​ອົງ​ການ Human Rights Organizations ແລະ ເຄືອ​ຂ່າຍ​ຢູ່​ທາງນອກ ເຂົາ​ເຈົ້າ​ກະ​ຍັ​ງ​ຖາມ​ຫາ​ຢູ່ ສືບ​ຕໍ່​ຢູ່ ແຕ່​ວ່າ ຍ້ອນ​ຊ້ວງ​ໂຄວິດ​ເນາະ ກະ​ໂອ​ກາດ​ທີ່​ວ່າ​ໄປ​ປະ​ຊຸມບໍ່ ຈັດ​ຕັ້ງ​ປະ​ຊຸມ ກໍ​ບໍ່​ໄດ້​ມີ​ໂອ​ກາດ​ຫຼາຍ​ປານ​ໃດ,

ແຕ່​ວ່າ ເຣີ່ມ​ມີ​ອີກ​ແລ້ວ ເຣີ່ມ​ມີ​ອີກກະ ຖ້າ​ວ່າ ອົງ​ກອນ​ໃດ ເຊີນ​ຂ້າ​ພະ​ເຈົ້າ​ໄປ ອອກ​ຄຳ​ເຫັນ​ຂ້ອຍ​ກະ​ໄປ. ອົງ​ກອນ​ຢູ່​ພາຍ​ນອກ​ ຢູ່​ບາງກອກ​ເນາະ ຢູ່​ໄທ​ຍ​ເນາະ ​ມີ​ກິ​ຈ​ກັມ ຄື ສົມ​ບັດ Symposium ເນາະ.

ກະ​ແຕ່​ກ່ອນ​ໂຄວິດ ທຸກ​ປີ​ກະ​ໄດ້​ຈັດ ເນາະ ປີນີ້ ກະ​ເຣີ່ມ​ຈັດ​ອີກ​ແລ້ວ ພາຍ​ໃນ​ເດືອນ 12 ກະ​ມີ 2-3 ກິ​ຈ​ກັມ​ຈັ່ງ​ຊີ້ ມັນ​ຄົບ​ຮອບ 10 ປີ​ເນາະ ເຂົາ​ເຈົ້າ​ກະຖື​ໂອ​ກາດ​ຄົບ​ຮອບ 10 ປີ, ແຕ່​ປີ​ກາຍ​ເນາະ ປີ​ກາຍ​ກະ Shi Meng ກໍ​ຂຽນ​ປຶ້ມ​ຫົວ​ນຶ່ງ ແລ້ວ​ເນາະ ກະປີ​ກາຍ ກະ​ໄດ້​ອອກ​ປຶ້ມ​ຫົວ​ນຶ່ງ ເຣື່ອງ​ກ່ຽວ​ກັບ​ສົມ​ບັ​ດ​ ເນາະ ແລະ ກະ​ໄດ້​ຈັດ​ຢູ່​ບາງກອກ​ຄື​ກັນ.”

ນັກ​ຂ່າວ: ສຸດ​ທ້າຍນີ້ ຢາກ​ຝາກ​ເຖິງ​ໃຜ ກ່ຽວ​ກັບ​ວ່າ ທ່ານ ສົມ​ບັດ ສົມ​ພອນ ໄດ້​ຖືກ​ລັກ​ພາ​ໂຕ​ໄປ ເຮົາ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ ແນວ​ໃດ ເຮົາ​ໄດ້​ຮັບ​ຄວາ​ມ​ທໍ​ຣະ​ມານ​ແນວ​ໃດ ໃນ​ຖາ​ນະ​ເປັນ​ພັ​ນຣະ​ຍາ ​ຜູ້​ນຶ່ງ?

ຍາ​ນາງ ສຸຍ ເມັງ (Shui Meng): “ນີ້​ຂ້ອຍ​ກະ​ຂຽນ​ດ້ວຍ​ສະ​ເຕດ​ເມັ້ນ ເນາະ ຊິ​ອອກ​ພາຍ​ໃນ​ວັນ​ທີ 15 ເນາະ ແລະ ກະ​ຊິ​ມີ​ສະ​ເຕດ​ເມັ້ນ​ນ​ເນາະ ອັນ​ນີ້ ກະ​ແມ່ນ​ຮ້ອງ​ຂໍ​ເນາະ ຮ້ອງ​ຂໍ​ໃຫ້​ຣັ​ຖ​ບານ ກະ​ໃຫ້​ຄຳ​ຕອບ​ເນາະ ຜູ້​ກ່ຽວ​ຂ້ອງ​ເນາະ ເຈົ້າ​ໜ້າ​ທີ່​ລາວ ຕ້ອງ​ໃຫ້​ຄຳ​ຕອບ ແລະ ຮ້ອງ​ຂໍ​ບັນ​ດາ​ປະ​ເທດ​ເພື່ອນ​ມິຕ ເນາະ ກະ​ຢ່າ​ຊິ​ລືມ ອັນ​ນີ້ ກະ Case ກໍ​ຣະ​ນີ ຂອງ​ສົມ​ບັດ ຍັງ​ບໍ່​ທັນ​ໄດ້​ຖືກ​ແກ້​ໄຂ​ເທື່ອ ແລະ ຮ້ອງຂໍອົງການ Organizations ຕ່າງໆ ກະ​ຢ່າ​ຊິ​ລືມ ອັນ​ນີ້ ກະ​ຄົບ​ຮອບ 10 ປີ​ລະ ຍັງ​ບໍ່​ທັນ​ໄດ້​ມີ​ຄໍ​າ​ຕອບ​ຈັກ​ເທື່ອ.”

ນັກ​ຂ່າວ: ຄຳ​ຖາມ​ສຸດ​ທ້າຍ ເຮົາ​ຍັງ​ຈະ​ສື​ບ​ຕໍ່​ທວງ​ຖາມ​ຕໍ່​ໄປ​ເບາະ ເຖິງວ່າ ຈະ​ບໍ່​ໄດ້​ຮັບ​ຄຳ​ຕອບ?

ຍາ​ນາງ ສຸຍ ເມັງ (Shui Meng): “ຂ້ອຍ​ຈະ​ຕ້ອງ​ສືບ​ຕໍ່ ຂ້ອຍ​ກະ​ເຮັດ​ຕໍ່ ຈົນ​ກວ່າ ຂ້ອຍບໍ່​ມີ​ຊີ​ວິຕ​ແລ້ວ ເພາະ​ວ່າ ເຣື່ອງນີ້ ບໍ່​ແມ່ນ​ຊິ​ລືມ​ໄດ້ ຂ້ອຍ​ກໍ​ຕ້ອງ​ເຮັດ​ຕໍ່ ເພາະ​ວ່າ ຂ້ອຍ​ຍັງ​ມີ​ຊີ​ວິຕ.”

​ນອກ​ຈາກນີ້ ຍານາງ ສາລມາລີ ກັຕທັລ (Shalmali Guttal), ຜູ້​ອຳ​ນວຍ​ການ ອົງ​ການ Focus on the Global South ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ ແລະ ເປັນ​ຜູ້​ທີ່​ເຄີຍ​ຮ່ວມ​ງານ ​ກັບ​ທ່ານ ສົມ​ບັດ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ ເສ​ຣີ ວ່າ: “ເປັນ​ເວ​ລາເກືອບ 10 ຫຼັງ​ຈາກ ທ່ານ ສົມ​ບັດ ຖືກ​ລັກ​ພາ​ໂຕ​ໄປ ບໍ່​ສະ​ເພາະ​ແຕ່ບໍ່​ມີ​ຄວາມ​ຄືບ​ໜ້າ ​ໃນ​​ການ​ຫາຍ​ສາບ​ສູນ​ ຂອງ​ທ່ານ​, ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ, ບໍ່​ມີ​ການສືບ​ສວນ​ສອບ​ສວນ, ບໍ່​ມີ​ຄຳ​ອະ​ທິ​ພາບ. ແມ່​ແຕ່​ຄວາມ​ຈິງ​ທີ່​ວ່າ ບໍ່​ມີ​ຮອດ​ການ​ສະ​ແດງ​ຄວາມ​ເສັຽ​ໃຈ ແລະ ບໍ່​ມີ​ການ​ຄົ້ນ​ຫາ​ແນວ​ໃດ ຈາກ​ທາງ​ການ​ລາວ ແລະ ໃນ​ເວ​ລາ​ດຽວ​ກັນ ​ການ​ທີ່​ຄົນ​ລາວ ຫາຍ​ສາບ​ສູນຄື ທ່ານ ສົມ​ບັດ ມັນ​ເປັນ​ການ​ສູນ​ເສັຽ ບຸກ​ຄົນ​ທີ່​ມີ​ຄຸນ​ຄ່າ​ ​ທ່າງ​ສັງ​ຄົມ.”

ຍານາງ Shalmali Guttal, ຍັງ​ກ່າວ​ຕື່ມ​ວ່າ: “ອາ​ສ​ຍາ​ກັມ ກາ​ນ​ບັບ​ຄັບ​ໃຫ້​ຫາຍ​ສາບ​ສູນ ຍັງ​ຄົນ​ງ​ເກີດ​ຂຶ້ນ ຄອບ​ຄົວ​ຂອງ​ທ່ານ ສົມ​ບັດ ກໍ​ຍັງ​ບໍ່​ຮູ້​ວ່າ ແມ່ນ​ຫຍັງ​ເກີດ​ຂຶ້ນ ສະ​ນັ້ນ​ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ ​ຫຍັງ​ອອກ​ມາ, ບໍ່​ວ່າ ຈະ​ຢູ່​ລະ​ບອບ​ການ​ເມືອງ​ໃດ​ກໍ​ຕາມ ຣັ​ຖ​ບານຈະ​ຕ້ອງ​ຮັບ​ຜິດ​ຊອບ ​ຕໍ່​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ ​ຂອງ​ພົ​ລ​ເມືອງ​ໂຕ​ເອງ ສ​ເມີ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທີ່​ຜ່ານ​ມາ ທາງ​ການລາວ ​ກໍ​ອອກ​ມາ​ປະ​ຕິ​ເສດ​ວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ ​ກັບການ​ລັກ​ພາ​ໂຕ​ ທ່ານ ສົມ​ບັດ ສົມ​ພອນ ແລະ ຢືນ​ຢັນ​ວ່າ ຍັງ​ຄົງ​ພະ​ຍາ​ຍາມ ສືບ​ຫາ​ ທ່ານ ສົມ​ບັດ ສົມ​ພອນ ຢູ່.

ສ່ວນ​ວ່າ ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ສັງ​ຄົມ ຢູ່​ປະ​ເທດ​ໄທ​ຍ ໃນ​ວັນ​ທີ 2 ທັນ​ວາ 2022 ໄດ້​ຈັດ​ກິ​ຈ​ກັມເວົ້າເຖິງ ​ຜົ​ລ​ງານ​ຂອງ​ທ່ານ ສົມ​ບັດ ສົມ​ພອນ ຢູ ຈຸ​ລາ​ລົງ​ກອນ ມະ​ຫາ​ວິ​ທະ​ຍາ​ໄລ, ບາງກອກ ປະ​ເທດ​ໄທ​ຍ.

ວັນ​ທີ 13 ທັນ​ວາ 2022 ຈະ​ມີ​ການ​ຖ​ແລງ​ຂ່າວ ກ່ຽວ​ກັບ ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມ​ພອນ ຄົບ​ຮອບ 10 ປີ ຢູ່ ສະ​ມາ​ຄົບ​ນັກ​ຂ່າວ​ ຕ່າງ​ປະ​ເທດ ​ແຫ່ງ​ປະ​ເທດ​ໄທ​ຍ ຢູ່ ບາງກອກ.

ວັນ​ທີ 14 ທັນ​ວາ 2022 ຈະ​ມີ​ການ​ບັນ​ຍາຍ​ສ​ລຸບ ສຳ​ລັບ ທູ​ຕາ​ນຸ​ທູຕ ຢູ່​ສ​ຖານ​ທູຕ ສະ​ວີເດັນ, ບາງກອກ, ​ປະ​ເທດ​ໄທ​ຍ.

ວັນ​ທີ 15 ທັນ​ວາ 2022 ຈະ​ມີ​ການ​ເວົ້າ​ເຖິງ ​ປະ​ເດັນ​ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ຢູ່ ຫໍ​ສິລ​ປະ​ວັ​ທ​ນະ​ທັມກຸງ​ເທບ (ບາງກອກ), ປະ​ເທດ​ໄທ​ຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.