ທ່ານ ສົມບັດ ກັບ ແນວຄິດ ຄວາມສຸຂ ແບບຍືນຍົງ

ວິທະຍຸເອເຊຍເສລີ: 13 ທັນວາ 2022

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ໄດ້ຮັບຣາງວັນ ແມັກໄຊໄຊ ປີ 2005 ຖືກຫາຍສາບສູນ ໃນປີ 2012 ຈົນຮອດປັຈຈຸບັນ.

ທ່ານ ສົມ​ບັດ ສົມ​ພອນ ເປັນ​ຜູ້​ທີ່​ດຳ​ເນີນ​ການ ​ພັ​ທ​ນາ ແບບ​ເນັ້ນ​ເຖິງ​ຄວາມ​ສຸຂ ແບບ​ຍືນ​ຍົງ ກ່ອນ​ທີ່ ທ່າ​ນ​ຈະ​ຖືກ​ລັກ​ພາ​ໂຕ​.

ຄວາມ​ທຸ​ກ​ປະ​ກອບ​ມີ ທຸກ​ກາຍ, ທຸກ​ໃຈ ແລະ ທຸກ​ບັນ​ຍາ. ທ່ານ ສົມ​ບັດ ສົມ​ພອນ ເຄີຍ​ກ່າວ​ໄວ້​ວ່າ: “ຄວາ​ມ​ທຸກ​ອັນ​ນີ້ ທີ່​ວ່າ ສາ​ກົ​ນ ເຂົາ​ເນັ້ນ​ລາຍ​ຮັບ​ທີ່ບໍ່​ສູງ​ພໍ ຖ້າບໍ່​ເຖິງ 2 ໂດ​ລ້າ​ຣ໌ ຕໍ່​ມື້ ກະ​ຖື​ວ່າ​ທຸກ ດັ່ງສຳ​ລັບ​ຄວາ​ມ​ທຸກ ສຳ​ລັບ​ຂ້າ​ພະ​ເຈົ້າ​ນີ້ ຖື​ວ່າທຸກ​ກາຍF ທຸກ​ໃຈ ແລະ ກະ​ທຸກ​ບັນ​ຍາ ສາມ​ດ້ານນີ້.”

ການ​ເຮັດ​ໃຫ້ຫຼຸດ​ພົ້ນ​ ອອກ​ຈາກ​ຄວາ​ມ​ທຸກ​ຍາກ ຈະ​ຕ້ອງ​ແກ້​ໄຂ​ສິ່ງ​ດັ່ງ​ກ່າວ ແລະ ເສີມ​ຄວາມ​ຮູ້ ນັ້ນ​ຈະ​ເຮັດ​ໃຫ້ເກີດ​ຄວາມ​ສຸຂ ​ທີ່​ຖາ​ວອນ.

ທ່ານ ສົມ​ບັດ ກ່າວ​ຕື່ມ​ອີກວ່າ:

ຖ້າ​ວ່າ ການ​ພັ​ທ​ນາ ແລະ ການ​ສຶກ​ສາ​ຂອງ​ໄທ​ເຮົາ​ນີ້ ສົ່ງ​ເສີມ​ໃຫ້​ຄົນ​ເຮົາ​ ຫວິດ​ຈາກ​ທຸກ​ກາຍ ຫວິດ​ຈາກ​ທຸກ​ໃຈ ແລະ ກະ​ເສີມ​ພ​ລັງ​ປັນ​ຍາ ເຂົ້າ​ໄປ​ນຳ​ກັນ​ນີ້ ຖ້າ​ໄດ້​ສາມ​ຢ່າງນີ້ ພ້ອມ​ກັນ​ແບບ​ສົມ​ດຸນນີ້ ເຮົ​າ​ຈະ​ເຖິງ​ຄວາມ​ສຸຂ ​ແບບ​ຖາ​ວອນ ຫຼື​ວ່າ ວັ​ທ​ນາ​ຖາ​ວອນ ອັນ​ນັ້ນ ແມ່ນຄວາມ​ຍືນ​ຍົງ​ ຂອງ​ການ​ພັ​ທ​ນາ.”

ຫວນ​ຄືນ​ຕອ​ນ​ທີ່ ທ່ານ​ ສົມ​ບັດ ເຮັດ​ວຽກ​ກັບອົງ​ການການ Quaker ເຊິ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ຕ່າງ​ປະ​ເທດ ເພາະ​ວ່າ ໃນ​ຊຸມ​ປີ 1980 ຣັ​ຖ​ບານ ບໍ່​ອະ​ນຸ​ຍາດໃຫ້ຄົນ​ລາວ ຕັ້ງ​ອົງ​ການ​ຈັດ​ຕັ້ງ ​ພາ​ປະ​ຊາ​ສັງ​ຄົມ.

ທ່ານ ບ​ຣູສ ຊູ​ເມັກ​ເກີ ຜູ້​ທີ່​ເຄີຍ​ຮ່ວມ​ງານ​ກັບ​ ທ່ານ ສົມ​ບັດ ສົມ​ພອນ ໄດ້​ກ່າວ​ວ່າ:

ທ່ານ ສົມ​ບັດ ຢາກ​ເຮັດ​ໂຄງ​ການ​ກະ​ສິ​ກັມ ຂອງ​ຕົນ​ເອງ ແຕ່​ວ່າ ປະ​ເທດ​ລາວ ບໍ່​ອະ​ນຸ​ຍາດໃຫ້ຕັ້ງ NGO ຫຼື ອົງ​ການ​ຈັດ​ຕັ້ງ​ ພາ​ກ​ປະ​ຊາ​ສັງ​ຄົມ ສະ​ນັ້ນ ລາວ​ຈຶ່ງ​ເຮັດ​ເຮັດ​ພາຍ​ໃຕ້ ອົງ​ການ Quaker ນັ້ນ​​ຊ່ວຍໃຫ້ ​ສົມ​ບັດ ໄດ້​ເຮັດໂຄງ​ການ​ກະ​ສິ​ກັມ.”

ທ່ານ ບ​ຣູ​ສ ຊູ​ເມັກ​ເກີ ກ່າວ​ວ່າ:

“ທ່ານ ສົມ​ບັດ ໃຊ້​ເທັກ​ນິກ​ກະ​ສິ​ກ​ກັມ ​ຄັ້ງ​ແລກໃນ​ລາວເປັນ​ ເທັກ​ນິກ ​ທີ່​ບໍ່​ເຄີຍມີຢູ່​ລາວ ​ມາ​ກ່ອນ ລາວ​ເອີ້ນ​ວ່າ ການ​ເຮັດນາ​ແບບ​ປະ​ສົມ​ ປະ​ສານເປັນ​ການ​ເຮັດ​ນາ ແລະ ປູກ​ຜັກ​ ນຳ​ກັນໃຫ້​ຍື​ຍົງ ແຕ່​ວ່າ ​ຄົນ​ໃນ​ຣັຖບານ​ລາວ ບໍ່​ຮູ້ຈັກໃຊ້​ວຽກລາວ ໃນ​ໃນ​ທາງ​ນຶ່ງ ຣັຖ​ບານ ກໍຮັບ​ເອົາ​ໂຄງ​ການ​ ຊ່ວຍ​ເຫລືອ ແຕ່ ຣັຖບານ ພັດ​ລະ​ແວງ​ສົງ​ໄສ ຢ້ານ​ວ່າ​ມີ​ຫຍັງ​ແອບ​ແຝງ.”

ທ່ານ ສົມ​ບັດ ເປັນ​ຄົນ​ທີ່ບໍ່​ມັກ ​ມີ​ເຣື່ອງມີ​ຣາວ ກັບ​ໃຜ ນັບ​ແຕ່ສ​ມັຍ​ເປັນ​ນັກ​ຮຽນ​ ແລະ ທ່ານ​ກັບມາ​ປະ​ເທດ​ລາວ ກໍ​ເພື່ອ​ມາ​ຊ່ວຍປະ​ກອບ​ສ່ວນ ​ເຮັດ​ວຽກ​ເທົ່າ​ນັ້ນ.

ຍາ​ນາງ ຊຸມ​ເມັງ ພັ​ນຣະ​ຍາ ຂອງ​ ທ່ານ ສົມ​ບັດ ໄດ້​ກ່າວ​ວ່າ:

ທ່​ານ ສົມ​ບັດ ເປັນ​ຄົນບໍ່​ມັກ​ມີ​ເລື້ອງ​ກັບ​ໃຜ. ລາວບໍ່​ໄດ້​ມາແຂ່ງ​ຂັນ​ທາງ​ຄວາມ​ຄິດ ກັບ​ຣັຖບານ ລາວ​ພຽງ​ຕ້ອງ​ການປະ​ກອບ​ສ່ວນ ເທົ່າ​ນັ້ນ.”

ທ່ານ ສົມ​ບັດ ເປັນ​ບຸກ​ຄົນ​ຣິ​ເຣີ່ມ​ໃນ​ການ​ໃຊ້​ສື່ ວີ​ດີ​ໂອ ໃຫ້​ຊາວ​ນາ​ໄດ້​ຮຽນ​ຮູ້ ເພື່ອ​ໃຫ້​ເກີດຄວາມ​ຍືນ​ຍົງ.

ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ມັນ​ພົວ​ພັນ​ກັບເທັກ​ໂນ​ໂລ​ຢີ້ ດິ​ຈີ​ຕອລ ທີ່ມີ​ບົດ​ບາດ​ສຳ​ຄັນຫລາຍ ເຮົາ​ໃຊ້​ລະ​ບົບ​ດິ​ຈີນ​ຕອລ ໃຫ້ບົດຮຽນແກ່​​ຜູ້​ອື່ນ.

ທີມ​ງານ​​ຂອງ ທ່ານ ສົມ​ບັດ ​ຜ​ລິດສາ​ຣະ​ຄະດີ ໂຄງ​ການ​ຟື້ນ​ຟູ​ປ່າສົນ ທີ່ ທ່ານ ສົມ​ບັດ​ ເຮັດ​ຢູ່​ພາຍ​ໃຕ້​ ອົງ​ການ Quaker ຢູ່ ​ທົ່ງ​ໄຫ​ຫິນ.

ທ່ານ ບ​ຣູ​ສ ຊູ​ເມັກ​ເກີ ກ່າວ​ວ່າ:

ທ່ານ ສົມ​ບັດ ເຮັດ​ວຽກັບ​ເດັກ​ນ້ອຍ​ ຢູ​ແຂວງ​ສາ​ລະ​ວັນ ລາວ​​ພາ​ເຂົາ​​ ປູກ​ຕົ້ນສົນ ເພື່ອ​ປ້ອງ​ກັນ​ດິນ​ເຈື່ອນ ພະ​ນັກ​ງານ​ກະ​ສິ​ກັມ ແລະ ຊາວ​ບ້ານ ກໍແປ​ກ​ໃຈ  ແຕ່ ປະ​ກົດ​ວ່າ ມັນ​ໄດ້​ຜົນດີຫລາຍ.”

ນອກ​ຈາກນີ້ ທີມ​ງານ​ຂອງ ທ່ານ​ສົມ​ບັດ ຍັງ​ຜ​ລິ​ດ​ສາ​ຣະ​ຄະ​ດີ ວີ​ດີ​ໂອ ການ​ຟື້ນ​ຟູ​ປ່າ​ນາ​ອູ ເຊິ່ງ​ຜູ້​ຮ່ວມ​ງານ​ພາກ​ຣັ​ຖໃຫ້​ຄວາມ​ສົນ​ໃຈ ​ກ່ຽວ​ກັບ​ເຣື່ອງນີ້.   

ໃນ​​ຊຸມ​ປີ 90 ທ່ານ ສົມ​ບັດ ​ໄດ້​ຮັບໄຟ​ຂຽວໃຫ້ເປີດ ສູນ​ອົບ​ຮົບ​ ຮ່ວມ​ພັດ​ທະ​ນາ ຫລື ສູນ “ປາ​ແດກ” ເພື່ອ​ເຮັດ​ວຽກ​ກັບ​ຊຸມ​ຊົນ ແລະ ຖື​ວ່າ ເປັນ​ອົງ​ການ​ ພາກ​ປະ​ຊາ​ສັງ​ຄົມ ​ອີກ​ຮູບ​ແບບ​ນຶ່ງ.

ວຽກ​ງານ ແລະ ກິ​ຈ​ກັມ ສ່ວນ​ໃຫຍ່ ຢູ່​ສູນ​ປາ​ແຕກ ແມ່ນ​ຈະ​ເນັ້ນ ການວາງ​ແຜນ​ ແບບ​ມີ​ສ່ວນ​ຮ່ວມ ເພື່ອ​ໃຫ້ພາກ​ຣັ​ຖ​​ເຫັນ ການ​ມີ​ສ່ວນ​ຮ່ວມ ​ຂອງ​ຊຸມ​ຊົນ ແລະ ໃຫ້​ຊຸມ​ຊົນ ເປັນ​ເຈົ້າ​ຂອງ ​ໂຄງ​ການ.

ນອກ​ຈາກນີ້ ທ່ານ ສົມ​ບັດ ມີ​ແນວ​ຄິດ​ປະ​ຕິ​ວັດ ​ໃນ​​ຄວາມ​ເປັນ​ເຈົ້າການ ​ຈຸດ​ປະ​ກາຍ ແລະ ການ​ສົ່ງ​ເສີມ​ກຸ່ມ​ໄວ​ໜຸ່ມ ໃຫ້ຄິດ​ວິ​ເຄາະ.

ທີມ​ງານ​ຂອງ ທ່ານ ສົມ​ບັດ ຄົນ​ນຶ່ງ ໄດ້​ກ່າວ​ວ່າ:

ຮູ້​ຈັກສົມ​ບັດ ຕອນຂ້ອຍເປັນ​ອາ​ສາ​ສະ​ໝັກ ​ຢູ່​ ສູນປາ​ແດກ ປົກ​ກະ​ຕິ​ ສົມ​ບັດ ຈະ​ເຮັດວຽກໃກ້​ຊິດກັບທີມ​ງານ​ສື່ ຂ້ອຍ​ເຮັດ​ວຽກ​ກັບ​ທີມ​ງານ​ສື່ ແລະ ຮູ້​ຈັກ​ສົມ​ບັດ ເວົ້າ​ແທ້ ລາວ​ເປັນ​ວິ​ຣະ​ບຸ​ຣຸສ ​ຂອ​ງ​ຂ້ອຍຄົນ​ນຶ່ງ ລາວ​ເວົ້າ​ສະ​ເໜີ​ວ່າ ກາ​ນ​ສອນ​ຄົນ​ໃຫ້​ລອຍ​ນ້ຳນັ້ນ​ ຕ້ອງ​ເອົາ​ຄົນ ລົງ​ມາ​ໃນ​ສະ​ລອຍ​ນ້ຳ.” 

ທ່ານ ສົມ​ບັດ ​ປັບ​ປຸງຕົວ​ແບບ​​ພັດ​ທະ​ນາ ​​ຍືນ​ຍົງສະ​ເພາະ.

ທ່ານ ສົມ​ບັດ ເຄີຍ​ກ່າວ​ເອົາ​ໄວ້​ວ່າ:

ຄິດ​ວ່າ ເພື່ອ​ໃຫ້ເກີດ​ຄວາມ​ສາ​ມັກ​ຄີ​ໃນ​ສັງ​ຄົມ ເຮົາ​ຄວນ​ນຳໃຊ້​ຄວາມ​ສຸຂ ເປັນເປົ້າ​ໝາຍ ການ​ພັທນາເພື່ອ​ບັນ​ລຸ​ເປົ້າ​ໝາຍ ຈະ​ຕ້ອງ​ມີ​ຄວາມ​ດຸ່ນດ່ຽງ​ ໃນການພັດ​ທະ​ນາ​ເສຖ​ກິຈ ສັງ​ຄົມ ສິ່ງ​ແວ​ດ​ລ້ອມ ແລະ ທີ່​ສຳ​ຄັນ​ທີ່​ສຸດ​ ກໍ​ຄື ການ​ພັທ​ນາ​ຄົນ​ໜຸ່ມ.” 

ເປັນ​ເວ​ລາຫລາຍ​ປີ ທ່ານ ສົມ​ບັດ ຜູ້ກໍ່​ຕັ້ງສູນ​ປາ​ແດກ ໄດ້​ຮັບ​ຣາງວັນ​ຫລາຍ​ໃນ​ລະດັບ​ພາກ​ພື້ນ ແລະ ສາ​ກົນ ເຊັ່ນ:

  1. ຣາງວັນການ​ພັ​ທ​ນາ ​ຊັພ​ຍາ​ກອນ​ມະ​ນຸ​ສ ປີ 2001 ຈາກ​ຄະ​ນະ​ກັມມະ​ການ ເສ​ຖ​ກິ​ຈ​ສັງ​ຄົມຂອງ​ສະ​ຫະ​ປະ​ຊາ​ຊາຕ ປະ​ຈຳ​ເຂດ​ເອ​ເຊັຽ ​ປາ​ຊິ​ຟິກ.
  2. ຣ​າ​ງວັນຣາ​ມອນ ເມັກ​ໄຊ​ໄຊ ອາ​ວອຣ໌ດ ປີ 2005 ສາ​ຂາ​ການ​ພັ​ທ​ນາ​ຊຸມ​ຊົນ ເຊິ່ງ​ເປັນ​ຣ​າງວັນ​ລະ​ດັບ​ສາ​ກົນ.

ທ່ານ ສົມ​ບັດ ກ່າວ​ວ່າ:

ຣາງວັນ​ ບໍ່​ແມ່ນ​ເພື່ອ​ຂ້ອຍ ຫລື ທີມ​ງານ​ສູນ​ປາ​ແດກ ແຕ່​ສຳ​ລັບ ອາ​ສາ​ສະ​ໝັກ​ໄວ​ໜຸ່ມ​ ແລະ ຜູ້​ນຳ​ໄວ​ໜຸ່ມ ເຂົາ​ເຈົ້າ​ເຮັດ​ ໃຫ້ເຮົາ​​ເຫັນ​ ​ຄວາມ​ສາ​ມາດ​ເຂົາເພື່ອ​​ກັມ​ນົດ​ ແນວ​ທາງ​ການ​ພັທນາຊຸມ​ຊົນ​ຂອງ​ເຂົາ.”

ແຕ່​ສິ່ງ​ທີ່​ທ້າ​ທາຍ ຢ່າງ​ນຶ່ງ ກໍ​ຄື ຣັ​ຖ​ບານປ່ຽນ​ດິນ​ເປັນ​ທຶນ ໂດຍອະ​ນຸ​ຍາດ​ໃຫ້​ຕ່າງ​ປະ​ເທດ​ ເຂົ້າ​ມາ​ສັມປະ​ທານ​ທີ່​ດິນ ຢູ່​ປະ​ເທດ​ລາວ ແຕ່ຍົກ​ຍາຍ​ປະ​ຊາ​ຊົນ ​ອອກ​ຈາກເນື້ອ​ທີ່​ດິນ​ ຂອງ​ຕົນ​ເອງ.

ຍາ ນາງ ຊຸຍ​ເມັງ ພັ​ນຣະຍາ​ຂອງ ທ່ານ ສົມ​ບັດ ກ່າວ​ວ່າ:

ຣັ​ຖ​ບານ​ ຈະນຳ​ພາປະ​ເທດ​ ອອກ​​ຈາກ​ຄວາ​ທທຸກ​ຍາກ ດ້ວຍ​ການ​ຫັນ​ທີ່​ດິນ ແລະ ຊັບ​ສິນເປັນ​ທຶນ ເນື້ອ​ທີ່​ດິນ​ກ້​ວາງ​ໃຫຍ່ ກາຍ​ເປັນ​ຂອງ​​ເອ​ກ​ຊົນ ມີ​ການຍົກ​ຍ້າຍ​ປະ​ຊາ​ຊົນ​ ແລະ ທຳ​ລາຍ​ສິ່ງ​ແວດ​ລ້ອມ ສົມ​ບັດ ​ຈຳຕ້ອງເວົ້າ​ ເພື່ອສະ​ທ້ອນ​ເຖິງນະ​ໂຍ​ບາຍ.”

ນອກ​ຈາກນີ້ ນີ້ ຣັ​ຖ​ບານ​ເອງ​ ກໍ​ມີ​ການ​ຈຳ​ກັດ ແລະ ຄວບ​ຄຸມ​ສື່ສານມວນ​ຊົນ.

ທ່ານ ສະ​ຈວດ-ຟອກສ໌ ນັກ​ຂຽນ​ປ​ວັດ​ສາຕ​ລາວ ໄດ້​ກ່າ​ວ່າ:

ຂ້ອຍຄິດ​ວ່າ ຜູ້​ນຳ​ລາວ ສະ​ຫລາດໃນ​ກະ​ຕຸ້ນ​​ເສດ​ຖະກິ​ຈ, ແຕ່​ປະ​ຕິ​ເສດແນວ​ທາງ​ ປະ​ຕິ​ຮູບ​ການ​ເມືອງ, ພັກຄວບ​ຄຸມ​ສື່​, ການ​ສຶກ​ສາ ແລະການ​ດຳ​ລົງ​ຊີ​ວິຕ ບໍ່​ມີ​ອົງ​ການ​ຈັດ​ຕັ້ງ​ ທາງ​ສັງ​ຄົມ​ ທີ່​ອິດ​ສະ​ຫລະ.”

ບັນ​ຫາ​ຫຼາຍ​ຢ່າງເກີດ​ຂຶ້ນ ແລະ ກົດ​ດັນ ​ທ່ານ ​ສົມ​ບັດ ຍ້ອນ​ວ່າ ພະ​ນັກ​ງານ​​ຣັ​ຖ​ບາງຄົນ ກໍ​ຄິດ​ວ່າ ທ່ານ ສົມ​ບັດ ຂັດ​ຕໍ່​ແນວ​ທາງ​ຂອງ​ພັກ-ຣັ​ຖ.

ບາງ​ຄັ້ງ ທ່ານ ສົມ​ບັດ ກໍ​ກັງ​ວົນກັບ ເຣື່ອງ​ບັນ​ຫາ ​ການ​ສໍ້​ຣາ​ສບັງ​ຫຼວງ​ໃນ​ລາວ ທີ່​ເປັນ​ບັນ​ຫາ ບໍ່​ສາ​ມາດ​ແກ້​ໄຂ​ໄດ້.    

ທ່ານ ບ​ຣູ​ສ ຊູ​ເມັກ​ເກີ ຜູ້​ທີ່​ເຄີຍ​ຮ່ວມ​ງານ ກັບ​ ທ່ານ ສົມ​ບັດ ໄດ້​ກ່າວ​ວ່າ:

ຂ້ອຍຈື່ໄດ້​ ສົມ​ບັດ ຮູ້​ສຶກທໍ້​ຖອຍ​ແທ້ ກັບການ​ພັທ​ນາ ແລະ ການ​ສໍ້​ຣາສບັງ​ຫລວງ ບາງ​ຄັ້ງ ລາວກັງ​ວົນ​ ແລະສິ້ນ​ຫວັງກັບ​ມັນ ແຕ່​ ລາວ ກັບ​ມາ​ສູ້ເອົາ​ຊະ​ນະ​ມັນ ຂ້ອຍ ບໍ່​ເຄີຍ​ເຫັນ​ລາວຍອມ​ຈຳ​ນົນ.”

ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ ໃນ​ວັນ​ທີ 15 ເດືອນ ທັນ​ວາ ປີ 2012 ເຮັດ​ໃຫ້​ຣັ​ຖ​ບານ​ຫຼາຍ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ຈັດ​ຕັ້ງ ​ພາ​ກ​ປະ​ຊາ​ສັງ​ຄົມ ແລະ ອົງ​ການ​ສິດ​ທິ​ມະ​ນຸ​ສ, ແລະ ນັກ​ການ​ທູຕ ​ອອກ​ມາ​ສະ​ແດງ​ຄວາມ​ເປັນ​ຫ່ວງ ຕໍ່​ຣັ​ຖ​ບານ​ລາວ.

ນັກ​ການ​ທູຕ​ບາງ​ຄົນໃຫ້​ຄຳ​ເຫັນ​ວ່າ ທ່ານ ສົມ​ບັດ ບໍ່​ໄດ້​ຫາຍ​ສາບ​ສູນ ແຕ່ຖືກ​ເຈົ້າ​ໜ້າ​ທີ່​ ຕຳ​ຣວດ​ລັກ​ພາ​ໂຕ​ໄປ.

ທ່ານ ມີ​ເຊວ ກອ​ຟ​ຟິນ ອະດີຕອຸ​ປະ​ທູຕ ສະ​ຫະ​ພາບ​ຢູ​ໂຣບ ປະ​ຈຳ​ລາວ ໄດ້​ຂຽນ​ ຢູ່​ໃນເຟ​ສ​ບຸກຄ໌​ສ່ວນ​ໂຕ​ຂອງ​ທ່ານ​ວ່າ:

“ຂ້າ​ພະ​ເຈ້າ ​ມາ​ຢູ່​ປະ​ເທດ​ລາວ ໃນ​ຖາ​ນະ​ຫົວ​ໜ້າ​ ຄະ​ນະ​ຜູ້​ແທນ​ສ​ະ​ຫະ​ພາບ​ຢູ​ໂຣບ ໃນ​ເວ​ລາ​ທີ່ ທ່ານ ສົມ​ບັດ ສົມ​ພອນ ຫາຍສາບ​ສູນ ໃນ​ຕອນ​ແລງຂອງວັນ​ເສົາ ທີ 15 ທັນ​ວາ 2012. ທ່ານ ສົມ​ບັດ ບໍ່​ໄດ້​ຫາຍສາບ​ສູນ ແຕ່ທ່ານ ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ລັກ​ພາ​ໂຕ​ໄປ ແລະ ເຫດ​ການ​ນັ້ນ ໄດ້​ຖືກ​ບັນ​ທຶກ​ເອົາ​ໄວ້ຢູ່​ໃນ​ວີ​ດີ​ໂອ.”

ທ່ານ​ກ່າວ​ຕື່ມ​ວ່າ: “ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ ຢູ່​ໃນ​ລາວ ກໍ​ມີ​ການ​ປ່ຽນ​ແປງ​ທັນ​ທີ​ ທັນ​ໃດ ມາ​ເປັນການ​ເຮັດ​ສົງ​ຄາມ​ຢືດ​ເຍື້ອ ເພື່ອ​ຄົ້ນ​ຫາ​ສິ່ງ​ທີ່​ເກີດ​ຂຶ້ນ. ການ​ບີບ​ບັງ​ຄັບ ​ບຸກ​ຄົນ​ໃຫ້​ຫາຍ​ສາຍ​ສູນ ເປັນ​ສິ່ງ​ທີ່ບໍ່​ດີ​ຫຼາຍ ຄື ເປັນ​ທຳ​ນອງວ່າ ເຮົາ​ຍັງ​ມີ​ຄວາມ​ຫວັງ​ຢູ່.”

ທ່ານ ມິ​ເຊວ ກ່າວ​ຕື່ມ​ອີກວ່າ: “ປະ​ເທດ​ລາວ ເປັນ​ປະ​ເທດ​ທີ່​ດີ​ທີ່​ສຸດ ທີ່​ຂ້າ​ພະ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິຕ​ຢູ່ ແຕ່ວ່າ ການ​ງຽບ ກໍ​ເຫັນ​ສິ່ງ​ທີ່​ເຈັບ​ປວດ ໝູ່​ຄົນ​ລາວທຸກ​ຄົນ ກໍ​ຮູ້​ວ່າ ພວກ​ເຮົາ​ກຳ​ລັງ​ເວົ້າ​ກ່ຽວ​ກັບ​ຫຍັງ​ຢູ່.”

ການ​ງຽບ​ໃນ​ທີ່ນີ້ ຄົນ​ລາວ​ທຸກ​ຄົນ ແລະ ສາ​ກົນ ກໍ​ເຂົ້າ​ໃຈ​ວ່າ ຣັ​ຖ​ບານ ບໍ່​ໄດ້​ມີ​ຄຳ​ຕອບ​ຫຍັງ ​ທີ່​ເປັນ​ຮູບ​ປະ​ທັມ ກ່ຽວ​ກັບ​ການ​ລັກ​ພາ​ໂຕ ​ທ່ານ ​ສົມ​ບັດ ສົມ​ພອນ ເຖິງວ່າ ຈະ​ມີ​ພາບ​ວີ​ດີ​ໂອ​ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຕຳ​ຣວດ ໄດ້​ຢຸດ​ຣົ​ຖ​ຂອງ​ທ່ານ ແລ້ວ ນຳ​ໂຕ ​ທ່ານ ຂຶ້​ນ​ຣົ​ຖ​ອີກ​ຄັນ​ນຶ່ງ​ໄປ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.