ຍື່ນຈົດໝາຍເປີດຊອງ ຮຽກຮ້ອງຄວາມຍຸຕິທັມ ໃຫ້ ທ່ານສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 13 ທັນວາ 2022

ນັກເຄື່ອນໄຫວ ພາກປະຊາສັງຄົມ ໃນໄທຍ ຍື່ນຈົດໝາຍເປີດຊອງ ເຖິງຣັຖບານລາວ ເພື່ອຮຽກຮ້ອງຄວາມຍຸຕິທັມ ໃຫ້ແກ່ທ່ານ ສົມບັດ ສົມພອນ ຢູ່ຕໍ່ໜ້າສະຖານທູຕລາວ ປະຈໍານະຄອນຫຼວງບາງກອກ ເພື່ອຮຽກຮ້ອງໃຫ້ຣັຖບານລາວ, ວັນທີ 15 ທັນວາ 2022.

ໃນຕອນເຊົ້າ ເວລາ 10 ໂມງ 25 ນາທີ ຂອງວັນທີ 15 ທັນວາ 2022 ນີ້ ກຸ່ມ Sombath Somphone & Beyond Project ຫຼື SSBP ແລະ ເຄືອຂ່າຍພາກປະຊາສັງຄົມ ໃນໄທຍ ແລະພາກພື້ນ ພ້ອມເຄືອຂ່າຍຄົນຣຸ້ນໃໝ່ ເພື່ອການປ່ຽນແປງສັງຄົມ ໄດ້ເດີນທາງໄປຍັງສະຖານ ເອກອັຄຣັຖທູຕລາວ ປະຈໍານະຄອນຫຼວງບາງກອກ ເພື່ອຍື່ນຈົດໝາຍເປີດຊອງ ເຖິງຣັຖບານລາວ ໃນວາຣະຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ ນັກພັທນາສັງຄົມ ອາວຸໂສຊາວລາວ ເຈົ້າຂອງຣາງວັນຣາມອນ ແມັກໄຊໄຊ ປະຈໍາປີ 2005 ຖືກລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນໄປ.

ສໍາລັບການເດີນທາງ ມາຍື່ນຈົດໝາຍເປີດຊອງ ຕໍ່ຣັຖບານລາວ ໃນຄັ້ງນີ້ ແມ່ນມີເປົ້າໝາຍ ເພື່ອຮຽກຮ້ອງໃຫ້ຣັຖບານລາວ ເປີດເຜີຍຄວາມຈິງ ກ່ຽວກັບການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ພ້ອມນໍາໂຕຜູ້ກະທໍາຄວາມຜິດ ມາລົງໂທດ ຕາມກົດໝາຍ.

ດັ່ງຜູ້ຕາງໜ້າເຄືອຂ່າຍ ພາກປະຊາສັງຄົມ ໃນໄທຍ ແລະພາກພື້ນ ກ່າວເຖິງເນື້ອໃນ ທີ່ປະກົດໃນຈົດໝາຍເປີດຊອງ ເຖິງຣັຖບານລາວ ຕໍ່ໜ້າສະຖານເອກອັຄຣັຖທູຕລາວ ປະຈໍານະຄອນຫຼວງບາງກອກ ໃນຕອນເຊົ້າຂອງມື້ວັນທີ 15 ທັນວາ 2022 ນີ້ວ່າ:

“ຣັຖບານ ສປປ ລາວ ຍັງບໍ່ເຄີຍໃຫ້ຄໍາຕອບ ກັບຄອບຄົວ ເຖິງຊາຕາກັມ ແລະຄວາມຈິງທີ່ເກີດຂຶ້ນ ວ່າເປັນຫຍັງ ທ່ານ ສົມບັດ ສົມພອນ ຈຶ່ງຖືກລັກພາໂຕໄປ ເຖິງແມ່ນວ່າ ຈະມີການຕັ້ງຄໍາຖາມ ຈະມີການຍື່ນອຸທອນ ເຮັດຈົດໝາຍຮ້ອງຮຽນ ຕໍ່ອົງການສະຫະປະຊາຊາຕ ຕໍ່ຣັຖບານຫຼາຍປະເທດ ອົງກອນສິດທິມະນຸສ ແລະເຄືອຂ່າຍອື່ນ.”

ການບັງຄັບໃຫ້ຫາຍສາບສູນ ເປັນອາຊຍາກັມທີ່ບໍ່ມີອາຍຸຄວາມ ແລະມີຄວາມຮ້າຍແຮງ ຕໍ່ມະນຸສທຸກຄົນ ສະນັ້ນແລ້ວ ຣັຖບານລາວ ຄວນຍຸຕິການເມີນເສີຍ, ປົກປິດ, ມິດງຽບ ແລະສະແດງທ່າທີ ປາສຈາກຄວາມຮັບຜິດຊອບ, ແຕ່ຣັຖບານລາວ ຄວນຮັບຟັງ ແລະປະຕິບັດຕາມສົນທິສັນຍາ ຂອງສະຫະປະຊາຊາຕ ວ່າດ້ວຍການຕໍ່ຕ້ານ ການທໍຣະມານ ແລະການໃຊ້ຄວາມຮຸນແຮງ ທີ່ຣັຖບານລາວ ໄດ້ເຂົ້າຮ່ວມເປັນພາຄີ.

ດັ່ງຍານາງ ເປຣມຣຶດີ ດາວເຣືອງ ຜູ້ອໍານວຍການ ໂຄງການເສວະນາ ເອເຊັຽຕາເວັນອອກສຽງໃຕ້ ຫຼື Project SEVANA South-East Asia ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ພາຍຫຼັງການຍື່ນຈົດໝາຍເປີດຊອງ ຕໍ່ຣັຖບານລາວ ໃນມື້ດຽວກັນນີ້ວ່າ:

“ເຖິງເວລາໄດ້ແລ້ວ ທີ່ຣັຖບານ ຂອງທາງ ສປປ.ລາວ ຈະຕ້ອງສະແດງຄວາມຮັບຜິດຊອບ ຢ່າງຈິງຈັງ ຕາມສົນທິສັນຍາ ການທຸບຕີ ທໍຣະມານ ທີ່ທາງຣັຖບານລາວ ໄດ້ເປັນສະມາຊິກ ເປັນພາຄີຢູ່ ສາທາຣະນະຊົນ ກໍຄົງເຫັນດີນໍາວ່າ ເຣື່ອງການລັກພາໂຕ ເປັນເຣື່ອງທີ່ຮ້າຍແຮງ ແລ້ວເກີດຢ່າງຕໍ່ເນື່ອງ ໃນໄລຍະ 10 ປີ ທີ່ພວກເຮົາໄດ້ຮັບຮູ້ ມີຫຼາຍກໍຣະນີ ສະນັ້ນ ກໍຣະນີ ອ້າຍສົມບັດ ເກີດມາ 10 ປີແລ້ວ ຍັງບໍ່ໄດ້ຄໍາຕອບ.”

ພາຍຫຼັງຈາກ ເຄືອຂ່າຍພາກປະຊາສັງຄົມ ໃນໄທຍ ແລະພາກພື້ນ ໄດ້ອ່ານຈັດໝາຍເປີດຊອງ ສໍາເຣັດແລ້ວ ພວກເຂົາເຈົ້າ ກໍໄດ້ຮ່ວມກັນສົ່ງສຽງວ່າ “Sombath Somphone, Where are you?” ເປັນຈໍານວນ 10 ຄັ້ງ ເພື່ອລໍຖ້າຜູ້ຕາງໜ້າ ຈາກສະຖານທູຕລາວ ແຕ່ພັດບໍ່ມີບຸກຄົນໃດ ອອກມາຮັບຈົດໝາຍສບັບດັ່ງກ່າວ. ສະນັ້ນ ທາງເຄືອຂ່າຍ ຈຶ່ງນໍາຈົດໝາຍສບັບດັ່ງກ່າວນີ້ ປ່ອນລົງໃນຕູ້ຈົດໝາຍ ບໍຣິເວນໜ້າປະຕູທາງເຂົ້າໝາຍເລຂ 3 ຂອງສະຖານທູຕລາວແທນ ທັ້ງໆທີ່ ໃນສະພາບໂຕຈິງແລ້ວ ຣັຖບານລາວ ຄວນສົ່ງຜູ້ຕາງໜ້າມາຮັບຊາບ ກ່ຽວກັບຂໍ້ຮຽກຮ້ອງດັ່ງກ່າວນີ້.

ດັ່ງຍານາງ ເປຣມຣຶດີ ດາວເຣືອງ ກ່າວຕໍ່ວິທຍຸເອເຊັຽເສຣີ ຕື່ມວ່າ:

“ເສັຍດາຍທີ່ ສະຖານທູຕ ບໍ່ສົ່ງຜູ້ຕາງໜ້າອອກມາຮັບຈົດໝາຍ ເຮົາກໍຄິດວ່າຄວນມາຮັບ ຢ່າງໜ້ອຍຄວນມາຮັບຟັງ ສິ່ງທີ່ປະຊາຊົນເວົ້າ ເພາະວ່າ ປະເດັນອ້າຍ ສົມບັດ ເປັນປະເດັນທີ່ຂ້ອງຂ້າງພິເສດ ມີຫຼັກຖານ-ພະຍານຈະແຈ້ງ ຂອງການລັກພາໂຕ ບໍ່ສາມາດປະຕິເສດໄດ້ ແມ່ນຫຼືບໍ່ ວ່າຫາຍສາບສູນໄປດ້ວຍໂຕເອງ ເພາະສະນັ້ນ ເຮົາຄາດຫວັງວ່າ ຈະມີການຕອບຮັບ ຕອບສນອງໃຫ້ຫຼາຍຂຶ້ນ.”

ກ່ຽວກັບເຣື່ອງທີ່ຣັຖບານລາວ ບໍ່ທັນໄດ້ສົ່ງຜູ້ຕາງໜ້າ ອອກມາຮັບຈົດໝາຍ ຈາກທາງເຄືອຂ່າຍພາກປະຊາສັງຄົມ ໃນໄທຍ ແລະພາກພື້ນ ດັ່ງທີ່ເກີດຂຶ້ນນີ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຣັຖບານລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງຄົງເມີນເສີຍ ແລະບໍ່ເຫັນຄວາມສໍາຄັນ ກັບບັນຫາການບັງຄັບໃຫ້ຫາຍສາບສູນ ດັ່ງກ່າວນີ້, ດັ່ງຍານາງ ສຸນທຣີ ຫັດຕະຖີ ເຊັ່ງກິ່ງ ຮອງປະທານກັມມະການມູນນິທິ ເພື່ອການພັທນາແຮງງານ ແລະອາຊີບ ໃຫ້ສັມພາດ ຕໍ່ວິທຍຸເອເຊັຽເສຣີ ພາຍຫຼັງການຍື່ນຈົດໝາຍເປີດຊອງ ຕໍ່ຣັຖບານລາວ ໃນມື້ດຽວກັນນີ້ວ່າ:

“ແທ້ໆແລ້ວ ກໍບໍ່ເກີນຄວາມຄາດຫວັງ ຍ້ອນວ່າ 2-3 ຄັ້ງທີ່ຜ່ານມາ ບໍ່ໄດ້ຮັບການຕ້ອນຮັບ ໂຕນີ້ ກໍເປັນການຢັ້ງຢືນ ອີກຄັ້ງນຶ່ງວ່າ ຣັຖບານລາວ ບໍ່ໄດ້ເຫັນຄວາມສໍາຄັນ ຂອງບັນຫານີ້ ເຊິ່ງແທ້ໆແລ້ວ ການຕອບສນອງ ຄວນຈະດີກ່ອນນີ້ ໂດຍສະເພາະ ໃນເມື່ອຣັຖບານລາວເປັນພາຄີ ຂອງຂໍ້ຕົກລົງທາງສາກົລ ທີ່ວ່າດ້ວຍ ການບັງຄັບໃຫ້ຫາຍສາບສູນ.”

ອີງຕາມການຣາຍງານ ຂອງຜູ້ສື່ຂ່າວ ສໍານັກຂ່າວວິທຍຸ ເອເຊັຽເສຣີ ຜແນກພາສາລາວ ລະບຸວ່າ ບໍຣິເວນໜ້າປະຕູທາງເຂົ້າທີ 3 ຂອງສະຖານເອກອັຄຣັຖທູຕລາວ ປະຈໍານະຄອນຫຼວງບາງກອກ ປະເທດໄທຍ ເຊິ່ງເປັນສະຖານທີ່ ຍື່ນຈົດໝາຍເປີດຊອງ ກໍມີເຈົ້າໜ້າທີ່ຕໍາຣວດໄທຍ ເດີນທາງມາສັງເກດການ ຢູ່ທາງດ້ານໜ້າ ລະຫວ່າງເວລາ 10 ໂມງ ຫາ 11 ໂມງເຊົ້າ ເປັນຈໍານວນ 4-5 ຄົນ ຂະນະດຽວກັນ ກໍມີເຈົ້າໜ້າທີ່ ຂອງສະຖານທູຕລາວ ອອກມາສັງເກດການ ແລະບັນທຶກພາບ ຜູ້ຕາງໜ້າເຄືອຂ່າຍເປັນໄລຍະ ອີກຈໍານວນ 4-5 ຄົນ, ແຕ່ຢ່າງໃດກໍຕາມ ທາງດ້ານສະຖານທູຕລາວ ພັດບໍ່ມີການສົ່ງຜູ້ຕາງໜ້າ ມາຮັບຈົດໝາຍ ທີ່ເປັນຂໍ້ຮຽກຮ້ອງ ຈາກຜູ້ຕາງໜ້າເຄືອຂ່າຍແນວໃດເລີຍ.

ທາງດ້ານເຄືອຂ່າຍຄົນຣຸ້ນໃໝ່ ເພື່ອການປ່ຽນແປງສັງຄົມ ກໍໄດ້ອອກສະແດງຄວາມເສັຍໃຈ ທີ່ຕລອດໄລຍະເວລາ ທີ່ຜ່ານມາ ຣັຖບານລາວ ບໍ່ເຄີຍອອກມາເປີດເຜີຍຄວາມຈິງ ກ່ຽວກັບການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ໃຫ້ແກ່ຄອບຄົວ, ໝູ່ເພື່ອນ ແລະພົລເມືອງໂລກໄດ້ຮັບຮູ້ ທັ້ງໆທີ່ ເຄີຍປະກາດໄວ້ວ່າ ຣັຖບານລາວ ຈະດໍາເນີນການສືບສວນ-ສອບສວນ ກ່ຽວກັບເຫດການດັ່ງກ່າວນີ້.

ດັ່ງຜູ້ຕາງໜ້າເຄືອຂ່າຍຄົນຣຸ່ນໃໝ່ ເພື່ອການປ່ຽນແປງສັງຄົມ ກ່າວເຖິງເນື້ອໃນຈົດໝາຍຈາກຄົນຣຸ້ນໃໝ່ ເຖິງລຸງບັດ ຫຼືທ່ານ ສົມບັດ ສົມພອນ ຕໍ່ໜ້າສະຖາເອກອັຄຣັຖທູຕລາວ ປະຈໍານະຄອນຫຼວງບາງກອກ ໃນມື້ດຽວກັນວ່າ:

“ເຖິງແມ່ນວ່າ ໝູ່ເພື່ອນ ພີ່ນ້ອງທົ່ວໂລກ ຈະມີຄວາມພຍາຍາມ ກົດດັນໃຫ້ຣັຖບານລາວ ເລັ່ງສືບສວນຕິດຕາມປະເດັນນີ້ ຢ່າງຕໍ່ເນື່ອງມາຕລອດ 10 ປີ ກໍຍັງບໍ່ມີທ່າທີ່ວ່າ ຈະໄດ້ຮັບຂ່າວຂອງລຸງ ຕາມມີ່ຄວນຈະໄດ້ຮັບ ພວກເຮົາບໍ່ອາຈໝັ້ນໃຈໄດ້ແທ້ໆວ່າ ທ່າທີດັ່ງກ່າວນີ້ ຂອງຣັຖບານລາວ ຈະເຮັດໃຫ້ສັງຄົມ ໝັ້ນໃຈໄດ້ຫຼືບໍ່ວ່າ ຣັຖບານລາວ ບໍ່ມີສ່ວນກ່ຽວຂ້ອງ ກັບການບັງຄັບໃຫ້ຫາຍສາບສູນ ຂອງລຸງບັດ ຫຼື ທ່ານ ສົມບັດ ສົມພອນ ແລະການບັງຄັບໃຫ້ຫາຍສາບສູນ ໃນກໍຣະນີອື່ນໆນໍາ.”

ກ່ອນໜ້ານີ້ ອົງການຈັດຕັ້ງພາກປະຊາສົງຄົມ ໃນປະເທດໄທຍ ໄດ້ເດີນທາງມາຍື່ນໜັງສື ຕໍ່ສະຖານທູຕລາວ ເພື່ອທວງຖາມຄວາມຄືບໜ້າ ກ່ຽວກັບການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ເປັນຕົ້ນ ໃນວັນທີ 25 ທັນວາ ປີ 2012 ພາຍຫຼັງຈາກທີ່ທ່ານ ໄດ້ຖືກລັກພາໂຕໄປ ເປັນໄລຍະເວລາ 10 ມື້ ແລະ ໃນມື້ວັນທີ 12 ມິນາ 2013.  ໂດຍຄັ້ງທໍາອິດນັ້ນ ມີທ່ານ ພູຄໍາ ຫຼວງຈິນດາວົງ ເລຂານຸການທູຕລາວ ປະຈໍານະຄອນຫຼວງບາງກອກ ໃນຖານະ ຕາງໜ້າສະຖານທູຕລາວ ເປັນຜູ້ອອກມາຮັບໜັງສື.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.