ທ່ານ ສົມບັດ ສົມພອນ ເປັນໃຜ, ມາຈາກໃສ

ວິທະຍຸເອເຊຍເສລີ:  12 ທັນວາ 2022

ຮູບທ່ານ ສົມບັດ ສົມພອນ ທີ່ນຳມາສະແດງ ໃນງານຣຳລຶກເຖິງທ່ານ ສົມບັດ ສົມພອນ ແລະ ການວາງສະແດງຜົລງານ ຂອງສູນປາແດກ ໃນນະຄອນຫຼວງວຽງຈັນ, ເດືອນ ທັນວາ 2016.

ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ​ ອາ​ວຸ​ໂສ​ດີ​ເດັ່ນ ​ຂອ​ງ​ລາວ ແລະ ເຈົ້າ​ຂອງ​ຣາງວັນ ແມັກ​ໄຊ​ໄຊ ອາ​ວອຣ໌ດ ປີ 2005 ສາ​ຂາການ​ພັ​ທ​ນາ​ຊຸມ​ຊົນ. ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ​ໄປ ວັນ​ທີ 15 ທັນ​ວາ 2012 ຢູ່ ຕໍ່​ໜ້າ​ປ້ອມ​ຍາມ ​ຕຳ​ຣວດ ຖ​ນົນ​ທ່າ​ເດື່ອ ເມືອງ ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ, ທ່ານ ສົມບັດ ເກີດໃນປີ 1952 ເປັນລູກຊາຍກົກ ໃນຄອບຄົວຊາວນາ ຢູ່​ແຂວງ​ຄຳ​ມ່ວນ ເຊິ່ງ​ຄອບ​ຄົວ​ຂອງ​ທ່ານ ດຳ​ລົງ​ຊີ​ວິຕ ຢູ່ແຄມແມ່ນ້ຳຂອງ. ທ່ານ ເປັນຄົນສະຫຼາດ ມັກຮຽນຮູ້ ແລະ ໄດ້ຮັບ​ໂອ​ກາດເຂົ້າຮຽນ ໃນໂຮງ​ຮຽນ ທີ່​ໃຊ້​ລະ​ບົບ​ການ​ສຶກ​ສາ​ແບບ​ຝຣັ່ງ .

ທ່ານ ສົມ​ບັດ ສົມ​ພອນ ໄດ້​ຮັບ​ທຶນ​ໄປ​ຮຽນ​ຕໍ່ ​ຢູ່ມະ​ຫາ​ວິ​ທ​ະ​ຍາ​ໄລ ຮາ​ວາຍ ຣັ​ຖ​ຮາ​ວາຍ ສະ​ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ ໃນ​ປີ 1971 ແລະ ຕໍ່​ມາ ກໍ​ໄດ້​ມີ​ໂອ​ກາດ ​ພົບ​ກັບ ຍາ​ນາງ ອຶ້ງ ຊຸ່ຍ​ເມັ້ງ ຜູ້​ທີ່​ເປັນ​ພັ​ນຣະ​ຍາ​ຂອງ​ທ່ານ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

ຂ້ອຍພົບກັບສົມບັດ ປະມານປີ 1976 ຫຼັງຈາກ ສົງຄາມວຽດນາມ ສິ້ນສຸດລົງ.”

ຫຼາຍ​ຄົນ ​ທີ່​ເຄີຍ​ຮ່ວມ​ງານ ກັບ​ທ່ານ​ສົມ​ບັດ ກໍ​ມີ​ຄວາມ​ປະ​ທັບ​ໃຈ ຍ້ອນ​ວ່າ ທ່ານ ເປັນ​ຄົນ​ມີ​ຫຼັກ​ໝັ້ນ. ທ່ານ ບຣູສ ຊູເມັກເກີ ຜູ້​ທີ່​ເຄີຍ​ຮ່ວມ​ງານ​ກັບ ທ່ານ ສົມ​ບັດ ກ່າວ​ວ່າ:

“ຄວາມປະທັບໃຈຄັ້ງແລກ ກ່ຽວກັບ ທ່ານ ສົມບັດ ກໍ​ຄື ລາວ ມີຫຼັກໝັ້ນ, ເສັຍສະລະ ກັບຄືນ​ມາ​ລາວ ຂ້ອຍ ເຮັດວຽກ ກັບ​ຄົນ​ອົພຍົບ ອອກ​ປະ​ເທດ ແຕ່ ທ່ານ ສົມບັດ ພັດຕັດສິນໃຈ ກັບຄືນປະເທດ.”

ຍາ​ນາງ ອານາ ໂຊຟີ ຜູ້​ທີ່​ເຄີຍ​ເຮັດ​ວຽກ ດ້ານ​ການ​ພັ​ທ​ນາ ​ຢູ່​ປະ​ເທດ​ລາວ ມາ​ຫຼາຍ​ປີ ໄດ້​ກ່າວ​ວ່າ:

ທ່ານ ສົມບັດ ເຊື່ອວ່າປະເທດລາວ ສາມາດເປັນຕົວແບບ ໃນການພັທນາ ທີ່ຫລາກຫລາຍ ມີຫລາຍວິ​ທີ ໃນ​ການ​ພັ​ທ​ນາ ເພື່ອຫລຸດຜ່ອນ ຄວາມທຸກຍາກ ແລະ ມັນຍັງຊ່ວຍໃຫ້ຄົນເຮົາ ພັທນາຕົນເອງ.”

ຍາ​ນາງ ອຶ້ງ ຊຸ່ຍ​ເມັ້ງ ພັ​ນຣະຍາ ຂອງ​ທ່ານ ສົມ​ບັດ ກ່າວ​ວ່າ:

ຂ້ອຍໄດ້ພົບ ສົມບັດ ຢູ່ມະຫາວິໄລ ຮາວາຍພວກເຮົາ ຢູ່​ກຸ່ມ​ນັກ​ສຶກ​ສາວຽດນາມ, ກັມພູ​ຊາ ບາງ​ຄັ້ງ ສົມບັດ ມາເຂົ້າຮ່ວມກຸ່ມເຮົາ ແລະ ເຮົາພວກ ກໍກາຍ​ເປັນ​ໝູ່​ກັນ. ຂ້ອຍໄດ້ຮັບທຶນ ການສຶກສາ ຈາກສະຖາບັນ ຢູ່ສິງກະໂປ ໃຫ້ມາຮຽນຕໍ່ປະລິນຍາເອກ ຢູ່ຮາວາຍ. ຂ້ອຍເລືອກ​ຮຽນ​ ພາກວິ​ຊາວຽດ​ນາມ​ ສຶກ​ສາ ເພື່ອ​ເປັນ​ຊ່ຽວ​ຊານ ດ້ານ​ນີ້ ເວ​ລາກັບຄືນປະ​ເທດ.” 

ຍາ​ນາງ ຊຸ່ຍ​ເມັ້ງ ກໍບໍ່ເຄີຍຄິດວ່າ ຈະຕົກລົງປົງໃຈກັບ ທ່ານ ສົມບັດ ແລະ ໃຊ້ຊີວິຕນຳກັນຈົນແກ່ເຖົ້າ

ໃນ​ເວ​ລາ​ນັ້ນ ທ່ານ ສົມບັດ ຮຽນຕໍ່ປະລິນຍາໂທ ໃນຂະແໜງກະສິກັມ, ທ່ານ ສົນໃຈເລື່ອງກະສິກັມ ແຕ່ໃດມາ ເພາະ ທ່ານເປັນຊາວນາແຕ່ຍັງນ້ອຍ. ທ່ານ ສົມ​ບັດ ໃຫຍ່​ຂຶ້ນ​ມາ ໄດ້​ສຳ​ຜັດກັບຊີວິຕ ຜູ້ອົບພະຍົບ ຫລາຍ​ຄັ້ງ ທ່ານ​​ເຫັນ​ຄອບ​ຄົວ ຂອງ​ທ່ານ ໜີເສິກສົງຄາມ ຍ້ອນວ່າ ເປັນຄອບ​ຄົວຊາວ​ນາ ບໍ່ເລືອກຝ່າຍໃດໜຶ່ງ ບໍ່​ວ່າ​ຝ່າຍປະເທດລາວ ຫຼື ຝ່າຍຣາຊະອານາຈັກ.

ຍາ​ນາງ ຊຸ່ຍ​ເມັ້ງ ແລະ ທ່ານ ສົມບັດ ເປັນກຸ່ມ​ນັກຮຽນ ທີ່​ຕ້ານ​ສົງ​ຄາມ ເຂົາ​ເຈົ້າຊັງການຖິ້ມລະເບີດ ທີ່ກໍາລັງດໍາເນີນຢູ່ ເຂົາ​ເຈົ້າຢາກເຫັນສັນຕິພາບ ກັບມາສູ່ປະ​ຊາ​ຊົນ ໃຫ້ເຂົາເຈົ້າມີເສ​ຣີ ໃນການສ້າງສາປະເທດຂອງຕົນ.

ສົງຄາມວຽດນາມສິ້ນສຸດລົງ ເດືອນເມສາ 1975 ສະ​ຫະ​ຣັ​ຖ ອາເມລິກາ ໄດ້ຖອນທະຫານ ອອກຈາກ ວຽດນາມ ເຖິງວ່າ ອາ​ເມ​ຣິ​ກາ ມີ​ອິດ​ທິ​ພົນ ​ຕໍ່ລາວຫລາຍ ແຕ່ເມື່ອຖອນຈາກ​ວຽດ​ນາມແລ້ວ ຈຳເປັນ​​ຕ້ອງອອກຈາກລາວ. ຫຼັງຈາກໄຊງ່ອນ ຫຼື​ ວຽດ​ນາມ​ໃຕ້ ລົ່ມສະຫຼາຍ ກຳ​ລັງ​ຝ່າຍ​ປະ​ເທດ​ລາວ ທີ່​ໄດ້​ຮັບ​ການ​ສ​ນັບ​ສ​ນຸນ​ ແລະ ນຳ​ໂດຍ ພັກຄອມມຸ​ນິສຕ໌ ອິນ​ໂດ​ຈີນ ຫຼື ວຽດ​ນາມ​ເໜືອ ກໍຍຶດອຳນາດ ໃນ​ວັນ​​ທີ 2 ທັນວາ 1975 ແລະ ໄດ້ປະກາດສ້າງຕັ້ງ ສ​ປ​ປ ລາວ ແລະ ​ປົກ​ຄອງແບບ​ພັກ​ດຽວ. ສິ້ນ​ສຸດ​ສົງ​ຄາມ​ວຽດ​ນາມ, ຄົນ​ລາວ ຄົນ​ກັມພູ​ຊາ ແລະ ຄົນວຽດ​ນາມ ພາ​ກັນ​ໂຕນ​​ໜີ ຍ້ອນ​ວ່າ ເຂົາ​ເຈົ້າຢ້ານ ຄອມ​ມຸ​ນິສຕ໌ ສ່ວນ​ວ່າ ນັກ​ສຶກ​ສາ​ລາວ ວຽດ​ນາມ ​ທີ່ສຶກ​ສາ​ຢູ່ນອກປະ​ເທດ ກໍ​ເປັນ​ຫ່ວງສິ່ງ​ທີ່​ເກີດ​ຂຶ້ນ ​ໃນປະ​ເທດ. ນັກ​ສຶກ​ສາ​ ຈໍາ​ນວນ​ນຶ່ງ ບໍ່​ຢາກ​​ກັບໄປ​ຫາ ລະ​ບອບ​ໃໝ່ ແຕ່ນັກ​ສຶກ​ສາຫົວ​ເປັນ​ກາງ ​ຕ້ອງ​ເລືອກ​ທາງ​ໃດ​ນຶ່ງ,  ເຂົາ​ເຈົ້າ​ຄວນ​ຈະ​ກັບ​ເມືອ​ບ້ານ ຫລື ຈະ​ຢູ່​ຕ່າງ​ປະ​ເທດ.

ຍາງ​ນາງ ຊຸຍ​ເມັງ ກ່າວ​ວ່າ:

ທ່ານ ສົມ​ບັດ ເປັນ​ຄົນ​ຮັກ​ຊາຕ ແຕ່ມີ​ແນວ​ຄິດ​ເປັນ​ກາງ, ທ່ານ ພູມ​ໃຈ​ຫລາຍ ທີ່​ເປັນ​ຄົນ​ລາວ ຂ້ອຍ​ຈື່​ໄດ້ ຕອນ​ທີ່ໄປຢາມ​ເພິ່ນ ຢູ່​ມະ​ຫະ​ໄລ ຮາ​ວາຍ, ທ່ານ ຕິດ​ທຸງ​ຊາດ​ຕລະ​ບົບ​ໃໝ່ ຢູ່​ເທິງ​ຝາຫ້ອງນອນ ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ແປກ​ໃຈອີກ ກໍ​ຄື ເພິ່ນແຕ້ມ​ຮູບ​ເພິ່ນເອງ ຄື​ກັບ​ຮູບ ໄກ​ສອນ ພົມ​ວິ​ຫານ.

ທ່ານ ສົມ​ບັດ ກັບ​ຄືນ​ມາ​ປະ​ເທດ​ລາວ ​ໃນ​ປີ 1978. ຣັຖ​ບານ​ ຊື້​ປີ້​ຍົນ​ໃຫ້​ທ່ານ ແລະ ຣັຖບານ ລະ​ດົມນັກ​ສຶກ​ສາລາວ ໃຫ້​ກັບ​ຄືນ​ປະ​ເທດ ໂດຍ​ສະ​ເພາະ ນັກ​ສຶກ​ສາ​ຄົນລາວ ຢູ່ສະ​ຫະ​ຣັ​ຖອາ​ເມຣິ​ກາ ແລະ ປະ​ເທດຝຣັ່ງ.

ຫຼັງ​ຈາກກັບ​ມາ​ ສປປ ລາວ ໄດ້​ປະ​ມານ 3 ເດືອນ, ບັນ​ດານັກ​ສຶກ​ສາ ​​ທີ່ກັບ​ມາຖືກ​ສົ່ງ​ໄປ​ຮຽນ ທິ​ສ​ດີ​ມາຣ໌ກ-ເລ​ນິນ ນັ້ນ​ເປັນ​ສິ່ງ​ທີ່​ຣັຖ​ບານລະ​ບອບ​ໃໝ່ ຕ້ອງ​ການ ແລະ ເປັນ​ເປົ້າ​ໝາຍ ສູ້​ຊົນ ຂອງຣັຖບານ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

ທ່ານ ສົມ​ບັດ​ ເລົ່າ​ປະ​ສົບ​ການ​ ໃຫ້​ຂ້ອຍ​ຟັງ ລາວ​ວ່າ ມັນ​ເປັນ​ເຣ່ື່ອງ​ທີ່​ໜ້າ​ເບື່ອ ຍ້ອນ​ ເຈົ້າ​ໜ້າ​ທີ່ພານັກ​ສຶກ​ສາ ມາ​ຢູ່​ຫ້ອງ​ຮຽນ ເຈົ້າ​ໜ້າ​ທີ່​ ​ອ່ານທິສ​ດີ​ມາຣ໌ກ-ເລ​ນິນ ໃຫ້​ຟັງ ຜູ້​ມາ​ເຜີຍທິສ​ດີ ມີ​ໜ້າ​ທີ່​ອ່ານ​ໃຫ້​ຟັງ ຢ່າງ​ດຽວ ເຂົາ​ເຈົ້າ ​ບໍ່​ເຂົ້າ​ໃຈ ໃນ​ສິ່ງ​ທີ່​ຕົນ​ເອງ​ອ່ານ.”

ທ່ານ ສົມ​ບັດ ຢາ​ກກັບ​ມາ ​ຢູ່​ປະ​ເທດ​ລາວ ແຕ່ບໍ່​ຄິດ​ວ່າ ຍາ​ນາງ ຊຸ່ຍ​ເມັ້ງ ຈະ​ຕັດ​ສິນ​ໃຈ ​ມາ​ຮ່ວມ​ຊີ​ວິດຕ ຢູ່​ປະ​ເທດ​ລາວ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

ຂ້ອຍ​ກໍ​ຮຽນ​ຈົບ ແລະ ​ກັບ​ໄປ​ສິງ​ກະ​ໂປ ແຕ່​ ພວກ​ເຮົາ ຍັງ​ຂຽນ​ຈົດ​ໝາຍ​ ຫາ​ກັນ​ຢູ່.”

ທ່ານ ສົມ​ບັດ ແລະ ຍາ​ນາງ ຊຸ່ຍ​ເມັ້ງ ແຕ່ງ​ງານ​ກັນ ​ຢູ່​ຮາ​ວາຍ, ເຂົາ​ເຈົ້າ ​ຕັດ​ສິນ​ໃຈ ​ກັບ​ມາ​ຢູ່​ລາວ ໃນ​ຊຸມ​ປີ 1980.

ຍາ​ນາງ ຊຸ່ຍ​ເມັ້ງ ຕ້ອງ​ໃຊ້​ເວ​ລາ ໃນ​ການ​ປັບ​ຕົວ ທຳ​ອິດ ມັນ​ບໍ່​ງ່າຍ​ເລີຍ ​ວຽງ​ຈັນ ເປັນ​ເມືອງ​ນ້ອຍ ມີ​ຮ້ານ​ເຝີ​ 2 ຮ້ານ, ໄຟ​ຟ້າ ກໍ​ມາບໍ່​ປົກ​ກະ​ຕິ, ບໍ່​ມີ​ຫຍັງ​ເປັນ​ໜ້າ ​ເປັນ​ຕາ ໃຫ້​ລະ​ບອບ​ຄອມ​ມຸນິສຕ໌ ເປີດ​ໂທ​ລະ​ໂຄ່ງ-ກະ​ຈ່າຍ​ສຽງ ທັງເຊົ້າ ທັງ​ແລງ ແຕ່ ບໍ່​ສົ່ງຜົນ​ຫຍັງ​ ຕໍ່​​ຊີ​ວິຕ​ຂອງ​ຄົນ.

ເຂົາ​ເຈົ້າ​ທັງ​ສອງ ພົບ​ວ່າ ມັນ​ບໍ່​ງ່າຍ ໃນ​ການ​ດຳ​ເນີນ​ຊີ​ວິດຕ ປົກ​ກະ​ຕິ​ ຢູ່ ສປປ ລາວ ນັບ​ແຕ່ ສົງ​ຄາມສິ້ນ​ສຸດ​ລົງ ແນວ​ຄິດ​ສັງ​ຄົມ​ນິ​ຍົມ ແມ່ນສ້າງ​ເສຖ​ກິຈ​ຮາກ​ຖານ.

ຊຸມປີ​ 1980 ປະ​ເທດ​ລາວປ່ຽນ​ແປງ ຈາກໜ້າ​ມື ເປັນ​ຫລັງ​ມື. ທ່ານ ສະ​ຈວດ ຟອກສ໌ ນັກ​ຂຽນ​ປ​ວັດ​ສາຕ​ລາວ ໄດ້​ກ່າວ​ວ່າ: “ປະ​ເທດ​ລາວ ຖືກ​ປົກ​ຄອງ ແບບ​ພັກ​ດຽວ ເລັງ​ໃສ່ສ້າງ​ເສຖກິຈ ​ແບບ​ສັງ​ຄົມ​ນິ​ຍົມ ແລະ ລັດຖເປັນ​ຜູ້​ຄວບ​ຄຸມ ​ອຸດ​ສາ​ຫະ​ກັມ ທຸກ​ຢ່າງ ການ​ບໍ​ລິ​ການ ເສຖກິຈ ການ​ຕລາດ ແລະ ອື່ນໆ. ໃນຂະ​ແໜງ​ກະ​ສິ​ກັມ ປະ​ເທດ​ລາວ ຕ້ອງ​ເຮັດແບບ ​ໂຊ​ວຽດ ແລະ ວຽດ​ນາມ.”

ປະ​ມານ 1985 ສະ​ຫະ​ກອນ​ລວມ​ໝູ່ ​ຢູ່​ປະ​ເທດ​ລາວຫລົ້ມ​ລະ​ລາຍ ຜົນຜ​ລິດ ໃຊ້​ການບໍ່​ໄດ້ ລາວບໍ່​ສາ​ມາດ ເດີນ​ຕາມ ແນວ​ທາງລັດ​ທິ​ມາຣ໌ກ-ເລ​ນິນ. ຄົນ​ລາວ ບໍ່​ຍອມມອບ​ຊັບ​ສິນ​ທີ່​ດິນ ເຂົ້າ​ເປັນ​ຂອ​ງ​ລວມ​ໝູ່.

ຍາ​ນາງ ຊຸຍ​ ເມັງ ກ່າວ​ວ່າ:

ທ່ານ ສົມ​ບັດ​ ບໍ່​ມີ​ວຽກ​ເຮັດ ຕອນ​ທຳ​ອິດທີ່​ເພິ່ນ​ກັບ​ມາຄິດ​ວ່າ ຮຽນ​ກະ​ສິ​ກັມມາ ເພິ່ນຈະ​ໄດ້ຢູ່​ ກະ​ຊວງ​ກະ​ສິ​ກັມ ເຊິ່ງ​ມັນ​ຍາກ​ສຳ​ລັບ​ເພິ່ນທີ່​ຈົບ ຈາກ​ສະ​ຫະ​ຣັ​ຖ ອາ​ເມຣິ​ກາ. ລັຖບານ ບໍ່ເຊື່ອ​ຄົນທີ່​ຮ​ຽນ​ຈົບ ​ຈາ​ກ​ ສະ​ຫະ​ຣັ​ຖອາ​ເມ​ຣິກາ ເພາະວ່າ ລັຖບານ​ ຍັງລະ​ແວງ ຕໍ່​ແນວ​ທາງ​ຂອງ​ອາ​ເມຣິ​ກາ.”

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.