ກິຈກັມຄົບຮອບ 10 ທ່ານ ສົມບັດ ສົມພອນ ຫາຍສາບສູນ

ວິທະຍຸເອເຊຍເສລີ: 13 ທັນວາ 2022

ປະຊຸມໃນຫົວຂໍ້ “ໜ້າທີ່ຂອງຣັຖບານ ກັບ ສະຖານະການ ການບັງຄັບ ໃຫ້ຫາຍສາບສູນ ໃນອາຊ້ຽນ, ພາກປະຊາຊົນ ຄວນເຮັດຫຍັງແດ່?” ຈັດຂຶ້ນທີ່ຫໍສິລປະວັທນະທັມ ແຫ່ງກຸງເທບມະຫານະຄອນ, ເມື່ອວັນທີ 15 ທັນວາ ປີ 2022. RFA

ໃນວັນທີ 15 ທັນວາ ທີ່ຜ່ານມາ ກຸ່ມນັກເຄື່ອນໄຫວ ພາກປະຊາສັງຄົມໃນໄທຍ ແລະ ອົງການຈັດຕັ້ງພາກປະຊາສັງຄົມໃນໄທຍ ຫລາຍອົງການໄດ້ຮ່ວມກັນຈັດກິຈກັມ ໃນວາຣະຄົບຮອບ 10 ປີ ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ເພື່ອເປັນສັນຍາລັກວ່າ ຈະບໍ່ລືມ ທ່ານ ສົມບັດ ສົມພອນ ແລະ ຈັດກອງປະຊຸມໃນຫົວຂໍ້ “ໜ້າທີ່ຂອງຣັຖບານ ກັບສະຖານະການບັງຄັບ ໃຫ້ຫາຍສາບສູນ ໃນອາຊ້ຽນ ພາກປະຊາສັງຄົມຄວນເຮັດຫຍັງແດ່?” ທີ່ຫໍສິລປະວັທນາທັມ ແຫ່ງກຸງເທບມະຫານະຄອນ.

ກ່ຽວກັບເຣື່ອງນີ້ ການບໍຣິຫານປະເທດ ຂອງຣັຖບານລາວ ແລະ ກຸ່ມປະເທດ ສັງຄົມນິຍົມອື່ນໆ ປະຊາຊົນສາມາດ ສເນີຄວາມເຫັນຕໍ່ຣັຖ ເພື່ອນຳໄປໃຊ້ໃນການພັທນາ ປະເທດໃຫ້ດີຂຶ້ນ ແຕ່ຖ້າຫາກຣັຖບານປິດກັ້ນ ຫລື ບໍ່ອະນຸຍາດໃຫ້ ປະຊາຊົນສະແດງ ຄວາມຄິດຄວາມເຫັນ ຫລື ເຮັດໃຫ້ບາງຄົນຖືກບັງຄັບໃຫ້ຫາຍສາບສູນ ເປັນຕົ້ນກໍຣະນີຂອງ ທ່ານ ສົມບັດ ສົມພອນ ກໍຈະເຮັດໃຫ້ບໍ່ມີຜູ້ໃດຢາກອອກມາສະແດງຄວາມເຫັນ.

ດັ່ງ ຍານາງ ເປຣມຣຶດີ ດາວເຣືອງ ຜູ້ອຳນວຍການ ໂຄງການເສວະນາ ເອເຊັຽຕາເວັນອອກສຽງໃຕ້ (Project Sevana South-East Asia) ກ່າວໃນກອງປະຊຸມ ດັ່ງກ່າວນີ້ທີ່ຈັດຂຶ້ນໃນມື້ວັນທີ 15 ທັນວາ 2022 ວ່າ:

“ຍານາງກ່າວວ່າ ແລະ ເມື່ອມີເຫດການເຮັດໃຫ້ ຫາຍສາບສູນໄປແບບອ້າຍສົມບັດ ຄວາມຢ້ານກົວ ຄວາມຫວາດລະແວງ ແຜ່ກະຈາຍກໍຄົງບໍ່ຢາກມີໃຜທີ່ຈະເຮັດສິ່ງທີ່ ອາຈຖືກເບິ່ງວ່າເປັນການວິພາກ ວິຈານພວກເຮົາບໍ່ໄດ້ຮັບຮູ້ອີ່ຫຍັງຫລາຍ. ພາກພື້ນນີ້ຊຶ່ງບາງເຣື່ອງຊ່ອຍກັນ ໄດ້ກໍຊ່ອຍບໍ່ໄດ້ຖ້າພວກເຮົາ ບໍ່ຮູ້ວ່າມັນເກີດອີ່ຫຍັງຂຶ້ນແທ້ ຄວາມມິດງຽບທີ່ເຮົາຜະເຊີນໜ້ານີ້ ໂຕນີ້ກໍເປັນບັນຫາແນ່ນອນ ການພັທນາຢ່າງຍືນຍົງ ຢູ່ເທີງພື້ນຖານຂອງຄວາມຍຸຕິທັມ ພວກເຮົາບໍ່ເຫັນ.”

ທີ່ຜ່ານມາ ບຸກຄົນທີ່ຖືກບັງຄັບໃຫ້ຫາຍສາບສູນ ຫລາຍຄົນເປັນຕົ້ນ ທ່ານ ສົມບັດ ສົມພອນ ບໍ່ແມ່ນເປັນຜູ້ທີ່ອອກມາຕໍ່ຕ້ານ ຫລື ວິພາກວິຈານ ຣັຖບານແຕ່ເປັນຜູ້ທີ່ປົກປ້ອງສິດທິມະນຸສ, ຊຸມຊົນ ແລະ ສິດທິຂອງໂຕເອງຊຶ່ງບັນຫາດັ່ງກ່າວນີ້ ເກີດຂຶ້ນໃນຫລາຍປະເທດ ທົ່ວໂລກ.

ດັ່ງ ຍານາງ ອັງຄະນາ ນີລະໄພຈິດ ອະດີຕຄະນະກັມການສິດທິມະນຸສ ຂອງປະເທດໄທຍ ພັນຣະຍາຂອງ ທ່ານ ສົມຊາຍ ນີລະໄພຈິດ ທີ່ຖືກບັງຄັບໃຫ້ຫາຍສາບສູນ ໃນປະເທດໄທຍ ແລະ ສະມາຊິກຄະນະເຮັດວຽກ ດ້ານການບັງຄັບສູນຫາຍ ຄະນະມົນຕຣີສິດທິມະນຸສ ສະປະປະຊາຊາຕ ກ່າວໃນກອງປະຊຸມທີ່ຈັດຂຶ້ນ ໃນມື້ດຽວກັນນີ້ວ່າ:

“ຍານາງກ່າວວ່າໃນປະເທດລາວ ມີກໍຣະນີຫາຍສາບສູນຢູ່ 6 ຄົນ ທີ່ບັນທຶກໄວ້ ກັບສະຫະປະຊາຊາຕ ແຕ່ເຮົາເຊື່ອວ່າ ໂຕເລຂທີ່ເຮົາເຫັນນີ້ ມັນຈະເປັນພຽງສ່ວນໃດສ່ວນນຶ່ງເທົ່ານັ້ນ ເພາະໜ້າຈະມີຄົນອີກຈຳນວນຫລາຍ ບໍ່ສາມາດອອກມາສົ່ງສຽງໄດ້ ຣັຖບານແຕ່ລະປະເທດຈຶ່ງ ຈຳເປັນຕ້ອງມີກົດໝາຽ ພາຍໃນປະເທດເພື່ອຄຸ້ມຄອງ ຄົນທຸກຄົນຈາກການບັງຄັບ ໃຫ້ຫາຍສາບສູນ.”

ໃນໄລຍະຫລາຍປີທີ່ຜ່ານມາ ນັບແຕ່ ທ່ານ ສົມບັດ ສົມພອນ ຖືກບັງຄັບ ໃຫ້ຫາຍສາບສູນກໍເຮັດໃຫ້ຄອບຄົວ ແລະ ໝູ່ເພື່ອນຂອງທ່ານຫັນມາສົນໃຈ ປະເດັນທີ່ກ່ຽວຂ້ອງກັບການບັງຄັບ ໃຫ້ຫາຍສາບສູນຫລາຍຂຶ້ນ ຊຶ່ງກໍພົບວ່າຜູ້ທີ່ມັກຕົກເປັນເຫຍື່ອ ການບັງຄັບໃຫ້ຫາຍສາບສູນ ສ່ວນນຶ່ງແມ່ນເປັນບຸກຄົນທີ່ຕ້ອງການ ເຮັດວຽກເພື່ອສ້າງ ການປ່ຽນແປງໃຫ້ເກີດຂຶ້ນ ໃນສັງຄົມ.

ດັ່ງຍານາງ ອຶ້ງ ຊຸ່ຍ ເມັ້ງ ພັນຣະຍາຂອງ ທ່ານ ສົມບັດ ສົມພອນ ໃຫ້ຄວາມເຫັນ ຕໍ່ປະເດັນເຣື່ອງການບັງຄັບໃຫ້ຫາຍສາບສູນ ຂະນະທີ່ເຂົ້າຮ່ວມກິຈກັມດັ່ງກ່າວນີ້.

“ຄົນແບບນີ້ທີ່ວ່າຂະເຈົ້າ ຖືກບັງຄັບໃຫ້ຫາຍສາບສູນໄປ ຍ້ອນວ່າວຽກທີ່ຂະເຈົ້າເຮັດເປັນວຽກ ເພື່ອສັງຄົມວຽກທີ່ຢາກໃຫ້ສັງຄົມ ປ່ຽນແປງບາງທີ ມີບາງຄົນຢູ່ໃນສັງຄົມນີ້ ສັງຄົມນັ້ນ ຫລືວ່າຢູ່ໃນຣັຖບານນີ້ ຣັຖບານນັ້ນ ຂະເຈົ້າບໍ່ມັກເພາະວ່າ ຄົນແບບນີ້ຕັ້ງຄຳຖາມຫລາຍ ຕໍ່ສູ້ເພື່ອຄວາມ ຍຸຕິທັມໃນສັງຄົມ ຍ້ອນຈັ່ງຊີ້ເຂົາຈຶ່ງອຸ້ມຄົນແບບນີ້ໄປ.”

ເຖີງວ່າ ທ່ານ ສົມບັດ ສົມພອນ ຈະຖືກບັງຄັບໃຫ້ຫາຍສາບສູນໄປ ເປັນໄລຍະເວລາ 10 ປີເຕັມ ໝູ່ເພື່ອນທີ່ເຮັດວຽກນຳ ທ່ານ ອີກຫລາຍຄົນ ກໍຍັງມີຄວາມຫວັງວ່າ ຈະໄດ້ພົບ ທ່ານ ສົມບັດ ສົມພອນ ອີກຄັ້ງຢ່າງແນ່ນອນ. ດັ່ງ ທ່ານ ອາຈານ ສຸລັກ ສີວະຣັກ ຫລື ສ.ສີວະຣັກ ນັກວິຊາການ ອາວຸໂສຊາວໄທຍ ຜູ້ຖືກຂະໜານນາມວ່າ ເປັນປັນຍາຊົນ ແຫ່ງສະຍາມກ່າວໃນເວທີ ປາຖະກະຖາພິເສດ ພາຍໃນກິຈກັມດັ່ງກ່າວນີ້.

“ທ່ານກ່າວວ່າ ຂ້ອຍຍັງເຊື່ອຕລອດເວລາວ່າ ພັກຄອມມຸນິສຕ໌ ລາວ, ທະຫານລາວ, ຣັຖບານລາວ ບໍ່ຕ້ອງການຈະຂ້າ ສົມບັດ ຂ້ອຍເຊື່ອເລີຍວ່າ ການທີ່ຂະເຈົ້າຈັບໂຕ ສົມບັດໄປນັ້ນ ມັນເປັນຄວາມຜິດພາດ ແລະ ຂະເຈົ້າຍັງບໍ່ເຫັນວ່າ ຂະເຈົ້າຈະແກ້ໄຂຄວາມຜິດພາດ ດັ່ງກ່າວນີ້ ແນວໃດ ເພື່ອບໍ່ໃຫ້ເສັຽໜ້າ ຂ້ອຍເຊື່ອວ່າ ວັນນຶ່ງບໍ່ຊ້າເທົ່າໃດ ສົມບັດ ກໍຈະໄດ້ກັບມາ ຢູ່ກັບພວກເຮົາ.”

ທ່ານກ່າວຕື່ມວ່າ ໃນໄລຍະທີ່ປະເທດລາວ ປ່ຽນແປງການປົກຄອງ ມາເປັນປະເທດ ສັງຄົມນິຍົມ ຄົນລາວຈຳນວນຶ່ງ ເດີນທາງຫລົບໜີ ອອກຈາກປະເທດ ສ່ວນ ທ່ານ ສົມບັດ ສົມພອນ ຮຽນຢູ່ ປະເທດສະຫະຣັຖອາເມຣິກາ ທ່ານ ພັດຕັດສິນໃຈ ເດີນທາງກັບມາຍັງປະເທດລາວ ເພາະທ່ານຕ້ອງການ ເຮັດປໂຍດໃຫ້ແກ່ຊາວລາວ ເປັນຕົ້ນການສົ່ງເສີມ ໃຫ້ເກີດການສຶກສາ ນອກກະແສ ໃນກຸ່ມເຍົາວະຊົນຣຸ້ນໃໝ່ ແລະໂຄງການສົ່ງເສີມ ຄຸນນະພາບຊີວິຕ ຜ່ານການພັທນາ ດ້ານການກະເສຕແບບຍືນຍົງ.

ອີງຕາມຄຳກ່າວຂອງທ່ານ ຟີລ ໂຣເບີຣ໌ທຊັ້ນ ຮອງຜູ້ອຳນວຍ ການອົງການສິ້ງຊອມ ດ້ານສິດທິມະນຸສປະຈຳພາກ ພື້ນເອເຊັຽ ແປຊີຟິກ ເປີດເຜີຍໃນກອງ ປະຊຸມດັ່ງກ່າວນີ້ວ່າ ກ່ອນໜ້າທີ່ ທ່ານ ສົມບັດ ສົມພອນ ຈະຫາຍສາບສູນ ທ່ານໄດ້ປະຕິບັດໜ້າທີ່ ໃນຖານະໂຕແທນຂອງ ພາກປະຊາຊົນ ທີ່ເຮັດວຽກຮ່ວມກັບກະຊວງການຕ່າງປະເທດລາວ ໃນການລົງພື້ນທີ່ເພື່ອສອບຖາມ ບັນຫາ ແລະຄວາມເຫັນຂອງປະຊາຊົນ. ຈາກນັ້ນທ່ານກໍມີຄວາມພະຍາຍາມ ທີ່ຈະນຳສເນີເຣື່ອງດັ່ງກ່າວ ໃນກອງປະຊຸມ ພາກປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ໃນຖານະປະທານຮ່ວມ ຂອງຄະນະຜູ້ຈັດງານ ແຕ່ຣັຖບານລາວບໍ່ພໍໃຈ ໃນຂໍ້ສເນີດັ່ງກ່າວ.

ໃນໄລຍະປີ 2013 ຊຶ່ງເປັນເວລາປະມານ 1 ເດືອນຫລັງຈາກທີ່ ທ່ານ ສົມບັດ ສົມພອນ ຖືກລັກພາໂຕໄປນັ້ນ ຍານາງ ຮີລລາຣີ ຄລີນຕັນ ໃນຖານະຣັຖມົນຕຣີ ກະຊວງການ ຕ່າງປະເທດ ຂອງສະຫະຣັຖອາເມຣິກາ ໃນເວລານັ້ນ ແລະ ພາກສ່ວນອື່ນໆ ໃນຫລາຍປະເທດ ທົ່ວໂລກ ໄດ້ອອກຖແລງການ ຮຽກຮ້ອງໃຫ້ຣັຖບານລາວ ເດີນໜ້າກວດສອບ ຄວາມໂປ່ງໃສ ກ່ຽວກັບການລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນໄປ ຂອງ ທ່ານ ສົມບັດ ສົມພອນ ແຕ່ຣັຖບານລາວ ພັດມີທ່າທີເມີນເສີຍ ແລະ ບໍ່ເອົາໃຈໃສ່ໃນການສືບສວນ.

ໃນປີດຽວກັນນີ້ ນັກເຄື່ອນໄຫວດ້ານສິດທິມະນຸສ ແລະ ກຸ່ມຄົນຣຸ້ນໃໝ່ ໃນລຸ່ມແມ່ນໍ້າ ຂອງໄດ້ຮ່ວມກັນຈັດຕັ້ງກຸ່ມ Sombath Somphone & Beyond Project ແລະ ເວັບໄຊ Sombath.org ຂຶ້ນເພື່ອໃຊ້ເປັນຊ່ອງທາງ ໃນການຕິດຕາມ ແລະເຜີຍແຜ່ ຂໍ້ມູນກ່ຽວກັບຊີວະປວັດ ແລະຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ ຂະນະທີ່ສູນປາແດກ ຫລື Participatory Development Training Center (PADETC) ເພື່ອສົ່ງເສີມ ການພັທນາການສຶກສາ ແລະ ຄົນຣຸ້ນໃໝ່ ໃນປະເທດລາວ ທີ່ ທ່ານ ສົມບັດ ສົມພອນ ໄດ້ກໍ່ຕັ້ງຂຶ້ນກໍໄດ້ປະກາດ ຫຍຸບເລີກໃນປີ 2019 ທີ່ຜ່ານມານັ້ນ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.