ໄລຍະ 10 ປີທີ່ຜ່ານມາ ຍັງບໍ່ມີຄຳຕອບ ແລະ ການອະທິບາຍໃດໆຈາກລັດຖະບານ ລາວ ກ່ຽວກັບ ການລັກພາຕົວທ່ານ ສົມພອນ

Voice of America: 18 ທັນວາ 2022

ການປຸກລະດົມໃຫ້ຊອກຫາ ທ່ານ ສົມບັດ ສົມພອນ-Campaign to look for Mr. Sombath Somphone

ໄລຍະ 10 ປີທີ່ຜ່ານມາ ຍັງບໍ່ມີຄຳຕອບ ແລະ ການອະທິບາຍ ໃດໆຈາກລັດຖະບານ ລາວ ກ່ຽວກັບ ການລັກພາຕົວທ່ານ ສົມພອນ

ສົມພອນ ນັກພັດທະນາທາງສັງຄົມໃນລາວທີ່ໄດ້ຮັບລາງວັນ ແມັກໄຊໄຊ (Magsaysay) ໃນຖານະນັກພັດທະນາສັງຄົມທີ່ດີເດັ່ນຂອງອາຊຽນໃນປີ 2005 ນັ້ນຢືນຢັນວ່າທ່ານນາງຍັງ ຄົງທວງຖາມທາງການລາວ ກ່ຽວກັບ ສາເຫດທີ່ມີການລັກພາຕົວທ່ານ ສົມບັດ ຜູ້ເປັນສາມີຂອງ ທ່ານນາງລວມທັງໄດ້ທວງຖາມເຖິງຄວາມຄືບໜ້າໃນການສືບສວນສອບສວນເພື່ອຕິດຕາມຫາທ່ານ ສົມບັດ ໃນຕະຫຼອດໄລຍະ 10 ປີທີ່ຜ່ານມາແຕ່ວ່າກໍຍັງບໍ່ມີຄຳຕອບຈາກ ທາງການລາວແຕ່ ຢ່າງໃດທັງຍັງບໍ່ມີໂອກາດພົວ ພັນກັບໜ່ວຍງານຂອງລັດຖະບານລາວ ທີ່ຮັບຜິດຊອບຕໍ່ກໍລະນີ ດັ່ງກ່າວອີກດ້ວຍທັງໆທີ່ວ່າການລັກພາຕົວທ່ານ ສົມບັດ ໄດ້ເກີດຂຶ້ນຢູ່ກັບປ້ອມຕຳຫຼວດແຫ່ງ ນຶ່ງໃນເຂດນະຄອນຫຼວງວຽງຈັນ ແລະ ມີວິດີໂອທີ່ບັນທຶກພາບເຫດ ການທີ່ເກີດຂຶ້ນດ້ວຍນັ້ນ ຫາກແຕ່ວ່າກໍຍັງບໍ່ມີຜົນຄືບໜ້າໃນ ການສືບສວນສອບສວນແຕ່ຢ່າງໃດເລີຍໃນຕະຫຼອດໄລຍະ 10 ປີືທີ່ຜ່ານມາ ຍິ່ງໄປກວ່ານັ້ນທາງການລາວຍັງໄດ້ປະຕິເສດທີ່ຈະໃຫ້ການຮ່ວມມືໃນ ການສືບຄົ້ນຫາຄວາມຈິງຂອງການລັກພາຕົວທ່ານ ສົມບັດ ເລື້ອຍມາອີກດ້ວຍດັ່ງທີ່ທ່ານນາງ ອຶ້ງ ຊຸຍ ເມັງ ໄດ້ໃຫ້ການຢືນຢັນວ່າ

“ຫຼັງ​ຈາກ​ດົນ​ກວ່າ 30 ປີ​ທີ່​ຜ່ານ​ມາ​ທ່ານ ສົມ​ບັດ ໄດ້​ກາຍ​ເປັນ​ທີ່​ຮັບ​ຮູ້​ດັ່ງ​ກັບ​ຜູ້​ເຮັດ​ວຽກ​ໃນ​ການ​ນຳ​ພາ​ຊຸມ​ຊົນ ແລະ ພັດ​ທະ​ນາ​ຊາວ​ໜຸ່ມ. ໂຊກບໍ່​ດີ, ໃນ​ເດືອ​ນ​ທັນ​ວາ 2012 ລາວ​ຖືກ​ບັງ​ຄັບ​ຫາຍ​ສາບ​ສູນ, ລາວ​ຖືກ​ລັກ​ພາ​ຕົວ​ຢູ່​ຕໍ່​ໜ້າ​ປ້ອມ​ຕຳຫຼວດ ແລະ ຖືກ​ນຳ​ພາ​ຕົວ​ໄປ, ບໍ່​ມີ​ໃຜ​ໄດ້​ເຫັນ ຫຼື ໄດ້​ຍິນ​ຈາກ​ລາວ​ອີກ​ເລີຍ. ແຕ່​ມັນ​ມີ​ພາບ​ວິ​ດີ​ໂອ​ທີ່​ບັນ​ທຶກ​ເຫດ​ການ​ໃນ​ເວ​ລາ​ການ​ລັກ​ພາ​ຕົວ​ລາວ​ນັ້ນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ ທ່ານ ສົມ​ບັດ ແທ້​ຈິງ​ແລ້ວ​ຖືກ​ນຳ​ຕົວ​ໄປ​ໂດຍ​ຕຳຫຼວດ. ໃນ​ເດືອນ​ທັນ​ວາ​ປີນີ້, ມັນ​ຈະ​ເປັນ​ວັນ​ຄົບ​ຮອບ 10 ປີ​ຂອງ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ ສົມ​ພອນ. ແລະ ໃນ 10 ປີ​ທີ່​ຜ່ານ​ມາ​ຂ້ອຍ​ໄດ້​ເຮັດ​ທຸກ​ຢ່າງ​ທີ່​ຂ້ອຍ​ສາ​ມາດ​ເຮັດ​ໄດ້​ເພື່​ອ​ພະ​ຍາ​ຍາມ ແລະ ໃຫ້​ເຈົ້າ​ໜ້າ​ທີ່​ລາວ ແລະ ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ມອບ​ຂໍ້​ມູນ ກ່ຽວ​ກັບ ສິ່​ງ​ທີ່​ໄດ້​ເກີດ​ຂຶ້ນ​ຕໍ່​ທ່ານ ສົມ​ບັດ ໃຫ້​ຂ້ອຍ, ວ່າ​ລາວ​ຖືກ​ພາ​ຕົວ​ໄປ​ໃສ ແລະ ໃຫ້​ປ່ອຍ​ຕົວ​ລາວ. ແຕ່​ຊ້ຳ​ພັດ​ຂ້ອຍ​ມີ​ແຕ່​ໄດ້​ປະ​ເຊີນ​ກັບ​ການ​ປະ​ຕິ​ເສດ​ໂດຍ​ອົງ​ການ​ລັດ​ຖະ​ບານ ລາວ ທີ່​ວ່າ​ເຂົາ​ເຈົ້າ​ໄດ້​ລັກ​ພາ​ຕົວ​ທ່ານ ສົມ​ບັດ​ ໄປ.”

ຄັ້ງສຸດທ້າຍທີ່ທ່ານນາງ ອຶ້ງ ຊຸຍ ເມັງ ໄດ້ຮັບໂອກາດຕິດຕໍ່-ພົວພັນກັບໜ່ວຍງານຂອງລັດຖະບານ ລາວ ກໍຄືໃນທ້າຍປີ 2017 ແລະ ຫຼັງຈາກນັ້ນກໍບໍ່ໄດ້ຮັບໂອກາດດັ່ງກ່າວອີກເລີຍເຖິງແມ່ນວ່າ ຈະໄດ້ມີການພົວພັນໄປຫາໜ່ວຍງານຂອງລັດຖະບານ ລາວ ທີ່ຮັບຜິດຊອບຕໍ່ກະລະນີດັ່ງ ກ່າວເລື້ອຍມາກໍ່ຕາມ ຫາກແຕ່ໂດຍສ່ວນຕົວຂອງທ່ານນາງ ອຶ້ງ ຊຸຍ ເມັງ ນັ້ນທ່ານນາງເຊື່ອວ່າສາເຫດເບື້ອງຫຼັງທີ່ເຮັດໃຫ້ເກີດການລັກພາຕົວທ່ານ ສົມບັດ ກໍຄືການທີ່ທ່ານ ສົມບັດ ໄດ້ດຳເນີນການປຸກລະດົມໃຫ້ປະຊາຊົນ ລາວ ເຫັນຄວາມສຳຄັນຂອງການອະນຸລັກ ສິ່ງແວດລ້ອມທຳມະຊາດດ້ວຍການນຳໃຊ້ທີ່ດິນເພື່ອຜົນປະໂຫຍດຢ່າງຍືນຍົງທີ່ໄດ້ກະທົບໂດຍກົງຕໍ່ຜົນປະໂຫຍດຂອງກຸ່ມຜູ້ມີອຳນາດໃນວົງການພັກ ແລະ ລັດຖະບານ ລາວ ທີ່ສະແຫວງຫາຜົນປະໂຫຍດຈາກໂຄງການສຳປະທານຕ່າງໆ ທັງໂຄງການຂຸດຄົ້ນແຮ່ທາດ, ໂຄງການສຳປະທານທີ່ດິນເພື່ອການຜະລິດສິນຄ້າກະ ສິກຳຂະໜາດໃຫຍ່, ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ການພັດທະນາໂຄງລ່າງ ພື້ນຖານຕ່າງໆທີ່ໄດ້ມີການບັງຄັບເວນຄືນທີ່ດິນຂອງປະຊາຊົນລາວຢ່າງກວ້າງຂວາງນັ້ນ.

ຍິ່ງໄປກວ່ານັ້ນທ່ານນາງ ອຶ້ງ ຊຸຍ ເມັງ ຍັງໄດ້ສະແດງການຮຽກຮ້ອງຕໍ່ພາກປະຊາສັງຄົມໃນ ທົ່ວອາຊຽນ ເພື່ອໃຫ້ຮ່ວມກັນກົດດັນຕໍ່ທາງການລາວ ແລະ ການຮ່ວມມືກັນເສີມສ້າງຄວາມເຂັ້ມ ແຂງຂອງພາກປະຊາສັງຄົມເຂົ້າໃນການສະກັດກັ້ນບໍ່ຍອມໃຫ້ເກີດການລັກພາຕົວຄືກໍລະນີຂອງທ່ານ ສົມບັດ ເກິດຂຶ້ນອີກທັງໃນລາວ ແລະ ໃນທົ່ວອາຊຽນຕະຫຼອດຈົນການຮ່ວມມືກັນ ເພື່ອກົດດັນໃຫ້ທາງການລາວ ຍອມຮັບໃນການບັງຄັບໃຊ້ກົດໝາຍເພື່ອການປົກປ້ອງ ຄວາມປອດໄພໃນຊີວິດ ແລະ ຊັບສິນຂອງປະຊາຊົນລາວ ໃຫ້ໄດ້ຢ່າງແທ້ຈິງອີກດ້ວຍ ໂດຍຫຼ້າສຸດທ່ານນາງ ອຶ້ງ ຊຸມ ເມັງ ກໍໄດ້ຂຽນປື້ມທີ່ກ່ຽວກັບຊີວິດ ແລະ ຜົນງານຂອງທ່ານ ສົມບັດ ເພື່ອເຜີຍແຜ່ສູ່ການຮັບຮູ້ໃນວົງກວ້າງແລ້ວໃນຂະນະນີ້.

ສ່ວນໃນຊ່ວງວັນທີ 2-15 ທັນວາ 2022 ບັນດາອົງການທີ່ເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດ ຊົນທັງໃນອາຊຽນ ແລະ ສາກົນ ກໍໄດ້ຮ່ວມກັນຈັດເວທີເສວະນາທີ່ກ່ຽວກັບຊີວິດ, ຜົນງານ, ແນວຄິດອຸດົມການ ແລະ ວິທີການປະຕິບັດງານຂອງທ່ານ ສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽກຮູ້ໃນວົງກວ້າງ ແລະ ທວງຖາມເຖິງຄວາມຍຸຕິທຳໃຫ້ກັບທ່ານ ສົມບັດອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.