ຈົດຫມາຍເປີດ ເລື່ອງ ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238

International Commission of Jurists: 13 ທັນວາ 2017 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ   ທ່ານ ບຸນຍັງ ວໍຣະຈິດ, ປະທານປະເທດ ສຳນັກງານປະທານປະເທດ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ   ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີ ກະຊວງຍຸຕິທຳ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ   13 ທັນວາ 2017   ຮຽນ      ທ່ານ ທອງລຸນ ສີສຸລິດ, ທ່ານ ບຸນຍັງ ວໍຣະຈິດ, ແລະ ທ່ານ ໄຊສີ ສັນຕິວົງ,   ເລື່ອງ:   ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238 ປີ 2017   ຄະນະກຳມະການກົດໝາຍສາກົນ …

ພາກປະຊາສັງຄົມໃນ ສປປ ລາວ…ແມ່ນ​ຫຍັງ?

ຂຽນໂດຍ the Sombath Initiative ຕາມປະຫວັດສາດແລ້ວ, ສປປ ລາວ ເປັນປະເທດທີ່ມີຄວາມຮັ່ງມີດ້ານຄວາມຫລາກຫລາຍຂອງຊົນເຜົ່າ, ມີຄວາມຫລາກຫລາຍດ້ານພາສາ ແລະ ທາງດ້ານພູມສາດ. ມາຮອດປະຈຸບັນໂດຍສະເພາະໃນບັນດາປະເທດ ສັງຄົມນິຍົມ ບັນດາຊຸມຊົນທີ່ຢູ່ຊົນນະບົດແມ່ນຈະກຸ້ມຕົນເອງທາງດ້ານການດຳລົງຊີວິດ ແລະ ການຄຸ້ມຄອງ ຕົນເອງເປັນສ່ວນໃຫຍ່. ພາກປະຊາສັງຄົມທີ່ມີມາແຕ່ດົນນານກໍ່ຍັງສາມາດຮັກສາຢູ່ຄຽງຄູ່ກັບສັງຄົມເລີ້ອຍມາ. ການໄດ້ຮັບການຊ່ວຍເຫລືອທີ່ສຳຄັນຜ່ານທາງຂະບວນການຊ່ວຍເຫລືອຕ່າງໆ, ການສ້າງສາພັດທະນາປະເທດຊາດກໍ່ໄດ້ມີການເຕີບໂຕຢ່າງໄວວາແລະໄດ້ເລີ່ມເຂົ້າມາແທນທີ່ບັນດາຮີດຮອງປະເພນີ ແລະ ຄວາມເປັນເອກະ ລັກຕ່າງໆເທື່ອລະໜ້ອຍ. ຕາມປົກກະຕິແລ້ວ ຊຸມຊົມທີ່ຢູ່ຫ່າງໄກຊອກຫຼີກແມ່ນບໍມີຄວາມເຂົ້າໃຈ ແລະ ບໍ່ສາມາດຮັບຮູ້ກ່ຽວກັບບັນດາກົດໝາຍ ແລະ ກົນໄກຕ່າງໆທີ່ສ້າງຂື້ນມາໃໝ່ໆໄດ້. ອົງການຈັດຕັ້ງມະຫາຊົນລວມມີອົງການແນວລາວສ້າງຊາດ, ສະຫະພັນກຳມະບານ, ແລະ ສະຫະພັນຊາວໝຸ່ມ ແລະ ແມ່ຍິງ ແມ່ນໄດ້ຮັບການຄຸ້ມຄອງໂດຍລັດຖະບານ ແຕ່ກໍ່ຍັງຖືວ່າເປັນອົງການພາກປະຊາສັງຄົມຢູ່ ເຖິງ ແມ່ນວ່າ ການສ້າງຕັ້ງອົງການເຫຼົ່ານັ້ນແມ່ນເພື່ອເປັນຕົວແທນໃຫ້ແກ່ພາກປະຊາຊົນໂດຍຕົງ.  ບັນດາອົງການທີ່ບໍ່ໄດ້ສະແຫວງຫາຜົນກຳໄລຕ່າງໆ (NPAs) ກໍ່ຖືວ່າເປັນອົງການທີ່ສຳຄັນຄ້າຍຄືກັນເພາະປຽບເໝືອນເປັນ ສາຍເລືອດ ແລະ ກົນໄກ ທີ່ຊ່ວຍເຜີຍແຜ່ລະບຽບການ, ນະໂຍບາຍ ແລະ ແຜນງານຕ່າງໆຂອງລັດຖະບານ.

ການ​​​ເຝົ້າຄອຍ ​​ ນັກ​ພັດທະນາ​ສັງຄົມ​ລາວ​ຜູ້​ສູນຫາຍ ​ຢ່າງໂດດດ່ຽວ

The Sentinel: 02 ຕຸລາ 2013 ລັດຖະບານ​​ເປັນ​ຜູ້​ຖືກ​ສົງ​ໃສ​ວ່າ​​ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ​ໃນ​ຂະ​ບວນການຫາຍ​​ຕົວ​ໄປຂອງ​ຜູ້​ຊ່ຽວຊານ​ດ້ານ​ການ​ພັດທະນາ ສຳລັບ​ອື້​ງ ຊຸຍ​ມິ​ງ, 10 ​ເດືອນ​ທີ່​ຜ່ານ​ມາ ​ເປັນ​ຊ່ວງ​​ເວລາ​​ແຫ່ງ​ຄວາມ​ໂດດດ່ຽວ, ຫົດ​ຫູ່, ​ແລະ ​​ຄວາມ​ຢ້ານ​. ລາວ​ໄດ້​ດີ້ນລົນ​ສຸດ​ຂີດ​ແຕ່​ບໍ່​ໄດ້​ຮັບ​ຜົນ​ຫຍັງ​ເລີຍ​ໃນ​ການ​ຄົ້ນ​ຫາ​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ສາມີ​ຂອງ​ລາວ, ສົມບັດ ສົມ​ພອນ, ​ຜູ້ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ວ່າ​ຖືກ​ລັກ​ພາ​ຕົວ ​ແລະ ຖືກ​ຂ້າ ​ເຊິ່ງອາດ​ຈະ​​ແມ່ນ​ສະມາຊິກ​ຂອງ​ລັດຖະບານ​ສປປ ລາວ ທີ່​ສົມຮູ້​ຮ່ວມ​ຄິດ​ນຳ. ​​​ ຊຸຍ​ມິ​ງປະຕິ​ເສດ​ທີ່ຈະ​ຍອມ​ແພ້ ​ໂດຍ​ຍັງ​ມີ​ຄວາ​ມຫວັງ​ວ່າຜູ້​ຊ່ຽວຊານ​ດ້ານ​ກາ​ນພັດ​ທະ​ນາ​ທີ່​ໂດ່​ງດັງ​ໃນ​ລະດັບ​ສາກົນ ກໍ​ຄື ​ສົມບັດ ​ໃນໄວ​ອາ​ຍຸ 61 ປີ ທີ່​ຫາຍ​ຕົວ​ໄປ​ໃນ​ຂະນະ​ທີ່​ກຳລັງ​ເດີນທາງ​ກັບ​ເມືອ​ກິນ​ເຂົ້າ​ຢູ່​ເຮືອນຕັ້ງ​ແຕ່​ວັນ​ທີ 15 ທັນວາ ປີ​ກາຍ​ນີ້ ​ ຈະ​ຍັງ​ມີ​ຊີວິດ​ຢູ່. ມີ​ຂໍ້​ສົງ​ໃສ​ວ່າ​ສົມບັດ ອາດ​ຈະ​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ຮູ້ສຶກວ່າ​ເປັນ​ປໍ​ລະ​ປັກ​ຕໍ່​ກຸ່ມ​ຜູ້​​ສະ​ແຫວ​ງຜົນ​ປະ​​ໂຫຍ​ດຈາກ​ທີ່​ດິນ ​​ຈາກ​ການ​ທີ່​ວ່າ​ລາວ​ພະຍາຍາມ​ປົກ​ປ້ອງ​ຜົນ​ປະ​​ ໂຫຍ​ດຂອງປະ​ຊາ​ຊົນ​ຊາວ​ໄຮ່​ຊາວນາ​​ເຊິ່ງ​ເປັນ​ປະຊາກອນ​ສ່ວນ​ໃຫຍ່​ໃ​ນຂົງ​ເຂດຊົນ​ນະ​ບົດ. ຈາກ​ຜົນການ​ສຶກສາ, ໄດ້​ມີ​ການ​ປະ​ເມີນ​​ໄວ້​ວ່າ 40 ​ເປີ​ເຊັນ​ຂອງ​ທີ່​ດິນ​ປູກຝັງ​ໃນ​ປະ​ເທດ​ຕອນ​ນີ້​ຕົກຢູ່​ໃນ​ກຳມື​ຂອງ​ຕ່າງ​ຊາດ ​ຢ່າງ​ໃດ​ກໍ​ຕາມ, ພັນ​ລະ​ຍາ​ຂອງ​ສົມບັດ​ເວົ້າ​ວ່າ ສາມີ​ຂອງ​ຕົນ​ບໍ່​ເຄີຍ​ໃຊ້​ວິທີ​ຕໍ່ຕ້ານ ​​ແຕ່​ລາວ​​ໄດ້​ເຮັດ​ວຽກ​ຮ່ວມ​ມື​ກັບ​ລັດຖະບານ​ມາ​ຕະຫຼອດ​ເພື່ອ​ເປົ້າໝາຍ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ. ສົມບັດ ​ໄດ້​ຮັບ​ລາງວັນ ຣາມອນ​ ​ແມັກ​​ໄຊ​ໄຊ ​(Ramon Magsaysay) …