ຈົດຫມາຍເປີດ ເລື່ອງ ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238

International Commission of Jurists: 13 ທັນວາ 2017

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ

ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທ່ານ ບຸນຍັງ ວໍຣະຈິດ, ປະທານປະເທດ

ສຳນັກງານປະທານປະເທດ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີ

ກະຊວງຍຸຕິທຳ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

13 ທັນວາ 2017

 

ຮຽນ      ທ່ານ ທອງລຸນ ສີສຸລິດ, ທ່ານ ບຸນຍັງ ວໍຣະຈິດ, ແລະ ທ່ານ ໄຊສີ ສັນຕິວົງ,

 

ເລື່ອງ:   ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238 ປີ 2017

 

ຄະນະກຳມະການກົດໝາຍສາກົນ (ICJ), ອົງການນີລະໂທດກຳສາກົນ (Amnesty), ອົງການຕິດຕາມສິທິມະນຸດ (HRW), ສະຫະພັນສາກົນເພື່ອສິທິມະນຸດ (FIDH), ສະພາເອເຊຍ ເພື່ອສິດ ແລະການພັດທະນາມະນຸດ (Forum-Asia), ສະມາຊິກລັດຖະສະພາອາຊຽນ ເພື່ອສິທິມະນຸດ (APHR), ການບໍລິການສາກົນເພື່ອສິທິມະນຸດ (ISHR), ສູນສິທິພົນລະເຮືອນ ແລະການເມືອງ (CCPR-Centre), ແລະອົງການສາກົນດ້ານການທໍລະມານ (OMCT) ສະແດງຄວາມກັງວົນເປັນທີ່ສຸດຕໍ່ກັບດຳລັດວ່າດ້ວຍສະມາຄົມ ທີ່ກຳລັງຈະຖືກຮັບຮອງນຳໃຊ້ (ເລກທີ. 238 ປີ 2017) (ຕໍ່ໄປນີ້ຈະກ່າວຫຍໍ້ເປັນ ‘ດຳລັດ’) ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).

ພວກເຮົາຮຽກຮ້ອງໃຫ້ລັດຖະບານ ສປປ ລາວ ຖອນ ຫຼືດັດແກ້ດຳລັດສະບັບນີ້ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະມາດຖານສິທິມະນຸດສາກົນ. ພວກເຮົາຍັງຮຽກຮ້ອງໃຫ້ລັດຖະບານປະຕິຮູບກອບກົດໝາຍສຳລັບນິຕິກຳ ດ້ານການສະມາຄົມໃນ ສປປ ລາວ ແລະປັບໃຫ້ສອດຄ່ອງກັບກົດໝາຍ ແລະມາດຖານສິທິມະນຸດສາກົນ. ການຖອນ ຫຼືດັດແກ້ດຳລັດສະບັບນີ້ ຕ້ອງຄຽງຄູ່ກັບການປະຕິຮູບກອບນິຕິກຳດ້ານການສະມາຄົມນີ້.

ດຳລັດວ່າດ້ວຍສະມາຄົມ, ລົງວັນທີ 11 ສິງຫາ 2017, ໄດ້ຖືກປະກາດນຳໃຊ້ວັນທີ 15 ພະຈິກ 2017.[1] ອີງຕາມມາດຕາ 81, ນິຕິກຳສະບັບນີ້ແມ່ນນຳໃຊ້ແທນດຳລັດວ່າດ້ວຍສະມາຄົມ (ເລກທີ 115 ປີ 2009) ລົງວັນທີ 29 ເມສາ 2009 (‘ດຳລັດ 2009’).[2] ດຳລັດ 2009 ໃຊ້ຄຳສັບທີ່ກວມລວມ ແລະບໍ່ຊັດແຈ້ງ ເຊິ່ງພາໃຫ້ ມີການວາງຂີດຈຳກັດໂດຍພະລະການ ຕໍ່ກັບສິດດ້ານເສລີພາບດ້ານການສະມາຄົມ, ເສລີພາບດ້ານການ ສະແດງຄວາມຄິດເຫັນ, ແລະເສລີພາບດ້ານຄວາມເປັນສ່ວນຕົວໃນ ສປປ ລາວ ຢູ່ແລ້ວ. ດຳລັດສະບັບໃໝ່ ປາກົດວ່າຍິ່ງຮ້າຍແຮງກວ່າເກົ່າ.

ດຳລັດສະບັບໃໝ່ນີ້ ມອບອຳນາດໃຫ້ເຈົ້າໜ້າລັດຖະບານໃນ ສປປ ລາວ ໃນການວາງກອບຈຳກັດໂດຍ ພະລະການ ຫຼືປະຕິເສດການມອບສິດພື້ນຖານ ເຊິ່ງລວມເຖິງອຳນາດແບບບໍ່ມີເຫດຜົນໃນການຄວບຄຸມ ແລະ/ຫຼື ເກືອດຫ້າມການກໍ່ຕັ້ງສະມາຄົມ, ອຳນາດໂດຍພະລະການໃນການກວດກາ, ຕິດຕາມ ແລະບັ່ນທອນ ກິດຈະກຳ ແລະງົບປະມານຂອງສະມາຄົມ, ອຳນາດໃນການສັ່ງປິດສະມາຄົມ ດ້ວຍເຫດຜົນແບບພະລະການ ໂດຍບໍ່ໃຫ້ມີການອຸທອນ, ແລະອຳນາດໃນການໃສ່ລະບຽບຕໍ່ສະມາຄົມ ຫຼືສະມາຊິກບຸກຄົນ ໂດຍພະລະການ. ດຳລັດສະບັບນີ້ ຍັງລວມມີມາຕະການຕໍ່ການໃສ່ໂທດທາງອາຍາຕໍ່ສະມາຄົມທີ່ບໍ່ໄດ້ຂຶ້ນທະບຽນ ແລະ ອະນຸຍາດໃຫ້ມີການດຳເນີນຄະດີຕໍ່ສະມາຊິກສະມາຄົມນັ້ນໄດ້.

ໃນຖານະທີ່ເປັນລັດພາຄີ ຂອງຂໍ້ຕົກລົງສາກົນ ວ່າດ້ວຍສິດດ້ານພົນລະເຮືອນ ແລະການເມືອງ (ICCPR), ສປປ ລາວ ມີ ຂໍ້ຜູກມັດດ້ານກົດໝາຍທີ່ຕ້ອງເຄົາຣົບ, ປົກປ້ອງ, ແລະຮັບປະກັນສິດຕໍ່ຄວາມເປັນສ່ວນຕົວ (ມາດຕາ 17), ເສລີພາບໃນການສະແດງຄວາມຄິດເຫັນ (ມາດຕາ 19) ແລະເສລີພາບດ້ານການສະມາຄົມ (ມາດຕາ 22) ແລະອື່ນໆ. ສິດໃນການຕັ້ງ ແລະເຂົ້າຮ່ວມສະມາຄົມ ເປັນອົງປະກອບອັນສຳຄັນຂອງເສລີພາບດ້ານການ ສະມາຄົມ.[3] ມີແຕ່ຂໍ້ເກືອດ [4] ຫ້າມທີ່ຜ່ານຂໍ້ກຳນົດຂອງຂໍ້ຕົກລົງສາກົນເທົ່ານັ້ນ ທີ່ສາມາດໃຊ້ໄດ້ ເຊິ່ງມີຢູ່ວ່າ: ຂໍ້ ເກືອດຫ້າມຕ້ອງເລັງເຫັນຈຸດປະສົງຂອງຂໍ້ຕົກລົງສາກົນ ແລະ “ສອດຄ່ອງກັບການທົດສອບອັນເຄັ່ງຄັດ ດ້ານ ຄວາມຈຳເປັນ ແລະຄວາມແທດເໝາະ.”[5]

ການປະກາດກ່ຽວກັບຜູ່ພິທັກສິທິມະນຸດ ຂອງອົງການສະຫະປະຊາຊາດ ຍັງໄດ້ຢືນຢັນສິດຂອງບຸກຄົນຕໍ່ ເສລີພາບໃນການຕັ້ງ ແລະເຂົ້າຮ່ວມສະມາຄົມ, ບໍ່ວ່າຈະຂຶ້ນກັບລັດຖະບານ ຫຼືບໍ່, ແລະຢືນຢັນໜ້າທີ່ຂອງລັດ ໃນການອອກນິຕິກຳ, ມາຕະການບໍລິຫານ ແລະອັນອື່ນທີ່ຈຳເປັນ ເພື່ອການສົ່ງເສີມ ແລະປົກປ້ອງເສລີພາບ ເຫຼົ່ານີ້ຢ່າງມີປະສິທິພາບ.

ບັນຍັດໃໝ່ ຄືສິ່ງທີ່ໜ້າເປັນຫ່ວງ

ດຳລັດສະບັບໃໝ່ນີ້ ວາງຂີດຈຳກັດຈະແຈ້ງຕໍ່ກັບສະມາຄົມ ແລະບັນດາສະມາຊິກ ຍິ່ງກວ່າດຳລັດ 2009 ອີກ.

ພາຍໃຕ້ດຳລັດໃໝ່ນີ້, ເຈົ້າໜ້າທີ່ລັດຖະບານ ມີອຳນາດພະລະການທີ່ກວ້າງຂວາງກວ່າໃນການເກືອດຫ້າມ ກິດຈະກຳຂອງສະມາຄົມ, ສະຫຼາຍ ແລະລະງັບສະມາຄົມ, ແລະ “ໃສ່ລະບຽບ” ຫຼືໃສ່ໂທດທາງອາຍາຕໍ່ ສະມາຄົມ ຫຼືສະມາຊິກທີ່ລະເມີດນິຕິກຳນີ້. ຂໍ້ຈຳກັດຕໍ່ກິດຈະກຳຂອງສະມາຄົມ ຍັງໄດ້ມີການຂະຫຍາຍຕື່ມ ໃນມາດຕາ 31 ຂອງດຳລັດໃໝ່, ແລະຄຳສັບສຳຄັນໃນນິຕິກຳທີ່ກ່າວເຖິງຂໍ້ຈຳກັດ ກໍ່ບໍ່ໄດ້ມີການລະບຸລະອຽດ ເຊິ່ງເປັນຊ່ອງຫວ່າງໃຫ້ເຈົ້າໜ້າທີ່ລັດ ສາມາດຕັດສິນໃຈໂດຍພະລະການໄດ້.

ການລະເມີດຂໍ້ຫ້າມທີ່ວາງອອກໃນມາດຕາ 31 ຂອງດຳລັດໃໝ່ນີ້ ສາມາດເປັນເຫດຜົນໃນການສັ່ງປິດ ສະມາຄົມໄດ້ ພາຍໃຕ້ມາດຕາ 48. ມາດຕາ 48.1.4 ຍັງອະນຸຍາດໃຫ້ສັ່ງປິດສະມາຄົມໄດ້ ຖ້າສະມາຄົມນັ້ນ “ບໍ່ສະເໜີຂໍຂຶ້ນທະບຽນ”. ສິ່ງນີ້ຍິ່ງເພີ່ມເຫດຜົນໃນການສັ່ງປິດສະມາຄົມ ທີ່ໄດ້ວາງໄວ້ແລ້ວໃນດຳລັດ 2009, “ວັນໝົດອາຍຸຂອງການດຳເນີນງານ”, “ການບໍ່ສາມາດດຳເນີນງານໄດ້ພາຍໃນ 12 ເດືອນ” ຫຼື “ການບໍ່ສາມາດ ບັນລຸຈຸດປະສົງທີ່ລະບຸໄວ້ໃນກົດບັດຂອງສະມາຄົມໄດ້” ເຊິ່ງເປີດທາງໃຫ້ການວາງຂີດຈຳກັດແບບພະລະການ ຕໍ່ສິດຂອງເສລີພາບໃນການສະມາຄົມ. ຂໍ້ຈຳກັດເຫຼົ່ານີ້ຍັງຄົງຮັກສາໄວ້ໃນມາດຕາ 48 ຂອງດຳລັດໃໝ່.

ດຳລັດໃໝ່ນີ້ ຍັງຮັກສາຂໍ້ຈຳກັດດ້ານສິດພື້ນຖານອື່ນໆທີ່ໄດ້ລະບຸໄວ້ໃນດຳລັດ 2009 ອີກ, ເປັນຕົ້ນແມ່ນ,

  • ການຂໍອະນຸມັດຈາກອົງການຈັດຕັ້ງລັດ ໃນຫຼາຍຂັ້ນຕອນໃນການກໍ່ຕັ້ງສະມາຄົມ;
  • ການຫ້າມການກໍ່ຕັ້ງກຸ່ມດ້ວຍເຫດຜົນຕ່າງໆ ເຊັ່ນ “ການສະແດງຄວາມຄິດດ້ານການເມືອງ ແລະອື່ນໆ”, “ສາສະໜາ” ຫຼື “ເຊື້ອຊາດສັງຄົມ”, ເຊິ່ງຜິດຕໍ່ມາດຕາ 2(1) ຂອງຂໍ້ຕົກລົງສາກົນ ວ່າ ດ້ວຍສິດດ້ານພົນລະເຮືອນ ແລະການເມືອງ (ICCPR) ແລະມາດຕາ 2(2) ຂອງຂໍ້ຕົກລົງສາກົນ ວ່າດ້ວຍສິດ ດ້ານເສດຖະກິດ, ສັງຄົມ ແລະວັດທະນະທຳ (ICESCR), ເຊິ່ງ ສປປ ລາວ ໄດ້ໃຫ້ສັດຕະຍາບັນແລ້ວ;
  • ການກຳນົດຂະບວນການທີ່ແກ່ຍາວ ແລະກິນເວລາ ເພື່ອທີ່ລັດຈະສາມາດກວດສອບສະມາຊິກ ທຸກຄົນ, ທຸກໜ້າທີ່ວຽກ, ແລະງົບປະມານຂອງສະມາຄົມກ່ອນຂຶ້ນທະບຽນ ຫຼືຕໍ່ທະບຽນ, ເຊິ່ງເປັນ ການບັງຄັບໃຫ້ຝ່າຍບຸກຄົນ ຕ້ອງໄດ້ສະໜອງຂໍ້ມູນສ່ວນຕົວທີ່ບໍ່ຈຳເປັນ ໃຫ້ເຈົ້າໜ້າທີ່ລັດອະນຸມັດ ເຊິ່ງອາດເປັນ “ການກ້າວກ່າຍໂດຍພະລະການ” ຕໍ່ສິດສ່ວນບຸກຄົນ ພາຍໃຕ້ມາດຕາ 17 ຂອງ ຂໍ້ຕົກລົງສາກົນ ວ່າດ້ວຍສິດດ້ານພົນລະເຮືອນ ແລະການເມືອງ (ICCPR);
  • ການດຳເນີນການຕິດຕາມ ແລະກວດສອບຢ່າງເຂັ້ມງວດ ໃນຂັ້ນບ້ານ, ແຂວງ, ແລະສູນກາງ ຕໍ່ກັບ ການປະຕິບັດງານເກືອບທຸກອັນຂອງສະມາຄົມ, ລວມເຖິງໂຄງຮ່າງການຈັດຕັ້ງ, ກິດຈະກຳ, ແລະ ການນຳໃຊ້ຊັບພະຍາກອນ.

ໃນເອກະສານຫຍໍ້ດ້ານກົດໝາຍ ທີ່ຕິດຄັດມານີ້ ໄດ້ມີການເກາະກ່າຍຂໍ້ຈຳກັດດັ່ງກ່າວຂ້າງເທິງ ໃສ່ກັບບົດ ບັນຍັດຕ່າງໆຂອງນິຕິກຳສະບັບນີ້.

ຂໍ້ສະເໜີ

ພວກເຮົາຮຽກຮ້ອງໃຫ້ລັດຖະບານ ສປປ ລາວ ຖອນຄືນ ຫຼືດັດແກ້ດຳລັດວ່າດ້ວຍສະມາຄົມ ນີ້ໃນທັນທີ ເພື່ອ ປະຕິບັດຕາມພັນທະຂອງຕົນເອງພາຍໃຕ້ກົດໝາຍສາກົນ, ແລະດຳເນີນການປະຕິຮູບກອບນິຕິກຳກ່ຽວກັບ ການສະມາຄົມ. ອົງປະກອບທີ່ມີລັກສະນະພະລະການ, ກວ້າງຂວາງ ຄຸມເຄືອ, ແລະມີລັກສະນະແບ່ງແຍກ ໃນກອບທີ່ວາງໄວ້ໃນປະຈຸບັນ ຕ້ອງເອົາອອກໃຫ້ໝົດ.

ໂດຍສະເພາະ

  • ກົດໝາຍຄວນລະບຸຈະແຈ້ງວ່າຝ່າຍບຸກຄົນມີອິດສະຫຼະໃນການກໍ່ຕັ້ງສະມາຄົມເອກະຊົນທີ່ບໍ່ເປັນ ໜ່ວຍງານ ໂດຍບໍ່ຕ້ອງແຈ້ງ ຫຼືຂຶ້ນທະບຽນສະມາຄົມກັບລັດ.
  • ສຳລັບບຸກຄົນທີ່ປະສົງຈະຂຶ້ນທະບຽນສະມາຄົມ ເພື່ອທີ່ຈະໄດ້ມີຕົວຕົນທາງການ, ພວກເຮົາຂໍສະເໜີ ວ່າກົດໝາຍຄວນອະນຸຍາດໃຫ້ມີການຂຶ້ນທະບຽນອັດຕະໂນມັດ ເມື່ອໄດ້ຮັບແຈ້ງຈາກຝ່າຍບຸກຄົນ ເມື່ອຂໍ້ກຳນົດພື້ນຖານດ້ານການບໍລິຫານຫາກຜ່ານ, ແທນທີ່ຈະເປັນລະບົບການຂໍອະນຸມັດຈາກລັດ ກ່ອນ. ຈຸດນີ້ຖືກກັບປະເດັນທີ່ວ່າ ໃນສະພາບຄື ສປປ ລາວ ບັນຍັດທາງກົດໝາຍ ໃນຕົວຈິງຈະຖືກ ນຳໃຊ້ໃນລັກສະນະຈຳແນກ ເພື່ອປ້ອງກັນການກໍ່ຕັ້ງ ຫຼືປະຕິບັດງານຂອງສະມາຄົມ ທີ່ເຈົ້າໜ້າທີ່ ເຫັນວ່າຂັດກັບຄະຕິນິຍົມ ຫຼືນະໂຍບາຍການເມືອງຂອງພັກປະຊາຊົນ ປະຕິວັດ ລາວ.
  • ຄວນລົບລ້າງ ຫຼືຈຳກັດຄວາມສາມາດໃນການຕັດສິນໃຈຂອງເຈົ້າໜ້າທີ່ ໃນການປະຕິເສດທີ່ຈະຂຶ້ນ ທະບຽນໃຫ້ສະມາຄົມ, ແລະຜູ້ສະໝັກຄວນສາມາດອຸທອນການປະຕິເສດ ຫຼືມາດຕະການອື່ນທີ່ອາດ ມີຜົນກະທົບດ້ານລົບຕໍ່ສະມາຄົມ ຫຼືໃຫ້ມີການກວດຄືນຈາກສານທີ່ຍຸຕິທຳ ແລະບໍ່ຂຶ້ນກັບ. ຖ້າ ເຈົ້າໜ້າທີ່ຍັງຮັກສາອຳນາດໃນການສະຫຼາຍສະມາຄົມທີ່ໄດ້ຂຶ້ນທະບຽນແລ້ວ, ເຫດຜົນໃນການສັ່ງ ປິດນັ້ນ ຄວນມີກອບ ແລະການອະທິບາຍລະອຽດ ຈະແຈ້ງ. ເຮັດແນວນີ້ເພື່ອປ້ອງກັນການສັ່ງປິດ ຍ້ອນການສະແດງຄວາມຄິດເຫັນທາງການເມືອງ ຫຼືເຫດຜົນອື່ນທີ່ຢູ່ພາຍໃຕ້ການປົກປ້ອງຂອງ ກົດໝາຍ ແລະມາດຖານສາກົນດ້ານສິທິມະນຸດ: ເປັນຕົ້ນແມ່ນ ເຫດຜົນໃນການສັ່ງປິດ ອາດຢູ່ໃນ ກອບທີ່ວ່າສະມາຄົມໄດ້ຖືກນຳໃຊ້ໃຫ້ເຮັດວຽກທີ່ກຳນົດວ່າຜິດທາງອາຍາ ອີງຕາມກົດໝາຍ ແລະ ມາດຖານສາກົນດ້ານສິທິມະນຸດ. ນິຕິກຳທີ່ວາງອອກຄວນລະບຸວ່າການສັ່ງປິດ ແມ່ນເຮັດໄດ້ກໍ່ຕໍ່ເມື່ອ ມີຄຳສັ່ງຈາກສານທີ່ຍຸຕິທຳ ແລະບໍ່ຂຶ້ນກັບ, ພາຍຫຼັງທີ່ໄດ້ມີການພິຈາລະນາຮັບຟັງຈາກສະມາຄົມ ຫຼື ບຸກຄົນທີ່ກ່ຽວຂ້ອງແລ້ວ.[7]

ກະລຸນາຕິດຕໍ່ຫາພວກເຮົາ ຖ້າທ່ານມີຄຳເຫັນ ຫຼືຄຳຖາມໃດໆ. ພວກເຮົາລໍຖ້າປະກອບສ່ວນຊ່ວຍເຫຼືອທ່ານ ເທົ່າທີ່ຕ້ອງການ.

ພວກເຮົາຂໍສະແດງຄວາມຂອບໃຈ ຕໍ່ການພິຈາລະນາບັນຫານີ້ ຢ່າງຮີບດ່ວນ.

ດ້ວຍຄວາມເຄົາຣົບ,

 

Saman Zia-Zarifi, ເລຂາທິການໃຫຍ່, International Commission of Jurists

Phil Robertson, ຮອງຫົວໜ້າ, ພະແນກເອເຊຍ, Human Rights Watch

James Gomez, ຫົວໜ້າພາກພື້ນ, ເອເຊຍ ຕາເວັນອອກສຽງໃຕ້ ແລະປາຊີຟິກ, Amnesty International

Dimitris Christopoulos, ປະທານ, International Federation for Human Rights (FIDH)

Hon. Charles Santiago, MP, ປະທານ, ASEAN Parliamentarians for Human Rights (APHR)

Phil Lynch, ຜູ້ອຳນວຍການ, International Service for Human Rights (ISHR)

John Samuel, ກຳມະການບໍລິຫານ, Asian Forum for Human Rights and Development (Forum-Asia)

Patrick Mutzenberg, ຜູ້ອຳນວຍການ, The Centre for Civil and Political Rights (CCPR-Centre)

Gerald Staberock, ເລຂາທິການໃຫຍ່, World Organisation Against Torture (OMCT)

 

[1] This Decree only applies to local non-profit associations (NPAs) and does not govern international non-governmental organizations (INGOs) in Lao PDR, which are instead regulated by the Decree on International Non-Governmental Organizations (INGO) (No. 013 of 2010).

[2] Reference was made to the unofficial English translations of the 2017 Decree, published by the Ministry of Home Affairs, available on the Lao Civil Society Knowledge and Information System at http://laocs-kis.org/resources/decree-association-2017-unofficial-english-translation/ and  the 2009 Decree, made available by the International Center for Not-for-Profit Law (ICNL) at http://www.icnl.org/research/library/files/Laos/associationsdecree.pdf.

[3] Report of the Special Rapporteur on the rights to freedom of peaceful assembly and of association, Maina Kiai (2012) UN Doc. A/HRC/20/27 (‘A/HRC/20/27’), §53.

[4] Articles 17(1), 19(3) and 22(2) of ICCPR.

[5] See e.g. UN Human Rights Committee (HRC), General Comment No. 34: Article 9 (Freedoms of Opinion and Expression) (2011) UN Doc. CCPR/C/GC/34, §22.

[6] Articles 31, 48, 77 and section 12 of the Decree.

[7] Although beyond the scope of the current letter and memorandum, courts in Lao PDR are not currently independent or impartial and broader institutional and other reforms are urgently required in that regard. See for reference: Joint Submission to UN Human Rights Committee 121st session by FIDH and Lao Movement for Human Rights (LMHR) for adoption of the List of Issues.

Open Letter and Legal Analysis 

 

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.