ຄວາມທະເຍີທະຍານຂອງລາວໃນ ສະພາສິດທິມະນຸດ ແຫ່ງສະຫະປະຊາຊາດ

Please-return-Sombathຈິນຕະນາການເບິ່ງ​ວ່າ ຜູ້​ຊາຍ​ຄົນ​ໜຶ່ງ​ຄິດ ​ແລະ ສົນທະນາ​ກ່ຽວ​ກັບ​ການ​ພັດທະນາ​ໃນ​ປະ​ເທດ​ຂອງ​ຕົນ​ເອງ ຄົນ​ຈຳນວນ​ຫຼາຍ​ຮູ້ຈັກ​ລາວ, ຄົນ​ທົ່ວ​ໄປ​ຢ່າງ​ເຊັ່ນ​ເຈົ້າ ​ແລະ ຂ້ອຍ.

ຈິນຕະນາການ​​ເບິ່ງວ່າ​ລາວ​ເປັນ​ຜູ້​ຈັດ​ກອງ​ປະຊຸມ​ພາກ​ປະຊາ​ສັງຄົມ​ຢ່າງ​​ໂປ່​ງ​ໃສ ​ແລະ ສັນຕິ ​ເປີດ​ກວ້າງ​ໃຫ້​ທຸກ​ຄົນ ທີ່​ລວມທັງ​ລັດຖະບານ​ຂອງ​ລາວ​ເອງ​.

ຈິນຕະນາການ​ເບິ່ງ​ວ່າ​​​ໃນ​ຄືນ​ໜຶ່ງ​ເມື່ອ​ສິບ​ເດືອນ​ກ່ອນ, ລາວ​ໄດ້​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຈອດ​ລົດ​ແລ້ວ​ລາວ​ກໍ​ຫາຍ​ຕົວ​ໄປ​ເລີຍ.

ຈິ​ນຕະນາ​ການ​ເບິ່ງ​ວ່າ ພາບ​ສຸດ​ທ້າຍ​ຂອງ​ລາວ​ຍ່າງ​ລົງ​ຈາກ​ລົດຂອງ​ລາວ​​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ກ້ອງ​ວົງ​ຈອນ​ປິດ ​ແລະ ຖືກ​ສາຍ​ໃຫ້​ຄອບຄົວ​ຂອງ​ລາວ​ເບິ່ງ ແຕ່​ວ່າພາບ​ຕົ້ນ​ສະບັບ​ບໍ່​ເຄີ​ຍຖືກ​ນຳ​ອອກ​ມາວິ​ເຄາະ​ແຕ່​ຢ່າງ​ໃດ​ເລີຍ.

ຈິນຕະນາການ​ເບິ່ງ​ວ່າ ສະມາຊິກ​ສະພາ​ເອີຣົບ ​ແລະ ຄົນ​ອື່ນໆ ​ໃນ​ເອີຣົບ​ໄດ້​ອອກ​ມາຮຽກຮ້ອງ​ແລ້ວ​ຮຽກຮ້ອງ​ອີກ​ເພື່ອ​ໃຫ້​ມີ​ການ​ປ່ອຍ​ຕົວ​ລາວ​ກັບ​ຄືນ​ມາ ​​ແຕ່​ກໍ​ບໍ່​ໄດ້​ຮັບ​ການ​ຕອບ​ຮັບ.

ຈິນຕະນາ​ການ​​ເບິ່ງ​ວ່າ​ນັກ​ເຄື່ອນ​​ໄຫວ​ດ້ານ​ສິດທິ​ມະນຸດ​ໃນ​ປະ​ເທດ​ອື່ນໆ ຈະ​ມີ​ຄວາມຮູ້ສຶກ​ແນວ​​ໃດ​ເມື່ອ​ເຫັນ​ເຫດການ​ນີ້​ເກີດ​ຂື້ນ.

​ແລະ ລອງ​ຈິນຕະນາການ​ເບິ່ງ​ວ່າ​ປະ​ເທດ​​ດັ່ງກ່າວກໍາລັງ​ສະໝັກ​ຕຳ​ແໜ່​ງ​ໃນ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະ​ຊາ​ຊາດ ​ໃນ​ອີກບໍ່​ດົນ.

ປະ​ເທດ​ທີ່​ກ່າວ​ມາ​ນັ້ນ​ແມ່ນ ​ປະ​ເທດ​ລາວ, ​ແລະ ຜູ້​ຊາຍ​ຄົນ​ນັ້ນກໍ​ແມ່ນ ສົມບັດ ສົມ​ພອນ​.

​ເຄທຣີນ ​ເດີ​ດີຣຽນ (Katharine Derderian), ​ເຈົ້າ​ໜ້າ​ທີ່​ອົງການ​ນິລະ​ໂທດ​ກຳ​ສາກົນ ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີຣົບ. ສະບັບ​ເຕັມ​ທ່ານ​ສາມາດ​ອ່ານ​​ໄດ້​ທີ່​ນີ້.