ລາວກຳລັງພົບພໍ້ກັບແຮງຕໍ່ຕ້ານ ການສະໝັກເປັນ ຄະນະກຳມະການ ສະຫະປະຊາຊາດ

Bangkok Post: 29 ສິງຫາ 2013

ການ​ທີ່​ລັດຖະບານ​ລາວ​ເມີນ​ເສີຍ​ຕໍ່​ການ​ຫາຍ​ຕົວ​ໄປ​ຂອງ​ ສົມບັດ ສົມ​ພອນ ​ເຊິ່ງ​ເປັນ​ນັກ​ກິດຈະກຳ​ ຈະ​ກາຍ​ເປັນ​ອຸປະ​ສັກ​ຕໍ່​ຄວາມ​ພະຍາຍາມ​ທີ່​ຈະ​ສະໝັກ​ເຂົ້າ​ເປັນ​ສະມາ​ຊິກ​ຄະນະ​ກຳມະການ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ (United Nations Human Rights Council) ​ຕາມ​ການ​ໃຫ້​ຄວາມ​ເຫັນ​ຂອງ​ສະມາຊກສະພາ​ເອີຣົບມື້ວານ​ນີ້

ທ່ານ ​ໂຊ​ເຣນ ຊອນ​ເດີ​ກາດ (Soren Sondergaard) ສະມາຊິກ​ສະພາ​ແຫ່ງ​ສະຫະພາບ​​ເອີຣົບກ່າວ​ວ່າ ທາງ​ການ​ລາວ​ແຈ້ງ​ກັບ​ຕົນ​ ລະຫວ່າງ​ການ​ໄປ​ຢ້ຽມຢາມ​ປະ​ເທດລາວ ທີ່​ເປັນ​ປະ​ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ວ່າ ພວ​ກ​ເຂົາ​ເສຍ​ໃຈ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ທ້າວ ສົມບັດ ​ແຕ່​ທາງ​ການ​ລາວ​ບໍ່​ໄດ້​ສະ​ແດງ​ທ່າ​ທີ​ຈະ​​ແກ້​ໄຂ​ບັນຫາ​ເລື່ອງ​ນີ້​ເລີຍ

​ເປັນ​ເລື່ອງ​ໜ້າ​ເສຍ​ໃຈ​ທີ່​ລັດຖະບານ​ລາວ​ຍັງ​ຢູ່​ໃນ​ສະພາບ​ທີ່​ປະຕິ​ເສດ​ຄວາມ​ຮັບຜິດ​ຊອບ​ ​ທ່ານ ຊອນ​ເດີ​ກາດ​ຈາກ​ປະ​ເທດ​ເດນ​ມາກ​ໄດ້​ກ່າວ​ໄວ້

​ເຖິງ​ວ່າ​ຈະ​ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ຫາຍ​ຕົວ​ໄປ​ຄັ້ງ​ນີ້ ຫຼື​ບໍ່ ​ແຕ່ລັດຖະບານ​ກໍ​ຕ້ອງ​ຮັບຜິດຊອບ​ສືບສວນ​ສອບ​ສວນ​ຄະດີ​ນີ້ ຜູ້ກ່ຽວ​ໄດ້​ກ່າວ​ໄວ້

ຄະນະ​ຂອງ ​ທ່ານ ​ຊອນ​ເດີ​ກາດ ​ເຊິ່ງປະ​ດ້ວຍທີ່​ປຶກສາ​ຄັນ​ເບ​ນຢຽມ ​ແລະ ນັກ​ກິດຈະກຳ​ຄົນ​ປະ​ເທດ​ອິ​ນ​ໂດ​ເນ​​ເຊຍ ​ເດີນທາງ​ໄປ​ຢາມ​ປະ​ເທດ​ລາວ​ເປັນ​ເວລາ​ສາມ​ວັນ ​ເມື່ອ​ຕົ້ນ​ອາທິດ​ນີ້

ທາງ​ຄະນະ​​ໄດ້​ເຂົ້າ​ພົບ​ທ່ານ ​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ ທ່ານ ​ໄຊ​ຍະ​ການ ສີ​ສຸ​ວົງ ຫົວໜ້າ​ຫ້ອງການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ສີສະ​ຫວາດ ຄຳ​ສາລີ ຮອງ​ຫົວໜ້າ​ຫົມ​ເອີຣົບ ​ແລະ ອາ​ເມ​ລິ​ກາ ກະຊວງ​ການ​ຕ່າງປະ​ເທດ​ລາວ

ສົມບັດ ​ເຊິ່ງ​ເປັນ​ຜູ້ນຳ​ພາ​ດ້ານ​ການ​ພັດທະນາ​ການ​ສຶກສ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເປັນ​ທີ່​ເຄົາລົບນັບຖື​ເປັນ​ຢ່າງ​ສູງ​ໃນ​ລາວ ​ແລະ ຍັງ​ເປັນ​ຜູ້​ໄດ້​ຮັບ​ລາງ​ວັນຣາມອນ ​​ແມັກ​ໄຊ​ໄຊ ສາຂາ​ຜູ້ນຳ​ຊຸມ​ຊົນ​ເພື່ອ​ປີ 2005 ​ໄດ້​ຫາຍ​ຕົວ​​ໄປ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ 15 ທັນວາ ຂອງ​ປີ​ທີ່​ແລ້ວ ທີ່​ນະຄອນຫຼວງ​ວຽງ​ຈັນ

“ການ​ຫາຍ​ຕົວ​ໄປ​ເກີດ​ຂື້ນ​ພຽງ​ຫົກ​ອາທິດ​ຫຼັງ​ການ​ຈັດ​ກອງ​ປະຊຸມ​ພາກ​ປະຊາຊົນ ອາຊີ ​ເອີຣົບ ​ເຮັດ​ໃຫ້​ສະພາ​ເອີຣົບຮູ້​ສຶກ​ເຖິງ​ພັນທະກໍລະນີ​ທີ່​ຈະ​ຕ້ອງ​ຜັກ​ດັນ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ​ຄະດີ​ຂອງ​ຜູ້ກ່ຽວ” ທ້າວ ຊອນ​ເດີ​ກາດ​ກ່າວ​ໄວ້ ​ເຊິ່ງຕົນ​​​ເອງໄດ້​ກະ​ຕຸ້ນ​ໃຫ້ອາ​ຊຽນ ​ແລະ ປະຊາ​ຄົມ​ລະຫວ່າງ​ປ​ະ​ເທດ​ກົດ​ດັນ​ລັດຖະບານ​ລາວ​ເພື່ອ​ປະກັນ​ໃຫ້​ທ້າວ​ສົມບັດ​ໄດ້​​ເດີນ​ທາ​ກັບ​ມາ​ຫາ​ຄອບ​ຄົວ​ຢ່າງ​ປອດ​ໄພ

ຄາດ​ວ່າ​ພາຍຫຼັງ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຂອງ​ທ້າວ ຊອນ​ເດີ​ກາດ ຈະ​ມີ​ຜູ້​ແທນ​ຈາກ​ສະພາ​ແຫ່ງ​ສະຫະພາບ​ເອີຣົບອີກ​ຄະນະ​ໜຶ່ງ​ໄປ​ຢາມ​ປະ​ເທດ​ລາວ​ໃນ​ເດືອນ​ຕຸລາ

ລາວ​ໄດ້​ກຳນົດ​ຈຸດປະສົງ​ໄວ້​ຢ່າງ​ຈະ​ແຈ້ງ​ສຳ​ລັບ​ອະນາ​ຄົນ​ຕົນ​ເອງ ​ແລະ ບົດ​ບາດ​ຂອງ​ພາກ​ປະຊາ​ສັງຄົມ​ ຖ້າ​ຫາກ​ທາງ​ການ​ລາວ​ບໍ່​ສາມ​າດອະທິບາຍ​ໄດ້​ຢ່າງ​ຊັດ​ເຈນ ພວກ​ເຮົາຈະ​ສົ່ງ​ສັນຍານ​ໄປ​ຫາ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ທຸກ​ແຫ່ງທີ່​ເຮັດ​ໜ້າ​ທີ່​ພິຈາລະ​ນາ​ຄຳ​ຮ້ອງ​ຂໍ​​ເປັນ​ສະມາຊິກ​ຂອງ​ລາວ​ໃນ​ຄະນະ​ກຳມະການ​ສິດທິ​ມນຸດ​ແຫ່​ງສະຫະ​ປະຊາ​ຊາດ ​ເພື່ອ​ໃຫ້​ຂັດຂວາງ​ຄຳ​ຮ້ອງ​ຂໍ​ດັ່ງກ່າວ” ສະມາຊິກ​ສະພາ​ແຫ່ງ​ສະຫະພາບ​ເອີຣົບ​ໄດ້​ກ່າວ​ໄວ້

ລາວ​ມີ​ແຜນ​ສະໝັກ​ຮັບ​ເລືອກ​ຕັ້ງ​​ເພື່ອ​ໃຫ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຄະນະ​ກຳມະການ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ​ໃນ​ວາລະປີ

ສະມາຊິກ​ສະພາ​ແຫ່ງ​ສະຫະພາບ​ເອີຣົບຍອມຮັບ​ວ່າ​ທາງ​ສະຫະພາບ​ເອີຣົບບໍ່​ມີ​ມາດ​ຕະການ​ເຂັ້ມ​ແຂັງ​ໄປ​ກວ່າ​ນີ້​ທີ່​ຈະ​ກົດ​ດັນ​ລາວ​ໃຫ້​ດຳ​​ເນີ​ນການ​ໃນ​ກໍລະນີ​ຂອງ​ທ້າ​ວ ສົມບັດ

​ເຖິງ​ຢ່າງ​ໃດ​ກໍຕາມ ຜູ້ກ່ຽວ​ເຫັນ​ວ່າການ​ທີ່​ລາວ​ພະຍາຍາມ​ຍົກ​ລະດັບ​ຄວາມ​ສຳພັນ​ກັບ​ສະຫະພາບ​ເອີຣົບຈະ​ປະສົບ​ຄວາມ​ຍາກ​ລຳບາກ​ຖ້າ​ຫາກ​ທາງ​ການ​ລາວ​ບໍ່​ສາມາດ​ອະທິບາຍ​ກ່ຽວ​ກັບ​ກໍລະນີ​ຂອງ​ທ້າວ​ສົມບັດ​ໄດ້ ​ເນື່ອງ​ຈາກ​ການ​ຍົກ​ລະດັບ​ຄວາມ​ສຳພັນ​ເຊັ່ນ​ນີ້​ຕ້ອງ​ຜ່ານ​ຄວາມ​ເຫັນ​ດີ​ຈາກ​ສະພາ​ແຫ່ງ​ສະຫະພາ​ບ​ເອີຣົບ

ຜູ້ກ່ຽວ​ກ່າວ​ໄວ້​ວ່າ ຈະ​ມີ​ການ​ຮ້ອງ​ຂໍ​ໃຫ້​ຄະນະ​ຕົວ​ແທນ​ການ​ທູດ​ຊຸດ​ໃໝ່​ຂອງ​ສະຫະພາບ​ເອີຣົບປະຈຳ​ປະ​ເທດ​ລາວ ສອບ​ຖາມ​ລັດຖະບານ​ລາວ​ກ່ຽວ​ກັບ​ກໍລະ​ນີນີ້​ເປັນ​ໄລຍະໆ ອາດ​ບໍ່​ແມ່ນ​ເລື່ອ​ງງ່າຍ​ທີ່​ທາງ​ການ​ລາວ​ຈະ​ປະຕິ​ເສດ​ວ່າ​ບໍ່​ຮູ້​ເຫັນ​ໄປ​ເລື້​ອຍໆ

ທ່ານ ພອນ​ເອມິລ ​ດູ​ເປຣຕ (Paul-Emile Dupret) ທີ່​ປຶກສາ​ສະມາຊິກ​ຝ່າຍ​ຊ້າຍ​ຂອງ​ພັກ ​ເຊິ່ງ​ເປັນ​ສະມາຊິກ​ຂອງ​ສະ​ພາ​ເອີຣົບກ່າວ​ວ່າ ຕົນ​ເອງ​ຮູ້ສຶກ​ຄັບ​ຂ້ອງ​ໃຈ​ທີ່​ໄດ້​ເຈົ້າ​ໜ້າ​ທີ່​ລາວ​ເປັນ​ຄື​ດັ່ງ​ແນວ​ນັ້ນ ​ເຊັ່ນ ທ່ານ​ໄຊ​ຍະ​ການ ປະຕິ​ເສດ​ວ່າ ກໍລະນີ​ສົມບັດ​ບໍ່​ຖື​ເປັນ “ການ​ບັງຄັບ​ບຸກຄົນ​ໃຫ້​ສູນ​ຫາຍ”

ທ່ານ​ ດູ​ເປ​ຣຕ ກ່າວ​ວ່າ ຕົນ​ເອງ​ຮູ້ສຶກ​ຜິດ​ຫວັງ​ທີ່​ເຈົ້າ​ໜ້າ​ທີ່​ລາວ​ຍັງ​ຄົງ​ປະຕິ​ເສດ​ວ່າ​ກໍລະນີ​ນີ້​ບໍ່​ແມ່ນ​ກາ​ນບັງຄັບ​ບຸກຄົນ​ໃຫ້​ສູນຫາຍ  ​ແລະ​ ປະຕິ​ເສດ​ວ່າ​ບໍ່​ໄດ້​ຖ່ວງ​ເວລາ​ຫຼື​ຫາ​ທາງ​ຍຸດຕິ​ການ​ສຶບສວນ​ສອບ​ສວນ​ຂອງ​ຕຳຫຼວດ.