From the blog of Philip Malone, British Ambassador to Laos: 11 October 2013
ແອນດີ ຣູເທີຟອດ (Andy Rutherford)
ບົດຄວາມນີ້ແມ່ນໜຶ່ງໃນຊຸດບົດຄວາມທີ່ຂຽນໂດຍຜູ້ທີ່ເຂົ້າມາຢ້ຽມຢາມຂອງບລ໋ອກນີ້ ເຊິ່ງເປັນຄົນອັງກິດທີ່ໄດ້ອາໃສ ແລະ ເຮັດວຽກຢູ່ໃນປະເທດລາວ, ຫຼືຜູ້ທີ່ມີຄວາມສົນໃຈເຊື່ອມໂຍງກັບປະເທດລາວ.
ປະເທດລາວຕົກເປັນສູນກາງ ຄວາມສົນໃຈຂອງນາໆ ປະເທດໃນປີ 2012 ຫຼັງຈາກທີ່ໄດ້ເປັນເຈົ້າພາບກອງປະຊຸມອາເຊັມ (Asia Europe meeting– ASEM) ໃນເດືອນ ພະຈິກ ປີ 2012 ທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນກອງປະຊຸມທີ່ລວມເອົາບັນດາຜູ້ນຳ ແລະ ລັດຖະບານຂອງປະເທດຕ່າງໆ ໃນ 49 ປະເທດຂອງ ASEM ມາພົບກັນ.
![Andy-Rutherford](https://sombathdotorg.files.wordpress.com/2013/10/andy-rutherford.jpg?resize=256%2C318)
ມີຫຼາຍກິດຈະກຳທີ່ກ່ຽວຂ້ອງກັບກອງປະຊຸມASEM ໃນນີ້ກໍລວມທັງກອງປະຊຸມ ພາກປະຊາຊົນ ອາຊີ-ເອີຣົບ (Asia Europe People’s Forum– AEPF) ເຊິ່ງເປັນເວທີສຳລັບອົງການພາກປະຊາສັງຄົມ ແລະໜ່ວຍງານພັດທະນາສັງຄົມຕ່າງໆ ຈາກອາຊີ ແລະ ເອີຣົບທີ່ເຮັດວຽກກ່ຽວກັບການພັດທະນາເສດຖະກິດ ແລະສັງຄົມແບບຍືນຍົງ ແລະແບບເທົ່າທຽມກັນ ໄດ້ມາພົບປະ ແລກປ່ຽນວິໄສທັດ ແລະການວາງແຜນ. ມັນເປັນກອງປະຊຸມທີ່ເຮັດໃຫ້ເກີດການສັ່ນສະເທືອນ ແລະ ຄວາມຕື່ນເຕັ້ນ.
ກອງປະຊຸມພາກປະຊາຊົນ ອາຊີ-ເອີຣົບຄັ້ງທີ 9 ໄດ້ຈັດຂື້ນທີ່ນະຄອນຫຼວງວຽງຈັນລະຫວ່າງວັນທີ 16-19 ເດືອນຕຸລາ 2012 ເຊິ່ງກໍເປັນກອງປະຊຸມທີ່ປະກອບດ້ວຍກອງປະຊຸມນ້ອຍ ຍ່ອຍໆ ຈຳນວນຫຼາຍຫົວຂໍ້ທີ່ດຳເນີນກັນມາຕັ້ງແຕ່ຊ່ວງຕົ້ນປີ 2012 ໃນແຕ່ລະແຂວງຂອງປະເທດລາວ ແລະ ໃນພາກພື້ນອາຊີຕາເວັນອອກ.
ໃນຖານະທີ່ເປັນສະມາຊິກ ຄະນະຈັດກອງປະຊຸມສາກົນຂອງກອງປະຊຸມພາກປະຊາຊົນອາຊີ-ເອີຣົບ (AEPF) ຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ເຮັດວຽກກັບບັນດາອົງການພາກປະຊາສັງຄົມລາວ , ອົງການມວນຊົນ, ອົງການສາກົນທີ່ບໍ່ຂື້ນກັບລັດຖະບານ (iNGOs) ທີ່ປະຈຳຢູ່ລາວ, ແລະ ຕົວແທນລັດຖະບານລາວໃນການວາງແຜນ ແລະ ການຈັດຕັ້ງກອງປະຊຸມ AEPF ຄັ້ງທີ 9 ນີ້ ເຊິ່ງເປັນກອງປະຊຸມດັບສາກົນຂອງພາກປະຊາສັງຄົມ ທີ່ໃຫຍ່ທີ່ສຸດໃນປະຫວັດສາດ ລາວ ໂດຍມີຜູ້ເຂົ້າຮ່ວມຈຳນວນຫຼາຍກວ່າ 1,000 ຄົນ ແລະ ຍັງມີອາສາສະໝັກ ແລະ ຜູ້ຈັດຊຸ້ມ ຕາມງານທີ່ມີຢູ່ອີກ ປະມານ 1,250 ຄົນ. ຕະຫຼອດການປະຊຸມ 3 ມື້ ໄດ້ມີກອງປະຊຸມຍ່ອຍນ້ອຍໆ 36 ຫົວຂໍ້ ພ້ອມທັງ 4 ກອງປະຊຸມໃຫຍ່ພາຍໃຕ້ 4 ຫົວຂໍ້ຫຼັກຂອງກອງ ປະຊຸມ AEPF9 ແລະ ມີການວາງສະແດງ 20 ກວ່າຊຸ້ມ.
ສຳລັບອົງການພາກປະຊາສັງຄົມຈຳນວນຫຼາຍ, ນີ້ແມ່ນຄັ້ງປະຫວັດສາດທີ່ມີການ ເປີດກ້ວາງ ການສົນທະນາແລະ ຕັ້ງປະເດັນທີ່ມີຄວາມກ່ຽວຂ້ອງກັບວຽກງານຂອງພວກເຂົາເພື່ອການພັດທະນາໃຫ້ເກີດຄວາມຍືນຍົງ. ເວທີດັ່ງກ່າວໄດ້ເປີດໂອກາດໃຫ້ຄົນລາວ ຈຳນວນ 440 ຄົນ ເຂົ້າຮ່ວມໃນການແລກປ່ຽນ ແລະ ສົນທະນາກ່ຽວກັບກອງປະຊຸມ. ມີຂະບວນການປຶກສາຫາລືືໃນລະດັບຂັ້ນແຂວງ ເຊິ່ງເປີດໂອກາດໃຫ້ມີການສົນທະນາແບບເປີດກວ້າງກ່ຽວກັບປະເດັນການພັດທະນາ ແລະ ສັງຄົມ. ການທີ່ມີການສົນທະນາແລກປ່ຽນແບບສ້າງສັນ ແລະ ເປັນປະໂຫຍດ ໃນລະດັບປະເທດ ແລະ ໃນລະດັບທ້ອງຖິ່ນຖືວ່າເປັນຜົນສຳເລັດທີ່ປາກົດອອກມາຢ່າງຊັດເຈນຈາກກອງປະຊຸມ AEPF ທີ່ຖືກຈັດຂື້ນໃນປະເທດລາວ ແລະ ຜັກດັນໄປສູ່ການຮ່າງເອກະສານ ‘ວິໄສທັດຂອງຄົນລາວ.’
ຂ້າພະເຈົ້າມີໂອກາດເດີນທາງໄປຢ້ຽມຢາມປະເທດລາວເປັນປະຈຳໃນປີ 2012 ແລະ ໄດ້ຮຽນຮູ້ຫຼາຍຢ່າງຈາກອົງການເຄືອຂ່າຍຢູ່ໃນລາວທີ່ມຸ່ງໝັ້ນເຮັດວຽກຢ່າງໃກ້ຊິດກັບຄົນລາວທັງເພດຍິງ ແລະເພດຊາຍ ຕາມເສັ້ນທາງໄປສູ່ການພັດທະນາແບບຍືນຍົງ.
![DSC_0057-500x331](https://sombathdotorg.files.wordpress.com/2013/10/dsc_0057-500x331.jpg?resize=500%2C331)
ຂ້າພະເຈົ້າໄດ້ມີສ່ວນຮ່ວມໃນການສ້າງຕັ້ງບໍລິສັດທ່ອງທ່ຽວທີ່ຫວັງຜົນກຳໄລແຫ່ງທຳອິດຢູໃນສະຫະລາຊະອານາຈັກ ອັງກິດ ຊື່ວ່າ ແຟຣຊ ອາຍ-ພີໂພ ທູພີໂພ ທຣາໂວ (Fresh Eyes –People to People Travel) ໂດຍສົ່ງເສີມການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ອອກແບບສຳລັບນັກທ່ອງທ່ຽວໃຫ້ໄດ້ພົບປະກັບຜູ້ຄົນທີ່ກ່ຽວຂ້ອງກັບການພັດທະນາສັງຄົມ. ຂ້າພະເຈົ້າໄດ້ວາງແຜນທີ່ຈະຮ່ວມມືກັບອົງການລາວໃນປີ 2013.
ຕັ້ງແຕ່ກອງປະຊຸມເປັນຕົ້ນມາ ຂ້າພະເຈົ້າໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິກກັບປະເທດລາວ ແຕ່ໜ້າເສົ້າ ທີ່ການເຮັດວຽກມີຈຸດສຸມໃນເລື່ອງອື່ນ. ສົມບັດ ສົມພອນ, ໜຶ່ງໃນຄະນະຈັດກອງປະຊຸມ AEPF 9 ທີ່ມີຄວາມໂດດເດັ່ນ ພ້ອມທັງເປັນຜູ້ກໍ່ຕັ້ງ ແລະ ເປັນອະດີດຜູ້ອຳນວຍການສູນອົບຮົມຮ່ວມພັດທະນາ ຫຼື ປາແດກ (PADETC) ອີກທັງເປັນໜຶ່ງໃນບຸກຄົນທີ່ໄດ້ຮັບການເຄົາລົບນັບຖື ແລະ ເປັນກະບອກສຽງຈຸດປະກາຍເລື່ອງການພັດທະນາແບບຍືນຍົງໂດຍເອົາຄົນເປັນຈຸດໃຈກາງ ແລະ ການພັດທະນາທີ່ສົມດູນລະຫວ່າງການພັດທະນາດ້ານເສດຖະກິດ ແລະ ດ້ານສັງຄົມໃນປະເທດລາວ, ລາວໄດ້ຫາຍຕົວໄປໃນວັນທີ 15 ທັນວາ 2012 ຊ່ວງເວລາ 5 ໂມງແລງຂອງວັນເສົາ ແລະ ຈົນຮອດປັດຈຸບັນຍັງບໍ່ມີຜູ້ໃດພົບເຫັນຫຼືໄດ້ຍິນຈາກລາວແຕ່ຢ່າງໃດເລີຍ. ຂ້າພະເຈົ້າໄດ້ຮັບກຽດອັນສູງສົ່ງ ໂດຍໄດ້ເຮັດວຽກຢ່າງໃກ້ຊິດກັບສົມບັດ ແລະ ມີຄວາມເຄົາລົບໃນຕົວລາວຢ່າງເລິກເຊິ່ງ, ໂດຍສະເພາະກອບຫຼັກການ ແລະ ຄວາມມານະຕັ້ງໃຈຂອງລາວໃນການເຮັດວຽກສົ່ງເສີມການພັດທະນາແບບຍືນຍົງ. ຂ້າພະເຈົ້າໄດ້ປະກອບສ່ວນເຂົ້າໃນການເຮັດກິດຈະກຳໃນລະດັບສາກົນເພື່ອຮຽກຮ້ອງໃຫ້ມີການປ່ອຍຕົວສົມບັດຄືນກັບມາຫາຄອບຄົວຂອງລາວຢ່າງປອດໄພ ແລະ ໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້. ຂ້າພະເຈົ້າໄດ້ກັບຄືນໄປປະເທດລາວໃນປີ 2013 ໃນຖານະໜຶ່ງໃນສະມາຊິກສະພາເອີຣົບເພື່ອເຂົ້າພົບກັບຜູ້ແທນລັດຖະບານລາວ ເຊິ່ງເປັນສ່ວນໜຶ່ງຂອງປະຕິບັດການສາກົນທີ່ເຮັດວຽກເພື່ອໃຫ້ສົມບັດໄດ້ກັບຄືນມາຫາຄອບຄົວຂອງລາວຢ່າງປອດໄພ. ປັດຈຸບັນ, ເປັນທີ່ຮັບຮູ້ຢ່າງກວ້າງຂວາງ ໂດຍອົງການສະຫະປະຊາຊາດ (United Nations) ແລະ ອົງການນິລະໂທດກຳສາກົນ (Amnesty International) ວ່າ ສົມບັດເປັນບຸກຄົນທີ່ຖືກບັງຄັບໃຫ້ສູນຫາຍ.
ໃນຂະນະທີ່ສົມບັດຍັງບໍ່ໄດ້ກັບມາຫາຄອບຄົວຢ່າງປອດໄພ, ເປັນເລື່ອງເສົ້າທີ່ການຮ່ວມມືຈາກຕ່າງປະເທດ ແລະ ການລົງທຶນຂອງຕ່າງປະເທດໃນລາວ, ເຊິ່ງເປັນເລື່ອງທີ່ປະເທດລາວໄດ້ສ້າງສາຍພົວພັນ ແລະ ຜູກມັດໄວ້ຢ່າງໜຽວແໜ້ນ, ຈະເພີ່ມທະວີຜົນກະທົບໄປໃນທິດທາງລົບ. ໃນປີ 2013, ມີຄວາມເປັນໄປໄດ້ສູງທີ່ພາກລັກຂອງປະເທດລາວຈະຖືກທຳລາຍຖ້າຫາກສົມບັດບໍ່ໄດ້ຄືນຫາຄອບຄົວຢ່າງປອດໄພ. ຂ້າພະເຈົ້າມີຫວັງຈາກໃຈວ່າລາວຈະກັບມາ, ດ້ວຍຄວາມປອດໄພ, ໄວໆນີ້.