ສົມບັດ​ ສົມ​ພອນ​ຢູ່​ໃສ?

The Malay Mail: 10 ຕຸລາ 2013

ໂດຍດຣ ລິ​ມ ​ເຕັກ ກີ (Dr. Lim Teck Ghee)

ມື້​ນີ້ ວັນ​ພະຫັດ ວັນ​ທີ 10 ຕຸລາ 2013 ​​ເປັນ​ມື້​ຄົບຮອບ 300 ວັນ​ທີ່​ ສົມບັດ ສົມ​ພອນ ໜຶ່ງ​ໃນນັກ​ພັດທະນາ​ສັງຄົມ​ຄົນ​ສຳຄັນ​ຂອງສປປລາວ ​ໄດ້​ຫາຍ​ຕົວ​ໄປ. ສົມບັດ​ ​​ເປັນ​ໝູ່​ທີ່​ດີ​ຂອງ​ຂ້າພະ​ເຈົ້າ​ມາ​​ແຕ່ດົນ​ນານ ​ເຊິ່ງ​ໃນ​ຊ່ວງ​ທ້າຍ​ຂອງ​ຊຸມ​ປີ 1970 ສົມບັດ​ ​ແລະ ຂ້າພະ​ເຈົ້າ​​​ເປັນ​ສະມາຊິກ​ກຸ່ມ​ນ້ອຍ​ໆ ​ໃນ​ພາກ​ພື້ນ​ອາຊີທີ່ສົ່ງ​ເສີມ​​ເລື່ອງສິດທິ​ມະນຸດ​ ​ແລະ ວິ​ພາກວິຈານ​ສະພາບ​ສັງຄົມ​ ພວກ​ເຮົາ​ພົບ​ປະກັນ​ຢູ່​ເລື້ອຍໆ ​ເພື່ອ​​ສົນທະນາ​ກ່ຽວ​ກັບ​ສະຖານະ​ການ​ຂອງ​ປະ​ເທດ​ຕ່າງໆ ​ໃນ​ພາກ​ພື້ນ​ພວກ​ເຮົາ (​ໃນ​ຕອນ​ນັ້ນມີ ປະ​ເທດ​ມາ​ເລ​​ເຊຍ, ​ໄທ, ອິນ​​ໂດ​ເນ​ເຊຍ, ຟິລິບ​ປິນ, ລາວ, ​ຫວຽດນາມ, ​ແລະ ສິງກະ​ໂປ) ​ແລະ ຫາ​​ແນວທາງ​ວ່າພວກ​ເຮົາ​ຈະຊ່ວຍ​ເຫຼືອກັນ ​ແລະ ກັນ​​ໄດ້​ແນວ​ໃດ​ໃນ​ດ້ານ​ວຽກ​ງານ ​ເພື່ອ​ຍົກ​ສູງ​ຄວາມ​ສະຫງົບ​ສຸກ ​ແລະ ການ​ພັດທະນາ​​​.

ໝາກຜົນ​ຈາກ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ປາກົດ​ໃຫ້​ເຫັນ ​​ໃນ​ປີ 1977 ​ເປັນການ​ຈັດ​ຕັ້ງ​ຂອງ​ອົງການ​ພາກ​ປະຊາ​ສັງຄົມ​ລະດັບ​ພາກ​ພື້ນ ​ກໍ​ຄື ກອງ​ປະຊຸມ​ວັດທະນະທຳ​ອາ​ຊຽນກ່ຽວ​ກັບ​ການ​ພັດທະນາ ຫຼື ACFOD (the Asian Cultural Forum on Development) ​​ ​ເຊິ່ງພາລະກິດ​ໂດຍ​ສັງ​ເຂ​ບສາມາ​ດ​ອ່ານ​ໄດ້​ຢູ່​​ດ້ານ​ລຸ່ມໃນ​ຫົວ​ຂໍ້ ​​ວິ​ໄສ​ທັດທາ​ງ​ເລືອກ​ຂອງ​ອົງການຈັດ​ຕັ້ງກ່ຽວ​ກັບ​ການ​ພັດທະນາ ​ທີ່​ເປັນ​ແນວ​ຄວາມຄິດ​ສວນ​ທາງ​ຢ່າງ​ຊັດ​ເຈນກັບ​ກະ​ແສ​ການ​ພັດທະນາຫຼັກຂອງ​ພາກ​ພື້ນ.

ພາລະ​ກິດຂອງ ACFOD

  • ​ສົ່ງ​ເສີມ​ການ​ພັດທະນາ​ແບບ​ອົງ​ລວມ ​ແລະ ຕໍ່ຕ້ານ​ການ​ພັດທະນາ​​ແບບ​ທຳລາຍ​ລ້າງ/​ໄຮ້ມະນຸດສະທຳ
  • ສົ່ງ​ເສີມ​ສັນຕິພາບ, ຄວາມ​ປະສົມ​ກົມກຽວ, ສິດທິ​ມະນຸດ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ຈິດ​ວິນ​ຍານ​​​ໃນ​ຕົວ​ມະນຸດ
  • ສົ່ງ​ເສີມປະຊາທິປະ​ໄຕ​ແບບ​ມີ​ສ່ວນ​ຮ່ວມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ
  • ​ເຄົາລົບ​ນັບຖືສິດທິ ​ແລະ ວັດທະນະທຳ​ຂອງຊົນ​ກຸ່ມ​ນ້ອຍ
  • ຍົກ​ສູງຄຸນຄ່າ​ດ້ານ​ຄຸນ​ນະ​ທຳ ​ແລະ ສິນລະ​ທຳ​​ໃຫ້ເປັນ​ໝາກ​ຫົວ​ໃຈ​ຂອງຂອງ​ການ​ພັດທະນາ
  • ​​ສ້າງ​​ເວທີ​ສຳລັບແລກ​ປ່ຽນ ​ແລະ ຈັດ​ຕັ້ງ​ປະຕິບັດ​​ໃຫ້​ແກ່ຄົນ​​ລະດັບ​ຮາກ​ຫຍ້າ ​ແລະ ສຳລັບ​ປະຊາຊົນ​ກັບ​ປະ​ຊາ​ຊົນ​ດ້ວຍ​ກັນ

ໃນ​ລະດັບ​ພາກ​ພື້ນນີ້ ເຖິງ​ວ່າ​ພວກ​ເຮົາ​ເປັນ​ກຸ່ມ​ນ້ອຍໆ ທີ່​ມີຊັບພະຍາກອນ​ຈຳກັດ ​ແລະ ​ໜ້ອຍ​ທີ່​ສຸດ ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ​ຂອງ​ພວກ​ເຮົາ​ ​ແຕ່​ສະມາຊິກ ​ACFOD ​ເຊິ່ງປະກອບ​ດ້ວຍ ​ ສະມາຄົມ​ຜູ້​ບໍລິ​ໂພ​ກປີ​ນັງ (the Consumers Association of Penang) ທີ່ຕອນ​ນັ້ນ​ຂ້າພະ​ເຈົ້າ​ໄດ້​ຮັບ​ກຽດ​ເປັນ​ເລຂາທິການ​ ​ພວກ​ເຮົາ​ໄດ້​ພະຍາ​ມຜັກ​ດັນ​ວິ​ໄສ​ທັດທາ​ງ​ເລືອກ​ຂອງ​ການ​ພັດທະນາ​ຢ່າງ​ສຸດ​ຂີດ ​ໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ພວກ​ເຮົາ​ທັງ​ໃນ​ລະດັບຊາດ ​ແລະ ທ້ອງ​ຖິ່ນ.

ວຽກ​ງານ​ຂອງ​ ສົມບັດ​ ​ໃນອົງການ​ປາ​ແດກ (PADETC ຫຼື ສູນ​ອົບຮົມ​ຮ່ວມ​ພັດທະນາ)

ໃນ​ກຸ່ມ​ຂອງ​ພວກ​ເຮົາ​ທີ່​ມີ​ສະມາຊິກຫຼັກທັງ​ໝົດ 15 ຄົນ ບໍ່​ມີ​ໃຜ​ທີ່​​​ຍຶດໝັ້ນ​ໃນວິ​ໄສ​ທັດ​ທາງ​ເລືອກ​ ​ແລະ ການກະຈາຍ​ອຳນາດ​ໃນການ​ພັດທະນາ ​ໄດ້​ເທົ່າ​ກັບ​ສົມບັດ ​ເຊິ່ງ​ລາວ​ໄດ້​ສ້າງຕັ້ງ​ສູນ​ອົບຮົມ​ຮ່ວມ​ພັດທະນາ​ໃນ​ປີ 1997 ​ແລະ ​ກາຍເປັນ​ກະບອກ​ສຽງ​ ​ໄດ້​ຮັບ​ເຄົາລົບ​ນັບຖື​ພາຍໃນ​ປະ​ເທດ​ຂອງ​ລາວ​ເອງ​ ​​ໃນ​ເລື່ອງ​ການ​ຕໍ່ຕ້ານ​ການ​ພັດທະນາ​ແບບຜະ​ເດັດ​ການ ​ແລະ ​ແບບ​ບໍ່​ມີ​ປະຊາທິປະ​​ໄຕ ​​ແລະ​ຫຼ້າ​ສຸດ​ສົມບັດ​ໄດ້​ຮັບ​ລາງ​ວັນ​ອັນ​ຊົງ​ຄຸນຄ່າທີ່​ສຸດ​​ໃນ​ດ້ານ​ການ​ພັດທະນາ​ມະ​ນຸດຂອງ​ພາກ​ພື້ນ​ອາຊີ ກໍ​ຄື ລາງວັນ ຣາມອນ​ ​ແມັກ​ໄຊ​ໄຊ (Ramon Magsaysay Award) ສາຂາ​ຜູ້ນຳ​ຊຸມ​ຊົນ. ​

ໃນ​ການ​ທຸ້ມ​ເຫື່ອ​ເທ​ແຮງເພື່ອ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ປະ​ເທດ​ຂອງ​ຕົນ​ເອງ,​ ສົມບັດ​​ເຊື່ອໝັ້ນ​ວ່າໝາກ​ຫົວ​ໃຈ​ສຳຄັນ​ຂອງ​ວິ​ໄສ​ທັດ ACFOD ຍັງ​ຄົງມີ​ຄວາມ​ແທດ​ເໝາະ​ກັບ​ຍຸກ​ປັດຈຸ​ບັນ ​ຄື​ກັບ​ເມື່ອ 30 ປີ​ກ່ອນ​. ສົມບັດ ບໍ່​ແມ່ນ​ຄົນ​ທີ່​​ຕໍ່​ຕ້ານ​​ແບບ​​ໃຊ້​ຄວາມຮຸນ​ແຮງ​ແຕ່​ຢ່າງ​ໃດ ​ກົງກັນຂ້າມ ​ເປັນ​ຄົນ​ທີ່​ເຊື່ອ​ໃນ​ການ​ປ່ຽນ​ແປງ​ຢ່າງ​ສັນຕິ ​ເຊິ່ງ​ສອດຄ່ອງ​​ກັບ​ບຸກຄະ​ລິ​ກ​ເປັນ​ຄົນມັກ​ສະຫງົບ ​ແລະ ມີ​ຄວາມອ່ອນ​​ນ້ອມ​ຖ່ອມ​ຕົນ​​ໂດຍ​ທຳ​ມະ​ຊາດຢູ່​ແລ້ວ. ​ເຖິງ​ແນວ​ໃດ​ກໍ​ຕາມ, ​ໃນ​ການ​ຜັກ​ດັນ​ຍຸດ​ທະ​ສາດ​ທາງ​​ເລືອກ​ໃນ​ການ​ພັດທະນາ ສົມບັດກໍ​ໄດ້​ສ້າງ​ສັດຕູ​ທີ່​ເຕັມປ່ຽມ​ດ້ວຍ​ອຳນາດ​ໄປ​ພ້ອມໆ​ກັນ ​ເຊິ່ງລວມທັງ​ເຈົ້າ​ໜ້າ​ທີ່​ລັດ​ທີ່ສໍ້​ລາດ​ບັງ​ຫຼວງ, ຄົນ​ຊັ້ນ​ສູງ​ທີ່​ຄອບ​ຄອງ​ທີ່​ດິນ​ຈຳນວນ​ຫຼາຍ ​ແລະ ນັກທຸລະກິດ​ລະ​ດັບ​ຫົວໜ້າ, ​ແລະ ນັກ​ການ​ເມືອງ​ລະດັບ​ສູງ.

ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ​ບໍ່​ແມ່ນ​ເລື່ອງ​ລຶກລັບ​ປານ​ໃດ ​ຈາກ​ທີ່​ວ່າ​ລາວ​ເປັນ​ນັກ​ພັດທະນາສັງຄົມທີ່​ຢາກ​​​ໃຫ້​ມີ​ການປ່ຽນ​ແປງ ​ແລະ ກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ​ບໍ່​ສາມາດ​ທົນ​ຕໍ່​​ແນວຄວາມ​ຄິດ​ທີ່​ແຕກ​ຕ່າງຂອງ​ລາວ ​ແລະ ຍັງຄົງຢາກ​​​ຮັກສາອຳ​ນາດ ​ແລະ ຕຳ​ແໜ່​ງອັນ​ຊົງ​ກຽດ​ຂອງ​ຕົນ​ເອງ​ໄວ້​​ທີ່​ສາມາດ​ເຮັດ​​ໄດ້ ​ເຊິ່ງກໍ​ລວມທັງຄວາມ​ເນົ່າ​ເໝັນ​ຕ່າງໆ. ສົມ​ບັດ​ຖືກ​ພົບ​ເຫັນ​ຄັ້ງ​ສຸດ​ທ້າຍ​​​ໃນ​ຕອນ​ແລງ​ຂອງ​ວັນ​ເສົາ ​ທີ 15 ທັນວາ 2012 ໃນ​ຂະນະ​ທີ່​ລາວ​ກໍາລັງຂັບ​ລົດຈິບ​ກັບ​ບ້ານ ​ແຕ່​ກໍ​ກັບ​ເມືອ​ບໍ່​ຮອດ​​ເຮືອນ ​ເຊິ່ງພາຍ​ຫຼັງ​​ເປັນ​ແນວ​ນັ້ນ ຄອບຄົວ ​ແລະ ໝູ່​ເພື່ອນ​ຂອງ​ລາວ​ໄດ້​​ໄປ​ແຈ້ງ​ຄວາມ​ກັບ​ຕໍາຫຼວດ​ທັນທີ ​ແລະ ​​ຊອກ​ຫາລາວ​ຕາມ​ໂຮງໝໍ ​ພ້ອມທັງ​ແຈ້ງ​ສະຖານທູດ​ຕ່າງໆ.

​ເຖິງ​​​ແນວ​ໃດ​ກໍ​ຕາມ ຍັງ​ບໍ່​ມີ​ຂໍ້​ມູນ​ຂ່າວສານ​ຄວາມ​ຄືບ​ໜ້າ​ໃດໆ​ ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ​ເຖິງ​ວ່າ​ຈະ​ມີພາບ​ບັນທຶກ​ຈາກກ້ອງ​ວົງ​ຈອນ​ປິດ ທີ່ປາກົດ​ໃຫ້​ເຫັນ​ເຫດການ​ທີ່​​ລາວ​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຈອດລົດ ​ແລະ ລາວຖືກ​ເອົາ​ຕົວ​ໄປ​ຫຼັງ​ຈາກ​ນັ້ນ. ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກ​​ອົງການ​ນິລະ​​ໂທດ​ກຳ​ສາກົນ (Amnesty International), ອົງການ​ດ້ານ​ສິດທິ​ມະນຸດ (Human Rights Watch) ​ແລະ ລວມທັງ​ອົງການ​ດ້ານ​ສິດທິ​ມະນຸດ​ທີ່​ມີ​ຊື່​ສຽງ​ຕ່າງໆ ລວມທັງລັດຖະບານ​ປະ​ເທດ​ຕ່າງໆ​ທີ່​ສ່ວນ​ຫຼາຍ​ແມ່ນ​ບັນດາ​ປະ​ເທດ​ທີ່​ບໍ່​ຢູ່​ໃນຂົງ​ເຂ​ດພາກ​ພື້ນ​ຂອງ​ພວກ​ເຮົາ.

ບົດ​ລາຍ​ງານ​ຂອງ​ອົງການ​ນິລະ​​ໂທດ​ກຳສາກົນ (Amnesty International) ກ່ຽວ​ກັບ​ສົມ​ບັດ

​ໃນ​ລາຍ​ລະອຽດ​ຂອງ​ບົດ​ລາຍ​ງານ​ຊື່: ‘ລາວ: ຈັບ​ຜິດ​ຈາກ​ກ້ອງ. ການບັງຄັບ​ບຸກຄົນ​ໃຫ້ຫາ​ຍຕົວ​ໄປ ກໍລະນີ​ສົມບັດ ສົມ​ພອນ’ ທີ່​ຖືກ​ຕີ​ພິມ​ໃນ​ເດືອນ​ມິ​ຖູ​ນາ ປີ 2013 ອົງການ​ນິລະ​​ໂທດ​ກຳ​ສາກົນ​ໄດ້​ສຶກສາ​​ເ​ຫດການຕ່າງໆ ​ທີ່​ນຳ​ໄປ​ສູ່ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ​ແລະ ​ກໍລະນີ​ທີ່​​ເຈົ້າ​ໜ້າ​ທີ່ລາວ​ປະຕິ​ເສດບໍ່​ໃຫ້​ເຂົ້າ​ພົບ​​​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ກໍລະນີ​ສົມບັດ.​

ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​ສະຫຼຸບ​ໄວ້​ວ່າ:

“ມີ​ຄວາມ​ເປັນ​ໄປ​ໄດ້​ສູງທີ່ ສົມບັດ ສົມພອນ ​ໄດ້​ກາຍເປັນເຫຍື່ອຂອງການບັງຄັບບຸກຄົນໃຫ້ສູນຫາຍ ເຊິ່ງຖືວ່າເປັນການລະເມີດສິດທິມະນຸດຢ່າງຮ້າຍແຮງ ແລະ ເປັນອາຊະຍາກຳຕາມກົດໝາຍສາກົນ. ທາງໜ່ວຍງານມີຂໍ້ສະຫຼຸບວ່າເຈົ້າໜ້າທີ່ລາວມີສ່ວນຮັບຜິດຊອບຕໍ່ການຫາຍຕົວໄປຂອງສົມບັດ, ໃນລັກສະນະທີ່ເປັນການເຂົ້າມາດຳເນີນການໂດຍກົງ ຫຼືໂດຍການໃຫ້ຄວາມຮ່ວມມື ສະໜັບສະໜູນ ຫຼື ຮູ້ເຫັນເປັນໃຈຕໍ່ການລະເມີດພັນທະຂອງລາວພາຍ​ໃຕ້ກົດໝາຍສາກົນ.”

​ໃນ​ບາງ​ຕອນ​ຂອງ​ຂໍ້​ສະ​ເໜີ​ແນະ, ອົງການ​ນິລະ​ໂທດ​ກຳ​ສາກົນ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ:

“ຈັດຕັ້ງຄ​ະ​ນະກຳມະການອິດສະຫຼະຊຸດໃໝ່ຢ່າງ​ຮີບ​ດ່ວນ ເພື່ອດຳເນີນການສືບສວນ-ສອບ​ສວນການຫາຍຕົວ ໄປຂອງສົມບັດຢ່າງບໍ່ລຳອຽງ ແລະ ຢ່າງລະອຽດ​ຮອບ​ຄອບ ແລະ ​ເພື່ອຮັບປະກັນວ່າການດຳເນີນງານໃນທຸກຂັ້ນຕອນ​ເປັນ​ໄປ​ເພື່ອຄົ້ນຫາບ່ອນຢູ່​ຂອງ​ຜູ້ກ່ຽວ, ​ຊ່ວຍ​ເຫຼືອ​ຜູ້ກ່ຽວອອກມາຈາກການ​ຖືກ​ກັກ​ຂັງ ແລະ ສົ່ງ​ຕົວ​ຜູ້ກ່ຽວ​ຄືນ​ຫາ​ຄອບຄົວຢ່າງປອດໄພ ​ໃຫ້ໄວທີ່ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້. ຄະນະ​ກຳມາ​ທິການຄວນ​ລະບຸ​ຕົວ​​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ຕໍ່ການ​ບັງຄັບ​ໃຫ້ຫາ​ຍຕົວ​​ໄປ​ຂອງ​ສົມບັດ ລວມທັງຜູ້​ທີ່ອອກ​ຄຳ​ສັ່ງ ​ແລະ ຜູ້​ທີ່ຢູ່​ເໜືອກ​ວ່າ ​ໂດຍ​ເປັນ​ໄປ​ເພື່ອ​ນຳ​ເຂົ້າ​ສູ່​ຂະ​ບວນການ​ຍຸດຕິ​ທຳ ​ແລະ ການ​ດຳ​ເນີນ​ການ​ທີ່​ສອດຄ່ອງ​ກັບ​ຄວາມ​​ເປັນ​ທຳ​ຕາມ​ມາດຕະຖານ​ສາກົນ. ບົດ​ລາຍ​ງານ ​ແລະ ຂໍ້​ສະ​ເໜີ​ແນ​ະຂອງ​ຄະນະ​ກຳມາ​ທິການ​ຄວນ​​​​ໄດ້​ຮັບ​ການເປີດ​ເຜີ​ຍຕໍ່​ສາທາລະນະ ​ແລະ ສົມບັດ ລວມທັງ​ຄອບຄົວ​ຂອງ​ລາວ​ຄວນ​ໄດ້​ຮັບ​ການ​ຟື້ນ​ຟູ​ຈິດ​ໃຈ​ຈາກ​ການ​ຖືກ​ລະ​ເມີດ​ສິດທິ​ມະນຸດ ​ແລະຄວາມທຸກ​ທໍລະມານ​ທີ່​ພວກ​ເຂົາ​ໄດ້​ພົບ​ພໍ້.”

ບົດ​ລາຍ​ງານ​ ​ແລະ ຂໍ້​ສະ​ເໜີ​ແນະຂອງ​ອົງການ​ນິລະ​ໂທດ​ກຳ​ສາກົນ ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​​ແຕ່​ຢ່າງ​ໃດ​ເລີຍຈາກ​ລັດຖະບານ​ລາວ.

ຕ້ອງ​ມີ​ມາດ​ຕະການ​​ເພີ່ມ​ເຕີມເພື່ອ​ກົດ​ດັນ​ລັດຖະບານ​ລາວ

​ເຖິງ​ວ່າ​ສາ​ກົນ​ໄດ້ສະ​ແດງຄວາມ​ເປັນຫ່ວງ​ເປັນ​​​ໄຍຢ່າງ​ຈິງ​ຈັງກ່ຽວ​ກັບ​ການ​ຫາ​ຍຕົວ​ໄປ​ຂອງ​ສົມບັດ ​ແຕ່​ລັດຖະບານ​ປະ​ເທດ​ຕ່າງໆ ​ໃນວີ​ບອາຊີ​ຍັງບໍ່​ໃຫ້​ຄວາມ​ສົນ​ໃຈ​ກັບການລະ​ເມີ​ດສິດທິມະ​ນຸດ​ດັ່ງກ່າວ. ຄະນະ​ກຳມາ​ທິການ​ ​ແລະ ຄະນະກຳມະການລະຫວ່າງ​ລັດຖະບານລະດັບ​ສູງ​ຈຳນວນ​ຫຼາຍ ທີ່​ມີໜ້າ​ທີ່​ຕິດຕາມ​ກວດກາ​ສິດທິ​ມະ​ນຸດ​ມີ​ຄວາມ​ລົ້ມ​ເຫຼວ​ໃນ​ການ​ຖະ​ແຫຼ​ງການ​ຕໍ່​ສາທາລະນະ ຫຼື ບໍ່​ໄດ້​ກົດ​ດັນ​ລັດຖະບານ​ລາວ​ໃຫ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂປ່​ງ​ໃສ, ຄວາມ​ວ່ອງ​ໄວ, ​ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ນຳ​ເອົາ​​​ສົມບັດ​ກັບ​ຄືນ​ມາ​ຢ່າງ​ປ​ອດ​ໄພ. ​​ເຫັນ​ໄດ້​ຢ່າ​ງຊັດ​ເຈນ​ວ່າ ຍັງ​ມີ​ອີກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ໄດ້​ດຳ​ເນີນ​ການ​ຈາກ​ທຸກ​ພາກ​ສ່ວນ, ​ໂດຍ​ສະ​ເພາະ​ຜູ້​ທີ່​ມີ​ບົດບາດ​ສຳຄັນ​ໃນ​ດ້ານ​ສິດທິ​ມະນຸດ​​​ຂອງ​ພາກ​ພື້ນ​ນີ້ ​ເພື່ອ​ຮັບປະກັນ​ວ່າການ​ຕັດສິນ​ໃຈ​ໃນ​ກໍລະນີ​ດັ່ງກ່າວ ​ເຊິ່ງ​ເປັນ​ການ​ປະນາມ​ກ່າວ​ຫາລັດຖະບານ​ກ່ຽວ​ກັບ​ສິດທິ​ມະນຸດ​ໃນ​ລາວ ​ລວມທັງ​ໃນ​ພາກ​ພື້ນ​ອາຊີ​ອີກ​ດ້ວຍ.
​​​​
ສຳລັບ​ຂ້າພະ​ເຈົ້າ ​ໂດຍ​ສ່ວນ​ຕົວ​ຮູ້ສຶກ​​ເຈັບ​ປວດ ​ແລະ ​ເປັນ​ຫ່ວງ​ກັບ​ຄອບ​ຄົວ​ສົມບັດ ​ແລະ ຫວັງ​ວ່າ​ລາວ​ຈະ​ໄດ້​ກັບ​ມາ​ຢ່າງ​ປອດ​ໄພ. ຂ້າ​ພະ​ຈົ້າຈະ​ຍັງ​ຄົງ​ມີ​ຄຳ​ຖາມຢູ່​ຕະຫຼອດວ່າມັນງ່າຍ​​ສໍ່າ​ໃດ​ທີ່​ຂ້າພະ​ເຈົ້າ​ຈະ​ເຂົ້າ​​ໄປ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຫດການ​ທີ່​ເກີດ​ຂື້ນ. ຂ້າ​ພະ​ເຈົ້າຈະ​ຈື່​ຕະຫຼອດ​ໄປ ຄັ້ງ​ສຸດ​ທ້າຍ​ທີ່​ພວກ​ເຮົາ​ພົບ​ກັນ​ແມ່ນ​ຢູ່​ເຮືອນ​ຂອງ​ລາວ​​ແຄມ​​ແມ່​ນ້ຳຂອງ ໃນ​ນະຄອນຫຼວງ​ວຽງ​ຈັນ ​ເຊິ່ງສົມບັດ​ເຄີຍ​ເວົ້າ​ຢອກ​ຂ້ອຍ​ກ່ຽວ​ກັບການ​ເຮັດ​ວຽກ​​ໃຫ້​ກັບ​ອົງການ​ພັດທະນາ​ສາກົນ​​ເຊິ່ງເປັນ​ອຸດົມ​ການ​ທີ່ ສວນ​ທາງກັບຂອງ ACFOD ​ແລະ ນີ້​ກໍ​ບໍ່​ແມ່ນ​ເລື່ອງ​ຕະຫຼົກ ລາວ​ຍັງ​ເຄີຍ​ຊ​ວນຂ້າພະ​ເຈົ້າ​ໃຫ້​ມາເຮັດ​ວຽກ​ກັບ​ລາວ​ຢູ່​ອົງການ​ປາ​ແດກ ​ແລະ ສະ​ເໜີ​ໃຫ້​ໄປ​ອາ​ໃສ​ຢູ່​ດິນ​ຂ້າງ​ເຮືອນ​ຂອງ​ລາວ ​ເຊິ່ງ​ຈະ​ເປັນ​ເຮືອນ​ຫຼັງ​​ໃໝ່ສຳລັບ​ຂ້າພະ​ເຈົ້າ​ ​ແລະ ລາວ​ບອກ​ໃຫ້ວ່າ​ຂ້າພະ​ເຈົ້າຄວນ​ຮັບ​ເອົາ​ຂໍ້​ສະ​ເໜີ​ດັ່ງກ່າວ. ການ​ທີ່​ຂ້າພະ​ເຈົ້າ​ປາກົດ​ຕົວ​ຄົງ​ຈະ ຫຼື ຈະສາມາດ​ເຮັດ​ໃຫ້​ເກີດ​​ການ​ປ່ຽນ​ແປງ​ ຫຼື ອາດ​ຈະ​ເຮັດ​​ໃຫ້​ຂ້າພະ​ເຈົ້າ​ຫາຍ​ຕົວ​ໄປ​ຄື​ກັນ​ກັບ​ສົມບັດ?

ວັນ​ເວ​ລາ​ຜ່ານ​​​ໄປ ​ແຕ່​ກໍ​ຍັງ​ບໍ່​ມີ​ສັນຍານ​ໃດໆ ​ເລີຍ​ວ່າ​ລາວ​ຈະ​ກັບ​ມາ, ຂ້າພ​ະ​ເຈົ້າ​ເຊື່ອ​ວ່າ​ສົມບັດ​ຢາກ​​ໃຫ້​ຜູ້​ທີ່​ຢູ່​ເບື້ອງ​ຫຼັງ ​ເຊິ່ງລາວ​ເຄີຍ​ຕໍ່ສູ້​ຜ່ານ​ມາ ​ຖືກ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຂື້ນຍ້ອນ​ການ​ຫາຍ​ຕົວ​ໄປ​ຂອງ​ລາວ ​​​ແຕ່ໃນ​ທາງທີ່ຈະ​ຈຸດ​ປະກາຍ​ໄປ​ສູ່​​ເສັ້ນທາງ​ແຫ່ງ​ຄວາມ​ສະ​ເໝີ​ພາບ, ຄວາມ​ຍຸດຕິ​ທຳ, ​ແລະ ອິດ​ສະລະ​ພາບ​ທີ່​​ເປັນ​ຈຸດ​ຢືນ​ຂອງ​ການ​ສູ້​ຊົນ​​ຂອງ​ລາວ​ມາ​ຕະຫຼອດ.