ສົມບັດ ສົມພອນ, ນັກພັດທະນາສັງຄົມໄດ້ ຫາຍຕົວຄົບຮອບ 10 ເດືອນ, ເຮັດໃຫ້ຜູ້ເປັນພັນລະຍາ ດີ້ນຮົນວິງວອນຮ້ອງຂໍ ຢ່າງສຸດຊີວິດ

Sidney Morning Herald: 25 ຕຸລາ 2013

SMHວຽງຈັນ: ຜູ້ເປັນພັນລະຍາຂອງ ສົມບັດ ສົມພອນ ນັກພັດທະນາສັງຄົມຜູ້ທີ່ມີຜົນງານໂດດເດັ່ນ ໄດ້ຮ້ອນຮົນວິງວອນ ຮ້ອງຂໍຕໍ່ເຈົ້າໜ້າທີ່ລາວຢ່າງສຸດຊີວິດ ໂດຍຍື່ນຂໍ້ສະເໜີວ່າຖ້າຫາກສາມີຂອງຕົນໄດ້ກັບມາຢ່າງປອດໄພຫຼັງຈາກຖືກເອົາ ຕົວໄປເປັນເວລາ 10 ເດືອນ ຕົນເອງຈະພາລາວອອກຈາກປະເທດ ແລະ ໃຊ້ຊີວິດຢ່າງສະຫງົບຢູ່ຕ່າງປະເທດ.

ອຶງ ຊຸຍມິງ ແຕ່ງງານເມື່ອ 30 ປີກ່ອນ ກັບສົມບັດ ຜູ້ທີ່ມີປະຫວັດໄດ້ຮັບຫຼາຍລາງວັນ ລາວໄດ້ເວົ້າວ່າຕົນເອງບໍ່ ຢາກເຫັນ ພາບພົດຂອງປະເທດລາວຖືກທຳລາຍໄປຫຼາຍກວ່ານີ້ ແລະ ລວມທັງການລັກພາຕົວທີ່ກຸ່ມນັກສິດທິມະນຸດ ໃຫ້ຄວາມໝາຍຄອບຄຸມເຖິງການທີ່ລັດເປັນຜູ້ສະໜັບສະໜູນຢູ່ເບື້ອງຫຼັງໃນບັງຄັບບຸກຄົນໃຫ້ສູນຫາຍ.

ແຕ່​ລະ​ມື້ ຕັ້ງ​ແຕ່​ສົມບັດ​ໄດ້​ຫາຍ​ຕົວ​​ໄປ ມັນ​ເປັນ “ກາ​ນລໍ​ຄອຍ​ທີ່​ບໍ່​ມີ​ມື້​ສິ້ນ​ສຸດ, ຢູ່​ລະຫວ່າງ​ການມີຄວາມ​ຫວັງ ​ແລະ ສິ້ນຫວັງ.”

“ຂ້ອຍ​ຕ້ອງການ​ພຽງ​ແຕ່​ໃຫ້​ສົມບັດ​​ໄດ້​ກັບ​ຄືນ​ມາ​ຢ່າງ​ປອດ​ໄພ,” ນາງ ຊຸຍ​ມິ​ງ ຜູ້​ທີ່​ມີ​ສັນ​ຊາດ​ສິງກະ​ໂປ ​ກ່າວ​ໄວ້​ກັບ ​ແຟ​ແຟກສ໌ ມີ​ເດຍ  ​

“ລາວ​ເປັນ​ຊາຍ​ຊະລາ​ທີ່​ສຸຂະພາບ​ບໍ່​ແຂງ​​ແຮງ ລາວ​ຕ້ອງ​ໄດ້​ຮັບ​ການ​ປິ່ນປົວ​ດູ​ແລ​ຢ່າງ​ໃກ້ຊິດ. ຖ້າ​ຫາກ​ລາວ​ໄດ້​ກັບ​ຄືນ​ມາ, ຂ້ອຍ​ຈະ​ພາລາ​ວ​ໄປ​ປິ່ນປົວ​ຢູ່​ຕ່າງປະ​ເທດ ​ແລະ ຈະ​ໃຊ້​ຊີວິດ​ທີ່​ເຫຼືອ​ຢູ່​ຢ່າງ​ສະຫງົບ​ໃນ​ຕ່າງປະ​ເທດ,” ລາວ​ເວົ້າ​.

ຊຸຍ​ມິ​ງ​ເວົ້າ​ວ່າ​ ​ແຕ່​ລະ​ມື້​ຕັ້ງ​ແຕ່​ສົມບັດ​ໄດ້​ຫາຍ​ຕົວ​ໄປ ມັນ​ເປັນ “ຊ່ວງ​ເວລາ​​ແຫ່ງ​ການລໍຄອຍ​​​ທີ່​ບໍ່​ມີ​ມື້​ສິ້ນ​ສຸດ ຢູ່​ລະຫວ່າງກາງຂອງ​​​ການ​ມີ​ຄວາມ​ຫວັງ ​ແລະ ຄວາມສິ້ນ​ຫວັງ.”  ຄວາມຫວັງ​ທີ່​ມີ​ຕໍ່ຊີວິດ​ການ​ເປັນ​ຢູ່​ຂອງ​ສົມ​ບັດທີ່​ມີອາຍຸ 62 ປີ​​ເລີ່​ມ​ເລືອນ​ລາງ​ໃນ​ເມື່ອ​​ເຈົ້າ​ໜ້າ​ທີ່​ລາວ​​ໃນ​ພັກ​ຄອມ​ມູນິດ​ໄດ້​ປະຕິ​ດ​​ເສດ​ການ​ຮັບ​ຮູ້​ໃດໆ ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ, ​​ເຊິ່ງຊີ້​ແຈ້ງ​ໃຫ້​ເຫັນ​ວ່າ​ຂະ​ບວນການ​ສືບສວນ​ສອບ​ສວນມີ​ຄວາມ​ລົ້ມ​ເຫຼວທີ່​ຈະ​ບົ່ງ​ຕົວ​ຜູ້​ຢູ່​ເບື້ອງ​ຫຼັງ ​ແລະ ການ​​ເມີນ​ເສີຍ​ໂດຍອ້າງ​ວ່າ​ລາວ​ຕ້ອງ​ຕົກ​ເປັນ​ເຫຍື່ອ​ໃນ​ເລື່ອງ​ທຸລະ​ກິດ ​ໂດຍ​ບໍ່​ມີ​ຫຼັກ​ຖານ​ອ້າງ​ອິງ​ແຕ່​ຢ່າງ​ໃດ.

​ເຖິງ​ວ່າ​ໃນ​ປະ​ເທດທີ່​ມີປະຫວັດ​ທີ່​ດ້ອຍ​ເລື່ອງ​ສິດທິ​ມະນຸດ ​ໂດຍ​ທີ່​ລັດຖະບານ​​ຄຸ້ນ​ເຄີຍ​ກັບ “ການຫາຍ​ຕົວ​ໄປ”  ​ແຕ່​ການ​ລັກ​ພາ​ຕົວ​ສົມບັດ ກໍ​​ສັ່ນ​ສະ​ເທືອ​ນຄົນ​ລາວ ​ແລະ ​ເຮັດ​ໃຫ້​ຜູ້​ໃຫ້​ທືນຕ່າງປະ​ເທດ​ຕ້ອງ​ເຂົ້າ​ມາ​ກົດ​ດັນ​ເພິ່ມ​ເຕີມ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ລາວ​ຈະ​ໄດ້​ກັບ​ມາ​ຢ່າງ​ປອດ​ໄພ.

ສົມບັດ ຜູ້​ຊ່ຽວຊານ​ດ້ານ​ກະສິກຳ ​ເປັນ​ບຸກຄົນ​​​ເປັນ​ທີ່​ເຄົາລົບ​ນັບຖື​​ໃນ​ວົງກວ້າງ ​ເຊິ່ງ​ໃນ​ປີ 2005 ລາວ​ໄດ້​ຮັບ​ລາງວັນ​ອັນ​ຊົງ​ກຽດ ກໍ​ຄື ລາງວັນ ຣາມອນ ​ແມັກ​ໄຊ​ໄຊ ສາຂາ​ຜູ້ນຳ​ພາ​ຊຸມ​ຊົນ ​ເຊິ່ງ​ເປັນ​ລາງວັນທີ່​ປຽບ​ສະ​ເໝືອນ​ລາງວັນ​ໂນ​ເບ​ລ​ໄພຣສ໌ ​ແຫ່ງ​​ເອ​ເຊຍ.

ລາວ​ຖືກ​ພົບ​ເຫັນ​ຄັ້ງ​ສຸດ​ທ້າຍ​​ໂດຍ​ ຊຸຍມິ​ງ ​ໃນ​ຂະນະ​ທີ່​ກຳລັງ​ຂັບ​ລົດ​ຄົນ​ລະ​ຄັນ ຈາກ​ຫ້ອງການ​ຂອງ​ລາວ​ໃນ​ນະຄອນຫຼວງ​ວຽງ​ຈັນ ​ເພື່ອ​ກັບ​ເມືອ​ກິນ​ເຂົ້າ​ນຳ​ກັນ​ຢູ່​ເຮືອນ ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນວາ ປີ​ກາຍ​ນີ້.

ການ​ລັກພາ​ຕົວ​ໄດ້​ຖືກ​ບັນ​ທຶກ​​ໄວ້​ໃນ​ພາບ​ບັນທຶກ​ກ້ອງ​ວົງ​ຈອນ​ປິດ​ທີ່​ບໍ່​ແຈ້ງ​ປານ​ໃດ ​​ເຊິ່ງຄວາມ​ຈິງ​ແລ້ວ​ບໍ່​ຄວນ​ຖືກ​ປ່ອຍ​ອອກ​ມາ​​ໂດຍ​ຕຳຫຼວດ. ​

ພາບ​ໄດ້​ບັນທຶກ​ເຫດການ​ທີ່​ລົດ​ຈິບ​ຂອງ​ສົມບັດ​ໄດ້​ຖືກ​ຕຳຫຼວດ​ຢູ່​ປ້ອມ​ເອີ້ນ​ໃຫ້​ຢຸດ​ແລ້ວ​ຖືກ​​ເອີ້ນ​ເຂົ້າ​​ໄປ​ໃນ​ປ້ອມ.

ມີ​ລົດຈັກ​ຄັນ​ໜຶ່ງ​ຂັບ​ມາ​ຈອດ​ຢູ່​ໜ້າ​ປ້ອມ ​ແລະ ຂັບ​ລົດ​ຂອງ​ສົມບັດ ອອກ​ໄປ.

ຫຼັງ​ຈາກ​ນັ້ນ​ມີ​ລົດ​ກະບະ​ເປີດ​ໄຟ​ຂໍ​ທາງ​ແລ່ນ​ເຂົ້າ​ມາ​ຈອດ​ຢູ່​ໜ້າ​ປ້ອມ​ຕຳຫຼວດ ​ແລ້ວ​ມີ​ຊາຍ​ສອງ​ຄົນ​ລົງ​ມາ​ຈາກ​ລົດ ​ແລ້ວ​ນຳ​ຕົວ​ສົມບັດ​ຂື້ນ​ລົດ​​ແລວ​ແລ່ນ​ອອກໄປ.

ລາວ​ບໍ່​ໄດ້​ກັບ​ເມືອ​ຮອດ​ເຮືອນ​ອີກ​ເລີຍ​.

ແອມນັສຕີ້ ອິນເຕີເນຊັນແນວ ໄດ້ເວົ້າວ່າ ມີຄວາມເປັນໄປໄດ້ທີ່ເຈົ້າໜ້າທີ່ລາວຈະມີສ່ວນກ່ຽວຂ້ອງກັບການຫາຍຕົວໄປ ຂອງສົມບັດ ຈາກການປະເມີນວ່າຕຳຫຼວດມີຄວາມລົ້ມເຫຼວໃນການດຳເນີນຂະບວນການສືບສວນສອບສວນ ແລະ ສໍ່ແວວວ່າມີການປົກປິດຂໍ້ມູນຂໍ້ເທັດຈິງ.

ຫຼາຍປະເທດໄດ້ສະເໜີໃຫ້ການຊ່ວຍເຫຼືອຈາກພາຍນອກ ເຊິ່ງກໍລວມທັງການວິເຄາະພາບບັນທຶກຕົ້ນສະບັບ ຈາກກ້ອງວົງຈອນປິດ ແຕ່ກໍຖືກປະຕິເສດ.

ຟິວ ໂຣເບິດສັນ, ຮອງຜູ້ອຳນວຍການດ້ານສິດທິມະນຸດປະຈຳພາກພື້ນອາຊີ ໄດ້ເວົ້າວ່າລັດຖະບານລາວ “ຈຳເປັນຕ້ອງ ໄດ້ຢຸດຕິການຫຼີ້ນເກມ ແລະ ປ່ອຍຕົວສົມບັດ ຫຼື ອະທິບາຍ ວ່າເກີດຫຍັງຂື້ນກັບສົມບັດ.”

“ເລື່ອງນີ້ໄດ້ເຮັດໃຫ້ໜ້າຕາຂອງປະເທດລາວດ່າງພ້ອຍຢ່າງມະຫາສານ ເຊິ່ງທີ່ຜ່ານມາກໍມີປະຫວັດເປັນໜຶ່ງໃນ ລັດຖະບານທີ່ລະເມີດສິດທິມະນຸດທີ່ຂີ້ຮ້າຍທີ່ສຸດໃນພາກພື້ນ ແລະ ໝູ່ເພື່ອນຂອງສົມບັດຫຼາຍໆ ຄົນກໍຈະຊູປະເດັນ ນີ້ໃນທຸກໆ ເວທີສາກົນ ແລະ ກອງປະຊຸມທີ່ປະເທດລາວເຂົ້າຮ່ວມ,” ລາວກ່າວໄວ້.

ການລັກພາຕົວສົມບັດເປັນເລື່ອງແປກປະຫຼາດ ເພາະພາບລັກຂອງລາວແມ່ນເປັນບຸກຄົນທີ່ສົ່ງເສີມ ຄວາມປອງດອງ ຮ່ວມມື ທີ່ໄດ້ເຂົ້າໄປຢູ່ໃນລາຍຊື່ຄະນະກຳມະການຮ່ວມກັບສະມາຊິກລັດຖະບານທີ່ມີອິດທິພົນ.

ຂໍ້ສົງໄສຢ່າງໜຶ່ງ ອາດຈະເປັນບົດກ່າວປາໄສທີ່ລາວໄດ້ເວົ້າເມື່ອສອງເດືອນກ່ອນທີ່ລາວຈະຫາຍຕົວ ໄປ ທີ່ກອງປະຊຸມ ເວທີພາກປະຊາຊົນ ອາຊີ-ເອີຣົບ ເຊິ່ງເປັນເວທີພາກປະຊາສັງຄົມທີ່ໃຫຍ່ທີ່ສຸດທີ່ເຄີຍມີມາໃນປະເທດລາວ.

“ພວກເຮົາເລັງໃສ່ການພັດທະນາດ້ານເສດຖະກິດຫຼາຍໂພດ ແລະ ເມີນເສີຍຕໍ່ຜົນກະທົບໃນທາງລົບ… ພວກເຮົາຕ້ອງໄດ້ເປີດເວທີໃຫ້ກັບປະຊາຊົນຄົນທຳມະດາຫຼາຍຂື້ນ, ໂດຍສະເພາະຄົນໜຸ່ມສາວ, ແລະ ຄວນອະນຸຍາດໃຫ້ພວກເຂົາໄດ້ມີສ່ວນໃນການເປັນເຈົ້າການນຳພາການປັບປ່ຽນ ແລະ ປ່ຽນແປງ,” ລາວກ່າວໄວ້.

ສົມບັດເປັນຜູ້ກໍ່ຕັ້ງອົງການທີ່ບໍ່ຂື້ນກັບລັດຖະບານທີ່ມີຊື່ວ່າ ສູນອົບຮົມຮ່ວມພັດທະນາ (Participatory Development Training Centre) ໃນປີ 1996 ໂດຍມີເປົ້າໝາຍເພື່ອການສົ່ງເສີມການສຶກສາໃນຊຸມຊົນ ແລະ ການຝືກອົບຮົມເລື່ອງການພັດທະນາແບບຍືນຍົງ, ລາວເຄີຍເປັນກະບອກສຽງກ່ຽວກັບການຍຶດທີ່ດິນຂອງປະຊາຊົນ ເຊິ່ງເປັນຜົນມາຈາກການເປີດປະຕູໃຫ້ຕ່າງປະເທດເຂົ້າມາລົງທືນຢ່າງຫຼວງຫຼາຍ ທີ່ລວມທັງບໍ່ແຮ່, ເຂື່ອນໄຟຟ້າ, ການປູກຢາງພາລາ, ໂຄງການປຸກສ້າງໂຮງແຮມ ແລະ ຄາຊີໂນຕ່າງໆ.

ໃນຊ່ວງຕົ້ນປີນີ້, ປະເທດລາວໄດ້ເຂົ້າຮ່ວມປະຊາຄົມໂລກ ໃນຖານະເປັນສະມາຊິກຂອງອົງການການຄ້າໂລກ (World Trade Organisation) ແລະໄດ້ວິ່ງເຕັ້ນເພື່ອໃຫ້ໄດ້ຕຳແໜ່ງໃນຄະນະກຳມະການສິດທິມະນຸດແຫ່ງ ສະຫະປະຊາຊາດ.

ແຕ່ວ່າລັດຖະບານພັກຄອມມູນິດໄດ້ເຮັດທຸກວິທີທາງປົກປ້ອງອຳນາດໃຫ້ຄົງຢູ່ ແລະ ເດີນໜ້າປາບປາມຜູ້ທີ່ມີຄວາມ ເຫັນຕ່າງ ໃນຂະນະທີ່ກຳລັງກ້າວໄປສູ່ເສລີພາບທາງດ້ານເສດຖະກິດ ແລະ ການສົ່ງເສີມການທ່ອງທ່ຽວ.

ນັກເຄື່ອນໄຫວຜູ້ໃດທີ່ທີ່ຊູປ້າຍຮຽກຮ້ອງປະຊາທິປະໄຕແມ່ນຕ້ອງຊາຕາຕົກຖືກຂັງຢູ່ໃນຄຸກ.

ເມື່ອຫ້າປີກ່ອນ ນັກສິ່ງແວດລ້ອມ ຊື່ ສົມພອນ ຂັນຕິສຸກ ໄດ້ຖືກບັງຄັບໃຫ້ຂື້ນລົດໃນແຂວງພາກເໜືອຂອງລາວ ແລະ ບໍ່ມີໃຜໄດ້ພົບເຫັນລາວອີກເລີຍ ໃນຂະນະທີ່ເມື່ອຕົ້ນປີນີ້ ລັດຖະບານໄດ້ກີດກັນບໍ່ໃຫ້ສະຫະລັດມາກ່ຽວຂ້ອງໃນ ການສືບສວນ ສອບສວນ ເຖິງການຫາຍຕົວໄປຂອງຊາຍສັນຊາດອາເມລິກາສອງຄົນໃນແຂວງພາກໄຕ້ຂອງ ປະເທດລາວ.

ພິທີສະແດງຄວາມເຄົາລົບຕໍ່ສົມບັດໃນປະເທດລາວໄດ້ຖືກຍົກເລີກຫຼັງຈາກທີ່ຕຳຫຼວດປ້ອງກັນຄວາມສະຫງົບໄດ້ຂົ່ມຂູ່ເພື່ອນຮ່ວມງານ ແລະ ຄອບຄົວຂອງລາວ.

ໃນນະຄອນຫຼວງວຽງຈັນ, ຄົນສ່ວນໃຫຍ່ຫຼີກລ້ຽງບໍ່ເວົ້າເຖິງການຫາຍຕົວໄປຂອງສົມບັດໃນສະຖານທີ່ສາທາລະນະ ໂດຍຢ້ານກົວຕໍ່ການຮຸກຮາມຈາກຕຳຫຼວດ ແລະ ໜ່ວຍງານປ້ອງກັນຄວາມສະຫງົບ ເຊິ່ງຢູ່ພາຍໃຕ້ການບັງຄັບບັງ ຊາຢ່າງໃກ້ຊິດຂອງພັກຄອມມູນິດ.

ໃນບັນດາພາກສ່ວນສາກົນທີ່ໄດ້ສະແດງຄວາມກັງວົນ ແລະ ຮຽກຮ້ອງໃຫ້ມີການປ່ອຍຕົວສົມບັດໃຫ້ ກັບຄືນມາຢ່າງ ປອດໄພ ໄດ້ແກ່ ທ່ານ ຈອນ ແຄຣີ (John Kerry) ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານ ນາງ ຮິນແລຣີ ຄລິນຕັນ (Hillary Clinton) ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ, ແລະ ອາກບິຊອບ ເດສມອນ ຕູຕູ (Archbishop Desmond Tutu) ຈາກອາຟຮິກກາໄຕ້.

ເມື່ອເດືອນມິຖຸນາ ນັກວິຊາການຊາວອົດສຕາລີ 42 ຄົນໄດ້ເຊັນລົງນາມໃນຈົດໝາຍ ເຖິງລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ທ່ານ ບ໋ອບ ຄາຣ (Bob Carr) ຮຽກຮ້ອງໃຫ້ປະເທດອົດສຕາລີ ໃນຖານະເປັນປະເທດໃຫ້ທຶນຊ່ວຍ ເຫຼືອລາຍໃຫຍ່ໃຫ້ແກ່ ປະເທດລາວ ໃຫ້ສະແດງຈຸດຢືນທີ່ຊັດເຈນຕໍ່ກັບລັດຖະບານລາວ ກ່ຽວກັບເລື່ອງການຫາຍ ຕົວໄປ.

ກຸ່ມສິດທິມະນຸດໄດ້ຮຽກຮ້ອງໃຫ້ປະເທດອື່ນໆ ເພີ່ມແຮງກົດດັນຕໍ່ລັດຖະບານລາວທີ່ໄດ້ຮັບຜົນປະໂຫຍດຈາກທຶນຊ່ວຍ ເຫຼືອເພື່ອການພັດທະນາ ຈຳນວນ ຫຼາຍຮ້ອຍລ້ານໂດລາຕໍ່ປີ.

“ການທີ່ລັດຖະບານສືບຕໍ່ ປະຕິເສດການມີສ່ວນກ່ຽວຂ້ອງຕໍ່ການຫາຍຕົວໄປແມ່ນບໍ່ເປັນຕາເຊື່ອທີ່ສຸດ ແລະ ຊີ້ໃຫ້ເຫັນ ຈະແຈ້ງຂື້ນ ເຖິງຄວາມສຳຄັນທີ່ຈະມີການເພີ່ມທະວີຄວາມກົດດັນຈາກຕ່າງປະເທດຕໍ່ກັບຜູ້ນຳລາວ ຖ້າຫາກວ່າພວກ ເຮົາຈະຮຽນຮູ້ວ່າ ເກີດຫຍັງຂື້ນກັບສົມບັດ,” ທ່ານ ໂຣເບີດສັນ ນັກສິດທິມະນຸດກ່າວໄວ້.

ທ່ານ ນາງ ຊຸຍມິງ, ອະດີດພະນັກງານອົງການອຸຍນິເຊບ (UNICEF) ໄດ້ພົບກັບສົມບັດຕອນທີ່ໄດ້ທຶນໄປຮຽນຢູ່ລັດ ຮາວາຍ ໃນຊຸມປີ 1970 ລາວໄດ້ຮຽກຮ້ອງໃຫ້ຜູ້ໃຫ້ທຶນຢ່າງເຊັ່ນປະເທດອົດສຕາລີໃຫ້ຊ່ວຍຜັກດັນໃຫ້ລັດຖະບານ ມີຄວາມໂປ່ງ ໃສຫຼາຍຂື້ນ ໃຫ້ລະບຸຕົວຜູ້ຢູ່ເບື້ອງຫຼັງການລັກພາຕົວ ແລະ ສົ່ງຕົວສົມບັດກັບຄືນ ຫຼື ຖ້າຫາກລາວຖືກ ກັກຂັງຢູ່ໃນຄຸກ ກໍຂໍໃຫ້ສະມາຊິກຄອບຄົວໄດ້ໄປຢ້ຽມຢາມ.

ເທົ່າທີ່ເຫັນ ຍັງບໍ່ເຫັນການປາກົດຕົວຂອງປະຊາທິໄຕ ຫຼື ການຂັບເຄື່ອນຂອງລັດຖະບານ ແຕ່ຢ່າງໃດເລີຍ,” ລາວກ່າວໄວ້.

ຊຸຍມິງເວົ້າກວ່າ ລາວສາມາດ “ພຽງແຕ່ຍຶດໝັ້ນໃນຄວາມຫວັງ ແລະ ຄວາມສັດທາ ເໜືອສິ່ງໃດໝົດ ນອກຈາກນີ້ ແລ້ວແມ່ນບໍ່ຮູ້ຈະຄິດແນວໃດ.”

“ການບໍ່ມີຄວາມຫວັງແມ່ນການຍອມແພ້ ແລະ ຂ້ອຍຈະບໍ່ຍອມແພ້… ຍັງເທື່ອ,” ລາວເວົ້າ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.