ອະນາຄົດຂອງປະເທດລາວ: ພູມມີປະເທດ ທີ່ເປົ່າປ່ຽວ

The Economist: 26 ຕຸລາ 2013

ກຸ່ມກ້ອນການປົກຄອງລຶກລັບ ແລະ ອຳນາດມືດກອບໂກຍທີ່ດິນ ແມ່ນບັນຫາທີ່ແຜ່ກະຈາຍປົກຄຸມ ປະເທດ ທີ່ທຸກຍາກ

20131026_ASP004_0ຍົນໂດຍສານແອບັສ A320 ຖືກສັ່ງຜະລິດໂດຍ ພັນເອກ ມວມມາ ກາດດາຟີ (Muammar Quaddafi) ແຕ່ກໍ ໜ້າແປກໃຈທີ່ທ້າຍທີ່ສຸດມັນໄດ້ຕົກມາເປັນຊັບສິນໃນຄອບຄອງຂອງສາຍການບິນລາວ (Lao Airlines). ຖ້ານັ່ງຢູ່ບ່ອນ ນັ່ງຂ້າງປະຕູປ່ອງຢ້ຽມບິນຢູ່ເໜືອປະເທດລາວ ຄົນທີ່ເຂົ້າມາຢ້ຽມຢາມຈະສຳຜັດໄດ້ເຖິງຄວາມອ່ອນແອຂອງ ລັດ ເຊິ່ງຈະເຫັນວ່າການຕັດໄມ້ທຳລາຍປ່າເປັນແລວຍາວໄປຈົນຮອດຊາຍແດນປະເທດຈີນ. ເມື່ອບໍ່ດົນມານີ້ ແລະ ຮ້າຍແຮງທີ່ສຸດ ທີ່ນັກວິທະຍາສາດຈາກມະຫາວິທະຍາໄລລັນດ໌ ແຫ່ງສວີເດັນ ທີ່ໄດ້ເລືອກເອົາປະເທດລາວໃຫ້ ເປັນພື້ນທີ່ທົດລອງເຕັກນິກໃໝ່ໃນການບໍລິຫານຈັດການກິດຈະກຳດ້ານເສດຖະກິດຈາກອາວະກາດ ເຊິ່ງໄດ້ມີ ການເຊື່ອມເຂົ້າກັນລະຫວ່າງຮູບພາບຈາກຈານດາວທຽມໃນຕອນກາງຄືນ ກັບຂໍ້ມູນການນຳໃຊ້ທີ່ດິນ ເຊິ່ງຈະສາ ມາດກະປະມານ ແຕ່ມີຄວາມທ່ຽງກົງໄດ້ຢ່າງໜ້າປະຫຼາດໃຈ ກ່ຽວກັບການປ່ຽນແປງຂອງກິດຈະກຳດ້ານກະຊິກຳ ແລະ ກິດຈະກຳທີ່ບໍ່ແມ່ນດ້ານກະສິກຳ. ສຳລັບປະເທດລາວ ມັນຍັງໝາຍເຖິງການບໍລິຫານຈັດການຜົນກະທົບຂອງ ເງິນຕາປະເທດຈີນ ແລະ ຫວຽດນາມຈາກເທິງອາວະກາດ.

ຢູ່​ເທິງ​ພື້ນ​ດິນ ​ທີ່​ແຂວງ​ພາກ​ເໜືອ​ ກໍ​ຄື​ແຂວງ​ອຸດົມ​​ໄຊ ລົດ​ຈິ໋ບ​ທີ່​​ບຸກ​ເຂົ້າ​ໄປ​ຕັດ​ຕົ້ນ​ໄມ້​ຕາມຮ່ອມ​ພູ​ສ່ວນ​ໃຫຍ່​ແມ່ນ​ລົດ​ທີ່​ຕິດ​ປ້າຍ​ທະ​ບຽນຈີນ ​ແລະ ຫວຽດນາມ. ​​ສີ່​ເມືອງ​ໃນ​ແຂວງ​ດັ່ງກ່າວ​ແມ່ນ​ຖື​ວ່າ​ເປັນ​ເມືອງ​ທີ່​ເສດຖະກິດ​ຂະຫຍາຍຕົວ​ໄວ​ທີ່​ສຸດ​ໃນ​ປະ​ເທດ ອີງ​ຕາມນັກວິ​ໄຈ​ຈາກ​ປະ​ເທດ​ສວີ​ເດັນ (ລັດຖ​ະບານ​ລາວ​​ເຊິ່ງ​ເປັນ​ລັດ​ທີ່​ຕໍ່ຕ້ານ​ຄວາມ​ຄິດ​ໃໝ່ໆ ​ໄດ້​ສະໜອງ​ຂໍ້​ມູນ​ໜ້ອຍ​ທີ່​ສຸດ) ການ​ລົງທຶນລ້ວນ​ສຸມ​ໃສ່ດ້ານ​ກະສິກຳ​ປູກຝັງ, ການ​ປູກ​ຢາງພາລາ, ຕະຫຼາດ​ປູກຝັງ ​ແລະ ພືດ​ທາງ​ເສ​ດຖະກິດ ​ເຊິ່ງສ່ວນ​ໃຫຍ່​ແມ່ນ​ເພື່ອ​ຂົນ​ໄປ​ລ້ຽງ​ຊີບ​ປະຊາກອນ​ຈຳນວນ​ມະຫາສານ​​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ຈີນ. ຜົນ​ຂ້າງ​ຄຽງ​ທີ່​ເກີດ​ຂື້ນແມ່ນ​​ລວມ​​ທັງ​ການ​ສູນ​ເສຍ​ປ່າ​ໄມ້ ​ແລະ ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ນາໆ​ພັນ, ດິນ​ເຊາະເຈື່ອນ​ຢ່າງຮຸນ​​ແຮງ ​ແລະ ຊາວບ້ານ​ຈຳນວນ​ຫຼວງ​ຫຼາຍ​ໃນ​​​​​​ແຂວງ​ທີ່​ມີ​ຄວາມຫຼາກຫຼາຍທາງດ້ານ​ຊົນ​ເຜົ່າ​​ຕ້ອງ​ໄດ້​ອົບ​ພະຍົບອອກ​ຈາກທີ່​ດິນອາໄສ​ຂອງ​ຕົນ​ເອງ. ຫຼາຍໆ ບໍລິສັດຈີນ​ໄດ້ສຳປະທານດິນເພື່ອປູກຢາງພາລາໄດ້ຢ່າງສະດວກ ສະບາຍ ​ເຊິ່ງກວມ​ເອົາ​ພື້ນ​ທີ່ຂອງ​ແຂວງ​ດັ່ງກ່າວຈຳນວນ ​30,000 ​ເຮັກຕາ ​ເບື້ງຫຼັງແນ​ວຄວາມ​ຄິດ​​ແມ່ນ​ວ່າມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໃຊ້ຄົນ​ງານ​ ຂອງ​ຈີນ​ຈຳນວນສິບ​ໃນ​ຮ້ອຍ​​ເພື່ອ​ມາ​ປາດ​​ເອົາຢາງພາລາ. ​ໃນ​ໄລຍະ​ສິບ​ປີຜ່ານມາ, ລັດຖະບານ​ໄດ້​​​ເປີດ​ໃຫ້ຈີນ, ຫວຽດນາມ, ​ແລະ ​​ໄທ ​ມາ​ສຳ​ປະທານ​ດິນ​ໃນ​ທົ່ວ​ປະ​ເທດ​​​​ເປັນ​ໄລຍະ​ເວລາ​ສູງສຸດຮອດ 100 ປີ ​ແລະ ສ່ວນ​​ໃຫຍ່​ໃນ​ລາຄາ​ຖືກ ​​ໃນ​ທີ່​ສຸດ​ດິນ​ສ່ວນ​ຫຼາຍ​ໃນ​ປັດຈຸບັນ​ແມ່ນ​ຕ່າງ​ຊາດ​ເປັນ​ເຈົ້າ​ຂອງ​ ​ເຊິ່ງບໍ່​ໄດ້​​​​ໃຊ້​ເພື່ອ​ປູກ​ເຂົ້າ​ຄື​ແຕ່​ກ່ອນ. ສິ່ງ​ທີ່​ຜູ້​ຊ່ຽວຊານ​​ໃນ​ລາວ​ຢ້ານ​ກົວ​ກໍ​ຄື ປາກົດການ​ທີ່​​ນອກຈາກຄົນຈະທຸກ​ຍາກແລ້ວຍັງຕ້ອງພົບກັບ​​​ທີ່ບໍ່​ມີ​ທີ່ດິນອາໄສ ອີກ.​

20131026_ASM901ການ​ທີ່​ຈີນຫຼັ່ງ​​ໄຫຼ​ເຂົ້າມາ ບໍ່​ໄດ້​ໝາ​ຍຄວາມ​ວ່າ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ລັດຖະບານ​ລາວ​ທັງ​ໝົດ ​ມໍ່​ໆ​ມາ​ນີ້ຮອງ​ນາຍົກລັດຖະມົນ ທ່ານ ສົມ​ສະ​ຫວາດ ​ເລັ່ງສະຫວັດ ​ໄດ້​ອອກ​ຄຳ​ສັ່ງ​ປິດ​ຄາ​ຊິ​ໂນ​ຈີນ​ທີ່ຢູ່​​ໃກ້​​ເຂ​ດຊາຍ​ແດນ ຍ້ອນ​ວ່າ​ເປັນ​ແຫຼ່ງດຶງ​ດູ​ດຢາ​ເສບ​ຕິດ ​ແລະ ການ​ຄ້າ​ໂສ​ເພນີ ​ໄປ​ພ້ອມໆ​ກັບ​ການ​ຫຼີ້ນການ​ພະນັນ. ​​ເຖິງ​ແນວ​ໃດ​ກໍ​ຕາມ, ທ່ານ​​ເລັ່ງສະຫວັດ, ​ເຊິ່ງ​ເປັນ​ຄົນ​ເຊື້ອ​ຊາດ​ຈີນ ກໍ​ມີ​ເຄືອ​ຂ່າຍ​ສະໜັບສະໜຸນ​ສ້າງ​ຂື້ນ​​ເອງ​ເພື່ອ​ອະນຸຍາດ​ໃຫ້​ຈີນ​ສຳປະ​ທານ​​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ຕົນ ​ແລະ ​ຍັງ​ເປັນ​ໜຶ່ງ​ຄົນ​ສຳຄັນ​ໃນ​ໂຄງການ​ທີ່​ມີ​ຄວາມ​ທະ​ເຍີ​ທະຍານ​ທີ່​ສຸດ​ຂອງ​ອາຊີ: ​​ການສະ​ເໜີ​​ເສັ້ນທາງລົດ​ໄຟ​​ໄລຍະ 262 ​ໄມ (421 ກິ​​ໂລ​ແມັດ) ​ເພື່ອ​ຂົນ​ສົ່ງ​ສິນ​ຄ້າ ​ແລະ ຜູ້​ໂດຍສານ ທີ່​ເຊື່ອມ​ຕໍ່​ຄຸນ​ໝິງ, ຢູນານ ​ເຊິ່ງ​ເປັນ​ແຂວງທາງ​ຕາ​ເວັນ​ຕົກ​ສ່ຽງ​​​ໄຕ້ຂອງ​ຈີນ, ​ແລະ ​ນະຄອນຫຼວງ​ວຽງ​ຈັນ​ເຊິ່ງ​ເປັນ​​ເມືອງ​ຫຼວງ​ຂອງ​ລາວ.​ ປ້າຍລາຄາ 7.2 ພັນ​ລ້ານ​ໂດ​ລາ (ລວມທັງ​ດອກ​ເບ້ຍ) ຖື​ວ່າ​​ເປັນ​ຈຳນວນ​ຫຼວງ​ຫຼາຍ​​ເກືອບ​ເທົ່າ​ກັບ​ຈຳນວນ​ເສດຖະກິດ​ຢ່າງ​ເປັນ​ທາງ​ການທັງໝົດຂອງ​ປ​ະ​ເທດ ​​ແລະ ຈະ​ໃຊ້​ຄົນງານ​ຈຳນວນ 50,000 ຄົນ​​ໃນ​ເວລາ 5 ປີ ພຽງ​​ເພື່ອ​ວາງ​ລາງລົດ​​ໄຟ​ ​ເຊິ່ງ​ໃນ​ນີ້ ສອງ​ສ່ວນ​ສາມ​ຂອງ​ເສັ້ນທາງຈະ​ແລ່ນ​ລອດ​ອຸ​ໂມງ ຫຼື ຂົວ ຈຳນວນ 76 ຈຸດ​​.

ສິ່ງທີ່​ຈະ​ນຳ​ມາ​ຄຳ​ປະກັນ​​ໂຄງການ​ມະ​ຫາ​ສານນີ້​ກໍ​ແມ່ນບໍ່​ແຮ່​ນັ້ນ​ເອງ​ ​ຫຼື ຈະ​ເວົ້າ​ອີກ​ຢ່າງ​ໜຶ່ງກໍແມ່ນການດູດ​ເອົາ​ຊັບພະຍາ​ກອນ​ທຳ​ມະ​ຊາດ​ໃນ​ປະ​ເທດ​ດ້ອຍ​ພັດທະນາ​ກຳລັງ​ຈະ​​ເລັ່ງ​​ຄວາມໄວສູງຂື້ນ ​ເສດຖະກິດ​ແບບ​ເຊົ່າ​​ໄດ້​ເພິ່ມພູນ​ຂື້ນ​ແລ້ວສຳລັບ​ກຸ່ມ​ອຳນາດ​ໜຶ່ງໆ ​ເຊິ່ງ​ເສັ້ນທາງ​ລົດ​ໄຟ ​ບໍ່​ໃນ​ທາງ​ໃດ​ກໍ​ທາງ​ໜຶ່ງ​ຈະ​ຊັກນຳໄປຫາ​​ຂຸມ​​ເງິນ​ຂຸນ​ຄຳ​ທີ່ລ້ຳຄ່າມະຫາສານ. ​ເໜືອ​ສິ່ງ​ອື່ນ​ໃດ ຄຳ​ຖາມ​ທີ່​ປາກົດ​ຂື້ນແມ່ນ ​ເສ້ນ​ທາງ​ລົດ​​​ໄຟຈະ​ມີ​ຄວາມກວ້າງ​ຂະໜາດ​ໃດ ​​ໄດ້​ມີ​ການ​ຄາດ​ຄະ​ເນ​​ຖະໜົນ​ຈີນ​ທີ່ຄູ່​ຂະໜານ​ຂ້າງ​ລາງ​ລົດ​​ໄຟຈະ​ຍາວ​ໄປ​ຮອດ​ເຂດ​ຊາຍ​​ແດນ​ປະ​ເທດ​ໄທ. ຜູ້​ຊາຍ​ຄົນ​ໜຶ່ງທີ່​ເຄີຍ​ເຫັນ​ແຜນຜັງ​ຂອງ​ຄຸ້ມ​ຄົນ​ຈີນ​ໃນ​ທິດຕາ​ເວັນ​ອອກ​ຂອງ​ວຽງ​ຈັນ ວ່າຈຸດ​ປາຍທາງ​ຂອງ​ເສັ້ນທາງ​ລົດ​​​ໄຟ​​​ແມ່ນ​ຈະ​ຢູ່​​ໃຈກາງ​ຂອງ​ທີ່ຢູ່​ໃໝ່​ຂອງ​ຄົນ​ຈີນ​ຈຳນວນຫຼາຍ​ກວ່າ 100,000 ຄົນ.

ປັດຈຸບັນ ການ​ເດີນທາງລົງ​ຈາກ​ພູ​ໃນແຂວງ​ອຸດົມ​ໄຊ​ແມ່ນ​ຕ້ອງ​ໃຊ້​ລົດ​ເມ​ພຽງ​ຢ່າງ​ດຽວ ພໍ​ຮອດ​ຊ່ວງ​ຍາມ​ຝົນ​ ຝົນໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ກັບ​ເສັ້ນທາງ 200 ກິ​​ໂລ​ແມັດຍາວ​​ໄປ​ຫາ​ຫຼວງ​ພະ​ບາງ ​ເຊິ່ງ ​ເປັນ​ເມືອງ​ຫຼວງ​ຂອງ​ເຈົ້າຊີວິດ​ໃນ​ເມື່ອ​ກ່ອນ ​ກ່ອນ​ທີ່​ຈະ​ປ່ຽນ​ລະບອບ​ປົກ​ຄອງ​ແບບ​ຄອມ​ມູນິດ ​ໂດຍ​ປະກາດ​ເອກະ​ລາດ​ໃນ​ປີ 1975 ຫຼັງ​​ສົງຄາມ​ກາງ​ເມືອງ​ທີ່​ຍາວ​ນານ  (ທີ່​ຫຼວງ​ພະ​ບາງ ລົດ​ຍີ່​ຫໍ້​ຊີ​ຕຣອງ​ຂອງ​ເຈົ້າ​ຊີວິດ​ຍັງ​ຢູ່ ​​ແຕ່​ຕົວ​ເພິ່ນ​ເອງ ​ແລະ ຄອບຄົວ​ແມ່ນ​ໄດ້​ເສຍ​ຊີວິດ) ​ການ​ເດີນທາງ​ອາດ​ໃຊ້​​ເວລາ​ຮອດ​ສິບ​ຊົ່ວ​ໂມງ​​ເທິງ​ເສັ້ນທາງ​ເປັນ​ຂຸມ​ເປັນ​ໂນນ ​ເພື່ອ​ເດີນທາງ​ໄປ​ຮອດ​ວຽງ​ຈັນ.

​ຕົວເມືອງ​ຫຼວງຂອງລາວ​ແມ່ນ​ຢູ່​ລຽບ​ແຄ​ມ​ແມ່​ນຳ້ຂອງ​ທີ່​ຍິ່ງ​​ໃຫຍ່ ​ເຊິ່ງມີ​ເຂດ​ຊາຍ​ແດນ​ຕິດ​ກັບປະ​ເທດ​ໄທ. ​ເຖິງ​ແນວ​ໃດ​ກໍ​ຕາມ ​​ບັນຍາກາດ​ຍັງ​ຄົງ​ງ່ວງ​ເຫງົາ  ວຽງ​ຈັນ​ກຳລັງ​​ເຕີບ​​ໃຫຍ່​ຂະຫຍາຍຕົວ​ຢ່າງ​ໄວວາ​ດ້ວຍ​ນ້ຳມື​ຂອງມະຫາ​ອຳນາດ​ຄອມ​ມູນິດ ​ເຊິ່ງ​ເປັນໜຶ່ງ​ໃນ​ກຸ່ມ​ຄົນ​ທີ່ຂັບ​ລົດ​ຄັນ​ໃຫຍ່ໆ ​ໃນ​ວັນ​​ເສົາ​ເພື່ອລຽນ​ຄິວ​​ລໍຖ້າ​ຂ້າມ​ຂົວ​ແມ່​ນ້ຳຂອງ​​ໄປຊື້​ເຄື່ອງ​ຢູ່​ສູນ​ການ​ຄ້າຢູ່​ອີກ​ຟາກ​ນຳ້ໜຶ່ງ ແຕ່ສຳລັບປະຊາກອນລາວຈຳນວນ 6.6 ລ້ານທີ່ເຫຼືອແມ່ນຢູ່ດ້ວຍຄວາມຮູ້ສຶກ ບໍ່ສະບາຍໃຈ ແລະ ຄວາມຢ້ານກົວເໜືອສິ່ງໃດໝົດ.​

ເມື່ອເດືອນທັນວາປີແລ້ວນີ້ ທ່ານ ສົມບັດ ສົມພອນ ນັກພັດທະນາທີ່ມີຊື່ສຽງດ້ານປະຊາທິປະໄຕ ແລະ ການສົ່ງເສີມການພັດທະນາ ແບບຍືນຍົງ ໄດ້ຫາຍຕົວໄປ ແລະ ໃນເວລາດຽວກັນ ລັດຖະບານກໍເຄັ່ງຄັດກັບ ອົງການທີ່ບໍ່ຂື້ນກັບລັດຖະບານ (NGO)  ຫຼາຍຂື້ນ ໂດຍສະເພາະພາກສ່ວນທີ່ເຮັດວຽກກ່ຽວກັບການສ້າງຄວາມເຂົ້າໃຈ ດ້ານສິດທິກ່ຽວກັບທີ່ດິນ. ເມື່ອສອງເດືອນກ່ອນ, ສະຖານທູດອາເມລິກາໄດ້ຕິດປ້າຍເທິງອ່າງນຳ້ເພື່ອຮຽກຮ້ອງໃຫ້ມີ ການປ່ອຍຕົວສົມບັດກັບຄືນມາ ເຊິ່ງໃນໄລຍະຕໍ່ມາ ຫົວໜ້າມູນນິທີອາຊີຂອງອາເມລິກາທີ່ປະຈຳຢູ່ປະເທດລາວ (American-based Asia Foundation in Laos) ໄດ້ຖືກເຊິນໃຫ້ອອກຈາກປະເທດ.

ແຕກຕ່າງຈາກປະເທດພະມ້າ, ປະເທດລາວເປັນປະເທດທີ່ມີປື້ມບໍ່ເທົ່າໃດຫົວ ບໍ່ເຄີຍມີຜູ້ນຳຝ່າຍຄ້ານທີ່ໄດ້ຮັບ ການສຶກສາຈາກປະເທດຕາ ເວັນຕົກ ເພື່ອເຕືອນໃຫ້ຕ່າງຊາດໄດ້ຮູ້ເຖິງລະບົບການປົກຄອງທີ່ຊົ່ວຮ້າຍຢ່າງເປັນ ທຳມະຊາດນີ້ ອັນທີ່ຈິງແລ້ວ ປະເທດລາວຍັງບໍ່ເຄີຍມີຝ່າຍກົງຂັນຂ້າມເລີຍ—ເຊິ່ງກໍເປັນຍ້ອນບໍ່ໄດ້ຮັບການອະນຸຍາດ ໃຫ້ມີເດັດຂາດ. ພະ, ນັກສິລະປິນ, ນັກບັນນາທິການ, ແລະ ເດັກນັກຮຽນລ້ວນແລ້ວແຕ່ຖືກສົ່ງ ໄປຮຽນທິດສະດີ ການເມືອງແບບດຽວກັບໝົດ. ຄວາມເຈັບປວດຂອງການຕໍ່ສູ້ກັບສົງຄາມກາງເມືອງທີ່ຍາວນານ ແລະ ເຫດການທີ່ ອາເມລິກາຖີ້ມລະເບີດໃນຊ່ວງສົງຄາມຫວຽດນາມກໍຫາກໍຜ່ານໄປໄດ້ບໍ່ດົນ. ທີ່ດິນຈຳນວນໜຶ່ງສ່ວນສາມຂອງປະເທດ ນີ້ຍັງຄົງເຕັມໄປດ້ວຍລູກລະເມີດທີ່ຍັງບໍ່ແຕກ ເຊິ່ງເປັນອາວຸດຂອງອາເມລິກາທີ່ຖີ້ມໄວ້ ແລະ ໃນແຕ່ລະປີມີຄົນຫຼາຍ ຮ້ອຍຄົນທີ່ເສຍແຄ່ງຂາຂອງຕົນຍ້ອນລູກລະເບີດແຕກ.

ມີໜ່ວຍງານພັດທະນາບາງປະເທດເທົ່ານັ້ນທີ່ເຂົ້າມາເຮັດວຽກໃນຂອບເຂດອັນຄັບແຄບໃນປະເທດລາວ ໃນອີເມລ ຄົນຕ່າງຊາດທີ່ເຂົ້າມາອາໄສຢູ່ໃນປະເທດ ໄດ້ໝູນໃຊ້ຄວາມສະຫຼາດໃນການປ່ຽນແປງຄຳສັບ ຈາກຄອມມູນິດມາເປັນການນຳມາສູ່ເຕັກໂນໂລຢີໃໝ່ໆ ຈາກຈີນເຂົ້າສູ່ປະເທດ. ລະບອບປົກຄອງຍັງຄົງ ເຝົ້າປົກປ້ອງບໍ່ໃຫ້ຕ່າງຊາດທີ່ອາດຈະເຂົ້າມາ “ປ່ຽນແປງປະເທດຂອງພວກເຮົາດ້ວຍສັນຕິວິທີ”

ເປັນເລື່ອງຈິງທີ່ວ່າເງິນຈາກປະເທດຈີນ ແລະ ຫວຽດນາມໄດ້ຊ່ວຍເຫຼືອເສດຖະກິດປະ​ເທດລາວໃຫ້ຂະຫຍາຍ ຂື້ນເທົ່າຕົວພາຍໃນສິບປີ ການສ້າງເຂື່ອນໄດ້ເຮັດໃຫ້ປະຊາກອນຈຳນວນສີ່ສ່ວນຫ້າຂອງທັງໝົດ ສາມາດເຂົ້າເຖິງ ໄຟຟ້າ ແຕ່ເຖິງຢ່າງໃດກໍຕາມສຸຂະພາບຂອງຜູ້​ເປັນແມ່ໃນປະເທດລາວແມ່ນຢູ່ໃນສະພາບທີ່ຮ້າຍແຮງກວ່າ​ໃນປະເທດກຳປູ​ເຈ້ຍ (ເຊິ່ງພະຍາຍາມຈະເປັນລະບອບປະຊາທິປະໄຕ) ແລະ ລະດັບການຂາດສານອາຫານກໍຢູ່ໃນລະ ດັບສູງຢ່າງໜ້າເປັນຫ່ວງ. ເພື່ອເຮັດໃຫ້ສະຖານະການເບິ່ງຄືບໍ່ຮ້າຍແຮງປານໃດ, ອົງການທີ່ບໍ່ຂື້ນກັບລັດຖະບານໄດ້ ເວົ້າວ່າ ລັດຖະບານໄດ້ຕັ້ງໜ້າລົງພື້ນທີ່ຕ່າງໆ ເພື່ອເອົາອາຫານໄປໃຫ້ເດັກນ້ອຍໃນບ້ານຕ່າງໆ ທີ່ຢູ່ໃນກຸ່ມເປົ້າໝາຍ ຂອງອົງການສະຫະປະຊາຊາດເພື່ອຕອບສະໜອງຕໍ່ເປົ້າໝາຍສະຫັດສະວັດຂອງການພັດທະນາ (Millennium Development Goals)–ຈົນກວ່າຈະມີຄົນຮູ້ທັນ.

ຄົນຕ່າງຊາດຜູ້ໜຶ່ງທີ່ອາໄສຢູ່ໃນປະເທດລາວມາດົນແລ້ວ ກ່າວໄວ້ວ່ານອກຈາກທີ່ກ່າວມາທັງໝົດແລ້ວ ມີຄົນຈຳນວນ “ຫ້າ ຫຼື ຫົກ” ຄົນໃນລັດຖະບານທີ່ເປີດຮັບເອົາເສັ້ນທາງທີ່ມີຄວາມສົມດຸນກວ່າເກົ່າ ພວກເຂົາຫວັງວ່າຈະສາມາດ ຫຼຸດຜ່ອນຄວາມບໍ່ເທົ່າທຽມ, ການປາບປາມ, ແລະ ການທຳລາຍສິ່ງແວດລ້ອມ.

ໂຄສົກຜູ້ອາວຸໂສຂອງລັດຖະບານໄດ້ເວົ້າໃນແງ່ຂອງຄວາມເສຍດາຍ ທີ່ວ່າປະເທດລາວໄດ້ອະນຸຍາດໃຫ້ຕ່າງຊາດ ສຳປະທານທີ່ດິນໄປແລ້ວ 30% ຂອງຈຳນວນທັງໝົດ. ລາວເວົ້າວ່າ ລາວຮັກປະເທດຂອງຕົນເອງ ແລະ ຄົນລາວນຳກັນ ແຕ່ ຖາມວ່າ ແມ່ນຫຍັງຈະເກີດຂື້ນຖ້າຫາກປະເທດລາວຍັງສືບຕໍ່ເດີນຕາມເສັ້ນທາງປັດຈຸບັນ ລາວເອົາບິກອອກມາຂຽນຄຳວ່າ “ການປະຕິວັດເລນິນ 1971” ເປັນຫຍັງຈຶງກາຍເປັນແນວນັ້ນ? “ລອງຈິນຕະນາການເບິ່ງວ່າ ເຈົ້າແລະຂ້ອຍ ແລະ ລູກຫຼານຂອງພວກເຮົາກຳລັງຢູ່ໃນເຮືອລຳດຽວກັນທີ່ກຳລັງຮົ່ວ,” ລາວເວົ້າ, “ພວກເຮົາຈະລຸກຂື້ນມາອັດຮອຍຮົ່ວນັ້ນບໍ ຫຼື ພວກເຮົາຈະນັ່ງເບິ່ງເຮືອຈົມລົງໄປໃນນຳ້”