ຈົດຫມາຍເປີດ ເລື່ອງ ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238

International Commission of Jurists: 13 ທັນວາ 2017

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ

ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທ່ານ ບຸນຍັງ ວໍຣະຈິດ, ປະທານປະເທດ

ສຳນັກງານປະທານປະເທດ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີ

ກະຊວງຍຸຕິທຳ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

13 ທັນວາ 2017

 

ຮຽນ      ທ່ານ ທອງລຸນ ສີສຸລິດ, ທ່ານ ບຸນຍັງ ວໍຣະຈິດ, ແລະ ທ່ານ ໄຊສີ ສັນຕິວົງ,

 

ເລື່ອງ:   ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238 ປີ 2017

 

ຄະນະກຳມະການກົດໝາຍສາກົນ (ICJ), ອົງການນີລະໂທດກຳສາກົນ (Amnesty), ອົງການຕິດຕາມສິທິມະນຸດ (HRW), ສະຫະພັນສາກົນເພື່ອສິທິມະນຸດ (FIDH), ສະພາເອເຊຍ ເພື່ອສິດ ແລະການພັດທະນາມະນຸດ (Forum-Asia), ສະມາຊິກລັດຖະສະພາອາຊຽນ ເພື່ອສິທິມະນຸດ (APHR), ການບໍລິການສາກົນເພື່ອສິທິມະນຸດ (ISHR), ສູນສິທິພົນລະເຮືອນ ແລະການເມືອງ (CCPR-Centre), ແລະອົງການສາກົນດ້ານການທໍລະມານ (OMCT) ສະແດງຄວາມກັງວົນເປັນທີ່ສຸດຕໍ່ກັບດຳລັດວ່າດ້ວຍສະມາຄົມ ທີ່ກຳລັງຈະຖືກຮັບຮອງນຳໃຊ້ (ເລກທີ. 238 ປີ 2017) (ຕໍ່ໄປນີ້ຈະກ່າວຫຍໍ້ເປັນ ‘ດຳລັດ’) ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).

ພວກເຮົາຮຽກຮ້ອງໃຫ້ລັດຖະບານ ສປປ ລາວ ຖອນ ຫຼືດັດແກ້ດຳລັດສະບັບນີ້ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະມາດຖານສິທິມະນຸດສາກົນ. ພວກເຮົາຍັງຮຽກຮ້ອງໃຫ້ລັດຖະບານປະຕິຮູບກອບກົດໝາຍສຳລັບນິຕິກຳ ດ້ານການສະມາຄົມໃນ ສປປ ລາວ ແລະປັບໃຫ້ສອດຄ່ອງກັບກົດໝາຍ ແລະມາດຖານສິທິມະນຸດສາກົນ. ການຖອນ ຫຼືດັດແກ້ດຳລັດສະບັບນີ້ ຕ້ອງຄຽງຄູ່ກັບການປະຕິຮູບກອບນິຕິກຳດ້ານການສະມາຄົມນີ້. Continue reading “ຈົດຫມາຍເປີດ ເລື່ອງ ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238”

ເອມນັສຕີຮຽກຮ້ອງໃຫ້ມີການປະຕິບັດການຮີບດ່ວນ

Amnesty_Internationalອົງການ​ນິລະ​ໂທດ​ກຳ​ສາກົນ​ໄດ້​ອອກ​ຈົດໝາຍ​ປະຕິບັດ​ການ​ຮີບດ່ວນ ຮຽກຮ້ອງ​ສະມາຊິກ​ທົ່ວ​ໂລກ​ໃຫ້:

…ຮີບ​ດ່ວນຂຽນ​ເປັນ​ພາສາ​ລາວ, ອັງກິດ ຫຼື ພາສາ​ຂອງ​ຕົນ​ເອງ​ເພື່ອ​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ລາວ:

  • ​​ແຕ່ງ​ຕັ້ງ​ຄະນະ​ກຳມະການອິດສະຫຼະ​ຊຸດ​ໃໝ່ຢ່າງ​ຮີບ​ດ່ວນ​ເພື່ອ​ດຳ​ເນີ​ນການ​ສືບສວນ​ສອບ​ສວນ​ຢ່າງ​ຖີ່​ຖ້ວນ ​ແລະ ​ເປັນ​ທຳ ກ່ຽວ​ກັບ​ການ​ບັງຄັບ​ບຸກຄົນ​ໃຫ້ຫາ​ຍຕົວ​ໄປ ກໍລະນີ​ສົມບັດ​ ສົມ​ພອນ ​ແລະ ​ສ້າງ​ຄວາມ​ໝັ້ນ​ໃຈ​ວ່າທຸ​ກຂັ້ນ​ຕອນ​ປະຕິບັດ​​ແມ່ນ​​ເປັນ​ໄປ​ເພື່ອ​​ໃຫ້​ຮູ້​ສະຖານ​ທີ່ ​ແລະ ນຳ​ຕົວ​ລາວ​ກັບ​ຄືນ​ມາ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ​ໂດຍ​ໄວ​ທີ່​ສຸດ​​ເທົ່າ​ທີ່​ຈະ​​ໄວ​ໄດ້ ​ໂດຍ​ສອດຄ່ອງ​ກັບ​ພັນທະ​ສັນຍາ​ຂອງ​ປະ​ເທດ​ລາວ​ພາຍ​ໃຕ້​ກົດໝາຍ​ຂອງ​ສາກົນ;
  • ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ຄະນະ​ກຳມະການ​ຊຸດ​​ໃໝ່​ນີ້ ຈະຂໍ​ຄວາມ​ຊ່ວຍ​ເຫຼືອທາງ​ດ້ານ​ເຕັກ​ນິກທີ່​ກ່ຽວ​ຂ້ອງ​ກັບ​ຂະ​ບວນການ​ສືບສວນ​ສອບ​ສວນ ທີ່​ລວມທັງ​ການ​ແຕ່ງ​ຕັ້ງ​ຜູ້​ຊ່ຽວຊານ​ເພື່ອ​ດຳ​ເນີ​ນການວິ​ເຄາະ​ພາບ​​ເຫດການ​ການ​ຫາຍ​ຕົວ​ໄປຈາກ​ກ້ອງຈອນ​ປິດ​ດ້ວຍ​​ໃນ​ທາງ​ນິຕິ;
  • ສະໜອງ​ຂໍ້​ມູນ​ລາຍ​ລະອຽດ​ຄວາມ​ຄືບ​ໜ້າ​ຂອງ​ຂະ​ບວນການ​ສືບສວນ​ສອບ​ສວນ​ໃຫ້​ແກ່​ຄອບຄົວ​ຂອງ​ສົມບັດ, ນັກ​ກົດໝາຍ, ​ແລະ ຄົນ​ອື່ນໆ​ ທີ່​ສົນ​ໃຈ ຢ່າງ​ສະໝໍ່າສະ​ເໝີ

ເອກະສານ​ສະ​ບັດ​​ເຕັມ​ສາມາດ​ອ່ານ​ໄດ້​ທີ່​ນີ້.

ຄວາມທະເຍີທະຍານຂອງລາວໃນ ສະພາສິດທິມະນຸດ ແຫ່ງສະຫະປະຊາຊາດ

Please-return-Sombathຈິນຕະນາການເບິ່ງ​ວ່າ ຜູ້​ຊາຍ​ຄົນ​ໜຶ່ງ​ຄິດ ​ແລະ ສົນທະນາ​ກ່ຽວ​ກັບ​ການ​ພັດທະນາ​ໃນ​ປະ​ເທດ​ຂອງ​ຕົນ​ເອງ ຄົນ​ຈຳນວນ​ຫຼາຍ​ຮູ້ຈັກ​ລາວ, ຄົນ​ທົ່ວ​ໄປ​ຢ່າງ​ເຊັ່ນ​ເຈົ້າ ​ແລະ ຂ້ອຍ.

ຈິນຕະນາການ​​ເບິ່ງວ່າ​ລາວ​ເປັນ​ຜູ້​ຈັດ​ກອງ​ປະຊຸມ​ພາກ​ປະຊາ​ສັງຄົມ​ຢ່າງ​​ໂປ່​ງ​ໃສ ​ແລະ ສັນຕິ ​ເປີດ​ກວ້າງ​ໃຫ້​ທຸກ​ຄົນ ທີ່​ລວມທັງ​ລັດຖະບານ​ຂອງ​ລາວ​ເອງ​.

ຈິນຕະນາການ​ເບິ່ງ​ວ່າ​​​ໃນ​ຄືນ​ໜຶ່ງ​ເມື່ອ​ສິບ​ເດືອນ​ກ່ອນ, ລາວ​ໄດ້​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຈອດ​ລົດ​ແລ້ວ​ລາວ​ກໍ​ຫາຍ​ຕົວ​ໄປ​ເລີຍ.

ຈິ​ນຕະນາ​ການ​ເບິ່ງ​ວ່າ ພາບ​ສຸດ​ທ້າຍ​ຂອງ​ລາວ​ຍ່າງ​ລົງ​ຈາກ​ລົດຂອງ​ລາວ​​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ກ້ອງ​ວົງ​ຈອນ​ປິດ ​ແລະ ຖືກ​ສາຍ​ໃຫ້​ຄອບຄົວ​ຂອງ​ລາວ​ເບິ່ງ ແຕ່​ວ່າພາບ​ຕົ້ນ​ສະບັບ​ບໍ່​ເຄີ​ຍຖືກ​ນຳ​ອອກ​ມາວິ​ເຄາະ​ແຕ່​ຢ່າງ​ໃດ​ເລີຍ.

ຈິນຕະນາການ​ເບິ່ງ​ວ່າ ສະມາຊິກ​ສະພາ​ເອີຣົບ ​ແລະ ຄົນ​ອື່ນໆ ​ໃນ​ເອີຣົບ​ໄດ້​ອອກ​ມາຮຽກຮ້ອງ​ແລ້ວ​ຮຽກຮ້ອງ​ອີກ​ເພື່ອ​ໃຫ້​ມີ​ການ​ປ່ອຍ​ຕົວ​ລາວ​ກັບ​ຄືນ​ມາ ​​ແຕ່​ກໍ​ບໍ່​ໄດ້​ຮັບ​ການ​ຕອບ​ຮັບ.

ຈິນຕະນາ​ການ​​ເບິ່ງ​ວ່າ​ນັກ​ເຄື່ອນ​​ໄຫວ​ດ້ານ​ສິດທິ​ມະນຸດ​ໃນ​ປະ​ເທດ​ອື່ນໆ ຈະ​ມີ​ຄວາມຮູ້ສຶກ​ແນວ​​ໃດ​ເມື່ອ​ເຫັນ​ເຫດການ​ນີ້​ເກີດ​ຂື້ນ.

​ແລະ ລອງ​ຈິນຕະນາການ​ເບິ່ງ​ວ່າ​ປະ​ເທດ​​ດັ່ງກ່າວກໍາລັງ​ສະໝັກ​ຕຳ​ແໜ່​ງ​ໃນ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະ​ຊາ​ຊາດ ​ໃນ​ອີກບໍ່​ດົນ.

ປະ​ເທດ​ທີ່​ກ່າວ​ມາ​ນັ້ນ​ແມ່ນ ​ປະ​ເທດ​ລາວ, ​ແລະ ຜູ້​ຊາຍ​ຄົນ​ນັ້ນກໍ​ແມ່ນ ສົມບັດ ສົມ​ພອນ​.

​ເຄທຣີນ ​ເດີ​ດີຣຽນ (Katharine Derderian), ​ເຈົ້າ​ໜ້າ​ທີ່​ອົງການ​ນິລະ​ໂທດ​ກຳ​ສາກົນ ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີຣົບ. ສະບັບ​ເຕັມ​ທ່ານ​ສາມາດ​ອ່ານ​​ໄດ້​ທີ່​ນີ້.

ສົມບັດ​ ສົມ​ພອນ​ຢູ່​ໃສ?

The Malay Mail: 10 ຕຸລາ 2013

ໂດຍດຣ ລິ​ມ ​ເຕັກ ກີ (Dr. Lim Teck Ghee)

ມື້​ນີ້ ວັນ​ພະຫັດ ວັນ​ທີ 10 ຕຸລາ 2013 ​​ເປັນ​ມື້​ຄົບຮອບ 300 ວັນ​ທີ່​ ສົມບັດ ສົມ​ພອນ ໜຶ່ງ​ໃນນັກ​ພັດທະນາ​ສັງຄົມ​ຄົນ​ສຳຄັນ​ຂອງສປປລາວ ​ໄດ້​ຫາຍ​ຕົວ​ໄປ. ສົມບັດ​ ​​ເປັນ​ໝູ່​ທີ່​ດີ​ຂອງ​ຂ້າພະ​ເຈົ້າ​ມາ​​ແຕ່ດົນ​ນານ ​ເຊິ່ງ​ໃນ​ຊ່ວງ​ທ້າຍ​ຂອງ​ຊຸມ​ປີ 1970 ສົມບັດ​ ​ແລະ ຂ້າພະ​ເຈົ້າ​​​ເປັນ​ສະມາຊິກ​ກຸ່ມ​ນ້ອຍ​ໆ ​ໃນ​ພາກ​ພື້ນ​ອາຊີທີ່ສົ່ງ​ເສີມ​​ເລື່ອງສິດທິ​ມະນຸດ​ ​ແລະ ວິ​ພາກວິຈານ​ສະພາບ​ສັງຄົມ​ ພວກ​ເຮົາ​ພົບ​ປະກັນ​ຢູ່​ເລື້ອຍໆ ​ເພື່ອ​​ສົນທະນາ​ກ່ຽວ​ກັບ​ສະຖານະ​ການ​ຂອງ​ປະ​ເທດ​ຕ່າງໆ ​ໃນ​ພາກ​ພື້ນ​ພວກ​ເຮົາ (​ໃນ​ຕອນ​ນັ້ນມີ ປະ​ເທດ​ມາ​ເລ​​ເຊຍ, ​ໄທ, ອິນ​​ໂດ​ເນ​ເຊຍ, ຟິລິບ​ປິນ, ລາວ, ​ຫວຽດນາມ, ​ແລະ ສິງກະ​ໂປ) ​ແລະ ຫາ​​ແນວທາງ​ວ່າພວກ​ເຮົາ​ຈະຊ່ວຍ​ເຫຼືອກັນ ​ແລະ ກັນ​​ໄດ້​ແນວ​ໃດ​ໃນ​ດ້ານ​ວຽກ​ງານ ​ເພື່ອ​ຍົກ​ສູງ​ຄວາມ​ສະຫງົບ​ສຸກ ​ແລະ ການ​ພັດທະນາ​​​.

ໝາກຜົນ​ຈາກ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ປາກົດ​ໃຫ້​ເຫັນ ​​ໃນ​ປີ 1977 ​ເປັນການ​ຈັດ​ຕັ້ງ​ຂອງ​ອົງການ​ພາກ​ປະຊາ​ສັງຄົມ​ລະດັບ​ພາກ​ພື້ນ ​ກໍ​ຄື ກອງ​ປະຊຸມ​ວັດທະນະທຳ​ອາ​ຊຽນກ່ຽວ​ກັບ​ການ​ພັດທະນາ ຫຼື ACFOD (the Asian Cultural Forum on Development) ​​ ​ເຊິ່ງພາລະກິດ​ໂດຍ​ສັງ​ເຂ​ບສາມາ​ດ​ອ່ານ​ໄດ້​ຢູ່​​ດ້ານ​ລຸ່ມໃນ​ຫົວ​ຂໍ້ ​​ວິ​ໄສ​ທັດທາ​ງ​ເລືອກ​ຂອງ​ອົງການຈັດ​ຕັ້ງກ່ຽວ​ກັບ​ການ​ພັດທະນາ ​ທີ່​ເປັນ​ແນວ​ຄວາມຄິດ​ສວນ​ທາງ​ຢ່າງ​ຊັດ​ເຈນກັບ​ກະ​ແສ​ການ​ພັດທະນາຫຼັກຂອງ​ພາກ​ພື້ນ.

ພາລະ​ກິດຂອງ ACFOD

  • ​ສົ່ງ​ເສີມ​ການ​ພັດທະນາ​ແບບ​ອົງ​ລວມ ​ແລະ ຕໍ່ຕ້ານ​ການ​ພັດທະນາ​​ແບບ​ທຳລາຍ​ລ້າງ/​ໄຮ້ມະນຸດສະທຳ
  • ສົ່ງ​ເສີມ​ສັນຕິພາບ, ຄວາມ​ປະສົມ​ກົມກຽວ, ສິດທິ​ມະນຸດ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ຈິດ​ວິນ​ຍານ​​​ໃນ​ຕົວ​ມະນຸດ
  • ສົ່ງ​ເສີມປະຊາທິປະ​ໄຕ​ແບບ​ມີ​ສ່ວນ​ຮ່ວມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ
  • ​ເຄົາລົບ​ນັບຖືສິດທິ ​ແລະ ວັດທະນະທຳ​ຂອງຊົນ​ກຸ່ມ​ນ້ອຍ
  • ຍົກ​ສູງຄຸນຄ່າ​ດ້ານ​ຄຸນ​ນະ​ທຳ ​ແລະ ສິນລະ​ທຳ​​ໃຫ້ເປັນ​ໝາກ​ຫົວ​ໃຈ​ຂອງຂອງ​ການ​ພັດທະນາ
  • ​​ສ້າງ​​ເວທີ​ສຳລັບແລກ​ປ່ຽນ ​ແລະ ຈັດ​ຕັ້ງ​ປະຕິບັດ​​ໃຫ້​ແກ່ຄົນ​​ລະດັບ​ຮາກ​ຫຍ້າ ​ແລະ ສຳລັບ​ປະຊາຊົນ​ກັບ​ປະ​ຊາ​ຊົນ​ດ້ວຍ​ກັນ

ໃນ​ລະດັບ​ພາກ​ພື້ນນີ້ ເຖິງ​ວ່າ​ພວກ​ເຮົາ​ເປັນ​ກຸ່ມ​ນ້ອຍໆ ທີ່​ມີຊັບພະຍາກອນ​ຈຳກັດ ​ແລະ ​ໜ້ອຍ​ທີ່​ສຸດ ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ​ຂອງ​ພວກ​ເຮົາ​ ​ແຕ່​ສະມາຊິກ ​ACFOD ​ເຊິ່ງປະກອບ​ດ້ວຍ ​ ສະມາຄົມ​ຜູ້​ບໍລິ​ໂພ​ກປີ​ນັງ (the Consumers Association of Penang) ທີ່ຕອນ​ນັ້ນ​ຂ້າພະ​ເຈົ້າ​ໄດ້​ຮັບ​ກຽດ​ເປັນ​ເລຂາທິການ​ ​ພວກ​ເຮົາ​ໄດ້​ພະຍາ​ມຜັກ​ດັນ​ວິ​ໄສ​ທັດທາ​ງ​ເລືອກ​ຂອງ​ການ​ພັດທະນາ​ຢ່າງ​ສຸດ​ຂີດ ​ໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ພວກ​ເຮົາ​ທັງ​ໃນ​ລະດັບຊາດ ​ແລະ ທ້ອງ​ຖິ່ນ.

ວຽກ​ງານ​ຂອງ​ ສົມບັດ​ ​ໃນອົງການ​ປາ​ແດກ (PADETC ຫຼື ສູນ​ອົບຮົມ​ຮ່ວມ​ພັດທະນາ)

ໃນ​ກຸ່ມ​ຂອງ​ພວກ​ເຮົາ​ທີ່​ມີ​ສະມາຊິກຫຼັກທັງ​ໝົດ 15 ຄົນ ບໍ່​ມີ​ໃຜ​ທີ່​​​ຍຶດໝັ້ນ​ໃນວິ​ໄສ​ທັດ​ທາງ​ເລືອກ​ ​ແລະ ການກະຈາຍ​ອຳນາດ​ໃນການ​ພັດທະນາ ​ໄດ້​ເທົ່າ​ກັບ​ສົມບັດ ​ເຊິ່ງ​ລາວ​ໄດ້​ສ້າງຕັ້ງ​ສູນ​ອົບຮົມ​ຮ່ວມ​ພັດທະນາ​ໃນ​ປີ 1997 ​ແລະ ​ກາຍເປັນ​ກະບອກ​ສຽງ​ ​ໄດ້​ຮັບ​ເຄົາລົບ​ນັບຖື​ພາຍໃນ​ປະ​ເທດ​ຂອງ​ລາວ​ເອງ​ ​​ໃນ​ເລື່ອງ​ການ​ຕໍ່ຕ້ານ​ການ​ພັດທະນາ​ແບບຜະ​ເດັດ​ການ ​ແລະ ​ແບບ​ບໍ່​ມີ​ປະຊາທິປະ​​ໄຕ ​​ແລະ​ຫຼ້າ​ສຸດ​ສົມບັດ​ໄດ້​ຮັບ​ລາງ​ວັນ​ອັນ​ຊົງ​ຄຸນຄ່າທີ່​ສຸດ​​ໃນ​ດ້ານ​ການ​ພັດທະນາ​ມະ​ນຸດຂອງ​ພາກ​ພື້ນ​ອາຊີ ກໍ​ຄື ລາງວັນ ຣາມອນ​ ​ແມັກ​ໄຊ​ໄຊ (Ramon Magsaysay Award) ສາຂາ​ຜູ້ນຳ​ຊຸມ​ຊົນ. ​
Continue reading “ສົມບັດ​ ສົມ​ພອນ​ຢູ່​ໃສ?”

ລາວ: ຈັບຜິດຈາກກ້ອງ-Caught on Camera

Caught on Camera-Lao-Coverລາຍງານອົງການແອມແນສຕີອິນເຕີເນຊັນແນວ ຈັບ ຜິດຈາກກ້ອງ ການບັງຄັບບຸກຄົນໃຫ້ສູນຫາຍ ກໍລະນີ ສມົບດັ ສມົພອນ ມີເປັນພາສາລາວ. ກະລຸນາຄລິກໃສ່ຮູບ.

The Amnesty International Report, “Caught on Camera: The Enforced Disappearance of Sombath Somphone” is now available in Lao Language. Please click the picture.

ຂໍ້​ມູນ​ທີ່​​​ຫາ​ກໍ​ປາກົດ​ກ່ຽວ​ກັບ​​ການ​ລັກ​ພາ​ຕົວ​ນັກ​ພັດທະນາ​ພາກ​ປະຊາສັງຄົມຄົນ​ລາວ

ABC Radio Australia: 14 June 2013

ທ່ານ​ສາມາດ​ຮັບ​ຟັງ​ການ​ສຳພາດ​ລະຫວ່າງ ABC ແລະ ອົງການ​ນິລະ​ໂທດ​ກຳ (Amnesty International) ໄດ້​ທີ່​ນີ້, ຫຼື ອ່ານ​​ບັນທຶກ​ການ​ສົນ​ທະນາ​ໄດ້​​​ໃນ​ລຸ່ມ​ນີ້.

​ນັບ​ເປັນ​ເວລາ 6 ​ເດືອນທີ່ສົມບັດ ສົມ​ພອນ ຜູ້ນຳ​ພາ​​ພາກປະຊາ​ສັງຄົມລາວ​ທີ່​​ໂດດ​​ເດັ່ນ​ໄດ້ຫາຍ​ຕົວ​ໄປ. ​ເຫດການ​ການ​ລັກ​ພາ​ຕົວ​​ເກີດ​ຂື້ນທີ່ໜ້າ​ປ້ອມ​ຕຳຫຼວດ​ໃນ​ນະ​ຄອນ​ຫຼວງ​ວຽງ​ຈັນ ​ໄດ້​ປາກົດ​ໃຫ້​ເຫັນ​ໃນ​ພາ​ບບັນທຶກ​ກ້ອງ​ວົງ​ຈອນ​ປິດ.

ຫຼາຍຂົງ​ເຂດ​ພາກ​ພື້ນ ລວມທັງສະຫະລັດ​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີຣົບ ​ໄດ້​ສ​ະ​ແດງ​ຄວາມ​ເປັນ​ກັງວົນ​ຕໍ່​ຊະ​ຕາ​ກຳ​ຂອງ​ສົມບັດ.Screen Shot 2013-06-14 at 21.33.33 PM

ເຈົ້າໜ້າ​ທີ່​ລາວ​​​ໄດ້​​ອອກ​ຖະ​ແຫຼ​ງການວ່າ​ພວກ​ເຂົາ​ກຳລັງ​ດຳ​ເນີນ​ການສືບສວນ​ສອບ​ສວນ​ກໍລະນີ​ດັ່ງກ່າວ ​ແຕ່​ຈົນ​ເຖິງ​ປັດຈຸບັນ​ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃດໆ​ເລີຍ​.

ມໍ່ໆ​ນີ້ ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ​ໄດ້​ຖືກ​ນຳ​ໄປວິ​ເຄາະ​ເພີ່ມ​​ເຕີມ ​ແລະ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​​ໃໝ່​ເພີ່ມ​ເຕີມ ກ່ຽວ​ກັບ​ເຫດການ​ທີ່​ເກີດຂື້ນ​​ໃນ​ຕອນ​ແລງ​ວັນ​ທີ 15 ທັນວາ 2012.

ຂໍ້​ມູນ​ດັ່ງກ່າວ​ຖືກ​ບັນທຶກ​ໄວ້​ໃນ​ບົດ​ລາຍ​ງານ​ຈາກ​ອົງການ​ນິລະ​ໂທດ​ກຳ​ສາກົນ (Amnesty International) ​ໂດຍ​ມີ​ຊື່ວ່າ ‘Caught on camera – the enforced disappearance of Sombath Somphone’.

ຜູ້ສຳ​ພາດ: ຣິຊາດ ອີ​ວາດ​ທ໌ (Richard Ewart)

ຜູ້​ໃຫ້​ສຳ​ພາດ: ​ຣູ​ເພີດ ອາບ​ບອດ​ (Rupert Abbott), ນັກ​ຄົ້ນຄວ້າ​ກ່ຽວ​ກັບປະ​ເທດ​ລາວ, ອົງການ​ນິ​ໂທ​ດກຳ​ສາກົນ

ອາບ​ບອດ: ​ໃນ​ບົດ​ລາຍ​ງານ Caught on Camera, ​​ພວກ​ເຮົາ​ຄຳ​ນຶງ​ເຖິງ​ເນື້ອ​ໃນ 3 ​ເລື້ອງ ທີ່​ມາ​ທີ່​ໄປຂອງ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ, ​​ເກີດ​ຫຍັງ​ຂື້ນ​​ກ່ອນ​ມື້​ວັນ​ທີ 15 ທັນວາ 2012 ​ແລະ ​ພວກ​ເຮົາ​ໄດ້​ຄົ້ນ​ພົບ​ວ່າ​ແທ້​ຈິງ​ແລ້ວ​ມັນ​ມີ​ສັນ​ຍານ​ວ່າ​ເຈົ້າ​ໜ້າ​ທີ່​ໄດ້​ພະຍາຍາມ​ກີດ​ກັນ​ສົມບັດ​ໃນ​ສັງຄົມ​​ເຊິ່ງນຳ​ມາສູ່​ການ​ຫາຍ​ຕົວ​ໄປ​. ​ແລ້ວ​ເຮົາ​ຈະ​​ເບິ່ງ​​ໄປ​ເຖິງ​ສິ່ງ​ທີ່​ເກດ​ຂື້ນ​ໃນ​ມື້​ນັ້ນ ​ແລະ ​​ກ່າວ​ເຖິງ​ພາ​ບບັນທຶກ​ຈາ​ກກ້ອງ​ວົງ​ຈອນ​ປິດ​ທີ່​ສົມບັດ​ໄດ້​ຖືກ​​ເອີ້ນ​ໃຫ້​ຢຸດ​ຢູ່​ປ້ອມ​ຕຳ​ຫຼວດ ​ແລ້ວ​ກໍຖື​ກ​ເອົາ​ຕົວ​ໄປ​​ກັບ​ລົດ​ກະບະ​ທີ່​ເປີດ​ໄຟ​ຂໍ​ທາງ​ຢູ່​ນັ້ນ. ​ໃນ​ການ​ວິ​ເຄາະ​ພາບ​ຈາກ​ກ້ອງ​ວົງ​ຈອນ​ປິດ​​ເຊິ່ງທາງ​ຄອບຄົວ​ສົມບັດ​ບັນທຶກ​ມາ​ໄດ້ ພວກ​ເຮົາພົບ​ວ່າ​ໃນ​ນັ້ນ​ປາກົດ​ມີ​ມື​ປືນ​ຢູ່​ໃນ​ພາບ​ບັນທຶກ​ນັ້ນ ​​ເຫັນ​ວ່າ​ມີ​ການ​ຍິງ​ປືນ​​ເກີ​ດໃນ​​ເຫດການ​ມື້​ນັ້ນ. ​ເຫດຜົນ​ທີ່​ສິ່ງ​ນີ້​ມີ​ຄວາມ​ສຳຄັນ​ຫຼາຍ​ ​​ຍ້ອນ​ວ່າ​ຕຳ​ຫຼວດ​​ໄດ້​ພະຍາຍາມ​ເວົ້າ​ວ່າ​ສະຖານະ​ການ​ໃນມື້​ນັ້ນ​ເປັນ​ປົກກະຕິ ບໍ່​ມີ​ຫຍັງ​ຜິດ​ສັງ​ເກດ​ແຕ່​ຢ່າງ​ໃດ. ​ບາດ​ນີ້ ສຳລັບ​ພວກ​ເຂົາ ການ​ເວົ້າ​ວ່າ​ໃນ​​​ເຫດການ​ມື້​ນັ້ນ​ມີ​ມື​ປືນ​ນຳ ກໍ​ຄື​ຊິ​ຟັງ​ຄື​ວ່າ​ເປັນ​ເລື່ອງ​ບໍ່​ເປັນຕາ​ເຊື່ອ. ພວກ​ເຮົາຍັງ​ໄດ້​ພິຈາລະນາ​ພາຍ​ຫຼັງ ​​ການ​ສືບສວນ​ສອບ​ສວນຂອງ​ຕຳຫຼວດບໍ່​​ເປັນໜ້າ​ໜ້າເຊື່ອ​ຖືທັງ​ໝົດ ຂໍ້​ສະຫຼຸບ​ທີ່​​ແປ​ກປະຫຼາດ​ເຫຼົ່າ​ນັ້ນ​ທີ່​ວ່າ​ສະຖານະ​ການ​ເປັນ​ປົກກະຕິ​ທີ່​ຈະ​ມີ​ຄົນ​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຢຸດ​ຢູ່​ປ້ອມ​ຕຳຫຼວດ​ແລ້ວ​ຖືກ​ເອົາ​ຕົວ​ໄປ ພ້ອມ​ທັງ​ມີ​ມື​ປືນ​ປາກົດ​ໃນ​​ເຫດການ​ນັ້ນ​. ​ແລະ ພ້ອມ​ດຽວ​ກັນ ການ​ປະຕິ​​ເສດ​ຄວາມ​ຊ່ວຍ​ເຫຼືອ​ທີ່​ປະ​ເທດ​ຕ່າງໆ ​ໄດ້​ສະ​ເໜີ​ໄປ ​ຕົວຢ່າງ​ວ່າການ​ຂໍ​ເບິ່ງ​ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ​ທີ່​ເປັນ​ຕົ້ນ​ສະບັບ, ການ​ນຳ​​ໄປວິ​ເຄາະ, ການ​ລະບຸ​ປ້າຍ​ລົດ, ການ​ພະຍາຍາມ​ລະບຸ​ບຸກຄົນ​ຕ່າງໆ​ທີ່ຢູ່​ໃນ​ເຫດການ​ມື້​ນັ້ນ. ອົງການ​ນິລະ​ໂທດ​ກຳ ພວກ​ເຮົາ​ໄດ້​ພະຍາຍາມ​ໄປ​ຢ້ຽມຢາມ​ປະ​ເທດ​ລາວ​ເພື່ອ​ສົນທະນາ​ເຖິງ​ກໍລະນີ​ດັ່ງກ່າວ​ພ້ອມກັບ​​ເລື່ອງ​ອື່ນໆ ​ແລະ ພວກ​ເຮົາ​ໄດ້​ພະຍາຍາມ​ຂໍເຂົ້າ​ພົບ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ລາວ​ທີ່ຢູ່​ຕ່າງປະ​ເທດ ​​ເຊິ່ງກໍ​ໄດ້​ຮັບ​ການ​ປະຕິ​ເສດຄຳ​ຂໍ​. Continue reading “ຂໍ້​ມູນ​ທີ່​​​ຫາ​ກໍ​ປາກົດ​ກ່ຽວ​ກັບ​​ການ​ລັກ​ພາ​ຕົວ​ນັກ​ພັດທະນາ​ພາກ​ປະຊາສັງຄົມຄົນ​ລາວ”

ລາວຕ້ອງດຳເນີນການ ເພື່ອໃຫ້ໄດ້ຜູ້ນຳພາ ພາກປະຊາສັງຄົມກັບຄືນມາ

ອົງ​ການ​ນິລະ​ໂທດ​ກຳສາກົນ (Amnesty International): 13 ມິຖຸນາ 2013Amnesty_International

ລັດຖະບານ​ລາວ​ຕ້ອງດຳ​ເນີນ​ການທັນທີ​ທັນ​ໃດ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ສົມບັດ ສົມ​ພອນ ​ຈະໄດ້​ກັບຄືນ​ມາ​ຢ່າງ​ປອດ​ໄພ. ສົມບັດ ​ເປັນຜູ້ນຳ​ພາ​ນັກ​ພັດທະນາ​ສັງຄົມ ​ທີ່​ສ່ຽງຕໍ່ການຕົກ​ເປັນ​ຜູ້​ເຄາະ​ຮ້າຍ​ຖື​ກບັງຄັບ​ໃຫ້​ເປັນ​ບຸກຄົນ​ຫາຍ​ສາບ​ສູນ​ໂດຍ​​​ເຈົ້າ​ໜ້າ​ທີ່ ດັ່ງ​ທີ່ອົງ​ການ​ນິລະ​ໂທດ​ກຳສາກົນ (Amnesty International) ​ໄດ້ກ່າວ​ໄວ້​ໃນ​ບົດ​ຂຽນ​ໂດຍ​ສັງ​ເຂ​ບ​​ ທີ່​ອອກ​ເຜີຍ​ແຜ່​ໃນ​ມື້​ນີ້.

​ໃນ​ບົດ​ຂຽນ​ໂດຍ​ສັງ​ເຂ​ບ Caught on Camera ​ໄດ້​ສຶກສາ​ເຈາະ​ເລີກລາ​ຍລະ​ອຽດ​ກໍລະນີ​ຂອງ​ສົມບັດ, ຜູ້​ທີ່​ຖືກ​​ເອົາ​ຕົວ​ໄປ​ຕໍ່ໜ້າຕໍ່​ຕາ​​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນວາ 2012 (​6 ​ເດືອນ​ຜ່ານ​ມາ) ​ແລະ​​ເຖິງ​ປັດຈຸບັນ​ຍັງ​ບໍ່​ມີ​ຂ່າວ​ຄາວ​ໃດໆ​ ​ເລີຍ.

“ຈາກ​ຫຼັກ​ຖານ​ທີ່​ມີ ຂໍ້​ສະຫຼຸບ​ທີ່​ເປັນ​ໄປ​ໄດ້​ສູງ​ທີ່​ສຸດ​ແມ່ນ ສົມບັດ ສົມ​ພອນ ​ໄດ້​ຕົກ​ເປັນ​​ເຫຍື່ອ​ຂອງ​ການ​ຖືກ​ບັງຄັບ​ໃຫ້​ເປັນ​ບຸກຄົນ​ຫາຍ​ສາບ​ສູນ ​ໂດຍ​ມີ​ເຈົ້າ​ໜ້າ​ທີ່​ລາວ​​ເປັນ​ຜູ້​ຮັບຜິດ​ຊອບ,” ​​ກ່າວ​ໂດຍ ຣູ​ເພິ​ດ ອາບ​ບອດ, ນັກ​ຄົ້ນຄວ້າ​ວິ​​​ໄຈກ່ຽວ​ກັບ ປະ​ເທດ​ກຳ​ປູ​ເຈຍ, ລາວ, ​ແລະ ຫວຽດນາມ ຂອງ​ອົງການ​ນິລະ​ໂທດ​ກຳ​ສາກົນ.

“ລັດຖະບານ​ລາວ​ຕ້ອງອອກ​ຄຳ​ສັ່ງ​ໃຫ້​ສາທາລະນະ​ຮັບ​ຮູ້​​ໂດຍ​ດ່ວນ ​ແລະ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃນ​ການ​ປົດປ່ອຍ​ໃຫ້​ລາວ​ໄດ້​ກັບ​ຄືນ​ຫາ​ຄອບຄົວ​ໂດຍ​ປອດ​​ໄພ.” Continue reading “ລາວຕ້ອງດຳເນີນການ ເພື່ອໃຫ້ໄດ້ຜູ້ນຳພາ ພາກປະຊາສັງຄົມກັບຄືນມາ”