ການສຶກສາ ເເລະການພັດທະນາ…
ເເມ່ເເບບການສຶກສາ ແລະພັດທະນາທີ່ຍືນຍົງຄວນມີຄວາມສົມດຸນລະຫວ່າງ ຫຼັກສີ່ປະການ ໄດ່ເເກ່ການພັດທະນາດ້ານເສດທະກິດ ໃຫ້ມີຄວາມສອດຄ້ອງ ກັບດ້ານສິ່ງເເວດລ້ອມ ການສົ່ງເສີມເເລະອານຸລັດວັດທະນາທຳ ເເລະ ຄວາມງອກງາມທາງດ້ານຈິດວິນຍານ…
ການສຶກສາ ເເລະການພັດທະນາທີ່ສອດຄ່ອງກັບສິ່ງເເວດລ້ອມເເລະ ເປັນອົງລວມມີ ຄວາມເຊື່ອມໂຍງເຖິງກັນ ມີຄວາມສຳພັນຕໍ່ກັນເເລະເກື້ອກູນຊຶ່ງກັນເເລະກັນ
ເເນ່ນອນວ່າສິ່ງທີ່ເປັນພື້ນຖານຂອງເເມ່ແບບເລົ່ານີ້ຄື ທັມມາພິບານ ເຊິ່ງຈະ ສົ່ງເສີມຄວາມຍຸດຕິທຳ ເເລະຄວາມເປັນທຳສຳລັບທຸກຄົນໂດຍຜ່ານຫຼັກນິຕິທຳ
ສົມບັດ ສົມພອນ, ຈາກ ”ການສອນຄວາມສຸກ,” ການສຳພາດໃນ Bangkok Post, 24 ສິງຫາ 2012
ສະພາແຫ່ງສະຫະພາບເອີຣົບ….
1. ສະແດງຄວາມເປັນຫ່ວງເປັນໄຍຢ່າງຍິ່ງຕໍ່ຄວາມປອດ ໄພໃນຊີວິດ ຈາກກໍລະນີການຫາຍຕົວໄປຂອງ ທ່ານ ສົມບັດ ສົມພອນ;
2. ມີຄວາມກັງວົນກ່ຽວກັບຄວາມລ່າຊ້າ ແລະ ການຂາດຄວາມໂປ່ງໃສ່ໃນ ຂະບວນການສອບ ສວນໃນ ກໍລະນີດັງກ່າວ: ຮຽກຮ້ອງໃຫ້ຕຳຫຼວດຂອງ ປະເທດລາວໃຫ້ດຳເນີນການໂດຍດ່ວນ ຢ່າງໂປ່ງໃສ່ ໃນຂະບວນການສອບສວນ ພາຍໃຕ້ພັນທະສັນຍາລະຫວ່າງປະເທດກ່ຽວກັບ ສິດທິມະນຸດທີ່ ປະເທດລາວ ຜູກພັນ ແລະ ໃຫ້ຄວາມໝັ້ນໃຈໃນຄວາມປອດໄພ ແລະ ການນຳທ່ານ ສົມບັດ ສົມພອນ ກັບຄືນມາໂດຍດ່ວນ;
3. ຮຽກຮ້ອງໃຫ້ HR/VP ຕິດຕາມການສອບສວນຂອງປະເທດລາວຢ່າງ ໃກ້ຊິດກ່ຽວກັບການ ຫາຍຕົວ ໄປຂອງ ທ່ານ ສົມບັດ ສົມພອນ; Continue reading “ສະພາແຫ່ງສະຫະພາບເອີຣົບ….”
ເສຣີພາບໃນລາວ ຈະງອກງາມບໍ່ໄດ້
ວິທາຍຸ ເອເຊັຍເສຣີ: 09 ກໍລະກົດ 2012

ທ່ານ ສົມບັດ ສົມພອນ ຖືກຈັບ ຫລື ຖືກລັກພາຕົວ ກໍຍ້ອນ ພຍາຍາມ ປູກຝັງ ແນວຄິດ ທີ່ມີ ເສຣີພາບ ໃຫ້ຊາວໜຸ່ມ ວັຍລຸ້ນ ລາວ.
ນັກການທູດ ຕ່າງປະເທດ ໃນ ນະຄອນຫລວງ ວຽງຈັນ ຜູ້ ຂໍສງວນຊື່ ເປີດເຜີຍຕໍ່ RFA ໂດຍ ອ້າງອີງໃສ່ ການ ສົນທະນາ ຢ່າງບໍ່ເປັນ ທາງການ ກັບ ເຈົ້າໜ້າທີ່ ຂັ້ນສູງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ທີ່ໄດ້ເວົ້າ ເຖິງສາເຫດ ສໍາຄັນ ທີ່ເຮັດໃຫ້ ການນຳ ຂອງ ພັກ-ຣັຖ ສປປລາວ ບໍ່ໄວ້ວາງໃຈ ທ່ານ ສົມບັດ ສົມພອນ ທີ່ທ່ານ ພຍາຍາມ ປູກຝັງ ແນວຄິດ ທີ່ມີ ເສຣີພາບ ໃຫ້ແກ່ ເຍົາວະຊົນ ລາວ ລຸ້ນໃໝ່.
ແລະໃນ ກໍຣະນີ ທີ່ຖືເປັນ ການທ້າທາຍ ຕໍ່ອຳນາດ ແລະ ການນຳຂອງພັກ ຢ່າງຈະແຈ້ງ ທີ່ສຸດ ກໍຄືເຣື່ອງ ທີ່ທ່ານ ສົມບັດ ສົມພອນ ໄດ້ ຂຽນຈົດໝາຍ ໃນນາມ ປະທານ ກອງປະຊຸມ ພາກ ປະຊາສັງຄົມ ເຊື້ອເຊີນ ມາດາມ ອອງຊານຊູຈີ ຜູ້ນຳພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ ພະມ້າ ໃຫ້ມາຮ່ວມ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ຄັ້ງທີ 9 ໃນຊ່ວງ ທ້າຍ ປີ 2012.
ແລະການທີ່ ທ່ານ ສົມບັດ ສົມພອນ ມີຄວາມໃກ້ຊິດ ກັບ ອົງການ ອະນຸຮັກ ສິ່ງແວດລ້ອມ ແລະ ທັມມະຊາດ ທັງໃນ ປະເທດໄທ ແລະ ຣະດັບ ສາກົລ ຊຶ່ງມີບົດບາດ ສຳຄັນ ໃນການ ຄັດຄ້ານ ແຜນການ ສ້າງ ເຂື່ອນໃສ່ ແມ່ນໍ້າຂອງ ໃນລາວ ແລະ ໄດ້ປະທ້ວງ ແຜນການ ກໍ່ສ້າງ ເຂື່ອນ ໄຊຍະບູລີ ໃນໂອກາດ ທີ່ ສປປລາວ ເປັນເຈົ້າພາບ ກອງປະຊຸມ ອາເຊັມ ນັ້ນ ກໍຍິ່ງ ເຮັດໃຫ້ ການນຳຂອງ ພັກ ປະຊາຊົນ ປະຕິວັດ ລາວ ເກີດຄວາມ ຣະແວງ ສົງສັຍ ໃນບົດບາດ ຂອງ ທ່ານ ສົມບັດ ຫລາຍຂຶ້ນ.
ເຣື່ອງ ດັ່ງກ່າວ ເປັນທີ່ມາ ຂອງ ການລັກພາຕົວ ທ່ານ ສົມບັດ ສົມພອນ. ພ້ອມກັນນັ້ນ ນັກການທູດ ທ່ານນີ້ ຍັງໃຫ້ ທັສນະວ່າ ວິທີການ ທີ່ ທາງການລາວ ພວມດໍາເນີນ ຢູ່ນີ້ ຄືເຮັດໃຫ້ ເຣື່ອງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຄ່ອຍໆ ຈາງຫາຍໄປ ຈາກ ຄວາມສົນໃຈ ຂອງ ສັງຄົມ ພາຍໃນລາວ ຄືກັບ ກໍຣະນີ ການຈັບ ນັກສຶກສາ ແລະ ປັນຍາຊົນ ລາວ ທີ່ເຄີຍ ພຍາຍາມ ຮວມຕົວ ຮຽກຮ້ອງ ປະຊາທິປະຕັຍ ໃນລາວ ໃນປີ 1999.
“ພວກເຮົາມີໂລກ ພຽງແຕ່ໃບດຽວເທົ່ານັ້ນ.”
ປະຈຸບັນນີ້ພວກເຮົາບໍລິໂພກຫຼາຍ ກວ່າ 150% ຂອງສິ່ງທີ່ໂລກສາມາດ ສ້າງຟື້ນຄືນມາໃຫມ່ໄດ້. ຫມາຍຄວາມວ່າປະຈຸບັນນີ້ພວກເຮົາຊົມໃຊ້ຫນຶ່ງ ຫນ່ວຍໂລກເຄິ່ງ. ອັນນີ້ມັນບໍ່ຍືນຍົງແທ້, ແລະ ພວກເຮົາຈະມີຫຍັງປະໄວ້ໃຫ້ຄົນຮຸ່ນຕໍ່ໄປ. ເພາະພວກເຮົາມີໂລກ ພຽງແຕ່ໃບດຽວເທົ່ານັ້ນ. ນະໂຍບາຍເບິ່ງຄືວ່າຟ້າວກອບໂກຍເອົາສິ່ງທີ່ເຮົາ ສາມາດເອົາໄດ້ດຽວນີ້ ແລ້ວປ່ອຍໃຫ້ລູກຫຼານແກ້ບັນຫາດ້ວຍເຂົາເອງໃນອະນາຄົດ!
ສົມບັດ ສົມພອນ, ຄຳກ່າວເປີດກອງປະຊຸມເວທີພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9 (AEPF) ເດືອນຕຸລາ ປີ 2012
ສຳນັກງານກຳມາທິການສູງສຸດເພື່ອສິດທິມະນຸດ (OHCHR) ສະແດງຄວາມກັງວົນກ່ຽວກັບການສືບສວນບໍ່ມີຄວາມຄືບໜ້າ
ຫຼັງຈາກ ສຳນັກງານກຳມາທິການສູງສຸດເພື່ອສິດທິມະນຸດ (OHCHR) ອອກຖະແຫຼງການໂດຍສັງເຂບວັນທີ 21 ທັນວາ 2012 ລ່າສຸດໄດ້ມີອີກສະບັບໜຶ່ງຖະແຫຼງການໂດຍສັງເຂບວັນທີ 21 ມິຖຸນາ 2013 ໂດຍມີເນື້ອໃນຫຍໍ້ດັ່ງນີ້:
… ຈາກຄວາມກັງວົນທີ່ວ່າ 6 ເດືອນຜ່ານໄປແຕ່ຍັງບໍ່ມີຄວາມຄືບໜ້າໃນການສືບສວນສອບສວນຕໍ່ກໍລະນີການສົມບັດ ສົມພອນ ຜູ້ເຮັດວຽກເພື່ອປົກປ້ອງສິດທິມະນຸດສປປ ລາວ ທີ່ຖືກບັງຄັບໃຫ້ເປັນຄົນຫາຍສາບສູນ. ສົມບັດຫາຍຕົວໄປໃນລະຫວ່າງການຂັບລົດກັບບ້ານໃນຕົວເມືອງນະຄອນຫຼວງວຽງຈັນ ເມື່ອວັນທີ 15 ທັນວາ 2012. ພາບບັນທຶກຈາກກ້ອງວົງຈອນປິດໄດ້ປາກົດໃຫ້ເຫັນວ່າລົດຂອງສົມບັດໄດ້ຖືກຕຳຫຼວດເອີ້ນໃຫ້ຢຸດ ແລະ ລາວກໍຖືກເອົາຂື້ນລົດກະບະໄປໂດຍບຸກຄົນນອກເຄື່ອງແບບ. OHCHR ເປັນກັງວົນເລື່ອງຄວາມປອດໄພຂອງສົມບັດ ເນື່ອງຈາກຈົນເຖິງປັດຈຸບັນຍັງບໍ່ມີຂໍ້ມູນວ່າລາວຖືກກັກຂັງຢູ່ບ່ອນໃດ ແລະ ຜູ້ກະທຳຜິດແມ່ນໃຜ. OHCHR ຮຽກຮ້ອງລັດຖະບານເພິ່ມມາດຕະການເພື່ອສືບຄົ້ນຫາສົມບັດ ແລະ ຮັບປະກັນວ່າລາວຈະໄດ້ກັບຄືນຫາຄອບຄົວຢ່າງປອດໄພ. ສົມບັດ ສົມພອນ ເປັນຄົນທີ່ມີຊື່ສຽງລະດັບໂລກດ້ານການປະຕິບັດວຽກງານສົ່ງເສີມການພັດທະນາທີ່ສົມດຸນ ແລະ ມີຍືນຍົງ. ລາຍງານຫຼາຍສະບັບໄດ້ສະແດງໃຫ້ເຫັນວ່າການທີ່ສົມບັດຖືກຈັບຕົວໄປມີຄວາມກ່ຽວຂ້ອງກັບປະເດັນດັ່ງກ່າວ.
ສະມາຊິກສະພາຈາກຫຼາຍປະເທດສະແດງຄວາມເປັນກັງວົນໃຈ
ສະມາຊິກສະພາຈາກຫຼາຍປະເທດທີ່ໄດ້ເດີນທາງໄປປະເທດລາວເມື່ອເດືອນມັງກອນ ແລະ ເດືອນມີນາ ໄດ້ຂຽນຈົດໝາຍເຖິງຜູ້ນຳຂອງລາວ “…ມີຄວາມເປັນກັງວົນຕໍ່ການຂາດເຈດຈຳນົງທາງການເມືອງທີ່ຈະດຳເນີນການສືບສວນສອບສວນຢ່າງຈິງຈັງກ່ຽວກັບການກາຍຕົວໄປຂອງ ສົມບັດ ສົມພອນ.”
ນັກອອກກົດໝາຍຈາກປະເທດຟີລິບປິນ, ມາເລເຊຍ, ອິນໂດເນເຊັຍແລະເນເທີແລນໄດ້ຂຽນຈົດໝາຍມີເນື້ອໃນດັ່ງນີ້:
ລະຫວ່າງການຢ້ຽມຢາມ, ພວກຂ້າພະເຈົ້າໄດ້ຮັບຄຳໝັ້ນສັນຍາໃນຫຼາຍປະເດັນ ຈາກຄະນະຜູ້ແທນສະພາ ແລະ ຜູ້ແທນລັດຖະບານ ທັງນີ້ລວມທັງຄຳໝັ້ນສັນຍາທີ່ຈະດຳເນີນການເຕັມທີ່ສືບສວນສອບສວນຢ່າງລະອຽດ ແລະ ໂປ່ງໃສຕໍ່ກໍລະນີການຫາຍຕົວໄປຂອງສົມບັດສົມພອນເມື່ອວັນທີ 15 ທັນວາ 2012…
ມື້ນີ້, ວັນທີ 15 ມິຖຸນາ 2013 ເປັນມື້ຄົບຮອບ 6 ເດືອນຂອງການຫາຍຕົວໄປຂອງສົມບັດ ຈົນຮອດປັດຈຸບັນຍັງບໍ່ເຫັນການສົ່ງຕົວສົມບັດ ກັບຄືນຫາຄອບຄົວຢ່າງປອດໄພແຕ່ຢ່າງໃດເລີຍ. ຈາກການຖະແຫຼງລາຍງານຄວາມຄືບໜ້າຂອງເຈົ້າໜ້າທີ່ລາວລ່າສຸດມີຄວາມຂັດແຍ້ງ ແລະ ສ້າງໃຫ້ເກີດຄວາມເຂົ້າໃຈຜິດ ເຊິ່ງສະແດງໃຫ້ເຫັນເຖິງຄວາມບໍ່ຍຸດຕິທຳ ແລະ ຄວາມບໍ່ເລິກເຊິ່ງຂອງຂະບວນການສືບສວນສອບສວນຂອງເຈົ້າໜ້າທີ່…
ພວກຂ້າພະເຈົ້າຮຽກຮ້ອງໃຫ້ລັດຖະບານລາວດຳເນີນການຢ່າງຮີບດ່ວນ ພາຍໃຕ້ພັນທະສັນຍາທີ່ມີຕໍ່ກົດໝາຍສາກົນ ໃນດຳເນີນການສືບສວນສອບສວນຊຸດໃໝ່ແບບອິດສະຫຼະ ແລະຮັບປະກັນວ່າການດຳເນີນການທຸກຂັ້ນຕອນແມ່ນເປັນໄປເພື່ອການຄົ້ນຫາ ແລະ ຊ່ວຍເຫຼືອຊີວິດຂອງສົມບັດໃຫ້ຫຼຸດພົ້ນຈາກການຄຸມຂັງ ແລະ ໄດ້ກັບຄືນຫາຄອບຄົວຂອງລາວຢ່າງປອດໄພໂດຍດ່ວນ…
ຈົດໝາຍສະບັບເຕັມໄດ້ຖືກສົ່ງໄປເຖິງປະທານປະເທດສປປລາວ, ນາຍົກລັດຖະມົນຕີສປປລາວ, ລັດຖະມົນຕີວ່າການກະຊວງການຕ່າງປະເທດສປປລາວ, ແລະ ປະທານສະພາແຫ່ງຊາດ ສປປລາວ ໂດຍສາມາດອ່ານຈົດໝາຍພາສາອັງກິດສະບັບເຕັມໄດ້ທີ່ນີ້.
ຖະແຫລງການ ຈາກ ສະຖານທູດ ສະຫະລັດ ອາເມລິກາ-ນະຄອນ ຫລວງວຽງຈັນ, ປະເທດລາວ
ການລັກພາຕົວນັກພັດທະນາສັງຄົມ ທ່ານສົມບັດ ສົມພອນ: 6ເດືອນຜ່ານມາ
ຖະແຫລງການ ຈາກ ສະຖານທູດ ສະຫະລັດ ອາເມລິກາ-ນະຄອນຫລວງວຽງຈັນ, ປະເທດລາວ
ເດືອນມີຖຸນາ 15, 2013
ທ່ານ ສົມບັດ ສົມພອນ,ໜຶ່ງໃນບັນດານັກພັດທະນາທາງສັງຄົມດີເດັ່ນທີ່ສຸດ ຂອງ ສ ປ ປ ລາວ, ໄດ້ຖືກລັກພາຕົວໄປ ໃນຕອນແລງ ທີ່ 15 ເດືອນທັນວາ, 2012 ຢູ່ໜ້າບອມຕຳຫລວດລາວ ຢູ່ເສັ້ນທາງສາຍຫລັກ ໃນໃຈກາງນະຄອນ ຫລວາງວຽງຈັນ.ການລັກພາຕົວດັ່ງກ່າວແມ່ນຖືກບັນທຶກໄວ້ໄດ້ໂດຍກ້ອງ ວົງຈອນປິດຂອງລັດຖະບານລາວ. ວັນທີ່ 15 ເດືອນມິຖຸນາແມ່ນວັນຄົບຮອບ ຫົກເດືອນ ນັບແຕ່ຫາຍຕົວໄປຂອງທ່ານສົມບັດ ທີ່ໃຫ້ການອະທິບາຍໄດ້. ສະຖານທູດ ສາຫາລັດອາເມລິກາ ທີ່ນະຄອນຫລວງວຽງຈັນ ໄດ້ຮ່ວມມືກັບ ບັນດາພາກສ່ວນປະສາຊົມຄົມສາກົນ ໄດ້ກ່າວເນັ້ນຍຳ້ເຖິ່ງຄວາມເປັນຫ່ວງ ເປັນໃຍທີ່ສຸດຂອງຂ້າພະເຈົ້າ ຕໍ່ຄວາມປອດໄພ ແລະ ສະຫວັດດີພາບ ຂອງທ່ານສົມບັດ ສົມພອນ.
ຕະຫຼອດໄລຍະເວລາຫຼາຍປີຜ່ານມາໃນກ່ນເຮັດວຽກງາມຮ່ວມກັບບັນດາອົງການຈັກຕັ້ງທື່ຂື້ນກັບລັດທະບານ, ປະຊາຄົມສາກົນ ແລະ ລັດຖະບານລາວ,ທ່ານສົມບັດ ສົມພອນ ເປັນນັບໜ້າຖືຕາຢ່າງກວ່າງຂວາງຜູ້ໜຶ່ງທາງດ້ານ ຄວາມສະງົບສຸກ ແລະ ໄຫວພິບທີ່ເປັນປະໂຫຍດຂອງທ່ານທີ່ທຸມແທເຮື່ອແຮງຊຸມເຂົ້າໃນການປັບປຸງປະເທດ ແລະ ການດຳລົງຊີວິດຂອງບັນດາຍາດຕິພີ່ນ້ອງຊາວລາວຮ່ວມຊາດຂອງທ່ານ. ເປັນໜ້າເສຍໃຈ, ການຮ້ອງຂໍຫຼາຍໆຄັ້ງ ຈາກອົງການຈັດຕັ້ງສາກົນ ແລະ ຈາກລັດຖະບານປະເທດຕ່າງໆທົ່ວໂລກ, ລັດທະບານລາວ ຍັງບໍ່ທັນໄດ້ປ່ອຍຂໍ້ມູນ ຢ່າງກະຈ່າງແຈ້ງເທົ່າທີ່ຄວນເຊັ່ນ: ລະຫວ່າງການຖະແລ້ງການຫວ່າງບໍ່ດົນມານີ້ໃນວັນທີ 7 ເດືອນ ມິຖຸນາ ກ່ຽວກັບການສືບສວນສອບສວນເປັນທາງການອາດມີຂື້ນ. ທາງການລາວຍັງບໍ່ທັນໄດ້ສະເໜີໃຫ້ທາງສະມາສິກ ຄອບຄົວຂອາທ່ານ ສົມບັດ ສົມພອນ ແລະ ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນໄດ້ມີໂອກາດເບິ່ງຄືນກ້ອງ ວົງຈອນປິດຂອງລັກຖະບານ ລາວທີ່ໄດ້ລາຍງານ ໃຫ້ເຫັນກ່ຽວກັບສະພາບການລັກພາຕົວຂອງ ທ່ານ ສົມບັດ ສົມພອນ.
ການຫາຍຕົວຂອງ ທ່ານ ສົມບັດ ນັ້ນ ໄດ້ເຮັດໃຫ້ຄວາມຊົງຈຳໃນເມື່ອກ່ອນກັບຄືນມາອີກ ເມື່ອການຫາຍຕົວ ໄປດັ່ງກ່າວ ທີ່ບໍ່ສາມາດໃຫ້ ການອະທິບາຍໄດ້ນັ້ນ ກາຍເປັນເລື່ອງທຳມະດາ. ຄວາມລົ້ມເຫລວທີ່ສິບຕໍ່ມາເລື້ອຍໆ ກ່ຽວກັບຄະດີດັ່ງກ່າວ ໂດຍທາງລາວ ໄດ້ດຳເນີນມາສາມາດ ສ້າງຄວາມເສື່ອມເສຍໃຫ້ແກ່ຄວາມກ້າວໜ້າທີ່ທາງ ການລາວໄດ້ເຮັດມາເປັນຫຼາຍໆປີແລະສົ່ງຜົນສະທ້ອນໃນລະດັບສາກົນ, ມີການຍົກຄຳຖາມຂຶ້ນມາ ເພີ້ມເຕີມ ກ້ຽວກັບຄວາມຮັບຜິດຊອບຂອງລັດຖະບານລາວເພື່ອສະໜັບສະໜັບສະໜູນລະບຽບກົດໝາຍ ແລະ ເຂົ້າມາສ່ວນມາມີສ່ວນຮັບຜິດຊອບກັບໂລກ. ພວກຂ້າພະເຈົ້າຂໍ້ໃຫ້ຄູ່ຮ່ວມງານທຸກພາກສ່ວນຂອງຂ້າພະເຈົ້າ ໃນຖັນແຖວລັກຖະບານລາວ ຈົງໃຊ້ທຸກວິທີທາງເພື່ອສືບຕໍ່ຊອກຫາຂໍ້ມູນການຫາຍຕົວໄປ ດັ່ງກ່າວ ແລະ ດຳເນີນການທຸກສິ່ງທຸກຢ່າງ ທີ່ມີສິດອຳນາດເຮັດໄດ້ ເພື່ອຮັບປະກັນ ນຳເອົາທ່ານສົມບັດ ກັບມາຄອບຄົວຂອງ ທ່ານຢ່າງຮິບດ່ວນ.
ຂໍ້ມູນທີ່ຫາກໍປາກົດກ່ຽວກັບການລັກພາຕົວນັກພັດທະນາພາກປະຊາສັງຄົມຄົນລາວ
ABC Radio Australia: 14 June 2013
ທ່ານສາມາດຮັບຟັງການສຳພາດລະຫວ່າງ ABC ແລະ ອົງການນິລະໂທດກຳ (Amnesty International) ໄດ້ທີ່ນີ້, ຫຼື ອ່ານບັນທຶກການສົນທະນາໄດ້ໃນລຸ່ມນີ້.
ນັບເປັນເວລາ 6 ເດືອນທີ່ສົມບັດ ສົມພອນ ຜູ້ນຳພາພາກປະຊາສັງຄົມລາວທີ່ໂດດເດັ່ນໄດ້ຫາຍຕົວໄປ. ເຫດການການລັກພາຕົວເກີດຂື້ນທີ່ໜ້າປ້ອມຕຳຫຼວດໃນນະຄອນຫຼວງວຽງຈັນ ໄດ້ປາກົດໃຫ້ເຫັນໃນພາບບັນທຶກກ້ອງວົງຈອນປິດ.
ຫຼາຍຂົງເຂດພາກພື້ນ ລວມທັງສະຫະລັດອາເມລິກາ ແລະ ສະຫະພາບເອີຣົບ ໄດ້ສະແດງຄວາມເປັນກັງວົນຕໍ່ຊະຕາກຳຂອງສົມບັດ.
ເຈົ້າໜ້າທີ່ລາວໄດ້ອອກຖະແຫຼງການວ່າພວກເຂົາກຳລັງດຳເນີນການສືບສວນສອບສວນກໍລະນີດັ່ງກ່າວ ແຕ່ຈົນເຖິງປັດຈຸບັນກໍຍັງບໍ່ມີຄວາມຄືບໜ້າໃດໆເລີຍ.
ມໍ່ໆນີ້ ພາບບັນທຶກຈາກກ້ອງວົງຈອນປິດໄດ້ຖືກນຳໄປວິເຄາະເພີ່ມເຕີມ ແລະໄດ້ເປີດເຜີຍຂໍ້ມູນໃໝ່ເພີ່ມເຕີມ ກ່ຽວກັບເຫດການທີ່ເກີດຂື້ນໃນຕອນແລງວັນທີ 15 ທັນວາ 2012.
ຂໍ້ມູນດັ່ງກ່າວຖືກບັນທຶກໄວ້ໃນບົດລາຍງານຈາກອົງການນິລະໂທດກຳສາກົນ (Amnesty International) ໂດຍມີຊື່ວ່າ ‘Caught on camera – the enforced disappearance of Sombath Somphone’.
ຜູ້ສຳພາດ: ຣິຊາດ ອີວາດທ໌ (Richard Ewart)
ຜູ້ໃຫ້ສຳພາດ: ຣູເພີດ ອາບບອດ (Rupert Abbott), ນັກຄົ້ນຄວ້າກ່ຽວກັບປະເທດລາວ, ອົງການນິໂທດກຳສາກົນ
ອາບບອດ: ໃນບົດລາຍງານ Caught on Camera, ພວກເຮົາຄຳນຶງເຖິງເນື້ອໃນ 3 ເລື້ອງ ທີ່ມາທີ່ໄປຂອງການຫາຍຕົວໄປຂອງສົມບັດ, ເກີດຫຍັງຂື້ນກ່ອນມື້ວັນທີ 15 ທັນວາ 2012 ແລະ ພວກເຮົາໄດ້ຄົ້ນພົບວ່າແທ້ຈິງແລ້ວມັນມີສັນຍານວ່າເຈົ້າໜ້າທີ່ໄດ້ພະຍາຍາມກີດກັນສົມບັດໃນສັງຄົມເຊິ່ງນຳມາສູ່ການຫາຍຕົວໄປ. ແລ້ວເຮົາຈະເບິ່ງໄປເຖິງສິ່ງທີ່ເກດຂື້ນໃນມື້ນັ້ນ ແລະ ກ່າວເຖິງພາບບັນທຶກຈາກກ້ອງວົງຈອນປິດທີ່ສົມບັດໄດ້ຖືກເອີ້ນໃຫ້ຢຸດຢູ່ປ້ອມຕຳຫຼວດ ແລ້ວກໍຖືກເອົາຕົວໄປກັບລົດກະບະທີ່ເປີດໄຟຂໍທາງຢູ່ນັ້ນ. ໃນການວິເຄາະພາບຈາກກ້ອງວົງຈອນປິດເຊິ່ງທາງຄອບຄົວສົມບັດບັນທຶກມາໄດ້ ພວກເຮົາພົບວ່າໃນນັ້ນປາກົດມີມືປືນຢູ່ໃນພາບບັນທຶກນັ້ນ ເຫັນວ່າມີການຍິງປືນເກີດໃນເຫດການມື້ນັ້ນ. ເຫດຜົນທີ່ສິ່ງນີ້ມີຄວາມສຳຄັນຫຼາຍ ຍ້ອນວ່າຕຳຫຼວດໄດ້ພະຍາຍາມເວົ້າວ່າສະຖານະການໃນມື້ນັ້ນເປັນປົກກະຕິ ບໍ່ມີຫຍັງຜິດສັງເກດແຕ່ຢ່າງໃດ. ບາດນີ້ ສຳລັບພວກເຂົາ ການເວົ້າວ່າໃນເຫດການມື້ນັ້ນມີມືປືນນຳ ກໍຄືຊິຟັງຄືວ່າເປັນເລື່ອງບໍ່ເປັນຕາເຊື່ອ. ພວກເຮົາຍັງໄດ້ພິຈາລະນາພາຍຫຼັງ ການສືບສວນສອບສວນຂອງຕຳຫຼວດບໍ່ເປັນໜ້າໜ້າເຊື່ອຖືທັງໝົດ ຂໍ້ສະຫຼຸບທີ່ແປກປະຫຼາດເຫຼົ່ານັ້ນທີ່ວ່າສະຖານະການເປັນປົກກະຕິທີ່ຈະມີຄົນຖືກຕຳຫຼວດເອີ້ນໃຫ້ຢຸດຢູ່ປ້ອມຕຳຫຼວດແລ້ວຖືກເອົາຕົວໄປ ພ້ອມທັງມີມືປືນປາກົດໃນເຫດການນັ້ນ. ແລະ ພ້ອມດຽວກັນ ການປະຕິເສດຄວາມຊ່ວຍເຫຼືອທີ່ປະເທດຕ່າງໆ ໄດ້ສະເໜີໄປ ຕົວຢ່າງວ່າການຂໍເບິ່ງພາບບັນທຶກຈາກກ້ອງວົງຈອນປິດທີ່ເປັນຕົ້ນສະບັບ, ການນຳໄປວິເຄາະ, ການລະບຸປ້າຍລົດ, ການພະຍາຍາມລະບຸບຸກຄົນຕ່າງໆທີ່ຢູ່ໃນເຫດການມື້ນັ້ນ. ອົງການນິລະໂທດກຳ ພວກເຮົາໄດ້ພະຍາຍາມໄປຢ້ຽມຢາມປະເທດລາວເພື່ອສົນທະນາເຖິງກໍລະນີດັ່ງກ່າວພ້ອມກັບເລື່ອງອື່ນໆ ແລະ ພວກເຮົາໄດ້ພະຍາຍາມຂໍເຂົ້າພົບເຈົ້າໜ້າທີ່ລະດັບສູງຂອງລາວທີ່ຢູ່ຕ່າງປະເທດ ເຊິ່ງກໍໄດ້ຮັບການປະຕິເສດຄຳຂໍ. Continue reading “ຂໍ້ມູນທີ່ຫາກໍປາກົດກ່ຽວກັບການລັກພາຕົວນັກພັດທະນາພາກປະຊາສັງຄົມຄົນລາວ”
ລາວຕ້ອງດຳເນີນການ ເພື່ອໃຫ້ໄດ້ຜູ້ນຳພາ ພາກປະຊາສັງຄົມກັບຄືນມາ
ອົງການນິລະໂທດກຳສາກົນ (Amnesty International): 13 ມິຖຸນາ 2013
ລັດຖະບານລາວຕ້ອງດຳເນີນການທັນທີທັນໃດ ເພື່ອໃຫ້ໝັ້ນໃຈວ່າສົມບັດ ສົມພອນ ຈະໄດ້ກັບຄືນມາຢ່າງປອດໄພ. ສົມບັດ ເປັນຜູ້ນຳພານັກພັດທະນາສັງຄົມ ທີ່ສ່ຽງຕໍ່ການຕົກເປັນຜູ້ເຄາະຮ້າຍຖືກບັງຄັບໃຫ້ເປັນບຸກຄົນຫາຍສາບສູນໂດຍເຈົ້າໜ້າທີ່ ດັ່ງທີ່ອົງການນິລະໂທດກຳສາກົນ (Amnesty International) ໄດ້ກ່າວໄວ້ໃນບົດຂຽນໂດຍສັງເຂບ ທີ່ອອກເຜີຍແຜ່ໃນມື້ນີ້.
ໃນບົດຂຽນໂດຍສັງເຂບ Caught on Camera ໄດ້ສຶກສາເຈາະເລີກລາຍລະອຽດກໍລະນີຂອງສົມບັດ, ຜູ້ທີ່ຖືກເອົາຕົວໄປຕໍ່ໜ້າຕໍ່ຕາເຈົ້າໜ້າທີ່ຮັກສາຄວາມສະຫງົບໃນຕອນແລງຂອງວັນທີ 15 ທັນວາ 2012 (6 ເດືອນຜ່ານມາ) ແລະເຖິງປັດຈຸບັນຍັງບໍ່ມີຂ່າວຄາວໃດໆ ເລີຍ.
“ຈາກຫຼັກຖານທີ່ມີ ຂໍ້ສະຫຼຸບທີ່ເປັນໄປໄດ້ສູງທີ່ສຸດແມ່ນ ສົມບັດ ສົມພອນ ໄດ້ຕົກເປັນເຫຍື່ອຂອງການຖືກບັງຄັບໃຫ້ເປັນບຸກຄົນຫາຍສາບສູນ ໂດຍມີເຈົ້າໜ້າທີ່ລາວເປັນຜູ້ຮັບຜິດຊອບ,” ກ່າວໂດຍ ຣູເພິດ ອາບບອດ, ນັກຄົ້ນຄວ້າວິໄຈກ່ຽວກັບ ປະເທດກຳປູເຈຍ, ລາວ, ແລະ ຫວຽດນາມ ຂອງອົງການນິລະໂທດກຳສາກົນ.
“ລັດຖະບານລາວຕ້ອງອອກຄຳສັ່ງໃຫ້ສາທາລະນະຮັບຮູ້ໂດຍດ່ວນ ແລະ ໂດຍບໍ່ມີເງື່ອນໄຂໃນການປົດປ່ອຍໃຫ້ລາວໄດ້ກັບຄືນຫາຄອບຄົວໂດຍປອດໄພ.” Continue reading “ລາວຕ້ອງດຳເນີນການ ເພື່ອໃຫ້ໄດ້ຜູ້ນຳພາ ພາກປະຊາສັງຄົມກັບຄືນມາ”