ຂໍ້​ມູນ​ທີ່​​​ຫາ​ກໍ​ປາກົດ​ກ່ຽວ​ກັບ​​ການ​ລັກ​ພາ​ຕົວ​ນັກ​ພັດທະນາ​ພາກ​ປະຊາສັງຄົມຄົນ​ລາວ

ABC Radio Australia: 14 June 2013

ທ່ານ​ສາມາດ​ຮັບ​ຟັງ​ການ​ສຳພາດ​ລະຫວ່າງ ABC ແລະ ອົງການ​ນິລະ​ໂທດ​ກຳ (Amnesty International) ໄດ້​ທີ່​ນີ້, ຫຼື ອ່ານ​​ບັນທຶກ​ການ​ສົນ​ທະນາ​ໄດ້​​​ໃນ​ລຸ່ມ​ນີ້.

​ນັບ​ເປັນ​ເວລາ 6 ​ເດືອນທີ່ສົມບັດ ສົມ​ພອນ ຜູ້ນຳ​ພາ​​ພາກປະຊາ​ສັງຄົມລາວ​ທີ່​​ໂດດ​​ເດັ່ນ​ໄດ້ຫາຍ​ຕົວ​ໄປ. ​ເຫດການ​ການ​ລັກ​ພາ​ຕົວ​​ເກີດ​ຂື້ນທີ່ໜ້າ​ປ້ອມ​ຕຳຫຼວດ​ໃນ​ນະ​ຄອນ​ຫຼວງ​ວຽງ​ຈັນ ​ໄດ້​ປາກົດ​ໃຫ້​ເຫັນ​ໃນ​ພາ​ບບັນທຶກ​ກ້ອງ​ວົງ​ຈອນ​ປິດ.

ຫຼາຍຂົງ​ເຂດ​ພາກ​ພື້ນ ລວມທັງສະຫະລັດ​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີຣົບ ​ໄດ້​ສ​ະ​ແດງ​ຄວາມ​ເປັນ​ກັງວົນ​ຕໍ່​ຊະ​ຕາ​ກຳ​ຂອງ​ສົມບັດ.Screen Shot 2013-06-14 at 21.33.33 PM

ເຈົ້າໜ້າ​ທີ່​ລາວ​​​ໄດ້​​ອອກ​ຖະ​ແຫຼ​ງການວ່າ​ພວກ​ເຂົາ​ກຳລັງ​ດຳ​ເນີນ​ການສືບສວນ​ສອບ​ສວນ​ກໍລະນີ​ດັ່ງກ່າວ ​ແຕ່​ຈົນ​ເຖິງ​ປັດຈຸບັນ​ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃດໆ​ເລີຍ​.

ມໍ່ໆ​ນີ້ ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ​ໄດ້​ຖືກ​ນຳ​ໄປວິ​ເຄາະ​ເພີ່ມ​​ເຕີມ ​ແລະ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​​ໃໝ່​ເພີ່ມ​ເຕີມ ກ່ຽວ​ກັບ​ເຫດການ​ທີ່​ເກີດຂື້ນ​​ໃນ​ຕອນ​ແລງ​ວັນ​ທີ 15 ທັນວາ 2012.

ຂໍ້​ມູນ​ດັ່ງກ່າວ​ຖືກ​ບັນທຶກ​ໄວ້​ໃນ​ບົດ​ລາຍ​ງານ​ຈາກ​ອົງການ​ນິລະ​ໂທດ​ກຳ​ສາກົນ (Amnesty International) ​ໂດຍ​ມີ​ຊື່ວ່າ ‘Caught on camera – the enforced disappearance of Sombath Somphone’.

ຜູ້ສຳ​ພາດ: ຣິຊາດ ອີ​ວາດ​ທ໌ (Richard Ewart)

ຜູ້​ໃຫ້​ສຳ​ພາດ: ​ຣູ​ເພີດ ອາບ​ບອດ​ (Rupert Abbott), ນັກ​ຄົ້ນຄວ້າ​ກ່ຽວ​ກັບປະ​ເທດ​ລາວ, ອົງການ​ນິ​ໂທ​ດກຳ​ສາກົນ

ອາບ​ບອດ: ​ໃນ​ບົດ​ລາຍ​ງານ Caught on Camera, ​​ພວກ​ເຮົາ​ຄຳ​ນຶງ​ເຖິງ​ເນື້ອ​ໃນ 3 ​ເລື້ອງ ທີ່​ມາ​ທີ່​ໄປຂອງ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ, ​​ເກີດ​ຫຍັງ​ຂື້ນ​​ກ່ອນ​ມື້​ວັນ​ທີ 15 ທັນວາ 2012 ​ແລະ ​ພວກ​ເຮົາ​ໄດ້​ຄົ້ນ​ພົບ​ວ່າ​ແທ້​ຈິງ​ແລ້ວ​ມັນ​ມີ​ສັນ​ຍານ​ວ່າ​ເຈົ້າ​ໜ້າ​ທີ່​ໄດ້​ພະຍາຍາມ​ກີດ​ກັນ​ສົມບັດ​ໃນ​ສັງຄົມ​​ເຊິ່ງນຳ​ມາສູ່​ການ​ຫາຍ​ຕົວ​ໄປ​. ​ແລ້ວ​ເຮົາ​ຈະ​​ເບິ່ງ​​ໄປ​ເຖິງ​ສິ່ງ​ທີ່​ເກດ​ຂື້ນ​ໃນ​ມື້​ນັ້ນ ​ແລະ ​​ກ່າວ​ເຖິງ​ພາ​ບບັນທຶກ​ຈາ​ກກ້ອງ​ວົງ​ຈອນ​ປິດ​ທີ່​ສົມບັດ​ໄດ້​ຖືກ​​ເອີ້ນ​ໃຫ້​ຢຸດ​ຢູ່​ປ້ອມ​ຕຳ​ຫຼວດ ​ແລ້ວ​ກໍຖື​ກ​ເອົາ​ຕົວ​ໄປ​​ກັບ​ລົດ​ກະບະ​ທີ່​ເປີດ​ໄຟ​ຂໍ​ທາງ​ຢູ່​ນັ້ນ. ​ໃນ​ການ​ວິ​ເຄາະ​ພາບ​ຈາກ​ກ້ອງ​ວົງ​ຈອນ​ປິດ​​ເຊິ່ງທາງ​ຄອບຄົວ​ສົມບັດ​ບັນທຶກ​ມາ​ໄດ້ ພວກ​ເຮົາພົບ​ວ່າ​ໃນ​ນັ້ນ​ປາກົດ​ມີ​ມື​ປືນ​ຢູ່​ໃນ​ພາບ​ບັນທຶກ​ນັ້ນ ​​ເຫັນ​ວ່າ​ມີ​ການ​ຍິງ​ປືນ​​ເກີ​ດໃນ​​ເຫດການ​ມື້​ນັ້ນ. ​ເຫດຜົນ​ທີ່​ສິ່ງ​ນີ້​ມີ​ຄວາມ​ສຳຄັນ​ຫຼາຍ​ ​​ຍ້ອນ​ວ່າ​ຕຳ​ຫຼວດ​​ໄດ້​ພະຍາຍາມ​ເວົ້າ​ວ່າ​ສະຖານະ​ການ​ໃນມື້​ນັ້ນ​ເປັນ​ປົກກະຕິ ບໍ່​ມີ​ຫຍັງ​ຜິດ​ສັງ​ເກດ​ແຕ່​ຢ່າງ​ໃດ. ​ບາດ​ນີ້ ສຳລັບ​ພວກ​ເຂົາ ການ​ເວົ້າ​ວ່າ​ໃນ​​​ເຫດການ​ມື້​ນັ້ນ​ມີ​ມື​ປືນ​ນຳ ກໍ​ຄື​ຊິ​ຟັງ​ຄື​ວ່າ​ເປັນ​ເລື່ອງ​ບໍ່​ເປັນຕາ​ເຊື່ອ. ພວກ​ເຮົາຍັງ​ໄດ້​ພິຈາລະນາ​ພາຍ​ຫຼັງ ​​ການ​ສືບສວນ​ສອບ​ສວນຂອງ​ຕຳຫຼວດບໍ່​​ເປັນໜ້າ​ໜ້າເຊື່ອ​ຖືທັງ​ໝົດ ຂໍ້​ສະຫຼຸບ​ທີ່​​ແປ​ກປະຫຼາດ​ເຫຼົ່າ​ນັ້ນ​ທີ່​ວ່າ​ສະຖານະ​ການ​ເປັນ​ປົກກະຕິ​ທີ່​ຈະ​ມີ​ຄົນ​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຢຸດ​ຢູ່​ປ້ອມ​ຕຳຫຼວດ​ແລ້ວ​ຖືກ​ເອົາ​ຕົວ​ໄປ ພ້ອມ​ທັງ​ມີ​ມື​ປືນ​ປາກົດ​ໃນ​​ເຫດການ​ນັ້ນ​. ​ແລະ ພ້ອມ​ດຽວ​ກັນ ການ​ປະຕິ​​ເສດ​ຄວາມ​ຊ່ວຍ​ເຫຼືອ​ທີ່​ປະ​ເທດ​ຕ່າງໆ ​ໄດ້​ສະ​ເໜີ​ໄປ ​ຕົວຢ່າງ​ວ່າການ​ຂໍ​ເບິ່ງ​ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ​ທີ່​ເປັນ​ຕົ້ນ​ສະບັບ, ການ​ນຳ​​ໄປວິ​ເຄາະ, ການ​ລະບຸ​ປ້າຍ​ລົດ, ການ​ພະຍາຍາມ​ລະບຸ​ບຸກຄົນ​ຕ່າງໆ​ທີ່ຢູ່​ໃນ​ເຫດການ​ມື້​ນັ້ນ. ອົງການ​ນິລະ​ໂທດ​ກຳ ພວກ​ເຮົາ​ໄດ້​ພະຍາຍາມ​ໄປ​ຢ້ຽມຢາມ​ປະ​ເທດ​ລາວ​ເພື່ອ​ສົນທະນາ​ເຖິງ​ກໍລະນີ​ດັ່ງກ່າວ​ພ້ອມກັບ​​ເລື່ອງ​ອື່ນໆ ​ແລະ ພວກ​ເຮົາ​ໄດ້​ພະຍາຍາມ​ຂໍເຂົ້າ​ພົບ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ລາວ​ທີ່ຢູ່​ຕ່າງປະ​ເທດ ​​ເຊິ່ງກໍ​ໄດ້​ຮັບ​ການ​ປະຕິ​ເສດຄຳ​ຂໍ​.

ອີ​ວາດ​ທ໌: ຂ້ອຍ​ຂໍ​ຖາມ​ເຈົ້າ​ເພິ່ມ​ເຕິ​ມກ່ຽວ​ກັບ​ມື​ປືນ​ໃນ​ວີ​ດີ​​ໂອ​ໄດ້​ບໍ່ ​ເຈົ້າ​ຮູ້​ບໍ່​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ມື​ປືນ​ໃນ​ເຫດການ​ມື້​ນັ້ນ? ​ເຈົ້າ​ໄດ້​ເວົ້າ​ວ່າ​ມີ​ການ​ຍິງ​ປື້ນ​ໃນ​ມື້​ນັ້ນ ມັນມີ​ເປົ້າ​ໝາຍ​ແມ່ນ​ສົມບັດ​ບໍ ຫຼື ​ແມ່ນ​ຫຍັງ ມັນ​ຍັງ​ບໍ່​ຈະ​ແຈ້ງ​ບໍ?

ອີ​ວາດ​ທ໌: ຂ້ອຍ​ຂໍ​ຖາມ​ເຈົ້າ​ເພິ່ມ​ເຕິ​ມກ່ຽວ​ກັບ​ມື​ປືນ​ໃນ​ວີ​ດີ​​ໂອ​ໄດ້​ບໍ່ ​ເຈົ້າ​ຮູ້​ບໍ່​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ມື​ປືນ​ໃນ​ເຫດການ​ມື້​ນັ້ນ? ​ເຈົ້າ​ໄດ້​ເວົ້າ​ວ່າ​ມີ​ການ​ຍິງ​ປື້ນ​ໃນ​ມື້​ນັ້ນ ມັນມີ​ເປົ້າ​ໝາຍ​ແມ່ນ​ສົມບັດ​ບໍ ຫຼື ​ແມ່ນ​ຫຍັງ ມັນ​ຍັງ​ບໍ່​ຈະ​ແຈ້ງ​ບໍ?
ອາບ​ບອດ: ບໍ່, ປືນ​​ແມ່ນ​ໄດ້​ຍິງ​ຂື້ນ​ຟ້າ ​ແລະ ​ແນ່ນອນ ພວກ​ເຮົາ​ບໍ່​ສາມາດສະຫຼຸບ​​ໃຫ້​ເຫດຜົນ​ວ່າ​ຍ້ອນ​ຫຍັງ​ມື​ປືນ​ຈຶ່ງ​ຢູ່​​ໃນ​ສະຖານະ​ການ. ສິ່ງ​ທີ່​ເກີດ​ຂື້ນ​ແມ່ນ​ສົມບັດ​ໄດ້​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຢຸດ​ຢູ່​ໜ້າ​ປ້ອມ​ຕຳຫຼວດ ລາວ​ໄດ້​ລົງ​ຈາກ​ລົດ​ຂອງ​ລາວ ​ແລ້ວ​ມີ​ຄົນ​ຂັບ​ລົດ​ລາວ​ໄປ ຫຼັງ​ຈາກ​ນັ້ນ​ລາວ​ກໍ​ຖືກ​​ເອົາ​ຕົວ​ຂື້ນ​ລົດ​ກະບະທີ່​​ເປີດ​​ໄຟ​ກະ​ພິບ​ທີ່​ໄດ້​ເຂົ້າ​ຈອດ​ຢູ່​ບ່ອນ​ເກີດ​​ເຫ​ດ ຈາກ​ນັ້ນ​​​ຜູ້​ຊ້ອນ​ທ້າຍ​ລົດ​ຈັກ​ໄດ້​ຍິງ​ປືນ​ຂື້ນ​ຟ້າ ​ແລະ ຂັບ​ອອກ​ໄປ ​ແລະ ລົດ​ກະບະ​ກໍ​ນຳ​ຫຼັງ​ລົດຈັກ​ນັ້ນ​ໄປ. ລູກປືນ​ທີ່​ຍິງ​ຂື້ນ​ອາດ​ຈະ​ເປັນ​ການ​ຍິງ​​ເຕືອນ, ເປັນການ​ບອກ​ວ່າ​ໄດ້​ເວລາ​ອອກ​ຈາກ​ບໍລິ​ເວນ​ດັ່ງ​ກ່າວ,​ ​ເປັນການຂູ່ຜູ້​ທີ​​ເຫັນ​ເຫດການ​, ​ຍາກ​ທີ່​ຈະ​ສະຫຼຸບ​ໄດ້. ​ແຕ່​ວ່າ​ສິ່ງ​ທີ່​ຈະ​ແຈ້ງ​ແມ່ນ ມັນ​ບໍ່​ແມ່ນ​ເລື່ອງ​ທຳ​ມະ​ດາ​ທີ່​ບຸກຄົນ​ໃດ​ໜຶ່ງ​ຈະ​ຍິງ​ປືນ​ຂື້ນ​ຟ້າ​ຢູ່​ຕໍ່ໜ້າ​ປ້ອມ​ຕຳຫຼວດ​ໃນ​ຊ່ວງ​ເວລາ​ທີ່​ຖະໜົນ​ໃນ​ວຽງ​ຈັນ​ເຊິ່ງ​ເປັນ​ເມືອງ​ຫຼວງ​ຂອງ​ສປປລາວ ​ກຳລັງ​ສ່ວນ​ສົນ ​ແລະ ການ​ທີ່​ຕຳຫຼວດ​ເວົ້າ​ວ່າ​ສະຖານະ​ການ​ເປັນ​ປົກກະຕິ ມັນ​ເຮັດ​ໃຫ້​ເບິ່ງ​ຄື​ວ່າບໍ່ສົມ​ເຫດ​ສົມ​ຜົນເຂົ້າ​ໄປ​ຕື່ມ.

ອີ​ວາດ​ທ໌: ​ເຈົ້າ​​ໄດ້​​ເວົ້າ​ວ່າ​ໄດ້​ມີຄວາມ​ພະຍາ​ຍາມ​ ​ທີ່​ຈະ​​ເຂົ້າພົບ​ເຈົ້າ​ໜ້າ​ທີ່ສປປ ​ລາວ ຂ້ອຍ​ຄິດ​ວ່າ ​ກໍ​ບໍ່​ແມ່ນ​ເລື່ອງ​​ຜິດ​ປົກກະຕິ​ທີ່​ລັດຖະບານ​ລາວ​ຈະ​ປະຕິ​ເສດ​ບໍ່​ໃຫ້​ເຂົ້າ​ພົບ ​ແລະ ສົນທະນາ​ກັບ​ບຸກຄົນດັ່ງ​ເຊັ່ນ​ເຈົ້າ ກ່ຽວ​ກັບ​ຄະດີ ຫຼື ກ່ຽວ​ກັບສະຖານະ​ການຕ່າງໆ​ທີ່​ເກີດ​ຂື້ນ​ພາຍ​ໃນ​ປະ​ເທດຂອງ​ຕົນ​ເອງ. ​​ເຮົາ​ຄວນ​ຈະ​ເວົ້າ​ວ່າ​ມັນ​ເປັນ ​ທິດ​ສະ​ດີກາ​ນສົມຮູ້​ຮ່ວມ​ຄິດບໍ ຫຼື ພວກ​ເຮົາ​ຄວນ​ເຊື່ອ​ວ່າ​ ພວກ​ເຂົາ ​ໃນ​ນາມ​ລັດຖະບານກຳລັງສືບສວນ​ສອບ​ສວນ ​ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ກຽມພ້ອມ​ທີ່​ຈະ​ອອກ​ສູ່​ສາ​ທະ​ລະນະ​ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ.

ອາບ​ບອດ: ການ​ທີ່ຕຳຫຼວດ​ໄດ້​ອອກ​ຖະ​ແຫຼ​ງການ​ລາຍ​ງານ​ເມື່ອ​ສອງ​​ເດືອນ​ກ່ອນ​ເຖິງ​ຄວາມ​ຄືບ​ໜ້າ​ຂອງ​ການ​ສືບສວນ​ສອບ​ສວນ ວ່າ​ພວກ​ເຂົາ​ໄດ້​ຂໍ້​ມູນ​ຫຍັງ​ແດ່ ​​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ວ່າການ​ສືບສວນ​ສອບ​ສວນ​ຂາດ​ປະສິດທິພາບ​ແທ້ໆ. ຂ້ອຍ​ໝາຍ​ຄວາມ​ວ່າພວກ​ເຂົາຍັງ​ບໍ່​ສາມາດ​ແມ້ກະທັ້ງລະບຸ​​ໄດ້​ວ່າ​ມີ​ມື​ປືນ​ໃນ​​ບໍລິ​ເວນ​​​ເຫດການ​ໃນ​ມື້​ນັ້ນ ຕົວຢ່າງ​ວ່າ ດັ່ງ​ທີ່​ຂ້ອຍ​ໄດ້​​ເວົ້າ​ມາວ່າ​ມີ​ຄົນ​ຍິງ​ປືນ​ຂື້ນ​ຟ້າ. ​​ແນວ​ໃດ​ກໍ​ຕາມ ​ເປັນ​ເວລາ 6 ​ເດືອນ​ແລ້ວ ພາບ​ລັກ​ຂອງ​ປະ​ເທດ​ລາວ​ກໍ​ກຳລັງ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ຈາກ​ສິ່ງ​ທີ່​ເກີ​ດຂື້ນ ​ແລະ ​ເລື່ອງນີ້​ກໍ​ຈະ​ບໍ່​ຈາງ​ຫາຍ​ໄປ​ໃສ ການ​ທີ່​ບໍ່​ຍອມຮັບ​ການ​ຊ່ວຍ​ເຫຼືອ​ຍ້ອນ​ເຫ​ດຜົນ​ ຕົວຢ່າງ​ເຊັ່ນ​ວ່າ​ເປັນ​ເລື່ອງ​ກຽດ​ສັກ​ສີ​ຂອງ​ປະ​ເທດຊາດ ກໍ​ຍິ່ງ​ຈະ​ເຮັດ​ໃຫ້​ພາບ​ລັກເສຍ​ຫາຍ​​ຮ້າຍ​ແຮງ​ຂື້ນ​​ເລື້ອຍໆ. ສປປລາວ ອາດ​ຈະ​ບໍ່​ມີ​ຄວາມ​ອາດ​ສາມາດ​ດ້ານເຕັກນິກ​​ ດັ່ງ​ທີ່​ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ສະ​ເໜີ​​ໃຫ້ການ​ຊ່ວຍ​ເຫຼືອ​ໃນ​ການ​ວິ​ເຄາະ​ພາບ​ບັນທຶກ​ດັ່ງກ່າວ. ນີ້​ແມ່ນ​ຫຼັກ​ຖານ​ທີ່​ດີ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ ທີ່​ເຈົ້າຫາ​ບໍ່​ໄດ້​ອີກ​ແລ້ວ. ຄວາມ​ຈິງ​ມັນ​ຖືກ​ບັນທຶກ​ໂດຍ​ກ້ອງ​ວົງ​ຈອນ​ປິດ​ທາງ​ຫຼວງ ​ແລະ ຄອບຄົວ​ກໍ​​ໄດ້ຫາ​ວິທີ​ບັນທຶກ​ເອົາ​ມາ​ໄວ້​ ດັ່ງ​ນັ້ນ ການ​ທີ່ເຈົ້າ​ໜ້າ​ທີ່ປະ​ຕິ​ເສດ​ການ​ຊ່ວຍ​ເຫຼືອ ຖື​ວ່າ​ເປັນ​ເລື່ອງ​ທີ່​ໜ້າ​ກັງວົນ​ທີ່​ສຸດ ​ແລະ ສຳລັບອົງການ​ນິລະ​ໂທດກຳສາກົນ​ເຫັນ​ວ່າການ​​ເຮັດ​​​ແບບ​ນັ້ນ​ຖື​ວ່າ​ເປັນ​ການ​ປົກປິດຄວາມ​ຈິງ.

ອີ​ວາດ​ທ໌: ​ແລະ ຄວາມ​ຈິງ​ທີ່​ວ່າ ຄອບຄົວ​ມີ​​ສຳ​ເນົາວີ​ດີ​ໂອດັ່ງ​ກ່າວ ​ແລະ ຂ້ອຍ​ເດົາ​ວ່າມັນ​ວ່າມັນ​ອາດ​ຈະ​ຮົ່ວ​ໄຫຼ​ໄປ​ຫາ​ພວກ​ເຂົາ, ສ​ະ​ແດງ​​ວ່າ​​ມີບຸກຄົນ​ພາຍ​ໃນເຈົ້າ​ໜ້າ​ທີ່​ລາວທີ່​ມີ​ຂໍ້​ມູນ​ຫຼາຍ​ກວ່າ​ລັດຖະບານ ​​ແລະ​​ ​ພ້ອມ​ຈະ​ສະໜອງ​ໃຫ້ ​ແລະ ທີ່​ເປັນກັງວົນ​ກ່ຽວ​ກັບ​ເລື່ອງ​ນີ້?

ອາບ​ບອດ: ຄອບ​ຄົວ​ໄດ້​ສຳ​ເນົາວີ​ດີ​ໂອ​ມາ ​ແລະ ຂໍ​ອະທິບາຍ​ໃຫ້​ຈະ​ແຈ້ງ ວີ​ດີ​ໂອ​ນີ້​ຖືກ​ບັນທຶກ​ດ້ວຍ​ກ້ອງ​ໂທລະສັບ​ມື​ຖື​ຫຼື​ອຸປະກອນ​ໄຟຟ້າ​ຄ້າໆ​ກັນ ​ເຊິ່ງ​ເປັນ​ເຫດຜົນ​ວ່າ​ພາບວີ​ດີ​ໂອ​ທີ່​ເຜີຍ​ແຜ່​ໄປ​ທົ່ວ​ຢູ່​ໃນ​ໂລກ​ອອນ​ລາຍ​ດຽວ​ນີ້ ມັນ​​ເປັນ​ມົວໆ. ດັ່ງ​ນັ້ນ ສິ່ງ​ທີ່ຢາກ​ຮຽກຮ້ອງ​ຕໍ່​ເຈົ້າ​ໜ້າ​ທີ່​ກໍ​ຄື ​​ໃຫ້​ນຳ​ເອົາພາບ​ຕົ້ນ​ສະບັບ​ມາ​ເຜີ​ຍ​ແຜ່ ​ເຊິ່ງຈະ​ເປັນ​ພາບ​ທີ່​ແຈ້ງ​ກວ່າ​ນີ້. ສິ່ງ​ທີ່​ເກີດ​ຂື້ນ​ກໍ​ຄື ຄອບຄົວ​ໄດ້​ໄປ​ຫາ​ປ້ອມ​ຕຳຫຼວດ​ທັນທີ​ຫຼັງ​ຈາກ​ທີ່​ສົມບັດ​ຫາຍ​ຕົວ​ໄປ ​ແລະ ​ໄດ້​​ເຫັນພາບ​ບັນທຶກ​ດັ່ງກ່າວ​ ​ແລະ​ໄດ້​​ຖ່າຍ​ວີ​ດີ​ໂອ​ເອົາ​ໄວ້. ຂ້ອຍ​ຄິດ​ວ່າ​​ມັນສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ແມ່ນ​ເຈົ້າ​ໜ້າ​ທີ່​ທຸກ​ຄົນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນີ້ ​ເຊິ່ງວ່າ​ພວກ​ເຮົາ​ບໍ່​ຄິດ​ວ່າ​ມັນ​ຈຳ​ເປັນ​ຕ້ອງ​ເປັນ​ຄຳ​ສັ່ງ​ຈາກ​ເທິງ​ລົງ​ມາ​ລຸ່ມ​ເທົ່າ​ນັ້ນ. ​ແຕ່​ຄວາມ​ຈິງ​ທີ່​ວ່າ ຕຳຫຼວດ​ຢູ່​ບ່ອນ​ເກີດ​ເຫດ​ບໍ່​ໄດ້​ຂັດຂວາງ​ບໍ່​ໃຫ້​ຄົນ​ເອົາ​ສົມບັດ​ໄປ ດັ່ງ​ນັ້ນຕຳຫຼວດ​ຕ້ອງ​ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ເລື່ອງ​ນີ້​ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ. ດັ່ງ​ນັ້ນ ຂ້ອຍ​ຄິດ​ວ່າ​ມັນ​ເປັນ​ກໍລະນີ​ທີ່​ວ່າ​ຕຳຫຼວດ​ກຳລັງປະຕິບັດໜ້າທີ່ຢູ່ໃນຕອນນັ້ນ ຄອບຄົວສົມບັດໄດ້ສຳເນົາພາບບັນທຶກເຫດການມາໂດຍບໍ່ຮູ້ມາກ່ອນວ່າມີຫຍັງເກີດຂື້ນ ແລະ ບໍ່ຮູ້ວ່າເປັນເລື່ອງທີຄວນຈະປົກປິດເປັນຄວາມລັບ.

ອີວາດທ໌: ແລະ ​ເທົ່າ​ທີ່ຂະບວນການສືບສວນສອບສວນໄດ້ດຳເນີນໄປ ເລື່ອງນີ້ ຕາມ​ຄວາມ​ເຂົ້າ​ໃຈ​ຂອງຂ້ອຍ ມັນບໍ່ຈຳເປັນທີ່​ສົມບັດ​ຈະຕ້ອງຖືກ​ຄຸມ​ຂັງ​ຢູ່​ໃນ​ປະ​ເທດ​ລາວ​ເທົ່າ​ນັ້ນ ມັນ​ອາ​ດຈະ​ກ່ຽວຂ້ອງ​ກັບປະ​ເທດ​ອ້ອມ​ຂ້າງ​ນຳ?

ອາບ​ບອດ: ​ແມ່ນ​​ແລ້ວ ຄວາມ​ຮັບຜິດຊອບ​ຢູ່​ທີ່​ສປປລາວ​ທີ່​ຈະ​ສອບ​ສວນ​ສືບສວນ​ຢ່າງ​ຖືກ​ລະບຽບ​ຫຼັກການ. ​ໃນ​ບົດ​ລາຍ​ງານ​ຂອງ​ພວກ​​ເຮົາ Caught on Camera, ​ໄດ້​​​ໃຫ້​ຂໍ້​ແນະນຳ​ໃຫ້​ແກ່​ລັດຖະບານ​ລາວ​​ໃຫ້ກວດ​ສອບ​ເລື່ອງ​ນີ້​ໃຫ້​ຖືກຕ້ອງ ກໍ​ຄື ​ໃຫ້​ຊອກ​ຫາ​ຕົວ​ສົມ​ບັດ​ໃຫ້​ພົບ, ອອກ​ຄຳ​ສັ່ງ​ໃຫ້​ບຸກຄົນ​ທີ່ຄຸມ​ຂັງ​ລາວ​ທີ່​ເປັນ​ເຈົ້າ​ໜ້າ​ທີ່​ໃຫ້ມີ​ການ​ປ່ອຍ​ຕົວ​ສົມບັດ ​ໂດຍ​ການ​ແຕ່ງ​ຕັ້ງ​ໃນ​ມີ​ຄະນະ​ກຳມະການ​ສືບສວນ​ສອບ​ສວນ​ໂດຍ​ສະ​ເພາະ​ໃຫ້​ສືບ​ຫາ​ສະຖານ​ທີ່​ຄຸມ​ຂັງ​ສົມບັດ ສືບ​ຫາ​ສາ​ເຫດ​ເບື້ອງ​ຫຼັງວ່າ​ຖືກ​ເອົາ​ໄປ​ຍ້ອນ​ຫຍັງ ​ແລະ ຮັບປະກັນ​ວ່າ​ລາວ​ຈະ​ຖືກ​ປ່ອຍ​ຕົວ​ອອກ​ມາ ພ້ອມ​ທັງ​ກັບ​ຄືນ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ ​ແລະ ​ນຳຜູ້​ທີ່ຢູ່​ເບື້ອງ​ຫຼັງການ​ຈັບ​ຕົວ​ສົມບັດ​​​​ໄປ​ດຳ​ເນີນ​ການ​ຕາມ​ຂະ​ບວນການ​ຍຸດຕິ​ທຳ. ຄະນະ​ສືບສວນ​ສອບ​ສວນ​ຊຸດ​ປັດຈຸ​ບັນ​ເຫັນ​ໄດ້​ວ່າ​ມີ​ຄວາມ​ບົກ​ພ່ອງ​ໃນ​ການ​ສືບສວນ​ສອບ​ສວນ ​ເຊິ່ງ​ເປັນກົມ​ຕຳຫຼວດ​ທີ່​ດຳ​ເນີນ​ການ​ສືບສວນ​ກັບ​ຕຳຫຼວດ ດັ່ງ​ນັ້ນ​ຄວນ​ຈັດ​ແຕ່ງ​ຕັ້ງ​ໃຫ້​ມີ​ຄະນະ​ກຳມະການ​ສະ​ເພາະ​ເພື່ອ​ດຳ​ເນີນ​ການ​ເລື່ອງ​ນີ້​ເໝາະ​ສົມ. ​ແຕ່​ທີ່​ເຈົ້າ​ເວົ້າ​ແມ່ນ​ມີ​ຄວາມ​ຖືກ​ຕ້ອງ​ທີ່​ສຸດ ການ​ບັງຄັບ​ບຸກຄົນໃຫ້ຫາ​ຍສາບ​ສູນ, ມັນ​ແມ່ນ​ການ​ຫາຍ​ຕົວ, ມີບຸ​ກຄົນ​ຖືກ​​ລັກ​ພາ​ຕົວ​ໂດຍ​ມີ​ເຈົ້າ​ໜ້າ​ທີ່​ມາ​ກ່ຽວ​ຂ້ອງ​ນຳ, ​ແລະ ກໍ​ຍັງ​ເປັນ​ການ​ລະ​ເມີດ​ສິດທິ​ມະ​ນຸດ​ຂັ້ນ​ຮ້າຍ​ແຮງ ​ເຊິ່ງມີ​ຄວາມ​ແຕກ​ຕ່າງ​ຈາກ​ການລະ​ເມີ​ດສິດທິມະນຸດ​ຮູບ​ແບບ​ອື່ນໆ ຖື​ວ່າ​ເປັນ​ອາ​ຊະ​ຍາ​ກຳ​ພາຍ​ໃຕ້​ກົດໝາຍ​ສາກົນ ​ເຊິ່ງໝາຍ​ຄວາມ​ວ່າ​ປະ​ເທດ​ອື່ນໆ ພາຍ​ໃຕ້​ກົດໝາຍ​ສາກົນ​ສາມາດ​ໃຊ້​ອຳນາດ​ສານ​ສາກົນ​ດຳ​ເນີນ​ການ​ຂະ​ບວນການ​ສືບສວນ​ສອບ​ສວນ​ໄດ້ ​ແລະ ​ໃຊ້​ອຳນາດ​ສານ​ສາກົນ ​ແລະ ນຳ​ຕົວ​ຜູ້​ໜ້າ​​ສົງ​ໃສຢູ່​ເບື້ອງ​ຫຼັງ​​ໃຫ້​ເຂົ້າ​ໄປ​ດຳ​ເນີນ​ການ​ໃນ​ຂະ​ບວນການ​ຍຸດຕິ​ທຳ. ​ທັງໝົດ​ນີ້​ແມ່ນ​ການ​ເປີດ​ໃຫ້​ປະ​ເທດ​ອື່ນໆ, ສາກົນ​ເຂົ້າ​ມາ ​ແລະ ​ເປັນ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ຂຽນ​ໄວ້​ໃນ​ບົດ​ລາຍ​ງານ​ດັ່ງກ່າວ ​​ເຊິ່ງຈະ​ຖື​ວ່າ​ເປັນ​ການ​ດຳ​ເນີນ​ການ​ທີ່​ຄວນ​ມີ​ການ​ພິຈາລະນາ​ໃນ​ຕໍ່​ໜ້າ ຖ້າ​ຫາກ​ວ່າ​ລັດຖະບານ​ບໍ່​ດຳ​ເນີນ​ການ​ຢ່າງ​ຖືກຕ້ອງ​ແລະ​​ເໝາະ​ສົມ ​ເພື່ອ​ຊອກ​ຫາ​ຕົວ​ສົມບັດ.