ແມ່ຍິງ 2 ຄົນເປີດເຜີຍບາດແຜ ທີ່ບໍ່ເຄີຍດີຂື້ນ, ບໍ່ເຄີຍຫາຍໄປ

The Philippine Inquirer: 20 ກໍລະກົດ 2014

​ໂດຍ ທາຣາ ຄຸຍ​ສມັນ​ໂດ (Tarra Quismundo)

620x413x20_2women.jpg.pagespeed.ic.kbRhDgxs_O
ສອງບຸກຄົນທີ່ຕົກໃນສະພາບດຽວກັນ ອິດິຕາ ເບີໂກສ ( Edita Burgos) ແລະ ອຶງ ຊຸຍມິງ (Ng Shui Meng) ໄດ້ພົບກັນໃນກອງປະຊຸມລະດັບໂລກກ່ຽວກັບການບັງຄັບໃຫ້ສູນຫາຍ. ໂຈອານ ບອນດອກ (JOAN BONDOC)

​ພວກ​ເຂົາ​ແມ່ນ​ຫົວ​ໃຈສອງ​ດວງ​ທີ່​ສ່ວນໜຶ່ຫາຍ​ໄປ ​​ແລະ​ຖືກ​ນຳ​ມາ​​ໂຮມ​​ເຂົ້າກັນ​ໂດຍ​ມີ​ເປົ້າ​ໝາຍ​ອັນດຽວ​ກັນ​ກໍ​ຄືວ່າ: ມື້​ໃດ​ມື້ໜຶ່ງຈະບໍ່​ມີ​ແມ່, ບໍ່​ມີ​ພັນ​ລະ​ຍາ, ບໍ່​ມີ​ໝູ່ ​ຫຼື ສະມາຊິກ​ຄອບຄົວຜູ້​ໃດ​ໄດ້​ສຳຜັດ​ກັບ​ເຫດການ​ເຊັ່ນ​ດຽວ​ກັນ​ກັບ​ພວກ​ເຂົາ ກໍ​ຄື​ຄ​ວາ​ມບໍ່​ແນ່ນອນ​ ​ແລະ “ທຸກ​ທໍລະມານ” ກັບ​ການ​ສູນ​ເສຍ​ຄົນ​ຮັກ​​ທີ່​ພວກ​ເຂົາ​ຕ້ອງ​ທົນຕໍ່​ໄປ​ເລື້ອຍໆ

ອີ​ດິຕາ ​ເບີ​ໂກສ (Edita Burgos),​ ຜູ້​ເປັນ​ແມ່​ຂອງໂຈ​ນາສ ​ເບີ​ໂກສ (Jonas Burgos)​ ນັກ​ເຄື່ອນ​ໄຫວ​ທີ່​ຫາຍ​ຕົວ​ໄປ ​ ​ແລະ ອຶງ ຊຸຍ​ມິ​ງ (Ng Shuimeng) ຊາວ​ສິງກະ​ໂປ ຜູ້​ເປັນ​ພັນ​ລະ​ຍາ ສົມບັດ ສົມ​ພອນ ​ນັກ​ພັດທະນາ​ຄົນ​ລາວ, ນັກ​ເສດຖະສາດ ​ແລະ ຜູ້​​ໄດ້ຮັບ​ລາງວັນຣາມອນ​ແມັກ​ໄຊ​ໄຊ. ​ແມ່​ຍິງທັງ​ສອງ​ໄດ້​ພົບ​ກັນ​​ເປັນ​ຄັ້ງ​ທຳ​ອິດ​​ເມື່ອ​ວັນ​ພະຫັດ​ທີ່​ກຸງ​ມະນີ​ລາ ​ແລະ ບັງ​ເອີນ​​ເປັນ​​ເພື່ອ​ນຮ່ວມ​ຫ້ອງ​ກັນ​​ໃນ​ລະຫວ່າງ​ກອງ​ປະຊຸມ 4 ມື້​ເຊິ່ງມີ​ເປົ້າ​ໝາຍ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​​​​ໃຫ້ການ​ຊ່ວຍ​ເຫຼືອແກ່ຄອບ​ຄົວ​ທີ່​ຜູ້​ສູນຫາຍ​ໃນ​ລະດັບ​ໂລກ

​ໃນ​ຂະ​ນະນີ້ ​ເບິ່ງ​ຄື​ວ່າ​ຢູ່​ຈຸດ​ສູງ​ທີ່​ສຸດ, ​ໂຊກ​ຊະຕາ​ໄດ້​ພາ​ໃຫ້​​ແມ່​ຍິງ​ສອງ​ຄົນ​ນີ້​ມາ​ພົບ​ພໍ້ກັນ ​ເຊິ່ງ​ຕ່າງ​ຄົນກໍມີ​ພາລະກິດ​ຊີວິດ​ກໍ​ຄື ການຊອກ​ຫາ​ຄົນ​ທີ່​ຫາຍ​ໄປ,​ ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄອບຄົວ​ທີ່​​ສູນເສຍ​ພວກ​ເຂົາ​ໄປ, ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ດຳ​ເນີນ​ການ​ທົ່ວ​ໂລກ​​ເພື່ອ​ຕໍ່ຕ້ານ​ການ​ບັງຄັບ​​ໃຫ້​ສູນຫາຍ.

“ພວກ​​ເຮົາ​ໄດ້​​ຖືກຈັດ​ສັນ​ໃຫ້​ໄດ້​ພົບ​ກັນ. ຂ້ອຍ​ບໍ່​ເຊື່ອ​ວ່າ​ມັນ​ແມ່ນ​ຄວາມ​ບັງ​ເອີນ ຫຼື ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ. ຂ້ອຍ​ເຊື່ອ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​​ແມ່ນ​ພົມລິຂິດ. ພ​ະ​ເຈົ້າ​ສົ່ງ​​ເຈົ້າ​ມາ​ນີ້​ຍ້ອນ​ວ່າມີ​ບາງ​ສິ່ງ​ທີ່​ເຈົ້າ​ສາມາ​ດ​ເຮັດ​ໄດ້ ​ແລະ ມີ​ບາງຢ່າງ​ດີໆ ຈະ​​ເປັນ​ຜົນ​ອອກ​ມາ​ຈາກ​ສິ່ງ​ໆ ນັ້ນ. ນີ້​ແມ່ນ​ມຸມ​ມອງ​ຂອງ​ຂ້ອຍ​ກ່ຽວ​ກັບ​ເລື່ອງ​ນີ້,” ​ເບີ​ໂກສ ​ໄດ້​ບອກ​ກ່າວກັບ​ຜູ້​ສອບ​ຖາມ

ທັງ​ສອງ​​ໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ລະດັບ​ຊາດ​ກ່ຽວ​ກັບ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານຈິດ​ສັງຄົມ​​ໃຫ້​ກັບ​ຄ​ອບຄົວ​ຜູ້​ສູນ​ຫາຍ ​ແລະ ງານ​ດັ່ງກ່າວ​ໄດ້​ຈັດ​ຂື້ນ​ທີ່​ກຸງ​ມະນີ​ລາ ​ໂດຍສະຫະພັນ​ອາຊີ​ຕໍ່ຕ້ານ​ການ​ຫາຍ​ສູນຫາຍ​ໂດຍ​ບໍ່​ສະໝັກ​ໃຈ (the Asian Federation Against Involuntary Disappearances) ​ເຊິ່ງ​ເປັນ​ສະຫະພັນ​ກຸ່ມ​ສິດທິ​ມະນຸດ​​ໃນ​ລະດັບ​ພາກ​ພື້ນ​ທີ່​ກໍ່​ຕັ້ງ​ຂື້ນ​​ໃນ​ປະ​ເທດ​ຟິລິບ​ປິນ ປີ 1998.

“ຂ້ອຍໄດ້​ຍິນ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ ​ແລະ ກໍ​ໄດ້​ສວດ​ມົນ​ພາວະນາ​ໃຫ້​ລາວ… ​ເມື່ອຂ້ອຍ​ເຂົ້າ​ມາ​ໃນ​ຫ້ອງ​ນີ້, ຂ້ອຍ​ເຫັນລາວ​​ເປັນ​ຄົນ​ທີ່​ສະຫງ່າ​ງາມ​ຫຼາຍ. ຂ້ອຍ​ແນະນຳຊື່​ຕົນ​ເອງ ​ແລະ ກໍ​ເຫັນ​ຊື່​ຂອງ​ລາວ, ​ແລ້ວ ກໍ​ບອກລາວ​ວ່າ, ‘ຂ້ອຍ​ຂໍ​ໂທດ ຂ້ອຍ​​ເຫັນ​ເຈົ້າ​ທຳ​ອິດ ຂ້ອຍ​ຈື່​​ເຈົ້າບໍ່​ໄດ້,'” ​ເບີ​ໂກສກ່າວ​ໄວ້, ​ເລົ່າຄືນ​ມື້​ທີ່​ພົບ​ກັບ​ຊຸຍ​ມິ​ງ​ໃນມື້ທຳ​ອິດ​ຂອງ​ກອງ​ປະຊຸມ, ​ຕອນ​ເຊົ້າ​ວັນ​ພະຫັດ ທີ່ ​ໂຮງ​ແຮມ ​ເບ​ວິວ, ກຸງ​ມະນີ​ລາ.

ພວກ​ເຂົາທັງ​ສອງ​ໄດ້​ພັກ​ຢູ່​ຫ້ອງ​ດຽວ​ກັນ​ເປັນ​ເວລາ 4 ມື້.

ສຳລັບ​ເບີ​ໂກສ, ການທີ່​ໄດ້​ຟັງ​ສິ່ງ​ທີ່​ຊຸຍ​ມິ​ງກ່າວ​​ໃນ​ກອງ​ປະຊຸມ ມັນ​​ໄດ້​​ເຮັດ​​ໃຫ້​ຄວາມ​ຮູ້ສຶກ​ເຈັບ​ປວດ​ຫວນ​ຄື​ນມາ.

“ຕອນ​ທີ່​ລາວ​ເລີ່​ມ​ເວົ້າ​ກ່ຽວ​ກັບ [ສິ່ງ​ທີ່​ເກີດ​ຂື້ນ​ກັບ​ສາມີ​ຂອງ​ລາວ], ມັນ​ເປັນ​ເລື່ອງ​ທີ່​ຟັງ​ຍາກ. ​ເບິ່ງ​ຄື​ວ່າ​ຫົວ​​ໃຈ​ຂອງ​ລາວ​​ແຕກ​ສະຫຼາຍ​ເທື່ອ​ລະ​ໜ້ອຍ​ໃນ​ແຕ່​ລະ​ມື້. ​ເມື່ອ​ຂ້ອຍ​ໄດ້​ຍິນ​ລາວ​ເວົ້າ, ​ຄວາມ​ຊົງ​ຈຳ​ຂອງຂ້ອຍ​ໄດ້​ຫວນ​ກັບ​ມາ. ຂ້ອຍ​ເຂົ້າ​ໃຈຄວາມ​ຮູ້ສຶກ​ຂອງ​ລາວ​ດີ,” ​ເບີ​ໂກສກ່າວ​ໄວ້, ​​ເຊິ່ງລາວ​​ເອງ​ກໍ​​ເຊັ່ນ​ດຽວ​ກັນກັບ​ຊຸຍ​ມິ​ງ, ຕ່າງ​ຄົນ​ຕ່າງ​ເດີນທາງ​ມາ​ຈາກ​ຄົນ​ລະ​ສ່ວນ​ຂອງ​ໂລກ​ເພື່ອ​ຄົ້ນ​ຫາ​ຄຳ​ຕອບ.

ຊຸຍ​ມິ​ງ ​ເຊັ່ນ​ດຽວ​ກັນ ກໍ​ເປັນອະດີດ​ນັກ​ພັດທະນາ​ຂອງ​ອົງການກອງ​ທຶນ​ເດັກນ້ອຍ​ສະຫະ​ປະຊາ​ຊາດ ​(Unicef), ​ລາວໄດ້​ສູນ​ເສຍ​ສາມີ​ຂອງ​ຕົນ​ ຜູ້ທີ່​ໄດ້​ແຕ່ງງານ​ກັນ​ມາຮ່ວມ​ 30 ປີ ​ໃຫ້​ກັບ​ກຸ່ມ​ຜູ້​ຊາຍກຸ່ມ​ໜຶ່ງ​ໃນ​ຕອນກາງ​ຄືນ​ຂອງ​ວັນ​ທີ 15 ທັນວາ ປີ2012, ​​​ໃນ​ຂະນະ​ທີ່​ສາມີ​ຂອງ​ລາວ​ກຳລັງ​ຂັບ​ລົດ​ກັບເມືອ​​ເຮືອນ ​ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ. ພາບ​ບັນທຶກ​ຈາກກ້ອງ​ວົງ​ຈອນ​ປິດ​ໄດ້​ປາກົດ​ໃຫ້​ເຫັນ​ວ່າ​ສາມີ​ຂອງລາວ​ໄດ້​ຖືກ​ເອົາ​ຕົວ​ໄປ​ຫຼັງ​ຈາກ​ທີ່​ຖືກ​​ເຈົ້າ​ໜ້າ​ທີ່ຕຳ​ຫຼວດ​ເອີ້ນ​ໃຫ້​ຢຸດ.

​ເບີ​ໂກສ ຍັງ​ຄົງສືບ​ຕໍ່​ຊອກຫາ​ລູກຊາຍ​ຂອງ​ລາວ, ​ໂຈ​ນັສ ​ເຊິ່ງ​ເປັນນັກ​ເຄື່ອນ​ໄຫວ ທີ່​ຖືກ​ເອົາ​ຕົວ​ໄປ​ໃນ​ຂະນະ​ທີ່​ລາວ​ກຳລັງ​ກິນ​ເຂົ້າທ່ຽງ​ຢູ່​ຫ້າງ ​ຄູ​ໂຊນ ຊິ​ຕີ​ມໍລ (Quezon City Mall) ​ເມື່ອ​ວັນ​ທີ 28 ​ເມສາ ປີ2007.

ລາວ​ເຊື່ອ​ວ່າ​ທະຫານ​​ເປັນ​ຜູ້​ທີ່ຢູ່​ເບື້ອງ​ຫຼັງ​ການ​ຫາຍ​ຕົວ​ໄປ​ຂອງ​ລູກ​ຊາຍ​ລາວ ​ແລະ ​ລາວ​ໄດ້​ປະສົບ​ຜົນ​ສຳ​ເລັດ​ໃນ​ການ​ຮ້ອງທຸກ​ໃນສານ​ສູງສຸດ​ເພື່ອ​ບັງຄັບ​ໃຫ້​ກອງ​ກຳລັງ​ທະຫານ​ດຳ​ເນີນ​ການ​ກັບ​ທະຫານ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ລັກ​ພາ​ຕົວ ອີງ​ຕາມ​ຫຼັກ​ຖານ​ທີ່​ມີ.

ຊຸຍ​ມິ​ງ,​ ​ໃນ​ທາງ​ກົງກັນຂ້າມ, ​ໄດ້​ກ່າວ​ໄວ້​ວ່າ​ຕົນ​ເອງ​ບໍ່​ຢາກ​ຄາດ​ເດົາ​ວ່າ​ລັດຖະບານ​ມີ​ສ່ວນ​ກ່ຽວ​ຂ້ອງ ​ແລະ ຫວັງ​ວ່າ “​ເພິ່ນຈະມີ​ຄວາ​ມພະຍາຍາມຢ່າງຈິງ​ໃຈ​ ​ແລະ ຊອກ​ຫາ ​ແລະ ​ເອົາ​ສົມບັດ​ກັບ​ມາ​”

ໃນ​ລະຫວ່າງ​ກິນ​​ເຂົ້າ​ເຊົ້າມື້​ທຳ​ອິດ ວັນ​ທີ 17 ກໍລະກົດ ພວກ​ເຂົາ​ໄດ້​ແລກ​ປ່ຽນ​ກັນ ​ໂດຍ ຊຸຍ​ມິ​ງ​​ເຊິ່ງມີອາຍຸ 67 ປີ​ ​ ​ໄດ້​ຂໍ​ຄຳ​ແນະນຳ​ຈາກ​ເບີ​ໂກສ ຜູ້​ມີ​ອາຍຸ 70 ປີ ​ປຽບ​ດັ່ງຕົນ​ເອງ​ເປັນ​ນ້ອງ​ສາວ​ທີ່ຢາກ​ຮຽນ​ຮູ້​ວິຊາ​ຄວາມ​ຮູ້​ຈາ​ກຜູ້​ທີ່​ມີ​ປະສົບ​ການ​ມາ​ກ່ອນ.

ຍັງ​ບໍ່​ຮອດ​ ຈຸດນັ້ນ​ເທື່ອ

“ລາວ​ຖາມ​ຂ້ອຍ​ວ່າ ‘​ເຈົ້າຮັບ​ມື​​ກັບ​ເລື່ອງ​ນີ້​ແນວ​ໃດ?’ ​ເພາະວ່າ​ລາວ​ຍັງ​ບໍ່​ຮອດ​ຈຸດ​ນັ້ນ​ເທື່ອ,” ​ເບີ​ໂກສກ່າວ, “​ຈຸດນັ້ນ” ​​​ແມ່ນ​ບ່ອນ​ທີ່​ອະທິບາຍ​ຄວາມ​ໝາຍ​ໄດ້​ຍາກ​ຫຼາຍ ​ແຕ່​ຮັບ​ຮູ້​ໄດ້​ເມື່ອ​ໄປ​ຮອດ​ແລ້ວ.

“​ເພາະວ່າ​ຂ້ອຍ, ​ກັບ​ຄອບຄົວ​ຂ້ອຍ, ພວກ​ເຮົາ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ແລ້ວ ຈົນ​ວ່າ​ບໍ່​ສາມາດ​ເວົ້າ​ວ່າ​ຂ້ອຍບໍ່​ເຄີຍ​​ເຮັດ​ຫຍັງ​ເລີຍ. ຂ້ອຍ​​ເຄີຍອິດ​ເມື່ອຍ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ, ​ແລະ ພວກ​ເຮົາ​ກໍ​ຍັງ​ເຮັດ​ສິ່ງ​ຕ່າງໆ​ເພີ້​ມຕື່ມ. ​ເຈົ້າ​ຈະ​ຮັບ​ຮູ້​ໄດ້​ວ່າ​ບໍ່​ມີ​ຫຍັງ​ອີກ​ແລ້ວ​ທີ່​ຂ້ອຍ​ສາມ​າດ​ເຮັດ​ໄດ້ ​ແຕ່​ຂ້ອຍ​ກໍ​ຍັງ​ຢູ່​ນີ້… ​ແລະ ການ​ຮູ້​​ໂຕ​ແນວ​ນີ້​ຊ່ວຍ​​ເຮົາໄດ້,” ​ເບີ​ໂກສກ່າວ​​ໄວ້.

ສຳ​ລັບ​ຊຸຍ​ມິ​ງ, ຄວາມ​ເຈັບ​ປວດ​ທີ່​ບໍ່​ຮູ້ຫຍັງ​​ເລີຍ ຖື​ວ່າ​ຍັງ​ສົດຢູ່, ​ປຽບ​ດັ່ງ​ບາດ​ແຜ​ທີ່​​ເປີດ​ກວ້າງ​ຂື້ນ​ເລື້ອຍໆ​ໃນ​ແຕ່​ລະ​ມື້.

​ຄວາມ​​ສະຫຼົດ​​ໃຈທີ່ຢູ່ພາຍ​ໃນ

“ມັນ​​ເປັນຄວາມ​ສະຫຼົດ​ໃຈ​ທີ່ຝັງຢູ່​ພາຍ​ໃນ ​ທຸກໆ​ ຄົນ​ໃນ​ຄອບຄົວມີຄວາມ​​ວິຕົກ​ກັງວົນຫຼາຍ. ຄວາມ​ບໍ່​ແນ່ນອນ​ເປັນ​ສິ່ງ​ທີ່​ເກີດ​ຂື້ນ​ກັບ​ສົມບັດ ​ເປັນ​ໜຶ່ງ​ໃນ​ຄວາມ​ເຈັບ​ປວດ​ທີ່ຮຸນ​ແຮງທີ່​ສຸດ​ເທົ່າ​ທີ່​ຄົນໆ ໜຶ່ງ​ຕ້ອງ​ທົນ​ທຸກທໍລະມານ ມັນ​ປຽບ​ດັ່ງ​ຄວາມ​ທໍລະມານ​ທີ່​ບໍ່​ມີ​ມື້​ສິ້ນສຸດ, ບໍ່​ມີ​ມື້​ຈົບລົງ,” ຊຸຍ​ມິ​ງ​ກ່າວ​ໄວ້, ​​​ເຊິ່ງລາວ​ເອງ​ໄດ້​ປະ​ເຊີນກັບ​ຄວາມ​ທຸກ​ທໍລະມານດັ່ງກ່າວ​​ໄປ​ພ້ອມໆ​ກັບ​ຍາດ​ພີ່ນ້ອງ​ຂອງ​ສົມບັດ (ພວກ​ເຂົາ​ບໍ່​ມີ​ລູກ)

“ທຸກໆ ຂະນະທີ່​ຕື່ນນອນ​ຂື້ນ​ມາ,​ ​ເຈົ້າ​ຕ້ອງ​ໄດ້​ເຈິ​ກັບ​ມັນ. ​ເຈົ້າ​ສົງ​ໃສ​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ລາວ, ລາວ​ຢູ່​ໃສ, ລາວ​ກຳລັງ​ຕົກ​ຢູ່​ໃນ​ສະພາບ​ແບບ​ໃດ. ມັນ​ເປັນ​ເລື່ອງ​ທີ່​ຍາກ​ທີ່​ສຸດ ທີ່​ຈະ​ເຂົ້າ​ໃຈ ສຳລັບ​ຜູ້​ທີ່​ບໍ່​ເຄີຍ​ມີ​ປະສົບ​ການ. ມັນ​ປຽບ​ດັ່ງ​ບາດ​ແຜ​ທີ່​ບໍ່​ມີ​ວັນທີ່​ຈະ​ຫາຍ​ຂາດ​ໄດ້,” ລາວ​ເລົ່າ​ໃຫ້​ຜູ້​ສອບ​ຖາ​ມຟັງ.

ມັນ​ເປັນ​ຫຼາຍຍິ່ງ​ກວ່າ​ຊ່ວງ​ເວລາ​ທີ່​ຍາກ​ລຳບາກ​ສຳລັບ​ຄອບຄົວ, ​ເມື່ອ​ເດືອນ​ແລ້ວ​ນີ້ ​ແມ່​ຂອງ​ສົມບັດ​, ​ແມ່ຕູ້​ໂຈມ, ​ໄດ້​​ເສຍ​ຊີວິດ​​ໂດຍ​ທີ່​ບໍ່​ໄດ້​ເຫັນ​ໜ້າ​ລູກ​ຊາຍ​ທີ່​ຫາຍ​ຕົວ​ໄປ​ເລີຍ. ລາວ​ອາຍຸ​ໄດ້ 86 ປີ.

ແມ່ຂອງ​ລາວ​ຫາ​ກໍ​ເສຍ​ຊີວິດມື້​ຄົບ​ 18 ​ເດືອນ​ຫຼັງ​ຈາກ​ທີ່​ສົມບັດ​ຫາຍ​ຕົວ​ໄປ, ດັ່ງ​ນັ້ນ [​ພຽງ​ແຕ່] ​ຫາ​ກໍ​ເດືອນ​ແລ້ວ​ນີ້. ​ແມ່​ລາວ​ໄດ້​ລໍຖ້າ​ໃຫ້​ລູກ​ຊາຍ​ກັບ​ມາ​ຫາ​ລາວ, ຫວັງ​ພຽງ​ໄດ້​ເຫັນ​ໜ້າ​​ເປັນ​ຄັ້ງ​ສຸດ​ທ້າຍ. ສະ​ນັ້ນ​ ມັນ​ເປັນຄວາມ​ເຈັບ​ປວດ​ທີ່​ທຸ​ກຄົນ​ໃນ​ຄອບ​ຄົວ​ຕ້ອງ​ໄດ້​ອົດທົນ​ຢ່າງ​ທໍລະມານ​,” ຊຸຍ​ມິ​ງກ່າວ​ໄວ້.

ລາວ​ໄດ້​ກ່າວ​ໄວ້​ວ່າ ​ແມ່​ຍ່າ​ຂອງ​ລາວ​ໄດ້​ພະຍາຍາມ​ສູ້​ເພື່ອ​ໃຫ້​ມີ​ລົມ​ຫາຍ​ໃຈ​ຢູ່​ຕໍ່ ​ເຖິງ​ແມ່ນ​ວ່າ​ສຸຂະພາບ​ຂອງ​ລາວ​ຈະ​ຊຸດ​ໂຊມ​ລົງ​ຢ່າງ​ໄວວາ​ໃນ​ຊ່ວງ​ໄລຍະ​ເວລາ 6 ​ເດືອນ​ຜ່ານ​ມາ​ນີ້.

“ລາວ​ບໍ່​ສະບາຍ​ໄດ້ 6​ ​ເດືອນ. ຂ້ອຍ​ເຊື່ອ​ວ່າ​ລາວ​ລໍຖ້າ​ ​​ຫວັງ​ ຈະ​ໄດ້​ເຫັນ​ໜ້າ​ລູກ​ຊາຍ​ອີກ​ເປັນ​ຄັ້ງ​ສຸດ​ທ້າຍ… ​ເຖິງ​​ແມ່ນ​ວ່າ​ລາວ​ຈະ​ເຖົ້າ​ແລ້ວ, ລາວ​ກໍ​​ແຂັງ​ແຮງ ​ແລະ ມີ​ພະລັງ. ​ແຕ່​ສຸຂະພາບ​ຂອງ​ລາວ​ຊຸດ​ໂຊມ​ລົງຫຼັງ​ຈາກ​ນັ້ນ [ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ],” ຊຸຍ​ມິ​ງກ່າວ​ໄວ້.

ຈົນ​ຮອດ​ທຸກ​ມື້​ນີ້, ຊຸຍ​ມິ​ງ ຍັງ​ບໍ່​ຮູ້​ຈັກ​ໜ້ອຍ​ເລີຍ​ວ່າ​ຍ້ອນ​ຫຍັງ​ບຸກຄົນ​​ເຫຼົ່າ​ນັ້ນ​ຈຶ່ງ​ຢາກ​ທຳຮ້າຍ​ສາມີ​ຂອງ​ຕົນ​ເອງ, ​ເຊິ່ງ​ເປັນ​ບຸກຄົນ​ທີ່​ມີ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ, ມີ​ຄວາມມຸ່ງ​ໝັ້ນ​ສ້າງສາເພື່ອ​​ໃຫ້​​ເກີດ​ຄວາມຍືນ​ຍົງ, ​ເປັນ​ຄົນ​ລຽບ​ງ່າຍ ​ແລະ ມີ​ຈັນຍາ​ບັນ​ໃນ​ການ​ໃຊ້​ຊີວິດ ​ເຊິ່ງ​ໃນພາຍຫຼັງ​ໄດ້​ຮັບ​ລາງວັນ​ຈາກ​​​ການ​ທຸ້ມ​ເຫື່ອ​ເທ​ແຮງ​ກໍຄື ລາງວັນຣາມອນ​ແມັກ​ໄຊ​ໄຊ ສາຂາ​ຜູ້ນຳ​ຊຸມ​ຊົນ​ດີ​ເດັ່ນ​ (Magsaysay Award for Community Leadership) ປີ 2005.

ສົມບັດ, ອາຍຸ 64 ປີ ​ເປັນ​ທີ່​ຮັບ​ຮູ້​ວ່າ​ເປັນ​ຜູ້ທີ່ນຳ​ເອົາ​ແນວ​ຄວາມ​ຄິດ​ລວມຍອດຄວາມສຸກ​ແຫ່ງຊາດ​ ​(Gross National Happiness – GNH) ເຂົ້າ​ມາ​ໃນ​ປະ​ເທດລາວ , ​ເຊິ່ງ​​ເປັນ​ແນວ​ຄວາມ​ຄິດ​ຕົ້ນ​ແບບ​ມາ​ຈາກ​ປະ​ເທດ​ບູຖານ​ທີ່​ຫວັງຢາກ​ເຜີຍ​ແຜ່​ຫຼັກ​ຄຳ​ສອນ​ຂອງ​ສາດສະໜາ​ພຸດ​ກ່ຽວ​ກັບ​ການ​ໃຫ້​ຄຸນຄ່າ​ກັບ​ຄວາມສຸກ​ທາງ​ຈິດ​ໃຈຫຼາຍ​ກວ່າການ​ໄຂ່ວຄ້ວາຈາ​ກ​ສິ່ງຂອງ​ນອກ​ກາຍ​ກໍ​ຄືວັດ​ຖຸ. GNH ​ເປັນ​ການ​ວັດ​ແທກ​ລະດັບ​ຄຸນ​ນະພາ​ບຊີວິດ​ ດ້ວຍຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ ​​​ເຊິ່ງບໍ່ພຽງແຕ່​ເບິ່ງ​ໃນ​ດ້ານການເຕີບ​ໃຫຍ່ຂະຫຍາຍຕົວດ້ານເສດຖະກິດ ​​​ເຊິ່ງ​ວັດ​ແທກ​ດ້ວຍລວມຍອດ​ຜະລິດ​ຕະພັນ​ແຫ່ງ​ຊາດ (Gross National Product – GNP)​.

​ແຮງ​ຈູງ​ໃຈ ທີ່​ບໍ່​ທີ່​ໄປ​ທີ່​ມາ

“ຂ້ອຍ​ບໍ່​ຮູ້ [​ແຮງ​ຈູງ​ໃຈ]​. ຂ້ອຍ​ບໍ່​ມີ​ຫຼັກ​ຖານ​​ແທ້ຈິງ ​ເພາະວ່າ​ຄົນ​ທີ່​ເອົາ​ລາວ​​ໄປ​ບໍ່​ເຄີຍ​ເວົ້າ​ຫຍັງ​ເລີຍ, ​ແລະ ​ຕະຫຼອດຊີວິດ​ຂອງ​ລາວ​ໄດ້​​ໃຊ້​ຊີວິດ​ຢ່າງ​ກົງ​ໄປ​ກົງ​ມາ. ສິ່ງ​ທີ່ລາວ​ຢາກ​ເຮັດ​ແຕ່​ໃດ​ມາ​ແມ່ນ​ເຮັດ​​​ໂຄງການ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ​ຢູ່​ເຂດ​ຊົນນະບົດ, ​ເຮັດ​ວຽກ​ກ່ຽວກັບ​​ໄວ​ໜຸ່ມ, ສ້າງ​ຄວາມ​ອາດ​ສາມາດ​ໃຫ້​ພວກ​ເຂົາ, ຊ່ວຍ​ເຫຼືອ​ພວກ​ເຂົາ​ໃຫ້​ມີ​ຊີວິດ​ທີ່​ສົດ​​​​ໃສ,” ຊຸຍ​ມິ​ງກ່າວ​ໄວ້.

​”​ເລື່ອງ​ນີ້​​ເປັນ​ເລື່ອງ​​ໃໝ່​ຫຼາຍ. ບໍ່​ມີ​ໃຜ​ເລືອກ​ທີ່ຈະ​ໃຫ້​ໃຜ​ບາງ​ຄົນ​ຫາຍ​ໄປ​ຈາກ​ຊີວິດ​ຂອງ​ພວກ​ເຂົາ ບໍ່​ມີ​ໃຜ​ເລືອກ​ທີ່​ຈະ​ໃຫ້​ຄົນ​ທີ່​ເຂົາ​ຮັກ​ຫາຍ​ຕົວ​ໄປ. ​ເມື່ອ​ມັນ​ເກີດ​ຂື້ນ​ແລ້ວ, ມັນ​ຄື​ກັບ​ວ່າ​ຂ້ອຍ​ຖືກ​ຟ້າ​ຜ່າ, ​ໂດຍ​ທີ່​ບໍ່​ມີ​ທາງ​ຮູ້​ວ່າ​ມັນ​ມາ​ແຕ່​ໃສ​. ສິ່ງ​ທີ່​ຢູ່​ໃນ​ຫົວ​ຕອນ​ນີ້​ແມ່ນ ຍ້ອນ​ຫຍັງ, ຍ້ອນ​ຫຍັງ​ສິ່ງ​ນີ້​ຈຶ່ງ​ເກີດ​ຂື້ນ? ຍ້ອນ​ຫຍັງ​ຈຶ່ງ​ຕ້ອງ​ເກີດ​ຂື້ນ​ກັບ​ຂ້ອຍ? ລາວ​ເຮັດ​ຫຍັງ​ຜິດ? ​ໃນ​ກໍລະນີ​ຂອງ​ສົມບັດ ລາວ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ເລີຍ,​”ລາວ​ກ່າວ.

ລາວ​ໄດ້​ເລົ່າ​ເຖິງ​ຊິວິດ​ຂອງ​ສາມີ​ຂອງ​ລາວ ​​​ວ່າ​ເປັນຊີວິດ​ທີ່​ສະຫງົບ ​ແລະ ເປັນ​ມິດທີ່​ດີ ບໍ່​ແມ່ນ​ແຕ່​ກັບ​ຄົນ​ທີ່​ຮູ້ຈັກ ​ແຕ່​ກັບ “ສິ່ງ​ທີ່​ມີ​ຊີວິດ​ທຸກ​ຢ່າງ.” ​ຈິດ​ວິນ​ຍານ ຖື​ວ່າ​​ແມ່ນ​ແກ່ນສາ​ນສຳຄັນ​ສຳລັບ​ຊີວິດສົມບັດ, ລາວ​​ໄດ້​ກ່າວ​​ໄວ້. ຕົວຢ່າງ​ດັ່ງກ່າວ​ແມ່ນ​ສິ່ງທີ່​ຊຸຍ​ມິ​ງ​ ​ລຳ​ລຶກ​ເຖິງ​ໃນ​ຊ່ວງ​​ເວລາ​ມືດ​ມົນ​ຂອງ​ຊີວິດ​ດັ່ງ​ເຊັ່ນ​ຕອນ​ນີ້.

“ສົມບັດ ​ເປັນ​ຄົນ​ທີ່​ມີ​ຈິດ​ວິນ​ຍານ​ສູງ ​ແລະ ລາວ​ຝຶກ​ນັ່ງ​ສະມາທິ​ດ້ວຍ​ຕົນ​ເອງ​ຕະຫຼອດ. ລາວ​​ໄດ້​ພະຍາຍາມ​ສອນ​ໃຫ້​ຂ້ອຍ ​ຫຼື ຊັກຊ​ວນ​ໃຫ້​ຂ້ອຍ​ຝຶກ​ປະຕິບັດ ​ແຕ່​ຂ້ອຍ​ບໍ່​ຄ່ອຍ​ຈິງ​ຈັງ​ນຳ ​ແຕ່​ມາຮອດ​ດຽວ​ນີ້, ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ຈຳ​ເປັນ​ຈະ​ຕ້ອງ​ກັບ​ໄປ​ຫາ​ແນ​ວຄວາມ​ຄິດ​ຂອງ​ແນວ, ​ແລະ ນຳ​ຮອຍ​ຕາມ​ແບບຢ່າງ​ຂອງ​ລາວ​ເພື່ອ​ຊ່ວຍ​ໃຫ້​ຈິດ​ໃຈ​ສະຫງົບ ​ເພື່ອ​ຊ່ວຍ​ໃຫ້​ຂ້ອຍ​ສາມາດ​ຮັບ​ມື​​ໄດ້,” ຊຸຍ​ມິ​ງກ່າວ.

ລາວ​ໄດ້​ສະຫຼຸບ​ໃຈຄວາມ​ຄຳ​ສອນ​ຂອງ​ຜູ້​​ເປັນ​ສາມີ​ສັ້ນໆ​ວ່າ: “​ໃນ​ສະຖານະ​ການ​ທີ່​ເບິ່ງ​ຄື​ວ່າ​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້, ສິ່ງ​ດຽວ​ທີ່​ປອບ​ໃຈ​ໄດ້​ໃນ​ບາງ​ເວລາ​ປາກົດ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ທາງ​ຈິດ​ວິນ​ຍານ.”

​​​​ໃນ​ທາງ​ໜຶ່ງ, ສົມບັດ​​ຍັງ​ຄົງ​ຢູ່​ຂ້າງໆ ພັນ​ລະ​ຍາ​ຂອງ​ລາວ ​ໂດຍ​ຜ່ານ​ຄຳ​ເວົ້າ​ຂອງ​ລາວ, ​ຖ້າ​ຫາກ​ລາວ​ຍັງ​ຢູ່​ກໍ​ຄົງ​ເຮັດ​ແບບ​ດຽວ​ກັນ​ນີ້ ​ໃນ​ຊ່ວງ​ເວລາ​ທີ່​ຊຸຍ​ມິ​ງມີ​ຄວາມທຸກ​ໃຈ​.

“​ໃນ​ເວລາ​ທີ່​ຂ້ອຍ​ຮູ້ສຶກ​ກົດ​ດັນ, ລາວ​ເປັນ​ຄົນ​ທີ່​​ເບິ່ງ​ໂລກ​ໃນ​ແງ່​ດີ​ທີ່​ສຸດ, ລາວ​ຊ່ວຍ​ໃຫ້​ຂ້ອຍ​ມີ​ສະຕິ. [ລາວ​ເຮັດ​ໃຫ້​ແນ່​ໃຈ​ວ່າ​] ວ່າ​ຂ້ອຍ​ຈະ​ບໍ່​ເບິ່ງ​ສິ່ງ​ຕ່າງໆ ​​ແຕ່​ໃນດ້ານລົບ. ລາວ​​ເວົ້າ​ຕະຫຼອດ​ວ່າ​ໃຫ້​ເບິ່ງ​ດ້ານ​ບວກ. ​​​ແນ່ນອນ, ​ໃນ​ໂລກ​ນີ້​ມີ​ບັນຫາ ​​ແລະ ມີ​ອີກຕັ້ງຫຼາຍ​ເລື່ອງ ພວກ​ເຮົາ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ໄດ້​ທັງ​ໝົດ​ດອກ,​​ແຕ່​ພວກ​ເຮົາ​ພຽງ​ແຕ່​ເຮັດ​ໃນ​ສ່ວນ​ເລັກ​ນ້ອຍ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້ ​ແລະ ປອບ​ໃຈ​ຕົນ​ເອງ ​​ແລະ ​ໃຫ້​ຄວາມ​ຫວັງ​ຕົນ​ເອງ​ວ່າມີ​ສິ່ງ​ດີໆອີກ​ຕັ້ງ​ຫຼາຍ​ຢ່າງ​ຢູ່​ອ້ອມ​ໂຕ​ພວກ​ເຮົາ,” ຊຸຍ​ມິ​ງກ່າວ.

“ຂ້ອຍ​ຄິດ​ຮອດ​ຊ່ວງ​ເວລາ​ນັ້ນ​ຫຼາຍ. ຂ້ອຍ​ຄິດ​ຮອດກຳລັງ​​ໃຈ​ຈາກ​ລາວ. ຂ້ອຍ​ຄິດ​ຮອດ​ຄວາມ​ຮັກ​ຈາກ​ລາວ,” ຊຸຍ​ມິ​ງ ​ກ່າວ​ໄວ້.

ຕື່ນ​ຂື້ນ​ມາດ້ວຍ​ຄວາມ​ເຈັບ​ປວດ

ແຮງ​ກະ​ຕຸ້ນຈາກ​ການ​ຄົ້ນ​ຫາ​ຄຳ​ຕອບ​ຂອງ​ຊຸຍ​ມິ​ງ ​ເຖິງ​ວ່າ​ຄວາ​ມ​ເຈັບປວດ​​ໃນ​ຈິດ​ໃຈ​ຈະ​ເພີ່ມ​ທະວີ​ຂື້ນ ​ແຕ່ ຊຸຍ​ມິ​ງກໍ​ໄດ້​ເດີນທາງ​ໄປ​ທົ່ວ​ໂລກ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ປ່ອຍ​ຕົວ​ສາມີ​ຂອງ​ລາວ​ໃຫ້​ກັບ​ມາ ​ເຊິ່ງ​ໃນ​ນີ້ ລາວ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະ​ເທດ​ບ້ານ​ເກີດ​ຂອງ​ລາວ ກໍ​ຄື​ສິງກະ​ໂປ, ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ, ​ແລະ ສະຫະພາ​ບ​ເອີ​ໂຣບ ​ໃນ​ການ​ກົດ​ດັນ​ໃຫ້​ມີ​ການ​ດຳ​ເນີນ​ການ​ຂັ້ນ​ເດັດຂາດ​ຂອງ​ລັດຖະບານ​ ສປປ ລາວ ​ເພື່ອ​​ເປີດ​ເຜີຍ​ກ່ຽວ​ກັບ​ນັກ​ພັດທະນາ​ສັງຄົມທີ່​ຫາຍ​ຕົວ​ໄປ​.

ພາລະກິດ​ຂອງ​ລາວຍັງ​ໄດ້​ລວມທັງ​ການ​ເດີນທາງ​ໄປ​ຍີ່ປຸ່ນ, ປະ​ເທດ​ໄທ ​ແລະ ອິນ​ໂດ​ເນ​ເຊຍ.

“ຂ້ອຍ​ບໍ່​ໄດ້​ເລືອກ​ທີ່​ຈະ​ຍ່າງ​ເຂົ້າ​ມາ​ໃນ​​ເສັ້ນທາງ​ສາຍ​ນີ້. ຂ້ອຍ​ບໍ່​ໄດ້​ເລືອກ​ທີ່​ຈະ​ຕື່ນ​ຂື້ນ​ມາ​ແຕ່​ລະ​ມື​ພ້ອມ​ກັບ​ຄວາມ​ເຈັບ​ປວດຍ້ອນ​ບໍ່​ໄດ້​ພົບ​ໜ້າ​ສາມີ​ຂອງ​ຕົນ​ເອງ, ພ້ອມກັບຄວາມ​ເຈັບ​ປວດທີ່​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂື້ນ​ກັບ​ລາວ, ​ແຕ່​ຂ້ອຍພຽງ​ແຕ່​ຕ້ອງ​ໄດ້​ຊອກ​ຫາ​ຄຳ​ຕອບ,” ຊຸຍ​ມິ​ງກ່າວ.

“​ຂ້ອຍ​ຄິດ​ວ່າ ສິ່ງ​ນີ້​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ດຳ​ເນີນ​ຕໍ່​ໄປ: ​ເພື່ອ​ຊອກ​ຫາ​ຄຳ​ຕອບ​ວ່າ​ເກີດ​ຫຍັງ​ຂື້ນ, ​ພຽງ​ເພື່ອ​ໃຫ້​ໄດ້​ຄຳ​ຕອບ, ຫວັງ​ພຽງ​ວ່າ​ລາວ​ຈະ​ຍັງ​ມີ​ຊີວິດ, ຫວັງ​ພຽງ​ວ່າ​ລາວ​ຈະ​ຍັງ​ໄດ້​ກັບ​ມາ​ບ້ານ ​ແລະ ຫວັງວ່າ​ເຮົາ​ຈະ​ຄົ້ນ​ພົບ​ຄວາມ​ຈິງ​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ລາວ.”

ສຳລັບ​ເບີ​ໂກສ, ຄຳ​ຖາມ​ທີ່​ບໍ່​ມີ​ຄຳ​ຕອບ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ລູກ​ຊາຍ​ຂອງ​ລາວ​ໄດ້ນຳພາ​ລາວ​ໄປ​ຢູ່​ໃນ​ສະຖານ​ທີ່​ທີ່​ມີ​ຈຸດປະສົງ​ສູງ​ຂື້ນ​ກວ່າ​ເກົ່າ.

​ກໍ​ຄື ​ເບີ​ໂກສ​ ​ເຊື່ອ​ວ່າ ລູກ​ຊາຍ​ລາວທີ່​ຍັງ​ຄົງ​ຫາຍ​ຕົວ​ໄປ​ໄດ້​ 7 ປີນັ້ນ ​ແມ່ນ”ສ່ວນ​ໜຶ່ງ​ຂອງ​ແຜນການ​ທີ່​ໃຫຍ່​ຂື້ນ,” ​ ​ອີງ​ຕາມ​ຄວາມ​ສັດທາຜະ​ນຶກ​ກັບ​ປະສົບ​ການ​ທີ່​​ໄດ້​ພົບ​ພໍ້ມາ. ລາວ​ເວົ້າ​ວ່າ​ຕົນ​ເອງໄດ້​ດຳ​ເນີນ​ຊີວິດ​ຕໍ່​ໄປ ​​ນັບຈາກ​ຊ່ວງ​ເວລາ​ທີ່​ລາວ​ຈົມ​ຢູ່​ໃນ​​ອາລົມ​ສົດໆ, ​ໃນ​ຊ່ວງ​ປີ​ທຳ​ອິດ ​ຕອນ​ນັ້ນ​ລາວ​ຮ້ອງ​ຂື້ນ​ມາ​ພ້ອມ​ກັບກຳ​ກຳ​ປັ້ນ​​ແໜ້ນວ່າ: “​​​​ເອົາ​ລູກ​ຊາຍ​ຂ້ອຍກັບ​ມາ​ຕອນ​ຍັງ​ເປັນໆ ດຽວ​ນີ້!”

ພ​ະ​ເຈົ້າ​ກຳນົດ​ໄວ້​​​ແລ້ວ

“ຄວາມ​ສັດທາ​ຂອງ​ຂ້ອຍບອກ​ຂ້ອຍ​ວ່າ​ບາງ​​ເທື່ອ​ມັນ​ເປັນຄວາມ​ຕ້ອງການ​ຂອງ​ພະ​ເຈົ້າ​ທີ່​ຂ້ອຍ​ຈະ​ບໍ່​ມີ​ທາງ​ຊອກ​ເຫັນ​ລູກ​ຊາຍ​ຂ້ອຍ​. ຖ້າ​ຫາກ​ວ່າ​ມັນ​ເປັນ​ແຜນ​ຂອງ​​ເພິ່ນ ທີ່​ວ່າ​ພວກ​ເຮົາ​ຈະ​ບໍ່​ມີ​ທາງ​ຫາ​ໂຈ​ນັສ ຈົນ​ພົບ, ຂ້ອຍ​ກໍ​ຄົງ​ຕ້ອງ​ໄດ້​ເຮັດ​ຕາມ​ທີ່​ພະ​ເຈົ້າ​ກໍານົດ​ໄວ້. ນີ້​ເປັນສ່ວນ​ໜຶ່ງ​ຂອງ​ແຜນການ​ທີ່​​ໃຫຍ່​ກວ່າ​ເກົ່າ, ​ແລະ ກໍ​ຄື​ການ​ຊ່ວຍ​ໃຫ້​ຜູ້​ເຄາະ​ຮ້າຍ​ຂອງ​ການ​ຖືກ​ບັງຄັບ​ໃຫ້ຫາ​ຍຕົວ​ໄປ, ​ແລະ ບໍ່​ແມ່ນ​​ແຕ່​ໂຈ​ນັສ​ເທົ່າ​ນັ້ນ,” ​ເບີ​ໂກສ ກ່າວ​ໄວ້, ຜົມ​ຂອງ​ລາວ​ຂາວ​ຂື້ນ ​ແຕ່​ອາລົມ​ລາວ​ສຸຂຸມ​ກວ່າ​​ເກົ່າ.

​ໃນ​ເມື່ອ​ພວກ​ເຂົາ​ໄດ້​ຍ່າງ​​ໃນ​ເສັ້ນທາງ​ທີ່​ຄ້າຍຄື​ກັນ​ແລ້ວ ​​ເຖິງ​ວ່າ​​​ອາຍຸຈະ​​ແຕກ​ຕ່າງ​ກັນ 5 ປີ, ​ເບີ​​ໂກສ​ ​ເວົ້າ​ວ່າ ລາວ​ບໍ່​ຢາກ “​​​​ເວົ້າ​ອວດ​ວ່າ​ຂ້ອຍ​ດີກ​ວ່າ.”

“ບາງ​​ເທື່ອ ພຽງ​ແຕ່​ໄປ​ໃຫ້​ລາວ​ເຫັນ​ໜ້າ, ພຽງ​ແຕ່​ກອດ​ລາວ, ມັນ​ກໍ​ພຽງພໍ​ແລ້ວ. ລາວ​ສູນ​ເສຍ​ຄົນ​ບາງ​ຄົນ​ໄປ. ຖ້າຫາກ​ພວກ​​ເຮົາ​ພຽງ​ແຕ່​ກອດລາວ, ມັນ​ກໍ​ມີ​ຄວາມ​ໝາຍ​ສຳຄັນແລ້ວ,” ​ເບີ​ໂກສກ່າວ.

 

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.