EU ຖາມເຖິງທ່ານສົມບັດ

ວິທະຍຸເອເຊຍເສຣີ: 10 ພະຈິກ 2015

European Unionທີ່ ນະຄອນຫຼວງ ວຽງຈັນ ເມື່ອ ວັນສຸກ ຜ່ານມາ, ໃນ ກອງປະຊຸມ ປຶກສາ ຫາລື ຣະຫວ່າງ ສະຫະພາບ ຢູໂຣບ ແລະ ທາງການ ລາວ ກ່ຽວກັບ ບັນຫາ ການ ປະຕິບັດ ສິດທິ ມະນຸດ ໃນ ສປປລາວ, ສະຫະພາບ ຢູໂຣບ ສະແດງ ຄວາມກັງວົນ ຕໍ່ ທາງການ ລາວ ກ່ຽວກັບ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ຂອງລາວ. ອີງຕາມ ການເປີດເຜີຍ ຂອງ ເຈ້າຫນ້າທີ່ ສະຫະພາບ ຢູໂຣບ ປະຈຳ ລາວ:

“ເປັນຫ່ວງ ເປັນຫ່ວງ ທ່ານທູຕ ເພິ່ນກະ ພົບປະກັບ ເມັຽ ທ່ານ ສົມບັດ ສົມພອນ ຢູ່ ຕລອດ. ເຣື້ອງ ເປັນຫ່ວງ ກໍເປັນຫ່ວງ ເນາະ ແຕ່ວ່າເຮົາ ໃນ ຖານະ ທາງ ການທູຕ ຈະ ໄປ ເຮັດແຮງ ຫຼາຍ ກໍບໍ່ໄດ້. ຖ້າ ເຮົາເຮັດແຮງ ຫຼາຍ ກໍເຮັດໃຫ້ ພວກເຮົາ ເຮັດວຽກ ລຳບາກ ຄືກັນ ເຮົາກໍຕ້ອງ ເຮັດໄປ ຕາມຂັ້ນຕອນ ທາງ ການທູຕ”.

ໃນ ກອງປະຊຸມ ປະຈຳປີ 2015 ນີ້, ຄນະ ຜູ້ຕາງຫນ້າ ສະຫະພາບ ຢູໂຣບ ປະຈຳ ພາກພື້ນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ແລະ ຄນະຜູ້ ແທນ ສປປລາວ ນຳໂດຍ ທ່ານ ພູຂົງ ສີສຸລິດ ຫົວຫນ້າ ກົມ ສົນທິສັນຍາ ແລະ ກົດຫມາຍ ກະຊວງ ການຕ່າງ ປະເທດ ໄດ້ ປຶກສາ ຫາລື ກັນ ກ່ຽວກັບ ບັນຫາ ສິດທິ ມະນຸດ, ສິດ, ເສຣີພາບ ແລະ ປະຊາ ທິປະໄຕ, ການປົກຄອງ ແລະ ການຄຸ້ມຄອງ ຣັຖ ດ້ວຍ ກົດໝາຍ ແລະ ການມີ ສ່ວນຮ່ວມ ຂອງ ປະຊາຊົນ ໃນ ວຽກບ້ານ ການເມືອງ.

ໃນ ຕອນທ້າຍ ຂອງ ກອງປະຊຸມ ນັ້ນ ໄດ້ມີການ ອອກ ຖແລງການ ຮ່ວມ ຊຶ່ງ ໃນນັ້ນ ສະຫະພາບ ຢູໂຣບ ມີຄວາມ ກັງວົນ ຕໍ່ ກໍຣະນີ ການ ຣະເມີດ ສິດທິ ມະນຸດ ຢູ່ ສປປ ລາວ ເຊັ່ນການ ບັງຄັບ ໃຫ້ ປະຊາຊົນ ລາວ ໃຫ້ ຫາຍສາບສູນ. ແຕ່ ສະຫະພາບ ຢູໂຣບ ກໍ ຊົມເຊີຍ ຣັຖບານ ລາວ ທີ່ ພຍາຍາມ ຮ່ວມມື ກັບ ສາກົນ ຫຼາຍຂຶ້ນ ຂນະທີ່ ເນັ້ນວ່າ ສປປ ລາວ ຄວນຈະ ປະຕິບັດ ຕາມ ສັນຍາ ທີ່ ໄດ້ເຊັນ ລົງນາມ ໄວ້ ແລະ ໃຫ້ ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ ໄດ້ ປະຕິບັດ ງານດ້ານ ສິດທິ ມະນຸດ ໃຫ້ ປະສົບ ຜົນສຳເຣັດ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.