ລາວຈັດການກັບນັກວິຈານທາງສື່ສັງຄົມອອນລາຍ

Al Jazeera: 06 ມິຖຸນາ 2016 ໂດຍ Preeti Jha (unofficial translation)

ໃນການໂຈມຕີເທື່ອໃໝ່ ຕໍ່ກັບອິສະລະພາບໃນການປາກເວົ້າ, ລາວເຜີຍແຜ່ການຕັກເຕືອນຢ່າງໜັກ ຕໍ່ກັບຜູ້ຊົມໃຊ້ສື່ສັງຄົມອອນລາຍ.

Al Jazeera-June-2016
ສຸກັນ ໃຈທັດ ແລະ ສົມພອນ ພິມະສອນ ທາງໂທລະພາບແຫ່ງຊາດລາວ [Preeti Jha/Al Jazeera]
 ວຽງຈັນ, ລາວ – ປະຊາຊົນລາວ 3 ຄົນ ກົ້ມຫົວຂໍອະໄພຢ່າງງຽບໆ ຜ່ານໂທລະພາບແຫ່ງລັດ ຈາກການຫັກຫຼັງປະເທດໂດຍການໂພສ ຂໍ້ຄວາມຕໍ່ຕ້ານລັດຖະບານ ຜ່ານເຟສບຸກ, ເຊິ່ງເປັນການສະແດງໃຫ້ສາທາລະນະຊົນເຫັນ ຕໍ່ກັບການຍອມຮັບຜິດຢ່າງໂຈ່ງແຈ້ງ, ແລະເປັນການຈັດການກັບຄຳເຫັນຕໍ່ຕ້ານກັບລັດຖະບານຄອມມິວນິສ ຄັ້ງລ່າສຸດ.

ການເຜີຍແຜ່ທາງໂທລະພາບທີ່ມີບັນຍາກາດຫົດຫູ່ ໃນທ້າຍເດືອນພຶສະພາ ເປັນຂ່າວອັນທຳອິດຂອງທັງສາມ ສຳລັບຄອບຄົວທີ່ໃຈຈົດໃຈຈໍ່ລໍຖ້າຂ່າວວ່າພວກເຂົາຢູ່ໃສ ຕັ້ງແຕ່ທີ່ໄດ້ຖືກຈັບຕົວໃນເດືອນມີນາ.

“ແຕ່ນີ້ເປັນຕົ້ນໄປ ຂ້ານ້ອຍຈະປະຕິບັດຕົວດີ, ປ່ຽນແປງແນວຄິດ ແລະຍຸຕິທຸກກິຈະກຳທີ່ທໍລະຍົດຕໍ່ປະເທດຊາດ,” ທ້າວ ສົມພອນ ພິມະສອນ, ອາຍຸ 29 ປີ, ກ່າວຜ່ານໂທລະພາບລາວ.

ສົມພອນ ນັ່ງຢູ່ລະຫວ່າງກາງຂອງໝູ່ອີກສອງຄົນທີ່ຖືກກ່າວຫາ: ແຟນຂອງລາວ, ນາງ ລົດຄຳ ທຳມະວົງ, 30 ປີ, ແລະຊາຍອາຍຸ 32 ປີ ອີກຄົນໜຶ່ງ, ສຸກສັນ ໃຈທັດ, ເຊິ່ງແຕ່ລະຄົນໃສ່ຊຸດສີຟ້າ ສັນຍາລັກຂອງເຄື່ອງແບບນັກໂທດ.

ປະກົບໂດຍແຖວນາຍຕຳຫຼວດຫຼັງກົງ, ພາຍໃຕ້ປ້າຍຄຳຂວັນ “ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ”, ສຸກັນ ຢ້ຳວ່າການສາລະພາບຂອງພວກເຂົາ ບໍ່ໄດ້ຖືກເຈົ້າໜ້າທີ່ບັງຄັບ.

ອາຊະຍາກຳອັນຮ້າຍແຮງຂອງພວກເຂົາ, ເຊິ່ງກ່າວໂດຍຜູ່ປະກາດທີ່ບໍ່ໄດ້ຖືກລະບຸນາມ, ແມ່ນການຂົ່ມຂູ່ຄວາມປອດໄພຂອງຊາດ. ລາວອ້າງວ່າພວກເຂົາເຮັດສິ່ງນີ້ ໂດຍການປະທ້ວງລັດຖະບານໃນຂະນະທີ່ຕົນເຮັດວຽກໃນປະເທດໄທ, ແລະໂດຍການໂພສ ເນື້ອຫາທີ່ເປັນການວິພາກວິຈານ ທາງເຟສບຸກ, ເຊິ່ງເປັນສື່ສັງຄົມອອນລາຍ ທີ່ມີແຮງດຶງດູດຫຼາຍທີ່ສຸດໃນປະເທດທີ່ບໍ່ມີຊາຍແດນຕິດກັບທະເລນ້ອຍໆນີ້.

ລາວ, ເຊິ່ງເປັນໜຶ່ງໃນປະເທດຄອມມິວນິສ ຈຳນວນໜ້ອຍທີ່ເຫຼືອຢູ່ໃນໂລກນີ້, ບໍ່ຍອມຮັບສຽງຂັດຄ້ານເລີຍແມ່ນແຕ່ໜ້ອຍດຽວ. ແຕ່ “ການກັກຂັງຕາມແຕ່ໃຈ ໂດຍທີ່ບໍ່ມີການແຈ້ງ ໃຫ້ພາຍນອກຮູ້” ແບບນີ້ ສະແດງໃຫ້ເຫັນເຖິງການກົດໜ່ວງຄັ້ງໃໝ່ທີ່ໜ້າເປັນຫ່ວງ, ອອງເດຣຍ ຈີອໍເຈັດຕາ ຈາກອົງການສະຫະພັນສາກົນເພື່ອສິທິມະນຸດ ກ່າວ.

“ສິ່ງທີ່ໜ້າເປັນຫ່ວງທີ່ສຸດໃນກໍລະນີນີ້ ກໍ່ຄືການທີ່ລັດຖະບານລາວ ໄດ້ອອກແຮງຢ່າງໜັກໃນການຕິດຕາມນັກວິພາກວິຈານ ທີ່ຢູ່ນອກເຂດແດນປະເທດ, ແລະໄດ້ເພີ່ມທະວີການກົດໜ່ວງຄຳຄິດເຫັນທີ່ຂັດແຍ່ງໃນໂລກອອນລາຍ”, ອອງເດຣຍ ກ່າວ.

ປະເທດທີ່ມີປະຊາກອນພຽງແຕ່ 7 ລ້ານຄົນ ຕົກໃນອັນດັບທ້າຍໆຂອງລາຍຊື່ປະເທດທີ່ໃຫ້ອິສະຫຼະກັບສື່ ຢູ່ສະເໝີ, ຍ້ອນສື່ພາຍໃນປະເທດຢູ່ພາຍໃຕ້ການຄວບຄຸມຢ່າງແໜ້ນໜາໂດຍພັກປະຊາຊົນປະຕິວັດລາວ. ປະເທດລາວ ຈັດຢູ່ໃນອັນດັບທີ 173 ຈາກທັງໝົດ 180 ປະເທດ ໃນການຈັດລຳດັບຄັ້ງລ່າສຸດຂອງນັກຂ່າວບໍ່ມີພົມແດນ.

ເພື່ອເອົາຊະນະການເຊັນເຊີຂໍ້ມູນ, ຄົນລາວກຳລັງຫັນສູ່ສື່ສັງຄົມອອນລາຍເພື່ອຮັບຂ່າວສານຫຼາຍຂຶ້ນເລື້ອຍໆ ເຖິງແມ່ນວ່າໃນທ້າຍປີ 2014 ທາງລັດຖະບານຈະໄດ້ອອກລະບຽບຈຳຄຸກໜັກຕໍ່ກັບຜູ່ນຳໃຊ້ອິນເຕີເນັດໃນທາງວິພາກ ວິຈານກໍ່ຕາມ.

ຊາຕາກຳຂອງນັກລົນນະລົງລາວ ຍັງເປັນປິສະໜາຢູ່

ການອອກຂ່າວເດືອນແລ້ວນີ້ ສົ່ງສັນຍານອັນຈະແຈ້ງວ່າ “ທຸກຄົນທີ່ໃຊ້ສື່ສັງຄົມອອນລາຍ ເຊັ່ນ ເຟສບຸກ ຕ້ອງລະມັດລະວັງ. ຢ່າຫຼົງເຊື່ອຄຳໂຄສະນາຊວນ, ເຊິ່ງຈະຖ່ວງດຶງການພັດທະນາຂອງປະເທດຊາດ,” ສຽງພາກຂ່າວກ່າວ. ຫຼັງຈາກນັ້ນ ນາຍຕຳຫຼວດໃນເຄື່ອງແບບຜູ້ໜຶ່ງໄດ້ເຕືອນທຸກຄົນວ່າ “ຄົນທີ່ເຮັດໃຫ້ປະເທດຊາດເຊື່ອມເສຍ ຈະຖືກດຳເນີນຄະດີ”.

ຄົນລາວທັງສາມ ເປັນກຳມະກອນບໍ່ມີເອກະສານເຮັດວຽກຢູ່ໄທ, ຖືກຈັບພາຍຫຼັງທີ່ພວກເຂົາກັບບ້ານໄປເຮັດໜັງສືເດີນທາງເພື່ອກັບເຂົ້າກຸງເທບ ພ້ອມໜັງສືອະນຸຍາດຕາມຫຼັກການ. ສົມພອນ ເຮັດວຽກເປັນຍາມຢູ່ໂຮງງານແຫ່ງໜຶ່ງ, ລົດຄຳ ເປັນແມ່ບ້ານ, ແລະສຸກັນ ເປັນຄົນຂັບລົດສົ່ງເຄື່ອງ. ໂດຍຜ່ານບັນຊີເຟສບຸກ ຂອງພວກເຂົາ ທີ່ດຽວນີ້ຖືກປິດແລ້ວ ພວກເຂົາກ່າວຫາລັດຖະບານເລື່ອງການສໍ້ລາດບັງຫຼວງ, ການຕັດໄມ້ທຳລາຍປ່າ, ແລະການລະເມີດສິທິມະນຸດ, ຈໍອໍເຈັດຕາ ກ່າວ.

ເຖິງຈະອວດອ້າງວ່າເປັນປະເທດທີ່ມີເສຖະກິດທີ່ກຳລັງຂະຫຍາຍຕົວໄວທີ່ສຸດໃນໂລກແຫ່ງໜຶ່ງ, ຄົນລາວຫຼາຍແສນຄົນ ຍັງອອກນອກປະເທດທີ່ສ່ວນໃຫຍ່ແລ້ວຍັງທຸກຍາກ ເພື່ອໄປຫາວຽກເຮັດງານທຳ. ຄົນສ່ວນຫຼາຍ, ຄືດັ່ງນັກໂທດເຫຼົ່ານີ້, ເຮັດວຽກເງິນເດືອນຕ່ຳໃນປະເທດໄທ.

ນອກຈາກວຽກເຮັດແລ້ວ, ພວກເຂົາຍັງໄດ້ພົບໂອກາດທີ່ບໍ່ຄິດຝັນອີກ ໃນເດືອນທັນວາ ຄືການປະທ້ວງລັດຖະບານຂອງຕົນເອງ ຢູ່ພາຍນອກສະຖານທູດລາວໃນອານາຈັກທີ່ມີທະຫານ ກຳອຳນາດ, ເຊິ່ງກໍ່ໄດ້ມີການລະງັບອິສະຫຼະພາບດ້ານການປາກເວົ້າຕັ້ງແຕ່ການລັດຖະປະຫານໃນປີ 2014.

ມີໜ້ອຍຄົນທີ່ຈະກ້າຈັດການປະທ້ວງຄືແນວນັ້ນຢູ່ວຽງຈັນ. ຫ້າງສັບພະສິນຄ້າແຫ່ງໃໝ່ໆສີສັນສົດໃສ ກຳລັງຜຸດຂຶ້ນໃນນະຄອນຫຼວງຂອງລາວ, ເຊິ່ງມົນສະເໜ່ຂອງຄວາມລຽບງ່າຍ ກຳລັງກະຈາຍປົນກັບຝຸ່ນ ແລະສຽງກໍ່ສ້າງຢູ່ບໍ່ເວັ້ນ. ແຕ່ພາຍໃຕ້ພູມປະເທດທີ່ກຳລັງປ່ຽນແປງຢ່າງໄວວານີ້, ລະບົບການເມືອງຂອງປະເທດສ່ວນຫຼາຍແລ້ວຍັງຄົງບໍ່ປ່ຽນຫຍັງ. ປີກາຍນີ້ ລາວປະຕິເສດທີ່ຈະຮັບເອົາຂໍ້ສະເໜີຫຼັກໆທີ່ອົງການສະຫະປະຊາຊາດໜຸນຫຼັງ ກ່ຽວກັບການປົກປ້ອງອິສະຫຼະພາບດ້ານການອອກສຽງ ແລະນັກປົກປ້ອງສິທິມະນຸດ.

ສື່ສັງຄົມອອນລາຍ ໃຫ້ພື້ນທີ່ນ້ອຍໆ, ເຊິ່ງກໍ່ບໍ່ປາສະຈາກຄວາມລະມັດລະວັງ, ໃນການອອກຄຳເຫັນທີ່ບໍ່ອາດອອກໄດ້ໃນບ່ອນສາທາລະນະ. ຍິງຄົນໜຶ່ງ ອາຍຸປະມານ 20 ປີ, ເຊິ່ງກ່າວໂດຍບໍ່ລະບຸຊື່ ດ້ວຍຄວາມຢ້ານກົວການແກ້ແຄ້ນ, ບອກ ອາລ ຈາຊີຣາ ວ່າຫຼາຍຄົນແຊ ການລາຍງານຂ່າວຂອງການຈັບກຸມມໍ່ໆນີ້ ທາງເຟສບຸກ.

“ຄົນລວຍຢູ່ນີ້ບໍ່ຕ້ອງຖືກໂທດ ເວລາແລ່ນລົດຕຳຄົນ. ແຕ່ພວກນີ້ພັດຖືກໂທດ ຍ້ອນປະທ້ວງ. ຂ້ອຍກໍ່ສົງໄສວ່າຍ້ອນຫຍັງ. ມັນບໍ່ຍຸຕິທຳ,” ນາງກ່າວ.

ໃນເດືອນມັງກອນ, ພັກຄອມມິວນິສລັບຂອງລາວ ໄດ້ແຕ່ງຕັ້ງປະທານປະເທດ ແລະນາຍົກລັດຖະມົນຕີໃໝ່, ແລະໃນປີດຽວກັນ ກໍ່ຮັບເອົາບົດບາດປະທານອາຊຽນ, ເຊິ່ງເປັນກຸ່ມອຳນາດ 10 ປະເທດໃນອາຊີຕາເວັນອອກສ່ຽງໃຕ້. ທ້າຍປີນີ້, ເຂົາຍັງຄາດວ່າຈະໄດ້ຮັບ ບາຣັກ ໂອບາມາ, ປະທານປະເທດສະຫະລັດອາເມລິກາ ຄົນທຳອິດທີ່ມາຢາມລາວ ໃນຂະນະທີ່ຍັງດຳລົງຕຳແໜ່ງຢູ່, ໂດຍເປັນການຢ້ຽມຢາມທີ່ຫວັງສ້າງສາຍສຳພັນອັນອົບອຸ່ນລະຫວ່າງສັດຕູເກົ່າ.

ແຕ່ກໍ່ຄືກັບຜູ້ຢູ່ກ່ອນ, ຜູ້ນຳລາວ ຄົນໃໝ່ ບໍ່ໄດ້ສະແດງສັນຍານວ່າຈະເປີດການສົນທະນາດ້ານການເມືອງແຕ່ຢ່າງໃດ, ນັກການທູດທ່ານໜຶ່ງກ່າວ ໂດຍບໍ່ລະບຸຊື່ ເພື່ອຫຼີກລ່ຽງຜົນສະທ້ອນ.

“ລະບົບນີ້ບໍ່ຍອມຮັບການວິຈານໃດໆທີ່ແນໃສ່ພວກເຂົາເລີຍ. ມັນເປັນການຂົ່ມຂູ່ການຢູ່ລອດຂອງພວກເຂົາ,” ລາວກ່າວ, ໂດຍເພີ່ມວ່າ ການອອກຂ່າວຄັ້ງລ່າສຸດນີ້ແມ່ນ “ຂໍ້ຄວາມເຖິງຄົນໜຸ່ມທຸກຄົນໃນລາວ”.

ຍັງບໍ່ແຈ້ງວ່ານັກໂທດທັງສາມຄົນຈະຖືກຂໍ້ກ່າວຫາ ຫຼືໂທດຫຍັງແດ່ ແຕ່ປີກາຍນີ້ ຄົນໂພລິຊ ເຊື້ອສາຍລາວ ໄດ້ຖືກຄຸກເກືອບ 5 ປີ ຍ້ອນຂໍ້ກ່າວຫາວ່າວິຈານລັດຖະບານ ອອນລາຍ.

ຄວາມພະຍາຍາມໃນການຈັດການປະທ້ວງໃນອາດີດກໍ່ໄດ້ຖືກປາບປາມຢ່າງເຂັ້ມງວດ. ຜູ້ນຳນັກສຶກສາເພື່ອປະຊາທິປະໄຕ 2 ຄົນ ຍັງຄົງຢູ່ໃນຄຸກ ຫຼັງຈາກ 16 ປີ ພາຍຫຼັງຈາກທີ່ພວກເຂົາໄດ້ຖືກຈັບ ຍ້ອນການວາງແຜນຈັດການເດີນປະທ້ວງຢ່າງສັນຕິ ເພື່ອຮຽກຮ້ອງອິສະຫຼະພາບປະຊາທິປະໄຕ.

ການເຄື່ອນໄຫວລາວເພື່ອສິທິມະນຸດ ທີ່ປະຈຳຢູ່ປາຣີສ ກ່າວວ່າລັດຖະບານໄດ້ປະຕິເສດທີ່ຈະໃຫ້ຂໍ້ມູນກ່ຽວກັບບ່ອນຢູ່ຂອງນັກສຶກສາ 2 ຄົນທີ່ຖືກກັກຂັງ ໃນເວລາດຽວກັນກັບເຫດການນັ້ນ ແລະອ້າງວ່າສະມາຊິກຄົນທີ 5 ໄດ້ເສຍຊີວິດໃນລະຫວ່າງການດູແລຂອງຕຳຫຼວດ.

ເຈົ້າໜ້າທີ່ລາວ ບໍ່ໄດ້ຕອບການຮ້ອງຂໍຄຳເຫັນ ທັງຈາກທາງໂທລະສັບ ແລະອີເມວ.

ສະຫະລັດອາເມຣິກາ “ມີຄວາມເປັນຫ່ວງຢ່າງເລິກເຊິ່ງ” ຕໍ່ກັບຊາຕາກຳຂອງນັກລົນນະລົງ

ໃນວຽງຈັນ, ຍັງມີອີກກໍລະນີໜຶ່ງທີ່ຍັງໜັກໜ່ວງຈິດໃຈ. ການຫາຍຕົວໄປຂອງຜູ້ນຳອົງການຈັດຕັ້ງທາງສັງຄົມ ສົມບັດ ສົມພອນ, ຜູ້ມີຊື່ສຽງໃນເວທີສາກົນຈາກ ແນວທາງທີ່ບໍ່ສ້າງຄວາມຂັດແຍ່ງຂອງເພິ່ນ ຕໍ່ກັບບັນຫາສິ່ງແວດລ້ອມ, ໄດ້ສ້າງຄວາມຢ້ານກົວຕໍ່ການອອກປາກອອກສຽງ ພາຍໃນລາວ.

ພາບບັນທຶກຈາກກ້ອງວົງຈອນປິດ ສະແດງໃຫ້ເຫັນວ່າ ສົມບັດ ຖືກຕຳຫຼວດດຶງໄປທີ່ປ້ອມໃນຕອນຄ່ຳທີ່ເພິ່ນຫາຍຕົວໄປໃນເດືອນທັນວາ 2012. ລົດຈີບ ຂອງເພິ່ນໄດ້ຖືກຂັບອອກໄປໂດຍຄົນອີກຜູ້ໜຶ່ງ ກ່ອນທີ່ເພິ່ນຈະໄດ້ຂຶ້ນລົດທີ່ບໍ່ໄດ້ຖືກລະບຸ.

ເຈົ້າໜ້າທີ່ລະດັບສູງຫຼາຍທ່ານ ນັບແຕ່ ຈອນ ເຄີຣີ່, ເລຂາທິການແຫ່ງຊາດຂອງສະຫະລັດອາເມຣິກາ, ຈົນເຖິງທ່ານ ເດສມອນ ຕູຕູ, ລວມເຖິງອົງການສະຫະປະຊາຊາດ ແລະສະຫະພາບຢູໂຣບ, ໄດ້ຮຽກຮ້ອງໃຫ້ລັດຖະບານລາວ ສືບສວນການຫາຍຕົວໄປຂອງສົມບັດ. ແຕ່ທາງລັດຖະບານ ບໍ່ໄດ້ສະໜອງຂໍ້ມູນໃໝ່ໆຫຍັງເລີຍ ໃຫ້ກັບຄອບຄົວຂອງເພິ່ນ ຕັ້ງແຕ່ກາງປີ 2013. ການໂຕຕິດຕາມນຳຕຳຫຼວດລາວ ກໍ່ບໍ່ໄດ້ມີການຕອບຮັບແຕ່ຢ່າງໃດ.

ກຸ່ມສິທິມະນຸດກ່າວວ່າ ຫຼາຍຮ້ອຍຄົນໄດ້ຖືກ “ຫາຍຕົວໄປ” ໃນອາຊີຕາເວັນອອກສຽງໃຕ້ ໃນຫຼາຍທົດສະວັດທີ່ຜ່ານມາ, ໂດຍເປັນການຫາຍໄປດ້ວຍນ້ຳມືຂອງລັດ ຫຼືອົງກອນທີ່ກ່ຽວຂ້ອງກັບລັດຖະບານ ເພື່ອຊຳລະສະສາງໜີ້ ຫຼືຄວາມແຄ້ນ ຫຼືຖອນຮາກກຸ່ມຕໍ່ຕ້ານ.

ຕົວເລກທີ່ແນ່ນອນ ຍັງບໍ່ສາມາດຮູ້ໄດ້ ແຕ່ມັນໄດ້ກາຍເປັນສິ່ງທີ່ໜ້າເປັນຫ່ວງແລ້ວໃນພາກພື້ນທີ່ລະບົບການປົກຄອງແບບຜະເດັດການ, ເຊິ່ງລວມມີລາວ, ຫວຽດນາມ, ແລະໄທ, ກຳລັງເພີ່ມທະວີການຕິດຕາມກວດກາພວກຕໍ່ຕ້ານທາງສື່ອອນລາຍ.

ພັນລະຍາຄົນສິງກະໂປ ຂອງສົມບັດ, ນາງ ຊຸຍເມັງ, ທີ່ຍັງອາໄສຢູ່ວຽງຈັນ, ໄດ້ທຸ່ມເທຊີວິດຂອງນາງເພື່ອຊອກຫາສາມີ. ນາງໄດ້ກ່າວໃນຕອນທີ່ເດີນທາງໄປຢາມພີ່ນ້ອງທີ່ສິງກະໂປວ່າ ຫຼາຍຄອບຄົວໃນລາວ “ຕ້ອງມິດຢູ່ຍ້ອນຄວາມຢ້ານ” ພາຍຫຼັງຈາກການຈັບກຸມ ຫຼືຫາຍຕົວໄປ.

“ຖ້າການມິດງຽບ ຈະນຳມາເຊິ່ງການຕ່າວຄືນ, ນັ້ນອາດເປັນຍຸທະສາດໜຶ່ງ. ການມິດ ບໍ່ໃຫ້ຜົນຫຍັງເລີຍ. ການລົນນະລົງ ບໍ່ໃຫ້ຜົນຫຍັງເລີຍ. ແຕ່ສິ່ງທີ່ຂ້ອຍຫວັງແມ່ນວ່າ ກໍລະນີຂອງລາວ ຈະບໍ່ຖືກລືມ, ຈົນກວ່າເຮົາຈະໄດ້ຄວາມຈິງ. ຂ້ອຍຕ້ອງສືບຕໍ່ຄົ້ນຫາມັນ.”

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.