ສາກົນຮຽກຮ້ອງ ຣັຖບາລລາວ ໃຫ້ປັບປຸງ ນັບຖື ສິດທິມະນຸດ

ວິທະຍຸເອເຊຍເສລີ: 18 ມິຖຸນາ 2021

ໃນໄລຍະ ທ້າຍປີ 2019, ສປຊ ໄດ້ສົ່ງ ເອກກະສານ ໃຫ້ ທາງການ ລາວ-ໄທຍ ຊີ້ແຈງເພີ່ມຕື່ມ ໃນການຫາຍສາບສູນ ຂອງ ທ້າວ ອອດ ໄຊຍະວົງ.

ສະຫະພັນສິດທິມະນຸດສາກົນ ຫລື FIDH ທີ່ມີສໍານັກງານປະຈໍາຢູ່ ຫຼາຍປະເທດໃນທົ່ວໂລກ ໄດ້ຮຽກ ຮ້ອງໃຫ້ສະຫະພາບຢູໂຣບ ກົດດັນຣັຖບາລລາວ ໃຫ້ແກ້ໄຂບັນຫາການຣະເມີດ ສິດທິມະນຸດໃນລາວ ໃນວາຣະກອງປະຊຸມທາງໄກ ກ່ຽວກັບສິດທິມະນຸດ ຄັ້ງທີ 10 ຣະຫວ່າງ ສະຫາພາບຢູໂຣບ ແລະ ສປປລາວ ໃນມື້ວັນທີ 16 ມິຖຸນາ ນີ້ ໂດຍສະເພາະບັນຫາ ການຣະເມີດສິດ ຂອງ ຜູ້ທີ່ ສະແດງຄວາມຄິດເຫັນ ຜ່ານສື່ສັງຄົມອອນລາຍ ເປັນຕົ້ນກໍຣະນີ ນາງຮວຍເຮືອງ ໄຊຍະບູຣີ ຫລື ນາງໝວຍ ແລະ ກໍຣະນີຄົນງານ ລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ຄື ທ້າວສຸການ ໃຈທັດ, ທ້າວສົມພອນ ພິມມະສອນ ແລະ ນາງຫຼອດຄໍາ ທໍາມະວົງ ຊຶ່ງ ຖືກທາງການລາວ ກ່າວຫາວ່າ ໃສ່ຮ້າຍປ້າຍສີພັກ-ຣັຖ ແລະ ຖືກຈັບຂັງຄຸກຈົນມາ ເຖິງປັດຈຸບັນ.

ກ່ຽວກັບເຣື່ອງນີ້, ທ່ານ Andrea Giorgetta ຜູ້ອຳນວຍການ ສະຫະພັນສິດທິມະນຸດ ສາກົລ ປະຈຳຂົງເຂດເອເຊັຽ ກໍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ຜ່ານທາງອີເມລ ວ່າ:

“ສະພາບ ຂອງສິດທິມະນຸດໃນລາວ ຍັງຖືວ່າຢູ່ໃນຣະດັບທີ່ຂີ້ຮ້າຍຢູ່ ແລະ ມີສັນຍານຫຼາຍຢ່າງວ່າ ຄະນະຜູ້ນຳຊຸດໃໝ່ ຂອງລາວ ຍັງຄົງຈະປະຕິບັດ ທຸກຢ່າງ ບໍ່ແຕກຕ່າງຈາກຄະນະ ຜູ້ນຳຊຸດທີ່ຜ່ານມາ ລວມທັງການສືບຕໍ່ ຈຳກັດຮັດແຄບ ພາກປະຊາສັງຄົມ. ບັນຫາການບັງຄັບ ໃຫ້ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ທີ່ຍັງບໍ່ຖືກແກ້ໄຂນັ້ນ ກໍຖືເປັນບັນຫາ ໃຫຍ່ອີກບັນຫານຶ່ງ ທີ່ຍັງໜ້າເປັນຫ່ວງ.”

ທ່ານກ່າວຕື່ມວ່າ, “ກອງປະຊຸມດ້ານສິດທິມະນຸດ ປະຈຳປີ ຣະຫວ່າງ ສະຫະພາບຢຸໂຣປ ແລະ ລາວ ຖືເປັນ ສິ່ງທີ່ປະຊາຄົມໂລກຈະ ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ຍົກບັນຫາດ້ານສິດທິມະນຸດ ໃຫ້ທາງຣັຖບານລາວ ໄດ້ແກ້ໄຂ, ແຕ່ເປັນທີ່ໜ້າເສັຽດາຍວ່າ ເວທີດັ່ງກ່າວນັ້ນ, ເປັນພຽງແຕ່ຮູບແບບການປະຊຸມ ທີ່ເປີດໂອກາດໃຫ້ຣັຖບານລາວ ມີໂອກາດມາປັ່ນຫົວບັນດາ ນັກການທູຕສາກົລ ແລະ ຫຼີກເວັ້ນທີ່ຈະເອົາທ່າທີຕ່າງໆ ເພື່ອເປັນການແກ້ໄຂ ບັນຫາສິດທິມະນຸດ ຢ່າງເອົາຈິງເອົາຈັງ.”

ນອກຈາກນີ້, ສະຫະພັນສິດທິມະນຸດສາກົລ ຍັງຮຽກຮ້ອງໃຫ້ ຣັຖບານລາວ ແກ້ໄຂບັນຫາ ຜູ້ທີ່ນັບຖືສາສນາຄຣິສຕຽນ ທີ່ຍັງຄົງຖືກ ກົດຂີ່ຂົ່ມເຫັງ ຈາກເຈົ້າໜ້າທີ່ທ້ອງຖິ່ນນັ້ນຢູ່, ເຖິງ ວ່າຈະມີກົດໝາຍ ແລະ ນິຕິກັມຕ່າງໆ ໃນການຮອງຮັບສິດທິ ພວກເຂົາເຈົ້າແລ້ວ ກໍຕາມ, ແຕ່ກໍຍັງປະກົດມີຣາຍງານ ກ່ຽວກັບການລະເມີດສິດທິ ຂອງພວກເຂົາເຈົ້າ ອອກມາຢູ່ເລື້ອຍໆ.

ກ່ຽວກັບການຣະເມີດທາງສາສນາ ປະຊາຊົນລາວ ທ່ານນຶ່ງ ຜູ້ທີ່ປະສົບບັນຫາດັ່ງກ່າວ ໂດຍສະເພາະຊາວຄຣິສຕຽນ ກໍໄດ້ໃຫ້ການ ຢືນຢັນວ່າມາເຖິງປັດຈຸບັນ ຊາວຄຣິສຕຽນລາວ ຢູ່ຫລາຍເຂດ ກໍຍັງຖືກອໍານາດການປົກຄອງບ້ານຂົ່ມເຫັງຢູ່. ເຖິງແມ່ນວ່າທາງການ ລາວ ໄດ້ມີການຮັບຮອງສາສນາ ຄຣິສຕຽນແລ້ວກໍຕາມ ແຕ່ເຈົ້າໜ້າທີ່ທ້ອງຖິ່ນ ຈໍານວນນຶ່ງ ກໍຍັງຣະເມີດຢູ່ ດັ່ງທີ່ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ທ່ານນຶ່ງ ເວົ້າໃນມື້ວັນທີ 18 ມິຖຸນາ ນີ້ວ່າ:

“ພີ່ນ້ອງທີ່ຢູ່ແບບວ່າແຕ່ລະປີກ ແຕ່ລະຍ່ອມ ບາງບ່ອນເຂົາກະຍັງຂົ່ມເຫັງໄດ້ ເຂົາກະຍັງກົດດັນຢູ່ນ່າ ເວົ້າລວມແລ້ວແຂງກະດ້າງ ຫັ້ນນ່າ ເຂົາບໍ່ຍອມ ຮັບແກ້ຫັ້ນນ່າໂຕນັ້ນ ຂນາດເຂົາຮູ້ຈັກກົດໝາຍ ເຂົາກະບໍ່ຍອມແກ້ຕາມນັ້ນ.”

ທ່ານກ່າວຕື່ມວ່າ ໃນທຸກມື້ນີ້ ຢູ່ທ້ອງຖິ່ນຂອງຕົນ ອໍານາດການປົກຄອງບ້ານ ອະນຸຍາດໃຫ້ຊາວຄຣິສຕຽນ ທໍາພິທີ່ສວດມົນນະມັສການ ພຣະເຈົ້າ ປະຈໍາສັບປະດາ ຢູ່ໃນບ້ານໄດ້ພຽງ ແຕ່ຢູ່ບ່ອນດຽວ ແລະມີເຈົ້າໜ້າທີ່ ທາງການບ້ານ ມາສັງເກດການ, ບໍ່ໃຫ້ຈັດພິທີຢູ່ຫຼາຍ ບ່ອນໃນບ້ານດຽວ, ບໍ່ດັ່ງນັ້ນທາງການ ກໍຈະຖືວ່າມີຄວາມຜິດ ແລະ ຖືກເອີ້ນໄປສຶກສາອົບຮົມ ຊຶ່ງຕົນເຫັນວ່າ ເປັນການຈໍາກັດ ສິດທິ ໃນການເຊື່ອຖືສາສນາຢ່າງນຶ່ງ.

ຊາວຄຣິສຕຽນລາວ ຢູ່ເມືອງພີນ ແຂວງສວັນນະເຂດ ຜູ້ນຶ່ງກ່າວວ່າ ປັດຈຸບັນ ຢູ່ໃນເມືອງນີ້ ຍັງມີບັນຫາເຣື່ອງອໍານາດການປົກຄອງ ບ້ານ, ບ້ານນຶ່ງ ບໍ່ຍອມຮັບຊາວຄຣິສຕຽນລາວ ຄອບຄົວນຶ່ງ ແລະບໍ່ອະນຸຍາດໃຫ້ພວກເຂົາເຈົ້າ ທີ່ໄດ້ຖືກໃຫ້ອອກຈາກບ້ານໄປນັ້ນ ກັບເຂົ້າມາຢູ່ໃນບ້ານຄືນເທື່ອ ຊຶ່ງຖືວ່າເປັນການຣະເມີດສິດທິມະນຸດ ຂັ້ນຮ້າຍແຮງແບບນຶ່ງ ດັ່ງທີ່ທ່ານກ່າວວ່າ:

“ການຣະເມີດຫັ້ນຫະຄືວ່າ ຍັງມີບ້ານນຶ່ງທີ່ວ່າ ບໍ່ທັນເຂົ້າສອດຄ່ອງກັບຊາວຄຣິສຕຽນ ທາງການເຂົາຂຶ້ນໄປເຜີຍແຜ່ແລ້ວ ທາງ ນາຍບ້ານນີ້ບໍ່ຍອມຮັບ ທາງການມາແລ້ວມັນເຮັດຄື ແລ້ວຂະເຈົ້າເມືອມັນຍັງຄືເກົ່າ ມັນເປັນບ້ານ ມັນເປັນສໍ່າວ່າກັດລີ້ນໂຕເອງ ຫັ້ນແຫລະ.”

ແລະຢູ່ແຂວງສາລະວັນ ຊາວຄຣິສຕຽນລາວ ທ່ານນຶ່ງກໍເວົ້າວ່າ ມາເຖິງປັດຈຸບັນ ບັນຫາຊາວຄຣິສຕຽນຖືກທາງການຂົ່ມເຫັງຢູ່ ເມືອງຕະໂອ້ຍ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ ຢ່າງຈິງຈັງເທື່ອ ຍ້ອນວ່າຊາວຄຣິສຕຽນ 3 ຄອບຄົວ ຢູ່ບ້ານປະເຕມ ຄຸ້ມປຣຸກ ທີ່ ຖືກອໍານາດການປົກຄອງບ້ານ ມ້າງເຮືອນນັ້ນ ຍັງບໍ່ທັນໄດ້ປຸກເຮືອນ ໃຫ້ໃໝ່ເທື່ອ. ເຖິງແມ່ນວ່າ ທາງການເມືອງ ມີຄໍາສັ່ງໃຫ້ປຸກ ໃໝ່ໃຫ້ແລ້ວ ແຕ່ກໍບໍ່ມີໃຜປະຕິບັດຕາມ. ນອກຈາກນັ້ນກໍຍັງກີດກັ້ນບໍ່ ໃຫ້ຊາວຄຣິສຕຽນ ຢູ່ບ້ານອື່ນໆ ໄປຢ້ຽມຢາມ 3 ຄອບຄົວນັ້ນ ດັ່ງທີ່ທ່ານກ່າວວ່າ:

“ດຽວນີ້ພີ່ນ້ອງ ຍັງຢູ່ຈຽງພຸ້ນແຫລະ ຢູ່ປ່າຢູ່ດົງ ແຕ່ວ່າກົລໄກແກ້ໄຂຫັ້ນ ຍັງບໍ່ ທັນໄດ້ແລ້ວຫັ້ນນ່າ ເຮືອນກະຍັງບໍ່ທັນໄດ້ເຮັດ, ເພິ່ນ ຈໍາກັດບໍ່ໃຫ້ໄປພົວພັນ ແນວນັ້ນພວກຂ້ານ້ອຍ ໄປພົວພັນເຂົາບໍ່ໃຫ້.”

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງສູນກາງແນວລາວ ສ້າງຊາດ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກທີ່ຈະ ໃຫ້ຄໍາເຫັນ.

ກ່ຽວກັບສິດທິມະນຸດ ຢູ່ລາວ ທ່ານ Adilur Rahman Khan ເລຂາທິການໃຫຍ່ ຂອງ ສະຫະພັນສິດທິມະນຸດສາກົນ ໄດ້ກ່າວວ່າຢູ່ ປະເທດລາວ ຍັງມີການຣະເມີດສິດທິມະນຸດ ຫລາຍດ້ານ ເປັນຕົ້ນການຣະເມີດສິດທິ ໃນການເຊື່ອຖືສາສນາ ໂດຍສະເພາະ ສາສນາ ຄຣິສຕຽນ ຊຶ່ງຊາວຄຣິສຕຽນລາວ ຢູ່ຫລາຍເຂດ ຍັງຖືກເຈົ້າໜ້າທີ່ ທາງການທ້ອງຖິ່ນ ຈໍາກັດ ສິດທິໃນການເຊື່ອຖື, ຖືກຂົ່ມເຫັງ, ຖືກຈັບດໍາເນີນຄະດີຢູ່. ທ່ານກ່າວວ່າ ໃນໄລຍະ 2 ປີຜ່ານມາ ນັບຕັ້ງແຕ່ໄດ້ມີການຫາລື ດ້ານສິດທິມະນຸດກັບ ສະຫະພາບຢູໂຣບ ມານີ້ ກໍບໍ່ໄດ້ເຮັດ ໃຫ້ສະຖານະການ ດ້ານສິດທິມະນຸດໃນລາວ ດີຂຶ້ນ ແຕ່ຢ່າງໃດ.

ທ່ານກ່າວຕື່ມອີກວ່າ ຊາວບ້ານທີ່ວິພາກວິຈານ ການເຮັດວຽກຂອງຣັຖບາລລາວ ຫລືເປີດເຜີຍຂໍ້ມູນກ່ຽວກັບ ການສໍ້ຣາດບັງຫລວງ ຂອງເຈົ້າໜ້າທີ່ ໃຫ້ສາທາຣະນະຊົນຮູ້ ກໍຍັງຖືກຂົ່ມຂູ່ ແລະຈັບເຂົ້າຄຸກຢູ່ຕໍ່ໄປ ຊຶ່ງຢ່າງໜ້ອຍມີ 4 ຄົນ ທີ່ຖືກຈັບຂັງຄຸກ ຍ້ອນໃຊ້ສິດ ເສຣີພາບ ໃນການສະແດງຄວາມຄິດເຫັນ ແລະການສະແດງອອກ.

ໃນຂນະດຽວກັນ, ສະຫະພາບຢູໂຣບ ກໍໄດ້ອອກຖແລງການຮ່ວມ ພາຍຫຼັງທີ່ໄດ້ ປະຊຸມກັບຝ່າຍລາວ ໃນວັນທີ 16 ມິຖຸນາ ນີ້ວ່າ ສະຫະພາບ ຢູໂຣບ ໄດ້ປະຊຸມຮ່ວມກັບຝ່າຍລາວ ໃນຫລາຍບັນຫາ, ນັບຕັ້ງແຕ່ການແລກປ່ຽນ ຄວາມຄິດເຫັນ ກ່ຽວກັບຜົລກະທົບ ອັນເກີດມາຈາກການແຜ່ຣະບາດ ຂອງໂຄວິດ-19 ໄປຈົນເຖິງບັນຫາ ສິດທິມະນຸດຕ່າງໆ ທີ່ ສະຫະພາບຢູໂຣບ ຍັງເປັນຫ່ວງເປັນໃຍ ຢູ່. ນອກຈາກນີ້, ທາງຝ່າຍລາວ ຍັງໄດ້ຣາຍງານ ຕໍ່ສະຫະພາບຢູໂຣບ ກ່ຽວກັບຄວາມຄືບໜ້າ ທີ່ທາງການລາວໄດ້ບັນລຸຜົລ ໃນຂົງເຂດ ສິດ ເສຣີພາບ ໃນການສະແດງອອກ ແລະ ສິດເສຣີພາບ ໃນຈັດຕັ້ງສະມາຄົມ ແລະການໂຮມຊຸມນຸມ ຢ່າງສັນຕິ.

ໃນຕອນນຶ່ງ ຂອງບົດຖແລງການນັ້ນ, ສະຫະພາບຢູໂຣບ ໄດ້ກ່າວວ່າ “ສະຫະພາບຢູໂຣບ ຮຽກຮ້ອງອີກຄັ້ງນຶ່ງ ເຖິງຄວາມສຳຄັນ ທີ່ ຣັຖບານລາວ ຄວນຈະຮັບຮອງສົນທິສັນຍາ ວ່າດ້ວຍການປົກປ້ອງບຸກຄົນ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ, ພ້ອມທັງໃຫ້ເຫັນ ຄວາມສຳຄັນ ໃນການອອກໜັງສືເຊີນ ຄະນະຜູ້ ຣາຍງານພິເສດ ຂອງອົງການ ສະຫະປະຊາຊາຕ” ນໍາດ້ວຍ.

ກອງປະຊຸມດ້ານ ສິດທິມະນຸດປະຈຳປີ ຣະຫວ່າງ ສະຫະພາບຢຸໂຣປ ແລະ ສປປລາວໃນປີນີ້, ເປັນກອງປະຊຸມ ຄັ້ງທີ 10 ຝ່າຍ ສະຫະພາບຢູໂຣບ ນຳໂດຍ ທ່ານ David Daly (ເດ່ວິດ ດ່າລີ້) ຫົວໜ້າຜແນກຕາເວັນອອກສຽງໃຕ້ ປະຈຳຫ້ອງການກິຈການ ຕ່າງປະເທດ ຂອງສະຫະພາບຢູໂຣບ ແລະ ຝ່າຍລາວ ນຳໂດຍ ທ່ານ ດວງມະນີ ຍອດສີອຸດົມ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ.

ພາຍຫລັງທີ່ໄດ້ປະຊຸມຮ່ວມກັບ ສະຫະພາບຢູໂຣບ ກ່ຽວກັບສິດທິມະນຸດ ໃນຄັ້ງນີ້ ກໍຍັງບໍ່ປະກົດເຫັນວ່າ ທາງການລາວໄດ້ອອກ ຖແລງການ ຫຼືຖແລງຂ່າວຕໍ່ສື່ມວນຊົນເທື່ອ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.