FIDH: 14 ທັນວາ 2018
ມື້ນື່ງ ກອ່ນໂອກາດວັນຄົບຮອບ 6ປີ ແຫ່ງການ ຫາຍສາບສູນແບບຖືກບັງຄັບ ຂອງຜູ້ນຳອົງການຈັດຕັ້ງດ້ານສັງຄົມ ທ່ານສົມບັດ ສົມພອນ, ພວກຂ້າພະເຈົ້າ ອົງການການຈັດຕັ້ງທີ່ມີລາຍຊື່ຂ້າງລຸ່ມນີ້ ຂໍຮຽກທວງອີກຄັ້ງໃໝ່ ຕໍ່ລັຖບານສປປລາວ ໃຫ້ທຳການສືບສວນຢ່າງເສຣີ ໂດຍບໍ່ອ່ຽງ ແລະຢ່າງແທ້ຈິງ ເຖິງຊາຕາກັມຂອງຜູ້ກ່ຽວ.
ທ່ານສົມບັດປະກົດຕົວເປັນຄັ້ງສຸດທ້າຍ ເມື່ອແລງວັນທີ 15 ທັນວາ 2012 ທີ່ປ້ອມຍາມ ຕຳລວດແຄມຖນົນຊຶ່ງມີຜູ້ຄົນທຽວຢ່າງຫຼວງຫຼາຍ ແຫ່ງນຶ່ງທີ່ນະຄອນວຽງຈັນ. ອີງຕາມໂທຣະພາບຊ້ອງ CCTV, ລົດຂອງທ່ານສົມບັດຈອດທີ່ປ້ອມຍາມຕຳລວດ ບໍ່ເທົ່າໃດນາທີ, ຕໍ່ມາ ມີກຸ່ມຄົນນຳຕົວຜູ້ກ່ຽວ ຂື້ນລົດຄັນນຶ່ງອີກ ໄປພ້ອມກັບເຈົ້າໜ້າທີ່ຕຳລວດ. ສ່ວນອີກບຸກຄົນນຶ່ງ ຊໍ້າຂັບລົດ ທ່ານສົມພອນ ອອກຈາກກາງເມືອງໄປ. ການທີ່ເຈົ້າໜ້າທີ່ຕຳລວດຢູ່ໃນເຫດການ, ຮູ້ເຫັນເປັນພິຍານວ່າ ທ່ານສົມບັດ ຖືກລັກລອບຈັບຕົວໄປ ແລະບໍ່ໄດ້ເອົາມາດຕະການ ປົກປ້ອງທ່ານສົມບັດນັ້ນ ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຕຳລວດຂອງລັຖບານມີສ່ວນກ່ຽວຂ້ອງ ຫຼືຮູ້ເຫັນເປັນໃຈ ກັບເຫດການລ່ວງລະເມີດສິດທິມະນຸດ ຕໍ່ທ່ານສົມບັດ, ລວມໄປເຖິງອາຊະຍາກຳ ການຫາຍສາບສູນແບບຖືກບັງຄັບ. ຕໍ່ມາ ໃນຄືນດຽວກັນ, ພີຍານບາງຄົນ ລາຍງານວ່າ ເຫັນທ່ານສົມບັດ ທີ່ສຳນັກງານຕຳລວດທີ່ນະຄອນວຽງຈັນ, ແຕ່ມາເຖິງປັດຈຸບັນ ທາງການສປປລາວຊໍ້າບໍ່ໄດ້ກ່າວໃຫ້ຊາບວ່າ ທ່ານສົມບັດເຮັດຫຍັງໃນຂະນະນັ້ນ ແລະມີຫຍັງເກີດຂຶ້ນກັບຜູ້ກ່ຽວ. Continue reading “ເປັນເວລາ 6ປີ ຜ່ານມາແລ້ວ ທີ່ ກຸ່ມອົງການຈັດຕັ້ງນາໆຊາດ ດ້ານສັງຄົມ ລໍຖ້າຄຳຕອບກ່ຽວກັບການຫາຍສາບສູນແບບຖືກບັງຄັບ ຂອງທ່ານສົມບັດ ສົມພອນ”