ຈົດຫມາຍເປີດ ເລື່ອງ ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238

International Commission of Jurists: 13 ທັນວາ 2017

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ

ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທ່ານ ບຸນຍັງ ວໍຣະຈິດ, ປະທານປະເທດ

ສຳນັກງານປະທານປະເທດ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີ

ກະຊວງຍຸຕິທຳ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

13 ທັນວາ 2017

 

ຮຽນ      ທ່ານ ທອງລຸນ ສີສຸລິດ, ທ່ານ ບຸນຍັງ ວໍຣະຈິດ, ແລະ ທ່ານ ໄຊສີ ສັນຕິວົງ,

 

ເລື່ອງ:   ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238 ປີ 2017

 

ຄະນະກຳມະການກົດໝາຍສາກົນ (ICJ), ອົງການນີລະໂທດກຳສາກົນ (Amnesty), ອົງການຕິດຕາມສິທິມະນຸດ (HRW), ສະຫະພັນສາກົນເພື່ອສິທິມະນຸດ (FIDH), ສະພາເອເຊຍ ເພື່ອສິດ ແລະການພັດທະນາມະນຸດ (Forum-Asia), ສະມາຊິກລັດຖະສະພາອາຊຽນ ເພື່ອສິທິມະນຸດ (APHR), ການບໍລິການສາກົນເພື່ອສິທິມະນຸດ (ISHR), ສູນສິທິພົນລະເຮືອນ ແລະການເມືອງ (CCPR-Centre), ແລະອົງການສາກົນດ້ານການທໍລະມານ (OMCT) ສະແດງຄວາມກັງວົນເປັນທີ່ສຸດຕໍ່ກັບດຳລັດວ່າດ້ວຍສະມາຄົມ ທີ່ກຳລັງຈະຖືກຮັບຮອງນຳໃຊ້ (ເລກທີ. 238 ປີ 2017) (ຕໍ່ໄປນີ້ຈະກ່າວຫຍໍ້ເປັນ ‘ດຳລັດ’) ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).

ພວກເຮົາຮຽກຮ້ອງໃຫ້ລັດຖະບານ ສປປ ລາວ ຖອນ ຫຼືດັດແກ້ດຳລັດສະບັບນີ້ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະມາດຖານສິທິມະນຸດສາກົນ. ພວກເຮົາຍັງຮຽກຮ້ອງໃຫ້ລັດຖະບານປະຕິຮູບກອບກົດໝາຍສຳລັບນິຕິກຳ ດ້ານການສະມາຄົມໃນ ສປປ ລາວ ແລະປັບໃຫ້ສອດຄ່ອງກັບກົດໝາຍ ແລະມາດຖານສິທິມະນຸດສາກົນ. ການຖອນ ຫຼືດັດແກ້ດຳລັດສະບັບນີ້ ຕ້ອງຄຽງຄູ່ກັບການປະຕິຮູບກອບນິຕິກຳດ້ານການສະມາຄົມນີ້. Continue reading “ຈົດຫມາຍເປີດ ເລື່ອງ ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238”

ການຖືກບັງຄັບໃຫ້ຫາຍສາບສູບ…ແມ່ນ​ຫຍັງ?

Logo-What isຂຽນໂດຍ the International Commission of Jurists (ICJ)

“ປະກົດການຖືກບັງຄັບໃຫ້ຫາຍສາບສູນ [ … ] ແມ່ນຖືວ່າເປັນບັນຫາການລະເມີດສິດທິມະນຸດທີ່ຮ້າຍແຮງທີ່ສຸດ. ການລະເມີດດັ່ງກ່າວແມ່ນເປັນບັນຫາທີ່ທ້າທາຍຕໍ່ ກັບແນວຄວາມຄິດໃນດ້ານສິດທິມະນຸດ, ຕໍ່ກັບບັນຫາການປະຕິເສດຮັບຮູ້ສິດໃນການດຳລົງ ຊີວິດ ແລະ ຕໍ່ກັບສິດຂອງຄວາມເປັນສ່ວນບຸກຄົນ. ການຖືກບັງຄັບໃຫ້ຫາຍສາບສູນແມ່ນ ການປ່ຽນຮູບແບບຂອງຊີວິດມະນຸດໃຫ້ກາຍເປັນສິ່ງທີ່ບໍ່ມີຊີວິດ. ການກະທຳດັ່ງກ່າວ ຖືວ່າ ເປັນການສໍ້ລາດບັງຫລວງ, ນຳໃຊ້ອຳນາດໃນທາງທີ່ຜິດດ້ວຍການຮູ້ເຫັນເປັນໃຈໃຫ້ມີ ການລະເມີດກົດໝາຍ ແລະ ລະເມີດກົດລະບຽບແບບເສລີ ແລະ ດຳເນີນການກໍ່ອາດສະຍາກຳທີ່ປ່າເຖື່ອນ.” Niall MacDermot, ເລຂາທິການໃຫຍ່ຂອງຄະນະກຳມາທິການ ກົດໝາຍສາກົນ (1970-1990) (1)

ພາກສະເໜີ

ສົນທິສັນຍາສາກົນວ່າດ້ວຍການປົກປ້ອງທຸກຄົນຈາກການຖືກບັງຄັບໃຫ້ຫາຍສາບສູນ (ICPPED) ໄດ້ກໍານົດນິຍາມ ວ່າ “ການຖືກບັງຄັບໃຫ້ຫາຍສາບສູນ” ແມ່ນ:

ການຈັບກຸມ, ການຄຸມຂັງ, ການລັກພາຕົວ ຫຼື ທຸກຮູບແບບທີ່ກ່ຽວຂ້ອງກັບການຕັດອິດສະຫລະພາບໂດຍອົງການຂອງ ພາກລັດ ຫຼື ບຸກຄົນ ຫຼື ກຸ່ມຄົນ ທີ່ເຄື່ອນໄຫວໃນນາມລັດ, ໄດ້ຮັບການສະໜັບສະໜຸນ ຫຼື ມອບໝາຍຈາກລັດເຊິ່ງວ່າ ຜູ້ທີ່ລົງມືກະທຳ ຫຼືກ່ຽວຂ້ອງກັບການກະທຳນັ້ນໄດ້ປະຕິເສດທີ່ຈະຮັບຮູ້ສະພາບທີ່ເກີດຂື້ນ ຫຼື ໄດ້ປິດບັງຂໍ້ມູນທີ່ກ່ຽວ ຂ້ອງກັບການຫາຍສາບສູນນັ້ນໄວ້.

ໃນລະຫວ່າງປີ 1994 ແລະ 2012, ໄດ້ມີການລາຍງານວ່າມີຄະດີທີ່ເກີດຂື້ນກ່ຽວກັບການຫາຍສາບສູນເຖິງ ແປດເລື່ອງອິງຕາມການລາຍງານຂອງອົງການສະຫະປະຊາຊາດກ່ຽວກັບການຖືກບັງຄັບໃຫ້ຫາຍສາບສູນ (WGEID) (2):

ປີທີ່ຢັ້ງຢືນເຫດການ

ປີທີ່ທາງ (WGEID) ໄດ້ລາຍງານໃຫ້ລັດຖະບານຮັບຊາບ

ລາຍຊື່ ສະຖານະພາບ

1993

1994

ຫົວໜ້າຂອງກຸ່ມທີ່ຖືກ ສົ່ງກັບທ້ອງຖິ່ນ

WGEID ຢຸດຕິການຄົ້ນຫາໃນປີ 2006

1999

2001

ສະມາຊິກຂອງກຸ່ມການ ເຄື່ອນໄຫວເພື່ອປະຊາ ທິປະໄຕຂອງນັກຮຽນລາວຫ້າຄົນ

ໄດ້ຮັບຂໍ້ມູນຄວາມຄືບໜ້າໃນປີ 2005/2006

2009

2010

ນາງ ກິ່ງແກ້ວ ພົງ ເສລີ (3).

ກໍລະນີຍັງເປີດ

2012

2012

ທ່ານ ສົມບັດສົມພອນ

ກໍລະນີຍັງເປີດ

ໃນຄະນະທີ່ທັງແປດຄະດີແມ່ນໄດ້ຮັບຂໍ້ມູນມາຈາກ WGEID, ແຕ່ໃນຕົວຈິງບັນຫາການຖືກບັງຄັບໃຫ້ຫາຍສາບສູນແມ່ນອາດມີຫລາຍກ່ວານັ້ນ. ເຫດຜົນໜຶ່ງທີ່ບັນດາເລື່ອງລາວ ຕ່າງໆບໍ່ໄດ້ຖືກສົ່ງໃຫ້ WGEID ນັ້ນກໍ່ເພາະວ່າຜູ້ທີ່ຈະລາຍງານນັ້ນແມ່ນມີຄວາມຢ້ານກົວເຈົ້າໜ້າທີ່ ແລະ/ຫຼື ບໍ່ມີຄວາມຮູ້ ຫຼື ບໍ່ຮູ້ວິທີໃນການເຂົ້າຫາລະບົບກົນໄກຂອງອົງການສະຫະປະຊາຊາດນັ້ນເອງ.

Continue reading “ການຖືກບັງຄັບໃຫ້ຫາຍສາບສູບ…ແມ່ນ​ຫຍັງ?”

ພັນທະທີ່ສໍາຄັນຂອງລັດພາຄີພາຍໃຕ້ສົນທິສັນຍາການຕ້ານການຖືກບັງຄັບໃຫ້ຫາຍສາບສູນ…ມີຫຍັງແດ່?

“ປະກົດການການຖືກບັງຄັບໃຫ້ຫາຍສາບສູນແມ່ນຖືວ່າເປັນການລະ

ເມີດທາງສິດທິມະນຸດທີ່ຮຸນແຮງທີ່ສຸດ.ການລະເມີດດັ່ງກ່າວຍັງເປັນບັນຫາທີ່ທ້າທາຍໃຫ້ແກ່ການໃຫ້ນິຍາມແນວຄວາມຄິດດ້ານສິດທິມະນຸດ, ເປັນການປະຕິເສດຮັບຮູ້ສິດຂອງມະນຸດໃນການຢູ່ລອດ ແລະ ສິດທິ ຄວາມເປັນມະນຸດ. ການຖືກບັງຄັບໃຫ້ຫາຍສາບສູນແມ່ນການປ່ຽນຄວາມເປັນຄົນໃຫ້ການເປັນສິ່ງທີ່ບໍ່ມີຊິວິດ.ການຖືກບັງຄັບໃຫ້ຫາຍສາບສູນແມ່ນກໍ່ແມ່ນສ່ວນໜຶ່ງຂອງການສໍ່ລາດບັງຫລວງ, ການສວຍໃຊ້ອຳນາດເກີນໜ້າທີ່ເພື່ອອະນຸຍາດໃຫ້ບຸກຄົນໃດໜຶ່ງລະເມີດກົດໝາຍ ແລະ ລະບຽບ ການຕ່າງໆເພື່ອເຮັດໃນສິ່ງທີ່ບໍ່ຖືກຕ້ອງ ແລະ ລົງມືກໍ່ອາດສະຍາກຳທີ່ຊົ່ວຮ້າຍ.” ທ່ານ Niall MacDermot, ເລຂາທິການໃຫຍ່ຂອງຄະນະກຳມາທິການກົດໝາຍສາກົນ.

Logo-What is

ບົດສະເໜີ

ການຖືກບັງຄັບໃຫ້ຫາຍສາບສູນເປັນການລະເມີດສິດທິມະນຸດທີ່ຮ້າຍແຮງທີ່ສຸດ. ບຸກຄົນທີ່ຖືກບັງຄັບໃຫ້ ຫາຍສາບສູນແມ່ນຕົກຍູ່ໃນກຳມືຂອງຜູ້ດຳເນີນການ ແລະ ບໍ່ມີໂອກາດເຂົ້າເຖິງການປົກປ້ອງທາງດ້ານກົດໝາຍເລີຍ.

ທາງຄອບຄົວ ແລະ ໝູ່ເພື່ອນຂອງຜູ້ຖືກເຄາະຮ້າຍແມ່ນມີຄວາມທົນທຸກທໍລະມານຢ່າງເຈັບປອດທີ່ບໍ່ສາມາດຮູ້ຂໍ້ມູນຂ່າວສານວ່າຜູ້ເຄາະຮ້າຍນັ້ນຍັງມີຊິວິດ ຫຼື ວ່າໄດ້ຕາຍໄປແລ້ວ ຫຼື ບໍ່ສາມາດຮູ້ໄດ້ເລີຍວ່າຜູ້ກ່ຽວນັ້ນເປັນຕາຍຮ້າຍດີແນວໃດແດ່.

ຕາມປົກກະຕິແລ້ວການລັກພາໂຕແມ່ນຈະເກີດຂື້ນທີ່ບ້ານ ຫຼື ຕາມຖະໜົນຫົນທາງ, ບາງຄັ້ງກໍ່ເກີດໃນຍາມກາງເວັນ ແລ້ວຖືກນຳພາໄປບ່ອນລີ້ຊ້ອນ. ຜູ້ເຄາະຮ້າຍສ່ວນຫລາຍແມ່ນຈະຖືກທໍລະມານ ແລະ ຖືກຂ້າ.

Continue reading “ພັນທະທີ່ສໍາຄັນຂອງລັດພາຄີພາຍໃຕ້ສົນທິສັນຍາການຕ້ານການຖືກບັງຄັບໃຫ້ຫາຍສາບສູນ…ມີຫຍັງແດ່?”

ຄະນະກຳມາທິການສິດທິມະນຸດອາຊຽນ (AICHR)…ແມ່ນຫຍັງ?

AICHRພາກສະເໜີ

ໃນປີ 2007, ລັດສະມາຊິກຂອງອາຊຽນໄດ້ຮັບຮອງເອົາກົດບັດອາຊຽນ. ໃນມາດຕາ 14 ຂອງກົດບັດກໍ່ໄດ້ກຳນົດວ່າອາຊຽນຈະສ້າງຕັ້ງ “ອົງກອນສິດທິມະນຸດຂື້ນ”.

ໃນປີ 2009 ກອງປະຊຸມລະດັບລັດຖະມົນຕີອາຊຽນກໍ່ໄດ້ຮັບຮອງເອົາລະບຽບການຂອງຄະນະກຳມາທິການສິດທິມະນຸດອາຊຽນ (AICHR). ໃນລະຫວ່າງກອງປະຊຸມສຸດຍອດຄັ້ງທີ 15 ທີ່ຈັດຂື້ນໃນປະເທດໄທໃນເດືອນ ຕຸລາ 2009, ບັນດາຜູ້ແທນຄະນະກຳມາທິການສິດທິມະນຸດອາຊຽນຈາກ 10 ປະເທດກໍ່ໄດ້ຮັບການແຕ່ງຕັ້ງຂື້ນໂດຍປະເທດລະໜຶ່ງຄົນ. ຕໍ່ມາຄະນະກຳມາທິການສິດທິມະນຸດອາຊຽນກໍ່ໄດ້ຮັບການເປີດຕົວ ແລະ ດຳເນີນງານຢ່າງເປັນທາງການ.

ຄະນະກຳມາທິການສິດທິມະນຸດແມ່ນເປັນອົງກອນທີ່ມີໜ້າທີ່ຮັບພິຊອບລວມດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ. ໃນຖານະທີ່ເປັນອົງກອນເພື່ອການສົ່ງເສີມສິດທິມະນຸດໃນພາກພື້ນ, ອົງກອນດັ່ງກ່າວແມ່ນມີພັນທະໜ້າທີ່ໃນການປະສານງານ ແລະ ຮ່ວມມືກັບອົງກອນອື່ນໆທີ່ດຳເນີນງານດ້ານສິດທິມະນຸດຢ່າງໃກ້ສິດ. ຄະນະກຳມາທິການສິດທິມະນຸດປຽບເໝືອນກັບເປັນອົງກອນພາກລັດຖະບານທີ່ໃຫ້ຄຳປຶກສາຫາລື. Continue reading “ຄະນະກຳມາທິການສິດທິມະນຸດອາຊຽນ (AICHR)…ແມ່ນຫຍັງ?”

ທາງການລາວບໍ່ສົນໃຈເຣື້ອງ ທ.ສົມບັດ

ວິທະຍຸເອເຊຍເສຣີ: 13 ກັນຍາ 2015

FCCT-15-09-11
ກອງປະຊຸມ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນຫົວຂໍ້ທີ່ວ່າ ”1000 ມື້ ທີ່ບໍ່ມີ ຄວາມຍຸທຕິທັມ” ຈັດຂຶ້ນຢູ່ ບາງກອກ ປະເທດໄທ RFA

ໃນ ກອງປະຊຸມ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ໃນ ຫົວຂໍ້ ທີ່ວ່າ ”1000 ມື້ ທີ່ ບໍ່ມີຄວາມ ຍຸທຕິທັມ” ທີ່ ຈັດຂຶ້ນ ຢູ່ ບາງກອກ ປະເທດ ໄທ, ໂດຍ ສະຫະພັນ ສິດທິ ມະນຸດ ສາກົນ ແລະ ສົມບັດ Initiative, ໃນ ວັນທີ 11 ກັນຍາ ປີ 2015 ຣະບຸ ວ່າ.

ທາງການ ລາວ ຍັງບໍ່ມີ ຄວາມ ຄືບຫນ້າ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໃຫ້ ພັລຍາ ແລະ ຄອບຄົວ ຂອງ ທ່ານ ຮູ້ ແລະ ບໍ່ມີ ແນວທາງ ການສືບສວນ ຫາ ບຸກຄົນ ຫາຍສາບສູນ ເປັນໄປ ຕາມ ກົດໝາຍ ສາກົນ.

ທ່ານ Kingsley Abbott ທີ່ ປຶກສາ ກົດໝາຍ ຣະຫວ່າງ ປະເທດ ຈາກ ຄນະ ກັມມະການ ນິຕິສານ ສາກົນ ກ່າວວ່າ, ຣັຖບານ ລາວ ຕ້ອງ ສືບສວນ ຄະດີ ດັ່ງກ່າວ ໂດຍໄວ ແລະ ຍຸທຕິທັມ, ແລະ ໃຫ້ ແຈ້ງ ຄວາມຄືບຫນ້າ ຂອງການ ສືບສວນ ຕໍ່ ຄອບຄົວ ຂອງ ທ່ານ ສົມບັດ. ທີ່ ຜ່ານມາ ຣັຖບານ ລາວ ຍັງບໍ່ໄດ້ ເຮັດ ຫນ້າທີ່ ນີ້ ຢ່າງ ເຕັມທີ່ ແລະ ເວົ້າວ່າ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ບໍ່ຄວນ ມີດງຽບ ຈາກ ສັງຄົມ.ດັ່ງທ່ານ ກ່າວວ່າ:

“ໃຫ້ ສືບສວນ ແລະ ຕິດຕາມ ຄະດີ ດັ່ງກ່າວ, ໃຫ້ ສື່ມວນຊົນ ແລະ ນານາຊາດ ຮູ້ວ່າ ການ ບີບບັງຄັບ ການ ຫາຍສາບສູນ ຍັງບໍ່ຖືກ ຫລົງລືມ ແລະ ໃຫ້ ທາງການ ລາວ ກັບມາ ສືບສວນ ຄະດີ ນີ້ ອີກໃຫມ່”. Continue reading “ທາງການລາວບໍ່ສົນໃຈເຣື້ອງ ທ.ສົມບັດ”

ພັນມື້ ຜ່ານມາ ກໍຣະນີ ການບັງຄັບໃຫ້ຖືກ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ສແດງຢ່າງຈະແຈ້ງ ເຖີງການປອ່ຍປະລະເມີດ ສັນຍາສາກົນຂອງລັຖະບານ ສປປ ລາວ

1000 days

FIDH: 11 ກັນຍາ 2015

ມື້ນີ້, ເປັນມື້ ທີ່ 1000 ຊື່ງ ທ່ານ ສົມບັດ ສົມພອນ ຜູ້ນໍ່າ ຊື່ດັງ ອົງການ ປະຊາສັງຄົມ ໃດ້ ‘’ຫາຍສາບສູນ’’ ທີ່ ປອ້ມຍາມ ຕໍ່າຫລວດ ແຫ່ງນື່ງ ຂອງ ຖນົນ ໃຫຍ່ນື່ງ ທີ່ ນະຄອນ ວຽງຈັນ. ພວກ ຂ້າພະເຈົ້າ, ອົງການ ທີ່ມີ ລ່າຍຊື່ ຢູ່ຂ້າງ ລູ່ມນີ້, ຂໍ ຣຽກທວງ ອີກຄັ້ງນື່ງ ຕໍ່ ລັຖະບານ ສປປ ລາວ ໃຫ ເພີ້ມທະວີ ຄວາມ ພະຍາຍາມ ໃນການ ສືບສວນ ຄະດີ ຫາຍສາບສູນ ໂດຍຖືກ ບັງຄັບ ຂອງ ທ່ານ ສົມບັດ ຢ່າງ ຣີບດວ່ນ, ຢ່າງ ມີຄວາມ ເປັນທັມ ແລະ ຢ່າງມີ ປະສິດທິຜົນ, ທັ້ງນີ້ ກໍ່ ເພື່ອໃຫ້ ຊາບເຖີງ ຊາຕາກັມ ຂອງ ຜູ່ກ່ຽວ ແລະ ວ່າງ ມາຕະການ ທາງຄວນ ເພື່ອ ໄຕ່ສວນ ແລະ ນໍາເອົາ ຜູ້ ອັບພິດຊອບ ໃນ ເລື້ອງນີ້ ຂື້ນ ສານ.

ໃນ ໂອກາດ ກອງປະຊູມ ສອບສວນ ເຖີງ ສະຖານະພາບ ດ້ານ ສິດທິ ມະນຸດ ໃນ ສປປ ລາວ ຄັ້ງທີ່ ສອງ ເມື່ອ ມົກະຣາ ປີ 2015 ທີ່ ສະຫະປະຊາຊາດ ເມື່ອງ Genève, 10 ປະເທດ ພາຄີ ໄດ້ ສເນີ ໃຫ້ ທາງການ ສປປລາວ ສືບສວນ ເຖີງ ກໍລະນີ ຂອງ ທ່ານ ສົມບັດ. ນອກຈາກນັ້ນ ຍັງ ມີ ອີກ 5 ປະເທໄດ້ ຍົກເອົາ ບັນຫາ ດັ່ງກ່າວ ຂື້ນມາ ກ່າວ.

ພວກຂ້າພະເຈົ້າ ມີຄວາມ ສະທ້ານ ຕົກໃຈ ທີ່ ທາງການ ສປປ ລາວ ບໍ່ ສາມາດ ໃຫ້ຂ່າວ ຫລື ຂໍ້ມູນໃດໆ ເຖີງ ຄວາມ ຄືບໜາ ຂອງ ການສືບສວນ ນັບ ຕັ້ງແຕ່ ວັນທີ 7 ມິຖຸນາ ປີ 2013 ເປັນ ຕົ້ນມາ. ການ ຫລົມເຫລວ ອັນນີ້ ຍັງຈື້ງ ຢືນຢູ່ ເຖີງແມ່ນວ່າ ທາງການ ສປປລາວ ໃດ້ ຖແລງ ເນື່ອງໃນ ກອງປະຊູມ ສະຫະປະຊາຊາດ ສອບສວນ ດ້ານ ສິດທິ ມະນຸດ ສປປລາວ (UPR) ຄັ້ງ ເດືອນ ມິຖຸນາ 2015 ວ່າ ກໍ່າລັງ ມີການ ສືບສວນ ຢ່າງ ເອົາໃຈໄສ່ ເຖີງ ຊາຕາກັມ ຂອງ ທ່ານ ສົມບັດ. ບໍ່ເປັນ ການພຽງພໍ ທີ່ ສປປ ລາວ ພຽງຈະ ຢືນຢັນ ວ່າ ຕົນ ກໍ່າລັງ ທໍາການ ສືບສວນ ຄະດີ. ເງື່ອນໄຂ ທີ່ ສປປ ລາວ ຈໍາເປັນ ຕອ້ງປະຕິບັດ ຕໍ່ ກົດໝາຍ ສາກົນ ກໍ່ແມ່ນ ຕອ້ງ ທໍາການ ສືບສວນ ຢ່າງ ຣີບດວ່ນ ແລະ ແຈ້ງໃຫ້ ຄອບຄົວ ຂອງ ທ່ານ ສົມບັດ ຊາບເຖີງ ຄວາມ ຄືບໜ້າ ຂອງ ການ ສືບສວນ ດັ່ງກ່າວ. Continue reading “ພັນມື້ ຜ່ານມາ ກໍຣະນີ ການບັງຄັບໃຫ້ຖືກ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ສແດງຢ່າງຈະແຈ້ງ ເຖີງການປອ່ຍປະລະເມີດ ສັນຍາສາກົນຂອງລັຖະບານ ສປປ ລາວ”

ການຝ່າຝຶນພັນທະສາກົນ

ICJ-Legal Memorandum on SBລັດຖ​ະບານ​ແຫ່ງ ສປປ ລາວ ຍັງ​ໄດ້​ປະຕິ​ເສດ​ຕໍ່​ສາ​ທາ​ລະນະ ​ໂດຍ​ບໍ່​ຍອມຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​​ເພື່ອ​ນຳ​ໃຊ້​ເຕັກນິກ​ເພື່ອ​ໃຫ້​ພາບ​ຈາກ​ກ້ອງ​ວົງ​ຈອນ​ປິດ​ທີ່​ບັນທຶກ​ນາ​ທີ​ທີ່​ສົມບັດ ສົມ​ພອນ “ຫາຍ​ຕົວ​ໄປ” ​ໃຫ້​ຈະ​ແຈ້ງ​ຂື້ນ, ນອກຈາກ​ຂໍ້​ເທັດ​ຈິງ​ທີ່​ວ່າ​ໄດ້​ມີ​ການ​ຍອມຮັບ​ກ່ອນ​ໜ້າ​ນີ້​ວ່າ​ຂາດ​ເຕັກນິກ​ທີ່​ຈະ​​ເຮັດ​ໃຫ້​ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ​ແຈ້ງ​ຂື້ນ​ເພື່ອ​ໃຫ້​ສາມາດ​ລະບຸບຸກຄົນ ​ແລະ ລົດ​ທີ່​ປາກົດ​ໃຫ້​ເຫັນ​ໃນ​ນັ້ນ​ຊັດ​ເຈນ. ການ​ປະຕິ​ເສດ​ດັ່ງກ່າວ​ຂອງ​ລັດຖະບານ​ແຫ່ງ​ ສປປ ລາວ ​ໃນ​ການ​ໃຫ້ການ​ຮ່ວມ​ມື​ກັບ​ຜູ້​ຊ່ຽວຊານ​​ໃນການ​ວິ​ເຄາະ​ຫຼັກ​ຖານ ອາດ​ຈະ​ຖືກ​ຕີ​ຄວາມ​ວ່າ​ເປັນ​ການຝ່າ​ຝືນ​ພັນທະກໍລະນີ​ພາຍ​ໃຕ້ ICCPR, CAT ​ແລະ ມາດຖານຂອງ​ອະນຸ​ສັນຍາ ​ແລະ ຖະ​ແຫຼ​ງການ.

ຄະນະ​ກຳມະການ​ນັກ​ນິຕິສາດ​ສາກົນ (International Commission of Jurists) ​ໃນ “Legal Memorandum on the case of Sombath Somphone.” ຂ່າວ​ທີ່​ກ່ຽວຂ້ອງ​ສາມາດ​ເບິ່ງ​ໄດ້​ຢູ່​ບ່ອນ​ນີ້.