ການຖືກບັງຄັບໃຫ້ຫາຍສາບສູບ…ແມ່ນ​ຫຍັງ?

Logo-What isຂຽນໂດຍ the International Commission of Jurists (ICJ)

“ປະກົດການຖືກບັງຄັບໃຫ້ຫາຍສາບສູນ [ … ] ແມ່ນຖືວ່າເປັນບັນຫາການລະເມີດສິດທິມະນຸດທີ່ຮ້າຍແຮງທີ່ສຸດ. ການລະເມີດດັ່ງກ່າວແມ່ນເປັນບັນຫາທີ່ທ້າທາຍຕໍ່ ກັບແນວຄວາມຄິດໃນດ້ານສິດທິມະນຸດ, ຕໍ່ກັບບັນຫາການປະຕິເສດຮັບຮູ້ສິດໃນການດຳລົງ ຊີວິດ ແລະ ຕໍ່ກັບສິດຂອງຄວາມເປັນສ່ວນບຸກຄົນ. ການຖືກບັງຄັບໃຫ້ຫາຍສາບສູນແມ່ນ ການປ່ຽນຮູບແບບຂອງຊີວິດມະນຸດໃຫ້ກາຍເປັນສິ່ງທີ່ບໍ່ມີຊີວິດ. ການກະທຳດັ່ງກ່າວ ຖືວ່າ ເປັນການສໍ້ລາດບັງຫລວງ, ນຳໃຊ້ອຳນາດໃນທາງທີ່ຜິດດ້ວຍການຮູ້ເຫັນເປັນໃຈໃຫ້ມີ ການລະເມີດກົດໝາຍ ແລະ ລະເມີດກົດລະບຽບແບບເສລີ ແລະ ດຳເນີນການກໍ່ອາດສະຍາກຳທີ່ປ່າເຖື່ອນ.” Niall MacDermot, ເລຂາທິການໃຫຍ່ຂອງຄະນະກຳມາທິການ ກົດໝາຍສາກົນ (1970-1990) (1)

ພາກສະເໜີ

ສົນທິສັນຍາສາກົນວ່າດ້ວຍການປົກປ້ອງທຸກຄົນຈາກການຖືກບັງຄັບໃຫ້ຫາຍສາບສູນ (ICPPED) ໄດ້ກໍານົດນິຍາມ ວ່າ “ການຖືກບັງຄັບໃຫ້ຫາຍສາບສູນ” ແມ່ນ:

ການຈັບກຸມ, ການຄຸມຂັງ, ການລັກພາຕົວ ຫຼື ທຸກຮູບແບບທີ່ກ່ຽວຂ້ອງກັບການຕັດອິດສະຫລະພາບໂດຍອົງການຂອງ ພາກລັດ ຫຼື ບຸກຄົນ ຫຼື ກຸ່ມຄົນ ທີ່ເຄື່ອນໄຫວໃນນາມລັດ, ໄດ້ຮັບການສະໜັບສະໜຸນ ຫຼື ມອບໝາຍຈາກລັດເຊິ່ງວ່າ ຜູ້ທີ່ລົງມືກະທຳ ຫຼືກ່ຽວຂ້ອງກັບການກະທຳນັ້ນໄດ້ປະຕິເສດທີ່ຈະຮັບຮູ້ສະພາບທີ່ເກີດຂື້ນ ຫຼື ໄດ້ປິດບັງຂໍ້ມູນທີ່ກ່ຽວ ຂ້ອງກັບການຫາຍສາບສູນນັ້ນໄວ້.

ໃນລະຫວ່າງປີ 1994 ແລະ 2012, ໄດ້ມີການລາຍງານວ່າມີຄະດີທີ່ເກີດຂື້ນກ່ຽວກັບການຫາຍສາບສູນເຖິງ ແປດເລື່ອງອິງຕາມການລາຍງານຂອງອົງການສະຫະປະຊາຊາດກ່ຽວກັບການຖືກບັງຄັບໃຫ້ຫາຍສາບສູນ (WGEID) (2):

ປີທີ່ຢັ້ງຢືນເຫດການ

ປີທີ່ທາງ (WGEID) ໄດ້ລາຍງານໃຫ້ລັດຖະບານຮັບຊາບ

ລາຍຊື່ ສະຖານະພາບ

1993

1994

ຫົວໜ້າຂອງກຸ່ມທີ່ຖືກ ສົ່ງກັບທ້ອງຖິ່ນ

WGEID ຢຸດຕິການຄົ້ນຫາໃນປີ 2006

1999

2001

ສະມາຊິກຂອງກຸ່ມການ ເຄື່ອນໄຫວເພື່ອປະຊາ ທິປະໄຕຂອງນັກຮຽນລາວຫ້າຄົນ

ໄດ້ຮັບຂໍ້ມູນຄວາມຄືບໜ້າໃນປີ 2005/2006

2009

2010

ນາງ ກິ່ງແກ້ວ ພົງ ເສລີ (3).

ກໍລະນີຍັງເປີດ

2012

2012

ທ່ານ ສົມບັດສົມພອນ

ກໍລະນີຍັງເປີດ

ໃນຄະນະທີ່ທັງແປດຄະດີແມ່ນໄດ້ຮັບຂໍ້ມູນມາຈາກ WGEID, ແຕ່ໃນຕົວຈິງບັນຫາການຖືກບັງຄັບໃຫ້ຫາຍສາບສູນແມ່ນອາດມີຫລາຍກ່ວານັ້ນ. ເຫດຜົນໜຶ່ງທີ່ບັນດາເລື່ອງລາວ ຕ່າງໆບໍ່ໄດ້ຖືກສົ່ງໃຫ້ WGEID ນັ້ນກໍ່ເພາະວ່າຜູ້ທີ່ຈະລາຍງານນັ້ນແມ່ນມີຄວາມຢ້ານກົວເຈົ້າໜ້າທີ່ ແລະ/ຫຼື ບໍ່ມີຄວາມຮູ້ ຫຼື ບໍ່ຮູ້ວິທີໃນການເຂົ້າຫາລະບົບກົນໄກຂອງອົງການສະຫະປະຊາຊາດນັ້ນເອງ.

ນອກຈານນີ້ ບັນຫາການຫາຍສາບສູນຂອງບຸກຄົນຕ່າງໆຍັງມີຫລາຍເຫດການທີ່ໜ້າສົງໃສ (4) ຫຼື ຍັງມີຜູ້ທີ່ຖືກກັກຂັງ ໂດຍບໍ່ໄດ້ມີການຕິດຕໍ່ສື່ສານກັບພາຍນອກເລີຍທີ່ກະທຳໂດຍເຈົ້າໜ້າທີ່ລັດ “>(5).

ວຽກງານຫຼັກຂອງ WGEID (6) ແມ່ນໃຫ້ຄວາມຊ່ວຍເຫລືອແກ່ຄອບຄົວຜູ້ເຄາະຮ້າຍໃນການຊອກຫາສາຍເຫດແລະ ຂໍ້ເທດຈິງຂອງການຫາຍສາບສູນໄປຂອງສະມາຊິກຄອບຄົວຂອງເຂົາເຈົ້າ (7). ການຊ່ວຍເຫຼືອນີ້ແມ່ນເຮັດໃນຮູບ ແບບການເປັນສູນໃຫ້ແກ່ການສົນທະນາສື່ສານແລກປ່ຽນຂໍ້ມູນກ່ຽວກັບບັນຫາທີ່ເກີດຂື້ນລະຫວ່າງສະມາຊິກຄອບຄົວ ຂອງຜູ້ເຄາະຮ້າຍ, ກັບຜູ້ທີ່ມີຂໍ້ມູນຕ່າງໆ ແລະ ກັບລັດຖະບານທີ່ກ່ຽວຂ້ອງ (8).

ໃນຈຳນວນບັນດາຄະດີທີ່ເກີດຂື້ນແປດເລື່ອງທີ່ກ່າວມາຂ້າງເທິງນັ້ນ, ເລື່ອງລາວການຫາຍສາບສູນຂອງທ່ານ ສົມບັດສົມພອນໃນປີ 2012 ແມ່ນໄດ້ເປັນປະກົດການທີ່ເປັນສັນຍາລັກຂອງການຖືກບັງຄັບໃຫ້ຫາຍສາບສູນ ແລະ ເປັນປະກົດການທີ່ບໍ່ດີສຳລັບທັງໃນປະເທດລາວເອງ ແລະ ທັງໃນພາກພື້ນອາຊຽນອີກດ້ວຍ.

ສິ່ງທີ່ເຮັດໃຫ້ເລື່ອງລາວຂອງທ່ານສົມບັດສົມພອນເປັນທີ່ຮັບຮູ້ກັນແຜ່ຫລາຍກໍ່ຄືວ່າການລັກພາຕົວນັ້ນແມ່ນໄດ້ຖືກບັນທຶກໃນກ້ອງວົງຈອນປິດ (CCTV).

ການຖືກບັງຄັບໃຫ້ຫາຍສາບສູນໃນກໍລະນີຂອງທ່ານສົມບັດສົມພອນ

ກ້ອງວົງຈອນປິດທີ່ຕັ້ງຢູ່ໄກ້ໆກັບປ້ອມຕຳຫລວດໄດ້ບັນທຶກພາບເຫດການໃນວັນທີ 15 ທັນວາ 2012, ທີ່ວຽງຈັນ ສປປ ລາວ, ຢ່າງຊັດເຈນວ່າການຖືກລັກພາຕົວຂອງທ່ານສົມບັດສົມພອນນັ້ນແມ່ນໄດ້ດຳເນີນເປັນຂະບວນໂດຍມີ ການຮູ້ເຫັນ ຫຼື ມອບໝາຍຈາກໜ່ວຍງານຂອງລັດ. ຕັ້ງແຕ່ນັ້ນມາ ທ່ານສົມບັດກໍ່ໄດ້ຫາຍສາບສູນໄປເລີຍ (9).

ການຫາຍສາບສູນຂອງທ່ານສົມບັດສົມພອນນັ້ນແມ່ນເກີດຂື້ນພາຍຫລັງທີ່ທ່ານໄດ້ຊ່ວຍລັດຖະບານລາວແລະອົງການຈັດຕັ້ງສາກົນພາກປະຊາຊົນໃນການຈັດກອງປະຊຸມວ່າດ້ວຍພາກປະຊາຊົນແຫ່ງອາຊີ-ເອີຣົບ (AEPF) ທີ່ຈັດໃນວັນທີ 16-19 ຕຸລາ 2012 ທີ່ວຽງຈັນ. ໃນຖານະທີ່ເປັນປະທານຮ່ວມຂອງຄະນະກຳມາທິການຂອງກອງປະຊຸມແຫ່ງຊາດ ລາວ, ທ່ານສົມບັດສົມພອນກໍ່ແມ່ນໄດ້ມີບົດບາດສຳຄັນໃນການປະສານງານກ່ຽວກັບກອງປະຊຸມດັ່ງກ່າວ.

ຕັ້ງແຕ່ການຫາຍສາບສູນໄປຂອງທ່ານສົມບັດສົມພອນ, ທາງລັດຖະບານລາວກໍ່ອອກມາປະຕິເສດທີ່ຈະຮັບຮູ້ ກ່ຽວກັບເຫດການທີ່ເກີດຂື້ນ ແລະ ກໍ່ບໍ່ໄດ້ໃຫ້ຂໍ້ມູນທີ່ກ່ຽວຂ້ອງໃດໆກ່ຽວກັບການລັກພາຕົວດັ່ງກ່າວເລີຍ.

ເຖິງແມ່ນວ່າທາງເຈົ້າໜ້າທີ່ໄດ້ໃຫ້ການລາຍງານວ່າໄດ້ມີການດຳເນີນການສືບສວນສອບສວນຕໍ່ກັບບັນຫາທີ່ເກີດຂື້ນແລ້ວ, ແຕ່ຂໍ້ມູນທີ່ໄດ້ຈາກເຈົ້າໜ້າທີ່ນັ້ນກໍ່ຖືວ່າມີຈຳກັດຫລາຍທີ່ຈະສາມາດຊອກຫາສາຍເຫດໃນການຖືກລັກ ພາຕົວດັ່ງກ່າວ.

ການລາຍງານຄັ້ງສຸດທ້າຍກ່ຽວກັບຄວາມຄືບໜ້ານັ້ນແມ່ນໄດ້ມາຕັ້ງແຕ່ວັນທີ 8 ມີຖຸນາ 2013 ເຊິ່ງຖືວ່າ ຜ່ານມາໄດ້ສາມປີແລ້ວ (10).

ຂໍ້ມູນລ່າສຸດ, ໃນເດືອນມັງກອນ 2015, ໃນລະຫວ່າງການດຳເນີນງານທົບທວນປະຈຳໄລຍະຂອງສະພາສິດທິ ມະນຸດຂອງ ສປຊ, ມີຫລາຍປະເທດທີ່ເຂົ້າຮ່ວມນັ້ນໄດ້ຕັ້ງຄຳຖາມກ່ຽວກັບການຫາຍສາບສູນຂອງທ່ານສົມ ບັດສົມ ພອນແກ່ ສປປ ລາວ (11), ບັນດາຜູ້ແທນຂອງ ສປປ ລາວ ທີ່ເຂົ້າຮ່ວມນັ້ນກໍ່ໄດ້ໃຫ້ຖະແຫລງວ່າ:

ການກ່າວຫາວ່າລັດຖະບານ ສປປ ລາວ ມີສ່ວນຮ່ວມນັ້ນແມ່ນເປັນເລື່ອງເຂົ້າໃຈຜິດ ເພາະວ່າທາງລັດຖະບານ ລາວແມ່ນຍັງໃສ່ໃຈໃນການຄົ້ນຫາຄວາມເປັນຈິງຢູ່….

ໃນເດືອນມີຖຸນາ 2015 ໃນລະຫວ່າງຂະບວນການທົບທວນນັ້ນ ທາງຄະນະຜູ້ແທນຂອງ ສປປ ລາວ ກໍ່ໄດ້ກ່າວວ່າ:

ທາງລັດຖະບານລາວແມ່ນຂໍຢືນຢັນວ່າທາງເຈົ້າໜ້າທີ່ຂອງລາວແມ່ນຍັງໄດ້ດຳເນີນການສືບສວນຄົ້ນຫາຄວາມເປັນຈິງກ່ຽວກັບການຫາຍສາບສູນຂອງທ່ານສົມບັດສົມພອນຢູ່ຕະຫລອດ ແລະ ຍັງຈະໃຫ້ການສືບຕໍ່ໄປເລື້ອຍໆຈົນກົ່ວຈະ ໄດ້ພົບພໍ້ຄວາມເປັນຈິງທີ່ເກີດຂື້ນພ້ອມທັງຈະໄດ້ດຳເນີນການເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍຂອງ ສປປ ລາວໃຫ້ໄດ້.

ເຖິງວ່າທາງລັດຖະບານ ສປປ ລາວ ຢັ້ງຢືນວ່າການດຳເນີນການສືບສວນສອບສວນຫາຄວາມເປັນຈິງນັ້ນຍັງສືບຕໍ່ ດຳເນີນໄປຢູ່ ແຕ່ທ່ານນາງ Ng Shui Meng ຜູ້ເປັນພັນລະຍາ ແລະ ທາງສັງຄົມຍັງບໍ່ເຫັນຄວາມຄືບໜ້າ ທີ່ຈະໄດ້ຮັບຮູ້ກ່ຽວກັບຄວາມເປັນຈິງທີ່ເກີດຂື້ນກ່ຽວກັບການຫາຍສາບສູນຂອງທ່ານສົມບັດນັ້ນແຕ່ຢ່າງໃດ.

ຜົນທີ່ຕາມມາອີກອັນໜຶ່ງຈາກການຫາຍສາບສູນຂອງທ່ານສົມບັດສົມພອນນັ້ນກໍ່ແມ່ນທາງອົງການພາກປະຊາສັງຄົມ ໄດ້ເກີດຄວາມຢ້ານກົວທີ່ຈະດຳເນີນວຽກງານທີ່ສຳຄັນຂອງຕົນທີ່ມັນອາດເກີດເຫດການແບບດຽວກັນເກີດຂື້ນກໍ່ໄດ້.

ຄຳແນະນຳກ່ຽວກັບການສືບສວນສອບສວນ

ໃນເດືອນທັນວາ 2014 ທາງຄະນະກຳມາທິການກົດໝາຍສາກົນໄດ້ອອກລາຍງານກ່ຽວກັບຄະດີການຫາຍສາບສູນ ຂອງທ່ານສົມບັດສົມພອນທີ່ໃສ່ຊື່ຫົວຂໍ້ວ່າ “ການສູນເສຍໂອກາດ, ເປັນຄຳແນະນຳເພື່ອໃຊ້ໃນການສືບສວນສອບສວນກ່ຽວກັບການຫາຍສາບສູນໄປຂອງທ່ານສົມບັດສົມພອນ.” (12)

ຜູ້ຮ່ວມສ້າງບົດລາຍງານດັ່ງກ່າວແມ່ນອາດີດຜູ້ສືບສວນສອບສວນອາວຸໂສຄົນອັງກິດທີ່ເຄີຍປະຈຳໃນອົງການ Scotland Yard ແລະ ໃນປະຈຸບັນກໍ່ແມ່ນຮັບໜ້າທີ່ໃນການສືບສວນສອບສວນໃນຄະດີຂອງປະເທດເລບານອນທີ່ພວມຂື້ນສານຢູ່ໃນກຸງເຮັກ.

ໃນບົດລາຍງານດັ່ງກ່າວແມ່ນໄດ້ມີການບັນຍາຍຄະດີທີ່ເກີດຂື້ນວ່າເປັນເລື່ອງທີ່ “ສາມາດແກ້ໄຂໄດ້ຢ່າງແທ້ຈິງ” ແລະ ຍັງມີບັນດາຄຳແນະນຳໃຫ້ໄວ້ເຖິງ 19 ຢ່າງໃຫ້ແກ່ທາງ ລັດຖະບານ ສປປ ລາວ ເຊິ່ງລວມມີ:

  1. ສ້າງຍຸດທະຍາດການສື່ສານຮ່ວມມືຢ່າງແທ້ຈິງກັບຄອບຄົວທ່ານນາງ Shui Meng ເພື່ອຮັບປະກັນວ່ານາງຈະໄດ້ຮັບການແຈ້ງຂໍ້ມູນກ່ຽວກັບຄວາມຄືບໜ້າຂອງຄະດີຢ່າງເປັນປະຈຳ;
  2. ສົ່ງຂໍ້ມູນທີ່ບັນທຶກໃນກ້ອງວົງຈອນປິດນັ້ນໃຫ້ແກ່ທາງໜ່ວຍງານແລະບັນດາຜູ້ຊ່ຽວຊານທີ່ມີປະສົບ ການແລະເປັນທີ່ຍອມຮັບເພື່ອດຳເນີນການສຶກສາຂໍ້ມູນດັ່ງກ່າວຢ່າງມີປະສິດທິຜົນ; ແລະ
  3. ຊອກຫາການຊ່ວຍເຫລືອຈາກອົງການຕ່າງໆທີ່ມີຄວາມເໝາະສົມຈາກປະເທດຕ່າງໆເພື່ອດຳເນີນການ ກວດສອບຂໍ້ມູນທາງນິຕິວິທະຍາຂອງສະຖານທີ່ກໍ່ອາດສະຍາກຳ, ຍານພາຫະນະທີ່ກ່ຽວຂ້ອງ, ຂໍ້ມູນທາງໂທ ລະສັບ ແລະ ຂໍ້ມູນໃນກ້ອງວົງຈອນປິດ.

ພັນທະຕາມກົດໝາຍສາກົນຂອງ ສປປ ລາວ

ໃນຖານະທີ່ເປັນພາຄີຂອງສົນທິສັນຍາວ່າດ້ວຍສິດທິທາງການເມືອງແລະພົນລະເຮືອນ (ICCPR) ແລະ ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ ແລະ ຕ້ານການກະທຳ ຫຼື ລົງໂທດອື່ນໆທີ່ປ່າເຖື່ອນ ແລະ ເຮັດໃຫ້ເຊື່ອມເສຍກຽດສັກສີ (CAT) (13),

ສປປ ລາວ ຍັງມີພັນທະຕາມກົດໝາຍສາກົນອື່ນໆອີກຫລາຍ ຢ່າງທີ່ກ່ຽວກັບການຖືກບັງຄັບໃຫ້ຫາຍສາບສູນເຊັ່ນ (14):

    1. ຕ້ອງຮັບປະກັນຄວາມເປັນເອກະລາດ, ຄວາມເປັນກາງ, ຄວາມຕໍ່ເນື່ອງ ແລະ ຄວາມມີປະສິດທິພາບຂອງການສືບສວນສອບສວນໂດຍບໍ່ໃຫ້ມີການຊັກຊ້າໃນການດຳເນີນການທຸກເລື່ອງທີ່ ໄດ້ຮັບກ່ຽວກັບການລະເມີດສິດທີ່ເກີດຂື້ນພາຍໃຕ້ສົນທິສັນຍາຕ່າງໆເຊິ່ງລວມທັງບັນຫາການຫາຍສາບສູນ ຂອງບຸກຄົນ.
    2. ໃນເວລາທີ່ໄດ້ຄົ້ນພົບຜູ້ທີ່ກະທຳຜິດແລ້ວ, ຂັ້ນຕອນຕໍ່ໄປກໍ່ຄືການນຳເອົາຜູ້ກະທຳຜິດນັ້ນມາລົງໂທດ ຕາມກົດໝາຍໂດຍມອບໃຫ້ເຈົ້າໜ້າທີ່ ຫຼື ສານໃຫ້ຮັບພິຊອບດຳເນີນການຕາມລະບຽບການ; ແລະ
    3. ຕ້ອງແຈ້ງໃຫ້ຜູ້ທີ່ກ່ຽວຂ້ອງກັບຜູ້ທີ່ຖືກເຄາະຮ້າຍນັ້ນໄດ້ຮັບຊາບເປັນປະຈຳກ່ຽວກັບຄວາມຄືບໜ້າໃນການດຳເນີນການຕາມກົດໝາຍ ແລະ ຂໍ້ມູນຄວາມເປັນຈິງຂອງຜູ້ທີ່ຫາຍສາບສູນຕາມສິດ ທີ່ຈະຕ້ອງໄດ້ ຮັບຊາບຄວາມເປັນຈິງທີ່ເກີດຂື້ນຂອງການຫາຍສາບສູນດັ່ງກ່າວ.

Further reading:

      • ເວບໄຊ້ທີ່ກ່ຽວກັບທ່ານສົມບັດສົມພອນ: https://www.sombath.org/en/
      • ສື່ພີມຂອງຄະນະກຳມາທິການກົດໝາຍສາກົນກ່ຽວກັບພັນທະຕາມກົດໝາຍສາກົນຂອງ ສປປ ລາວ ແລະ ບັນດາຄຳແນະນຳທີ່ກ່ຽວຂ້ອງກັບການສືບສວນສອບສວນ: http://www.icj.org/lao-pdr-properly-investigate-sombaths-disappearance-icj- report-says/ ແລະ http://www.icj.org/lao-pdr-government-must-account-for-fate-of-sombath- somphone/
      • ເນື້ອໃນຂອງສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຖືກບັງຄັບໃຫ້ຫາຍສາບສູນ: http://www.ohchr.org/EN/ProfessionalInterest/Pages/IntConventionEnforcedDi sappearance.aspx
      • ເວບໄຊ້ທາງການຂອງໜ່ວຍງານກ່ຽວກັບການຖືກບັງຄັບໃຫ້ຫາຍສາບສູນ (WGEID): http://www.ohchr.org/EN/Issues/Disappearances/Pages/DisappearancesIndex.aspx
      • ສະຖານະພາບການເປັນພາຄີຂອງສົນທິສັນຍາ ICCPED: http://treaties.un.org/Pages/ViewDetails.aspx?src=TREATY&mtdsg_no=IV-16&chapter=4&lang=en
      • ຄູ່ມືຝຶກຫັດເລກທີ 9 ຂອງຄະນະກຳມາທິການກົດໝາຍສາກົນ, ການຖືກບັງຄັບໃຫ້ຫາຍສາບສູນ ແລະ ການດຳເນີນການຄາດຕະກຳ: ການສືບສວນສອບສວນ ແລະ ການລົງໂທດ: http://www.icj.org/enforced-disappearance-and-extrajudicial-execution- investigation-and-sanction-icj-practitioners-guide-no-9-now-also-in-english/

ຫມາຍເຫດ:

    1. Le Refus de l’oubli – La politique de disparition forcée de personnes – Colloque de Paris, janvier – février 1981, Ed. Berger-Levrault, Paris 1981, p. 35 (original in French, free translation).
    2. http://www.ohchr.org/EN/Issues/Disappearances/Pages/Annual.aspx
    3. For a summary of the case see the 2011 opinion of the UN Working Group on Arbitrary Detention: http://hrlibrary.umn.edu/wgad/51-2011.html
    4. http://www.atimes.com/atimes/Southeast_Asia/OA16Ae01.html
    5. https://www.fidh.org/en/region/asia/laos/three-government-critics-arbitrarily-arrested-detained-incommunicado
    6. http://www.ohchr.org/EN/Issues/Disappearances/Pages/DisappearancesIndex.aspx
    7. The Working Group on Enforced Disappearances was set up in 1980. Its mandate has been regularly renewed in order to continue its primary task of ‘assisting families in determining the fate or whereabouts of their family members who are reportedly disappeared’. In this way, families of victims can use the weight of an international organization as leverage to communicate with the Government concerned.
    8. http://www.ohchr.org/EN/Issues/Disappearances/Pages/DisappearancesIndex.aspx
    9. https://www.sombath.org/en/video/
    10. https://www.sombath.org/video/the-investigation/
    11. https://www.sombath.org/en/2015/01/upr-recommendations-on-sombath/
    12. http://www.icj.org/lao-pdr-properly-investigate-sombaths-disappearance-icj-report-says/
    13. Lao PDR ratified the ICCPR in 2009, and the CAT in September 2012. It also signed (but has not yet ratified) the ICPPED in 2008.
    14. http://www.icj.org/lao-pdr-government-must-account-for-fate-of-sombath-somphone/

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.