ທາງການລາວບໍ່ສົນໃຈເຣື້ອງ ທ.ສົມບັດ

ວິທະຍຸເອເຊຍເສຣີ: 13 ກັນຍາ 2015

FCCT-15-09-11
ກອງປະຊຸມ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນຫົວຂໍ້ທີ່ວ່າ ”1000 ມື້ ທີ່ບໍ່ມີ ຄວາມຍຸທຕິທັມ” ຈັດຂຶ້ນຢູ່ ບາງກອກ ປະເທດໄທ RFA

ໃນ ກອງປະຊຸມ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ໃນ ຫົວຂໍ້ ທີ່ວ່າ ”1000 ມື້ ທີ່ ບໍ່ມີຄວາມ ຍຸທຕິທັມ” ທີ່ ຈັດຂຶ້ນ ຢູ່ ບາງກອກ ປະເທດ ໄທ, ໂດຍ ສະຫະພັນ ສິດທິ ມະນຸດ ສາກົນ ແລະ ສົມບັດ Initiative, ໃນ ວັນທີ 11 ກັນຍາ ປີ 2015 ຣະບຸ ວ່າ.

ທາງການ ລາວ ຍັງບໍ່ມີ ຄວາມ ຄືບຫນ້າ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໃຫ້ ພັລຍາ ແລະ ຄອບຄົວ ຂອງ ທ່ານ ຮູ້ ແລະ ບໍ່ມີ ແນວທາງ ການສືບສວນ ຫາ ບຸກຄົນ ຫາຍສາບສູນ ເປັນໄປ ຕາມ ກົດໝາຍ ສາກົນ.

ທ່ານ Kingsley Abbott ທີ່ ປຶກສາ ກົດໝາຍ ຣະຫວ່າງ ປະເທດ ຈາກ ຄນະ ກັມມະການ ນິຕິສານ ສາກົນ ກ່າວວ່າ, ຣັຖບານ ລາວ ຕ້ອງ ສືບສວນ ຄະດີ ດັ່ງກ່າວ ໂດຍໄວ ແລະ ຍຸທຕິທັມ, ແລະ ໃຫ້ ແຈ້ງ ຄວາມຄືບຫນ້າ ຂອງການ ສືບສວນ ຕໍ່ ຄອບຄົວ ຂອງ ທ່ານ ສົມບັດ. ທີ່ ຜ່ານມາ ຣັຖບານ ລາວ ຍັງບໍ່ໄດ້ ເຮັດ ຫນ້າທີ່ ນີ້ ຢ່າງ ເຕັມທີ່ ແລະ ເວົ້າວ່າ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ບໍ່ຄວນ ມີດງຽບ ຈາກ ສັງຄົມ.ດັ່ງທ່ານ ກ່າວວ່າ:

“ໃຫ້ ສືບສວນ ແລະ ຕິດຕາມ ຄະດີ ດັ່ງກ່າວ, ໃຫ້ ສື່ມວນຊົນ ແລະ ນານາຊາດ ຮູ້ວ່າ ການ ບີບບັງຄັບ ການ ຫາຍສາບສູນ ຍັງບໍ່ຖືກ ຫລົງລືມ ແລະ ໃຫ້ ທາງການ ລາວ ກັບມາ ສືບສວນ ຄະດີ ນີ້ ອີກໃຫມ່”.

ທ່ານກ່າວ ຕື່ມວ່າ ການບັງຄັບ ການ ຫາຍສາບສູນ ຖືວ່າ ເປັນ ອາຊຍາກັມ ທີ່ ຮຸນແຮງ ຕໍ່ ກົດໝາຍ ນານາຊາດ, ຍ້ອນວ່າ ມັນສົ່ງ ຜົລກະທົບ ຕໍ່ ຈິດໃຈ ແລະ ຄວາມຮູ້ສຶກ ຂອງ ຄອບຄົວ ຜູ້ ທີ່ໄດ້ຮັບ ເຄາະຮ້າຍ, ແລະ ສ້າງຄວາມ ຢ້ານກົວ ຕໍ່ ຊຸມຊົນ. ສຳລັບ ເຣື້ອງນີ້ ດຣ. Shui Meng Ng ພັລຍາ ຂອງ ດຣ. ສົມບັດ ສົມພອນ ຜູ້ທີ່ ຫາຍສາບສູນ ກ່າວວ່າ, ຕອນນີ້ ພາກ ປະຊາ ສັງຄົມ ລາວ ກໍມິດງຽບ ບໍ່ມີ ຜູ້ໃດ ກ້າເວົ້າ ເຖິງ ການ ຫາຍສາບສນູ ຂອງ ທ່ານ ສົມບັດ ສົມພອນ ແລະ ຄົນລາວ ຜູ້ທີ່ ເຄີຍ ຝຶກອົບຮົມ ໃນ ອົງການ ພັທນາ ສັງຄົມ ທີ່ ທ່ານ ສົມບັດ ຕັ້ງຂຶ້ນ ນັ້ນ, ກໍຍ້າຍໄປ ເຮັດວຽກ ຢູ່ບ່ອນອື່ນ ຫມົດ. ດັ່ງນາງ ເວົ້າວ່າ:

“ໃນລາວ ມີຄວາມ ຢ້ານກົວ ຫຼາຍ ຈົນເຖິງຂັ້ນ ວ່າ, ບໍ່ກ້າເວົ້າ ຊື່ ທ່ານ ສົມບັດ ສົມພອນ ຕາມຄວາມ ເປັນຈິງ ແລ້ວ ກໍຣະນີ ຂອງ ທ່ານ ສົມບັດ ສ້າງຄວາມ ເຊື່ອມເສັຽ ທາງລົບ ຕໍ່ ສິດ ເສຣີພາບ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ໃນລາວ ຈາກ ພາຍໃນ ແລະ ຕ່າງຊາດ”.

ຍານາງ ຊູມິງ ກ່າວ ຕື່ມວ່າ ສຳລັບ ຄວາມ ຮູ້ສຶກ ຂອງ ຍານາງ ເອງ ຕໍ່ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັ້ນ, ຍັງມີ ຄວາມ ອົດທົນ ຕໍ່ຄວາມ ລຳບາກ ໃນ ການຮຽກຮ້ອງ ໃຫ້ ທາງການ ສືບສວນ ຫາຕົວ ທ່ານ ສົມບັດ ສົມພອນ ຢູ່, ບົນ ພື້ນຖານ ກົດໝາຍ ສາກົນ ແລະ ຍັງລໍ ຄຳຕອບ ຈາກ ທາງການ ລາວ ຢູ່ ທຸກ ເວລາ.

ເບິ່ງ ເພີ່ມເຕີມ: ”ອຶງຊຸຍເມັງຂໍຮ້ອງຢ່າລີມ ທ.ສົມບັດ”

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.